Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 6 ລອດເພື່ອຈະໄດ້ຮັບໃຊ້

    ເປັນເວລາຮຸ່ງເຊົ້າໃນທະເລສາບກາລິລີ ເມື່ອພຣະເຢຊູແລະເຫຼົ່າສາວົກຂອງພຣະ ອົງມາເຖິງທີ່ຝັ່ງ ພາຍຫຼັງທີ່ຕ້ອງພະເຊີນກັບຄໍ່າຄືນອັນປັ່ນປ່ວນຈາກພາຍຸຮ້າຍຢູ່ກາງທ້ອງ ທະເລ ແສງຕາເວັນໃນຍາມຮຸ່ງເຊົ້າໄດ້ສາດສ່ອງຜືນນໍ້າແລະແຜ່ນດິນເໝືອນກັບວ່າເປັນ ພຣະພອນແຫ່ງສັນຕິສຸກ ແຕ່ເມື່ອພຣະເຢຊູແລະເຫຼົ່າສາວົກກ່າວຂຶ້ນເທິງຝັ່ງ ພວກເຂົາກໍ ຕ້ອງປະສົບກັບພາບອັນໜ້າຢ້ານກົວຍິ່ງກວ່າທ້ອງທະເລອັນປັ່ນປ່ວນ ຈາກທີ່ໆໄດ້ຫຼົບລີ້ ຕົວທ່າມກາງຫຼຸມຝັງສົບ ຊາຍໂລກຈິດສອງຄົນໄດ້ແລ່ນຕົງເຂົ້າມາເໝືອນກັບວ່າຈະຊີກ ພວກເຂົາອອກເປັນຕ່ອນເລັກຕ່ອນນ້ອຍ ຊາຍເຫຼົ່ານີ້ໄດ້ຫຼົບໜີຈາກການຈ່ອງຈໍາ ສາຍໂສ້ ຕວນທີ່ເຄີຍລ່າມພວກເຂົາໄວ້ນັ້ນຫ້ອຍໂຕງເຕງຢູ່ຮອບຕົວເຂົາ ຕົນຕົວຂອງເຂົາຖະຫຼອກ ເຫຼິ້ນແລະມີເລືອດອາບດວງຕາທີ່ເສົ້າໝອງຂອງເຂົາແນມລອດຜ່ານເສັ້ນຜົມທີ່ຫຍຸ້ງເຫຍີງ ເໝືອນກັບວ່າຄວາມເປັນມະນຸດໄດ້ຖືກລົບຫາຍໄປຈາກເຂົາໝົດສິ້ນ ເມື່ອເບິ່ງໄປແລ້ວ ພວກເຂົາ ນັ້ນ ຄ້າຍຄືກັບສັບປ່າຫຼາຍກວ່າຄົນ {MH 95.1}ມແ 72.1

    ເຫຼົ່າສາວົກແລະພວກທີ່ຕິດຕາມມານໍາກັນພາກັນແລ່ນໜີໄປດ້ວຍຄວາມຢ້ານກົວ ແຕ່ໃນບໍ່ດົນເຂົາທັງຫຼາຍກໍລັງເກດເຫັນວ່າພຣະເຢຊູຊົງບໍ່ໄດ້ນໍາມານໍາ ເມື່ອເຂົາທັງຫຼາຍຫັນ ກັບໄປເບິ່ງ ຈຶ່ງເຫັນວ່າພຣະອົງຊົງປະທັບຢືນຢູ່ບ່ອນທີ່ເຂົາທັງຫຼາຍຖິ້ມພຣະອົງຢູ່ ພຣະ ອົງຜູ້ຊົງຫ້າມຄື້ນພາຍຸໃຫ້ສະຫງົບລົງໄດ້ ພຣະອົງຜູ້ຊົງຜະເຊີນໜ້າກັບຊາຕານແລະຊົງໄດ້ ຮັບໄຊຊະນະເໜືອມັນມາກ່ອນ ພຣະອົງບໍ່ໄດ້ຊົງຫຼົບລີ້ໜີເຫຼົ່າຜີຮ້າຍນີ້ໄປ ເມື່ອຊາຍ ທັງສອງທີ່ໄດ້ຄົບແຂ້ວຄ້ຽວຟັນມີນໍ້າລາຍຟູມປາກຍ່າງຕົງເຂົາມາຫາພຣະອົງ ພຣະເຢຊູຊົງ ຍົກພຣະຫັດຊຶ່ງໄດ້ເຄີຍຫ້າມຄື້ນລົມໃຫ້ສະຫງົບ ຈາກນັ້ນຊາຍທັງສອງກໍບໍ່ອາດທີ່ຈະເຂົ້າ ມາໃກ້ພຣະອົງໄດ້ຫຼາຍໄປກວ່ານັ້ນ ພວກເຂົາໄດ້ແຕ່ຢືນຢູ່ຕໍ່ໜ້າພຣະອົງ ສະແດງທ່າທີ ຄຽດເຄັ່ງແຕ່ກໍບໍ່ອາດເຮັດຫຍັງພຣະອົງໄດ້ {MH 95.2}ມແ 72.2

    ພຣະອົງຕັດສັ່ງດ້ວຍລິດອໍານາດໃຫ້ຜີຮ້ານອອກມາຈາກພວກເຂົາຊາຍຜູ້ເຄາະ ຮ້າຍທັງສອງຄົນນັ້ນຮູ້ດີວ່າພຣະອົງຜູ້ຊົງປະທັບຢືນຢູ່ໃກ້ໆເຂົານັ້ນຊົງສາມາດຊ່ວຍເຂົາ ໃຫ້ຫຼຸດພົ້ນຈາກຜີຮ້າຍທີ່ທໍລະມານເຂົາໄດ້ ເຂົາໄດ້ກົ້ມລົງແທບພຣະບາດຂອງພຣະຜູ້ ຊ່ວຍໃຫ້ລອດເພື່ອທູນຂໍພຣະເມດຕາແດ່ ເມື່ອພວກເຂົາຫຼຸດປາກຈະເວົ້າ ຜີຮ້າຍທີ່ສິງ ຢູ່ໃນຕົວເຂົາກໍໄດ້ຮ້ອງຂຶ້ນມາວ່າ: “ທ່ານຜູ້ເປັນພຣະບຸດຂອງພຣະເຈົ້າ ທ່ານຈະມາຫຍຸ້ງ ກັບພວກເຮົາເຮັດຫຍັງ ຈະມາທໍລະມານພວກເຮົາກ່ອນເວລາບໍ່” ມັດທາຍ 8:29 {MH 96.1}ມແ 73.1

    ວິນຍານຊົ່ວຮ້າຍຖືກບັງຄັບໃຫ້ປ່ອຍຜູ້ເຄາະຮ້າຍທັງສອງໄປ ຈາກນັ້ນຈຶ່ງໄດ້ເກີດ ເຫດການປ່ຽນແປງອັນໜ້າມະຫັດສະຈັນແກ່ຊາຍທັງສອງທີ່ຖືກຜີສິງ ແສງສະຫວ່າງໄດ້ ສາຍສ່ອງເຂົ້າມາຍັງຈິດໃຈ ດວງຕາຂອງພວກເຂົາໄດ້ສ່ອງປະກາຍເຖິງຄວາມຮູ້ສຶກນຶກຄິດ ໃບໜ້າທີ່ບິດບ້ຽວມາດົນນານຈົນເບິ່ງເຮິຮ້ານປານກັບໜ້າຊາຕານໄດ້ກັບກາຍເປັນ ໃບໜ້າທີ່ອ່ອນໂຍນລົງໃນທັນໃດ ມືທີ່ເປື້ອນໂລຫິດກັບສະຫງົບນິ້ງແລະຊາຍທັງສອງຕ່າງ ໄດ້ເປ່ງສຽງສັນລະເສີນພຣະເຈົ້າ {MH 97.1}ມແ 73.2

    ໃນລະຫວ່າງນັ້ນຜີຮ້ານທີ່ຖືກຂັບອອກຈາກການສິງສູ່ຢູ່ໃນມະນຸດໄດ້ເຂົ້າໄປສິງຢູ່ ໃນຝູງໝູແທນແລະໝູທັງຝູງກໍໄດ້ໂຕນລົງທະລາຍຕາຍໄປ ຄົນລ້ຽງໝູຮີບກະຈາຍຂ່າວ ອອກໄປຢ່າງໄວວ່າ ດັ່ງນັ້ນຄົນທັງເມືອງຈຶ່ງໄດ້ພາກັນມາເຝົ້າພຣະເຢຊູ ຄົນທີ່ຖືກຜີສິງ ສອງຄົນນັ້ນ ເຄີຍເປັນທີ່ຢ້ານກົວຂອງຄົນທັງເມືອງ ບັດນີ້ຊາຍທັງສອງໄດ້ນຸ່ງຫົ່ມເສື້ອຜ້າ ຮຽບຮ້ອຍແລະມີສະຕິທີ່ສົມບູນກໍາລັງນັ່ງຢູ່ແທບພຣະບາດພຣະເຢຊູ ຟັງພຣະວັດຈະນະ ຂອງພຣະອົງແລະສັນລະເສີນພຣະນາມຂອງພຣະອົງຜູ້ຊົງໄດ້ໂປດຮັກສາໃຫ້ພວກເຂົາ ຫາຍເປັນປົກກະຕິ ແຕ່ຄົນທັງຫຼາຍທີ່ເຫັນເຫດການອັນໜ້າອັດສະຈັນນີ້ຫາກບໍ່ໄດ້ມີ ຄວາມຊົມຊື່ນຍິນດີນໍາ ການທີ່ຕ້ອງສູນເສຍຝູງໝູນັ້ນເບິ່ງຄືວ່າຈະມີຄວາມສໍາຄັນຍິ່ງໃຫຍ່ ກວ່າການທີ່ຊ່ວຍຊາຍທັງສອງຄົນໃຫ້ຫຼຸດພົ້ນຈາກການທີ່ຕົກເປັນທາດຂອງຊາຕານ ດ້ວຍ ຄວາມຕົກໃຈຢ້ານພວກເຂົາຈຶ່ງໄດ້ພາກັນມາຊຸມນຸມອ້ອມຮອບພຣະເຢຊູ ແລະທູນຂໍໃຫ້ ພຣະອົງສະເດັດໄປຈາກພວກເຂົາເສຍ ດັ່ງນັ້ນພຣະອົງຈຶ່ງໄດ້ຊົງປະຕິບັດຕາມຄໍາຮ້ອງຂໍ ສະເດັດລົງເຮືອຂ້າມໄປຍັງຝັ່ງກົງກັນຂ້າມໂດຍບໍ່ໄດ້ລໍຊ້າ {MH 97.2}ມແ 73.3

    ຊາຍທີ່ຖືກຜີສິງໄດ້ຮັບການຊ່ວຍເຫຼືອໃຫ້ພົ້ນຈາກອໍານາດຊົ່ວຮ້າຍກັບມີຄວາມຮູ້ ສຶກທີ່ແຕກຕ່າງກັບຊາວເມືອງຫຼາຍ ພວກເຂົາປາຖະໜາທີ່ຈະໄດ້ມີຄວາມສໍາພັນໃກ້ຊິດ ກັບພຣະອົງຜູ້ຊົງຊ່ວຍກູ້ພວກເຂົາເມື່ອໄດ້ຢູ່ຕໍ່ເບື້ອງພຣະພັກຂອງພຣະອົງພວກເຂົາຮູ້ສຶກ ປອດໄພຈາກພວກຜີຮ້າຍທີ່ໄດ້ທໍລະມານຊີວິດຂອງເຂົາ ແລະເຮັດໃຫ້ຊີວິດໃນໄວໜຸ່ມ ຂອງເຂົາຕ້ອງສູນເສຍໄປ ໃນຂະນະທີ່ພຣະເຢຊູຊົງກໍາລັງຈະສະເດັດລົງເຮືອຢູ່ນັ້ນ ຄົນທັງ ສອງໄດ້ເຂົ້າມາຄຸກເຂົ່າລົງແທບພຣະບາດຂອງພຣະອົງແລະໄດ້ວິ້ງວອນຂໍໃຫ້ໄດ້ໃກ້ຊິດ ພຣະອົງເພື່ອຈະໄດ້ຟັງພຣະວັດຈະນະຂອງພຣະອົງ ແຕ່ພຣະເຢຊູມິຊົງ ພຣະດໍາລັດສັ່ງ ໃຫ້ທັງສອງກັບບ້ານໄປແລະໃຫ້ບອກເລົ່າເລື່ອງລາວອັນຍິ່ງໃຫຍ່ທີ່ອົງພຣະຜູ້ເປັນເຈົ້າໄດ້ ຊົງກະທໍາແກ່ເຂົາທັງສອງ {MH 98.1}ມແ 74.1

    ນີ້ແມ່ນງານທີ່ພວກເຂົາຈະຕ້ອງໄດ້ເຮັດ ຊຶ່ງກໍຄືຈະຕ້ອງໄປຍັງບ້ານຂອງຜູ້ທີ່ຍັງບໍ່ ເຊື່ອພຣະເຈົ້າແລະເລົ່າເລື່ອງພຣະພອນທີ່ເຂົາໄດ້ຮັບມາຈາກພຣະເຢຊູ ເປັນເລື່ອງຍາກທີ່ ຈະໃຫ້ເຂົາທັງສອງຕ້ອງແຍກໄປຈາກພຣະຜູ້ຊ່ວຍໃຫ້ລອດ ແລະການທີ່ຈະຕ້ອງໄປພົບ ປະໝູ່ພີ່ນ້ອງທີ່ຍັງບໍ່ເຊື່ອພຣະເຈົ້າເພື່ອການເປັນພະຍານນັ້ນ ນັບວ່າເປັນວຽກທີ່ໜ້າໜັກ ໃຈເປັນຢ່າງຍິ່ງ ເພາະການທີ່ໄດ້ເຫີນຫ່າງຈາກສັງຄົມມາເປັນເວລາດົນນານເບິ່ງຄືວ່າຈະ ເຮັດໃຫ້ເຂົາທັງສອງຂາດຄຸນສົມບັດທີ່ເໝາະສົມເພື່ອທີ່ຈະເຮັດວຽກນີ້ ແຕ່ທັນທີທີ່ພຣະ ອົງໄດ້ຊີ້ໃຫ້ເຫັນເຖິງໜ້າທີ່ຂອງພວກເຂົາແລ້ວພວກເຂົາກໍພ້ອມທີ່ຈະປະຕິບັດຕາມ {MH 98.2}ມແ 74.2

    ທັງສອງຄົນບໍ່ໄດ້ພຽງແຕ່ບອກເລື່ອງລາວຂອງພຣະເຢຊູໃຫ້ກັບຄົນໃນຄອບຄົວ ແລະເພື່ອນບ້ານຂອງເຂົາເທົ່ານັ້ນ ແຕ່ຍັງໄປທົ່ວແຄວ້ນທົດສະບູລີ ໄປຍັງທົ່ວທຸກຫົນແຫ່ງ ປະກາດເຖິງລິດອໍານາດຂອງພຣະອົງທີ່ຊົງສາມາດຊ່ວຍໃຫ້ລອດແລະອະທິບາຍວ່າພຣະ ອົງໄດ້ຊົງປົດປ່ອຍເຂົາໃຫ້ຫຼຸດພົ້ນຈາກອໍານາດຂອງຜີຮ້າຍໄດ້ຢ່າງໃດ {MH 98.3}ມແ 74.3

    ເຖິງແມ່ນວ່າຊາວເມືອງເກີກາຊີ (ກາດາຣາ) ຈະຍັງບໍ່ໄດ້ຕ້ອນຮັບພຣະເຢຊູກໍຕາມ ແຕ່ພຣະອົງກໍບໍ່ໄດ້ຊົງປະຖິ້ມຄົນທີ່ນັ້ນໄວ້ໃນຄວາມມືດທີ່ເຂົາທັງຫຼາຍເປັນຜູ້ເລືອກເອງ ເມື່ອຮ້ອງຂໍໃຫ້ພຣະອົງສະເດັດໄປຈາກເຂົາທັງຫຼາຍນັ້ນເຂົາທັງຫຼາຍຍັງບໍ່ມີໂອກາດໄດ້ຟັງ ພຣະຄໍາຂອງພຣະອົງເລີຍ ຍັງບໍ່ຮູ້ເຖິງສິ່ງທີ່ເຂົາທັງຫຼາຍໄດ້ປະຕິເສດ ດ້ວຍເຫດນີ້ພຣະອົງ ຈຶ່ງໄດ້ປະທານແສງສະຫວ່າງໃຫ້ແກ່ພວກເຂົາໂດຍຜ່ານຜູ້ທີ່ພວກເຂົາບໍ່ປະຕິເສດທີ່ຈະ ຮັບຟັງ {MH 98.4}ມແ 75.1

    ໂດຍການທໍາລາຍຝູງໝູ ຊາຕານມີຄວາມໝຸ້ງໝາຍທີ່ຈະຫັນເຫຈິດໃຈຂອງປະຊາ ຊົນໄປຈາກພຣະຜູ້ຊ່ວຍໃຫ້ລອດ ແລະຂັດຂວາງການປະກາດຂ່າວປະເສີດໃນແຄວ້ນນັ້ນ ແຕ່ເຫດການທີ່ເກີດຂຶ້ນນີ້ກັບເຮັດໃຫ້ຊາວເມືອງເກີດຄວາມຕື່ນເຕັ້ນຢ່າງທີ່ບໍ່ມີສິ່ງໃດ ໄດ້ເຮັດມາກ່ອນ ແລະຫັນຄວາມສົນໃຈຂອງເຫຼົ່າປະຊາຊົນໄປຍັງພຣະຄຣິດ ແມ່ນວ່າ ພຣະຜູ້ຊ່ວຍໃຫ້ລອດໄດ້ສະເດັດຈາກໄປແລ້ວກໍຕາມ ຊາຍສອງຄົນທີ່ພຣະອົງຊົງຮັກສາ ໃຫ້ຫາຍກໍຍັງຄົງຢູ່ເປັນພະຍານເຖິງລິດອໍານາດຂອງພຣະອົງຕໍ່ໄປຄົນເຫຼົ່ານີ້ທີ່ເຄີຍຕົກເປັນ ເຄື່ອງມືຂອງເຈົ້າແຫ່ງຄວາມມືດໄດ້ກັບກາຍມາເປັນຊ່ອງທາງຂອງແສງສະຫວ່າງ ໂດຍ ເປັນທູດຂອງພຣະບຸດຂອງພຣະເຈົ້າ ເມື່ອພຣະເຢຊູສະເດັດກັບໄປຍັງແຄວ້າທົດສະບູລີ ຝູງຊົນໄດ້ເຂົ້າມາອ້ອມຮອບພຣະອົງ ຕະຫຼອດເວລາສາມມື້ຫຼາຍພັນຄົນຈາກດິນແດນໃກ້ ຄຽງ ໄດ້ຟັງຂ່າວແຫ່ງຄວາມລອດ {MH 98.5}ມແ 75.2

    ຊາຍສອງຄົນທີ່ພຣະເຢຊູຊົງຂັບຜີອອກຈົນຫາຍເປັນປົກກະຕິແລ້ວນັ້ນ ເປັນຜູ້ ເຜີຍແຜ່ສາສະໜາ ສອງຄົນທໍາອິດທີ່ໄດ້ປະກາດຂ່າວປະເສີດໃນແຄວ້ນທົດສະບູລີ ຄົນ ທັງສອງນີ້ໄດ້ຟັງພຣະຄໍາຂອງພຣະອົງພຽງຊົ່ວເວລາເລັກນ້ອຍເທົ່ານັ້ນ ເຂົາຍັງບໍ່ໄດ້ຍິນຄໍາ ເທສະໜາສັ່ງສອນໃດໆຈາກພຣະໂອດຂອງພຣະອົງແມ່ນແຕ່ນ້ອຍ ເຂົາທັງສອງຈຶ່ງບໍ່ສາ ມາດທີ່ຈະສັ່ງສອນປະຊາຊົນໄດ້ຄືກັບເຫຼົ່າສາວົກທີ່ເຄີຍຢູ່ຮ່ວມກັບພຣະຄຣິດທຸກມື້ໄດ້ ເປັນຄໍາພະຍານທີ່ພຣະຜູ້ເປັນເຈົ້າຂອງເຮົາຊົງຮຽກຮ້ອງໃຫ້ເຮົາໄດ້ເຮັດໃນສິ່ງທີ່ໂລກກໍາ ລັງຈະເຖິງເວລາແຫ່ງຄວາມພິນາດຢູ່ນີ້ {MH 99.1}ມແ 75.3

    ຂ່າວປະເສີດບໍ່ແມ່ນສິ່ງທີ່ຈະຢິບຍົກຂຶ້ນມາສະແດງເປັນທິດສະດີອັນປາສະຈາກ ຊີວິດ ແຕ່ເປັນລິດອໍານາດທີ່ດໍາລົງຢູ່ທີ່ສາມາດປ່ຽນແປງຊີວິດໄດ້ ພຣະເຈົ້າຊົງມີພຣະປະ ສົງໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນພະຍານເຖິງຄວາມຈິງທີ່ວ່າໂດຍພຣະຄຸນຂອງພຣະອົງ ມະນຸດຈະມີອຸປະນິດໄສແບບດຽວກັບພຣະຄຣິດໄດ້ແລະຈະໄດ້ມີຄວາມຊົມຊື່ນຍິນດີດ້ວຍ ເພາະໝັ້ນໃຈໃນຄວາມຮັກຍິ່ງໃຫຍ່ຂອງພຣະອົງ ພຣະອົງຊົງປາຖະໜາໃຫ້ເຮົາໄດ້ ເປັນພະຍານໃຫ້ກັບຄວາມເປັນຈິງທີ່ວ່າ ພຣະອົງຈະບໍ່ຊົງພໍພຣະໄທຈົນກວ່າທຸກໆຄົນທີ່ ຍອມຮັບເອົາຄວາມລອດຈະໄດ້ຮັບການກອບກູ້ແລະຈະໄດ້ຮັບການຊົງນໍາກັບຄືນສູ່ສິດ ອັນຊອບທໍາທີ່ຈະໄດ້ເປັນບຸດຊາຍຍິງຂອງພຣະອົງ {MH 99.2}ມແ 75.4

    ແມ່ນແຕ່ຄົນທັງຫຼາຍທີ່ດໍາເນີນຊີວິດໃນທາງທີ່ໜ້າລັງກຽດທີ່ສຸດສໍາຫຼັບພຣະອົງ ພຣະອົງກໍຍັງຊົງຍອມຮັບໄວ້ດ້ວຍຄວາມເຕັມພຣະໄທ ເມື່ອຄົນເຫຼົ່ານັ້ນຍອມກັບໃຈໃໝ່ ພຣະອົງກໍຈະຊົງປະທານພຣະວິນຍານຂອງພຣະເຈົ້າໃຫ້ແກ່ເຂົາເຫຼົ່ານັ້ນ ແລະຈະຊົງໃຊ້ ເຂົາໃຫ້ໄປປະກາດແກ່ຜູ້ທີ່ບໍ່ຊື່ສັດເຖິງພຣະກະລຸນາທິຄຸນຂອງພຣະອົງ ໂດຍລິດອໍານາດ ຂອງພຣະຄຣິດ ຈິດວິນຍານທັງຫຼາຍທີ່ແມ່ນແຕ່ໄດ້ເສື່ອມໂຊມລົງຈົນຕ້ອງຕົກເປັນເຄື່ອງ ມືຂອງຊາຕານກໍຍັງສາມາດທີ່ຈະໄດ້ຮັບການປ່ຽນແປງໃໝ່ໃຫ້ກາຍເປັນທູດແຫ່ງຄວາມ ຊອບທໍາໄດ້ແລະຊົງໃຊ້ໃຫ້ໄປປະກາດເຖິງການງານທີ່ຍິ່ງໃຫຍ່ທີ່ອົງພຣະຜູ້ເປັນເຈົ້າຊົງປະ ກອບກິດເພື່ອເຂົາແລະຊົງມີພຣະໄທເມດຕາກະລຸນາຕໍ່ເຂົາທັງຫຼາຍຢ່າງໃດ {MH 99.3}ມແ 76.1