Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ໂອກາດຂອງຜູ້ເປັນມານດາ

    ພຣະເຈົ້າຜູ້ສະຖິດຢູ່ນະເບື້ອງເທິງ ຊົງສາຍແສງສະຫວ່າງແລະສະງ່າລາສີຈາກ ພຣະທີ່ນັ່ງອັນຮຸ່ງເຮືອງຂອງພຣະອົງສ່ອງລົງມາຍັງມານດາຜູ້ສັດຊື່ ໃນຂະນະທີ່ນາງພະຍາ ຍາມອົບຮົມສັ່ງສອນລູກໆໃຫ້ຕໍ່ຕ້ານກັບອິດທິພົນຂອງຄວາມຊົ່ວຮ້າຍ ບໍ່ມີກິດຈະການ ອື່ນໃດທີ່ມີຄວາມສໍາຄັນທຽບເທົ່າກັບວຽກງານຂອງມານດາ ແມ່ນວ່ານາງບໍ່ເຄີຍບັນຈົງ ວາດພາບອັນສວຍງາມລົງເທິງຜືນຜ້າໃບດັ່ງເຊັ່ນຈິດຕະກອນ ຫຼືບໍ່ເຄີຍເປັນດັ່ງເຊັ່ນປະ ຕິມະກອນທີ່ສະລັກເສລາປະຕິມາກໍາລົງເທິງຫີນອ່ອນ ແມ່ນວ່ານາງບໍ່ເຄີຍບັນລະຍາຍ ຄວາມຄິດອອກມາເປັນຕົວອັກສອນດັ່ງເຊັ່ນນັກປະພັນ ຫຼືບໍ່ເຄີຍເປັນສິລະປິນເພັງທີ່ສະ ແດງອາລົມຄວາມຮູ້ສຶກອອກມາເປັນທ່ວງທໍານອງອັນມ່ວນອອນຊອນ ແຕ່ມັນເປັນໜ້າ ທີ່ຂອງມານດາດ້ວຍຄວາມຊ່ວຍເຫຼືອຂອງພຣະເຈົ້າໃນການພັດທະນາແບບຢ່າງຂອງ ພຣະອົງໄວ້ໃນຈິດວິນຍານຂອງມະນຸດ {MH 377.1}ມແ 381.1

    ມານດາຜູ້ຊຶ່ງຊື່ນຊົມຄຸນຄ່າຂອງໜ້າທີ່ນີ້ຈະເຫັນວ່າໂອກາດທີ່ນາງໄດ້ຮັບຈາກ ພຣະເຈົ້ານັ້ນເປັນສິ່ງທີ່ບໍ່ອາດຈະປະເມີນຄ່າໄດ້ ນາງຈະພະຍາຍາມຢ່າງຈິງຈັງດ້ວຍອຸປະ ນິໄສ ແລະວິທີການອົບຮົມຂອງນາງເອງເພື່ອນໍາສະເໜີແບບຢ່າງອັນສູງສົ່ງນີ້ໃຫ້ແກ່ບຸດ ຂອງຕົນ ນາງຈະພະຍາຍາມປັບປຸງພັດທະນາຄວາມສາມາດຂອງຕົນດ້ວຍຄວາມຕັ້ງໃຈ ດ້ວຍຄວາມອົດທົນແລະດ້ວຍກໍາລັງໃຈອັນເຂັ້ມແຂງແລະສາມາດໃຊ້ສະຕິປັນຍາໃນລະ ດັບສູງສຸດຢ່າງຖືກຕ້ອງໃນການອົບຮົມລ້ຽງດູລູກໆ ນາງຈະທູນຖາມດ້ວຍຄວາມກະຕື ລືລົ້ນໃນທຸກໆບາດກ້າວວ່າ “ພຣະເຈົ້າບອກໄວ້ເຊັ່ນໃດ “ ນາງຈະສຶກສາພຣະວັດຈະນະ ຂອງພຣະເຈົ້າດ້ວຍຄວາມຂະຫຍັນໝັ່ນພຽນ ນາງຈະເບິ່ງໄປທີ່ພຣະຄຣິດເພື່ອໃຫ້ປະ ສົບການຈາກໜ້າທີ່ຄວາມຮັບຜິດຊອບອັນຕໍ່າຕ້ອຍທີ່ນາງໄດ້ຮັບໃນແຕ່ລະວັນ ເປັນສິ່ງ ສະທ້ອນໃຫ້ເຫັນເຖິງພຣະເຈົ້າຜູ້ຊົງພຣະຊົນທີ່ສັດຈິງ {MH 378.}ມແ 381.2

    *****