Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ແພດແລະວຽກງານດ້ານການລະເວັ້ນຈາກສິ່ວທີ່ເປັນອັນຕະລາຍ

    ຫຼາຍຄົນທີ່ເຂົ້າມາຢູ່ພາຍໃຕ້ການດູແລຂອງແພດໄດ້ທໍາລາຍຈິດວິນຍານແລະຮ່າງ ກາຍຈົນເສື່ອມໂຊມຫຼາຍແລ້ວໂດຍການບໍລິໂພກຢາສູບຫຼືເຄື່ອງດື່ມມຶນເມົາ ແພດທີ່ຊື່ ສັດຕໍ່ຄວາມຮັບຜິດຊອບຂອງຕົນເອງຕ້ອງຊີ້ໃຫ້ຜູ້ປ່ວຍເຫຼົ່ານີ້ເຫັນເຖິງຕົ້ນເຫດຄວາມ ເຈັບປ່ວຍຂອງເຂົາ ແຕ່ຖ້າຕົວເຂົາເອງກໍຍັງສູບຢາຫຼືດື່ມສິ່ງມຶນເມົາແລ້ວ ຄໍາເວົ້າຂອງ ເຂົາຈະມີນໍ້າໜັກອັນໃດ ໂດຍເຫດທີ່ເຂົາກໍຮູ້ຕົວເອງວ່າໄດ້ປ່ອຍຕົວອອກຈາກການມົວ ເມົາໃນສິ່ງທີ່ຊົ່ວຮ້າຍ ເຂົາຈະບໍ່ລັງເລທີ່ຈະຊີ້ໃຫ້ຄົນໄຂ້ໄດ້ເຫັນເຖິງສິ່ງທີ່ເປັນອັນຕະລາຍ ໃນຊີວິດຂອງພວກເຂົາບໍ່ ຖ້າຫາກແພດເອງຍັງເສບສິ່ງເຫຼົ່ານີ້ແລ້ວ ເຂົາຈະຊັກນໍາໃຫ້ຄົນ ໜຸ່ມສາວເຫັນເຖິງຜົນຮ້າຍຂອງມັນໄດ້ຢ່າງໃດ {HM 133.3}ມແ 115.1

    ແພດຈະຢືນຢູ່ໃນສັງຄົມເປັນແບບຢ່າງຂອງຄວາມບໍລິສຸດແລະການຄວບຄຸມຕົນ ເອງໄດ້ຢ່າງໃດ ເຂົາຈະເປັນຄົນທີ່ເຮັດວຽກໃຫ້ບັງເພີດຜົນໃນການລະເວັ້ນຈາກສິ່ງທີ່ເປັນ ອັນຕະລາຍໄດ້ຢ່າງໃດ ໃນເມື່ອຕົວເຂົາເອງກໍຍັງປ່ອຍຕົວຕາມໃຈຢູ່ກັບນິໄສທີ່ຊົ່ວຮ້າຍ ຢູ່ເຂົາຈະໃຫ້ການຮັກສາພະຍາບານຢູ່ທີ່ຂ້າງຕຽງຂອງຄົນໄຂ້ແລະຜູ້ທີ່ກໍາລັງຈະຕາຍໂດຍ ເປັນທີ່ຍອມຮັບໄດ້ຢ່າງນັ້ນບໍ່ ໃນເມື່ອລົມຫາຍໃຈຂອງເຂົາກໍຍັງເປັນທີ່ໜ້າລັງກຽດດ້ວຍ ກິ່ນຂອງສຸລາແລະຢາສູບ {HM 134.1}ມແ 115.2

    ເມື່ອໃດທີ່ແພດຍັງເຮັດໃຫ້ລະບົບປະສາດແລະສະໝອງຂອງຕົວເອງຕ້ອງຂຸ່ນມົວ ແລະຜິດປົກກະຕິດ້ວຍການໃຊ້ສານເສບຕິດ ເຂົາຈະຍັງຄົງຊື່ສັດຕໍ່ການໄດ້ຮັບຄວາມໄວ້ ວາງໃຈໃນຖານະແພດຜູ້ມີຄວາມສາມາດໄດ້ຢ່າງໃດເຂົາຄົງຈະບໍ່ຢູ່ໃນສະພາບທີ່ຈະວິນິດ ໄສໄດ້ຢ່າງໄວວາແລະເຮັດການດໍາເນີນການໄດ້ຢ່າງຖືກຕ້ອງແນ່ນອນ {HM 134.2}ມແ 115.3

    ຫາກເຂົາບໍ່ໄດ້ປະຕິບັດຕາມບົດບັນຍັດຕ່າງໆທີ່ຄວບຄຸມຕົວຂອງເຂົາເອງ ຫາກ ເຂົາເລືອກທີ່ຈະສະໜອງຄວາມຢາກຂອງເຂົາເອງເໜືອສຸຂະພາບຂອງຮ່າງກາຍແລະຈິດ ໃຈເຊັ່ນນີ້ແລ້ວ ເຂົາບໍ່ໄດ້ປະກາດຕົວເອງບໍ່ວ່າເປັນຜູ້ທີ່ບໍ່ສົມຄວນໄດ້ຮັບຄວາມໄວ້ວາງ ໃຈໃນໜ້າທີ່ຮັບຜິດຊອບໃນການດູແລຕໍ່ຊີວິດຂອງມະນຸດ {HM 134.3}ມແ 115.4

    ບໍ່ວ່າແພດຈະມີຄວາມສາມາດຫຼືມີຄວາມຊື່ສັດໃນໜ້າທີ່ຫຼາຍພຽງໃດ ໃນປະສົບ ການຂອງເຂົາຍັງມີເຫດການທໍ້ຖອຍໃຈແລະຄວາມຫຼົ້ມເຫຼວຫຼາຍໃນອະດີດໃຫ້ເຫັນຢູ່ ຫຼາຍຄັ້ງຜົນງານຂອງເຂົາບໍ່ໄດ້ບັນລຸຜົນສໍາເລັດຕາມທີ່ເຂົາຄາດຫວັງ ເຖິງແມ່ນວ່າຄົນໄຂ້ ຂອງເຂົາຈະກັບມີສຸຂະພາບຫາຍເປັນປົກກະຕິແລ້ວກໍຕາມ ແຕ່ສິ່ງນີ້ກໍອາດຈະບໍ່ໄດ້ເປັນ ປະໂຫຍດຕໍ່ຕົວຄົນໄຂ້ເອງ ຫຼືຕໍ່ໂລກໄດ້ຢ່າງແທ້ຈິງ ຫຼາຍຄົນທີ່ຫາຍຈາກຄວາມເຈັບປ່ວຍ ພຽງເພື່ອຈະຫວນກັບໄປປ່ອຍຕົວມົວເມົາໃນສິ່ງທີ່ຊົ່ວຮ້າຍຊຶ່ງເຮັດໃຫ້ໂລກໄພກັບເກີດ ຂຶ້ນມາອີກຍ້ອນຄວາມກະຫາຍຢາກແບບເດີມໆ ພວກເຂົາຖະຫຼາລົງສູ່ວົງໂຄຈອນຂອງ ຄວາມໂງ່ງ່າວແລະການປ່ອຍຕົວຕາມໃຈຕົນເອງອີກເທື່ອໃໝ່ ວຽກທີ່ແພດໄດ້ເຮັດເພື່ອ ຄົນເຫຼົ່ານີ້ຈຶ່ງເບິ່ງຄືວ່າເປັນຄວາມພະຍາຍາມທີ່ສູນເສຍໄປເປົ່າ {HM 134.4}ມແ 116.1

    ພຣະຄຣິດກໍຊົງປະສົບເຫດການຢ່າງດຽວກັນ ແຕ່ເຖິງປານນັ້ນພຣະອົງກໍບໍ່ໄດ້ຊົງ ປະລະຄວາມພາກພຽນເພື່ອຈິດວິນຍານທີ່ຕ້ອງທົນທຸກທໍລະມານແມ່ນແຕ່ດວງດຽວ ໃນ ຈໍານວນຄົນທີ່ເປັນໂລກເຮື້ອນສິບຄົນທີ່ໄດ້ຮັບການຮັກສາໃຫ້ຫາຍມີພຽງຄົນດຽວເທົ່າ ນັ້ນທີ່ສໍານຶກໃນພຣະມະຫາກະລຸນາທິຄຸນຈາກຂອງປະທານທີ່ໄດ້ຮັບເຂົາເປັນຄົນຕ່າງ ຊາດແລະເປັນຄົນຊາວສະມາເລຍ ເພື່ອເຫັນແກ່ຄົນທີ່ເປັນໂລກເຮື້ອນນັ້ນ ພຣະຄຣິດຊົງ ຮັກສາພວກເຂົາທັງສິບຄົນໃຫ້ຫາຍ ຫາກແພດບໍ່ໄດ້ຮັບຄວາມສໍາເລັດຫຼາຍໄປກວ່າພຣະ ຜູ້ຊ່ວຍໃຫ້ລອດແລ້ວ ກໍຂໍໃຫ້ເຂົາໄດ້ຮຽນບົດຮຽນຈາກພຣະເຈົ້າຜູ້ຊົງເປັນນາຍແພດ ໃຫຍ່ມີຄໍາຂຽນເຖິງພຣະຄຣິດໄວ້ວ່າ “ທ່ານຈະບໍ່ຫຼົ້ມເຫຼວຫຼືທໍ້ແທ້” “ທ່ານຈະເຫັນຜົນ ແຫ່ງຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານແລະພໍໃຈ ” ເອສະຢາ 42: 4 53: 11 {HM 134.5}ມແ 116.2

    ຫາກມີຈິດວິນຍານພຽງດວງດຽວທີ່ຈະຍອມຮັບຂ່າວປະເສີດແຫ່ງພຣະຄຸນ ພຣະ ຄຣິດກໍຈະຊົງຍອມສະໝັກພຣະໄທທີ່ຈະດໍາລົງພຣະຊົນດ້ວຍຄວາມທຸກທໍລະມານ ແລະອັບປະຍົດຈົນເຖິງຄວາມມໍລະນາຢ່າງໜ້າອັບອາຍເພື່ອຈິດວິນຍານດວງນັ້ນ ຫາກ ໂດຍອາໄສຄວາມພາກພຽນຂອງເຮົາແລ້ວເຮັດໃຫ້ຈິດວິນຍານຂອງຄົນໆໜຶ່ງໄດ້ຮັບການ ຍົກລະດັບໄປສູ່ຄວາມບໍລິສຸດຊອບທໍາເພື່ອທີ່ຈະໄດ້ເປັນທີ່ເໝາະສົມທີ່ຈະໄດ້ສ່ອງແສງ ຢູ່ທີ່ບັນລັງຂອງພຣະເຈົ້າສິ່ງນີ້ຈະບໍ່ເຮັດໃຫ້ເຮົາມີຄວາມຊົມຊື່ນຍິນດີຢ່າງນັ້ນບໍ {HM 135.1}ມແ 116.3

    ແພດມີໜ້າທີ່ໆອິດເມື່ອຍແລະຍາກລໍາບາກເພື່ອທີ່ຈະປະຕິບັດໜ້າທີ່ເຫຼົ່ານີ້ໃຫ້ໄດ້ ຮັບຜົນສໍາເລັດຫຼາຍທີ່ສຸດ ເຂົາຈໍາເປັນຈະຕ້ອງມີສຸຂະພາບທີ່ດີແລະມີກໍາລັງທີ່ແຂງແຮງ ຄົນທີ່ອ່ອນແອຫຼືປ່ວຍເປັນໂລກຍ່ອມບໍ່ສາມາດທີ່ຈະທົນເຮັດວຽກທີ່ອິດເມື່ອຍ ອັນ ເປັນສິ່ງປົກກະຕິຂອງອາຊີບແພດໄດ້ ຄົນທີ່ຂາດຊຶ່ງການຄວບຄຸມຕົນເອງຢ່າງຄົບຖ້ວນ ຍ່ອມຈະບໍ່ມີຄຸນສົມບັດອັນເໝາະສົມທີ່ຈະຮັກສາໂຣກໄພໄຂ້ເຈັບທີ່ມີຢູ່ທັງປວງໄດ້ {HM 135.2}ມແ 117.1

    ຫຼາຍຄັ້ງການອົດຫຼັບອົດນອນ ການລະເລີຍແມ່ນແຕ່ຈະຮັບປະທານອາຫານ ຫຼື ເກືອບຈະຖືກຕັດຂາດອອກໄປຈາກການຄົບຄ້າສະມາຄົມໃນວົງສັງຄົມແລະຈາກການປະ ກອບສາສະນະກິດ ຊີວິດຂອງແພດຈຶ່ງເບິ່ງຄືວ່າຈະຕົກຢູ່ໃນພາຍໃຕ້ເງົາມືດຢູ່ຕະຫຼອດເວລາ ຄວາມທຸກທໍລະມານທີ່ເຂົາເຫັນ ມະນຸດຜູ້ທີ່ບໍ່ມີເພິ່ງກໍາລັງລໍຄອຍຄວາມຊ່ວຍເຫຼືອ ຄົນຊົ່ວຮ້າຍທີ່ເຂົາຈະຕ້ອງຕິດຕໍ່ກ່ຽວຂ້ອງນໍາ ສິ່ງເຫຼົ່ານີ້ເຮັດໃຫ້ແພດຕ້ອງຫົດຫູ່ ໝົດກໍາລັງໃຈອາດທໍາລາຍຄວາມໄວ້ເນື້ອເຊື່ອໃຈທີ່ມີຕໍ່ມະນຸດດ້ວຍກັນ {HM 135.3}ມແ 117.2

    ໃນການຕໍ່ສູ້ກັບໂລກໄພໄຂ້ເຈັບແລະຄວາມຕາຍ ທຸກພະລັງງານຈະຖືກໃຊ້ຈົນເຖິງ ສຸດຂີດຈໍາກັດຂອງຄວາມອົດທົນ ການຕອບສະໜອງຈາກວຽກທີ່ເຄັ່ງຄຽດມະຫາໂຫດ ເຊັ່ນນີ້ ເປັນບົດທົດສອບອຸປະນິໄສຈົນເຖິງຂີດສຸດ ເພາະໃນເວລານັ້ນການທົດລອງຈະມີ ກໍາລັງເກັ່ງກ້າຫຼາຍທີ່ສຸດແພດຈຶ່ງຈໍາເປັນຕ້ອງມີການຄວບຄຸມຕົນເອງມີຈິດໃຈອັນບໍລິສຸດ ແລະມີຄວາມເຊື່ອທີ່ໄດ້ຢືດສະຫວັນໄວ້ຢ່າງໝັ້ນຄົງຫຼາຍຍິ່ງກວ່າຜູ້ທີ່ເຮັດວຽກໃນອາຊີບ ດ້ານອື່ນໆເພື່ອເຫັນແກ່ຜູ້ອື່ນແລະເພື່ອເຫັນແກ່ຕົວຂອງເຂົາເອງ ເຂົາບໍ່ອາດທີ່ຈະລະເລີຍ ຕໍ່ກົດສຸຂະພາບທີ່ມີຜົນຕໍ່ຮ່າງກາຍ ການມີນິໄສທີ່ຂາດຄວາມຢັ້ງຄິດໃນດ້ານຮ່າງກາຍ ຍ່ອມຈະມີແນວໂນ້ມທີ່ຈະເຮັດໃຫ້ຂາດຄວາມເອົາໃຈໃສ່ໃນເລື່ອງຂອງສິນລະທໍາດ້ວຍ {MH 135.4}ມແ 117.3

    ບໍ່ວ່າຈະຢູ່ໃນສະຖານະການໃດໆ ຄວາມປອດໄພດຽວຂອງແພດຄືການເຮັດທຸກ ສິ່ງຕາມຫຼັກການ ມີກໍາລັງໃຈທີ່ເຂັ້ມແຂງແລະມີສິນລະທໍາທີ່ສູງສົ່ງ ໂດຍອາໄສຄວາມຕັ້ງ ໃຈທີ່ແນວແນ່ຊຶ່ງຈະພົບໄດ້ໃນພຣະເຈົ້າເທົ່ານັ້ນ ເຂົາຈະຕ້ອງຕັ້ງໝັ້ນຢູ່ໃນຄຸນງາມຄວາມ ດີອັນບໍລິສຸດຂອງພຣະລັກສະນະຂອງພຣະເຈົ້າໃນທຸກວັນ ທຸກຊົ່ວໂມງແລະທຸກເວລາ ນາທີ ເຂົາຈະຕ້ອງດໍາເນີນຢູ່ພາຍໃຕ້ສາຍຕາຂອງໂລກທີ່ບໍ່ມີຜູ້ໃດແລເຫັນ ຄືດັ່ງເຊັ່ນ ໂມ ເຊດສ໌ ເຂົາຈະຕ້ອງຍອມທົນຢູ່ “ເໝືອນກັບວ່າ ຕົນໄດ້ເຫັນພຣະເຈົ້າທີ່ຕາເຫັນບໍ່ໄດ້” ເຮັບເລີ 11:27 {HM 135.5}ມແ 117.4

    ຄວາມຊອບທໍານັ້ນມີຮາກຖານຢູ່ທີ່ຄວາມເຫຼື້ອມໃສໃນພຣະເຈົ້າ ບໍ່ມີມະນຸດຄົນ ໃດທີ່ຈະດໍາລົງຮັກສາໄວ້ໄດ້ຢ່າງໝັ້ນຄົງຊຶ່ງຊີວິດທີ່ບໍລິສຸດແລະມີພະລັງອັນເຂັ້ມແຂງຕໍ່ ໜ້າເພື່ອນມະນຸດດ້ວຍກັນ ນອກເສຍຈາກວ່າຊີວິດຂອງເຂົາຈະເຊື່ອງຊ້ອນໄວ້ກັບພຣະ ຄຣິດໃນພຣະເຈົ້າ ຍິ່ງເຂົາມີໜ້າທີ່ຮັບຜິດຊອບທີ່ຈະຕ້ອງເຮັດທ່າມກາງມະນຸດຫຼາຍເທົ່າ ໃດຈິດໃຈກໍຍິ່ງຈະຕ້ອງມີຄວາມສໍາພັນໃກ້ຊິດກັບສະຫວັນຫຼາຍເທົ່ານັ້ນ {HM 136.1}ມແ 118.1

    ເມື່ອໜ້າທີ່ຂອງເຂົາຍິ່ງຮີບດ່ວນແລະມີຄວາມຮັບຜິດຊອບຫຼາຍຂຶ້ນເທົ່າໃດ ແພດ ກໍຍິງຈະຕ້ອງມີຄວາມຕ້ອງການເຖິງລິດອໍານາດຈາກພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ ເວລາທີ່ ອາດຈະໝົດເປືອງໄປກັບສິ່ງຕ່າງທາງຝ່າຍໂລກຈະຕ້ອງນໍາກັບມາໃຊ້ເພື່ອການໄຄ່ຄວນ ໄຕ່ຕອງເຖິງສິ່ງທີ່ເຂົາຈະຕ້ອງຕ້ານທານກັບກະແສຂອງໂລກທີ່ກໍາລັງບຸກລຸກຂຶ້ນມາ ຊຶ່ງ ພະຍາຍາມທີ່ຈະຜັກດັນໃຫ້ເຂົາແຍກອອກໄປຈາກພຣະອົງຜູ້ຊົງເປັນບໍ່ເກີດແຫ່ງກໍາລັງ ເຂົາຈະຕ້ອງມອບຕົວເອງໄວ້ຢູ່ໃຕ້ໂລ່ກໍາບັງຂອງພຣະເຈົ້າດ້ວຍການອະທິຖານແລະ ການສຶກສາພຣະຄໍາພີຫຼາຍຍິ່ງກວ່າຄົນອື່ນ ເຂົາຕ້ອງໃຊ້ຊີວິດຢ່າງມີສະຕິ ຮູ້ຕົວຢູ່ຕະຫຼອດ ເວລາກັບຫຼັກການແຫ່ງຄວາມຈິງຫຼັກການແຫ່ງຄວາມຊອບທໍາແລະຫຼັກການແຫ່ງຄວາມ ເມດຕາກະລຸນາ ຊຶ່ງສະແດງເຖິງພຣະລັກສະນະຂອງພຣະເຈົ້າພາຍໃຕ້ຈິດວິນຍານ {HM 136.2}ມແ 118.2

    ຄວາມຫຼາຍນ້ອຍແຫ່ງການຍອມຮັບແລະການເຊື່ອຟັງຕາມພຣະວັດຈະນະຂອງ ພຣະເຈົ້າໃນແຕ່ລະຄົນຈະແດງອອກໃຫ້ເຫັນເຖິງພະລັງອໍານາດແລະຮັບການສໍາຜັດ ໄດ້ໃນທຸກຄວາມປະພຶດແລະອຸປະນິໄສໃນທຸກໆດ້ານຂອງຄົນນັ້ນ ພຣະວັດຈະນະຂອງ ພຣະເຈົ້າຈະຊໍາລະທຸກຄວາມຄິດໃຫ້ບໍລິສຸດແລະຈະຄອຍຄວບຄຸມທຸກຄວາມປາຖະ ໜາຜູ້ທີ່ວາງໃຈໃນພຣະວັດຈະນະຂອງພຣະເຈົ້າຈະບໍ່ທໍາຕົວເໝືອນຄົນທົ່ວໄປແລະເປັນ ຄົນທີ່ເຂັ້ມແຂງ ເຂົາຈະຢູ່ເໜືອສິ່ງທີ່ຊົ່ວຮ້າຍທັງປວງຂຶ້ນໄປສູ່ບັນຍາກາດທີ່ບໍ່ມີມົນທິນ {HM 136.3}ມແ 118.3

    ເມື່ອມະນຸດມີຄວາມສໍາພັນກັບພຣະເຈົ້າ ຄວາມຕັ້ງໃຈອັນແນວແນ່ແບບດຽວກັນ ທີ່ຄຸ້ມຄອງໂຢເຊບແລະດານຽນໄວ້ທ່າມກາງຄວາມເສື່ອມຊາມຂອງລາຊະສໍານັກຂອງ ຄົນທີ່ບໍ່ໄດ້ນັບຖືພຣະເຈົ້າ ຈະເຮັດໃຫ້ຊີວິດຂອງຜູ້ນັ້ນມີຄວາມບໍລິສຸດໄຮ້ມົນທິນ ເສື້ອ ຄຸມແຫ່ງອຸປະນິໄສຈະປາສະຈາກຈຸດດ່າງພ້ອມ ແສງສະຫວ່າງຈາກພຣະຄຣິດໃນຊີວິດ ຂອງເຂົາຈະບໍ່ຮ້ວຍລົງ ດາວປະຈໍາຮຸ້ງອັນສະຫວ່າງສຸກໃສຈະສ່ອງລັດສະໝີເຈີດຈ້າຢູ່ ເໜືອເຂົາໂດຍບໍ່ຮູ້ຮ່ວງໂຮຍ {HM 136.4}ມແ 118.4

    ຊີວິດເຊັ່ນນີ້ຈະເປັນສ່ວນສໍາຄັນຂອງຄວາມເຂັ້ມແຂງໃນຊຸມຊົນ ເປັນສິ່ງທີ່ຄອຍ ຂວາງກັ້ນຄວາມຊົ່ວຮ້າຍ ເປັນເຄື່ອງຄຸ້ມຄອງປ້ອງກັນໄພແກ່ຜູ້ທີ່ຖືກທົດລອງ ແລະເປັນ ແສງສະຫວ່າງນໍາທາງໃຫ້ແກ່ຄົນທັງຫຼາຍທີ່ພະຍາຍາມສະແຫວງຫາຫົນທາງອັນຊອບທໍາ ໃນທ່າມກາງຄວາມຍາກລໍາບາກແລະຄວາມທໍ້ຖອຍສິ້ນຫວັງ {HM 136.5}ມແ 119.1

    *****