Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມສະອາດ

    ຄວາມພິຖີພິຖັນໃນເລື່ອງຂອງຄວາມສະອາດເປັນສິ່ງສໍາຄັນຕໍ່ທັງສຸຂະພາບຮ່າງ ກາຍແລະສຸຂະພາບຈິດ ຮ່າງກາຍກໍາຈັດຂອງເສຍອອກທາງຜິວໜັງຢູ່ຕະຫຼອດເວລາ ຮູ ຂຸມຂົນຈໍານວນນັບລ້ານໆຈະອຸດຕັນໄດ້ຢ່າງໄວວາ ຖ້າບໍ່ໄດ້ຊໍາລະຜິດໜັງໃຫ້ສະອາດ ດ້ວຍການອາບນໍ້າເປັນປະຈໍາ ແລະຂອງເສຍແທນທີ່ຈະຖືກຂັບອອກທາງຜິວໜັງຈະ ກາຍເປັນພາລະເພີ່ມເຕີມຕໍ່ອະໄວຍະວະອື່ນທີ່ມີໜ້າທີ່ໃນການກໍາຈັດຂອງເສຍ {MH 276.1}ມແ 277.3

    ຄົນສ່ວນໃຫຍ່ຈະໄດ້ຮັບປະໂຫຍດຈາກການໄດ້ອາບນໍ້າເຢັນຫຼືອາບນໍ້າອຸ່ນທຸກມື້ ທັງໃນເວລາເຊົ້າແລະເວລາຄໍ່າ ແທນທີ່ຈະເຮັດໃຫ້ເຮົາເປັນຫວັດການອາບນໍ້າທີ່ເໝາະ ສົມກັບຈະຊ່ວຍປ້ອງກັນບໍ່ໃຫ້ເປັນຫວັດ ເພາະການອາບນໍ້າຈະເຮັດໃຫ້ເລືອດໄຫຼວຽນ ດີຂຶ້ນ ເລືອດຈະໄຫຼມາສູ່ບໍລິເວນຜິວໜັງພາຍນອກ ເຮັດໃຫ້ໄຫຼວຽນໄດ້ສະດວກແລະ ສະໝໍ່າສະເໝີຍິ່ງຂຶ້ນເຮັດໃຫ້ສະໝອງປອດໂປ່ງແລະຮ່າງກາຍມີຄວາມສົດຊື່ນ ກ້າມເນື້ອ ມີຄວາມຍືກຢຸ່ນ ຄວາມນຶກຄິດກໍຈະມີຄວາມສຽບແຫຼມຫຼາຍຂຶ້ນ ການອາບນໍ້າຊ່ວຍ ຜ່ອນຄາຍຄວາມຕຶງຄຽດຂອງປະສາດ ຊ່ວຍໃຫ້ລໍາໃສ້ ກະເພາະອາຫານແລະຕັບມີສະ ພາບທີ່ສົມບູນແຂງແຮງແລະເສີມສ້າງການຍ່ອຍອາຫານ {MH 276.2}ມແ 278.1

    ການຮັກສາເສື້ອຜ້າໃຫ້ສະອາດກໍເປັນສິ່ງທີ່ມີຄວາມສໍາຄັນເຊັ່ນກັນ ເສື້ອຜ້າອາ ພອນທີ່ເຮົາໃສ່ຈະດູດຊັບຂອງເສຍທີ່ຮ່າງກາຍຂັບອອກມາທາງຮູຂຸມຂົນ ຖ້າເຮົາບໍ່ປ່ຽນ ເສື້ອຜ້າແລະນໍາໄປຊັກເປັນປະຈໍາ ຂອງເສຍເຫຼົ່ານີ້ກໍຈະຖືກດູດຊຶມກັບເຂົ້າໄປໃນຮ່າງ ກາຍຂອງເຮົາອີກ {MH 276.3}ມແ 278.2

    ຄວາມສົກກະປົກທຸກຮູບແບບເຮັດໃຫ້ເກີດໂລກໄພໄດ້ ເຊື້ອໂລກທີ່ເປັນອັນຕະ ລາຍເຖິງຊີວິດຈໍານວນຫຼາຍມັກອາໄສຢູ່ທີ່ມືດໃນມຸມອັບ ໃນກອງຂີ້ເຫຍື້ອແລະສິ່ງທີ່ເນົ່າ ເປື່ອຍໃນທີ່ປຽກຊື້ນ ໃນທີ່ໆມີເຊື້ອລາຈະເລີນແລະມີກິ່ນເໝັນອັບ ເຮົາບໍ່ຄວນຖິ້ມເສດ ຜັກຫຼືຮວບຮວມໃບໄມ້ລົ່ນໄວ້ໃກ້ໆບໍລິເວນບ້ານຈົນເນົ່າເປື່ອຍສະຫຼາຍເຮັດໃຫ້ອາກາດ ເສຍ ເຮົາບໍ່ຄວນປ່ອຍໃຫ້ມີສິ່ງສົກກະປົກຫຼືສິ່ງທີ່ເນົ່າເປື່ອຍຢູ່ໃນບ້ານເຮືອນ ໃນເຂດຊຸມ ຊົນແລະຕາມເມືອງຕ່າງໆ ທີ່ຖືກຄັດເລືອກວ່າມີການຈັດການເລື່ອງສຸຂະອານະໄມຢ່າງດີ ການແຜ່ກະຈາຍຂອງໂລກລະບາດຕ່າງໆ ກໍຍັງຄົງຖືກກວດພົບໄດ້ຕາມກອງຂີ້ສີກໃນບໍລິ ເວນບ້ານເຮືອນຂອງຜູ້ຢູ່ອາໄສທີ່ຂາດຄວາມຮັບຜິດຊອບ {MH 276.4}ມແ 278.3

    ການຮັກສາຄວາມສະອາດຢ່າງເຄ່ງຄັດ ປະລິມານແສງແດດທີ່ພຽງພໍ ການລະມັດ ລະວັງຮັກສາສຸຂະອານະໄມໃນທຸກລາຍລະອຽດຂອງທີ່ພັກອາໄສ ເປັນສິ່ງຈໍາເປັນທີ່ເຮັດ ໃຫ້ປອດຈາກໂລກໄພ ແລະເຮັດໃຫ້ທຸກໆຄົນທີ່ຢູ່ໃນຄອບຄົວມີຄວາມສົດຊື່ນແຈ່ມໃສ ແລະມີສຸຂະພາບທີ່ສົມບູນແຂງແຮງ {MH 276.5}ມແ 278.4

    *****