Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ບົດທີ 11 ການເຮັດວຽກເພື່ອຄົນ ທີ່ເສບສິ່ງເສບຕິດ

    ໃນທຸກການປະຕິຮູບທີ່ແທ້ຈິງນັ້ນລ້ວນແລ້ວແຕ່ມີບົດບາດໃນກິດຈະການດ້ານ ການປະກາດພຣະກຽດຕິຄຸນປະເສີດ ແລະມີສ່ວນຍົກລະດັບຈິດວິຍານໃຫ້ສູງຂຶ້ນສູ່ ຊີວິດໃໝ່ແລະໃນທາງດີງາມກວ່າເກົ່າ ໂດຍສະເພາະຢ່າງຍິ່ງການປະຕິຮູບໃນເລື່ອງຂອງ ການລະເວັ້ນຈາກການເສບສິ່ງທີ່ເປັນອັນຕະລາຍຕ່າງໆ ລ້ວນຕ້ອງການຄວາມຮ່ວມມື ຈາກຜູ້ປະຕິບັດງານທີ່ເປັນຄຣິດສະຕຽນ ພວກເຂົາຄວນຈະໃຫ້ຄວາມສົນໃຈແລະເຮັດ ໃຫ້ກິດຈະການດ້ານນີ້ເປັນປະເດັນໃນການດໍາເນີນຊີວິດ ໃນທຸກສະຖານທີ່ພວກເຂົາ ຄວນນໍາສະເໜີຕໍ່ປະຊາຊົນເຖິງຫຼັກການຂອງການປະມານຕົນທີ່ແທ້ຈິງແລະຮຽກຮ້ອງ ໃຫ້ຄົນເຫຼົ່ານັ້ນໄດ້ລົງນາມໃນຄໍາໝັ້ນສັນຍາທີ່ຈະລະເວັ້ນຈາກສິ່ງມຶນເມົາແລະສິ່ງເສບ ຕິດຕ່າງໆ ເຂົາຄວນມີຄວາມພຽນພະຍາຍາມຢ່າງຈິງຈັງທີ່ຈະໃຫ້ຄວາມຊ່ວຍເຫຼືອແກ່ຜູ້ ທີ່ຕົກເປັນທາດຂອງອຸປະນິດໄສອັນຊົ່ວຮ້າຍ {MH 171.1}ມແ 160.1

    ໃນທົ່ວທຸກຫົນທຸກແຫ່ງຕ່າງມີວຽກທີ່ຕ້ອງເຮັດສໍາລັບຄົນທັງຫຼາຍທີ່ຕົກຢູ່ໃນ ຄວາມຫຼົງລະເລິງຂອງສິ່ງເສບຕິດ ໃນທ່າມກາງຄຣິສຕະຈັກ ໜ່ວຍງານດ້ານສາສະໜາ ແລະຄອບຄົວຂອງຜູ້ທີ່ສະແດງຕົນວ່າເປັນຄຣິດສະຕຽນ ມີຄົນໜຸ່ມສາວຈໍານວນຫຼາຍທີ່ ໄດ້ເລືອກຫົນທາງທີ່ນໍາໄປສູ່ຄວາມພິນາດນີ້ເຂົາໄດ້ນໍາໂລກຮ້າຍມາສູ່ຕົນເອງດ້ວຍນິໄສທີ່ ຂາດການຢັບຢັ້ງຊັ່ງໃຈແລະດ້ວຍໃຈໂລບມາກຢາກໄດ້ເງິນທອງເພື່ອສະໜອງຄວາມມົວ ເມົາໃນສິ່ງຊົ່ວຮ້າຍ ຈຶ່ງເປັນເຫດທີ່ຊັກນໍາໄປສູ່ການກະທໍາທີ່ບໍ່ສັດຊື່ ສຸຂະພາບແລະອຸປະ ນິດໄສຂອງເຂົາຈຶ່ງໄດ້ເສື່ອມຊາມລົງ ເຫີນຫ່າງຈາກພຣະເຈົ້າ ຖືກສັງຄົມລັງກຽດ ຈິດວິນ ຍານທີ່ໜ້າສົງສານເຫຼົ່ານີ້ຕ່າງຮູ້ສຶກວ່າພວກເຂົາບໍ່ເຫຼືອຄວາມຫວັງໃດໃນຊີວິດນີ້ຫຼືຊີວິດ ໃນວັນຂ້າງໜ້າ ຈິດໃນຂອງຜູ້ເປັນບິດາມານດາຕ່າງຕ້ອງແຕກສະຫຼາຍ ມະນຸດຕ່າງເວົ້້າເຖິງ ຄົນທີ່ປະພຶດຜິດເຫຼົ່ານີ້ວ່າເປັນຄົນທີ່ສິ້ນຫວັງ ແຕ່ພຣະເຈົ້າບໍ່ໄດ້ຊົງຄິດວ່າພວກເຂົາເປັນ ເຊັ່ນນັ້ນ ພຣະອົງຊົງເຂົ້າພຣະໄທເຖິງສະຖານະການທຸກຢ່າງທີ່ເຮັດໃຫ້ພວກເຂົາຕ້ອງເປັນ ຢ່າງທີ່ເປັນ ແລະພຣະອົງຊົງທອດພຣະເນດພວກເຂົາດ້ວຍຄວາມເມດຕາສົງສານ ຄົນເຫຼົ່າ ນີ້ເປັນພວກທີ່ຕ້ອງການຄວາມຊ່ວຍເຫຼືອ ດັ່ງນັ້ນຈຶ່ງເຮັດໃຫ້ພວກເຂົາເວົ້າໄດ້ວ່າ ບໍ່ມີໃຜ ເອົາໃຈໃສ່ຕໍ່ຈິດວິນຍານຂອງຂ້ອຍເລີຍ {MH 171.2}ມແ 160.2

    ໃນບັນດາຜູ້ທີ່ຕົກເປັນທາດຂອງສິ່ງເສບຕິດນັ້ນເປັນຜູ້ທີ່ມາຈາກທຸກຊົນຊັ້ນແລະ ທຸກສາຂາອາຊີບ ຄົນຈາກຕະກຸນສູງ ຄົນມີຄວາມສາມາດທີ່ໂດ່ງດັງ ຜູ້ປະສົບຄວາມ ສໍາເລັດອັນຍິ່ງໃຫຍ່ ຕ່າງໄດ້ປ່ອຍຕົວປ່ອຍໃຈຕາມຄວາມຢາກຈົນໃນທີ່ສຸດກໍໝົດສິ້ນ ຫົນທາງທີ່ຈະຕໍ່ຕ້ານຕໍ່ການທົດລອງໄດ້ ບາງຄົນຄັ້ງໜຶ່ງເຄີຍເປັນຜູ້ທີ່ມີຊັບສົມບັດຮັ່ງມີ ແຕ່ບັດນີ້ພວກເຂົາກັບກາຍເປັນຄົນບໍ່ມີບ້ານ ບໍ່ມີມິດສະຫາຍຕ້ອງທົນທຸກທໍລະມານ ລົ້ມ ເຈັບ ປ່ວຍເປັນໂລກແລະມີຊີວິດທີ່ຕົກຕໍ່າ ພວກເຂົາໄດ້ສູນເສຍຄວາມສາມາດໃນການ ຄວບຄຸມຕົນເອງໄປ ຖ້າບໍ່ມີໃຜຍື່ນມືເຂົ້າໄປໃຫ້ຄວາມຊ່ວຍເຫຼືອແລ້ວ ພວກເຂົາຍິ່ງຈະ ຈົມລົງເລິກໄປຕະຫຼອດ ການປ່ອຍຕາມໃຈຕົວເອງເຊັ່ນນີ້ ບໍ່ໄດ້ເປັນພຽງຄວາມຜິດ ບາບໃນດ້ານສິນລະທໍາເທົ່ານັ້ນ ແຕ່ຍັງສົ່ງຜົນໃຫ້ຮ່າງກາຍຕ້ອງເຈັບປ່ວຍເປັນໂລກຮ້າຍ ອີກດ້ວຍ {MH 172.1}ມແ 161.1

    ຫຼາຍຄັ້ງໃນການຊ່ວຍເຫຼືອຜູ້ທີ່ເສບສິ່ງເສບຕິດນັ້ນ ເຮົາຕ້ອງເຮັດເຊັ່ນດຽວກັບສິ່ງ ທີ່ພຣະຄຣິດຊົງປະຕິບັດຢູ່ສະເໝີ ຄືການເອົາໃຈໃສ່ດູແລສຸຂະພາບຮ່າງກາຍຂອງເຂົາ ເສຍກ່ອນ ພວກເຂົາຕ້ອງການອາຫານແລະເຄື່ອງດື່ມທີ່ພຽງພໍທີ່ບໍ່ມີລິດກະຕຸ້ນຕໍ່ຮ່າງກາຍ ພວກເຂົາຕ້ອງການເສື້ອຜ້າທີ່ສະອາດແລະຕ້ອງການການຮັກສາຮ່າງກາຍໃຫ້ສະອາດໝົດ ຈົດ ພວກເຂົາຈໍາເປັນຕ້ອງຢູ່ໃນບັນຍາກາດແວດລ້ອມທີ່ເຕັມໄປດ້ວຍອິດທິພົນຂອງຜູ້ທີ່ ເປັນຄຣິດສະຕຽນທີ່ຄອຍໃຫ້ຄວາມຊ່ວຍເຫຼືອແລະຍົກຊູຈິດວິນຍານຂອງພວກເຂົາໃຫ້ ສູງຂຶ້ນ ໃນທຸກເມືອງຄວນຈະມີການຈັດຫາສະຖານທີ່ສໍາລັບຊ່ວຍເຫຼືອຜູ້ທີ່ຕົກເປັນທາດ ຂອງອຸປະນິດໄສທີ່ຊົ່ວຮ້າຍ ເພື່ອທີ່ພວກເຂົາຈະໄດ້ຫຼຸດພົ້ນຈາກໂສ້ຕວນທີ່ໄດ້ພັນທະນາ ການພວກເຂົາໄວ້ຫຼາຍຄົນຄິດວ່າເຄື່ອງດື່ມມຶນເມົາເປັນສິ່ງດຽວທີ່ຈະຊ່ວຍບັນເທົາຄວາມ ທຸກຍາກຂອງເຂົາໄດ້ ແຕ່ຄວາມເປັນຈິງແລ້ວບໍ່ຈໍາເປັນທີ່ຈະຕ້ອງເປັນເຊັ່ນນັ້ນ ຫາກຄຣິດ ສະຕຽນຈະໄດ້ເຮັດຕາມແບບຢ່າງຂອງຊາວສະມາເລຍຜູ້ໃຈດີ ແທນທີ່ຈະປະພຶດຕາມ ແບບຢ່າງພວກປູໂລຫິດແລະພວກເລວີ {MH 172.2}ມແ 161.2

    ໃນການຮັບມືກັບຜູ້ທີ່ຕົກເປັນທາດຂອງສິ່ງເສບຕິດນັ້ນ ເຮົາຕ້ອງຈື່ໄວ້ສະເໝີວ່າ ເຮົາບໍ່ໄດ້ກໍາລັງຮັບມືກັບຄົນທີ່ມີສະຕິເປັນປົກກະຕິ ແຕ່ກັບຜູ້ຊຶ່ງກໍາລັງຕົກຢູ່ພາຍໃຕ້ອໍາ ນາດຂອງມານຮ້າຍເຮົາຈຶ່ງຄວນຈະມີຄວາມອົດທົນແລະອົດກັ້ນ ຢ່າງຄິດເຖິງຮູບຮ່າງໜ້າ ຕາ ທີ່ເບິ່ງໜ້າລັງກຽດ ໜ້າຢ້ານແລະເບິ່ງເປັນອັນຕະລາຍ ແຕ່ຄິດເຖິງຊີວິດອັນມີຄ່າທີ່ ພຣະຄຣິດໄດ້ຊົງຍອມວາຍພຣະຊົນເພື່ອໄຖ່ພວກເຂົາໃຫ້ໄດ້ຮັບຄວາມລອດ ເມື່ອຄົນ ທີ່ເມົາມາຍດ້ວຍລິດຂອງສຸລາໄດ້ຟື້ນຕື່ນຂຶ້ນມາມີສະຕິ ແລະສໍານຶກໄດ້ເຖິງຄວາມເສື່ອມ ຊາມຂອງຕົນເອງ ຈົ່ງໃຊ້ຄວາມພະຍາຍາມຢ່າງສຸດຄວາມສາມາດຂອງທ່ານທີ່ຈະສະແດງ ໃຫ້ເຂົາເຫັນວ່າທ່ານເປັນມິດກັບເຂົາ ຈົ່ງຢ່າກ່າວຄໍາໃດໆຕໍ່ເຂົາ ຢ່າສະແດງກິລິຍາທ່າທາງ ຫຼືການກະທໍາທີ່ສະແດງໃຫ້ເຫັນເຖິງການຕໍານິຕິຕຽນຫຼືຄວາມລັງກຽດ ຈິດວິນຍານທີ່ ໜ້າສົງສານເຫຼົ່ານີ້ຍ່ອມສະແຊ່ງດ່າຕົວຂອງເຂົາເອງຢູ່ແລ້ວ ຈົ່ງຊ່ວຍພະຍຸງເຂົາໃຫ້ໄດ້ລຸກ ຂຶ້ນ ຈົ່ງກ່າວຖ້ອຍຄໍາທີ່ຊ່ວຍປອບໃຈໃຫ້ເຂົາໄດ້ມີຄວາມເຊື່ອ ຈົ່ງພະຍາຍາມຊ່ວຍ ເສີມສ້າງທຸກຄຸນສົມບັດທີ່ດີທີ່ມີຢູ່ໃນອຸປະນິດໄສຂອງເຂົາ ຈົ່ງຊ່ວຍສອນເຂົາໃຫ້ໄຝ່ສູງ ຈົ່ງສະແດງໃຫ້ເຂົາເຫັນວ່າເຂົາສາມາດດໍາເນີນຊີວິດເພື່ອຊະນະການຍອມຮັບນັບຖືຈາກ ເພື່ອນມະນຸດດ້ວຍກັນໄດ້ ຈົ່ງຊ່ວຍໃຫ້ເຂົາໄດ້ເຫັນເຖິງຄຸນຄ່າຂອງກໍາລັງຄວາມສາມາດ ທີ່ພຣະເຈົ້າໄດ້ຊົງປະທານໃຫ້ແກ່ເຂົາ ແຕ່ເຂົາໄດ້ເມີນເສີຍລະເລີຍທີ່ຈະປັບປຸງພັດທະນາ {MH 172.3}ມແ 162.1

    ເຖິງແມ່ນວ່າຄວາມຕັ້ງໃຈຂອງເຂົາຈະອ່ອນແອແລະເສື່ອມຊາມໄປ ແຕ່ສໍາລັບຕົວ ເຂົາແລ້ວຍັງມີຄວາມຫວັງໃນພຣະຄຣິດເຫຼືອຢູ່ ພຣະອົງຈະຊົງປຸງຈິດໃຈຂອງເຂົາໃຫ້ມີ ຄວາມປາຖະໜາໃນສິ່ງທີ່ບໍລິສຸດແລະສູງສົ່ງຍິ່ງຂຶ້ນ ຈົ່ງຊ່ວຍໜູນຈິດໃຈຂອງເຂົາໄດ້ຢຶດ ໝັ້ນໃນຄວາມຫວັງຊຶ່ງມີຢູ່ຕໍ່ໜ້າໃນພຣະກຽດຕິຄຸນປະເສີດ ຈົ່ງເປີດພຣະຄໍາພີໄວ້ຕໍ່ໜ້າ ຜູ້ທີ່ຖືກທົດລອງແລະຜູ້ທີ່ກໍາລັງດິ້ນລົນຕໍ່ສູ້ໃນຊີວິດ ແລ້ວອ່ານພຣະສັນຍາຂອງພຣະເຈົ້າ ໃຫ້ເຂົາໄດ້ຟັງຊໍ້າແລ້ວຊໍ້າອີກ ພຣະສັນຍາເຫຼົ່ານີ້ຈະເປັນດັ່ງໃບຕົ້ນໄມ້ແຫ່ງຊີວິດ ຈົ່ງ ພຽນພະຍາຍາມຕໍ່ໄປດ້ວຍຄວາມອົດທົນ ຈົນກວ່າມືອັນສັ່ນນັ້ນຈະຢຶດເອົາຄວາມຫວັງ ແຫ່ງການຊ່ວຍໃຫ້ລອດໂດຍທາງພຣະຄຣິດໄວ້ໃຫ້ໝັ້ນດ້ວຍຄວາມຮູ້ສຶກອັນປິຕິຍິນດີ ໃນພຣະມະຫາກະລຸນາທິຄຸນຂອງພຣະອົງ {MH 173.1}ມແ 162.2

    ທ່ານຕ້ອງພະຍາຍາມຢຶດແໜ້ນກັບຜູ້ທີ່ທ່ານກໍາລັງໃຫ້ການຊ່ວຍເຫຼືອ ບໍ່ດັ່ງນັ້ນ ແລ້ວທ່ານກໍຈະບໍ່ມີມື້ທີ່ຈະໄດ້ຮັບໄຊຊະນະ ພວກເຂົາຈະຖືກທົດລອງໃຫ້ເຮັດຄວາມ ຊົ່ວຮ້າຍຢູ່ເລື້ອຍໆ ຫຼາຍຄັ້ງຫຼາຍຄາວທີ່ພວກເຂົາເກືອບຈະພ່າຍແພ້ຕໍ່ຄວາມຢາກດື່ມ ຢາກເສບ ເຂົາອາດລົ້ມລຸກຄຸກຄານຢູ່ຫຼາຍຄັ້ງຫຼາຍຄາວ ແຕ່ຈົ່ງຢ່າຢຸດຕິຄວາມພະຍາຍາມ ຂອງທ່ານເພາະເຫດຜົນເຫຼົ່ານີ້ {MH 173.2}ມແ 163.1

    ພວກເຂົາໄດ້ຕັດສິນໃຈແລ້ວທີ່ຈະພະຍາຍາມມີຊີວິດຢູ່ເພື່ອພຣະຄຣິດ ແຕ່ອໍາ ນາດໃນຈິດໃຈຂອງພວກເຂົາໄດ້ອ່ອນແອລົງ ແລະພວກເຂົາຕ້ອງໄດ້ຮັບການພິທັກຈາກ ຜູ້ທີ່ຄອຍເອົາໃຈໃສ່ຈິດວິນຍານຂອງພວກເຂົາທີ່ຕ້ອງກ່າວລາຍງານນັ້ນຕໍ່ພຣະເຈົ້າ ຄົນ ເຫຼົ່ານີ້ໄດ້ສູນເສຍຄວາມເປັນມະນຸດໄປແລະພວກເຂົາຕ້ອງນໍາມັນກັບມາໃຫ້ໄດ້ ຫຼາຍຄົນ ຕ້ອງດິ້ນລົ້ນຕໍ່ສູ້ກັບຄວາມໄຝ່ຝັນໃນຄວາມຊົ່ວຮ້າຍທີ່ຖ່າຍທອດມາທາງສາຍເລືອດ ຄວາມປາຖະໜາທີ່ຜິດທໍາມະຊາດແລະຕັນຫາອັນເປັນຜົນມາຈາກພັນທຸກໍາທີ່ມີມາແຕ່ ກໍາເນີດ ເຮົາຕ້ອງປົກປ້ອງສິ່ງເຫຼົ່ານີ້ທັງຈາກພາຍໃນແລະພາຍນອກ ຄວາມດີແລະຄວາມ ຊົ່ວຮ້າຍຕ່າງກໍາລັງຕໍ່ສູ້ກັນເພື່ອທີ່ຈະໄດ້ຮັບໄຊຊະນະ ຜູ້ທີ່ບໍ່ເຄີຍຜ່ານປະສົບການເຫຼົ່ານີ້ ມາກ່ອນຍ່ອມບໍ່ອາດຮູ້ຊຶ້ງເຖິງອໍານາດຂອງຄວາມຢາກທີ່ຄອຍຄອບງໍາ ຫຼືຄວາມຮຸນແຮງ ຂອງການຕໍ່ສູ້ລະຫວ່າງນິດໄສທີ່ມັກຕາມໃຈຕົນເອງແລະຄວາມມຸ້ງໝັ້ນທີ່ຈະຄອຍຄວບ ຄຸມຕົນເອງໃນທຸກໆສິ່ງ ຫຼາຍຄັ້ງຫຼາຍຄາວທີ່ສົງຄາມເຊັ່ນນີ້ຕ້ອງຕໍ່ສູ້ກັນ {MH 173.3}ມແ 163.2

    ຫຼາຍຄົນທີ່ໄດ້ຮັບການຊັກນໍາໃຫ້ເຂົ້າມາຫາພຣະຄຣິດແລ້ວນັ້ນ ຈະຍັງບໍ່ມີຄວາມ ເຂັ້ມແຂງດ້ານຄຸນນະທໍາພໍທີ່ຈະຢືນຕໍ່ສູ້ກັບຄວາມຢາກແລະກິເຫຼດຕັນຫາ ແຕ່ຜູ້ຮັບໃຊ້ ຂອງພຣະເຈົ້າຕ້ອງບໍ່ທໍ້ຖອຍເພາະສິ່ງນີ້ ແມ່ນບໍ່ທີ່ມີແຕ່ສະເພາະຄົນທີ່ໄດ້ຮັບການຊ່ວຍ ເຫຼືອໃຫ້ລອດພົ້ນຈາກບ້ວງແຮ້ວທີ່ເລິກທີ່ສຸດທີ່ຈະພະລາດມື່ນລົງໄປອີກ {MH 173.4}ມແ 163.3

    ຈົ່ງຈື່ໄວ້ວ່າທ່ານບໍ່ໄດ້ເຮັດວຽກແຕ່ພຽງລໍາພັງ ເຫຼົ່າທູດສະຫວັນຜູ້ຄອຍໃຫ້ຄວາມ ຊ່ວຍເຫຼືອຈະຮ່ວມມືກັບບຸດຊາຍຍິງທັງຫຼາຍຂອງພຣະເຈົ້າທີ່ມີຈິດໃຈແນວແນ່ໃນການ ປະຕິບັດຮັບໃຊ້ແລະພຣະຄຣິດຈະຊົງເປັນຜູ້ຟື້ນຟູພຣະຄຣິດຜູ້ຊົງເປັນແພດຜູ້ປະເສີດຊົງ ປະທັບຢືນຢູ່ຄຽງຂ້າງກັບຜູ້ຮັບໃຊ້ທີ່ຊື່ສັດຂອງພຣະອົງ ແລະບອກກັບຜູ້ທີ່ກັບໃຈໃໝ່ວ່າ “ລູກເອີຍ ບາບຂອງເຈົ້າໄດ້ຮັບອະໄພແລ້ວ” ມາລະໂກ 2:5 {MH 174.1}ມແ 164.1

    ຫຼາຍຄົນທີ່ຖືກສັງຄົມລັງກຽດຈະຢຶດເອົາຄວາມຫວັງໃນພຣະກຽດຕິຄຸນປະເສີດ ທີ່ຢູ່ຕໍ່ໜ້າພວກເຂົາໄວ້ ແລະຍ່ອມຈະໄດ້ເຂົ້າໄປໃນລາຊະອານາຈັກແຫ່ງສະຫວັນ ໃນ ຂະນະທີ່ຄົນອື່ນໆທີ່ໄດ້ຮັບພຣະພອນພ້ອມກັບໂອກາດແລະແສງສະຫວ່າງອັນຍິ່ງໃຫຍ່ ຊຶ່ງພວກເຂົາບໍ່ໄດ້ປັບປຸງໃຫ້ດີຂຶ້ນຈະກັບຖືກປະໄວ້ພາຍນອກທີ່ມີແຕ່ຄວາມມືດມິດ {MH 174.2}ມແ 164.2

    ເຫຍື່ອທັງຫຼາຍຂອງນິດໄສທີ່ຊົ່ວຮ້າຍຈະຕ້ອງຖືກປຸກໃຫ້ຕື່ນຂຶ້ນດ້ວຍຄວາມຈໍາ ເປັນເພື່ອສ້າງຄວາມພະຍາຍາມສໍາລັບຕົວພວກເຂົາເອງຄົນອື່ນອາດໃຊ້ຄວາມພະຍາຍາມ ຢ່າງເຕັມທີ່ເພື່ອຊ່ວຍຍົກຊູຈິດວິນຍານຂອງພວກເຂົາ ພຣະຄຸນຂອງພຣະອົງອາດຖືກ ປະທານໃຫ້ພວກເຂົາໂດຍບໍ່ຕ້ອງຈ່າຍລາຄາ ພຣະຄຣິດອາດອະທິຖານເພື່ອ ທູດສະຫວັນ ຂອງພຣະອົງອາດຈະຄອຍປະຕິບັດຮັບໃຊ້ແຕ່ທັງໝົດນີ້ຍ່ອມບໍ່ມີຄວາມໝາຍນອກຈາກ ວ່າພວກເຂົາຕ້ອງຖືກປຸກໃຫ້ຕື່ນຂຶ້ນມາຕໍ່ສູ້ກັບເສິກນີ້ເພື່ອຕົວຂອງພວກເຂົາເອງ {MH 174.3}ມແ 164.3

    ຖ້ອຍຄໍາສຸດທ້າຍທີ່ກະສັດດາວິດໄດ້ບອກແກ່ໂຊໂລມອນຊຶ່ງຂະນະນັ້ນຍັງເປັນ ໜຸ່ມແລະກໍາລັງຈະໄດ້ຮັບການສວມມຸງກຸດເພື່ອຄອບຄອງອິດສະລະເອນມີໃຈຄວາມວ່າ “ຈົ່ງເຂັ້ມແຂງແລະສະແດງຕົວຂອງເຈົ້າໃຫ້ເປັນລູກຜູ້ຊາຍ” 1 ພົງກະສັດ 2: 2 ສໍາ ລັບທາຍາດຂອງມະນຸດຊາດທຸກຄົນທີ່ຫວັງຈະໄດ້ສວມມຸງກຸດແຫ່ງຊີວິດນິລັນກໍຕ້ອງພັງ ຖ້ອຍຄໍາເສີມແຮງບັນດານໃຈດັ່ງນີ້ ຈົ່ງເຂັ້ມແຂງແລະສະແດງຕົວຂອງເຈົ້າວ່າເປັນລູກຜູ້ ຊາຍ {MH 174.4}ມແ 164.4

    ຜູ້ທີ່ມັກຕາມໃຈຕົນເອງຕ້ອງໄດ້ຮັບການຊັກຈູງໃຫ້ເຫັນແລະຮູ້ຕົວວ່າການປັບປຸງ ຢ່າງເຂັ້ມງວດດ້ານຈາລິຍາທໍານັ້ນຈໍາເປັນຫຼາຍຖ້າຫາກພວກເຂົາປາຖະໜາທີ່ຈະເຮັດຕົວ ໃຫ້ສົມກັບການເປັນມະນຸດ ພຣະເຈົ້າຊົງເອີ້ນພວກເຂົາໃຫ້ຕື່ນຕົວແລະອາໄສກໍາລັງຂອງ ພຣະຄຣິດ ພວກເຂົາຍ່ອມສາມາດຈະຊະນະແລະທວງຄວາມເປັນບຸລຸດທີ່ພຣະເຈົ້າຊົງ ປະທານໃຫ້ແຕ່ພວກເຂົາໄດ້ປະຖິ້ມໄປໂດຍການປ່ອຍຕົວໃຫ້ກັບຄວາມຊົ່ວຮ້າຍໄດ້ກັບ ຄືນມາ {M174.5}ມແ 164.5

    ການຮູ້ສຶກເຖິງອໍານາດອັນໂຫດຮ້າຍຂອງການທົດລອງ ແລະແຮງຈູງໃຈຂອງ ຄວາມຢາກທີ່ນໍາພາໄປສູ່ການປ່ອຍຕົວຕາມໃຈຕົນເອງ ຫຼາຍຄົນໄດ້ພາກັນຮ້ອງຂຶ້ນມາ ດ້ວຍຄວາມສິ້ນຫວັງວ່າ ” ຂ້າພະເຈົ້າບໍ່ສາມາດຕໍ່ຕ້ານຄວາມຊົ່ວຮ້າຍໄດ້ ” ຈົ່ງບອກເຂົາ ຕ້ອງຕໍ່ຕ້ານໃຫ້ໄດ້ ເຂົາອາດອ່ອນແອດ້ານສິນທໍາ ຖືກຄວບຄຸມໂດຍນິດໄສຂອງ ຊີວິດທີ່ຜິດບາບ ຄໍາສັນຍາແລະການຕັດສິນໃຈແກ້ໄຂປັນຫາຂອງເຂົາອາດເປັນເຊືອກທີ່ ຖັກດ້ວຍເມັດຊາຍ ການຮູ້ຕົວເຖິງຄໍາສັນຍາທີ່ເຂົາບໍ່ໄດ້ຮັກສາແລະການຕັດສິນໃຈທີ່ ຖືກຖອນຄືນ ໄດ້ບັ່ນທອນຄວາມໝັ້ນໃຈໃນຄວາມຈິງໃຈຂອງເຂົາແລະເຮັດໃຫ້ເຂົາຮູ້ ສຶກວ່າພຣະເຈົ້າຊົງບໍ່ຍອມຮັບເຂົາຫຼືຮ່ວມມືກັບຄວາມພະຍາຍາມຂອງເຂົາ ແຕ່ເຂົາບໍ່ຈໍາ ເປັນຕ້ອງໝົດສິ້ນຫວັງ {MH 174.6}ມແ 165.1

    ຄົນທັງຫຼາຍທີ່ໄດ້ວາງໃຈໃນພຣະຄຣິດຈະບໍ່ຕົກເປັນທາດຂອງອຸປະນິດໄສທີ່ຊົ່ວ ຮ້າຍຫຼືຄວາມໂນ້ມອ່ຽງໃນນິໄສທີ່ຖ່າບທອດມາທາງສາຍເລືອດ ຫຼືທີ່ຖືກປູກຝັງຂຶ້ນມາ ແທນທີ່ຈະຖືກອໍານາດຝ່າຍຕໍ່າພັນທະນາການ ພວກເຂົາຈະຕ້ອງເປັນຜູ້ຄວບຄຸມທຸກໆ ຄວາມຢາກແລະກິເຫຼດຕັນຫາ ພຣະເຈົ້າບໍ່ຊົງປະຖິ້ມເຮົາໃຫ້ຕໍ່ສູ້ກັບຄວາມຊົ່ວຮ້າຍດ້ວຍ ກໍາລັງອັນຈໍາກັດຂອງເຮົາເອງ ບໍ່ວ່າຈະເປັນແຮງຝັກໄຝ່ໃນທາງທີ່ຜິດທີ່ໄດ້ຮັບມາຈາກ ທາງສາຍເລືອດຫຼືຈາກການປູກຝັງຂຶ້ນ ເຮົາສາມາດເອົາຊະນະເໜືອສິ່ງເຫຼົ່ານີ້ໄດ້ ດ້ວຍລິດ ອໍານາດຊຶ່ງພຣະອົງຊົງພ້ອມທີ່ຈະປະທານໃຫ້ແກ່ເຮົາ {MH 175.1}ມແ 165.2

    Larger font
    Smaller font
    Copy
    Print
    Contents