Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    “ລອດໄດ້ດ້ວຍຄວາມຫວັງໃຈ”

    ເຮົາທັງຫຼາຍລອດໄດ້ດ້ວຍຄວາມຫວັງໃຈ” ໂລມ 8:24 (THSV) ເຮົາຈະ ຕ້ອງຊັກນໍາຜູ້ທີ່ຫຼົງໄປໃນຄວາມຜິດບາບໃຫ້ຮູ້ສຶກວ່າຍັງບໍ່ສວຍເກີນໄປທີ່ເຂົາຈະກັບໃຈ ໃໝ່ ພຣະຄຣິດຊົງປະທານກຽດໃຫ້ແກ່ມະນຸດດ້ວຍຄວາມໄວ້ວາງພຣະໄທ ໂດຍປະ ການນີ້ແຫຼະ ພວກເຂົາຈຶ່ງໄດ້ມີສ່ວນໃນສັກສີຮ່ວມກັນກັບພຣະອົງ ແມ່ນແຕ່ຄົນທັງຫຼາຍ ທີ່ໄດ້ຫຼົງກະທໍາຜິດບາບຢ່າງໃຫຍ່ຫຼວງ ພຣະອົງກໍຍັງຊົງປະຕິບັດຕໍ່ເຂົາດ້ວຍຄວາມນັບຖື ພຣະຄຣິດຊົງເຈັບປວດພຣະໄທຢູ່ສະເໝີ ຈາກການທີ່ພຣະອົງຕ້ອງປະສົບກັບຜູ້ທີ່ແນມ ເບິ່ງພຣະອົງວ່າເປັນສັດຕູ ກັບຄວາມຊົ່ວຮ້າຍແລະສິ່ງທີ່ບໍ່ບໍລິສຸດ ແຕ່ພຣະອົງກໍບໍ່ເຄີຍ ຕັດສະແດງວ່າພຣະອົງຊົງຮູ້ສຶກສະເທືອນພຣະໄທ ຫຼືເຮັດໃຫ້ພຣະໄທອັນບໍລິສຸດຂອງ ພຣະອົງຕ້ອງຂຸ່ນເຄື່ອງ ແມ່ນວ່າມະນຸດຈະມີນິໄສອັນຊົ່ວຮ້າຍມີອະຄະຕິທີ່ຄອຍລັງກຽດ ຕໍ່ພຣະອົງຢ່າງຮຸນແຮງ ຫຼືມີກິເຫຼດຕັນຫາທີ່ເຂົ້າຄອບງໍາຢູ່ກໍຕາມ ແຕ່ພຣະອົງກໍຍັງຊົງພະ ເຊີນກັບຄົນທັງຫຼາຍເຫຼົ່ານັ້ນດ້ວຍພຣະໄທທີ່ຮັກແລະສົງສານ ເມື່ອເຮົາໄດ້ມີສ່ວນຮ່ວມ ໃນນໍ້າພຣະໄທອັນດຽວກັນກັບພຣະຄຣິດ ເຮົາກໍຈະຖືວ່າມະນຸດທັງຫຼາຍລ້ວນແລ້ວເປັນ ພີ່ນ້ອງກັບເຮົາທີ່ຕ້ອງຖືກການທົດລອງແລະໄດ້ຮັບຄວາມຍາກລໍາບາກເຊັ່ນດຽວກັນຫຼາຍ ຄັ້ງທີ່ພວກເຂົາຕ້ອງລົ້ມລຸກຄຸກຄານແລະຕ້ອງຕະກຽດຕາກາຍທີ່ຈະລຸກຂຶ້ນມາໃໝ່ ຕ້ອງ ຕໍ່ສູ້ກັບຄວາມຜິດຫວັງແລະຄວາມຍາກລໍາບາກແລະພວກເຂົາຕ່າງກໍອ້ອນວອນຫາຄວາມ ເຫັນອົກເຫັນໃຈແລະຊ່ວຍເຫຼືອ ເມື່ອເຮົາໃສ່ໃຈເຖິງເລື່ອງນີ້ແລ້ວເຮົາກໍຈະປະຕິບັດຕໍ່ ຄົນເຫຼົ່ານັ້ນໂດຍບໍ່ເຮັດໃຫ້ພວກເຂົາຕ້ອງໝົດກໍາລັງໃຈຫຼືຄອຍຈະຖືກຂັບໄລ່ ແຕ່ກັບຈະ ປຸກຈິດໃຈໃຫ້ເກີດຄວາມຫວັງ ເມື່ອເຂົາໄດ້ຮັບການປຸກປອບໃຈເຊັ່ນນີ້ແລ້ວ ເຂົາກໍຈະ ເວົ້າດ້ວຍຄວາມໝັ້ນໃຈໄດ້ວ່າ “ສັດຕູຂອງຂ້າພະເຈົ້າເອີຍ ຢ່າດີໃຈດ້ວຍການເຍາະເຍີ້ຍ ຂ້າພະເຈົ້າເລີຍ ເມື່ອຂ້າພະເຈົ້າລົ້ມລົງຂ້າພະເຈົ້າກໍຈະລຸກຂຶ້ນອີກ ເມື່ອຂ້າພະເຈົ້ານັ່ງຢູ່ໃນ ຄວາມມືດ ພຣະເຢໂຮວາຈະຊົງເປັນແສງສະຫວ່າງແກ່ຂ້າພະເຈົ້າ ” ” ພຣະອົງຈະຊົງແກ້ ຄະດີຂອງຂ້າພະເຈົ້າ ແລະກະທໍາການຕັດສິນເພື່ອຂ້າພະເຈົ້າ ພຣະອົງຈະຊົງນໍາຂ້າພະເຈົ້າ ໄປຍັງຄວາມສະຫວ່າງ ແລະຂ້າພະເຈົ້າຈະເຫັນການຊ່ວຍກູ້ຂອງພຣະອົງ” ມີກາ 7:8,9ມແ 153.1

    “ພຣະອົງທອດພຣະເນດເໜືອຊາວແຜ່ນດິນໂລກທັງສິ້ນມແ 154.1

    ພຣະອົງຊົງຮູ້ຈັກທຸກສິ່ງຢູ່ໃນຈິດໃຈຂອງເຂົາ ທຸກຄົນ”ມແ 154.2

    ເພງສັນລະເສີນ 33:14,15 {HM 165.1}

    ໃນການຕິດຕໍ່ກ່ຽວຂ້ອງກັບຜູ້ທີ່ຖືກທົດລອງແລະຫຼົງເຮັດຜິດນັ້ນ ພຣະອົງຊົງຮັບ ສັ່ງວ່າ ຂໍໃຫ້ເຮົາໄດ້ຄິດເຖິງ ” ຕົວເອງ ຢ້ານວ່າທ່ານຈະຖືກຊັກຈູງໃຫ້ຫຼົງໄປນໍາ ” ຄາລາເຕຍ 6:1 ເມື່ອເຮົາໄດ້ຮູ້ສຶກເຖິວຄວາມອ່ອນແອຂອງຕົວເຮົາແລ້ວ ເຮົາກໍຈະມີ ຄວາມເຫັນອົກເຫັນໃຈໃນຄວາມອ່ອນແອຂອງຜູ້ອື່ນດ້ວຍເຊັ່ນດຽວກັນ {HM 166.1}ມແ 154.3

    ຜູ້ໃດແດ່ເຮັດໃຫ້ທ່ານວິເສດກວ່າຄົນອື່ນ ທ່ານມີອັນໃດທີ່ທ່ານບໍ່ໄດ້ຮັບມາ ” ” ທ່ານມີພຣະອາຈານແຕ່ຜູ້ດຽວ ແລະທ່ານທັງຫຼາຍເປັນພີ່ນ້ອງກັນທັງໝົດ ” ” ເຫດສັນ ໃດທ່ານຈຶ່ງກ່າວໂທດພີ່ນ້ອງຂອງທ່ານຫຼືທ່ານຜູ້ເປັນອີກຝ່າຍໜຶ່ງ ” ” ດັ່ງນັ້ນເຮົາຢ່າກ່າວ ໂທດກັນແລະກັນອີກເລີຍ ແຕ່ຈົ່ງຕັດສິນໃຈເສຍດີກວ່າວ່າຈະບໍ່ວາງສິ່ງທີ່ເຮັດໃຫ້ສະດຸດ ຫຼືສິ່ງກີດຂວາງທາງຂອງພີ່ນ້ອງ” 1 ໂກລິນໂທ 4:7; ມັດທາຍ 23:8 ໂລມ 14:10,13 {HM 166.2}ມແ 154.4

    ການທີ່ເຮົາຊີ້ໃຫ້ຜູ້ອື່ນໄດ້ແນມເຫັນເຖິງຄວາມຜິດຂອງຕົວເຂົານັ້ນ ຍ່ອມຈະເຮັດ ໃຫ້ເຂົາເກີດຄວາມນ້ອຍເນື້ອຕໍ່າໃຈ ຂໍຢ່າໃຫ້ມີໃຜທີ່ເຮັດໃຫ້ຜູ້ທີ່ເຮັດຜິດຕ້ອງຮູ້ສຶກຂົມ ຂື່ນໄປຫຼາຍກວ່າເກົ່າດ້ວຍການວ່າກ່າວຕໍານິຕິຕຽນໂດຍບໍ່ຈໍາເປັນ ການຕໍານິຕິຕຽນບໍ່ເຄີຍ ເຮັດໃຫ້ຜູ້ໃດກັບໃຈໃໝ່ໄດ້ ມີແຕ່ຈະເຮັດໃຫ້ຫຼາຍຄົນຕ້ອງຖືກພັກໃສໄລ່ສົ່ງແລະເຮັດ ໃຫ້ຈິດໃຈທີ່ຄວນຈະໄດ້ຮັບການຊັກນໍາໃຫ້ເຂົ້າມານັ້ນຕ້ອງແຂງກະດ້າງໄປໃນທີ່ສຸດການ ມີນໍ້າໃຈທີ່ອ່ອນໂຍນ ທ່າທາງທີ່ໜ້າຮັກສຸພາບ ຍ່ອມສາມາດທີ່ຈະຊ່ວຍໃຫ້ຜູ້ທີ່ຫຼົງຜິດໃຫ້ ໄດ້ລອດພົ້ນຈາກຄວາມຕາຍ ແລະຊ່ວຍປົກປິດຄວາມຜິດບາບໄດ້ຢ່າງຫຼວງຫຼາຍ {HM 166.3}ມແ 154.5

    ອັກຄະສາວົກເປົາໂລເຫັນວ່າເປັນຄວາມຈໍາເປັນທີ່ຈະຕ້ອງຕັກເຕືອນໃນສິ່ງທີ່ຖືກ ຕ້ອງ ແຕ່ເປົາໂລໄດ້ໃຊ້ຄວາມລະມັດລະວັງເປັນຢ່າງຍິ່ງ ດ້ວຍຄວາມພະຍາຍາມທີ່ຈະສະ ແດງໃຫ້ເຫັນວ່າເຂົາເປັນມິດກັບຄົນທີ່ໄດ້ກະທໍາຜິດເຂົາໄດ້ອະທິບາຍເຖິງເຫດຜົນທິ່ຕ້ອງ ຕັກເຕືອນດ້ວຍຄວາມຫ່ວງໃຍ ເປົາໂລໄດ້ອະທິບາຍໃຫ້ພວກເຂົາໄດ້ເຂົ້າໃຈວ່າ ເຂົາຮູ້ສຶກ ເຈັບປວດທຸກໆຄັ້ງເມື່ອຈະຕ້ອງເຮັດໃຫ້ພວກເຂົາເຈັບປວດ ເປົາໂລໄດ້ສະແດງອອກເຖິງ ຄວາມໄວ້ວາງໃຈແລະຄວາມເຫັນອົກເຫັນໃຈຕໍ່ຄົນທັງຫຼາຍທີ່ກໍາລັງດິ້ນລົນຕໍ່ສູ້ເພື່ອທີ່ ຈະໄດ້ຮັບໄຊຊະນະ {HM 166.4}ມແ 154.6

    ເປົາໂລໄດ້ກ່າວວ່າ “ເພາະວ່າຂ້າພະເຈົ້າໄດ້ຂຽນໜັງສືເຖິງທ່ານ ເພາະຂ້າພະເຈົ້າ ມີຄວາມທຸກລະທົມໃຈຫຼາຍແລະນໍ້າຕາໄຫຼ ບໍ່ແມ່ນເພື່ອຈະເຮັດໃຫ້ທ່ານເປັນທຸກ ແຕ່ ເພື່ອຈະເຮັດໃຫ້ທ່ານຮູ້ຈັກຄວາມຮັກຢ່າງຫຼວງຫຼາຍ ຊຶ່ງຂ້າພະເຈົ້າມີຕໍ່ທ່ານທັງຫຼາຍ ” 2 ໂກລິນໂທ 2: 4 ” ເພາະເຖິງແມ່ນວ່າຂ້າພະເຈົ້າຈະເຮັດໃຫ້ທ່ານເສຍໃຈເພາະຈົດໝາຍ ສະບັບນັ້ນ ຂ້າພະເຈົ້າກໍບໍ່ເສຍໃຈ ເຖິງແມ່ນວ່າເມື່ອກ່ອນນີ້ຂ້າພະເຈົ້າຈະເສຍໃຈແນ່.... ແຕ່ບັດນີ້ຂ້າພະເຈົ້າມີຄວາມຊົມຊື່ນຍິນດີ ບໍ່ແມ່ນເພາະທ່ານເສຍໃຈແຕ່ເພາະຄວາມເສຍ ໃຈນັ້ນເຮັດໃຫ້ທ່ານກັບໃຈໃໝ່..... ຈົ່ງພິຈາລະນາເບິ່ງວ່າຄວາມເສຍໃຈຢ່າງທີ່ພໍພຣະ ໄທພຣະເຈົ້າຈະເຮັດໃຫ້ເກີດຄວາມກະຕືລືລົ້ນຫຼາຍຍິ່ງຂຶ້ນ ເຮັດໃຫ້ເກີດຄວາມດິ້ນລົນ ຂັນຂວາຍທີ່ຈະແກ້ຕົວໃໝ່ແລະການເດືອດຮ້ອນແທນ ຄວາມຕື່ນຕົວ ຄວາມອາໄລ ແລະ ຄວາມກະຕືລືລົ້ນແລະການລົງໂທດ ໃນທຸກສິ່ງເຫຼົ່ານີ້ທ່ານໄດ້ພິສູດໃຫ້ເຫັນແລ້ວວ່າທ່ານ ກໍບໍ່ໄດ້ເຮັດຜິດ.....ໂດຍເຫດນີ້ເຮົາຈຶ່ງມີຄວາມຊູໃຈ” 2 ໂກລິນໂທ 7:8-13 {HM 166.5}ມແ 155.1

    ຂ້າພະເຈົ້າຊື່ນຊົມຍິນດີເພາະຂ້າພະເຈົ້າໄວ້ໃຈທ່ານໄດ້ທຸກຢ່າງ ” “ຂ້າພະເຈົ້າ ລະລຶກເຖິງທ່ານເມື່ອໃດຂ້າພະເຈົ້າກໍຂອບຄຸນພຣະເຈົ້າທຸກຄັ້ງແລະທຸກເວລາທີ່ຂ້າພະ ເຈົ້າອະທິຖານເພື່ອທ່ານຂ້າພະເຈົ້າກໍທູນຂໍດ້ວຍຄວາມຍິນດີເພາະເຫດທີ່ ທ່ານທັງຫຼາຍ ມີສ່ວນຮ່ວມໃນຂ່າວປະເສີດເຊັ່ນດຽວກັນຕັ້ງແຕ່ມື້ທໍາອິດມາຈົນເຖິງດຽວນີ້ ” ” ເຮົາມີ ຄວາມແນ່ໃຈວ່າພຣະອົງຜູ້ຊົງຕັ້ງຕົ້ນການດີໄວ້ໃນພວກທ່ານແລ້ວ ຄົງຈະຊົງເຮັດໃຫ້ສໍາ ເລັດ ຈົນເຖິງວັນແຫ່ງພຣະເຢຊູຄຣິດເຈົ້າ. ການທີ່ເຮົາຄິດຢ່າງນັ້ນ ເນື່ອວດ້ວຍທ່ານທັງ ຫຼາຍກໍສົມຄວນແລ້ວເພາະວ່າເຮົາມີໃຈຮັກທ່ານທຸກຄົນ ” “ເຫດສະນັ້ນພີ່ນ້ອງທັງຫຼາຍ ຂອງເຮົາເອີຍ ຜູ້ເປັນທີ່ຮັກ ເປັນທີ່ປາຖະໜາ ເປັນທີ່ຍິນດີ ແລະເປັນມົງກຸດຂອງເຮົາ ພວກທີ່ຮັກຂອງເຮົາເອີຍ ຈົ່ງຕັ້ງໝັ້ນຢູ່ໃນອົງພຣະຜູ້ເປັນເຈົ້າເຖີດ” “ເມື່ອທ່ານໝັ້ນຄົງຢູ່ ໃນອົງພຣະຜູ້ເປັນເຈົ້າ ຊີວິດຂອງເຮົາກໍສົດຊື່ນ” 2 ໂກລິນໂທ 7:16; ຟີລິບປີ 1:3- 5;1:6,7;4:1; 1 ເທສະໂລນິກ 3:8 {HM 167.1}ມແ 155.2

    ເປົາໂລຂຽນຂຽນເຖິງພີ່ນ້ອງເຫຼົ່ານີ້ໃນຖານະທີ່ເຂົາ “ ທໍາມິກະຊົນໃນພຣະເຢຊູ ຄຣິດ” ແຕ່ເຂົາບໍ່ໄດ້ຂຽນເຖິງຄົນທັງຫຼາຍທີ່ມີອຸປະນິໄສອັນງົດງາມປາສະຈາກທີ່ຕິເຂົາ ຂຽນເຖິງພວກພີ່ນ້ອງທັງຫຼາຍໃນຖານະທີ່ຄົນເຫຼົ່ານັ້ນຕ່າງກໍເປັນຊາຍຍິງທີ່ກໍາລັງຕໍ່ສູ້ກັບ ການທົດລອງແລະກໍາລັງຕົກຢູ່ໃນອັນຕະລາຍທີ່ອາດຈະລົ້ມລົງໄດ້ ເຂົາຊີ້ໃຫ້ຄົນເຫຼົ່ານັ້ນ ໄດ້ເຫັນເຖິງ ” ພຣະເຈົ້າແຫ່ງສັນຕິສຸກ ຜູ້ຊົງບັນດານໃຫ້ພຣະເຢຊູເຈົ້າຂອງເຮົາເປັນຟື້ນ ຂຶ້ນມາຈາກຄວາມຕາຍຄືຜູ້ຊົງເປັນຜູ້ລ້ຽງແກະທີ່ດີເລີດ” ເຂົາໃຫ້ຄວາມໝັ້ນໃຈແກ່ພວກ ເຂົາວ່າ ” ໂດຍໂລຫິດແຫ່ວພັນທະສັນຍານິລັນນັ້ນ ຊົງເຮັດໃຫ້ທ່ານທັງຫຼeາຍມີທຸກສິ່ງທີ່ດີ ເພື່ອຈະໄດ້ປະຕິບັດຕາມພຣະໄທພຣະອົງ ແລະຊົງເຮັດວຽກໃນທ່ານທັງຫຼາຍໃຫ້ ເກີດຜົນເປັນທີ່ຊອບໃນສາຍພຣະເນດຂອງພຣະອົງໂດຍພຣະເຢຊູຄຣິດ” ເຮັບເລີ 13:20,21 {HM 167.2}ມແ 156.1

    ເມື່ອຄົນທີ່ເຮັດຜິດຮູ້ສຶກຕົວວ່າເຮັດຜິດໄປ ຈົ່ງລະມັດລະວັງທີ່ຈະບໍ່ໄປທໍາລາຍ ຄວາມເຊື່ອໝັ້ນໃນຄຸນຄ່າຂອງຕົວເຂົາ ຢ່າເຮັດໃຫ້ເຂົາຕ້ອງໝົດສິ້ນກໍາລັງໃຈດ້ວຍການ ສະແດງອາການເຢັນຊາຫຼືຄວາມບໍ່ໄວ້ວາງໃຈ ຈົ່ງຢ່າຢ້ານວ່າ “ກ່ອນທີ່ຂ້າພະເຈົ້າຈະໄວ້ ໃຈເຂົາໄດ້ຂ້າພະເຈົ້າຕ້ອງຖ້າເບິ່ງເສຍກ່ອນວ່າເຂົາຈະມີຄວາມອົດທົນຫຼືບໍ່” ການສະ ແດງຄວາມບໍ່ໄວ້ໃຈເຊັ່ນນີ້ ບາງເທື່ອໄດ້ເປັນເຫດໃຫ້ຄົນທີ່ຖືກການທົດລອງຕ້ອງສະດຸດ ລົ້ມລົງໄດ້ {HM 167.3}ມແ 156.2

    ເຮົາຄວນຈະພະຍາຍາມທໍາຄວາມເຂົ້າໃຈເຖິງຄວາມອ່ອນແອຂອງຜູ້ອື່ນ ເຮົາມີ ຄວາມເຂົ້າໃຈແຕ່ພຽງເລັກນ້ອຍວ່າຜູ້ທີ່ຖືກຜູກມັດໄວ້ດ້ວຍສາຍໂສ້ຕວນແຫ່ງຄວາມມືດ ຜູ້ທີ່ມີຈິດໃຈທີ່ຂາດຊຶ່ງຄວາມໜັກແໜ້ນແລະອໍານາດໃນຝ່າຍສິນທໍານັ້ນຕ່າງມີຄວາມ ທຸກລໍາບາກຢູ່ພາຍໃນຈິດໃຈຫຼາຍພຽງໃດ ຜູ້ທີ່ຕົກຢູ່ໃນສະພາບທີ່ໜ້າສົງສານທີ່ສຸດກໍຄື ຄົນທີ່ກໍາລັງທົນທຸກດ້ວຍຄວາມຮູ້ສຶກເສຍໃຈທີ່ໄດ້ເຮັດຜິດໄປ ເຂົາເປັນຄືຄົນທີ່ກໍາລັງສັບ ສົນຍ່າງເຊໄປມາແລະກໍາລັງຈະຈົມລົງສູ່ດິນເຂົາແນມບໍ່ເຫັນອັນໃດໄດ້ຢ່າງຊັດເຈນ ຈິດ ໃຈຂອງເຂົາມືດມົນແລະບໍ່ຮູ້ວ່າຈະກ້າວໄປໃນທາງທິດໃດ ມີຄົນທີ່ໜ້າສົງສານເຊັ່ນນີ້ຢູ່ ຫຼາຍຄົນທີ່ຖືກເຂົ້າໃຈຜິດ ບໍ່ມີໃຜທີ່ແນມເຫັນຄຸນຄ່າຈິດໃຈຂອງເຂົາເຕັມໄປດ້ວຍຄວາມ ໂສກເສົ້າແລະຄວາມເຈັບປວດລວດລ້າວເຂົາເປັນດັ່ງຄືລູກແກະທີ່ສູນຫາຍແລະຫຼົງທາງ ໄປ ເຂົາຫາພຣະເຈົ້າບໍ່ເຫັນ ແຕ່ເຖິງຢ່າງນັ້ນເຂົາກໍຍັງມີຄວາມປາຖະໜາຢ່າງແຮງກ້າທີ່ຈະ ໄດ້ຮັບການອະໄພບາບແລະມີສັນຕິສຸກ {HM 168.1}ມແ 156.3

    ຂໍຢ່າກ່າວຄໍາເວົ້າໃດໆທີ່ຈະເຮັດໃຫ້ພວກເຂົາຕ້ອງຮູ້ສຶກເຈັບປວດໄປກວ່າເກົ່າ ຈົ່ງ ຊັກນໍາຜູ້ທີ່ມີຈິດໃຈອ່ອນລະອາຈາກຊີວິດທີ່ຜິດບາບ ອີກທັງຍັງບໍ່ຮູ້ຫົນທາງທີ່ຈະປົດ ປ່ອຍຄວາມທຸກນັ້ນໃຫ້ອອກໄປໄດ້ຢ່າງໃດ ໃຫ້ເຂົາໄດ້ເຫັນເຖິງພຣະຜູ້ຊ່ວຍໃຫ້ລອດຜູ້ ຊົງເຕັມດ້ວຍພຣະໄທກະລຸນາ ຈົ່ງຈັບມືຂອງເຂົາໄວ້ ຊ່ວຍພະຍຸງເຂົາຂຶ້ນ ແລະກ່າວຖ້ອຍ ຄໍາເພື່ອໃຫ້ເຂົາໄດ້ມີກໍາລັງໃຈແລະຄວາມຫວັງ ຈົ່ງຊ່ວຍເຂົາໃຫ້ຢຶດພຣະຫັດຂອງພຣະຜູ້ ຊ່ວຍໃຫ້ລອດໄວ້ໃຫ້ໝັ້ນ {HM 168.2}ມແ 157.1

    ເຮົາມັກຈະມີຄວາມທໍ້ຖອຍງ່າຍເກີນໄປ ເມື່ອຈິດວິນຍານຂອງຄົນເຫຼົ່ານັ້ນບໍ່ໄດ້ ຕອບສະໜອງຕໍ່ຄວາມພະຍາຍາມຂອງເຮົາໃນທັນທີ ເຮົາບໍ່ຄວນທີ່ຈະປະຄວາມພະຍາ ຍາມໃນການທີ່ຈະຕໍ່ສູ້ເພື່ອຈິດວິນຍານ ແມ່ນວ່າຈະມີຄວາມຫວັງເຫຼືອຢູ່ຢ່າງເບິ່ງບໍ່ເຫັນ ກໍຕາມ ຈິດວິນຍານທີ່ມີຄ່າເຫຼົ່ານີ້ພຣະຜູ້ໄຖ່ໄດ້ຊື້ມາດ້ວຍລາຄາອັນສູງສົ່ງດ້ວຍການຍອມ ສະລະພຣະຊົນຊີບຂອງພຣະອົງເອງເຊິ່ງຍ່ອມຈະມີຄ່າຫຼາຍເກີນກວ່າທີ່ຈະປ່ອຍໃຫ້ຈິດ ວິນຍານເຫຼົ່ານີ້ໃຫ້ຕ້ອງຕົກຢູ່ພາຍໃຕ້ອໍານາດຂອງຜູ້ທີ່ທົດລອງຢ່າງງ່າຍໂດຍທີ່ເຮົາບໍ່ໄດ້ ເອົາໃຈໃສ່ໃດໆເລີຍ {HM 168.3}ມແ 157.2

    ເຮົາຈໍາເປັນຕ້ອງຄິດວ່າ ຫາກເຮົາຕ້ອງຕົກຢູ່ໃນສະຖານະດຽວກັນກັບຜູ້ທີ່ ຖືກທົດລອງ ລອງຄິດເຖິງອິດທິພົນທີ່ຜ່ານມາທາງສາຍເລືອດ ຜົນກະທົບອັນເກີດຈາກ ການຄົບຫາສະມາຄົມແລະການຢູ່ໃນສະພາບແວດລ້ອມຂອງສິ່ງທີ່ຊົ່ວຮ້າຍແລະອໍານາດ ຄອບງໍາຂອງອຸປະນິດໄສທີ່ຜິດໆ ບໍ່ໜ້າສົງໃສເລີຍແມ່ນບໍ່ວ່າ ພາຍໃຕ້ອິດທິພົນເຊັ່ນນີ້ ຫຼາຍຄົນຈຶ່ງໄດ້ເສື່ອມຊາມລົງໄປແລະເຮົາຍ່ອມຈະບໍ່ປະຫຼາດໃຈອີກເຊັ່ນກັນທີ່ທີ່ເຂົາເຫຼົ່າ ນີ້ຈະເຮັດໃຈເຢັນໃນການຕອບສະໜອງຕໍ່ຄວາມພະຍາຍາມທີ່ເຮົາໄດ້ທຸ້ມເທເພື່ອທີ່ຈະ ຊ່ວຍຍົກລະດັບຈິດວິນຍານຂອງພວກເຂົາໃຫ້ສູງຂຶ້ນ {HM 168.4}ມແ 157.3

    ຫຼາຍຄັ້ງ ຜູ້ທີ່ມີອຸປະນິດໄສອັນຫຍາບຊ້າເລວຊາມແລະເກືອບຈະບໍ່ມີຄວາມຫວັງ ໃດໆທີ່ຈະກັບຕົວເປັນຄົນດີໄດ້ ແຕ່ເມື່ອພຣະກຽດຕິຄຸນປະເສີດໄດ້ຊັກນໍາພວກເຂົາ ໃຫ້ຫັນກັບຈາກຄວາມຜິດບາບແລ້ວພວກເຂົາໄດ້ກັບກາຍເປັນສາວົກແລະເປັນຜູ້ອຸປະ ຖໍາຄໍ້າຊູທີ່ສັດຊື່ທີ່ສຸດ ພວກເຂົາບໍ່ແມ່ນຜູ້ທີ່ມີອຸປະນິດໄສຊົ່ວຊ້າ ພາຍໃຕ້ກິລິຍາອາການ ພາຍນອກທີ່ເບິ່ງໜ້າລັງກຽດນັ້ນ ກໍຍັງມີຄວາມໄຝ່ດີທີ່ເຊື່ອງຢູ່ ຖ້າປາສະຈາກເຊິ່ງຄວາມ ຊ່ວຍເຫຼືອແລ້ວ ຫຼາຍຄົນຍ່ອມຈະບໍ່ອາດທີ່ຈະຫຼຸດພົ້ນຈາກຄວາມຊົ່ວຮ້າຍໄດ້ແຕ່ດ້ວຍ ຄວາມພາກພຽນອົດທົນ ແລະຄວາມພະຍາຍາມທີ່ໜັກແໜ້ນ ຈິດວິນຍານຂອງພວກ ເຂົຍ່ອມສາມາດທີ່ຈະໄດ້ຮັບການຍົກຊູໃຫ້ສູງຂຶ້ນໄດ້ ຄົນເຫຼົ່ານີ້ຕ່າງຕ້ອງການຖ້ອຍຄໍາ ທີ່ອ່ອນຫວານນຸ້ມນວນຄວາມເຫັນອົກເຫັນໃຈດ້ວຍຄວາມເມດຕາ ຄວາມຊ່ວຍເຫຼືອ ຢ່າງຈິງໃຈພວກເຂົາຕ້ອງການຄໍາແນະນໍາຕັກເຕືອນໃນລັກສະນະທີ່ຈະບໍ່ເຮັດໃຫ້ປະກາຍ ແຫ່ງກໍາລັງໃຕທີ່ມີເຫຼືອໃນຈິດວິນຍານຢ່າງເລືອນລາງຢູ່ນັ້ນຕ້ອງດັບສູນໄປ ຂໍໃຫ້ຜູ້ທີ່ເຮັດ ວຽກຂອງພຣະເຈົ້າທີ່ຕິດຕໍ່ກ່ຽວຂ້ອງກັບຄົນເຫຼົ່ານີ້ໃຫ້ໄດ້ຄິດເຖິງສິ່ງນີ້ {HM 168.5}ມແ 157.4

    ບາງທ່ານອາດຈະໄດ້ພົບກັບຜູ້ທີ່ມີຈິດໃຈທີ່ເສື່ອມຊາມມາດົນນານ ຈົນເຮົາຮູ້ສືກ ວ່າໃນຊີວິດຂອງພວກເຂົາຍ່ອມບໍ່ມີທາງທີ່ຈະກັບຕົວເປັນຄົນດີໄດ້ ແຕ່ລໍາແສງອັນ ເຈີດຈ້າຂອງດວງອາທິດແຫ່ງຄວາມຊອບທໍາຍ່ອມຈະສ່ອງສາຍເຂົ້າໄປເຖິງຈິດວິນຍານ ພວກເຂົາຈະໄດ້ຮັບສິດທິພິເສດທີ່ຈະໄດ້ມີຊີວິດໃໝ່ທີ່ທຽບຄຽງໄດ້ກັບພຣະຊົນຊີບ ຂອງພຣະເຈົ້າ ຈົ່ງຊ່ວຍກັນປູກຝັງຄວາມຄິດທີ່ມີຄຸນນະທໍາອັນສູງສົ່ງໄວ້ໃນຈິດໃຈຂອງ ພວກເຂົາ ຈົ່ງໃຫ້ຊີວິດຂອງທ່ານໄດ້ເປັນສິ່ງທີ່ສະແດງໃຫ້ເຫັນຢ່າງຊັດເຈນເຖິງຄວາມ ແຕກຕ່າງລະຫວ່າງຄວາມຊົ່ວຮ້າຍແລະຄວາມບໍລິສຸດ ຄວາມມືດແລະຄວາມສະຫວ່າງ ຈາກແບບຢ່າງຂອງທ່ານໃຫ້ພວກເຂົາໄດ້ເຂົ້າໃຈຄວາມໝາຍຂອງການເປັນຄຣິດສະຕຽນ ພຣະຄຣິດຊົງສາມາດທີ່ຈະຊ່ວຍຍົກຊູຄົນທີ່ມີຄວາມຜິດບາບທີ່ສຸດແລະວາງເຂົາ ໄວ້ໃນທີ່ໆຈະມີຄົນຍອມຮັບວ່າເຂົາເປັນບຸດຂອງພຣະເຈົ້າແລະເປັນທາຍາດຜູ້ຮ່ວມຮັບ ມໍລະດົກຊົ່ວນິລັນກັບພຣະອົງ {HM 169.1}ມແ 158.1

    ໂດຍຄວາມອັດສະຈັນໃນພຣະຄຸນຂອງພຣະເຈົ້າ ຫຼາຍຄົນອາດຈະປັບປຸງຊີວິດ ໃຫ້ເປັນຄົນທີ່ມີປະໂຫຍດໄດ້ ພວກເຂົາເຄີຍຖືກດູໝິ່ນຢຽບຫຍາມແລະຖືກປະຖິ້ມຈົນ ເຮັດໃຫ້ຮູ້ສຶກທໍ້ຖອຍສິ້ນຫວັງຢ່າງທີ່ສຸດ ເຮັດໃຫ້ພວກເຂົາກາຍເປັນຄົນທີ່ບໍ່ຍິນດີຍິນ ຮ້າຍແລະເຢັນຊາ ແຕ່ພາຍໃຕ້ການຊ່ວຍເຫຼືອຈາກພຣະວິນຍານບໍລິສຸດ ຄວາມໂງ່ງ່າວ ທີ່ເຮັດໃຫ້ຮູ້ສຶກວ່າການຍົກຊູຈິດວິນຍານຂອງພວກເຂົາໃຫ້ສູງຂຶ້ນໄດ້ນັ້ນເປັນເລື່ອງທີ່ ສິ້ນຫວັງກໍຈະໝົດສິ້ນໄປ ຈິດໃຈທີ່ຂຸ້ນມົວແລະດ້ານຊາກໍຈະຖືກປຸກໃຫ້ຕື່ນຂຶ້ນ ຜູ້ທີ່ຕົກ ເປັນທາດຂອງຄວາມຜິດບາບກໍຈະຖືກປົດປ່ອຍໃຫ້ເປັນອິດສະຫຼະ ຄວາມຊົ່ວຮ້າຍຈະ ໝົດສິ້ນໄປ ແລະເຂົາຈະໄດ້ຮັບໄຊຊະນະເໜືອຄວາມໂງ່ງ່າວທີ່ມີຢູ່ໂດຍອາໄສຄວາມເຊື່ອ ທີ່ເກີດຈາກຄວາມຮັກ ຈິດໃຈກໍຈະໄດ້ຮັບການຊໍາລະໃຫ້ບໍລິສຸດແລະຄວາມຄິດກໍຈະ ເກີດຄວາມເຫັນແຈ້ງ {HM 169.2}ມແ 158.2