Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ເຄື່ອງດື່ມມຶນເມົາທີ່ມີລິດອ່ອນກວ່າສຸລາ

    ບຸກຄົນທີ່ສືບທອດລັກສະນະທາງພັນທຸກໍາທີ່ມີຄວາມຕ້ອງການສານກະຕຸ້ນທີ່ຜິດ ທໍາມະຊາດບໍ່ຄວນມີເຫຼົ້າອະງຸ່ນ ເບຍຫຼືນໍ້າເອບເປີ້ນ (ໄຊເດີ້) ໃຫ້ເຫັນ ຫຼືໃກ້ຕົວໂດຍ ເດັດຂາດ ເພາະສິ່ງເຫຼົ່ານີ້ເປັນເຄື່ອງລໍ້ໃຈທີ່ຢູ່ເບື້ອງໜ້າເຂົາທັງຫຼາຍຕະຫຼອດເວລາ ຫຼາຍ ຄົນຄິດວ່ານໍ້າເອັບເປີ້ນເປັນເຄື່ອງດື່ມທີ່ບໍ່ມີອັນຕະລາຍຈຶ່ງບໍ່ລັງເລໃນການຊື້ມາດື່ມຢ່າງ ເຕັມທີ່ ແຕ່ນໍ້າຊະນິດນີ້ຈະຍັງຄົງລົດຫວານໃນໄລຍະເວລາສັ້ນໆເທົ່ານັ້ນ ແລ້ວຂະບວນ ການໝັກກໍເລີ່ມຕົ້ນ ລົດຊາດຮຸ່ນແຮງທີ່ເກີດຂຶ້ນສ້າງຄວາມຖືກປາກຖືກຄໍແກ່ນັກດື່ມທັງ ຫຼາຍ ແລະຜູ້ທີ່ດື່ມຕ່າງບໍ່ສູ້ເຕັມໃຈຍອມຮັບວ່ານໍ້າໝາກໄມ້ລົດຊາດຫວານນີ້ໄດ້ປ່ຽນສະ ພາບເປັນນໍ້າໝັກ(ກາຍເປັນເຫຼົ້າອ່ອນໆ)ໄປເສຍແລ້ວ {HM 331.4}ມແ 333.3

    ການດື່ມນໍ້າເອັບເປີ້ນທີ່ຜະລິດກັນໂດຍທົ່ວໄປນັ້ນກໍເປັນອັນຕະລາຍຕໍ່ສຸຂະພາບ ເຊັ່ນກັນ ຖ້າຜູ້ຄົນໄດ້ເຫັນສິ່ງທີ່ກ້ອງຈຸລະທັດເຜີຍໃຫ້ເຫັນໃນນໍ້າເອັບເປີ້ນທີ່ຊື້ມາ ຈະມີ ໜ້ອຍຄົນທີ່ຢາກດື່ມມັນ ຜູ້ທີ່ຜະລິດນໍ້າເອັບເປີ້ນເພື່ອຈໍາໜ່າຍມັກຈະບໍ່ໃສ່ໃຈກັບຄຸນນະ ພາບຂອງໝາກໄມ້ທີ່ໃຊ້ ແລະຈະຄັ້ນນໍ້າຈາກໝາກເອັບເປີ້ນເສີຍໆທີ່ມີໜອນຢູ່ນໍາ ຜູ້ທີ່ ບໍ່ຄິດແມ່ນແຕ່ຈະກິນໝາກເອັບເປີ້ນທີ່ເນົ່າຖິ້ມເປັນພິເສດ ມັກດື່ມນໍ້າເອັບເປີ້ນທີ່ເຮັດ ຈາກຂອງເຫຼົ່ານັ້ນ ແລະເອີ້ນມັນວ່າເປັນເຄື່ອງດື່ມຊັ້ນດີອີກດ້ວຍ ແຕ່ເມື່ອສ່ອງເບິ່ງດ້ວຍ ກ້ອງຈຸລະທັດ ຈະເຫັນວ່າແມ່ນແຕ່ນໍ້າເອັບເປີ້ນທີ່ຄັ້ນໃໝ່ໆ ເຄື່ອງດື່ມທີ່ຖືກໃຈນີ້ກໍຍັງບໍ່ ເໝາະທີ່ຈະນໍາມາດື່ມເລີຍ * {HM 332.1}ມແ 334.1

    *ເມື່ອຂໍ້ຄວາມນີ້ຖືກຂຽນຂຶ້ນໃນປີ ຄ.ສ 1950 ເປັນເລື່ອງປົກກະຕິທີ່ມີການປະຕິບັດຕາມທີ່ຜູ້ປະພັນໄດ້ ຂຽນບັນຍາຍໃນການຜະລິດນໍ້າເອັບເປີ້ນ ປັດຈຸບັນໃນທີ່ໆບໍ່ໄດ້ມີການຄວບຄຸມໃນເລື່ອງຂອງຄວາມສະ ອາດຂອງອາຫານ ນໍ້າເອັບເປີ້ນກໍຍັງຄົງຖືກຜະລິດໃນຮູບແບບດຽວກັນໃນສະໄໝກ່ອນ ແຕ່ເມື່ອມີການ ຜະລິດນໍ້າເອັບເປີ້ນໃນຂະບວນການທີ່ຖືກສຸຂະລັກສະນະແລະໃຊ້ໝາກໄມ້ທີ່ສົດໃໝ່ແລ້ວ ຂໍ້ໂຕ້ແຍ້ງໃນ ເລື່ອງນີ້ກໍເປັນອັນຈົບສິ້ນໄປ- ຜູ້ຈັດພິມມແ 334.2

    ຄວາມຈິງແລ້ວເຫຼົ້າອະງຸ່ນ ເບຍແລະນໍ້າເອັບເປີ້ນເຮັດໃຫ້ມຶນເມົາໄດ້ເຊັ່ນດຽວກັບ ສຸລາທີ່ມີລິດແຮງກວ່າ ການດື່ມຂອງມຶນເມົາຊະນິດອ່ອນໆເຫຼົ່ານີ້ຈະໄປກະຕຸ້ນໃຫ້ເກີດ ຄວາມຢາກທີ່ຈະດື່ມຊະນິດທີ່ແຮງຍິ່ງຂຶ້ນ ເພາະເຫດນີ້ຈຶ່ງເຮັດໃຫ້ເກີດການຕິດສຸລາຂຶ້ນ ມາໄດ້ ການດື່ມຂອງມຶນເມົາຊະນິດອ່ອນໆ ເປັນເໝືອນໂຮງຮຽນສອນຄົນຈໍານວນຫຼາຍ ຕໍ່ຫຼາຍໃຫ້ມາຢຶດອາຊີບຄົນຂີ້ເມົາ ເຖິງຢ່າງນັ້ນເຄື່ອງດື່ມທີ່ມີລິດກະຕຸ້ນອ່ອນໆ ເຫຼົ່ານີ້ ອອກລິດແບບບໍ່ໃຫ້ຮູ້ຕົວໃນການຊັກນໍາຜູ້ທີ່ຕົກເປັນທາດຂອງມັນ ກ້າວໄປສູ່ເສັ້ນທາງ ຂອງຄວາມມຶນເມົາກ່ອນທີ່ເຫຍື່ອຈະຮູ້ໄດ້ເຖິງໄພອັນຕະລາຍໄດ້ກໍ່ຕົວຂຶ້ນໃນຕົວເຂົາແລ້ວ {HM 332.2}ມແ 334.3

    ບາງຄົນທີ່ບໍ່ຈັດວ່າເປັນຄົນຂີ້ເມົາມັກຢູ່ພາຍໃຕ້ອິດທິພົນຂອງຄວາມມືນເມົາແບບ ອ່ອນໆສະເໝີ ສົ່ງຜົນໃຫ້ເຂົາທັງຫຼາຍເກີດອາການຄັນເນື້ອຄັນຕົວ ອາລົມປ່ຽນແປງແລະ ໃຈຄໍບໍ່ປົກກະຕິ ເຂົາເຫຼົ່ານັ້ນນຶກວ່າຕົວເອງມີຄວາມໝັ້ນຄົງແລະປອດໄພ ຈຶ່ງດື່ມຫຼາຍ ຍິ່ງຂຶ້ນໄປເລື້ອຍໆ ຈົນກະທັ້ງສິ່ງທີ່ຄອຍເຕືອນແລະຢັບຢັ້ງເຂົາທັງຫຼາຍຖືກທໍາລາຍລົງ ຫຼັກການທຸກໆຢ່າງຕ້ອງສູນເສຍໄປ ຄວາມຕັ້ງໃຈທີ່ໝັ້ນທ່ຽງກໍຄ່ອຍໆຫາຍໄປ ລາງວັນ ແລະຜົນຕອບແທນທີ່ລໍ້າຄ່າກໍຍັງບໍ່ອາດຄວບຄຸມຄວາມຕ້ອງການທີ່ຕໍ່າຊ້າໄວ້ພາຍໃຕ້ ເຫດແລະຜົນໄດ້ {HM 332.3}ມແ 335.1

    ບໍ່ມີຂໍ້ຄວາມໃນພຣະຄໍາພີຕອນໃດທີ່ສະໜັບສະໜູນໃຫ້ເຮົາດື່ມເຫຼົ້າອະງຸ່ນຊຶ່ງ ເປັນເຄື່ອງດື່ມທີ່ມືນເມົາ ນໍ້າອະງຸ່ນທີ່ພຣະຄຣິດໄດ້ຊົງປ່ຽນຈາກນໍ້າໃນພິທີງານແຕ່ງທີ່ໝູ່ ບ້ານຄານານັ້ນ ເປັນນໍ້າອະງຸ່ນບໍລິສຸດ ນີ້ເປັນ “ນໍ້າອະງຸ່ນໃໝ່ຫາໄດ້ຈາກພວງອະງຸ່ນ” ພຣະຄໍາພີກ່າວໄວ້ວ່າ “ ຢ່າທໍາລາຍມັນເພາະມີພຣະພອນຢູ່ໃນນັ້ນ ” ເອຊະຢາ 65:8 {HM 333.1}ມແ 335.2

    ພຣະຄຣິດຊົງເປັນຜູ້ປະທານຄໍາເຕືອນໃຫ້ແກ່ອິສະລະເອນໃນພຣະຄໍາພິພາກ ພຣະສັນຍາເດີມວ່າ “ ເຫຼົ້າອະງຸ່ນເຮັດໃຫ້ເກີດການເຍີ້ຍຫຍັນ ແລະສຸລາເຮັດໃຫ້ເກີດອັນ ຕະພານ ແລະຜູ້ໃດມົວເມົານໍາສອງສິ່ງນັ້ນກໍເປັນ [ຄົນ] ໂງ່ ” ສຸພາສິດ 20:1 (ຕົ້ນສະບັບ) ພຣະອົງບໍ່ໄດ້ປະທານເຄື່ອງດື່ມຊະນິດນີ້ແກ່ມະນຸດ ຊາຕານນັ້ນເອງລໍ້ລວງມະນຸດໃຫ້ຫຼົງ ໃນສິ່ງມົວເມົາຈົນເຮັດໃຫ້ມະນຸດຂາດສະຕິແລະການຮັບຮູ້ຝ່າຍຈິດວິນຍານພິການໄປ ແຕ່ພຣະຄຣິດກັບຊົງສອນໃຫ້ເຮົາເອົາຊະນະອໍານາດຝ່າຍຕໍ່າໃຫ້ໄດ້ ພຣະອົງບໍ່ເຄີຍຊົງ ຊັກຈູງມະນຸດໃຫ້ຕົກສູ່ການທົດລອງ ຕະຫຼອດຊີວິດຂອງພຣະອົງເປັນແບບຢ່າງແຫ່ງ ການຮູ້ຈັກບັງຄັບໃຈຕົນເອງ ພຣະອົງຊົງອົດພຣະກະຍາຫານເປັນເວລາສີ່ສິບວັນໃນຖິ່ນ ທຸລະກັນດານ ເພື່ອທີ່ຈະຊົງເອົາຊະນະຕໍ່ອໍານາດຂອງຄວາມຢາກຂອງຮ່າງກາຍ ພຣະອົງ ຊົງຍອມທົນທຸກທໍລະມານແທນເຮົາດ້ວຍການທົດລອງທີ່ສຸດແສນສາຫັດທີ່ມະນຸດຈະ ສາມາດທົນໄດ້ ພຣະຄຣິດຊົງເປັນຜູ້ທີ່ແນະນໍາໂຢຮັນຜູ້ໃຫ້ຮັບບັບຕິດສະມາບໍ່ໃຫ້ ດື່ມເຫຼົ້າອະງຸ່ນຫຼືເຄື່ອງດື່ມມືນເມົາໃດໆ ພຣະອົງຊົງຫ້າມເມຍຂອງມາໂນອາບໍ່ໃຫ້ດື່ມເຫຼົ້າ ຫຼືຂອງມືນເມົາເຊັ່ນດຽວກັນ ພຣະຄຣິດບໍ່ເຄີຍຊົງເຮັດສິ່ງໃດທີ່ຂັດແຍ່ງກັບຄໍາສອນຂອງ ພຣະອົງເລີຍ ນໍ້າອະງຸ່ນສົດທີ່ພຣະອົງຊົງຈັດຫາມາໃຫ້ແຂກໃນພິທີງານແຕ່ງນັ້ນ ເປັນ ເຄື່ອງດື່ມທີ່ບໍ່ມີສ່ວນຜະສົມຂອງເອລກໍຮໍ ເປັນເຄື່ອງດື່ມທີ່ໃຫ້ຄວາມສົດຊື່ນແລະມີປະ ໂຫຍດຕໍ່ຮ່າງກາຍ ນີ້ເປັນນໍ້າອະງຸ່ນທີ່ພຣະຜູ້ຊ່ວຍໃຫ້ລອດແລະເຫຼົ່າສາວົກໃຊ້ໃນພິທີ ມະຫານສະນິດໃນຄັ້ງແລກ ແລະຄວນເປັນນໍ້າອະງຸ່ນທີ່ຖືກຈັດໄວ້ເທິງໂຕະໃນພິທີມະຫາ ສະນິດເພື່ອເປັນເຄື່ອງໝາຍເລັງເຖິງພຣະໂລຫິດຂອງພຣະຜູ້ຊ່ວຍໃຫ້ລອດຕະຫຼອດໄປດ້ວຍ ພິທີສັກສິດນີ້ມຸ້ງໝາຍເພື່ອຟື້ນຟູຈິດວິນຍານແລະເສີມສ້າງຊີວິດ ຈຶ່ງບໍ່ຄວນມີສິ່ງ ໃດທີ່ກ່ຽວຂ້ອງກັບຄວາມຊົ່ວຮ້າຍໃນພິທີນີ້ {HM 333.2}ມແ 335.3

    ພາຍໃຕ້ຄວາມຮູ້ທີ່ພຣະຄໍາພີ ກົດຂອງທໍາມະຊາດແລະເຫດຜົນສອນກ່ຽວກັບ ການດື່ມສິ່ງມືນເມົາ ຄຣິດສະຕຽນຈະໄປມີສ່ວນຮ່ວມໃນການປູກຕົ້ນຮອບເພື່ອນໍາໄປ ເຮັດເບຍຫຼືໃນການຜະລິດເຫຼົ້າອະງຸ່ນຫຼືນໍ້າເອັບເປີ້ນເພື່ອຈໍາໜ່າຍໄດ້ຢ່າງໃດ ຖ້າເຂົາທັງ ຫຼາຍຮັກເພື່ອນບ້ານເໝືອນຮັກຕົນເອງແລ້ວ ຈະໄປເຂົ້າຮ່ວມວາງກັບດັກເພື່ອຈັບຄົນເຫຼົ່າ ນັ້ນໄດ້ຢ່າງໃດ {HM 333.3}ມແ 336.1

    ຄວາມປາຖະໜາທີ່ຈະເສບສິ່ງມືນເມົາມັກຈະເລີ່ມຂຶ້ນໃນຄອບຄົວ ການກິນອາ ຫານລົດຈັດແລະບໍ່ຖືກສຸຂະລັກສະນະເຮັດໃຫ້ອະໄວຍະວະໃນການຍ່ອຍອ່ອນແອລົງ ແລະກໍ່ໃຫ້ເກີດຄວາມຕ້ອງການທີ່ຈະກິນອາຫານທີ່ມີລິດກະຕຸ້ນຫຼາຍຂຶ້ນ ດ້ວຍເຫດນີ້ ຄວາມຕ້ອງການອາຫານທີ່ມີລົດຈັດຈຶ່ງມີຫຼາຍຂຶ້ນ ມັນໄດ້ຖືກປູກຝັງຫຼາຍຂຶ້ນຈົນຍາກທີ່ ຈະຫ້າມ ທົ່ວທັງຮ່າງກາຍເກືອບຈະເຕັມໄປດ້ວຍສານພິດ ແລະເມື່ອຮ່າງກາຍຍິ່ງອ່ອນ ແອລົງ ຄວາມປາຖະໜາຕໍ່ສິ່ງເຫຼົ່ານີ້ກໍຈະເພີ່ມຫຼາຍຂຶ້ນ ການຍ່າງກ້າວຜິດພຽງຄັ້ງດຽວ ເປັນການເປີດທາງໄປສູ່ຄວາມຜິດໃນບາດກ້າວອື່ນໆຕໍ່ໄປ ຫຼາຍຄົນບໍ່ໄດ້ເຮັດຜິດດ້ວຍ ການນໍາເຫຼົ້າອາງຸ່ນຫຼືເຄື່ອງດື່ມມືນເມົາໃດໆມາວາງເທິງໂຕະອາຫານ ແຕ່ກັບຈັດຫາອາ ຫານຫຼວງຫຼາຍທີ່ຍົ້ວໃຫ້ເກີດຄວາມກະຫາຍທີ່ຈະດື່ມຂອງມືນເມົາຈົນເກືອບບໍ່ອາດຈະ ຕໍ່ຕ້ານການທົດລອງໄດ້ ນິດໄສຄວາມເຄີຍຊິນໃນການບໍລິໂພກທີ່ຜິດໆ ທໍາລາຍສຸຂະ ພາບແລະຊັກນໍາໄປສູ່ຄວາມເມົາ {HM 334.1}ມແ 336.2

    ຖ້າຄົນໜຸ່ມສາວຊຶ່ງຈະເຕີບໃຫຍ່ເປັນຜູ້ສ້າງແລະກໍານົດທິດທາງໃຫ້ແກ່ສັງຄົມ ໄດ້ຮັບການປູກຝັງໃນຫຼັກການທີ່ຖືກຕ້ອງກ່ຽວກັບການລະເວັ້ນສິ່ງມືນເມົາຕັ້ງແຕ່ຕົ້ນ ກໍ ບໍ່ມີຄວາມຈໍາເປັນຕ້ອງມີການປຸກລະດົມໃຫ້ຢັບຢັ້ງຊັ່ງໃຈໃນການບໍລິໂພກຂໍໃຫ້ຜູ້ທີ່ ເປັນບິດາມານດາອົບຮົມບຸດທິດາໃຫ້ຮູ້ຈັກລະເວັ້ນການດື່ມຂອງມືນເມົານັບຕັ້ງແຕ່ບຸດທິ ດາຂອງທ່ານຍັງຢູ່ໃນຄອບຄົວ ຫຼັກການທີ່ຖືກຕ້ອງທີ່ທ່ານທັງຫຼາຍສອນບຸດທິດາໃຫ້ປະ ຕິບັດຕັ້ງແຕ່ຍັງເປັນເດັກນ້ອຍ ກໍຈະບັນລຸຜົນສໍາເລັດໄດ້ {HM 334.2}ມແ 337.1

    ຜູ້ເປັນມານດາທັງຫຼາຍມີໜ້າທີ່ໃນການຊ່ວຍເຫຼືອບຸດທິດາຂອງຕົນເອງໃຫ້ສ້າງອຸ ປະນິດໄສທີ່ຖືກຕ້ອງແລະມີລົດສະນິຍົມທີ່ບໍລິສຸດ ຈົ່ງສອນເດັກນ້ອຍ ໃຫ້ຮູ້ຈັກເລື່ອງ ຂອງການບໍລິໂພກອາຫານແລະລັງກຽດສານກະຕຸ້ນຊະນິດຕ່າງໆ ຈົ່ງອົບຮົມລູກໆໃຫ້ມີ ກໍາລັງທາງສິນທໍາທີ່ເຂັ້ມແຂງເພື່ອຕໍ່ສູ້ກັບຄວາມຊົ່ວຮ້າຍຮອບຕົວເຂົາທັງຫຼາຍ ຈົ່ງສອນ ໃຫ້ລູກໆມີຄວາມໝັ້ນຄົງບໍ່ອ່ອນໄຫວຕາມການຊັກຈູງຂອງໝູ່ເພື່ອນ ແລະບໍ່ຍອມພ່າຍ ແພ້ຕໍ່ອິດທິພົນທີ່ມີອໍານາດ ແຕ່ຈະຕ້ອງຊັກຈູງຜູ້ອື່ນໃຫ້ເຮັດການດີ {HM 334.3}ມແ 337.2

    ມີຄວາມພະຍາຍາມຢ່າງຫຼວງຫຼາຍທີ່ທຸ່ມເທໄປເພື່ອຄວບຄຸມການປ່ອຍຕາມໃຈ ຕົນເອງໃນສິ່ງມືນເມົາ ແຕ່ເປັນຄວາມພະຍາຍາມທີ່ເຮັດໃຫ້ຖືກຈຸດ ຜູ້ທີ່ສະໜັບສະ ໜູນການປະຕິຮູບການບໍລິໂພກທີ່ບໍ່ຕາມໃຈຕົນເອງຄວນຄິດເຖິງໄພອັນຕະລາຍທີ່ເກີດ ຈາກການກິນອາຫານທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍ ເຄື່ອງປຸງແຕ່ງລົດຊາດອາຫານ ນໍ້າຊາ ແລະກາເຟ ເຮົາອ້ອນວອນຂໍການອວຍພຣະພອນຈາກພຣະເຈົ້າໃຫ້ຜູ້ປະຕິບັດງານດ້ານ ການລະເວັ້ນການຕາມໃຈຕົນເອງທັງຫຼາຍຈົ່ງເລັ່ງມືແລະເຊື້ອເຊີນເຂົາທັງຫຼາຍໄດ້ກວດ ສອບຢ່າງທ່ອງແທ້ເຖິງສາເຫດຂອງຄວາມຊົ່ວຮ້າຍທີ່ເຂົາທັງຫຼາຍກໍາລັງຕໍ່ສູ້ຢູ່ແລະມີ ຄວາມໝັ້ນໃຈວ່າຕົນເອງຍັງຢຶດໝັ້ນໜັກແໜ້ນຢູ່ໃນຫຼັກການຂອງການປະຕິຮູບນໍາ {HM 334.4}ມແ 337.3

    ເຮົາຕ້ອງສະແດງໃຫ້ຄົນທັງຫຼາຍເຫັນວ່າຄວາມສົມດຸນທີ່ເໝາະສົມຂອງກໍາລັງສະ ຕິປັນຍາແລະອໍານາດຝ່າຍສິນທໍານັ້ນຍ່ອມຂຶ້ນຢູ່ກັບສຸຂະພາບຝ່າຍກາຍເປັນສໍາຄັນ ຢາ ເສບຕິດໃຫ້ໂທດແລະສານກະຕຸ້ນທີ່ຜິດທໍາມະຊາດທຸກຊະນິດລ້ວນແຕ່ບັ່ນທອນສະ ພາບຮ່າງກາຍຈົນສົ່ງຜົນໃຫ້ສະຕິປັນຍາ ແລະສິນທໍາຈາລິຍະທໍາຕົກຕໍ່າລົງໄປນໍາ ການບໍ່ຮູ້ ຈັກການບັງຄັບໃຈຕົນເອງກາຍເປັນຮາກຖານຂອງຄວາມເສື່ອມທາງສິລະທໍາ ຈາລິຍະທໍາ ຂອງຊາວໂລກ ໂດຍການຕາມໃຈຄວາມຢາກໃນທາງທີ່ຜິດໆ ມະນຸດຈຶ່ງສູນເສຍອໍານາດ ທີ່ຈະຕໍ່ຕ້ານການທົດລອງ {HM 335.1}ມແ 337.4

    ຜູ້ປະຕິຮູບສຸຂະພາບໂດຍການລະເວັ້ນຂອງມືນເມົາມີວຽກຕ້ອງເຮັດໂດຍການ ໃຫ້ຄວາມຮູ້ແກ່ຄົນທັງຫຼາຍກ່ຽວກັບເລື່ອງນີ້ ຈົ່ງສອນໃຫ້ຄົນເຫຼົ່ານັ້ນໃຫ້ຮູ້ວ່າສຸຂະພາບ ອຸປະນິດໄສແລະແມ່ນກະທັ້ງຊີວິດຍ່ອມຕົກຢູ່ໃນອັນຕະລາຍ ຈາກການເສບສານກະຕຸ້ນ ຊຶ່ງຈະໄປເລັ່ງກໍາລັງເຫື່ອແຮງຂອງຮ່າງກາຍທີ່ອ່ອນລ້າຢູ່ນັ້ນໃຫ້ສາມາດເຮັດວຽກຂຶ້ນມາ ໃໝ່ຢ່າງໄວວາແບບຜິດປົກກະຕິແຕ່ກໍເປັນໄລຍະເວລາພຽງສັ້ນໆເທົ່ານັ້ນ {HM 335.2}ມແ 338.1

    ໃນເລື່ອງຂອງນໍ້າຊາ ກາເຟ ຢາສູບແລະເຄື່ອງດື່ມຜະສົມເອລກໍຮໍນັ້ນ ມີແນວທາງ ປະຕິບັດທີ່ປອດໄພແນວທາງດຽວຄື ການບໍ່ເສບ ບໍ່ລອງ ບໍ່ແຕະຕ້ອງຊາ ກາເຟແລະ ເຄື່ອງດື່ມທີ່ຄ້າຍກັນມີແນວໂນ້ມການອອກລິດໃນລັກສະນະດື່ມແລ້ວ ຍາກທີ່ຈະເລີກ ໄດ້ເຊັ່ນດຽວກັບຜູ້ທີ່ຕິດສຸລາທີ່ຕ້ອງການຈະເລີກ ຜູ້ທີ່ພະຍາຍາມຕັດຂາດຈາກສານກະ ຕຸ້ນເຫຼົ່ານີ້ ໃນຊ່ວງໄລຍະເວລາໜຶ່ງຈະຮູ້ສຶກຄືຂາດອັນໃດບາງຢ່າງແລະຮູ້ສຶກທໍລະມານ ເມື່ອບໍ່ໄດ້ເສບ ແຕ່ດ້ວຍຄວາມມຸ່ງໝັ້ນແລະອົດທົນ ເຂົາເຫຼົ່ານັ້ນກໍຈະສາມາດເອົາຊະ ນະຄວາມຢາກໄດ້ແລະບໍ່ຮູ້ສຶກວ່າບໍ່ຕ້ອງການສິ່ງເຫຼົ່ານີ້ອີກຕໍ່ໄປ ທໍາມະຊາດຂອງຮ່າງ ກາຍອາດຕ້ອງການເວລາຊ່ວງໜຶ່ງໃນການຟື້ນຟູຈາກສະພາບທີ່ຖືກຂົ່ມເຫງລັງແກຢ່າງ ໜັກໜ່ວງ ຫາກໄດ້ຮັບໂອກາດ ຮ່າງກາຍກໍຈະກັບຄືນມາຮຶດສູ້ອີກເທື່ອໜຶ່ງແລະຈໍາເປັນ ຕ້ອງອາໄສເວລາເພື່ອທີ່ຈະສາມາດພິກຟື້ນຕົວກັບມາເຮັດວຽກຢ່າງມີສັກສີແລະເປັນປົກ ກະຕິດັ່ງເດີມ {HM 335.3}ມແ 338.2

    *****