Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການຝຶກຝົນອົບຮົມເພື່ອການປະຕິບັດຮັບໃຊ້

    ບິດາມານດາແລະຄູອາຈານທີ່ເປັນຄຣິດສະຕຽນ ຄວນລະລຶກເຖິງຈຸດມຸ້ງໝາຍນີ້ ຢູ່ສະເໝີເຮົາບໍ່ຮູ້ວ່າລູກໆຂອງເຮົາຈະຮັບໃຊ້ໃນພາລະກິດດ້ານໃດເຂົາທັງ ຫຼາຍອາດ ເໝາະກັບ ຊີວິດການຮັບໃຊ້ໃນແວດວົງຂອງຄອບຄົວເໝາະກັບຊີວິດການຮັບໃຊ້ທີ່ກ່ຽວ ກັບອາຊີບທົ່ວໄປຫຼືວ່າເໝາະກັບຊີວິດການຮັບໃຊ້ໃນການເຜີຍແຜ່ຂ່າວປະເສີດໃນຕ່າງ ແດນ ແຕ່ທຸກຄົນໄດ້ຮັບການຊົງຮຽກຄືກັນໃຫ້ເປັນຜູ້ຮັບໃຊ້ຕໍ່ພຣະເຈົ້າເປັນຜູ້ຮັບໃຊ້ທີ່ ນໍາຄວາມເມດຕາປານີໄປສູ່ຊາວໂລກ {MH 395.2}ມແ 400.2

    ເດັກໆແລະຄົນໜຸ່ມສາວທີ່ມີຄວາມສາມາດສົດໃໝ່ມີພະລັງແລະມີຈິດໃຈທີ່ ເຂັ້ມແຂງ ການຮັບຮູ້ທີ່ສັບໄວເປັນສິ່ງທີ່ພຣະເຈົ້າຊົງຮັກແລະພຣະອົງຊົງປາຖະໜາທີ່ຈະ ນໍາຄົນເຫຼົ່ານີ້ເຂົ້າຮ່ວມໃນພາລະກິດຂອງພຣະເຈົ້າຄົນເຫຼົ່ານີ້ຈົ່ງຕ້ອງໄດ້ຮັບການສຶກສາ ເພື່ອຊ່ວຍໃຫ້ສາມາດຢືນຢູ່ຄຽງຂ້າງພຣະຄຣິດໃນການປະຕິຮັບໃຊ້ຢ່າງບໍ່ເຫັນແກ່ຕົວ {MH 395.3}ມແ 401.1

    ສິ່ງທີ່ພຣະຄຣິດຈະຕັດກັບເຫຼົ່າບຸດທັງຫຼາຍຂອງພຣະອົງໃນວາລະສຸດປາຍນັ້ນ ກໍ ບໍ່ນ້ອຍກວ່າສິ່ງທີ່ພຣະອົງບອກກັບສາວົກໃນລຸ້ນແລກວ່າ “ພຣະອົງຊົງໃຊ້ຂ້າພຣະອົງມາ ໃນໂລກສັນໃດຂ້າພຣະອົງກໍ່ໃຊ້ເຂົາໄປໃນໂລກສັນນັ້ນ” ໂຢຮັນ 17:18 ເພື່ອເປັນຜູ້ແທນ ຂອງພຣະເຈົ້າເພື່ອເປີດເຜີຍພຣະໄທຂອງພຣະອົງ ເພື່ອສໍາແດງພຣະລັກສະນະຂອງພຣະ ອົງແລະປະຕິບັດຮັບໃຊ້ໃນພຣະລາຊະກິດຂອງພຣະອົງ {MH 395.4}ມແ 401.2

    ລູກໆຂອງເຮົາກໍາລັງຢືນຢູ່ຊື່ທາງແຍກທົ່ວທຸກຫົນທຸກແຫ່ງສິ່ງລໍ້ລວງໄປສູ່ຄວາມ ຕ້ອງການຂອງຕົນເອງແລະການຕາມໃຈຕົນເອງຂອງໂລກຕ່າງກວກມື ຊັກຈູງເດັກໃຫ້ ຫັນເຫອອກຈາກທາງທີ່ອົງພຣະຜູ້ເປັນເຈົ້າຊົງຈັດຕຽມໄວ້ໃຫ້ແກ່ຜູ້ທີ່ໄດ້ຮັບການໄຖ່ໃຫ້ ລອດຂອງພຣະອົງ ຊີວິດຂອງເດັກເຫຼົ່ານີ້ຈະເປັນພຣະພອນຫຼືຄໍາສາບແຊ່ງຍ່ອມຂຶ້ນຢູ່ກັບ ການຕັດສິນ ທາງເລືອກຂອງເຂົາທັງຫຼາຍປ່ຽມດ້ວຍພະລະກໍາລັງຄວາມກະຕືລືລົ້ນ ທີ່ ຢາກລອງສິ່ງທີ່ຍັງບໍ່ເຄີຍຮູ້ໜຸ່ມສາວເຫຼົ່ານີ້ຈໍາເປັນຕ້ອງຄົ້ນຫາທາງອອກເພື່ອລະບາຍ ຊີ ວິດທີ່ເຕັມລົ້ນດ້ວຍ ຄວາມກະຊັບກະເສງນີ້ຄວາມກະຕືລືລົ້ນທີ່ໜຸ່ມສາວເຫຼົ່ານີ້ບໍ່ຍອມ ໃຊ້ໃນສິ່ງທີ່ດີ ຫຼືສິ່ງທີ່ຊົ່ວຮ້າຍກໍໄດ້ {MH 396.1}ມແ 401.3

    ພຣະວັດຈະນາຂອງພຣະເຈົ້າບໍ່ໄດ້ຈໍາກັດການເຄື່ອນໄຫວແຕ່ນໍາພາໄປໃນທາງທີ່ ຖືກຕ້ອງ ພຣະເຈົ້າບໍ່ໄດ້ຊົງຫ້າມຄົນໜຸ່ມສາວໃຫ້ກະຕືລືລົ້ນນ້ອຍລົງອຸປະນິໃສຂັ້ນພື້ນ ຖານຫຼາຍປະການທີ່ສ້າງຄວາມສໍາເລັດທີ່ແທ້ຈິງແລະກຽດຕິຍົດໃຫ້ແກ່ມະນຸດເຊັ່ນ ຄວາມຕ້ອງການໄຝ່ ຫາສິ່ງທີ່ດີກວ່າທີ່ລະງັບບໍ່ໄດ້ຄວາມຕັ້ງໃຈທີ່ບໍ່ຍໍ້ທໍ້ ຄວາມພາກພຽນ ອຸດສາຫະແລະຄວາມມານະບາກບັ່ນລ້ວນເປັນອຸປະນິໃສທີ່ບໍ່ຄວນຖືກຫ້າມປາມ ໂດຍພຣະຄຸນຂອງພຣະເຈົ້າໜຸ່ມສາວເຫຼົ່ານີ້ຄວນໄດ້ຮັບການຊີ້ທາງໄປສູ່ຈຸດມຸ້ງໝາຍທີ່ ສູງສົ່ງກວ່າຄວາມເຫັນແກ່ຕົວແລະຜົນປະໂຫຍດທາງໂລກຄືດັ່ງຟ້າສະຫວັນທີ່ສູງກວ່າ ແຜ່ນດິນໂລກນັ້ນ {396.2}ມແ 401.4

    ໃນຖານະຂອງບິດແລະໃນຖານະທີ່ເປັນຄຣິດສະຕຽນເປັນໜ້າທີ່ຂອງເຮົາທີ່ຕ້ອງ ຊີ້ທາງທີ່ຖືກຕ້ອງໃຫ້ແກ່ລູກໆ ເຮົາຕ້ອງນໍາພວກເຂົາດ້ວຍຄວາມລະມັດລະວັງດ້ວຍສະ ຕິປັນຍາ ແລະດ້ວຍຄວາມອ່ອນໂຍນໄປໃນຫົນທາງຂອງການປະຕິບັດຮັບໃຊ້ຕາມແບບ ຢ່າງຂອງພຣະຄຣິດເຮົາໄດ້ສັນຍາກັບພຣະເຈົ້າໄວ້ດ້ວຍຖ້ອຍຄໍາອັນສັກສິດວ່າຈະອົບຮົມ ລ້ຽງດູລູກໆເພື່ອປະຕິບັດຮັບໃຊ້ພຣະອົງໜ້າທີ່ອັນດັບໜຶ່ງຂອງເຮົາຄືຕ້ອງຄອຍເບິ່ງແຍງ ລູກໆໃຫ້ຈະເລີນເຕີບໂຕຂຶ້ນພາຍໃຕ້ສະພາບແວດລ້ອມທີ່ຈະນໍາເຂົາທັງຫຼາຍໃຫ້ເລືອກ ດໍາເນີນຊີວິດໃນທາງປະຕິບັດຮັບໃຊ້ພຣະເຈົ້າແລະຕ້ອງຈັດຫາການຝຶກອົບຮົມທີ່ຈໍາເປັນ ໃຫ້ {MH 396.3}ມແ 402.1

    “ເພາະວ່າພຣະເຈົ້າຊົງຮັກໂລກຈົນໄດ້ປະທານພຣະບຸດອົງດຽວ” ເພື່ອເຮົາຈະ ບໍ່ພິນາດແຕ່ມີຊີວິດນິລັນ “ພຣະຄຣິດໄດ້ຊົງຮັກເຮົາທັງຫຼາຍແລະປະທານພຣະອົງເອງ ເພື່ອເຮົາ” ຫາກເຮົາຮັກ ເຮົາຈະຍິນດີໃຫ້ເຮົາ “ບໍ່ໄດ້ມາເພື່ອຮັບການປະຕິບັດ ແຕ່ເພື່ອ ປະຕິບັດເຂົາ” ເປັນບົດຮຽນອັນຍິ່ງໃຫຍ່ທີ່ເຮົາຕ້ອງຮຽນຮູ້ແລະໃຫ້ການສັ່ງສອນ ໂຢຮັນ 3:16, ເອເຟຊັດ 5:2; ມັດທາຍ 20:28 {MH 396.4}ມແ 402.2

    ໃຫ້ເຮົາໄດ້ປູກຝັງຄວາມຄິດແກ່ຄົນໜຸ່ມສາວວ່າເຂົາທັງຫຼາຍບໍ່ໄດ້ເປັນເຈົ້າຂອງ ຕົວຂອງເຂົາທັງຫຼາຍເອງແຕ່ເຂົາທັງຫຼາຍເປັນຂອງພຣະຄຣິດເຂົາທັງຫຼາຍໄດ້ຮັບການໄຖ່ ດ້ວຍພຣະໂລຫິດຂອງພຣະອົງ ອັນເປັນສິດທິໃນຕົວເຮົາຂອງພຣະອົງເຂົາທັງຫຼາຍມີ ຊີວິດຢູ່ໄດ້ດ້ວຍອິດທິອໍານາດຂອງພຣະອົງເວລາ ພະລະກໍາລັງແລະຄວາມສາມາດຂອງ ເຂົາທັງຫຼາຍ ລ້ວນແລ້ວແຕ່ເປັນສົມບັດຂອງພຣະອົງຊຶ່ງຈະຕ້ອງນໍາມາພັດທະນາຝຶກຝົນ ແລະໃຊ້ໃຫ້ເກີດ ປະໂຫຍດເພື່ອພຣະອົງ {MH 396.5}ມແ 402.3

    ຮອງລົງມາຈາກເຫຼົ່າທູດສະຫວັນກໍຄືພົງພັນຂອງມະນຸດຊາດຊຶ່ງພຣະເຈົ້າຊົງສ້າງ ຕາມພຣະສາຍາຂອງພຣະອົງອັນເປັນພຣະຫັດຖະກິດທີ່ລໍ້າເລີດທີ່ສຸດຂອງພຣະອົງພຣະ ອົງຊົງປາຖະໜາໃຫ້ມະນຸດເປັນຢ່າງທີ່ພຣະອົງຊົງສ້າງມາໃຫ້ເປັນແລະໃຫ້ເຂົາທັງຫຼາຍ ພະຍາຍາມຢ່າງເຕັມທີ່ ໂດຍອາໃສກໍາລັງຄວາມສາມາດທີ່ພຣະອົງໄດ້ປະທານໃຫ້ {MH 397.1}ມແ 402.4

    ຊີວິດເປັນສິ່ງທີ່ສູງສົ່ງແລະໜ້າພິສະວົງເປັນສິ່ງທີ່ສໍາແດງເຖິງພຣະເຈົ້າຜູ້ຊົງເປັນບໍ່ ເກີດແຫ່ງຊີວິດທັງປວງໂອກາດໃນຊີວິດຈຶ່ງເປັນສິ່ງລໍ້າຄ່າຫຼາຍຊຶ່ງຄວນໄດ້ຮັບການປັບປຸງ ພັດທະນາຢ່າງຈິງຈັງຫາກພາດໂອກາດໄປກໍເທົ່າກັບສູນເສຍໄປຕະຫຼອດການ {MH 397.2}ມແ 403.1

    ເບື້ອງໜ້າເຮົາ ພຣະເຈົ້າຊົງຈັດວາງນິລັນການ ພ້ອມທັງຄວາມຈິງອັນໜ້າຄົ້ນຄິດ ແລະປະທານສາລະຂອງຊີວິດນິລັນຄວາມເປັນອໍາມະຕະໃຫ້ເຮົາໄຝ່ຄວ້າພຣະອົງຊົງສໍາ ແດງຄວາມຈິງອັນຊົງຄຸນຄ່າແລະຊົງຄຸນນະທໍາເປັນເຄື່ອງນໍາທາງໃຫ້ເຮົາກ້າວໄປຂ້າງໜ້າ ເທິງເສັ້ນທາງທີ່ປອດໄພແລະໝັ້ນຄົງ ເພື່ອຕາມຫາຈຸດໝາຍທີ່ຄຸ້ມຄ່າກັບການໃຊ້ຄວາມ ສາມາດຂອງເຮົາແຕ່ລະຄົນຢ່າງຕັ້ງໃຈຈິງ {MH 397.3}ມແ 403.2

    ພຣະເຈົ້າຊົງທອດພຣະເນດເລິກເຂົ້າໄປຂ້າງໃນຂອງເມັດນ້ອຍໆທີ່ພຣະອົງເອງຊົງ ສ້າງຂຶ້ນແລະຊົງທອດພຣະເນດເຖິງດອກໄມ້ທີ່ສວຍງາມພຸ່ມໄມ້ຫຼືຕົ້ນໄມ້ສູງສະຫງ່າທີ່ ແຜ່ ກິ່ງກ້ານສາຂາຈາກເມັດນ້ອຍໆນີ້ໃນທໍານອງດຽວກັນພຣະອົງຊົງທອດພຣະເນດເຖິງ ຄວາມສາມາດທີ່ຊຸກຊ້ອນຢູ່ພາຍໃນມະນຸດທຸກໆຄົນ ເຮົາເກີດມາໃນໂລກນີ້ຢ່າງມີຈຸດ ໝາຍພຣະເຈົ້າໄດ້ປະທານແຜນການຂອງພຣະອົງສໍາຫຼັບຊີວິດຂອງເຮົາໄວ້ໃຫ້ແກ່ເຮົາ ແລ້ວ ແລະພຣະອົງຊົງປາຖະໜາໃຫ້ເຮົາບັນລຸເຖິງມາດຕະຖານສູງສຸດຂອງການພັດທະນາ {MH 397.4}ມແ 403.3

    ພຣະອົງ ຊົງປາດຖະໜາໃຫ້ເຮົາເຕີບໂຕຕະຫຼອດເວລາຢູ່ໃນຄວາມບໍລິສຸດຊອບ ທໍາໃນຄວາມສຸກແລະໃນການບໍາເພັນຕົນໃຫ້ເປັນປະໂຫຍດຕໍ່ຜູ້ອື່ນທຸກຄົນຕ້ອງຄໍານຶງ ວ່າຄວາມສາມາດຂອງແຕ່ລະຄົນນັ້ນເປັນສົມບັດປະຈໍາຕົວທີ່ສັກສິດຕ້ອງຊື່ນຊົມກັບ ຂອງປະທານເຫຼົ່ານີ້ຈາກພຣະເຈົ້າແລະຕ້ອງນໍາໄປໃຊ້ຢ່າງຖືກຕ້ອງພຣະອົງຊົງປາຖະໜາ ໃຫ້ຄົນໜຸ່ມສາວຝຶກຝົນແລະພັດທະນາທຸກໆກໍາລັງຄວາມສາມາດທີ່ມີແລະນໍາສັກກະ ຍະພາບທຸກຢ່າງມາໃຊ້ໃຫ້ເກີດປະໂຫຍດ ພຣະອົງຊົງປາຖະໜາໃຫ້ທຸກຄົນມີຄວາມສຸກ ຢູ່ກັບສິ່ງທີ່ດີໆແລະມີຄ່າໃນຊີວິດເພື່ອທີ່ຈະເປັນຄົນດີແລະເຮັດແຕ່ສິ່ງດີໆແລະສັບສົມ ບັດແຫ່ງແຜ່ນ ດິນສະຫວັນໄວ້ສໍາຫຼັບຊີວິດໃນພາຍພາກໜ້າ {MH 398.1}ມແ 403.4

    ໜຸ່ມໆສາວໆຄວນປາຖະໜາຢ່າງແຮງກ້າທີ່ຈະເຮັດທຸກສິ່ງໃຫ້ສູງສົ່ງດີງາມແລະບໍ່ ເຫັນແກ່ຕົວໃຫ້ເຂົາທັງຫຼາຍຫຼຽວເບິ່ງພຣະຄຣິດເປັນແບບຢ່າງເພື່ອປະຕິບັດຕາມເຂົາ ທັງຫຼາຍຕ້ອງຢຶດໝັ້ນໃນຄວາມມຸ້ງໝາຍອັນບໍລິສຸດ ທີ່ພຣະອົງຊົງສໍາແດງໃນພຣະຊົນ ຊີບຂອງພຣະອົງອັນເປັນຄວາມມຸ້ງໝາຍທີ່ຈະມີສ່ວນເຮັດໃຫ້ໂລກທີ່ເຮົາອາໃສຢູ່ມີສະ ພາບທີ່ດີຂຶ້ນນີ້ຄືໜ້າທີ່ໆພຣະເຈົ້າຊົງຮຽກເຂົາທັງຫຼາຍເພື່ອຮັບໃຊ້ {MH 398.2}ມແ 403.5