Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ແຜນການຂອງພຣະເຈົ້າສໍາລັບຊົນຊາດອິສະລະເອນ

    ໃນແຜນການຂອງພຣະເຈົ້າສໍາລັບຊົນຊາດອິດສະຫຼະເອນນັ້ນ ທຸກໆຄອບຄົວຕ່າງ ມີບ້ານເຮືອນໃນທີ່ດິນຂອງຕົນທີ່ມີເນື້ອທີ່ພຽງພໍທີ່ຈະເຮັດການປູກຝັງໄດ້ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຮັບການຈັດສັນທັງເຄື່ອງມືແລະແຮງຈູງໃຈໃຫ້ມີຊີວິດທີ່ເກີດປະໂຫຍດ ມີຄວາມຂະຫຍັນຂັນແຂງແລະສາມາດມີຊີວິດທີ່ເພິ່ງພາຕົນເອງໄດ້ ແລະຍັງບໍ່ເຄີຍມີວິທີ ການໃດຂອງມະນຸດທີ່ຈະສາມາດສ້າງສິ່ງທີ່ດີໄປກວ່າແຜນການນີ້ ເພາະເຫດທີ່ມະນຸດໃນ ໂລກບໍ່ຍອມດໍາເນີນຕາມແຜນການຂອງພຣະເຈົ້າຈຶ່ງໄດ້ກໍ່ໃຫ້ເກີດຄວາມຍາກຈົນຂັດສົນ ທີ່ມີຢູ່ຢ່າງຫຼວງຫຼາຍໃນໂລກທຸກມື້ນີ້ {MH 183.3}ມແ 176.1

    ເມື່ອຊົນຊາດອິດສະຫຼະເອນໄດ້ເຂົ້າໄປຕັ້ງຖິ່ນຖານໃນແຜ່ນດິນຄະນາອັນ ໄດ້ມີ ການແບ່ງສັນປັນສ່ວນທີ່ດິນໃຫ້ແກ່ປະຊາຊົນຢ່າງເທົ່າທຽມທົ່ວທຸກຄົນ ຍົກເວັ້ນກໍແຕ່ ພຽງໃນຕະກຸນເລວີຕະກຸນດຽວເທົ່ານັ້ນທີ່ມີໜ້າທີ່ຄອຍປະຕິບັດຮັບໃຊ້ຢູ່ໃນພຣະວິຫານ ທີ່ດິນຖືກແບ່ງຫຼາຍໜ້ອຍຕ່າງກັນຕາມຈໍານວນຄົນໃນຄອບຄົວຂອງແຕ່ລະຊົນເຜົ່າ ແລ້ວ ຈາກນັ້ນຈຶ່ງປັນສ່ວນກັນຕາມຈໍານວນສະມາຊິກທີ່ມີຢູ່ໃນແຕ່ລະຄອບຄົວ {MH184.1}ມແ 176.2

    ແລະເຖິງແມ່ນວ່າບຸກຄົນຜູ້ໜື່ງອາດຈະເອົາທີ່ດິນຂອງເຂົາໄປຈໍານອງໄວ້ເປັນການ ຊົ່ວຄາວ ແຕ່ເຂົາກໍບໍ່ອາດທີ່ຈະຂາຍກໍາມະສິດຖາວອນຂອງທີ່ດິນນັ້ນ ຊຶ່ງສົມຄວນຕົກ ເປັນມໍລະດົກແກ່ລູກຫຼານອອກໄປໄດ້ ຖ້າເຂົາມີຊັບສິນພໍເຂົາກໍອາດສາມາດມີສິດທິທີ່ຈະ ໄຖ່ທີ່ດິນນັ້ນຄືນມາໄດ້ຕະຫຼອດເວລາ ໜີ້ສິນຈະຖືກຍົກເລີກໄປໃນໄລຍະເວລາທຸກໆ ເຈັດປີ ແລະໃນປີທີຫ້າສິບ ຊັບສົມບັດທີ່ເປັນທີ່ດິນທັງໝົດຈະຕ້ອງຖືກສົ່ງກັບຄືນສູ່ເຈົ້າຂອງດິນ {MH 184.2}ມແ 176.3

    ອົງພຣະຜູ້ເປັນເຈົ້າຊົງມີພຣະດໍາລັດສັ່ງວ່າ ” ເຈົ້າທັງຫຼາຍຈະຂາຍທີ່ດິນຂອງເຈົ້າ ໃຫ້ຂາດບໍ່ໄດ້ ເພາະວ່າແຜ່ນດິນນັ້ນເປັນຂອງເຮົາ ເພາະເຈົ້າເປັນແຂກເມືອງແລະເປັນ ຄົນອາໄສຢູ່ກັບເຮົາທົ່ວໄປ ໃນແຜ່ນດິນທີ່ເຈົ້າຢຶດຖືຢູ່ເຈົ້າຈົ່ງໃຫ້ມີການໄຖ່ຖອນທີ່ດິນຄືນ ຖ້າພີ່ນ້ອງຂອງເຈົ້າຍາກຈົນລົງ ແລະຂາຍທີ່ດິນສ່ວນໜຶ່ງຂອງເຂົາ ຈົ່ງໃຫ້ພີ່ນ້ອງ ໃກ້ຊິດເຂົາໄປໄຖ່ຖອນເອົາທີ່ນາທີ່ພີ່ນ້ອງຂອງເຂົາຂາຍໄປນັ້ນຄືນ..... ແຕ່(ເມື່ອເຂົາ).... ມີຊັບສິນພໍທີ່ຈະໄຖ່ຖອນໄດ້.... ເຂົາກໍເຂົ້າຢູ່ໃນທີ່ດິນຂອງເຂົາໄດ້ ຖ້າເຂົາບໍ່ມີຊັບສິນພໍ ທີ່ຈະໄຖ່ຄືນ ທີ່ດິນທີ່ເຂົາໄດ້ຂາຍໄປຈະຄົງຢູ່ໃນມືຂອງຜູ້ຊື້ ຈົນເຖິງປີສຽງເຂົາສັດ ” ເລວີ 25:23-28 {MH 184.3}ມແ 176.4

    ” ເຈົ້າຈົ່ງຖືປີທີ່ຫ້າສິບເປັນປີທີ່ບໍລິສຸດ ແລະປະກາດອິດສະຫຼະພາບແກ່ບັນດາຄົນ ທີ່ອາໄສຢູ່ທົ່ວແຜ່ນດິນຂອງເຈົ້າ ໃຫ້ເປັນປີສຽງເຂົາສັດແກ່ເຈົ້າ ໃຫ້ທຸກຄົນກັບໄປຍັງພູມ ລໍາເນົາອັນເປັນຊັບສິນຂອງຕົນແລະກັບໄປສູ່ຕະກຸນຂອງເຂົາ ” ເລວີ 25:10 {MH 185.1}ມແ 177.1

    ໂດຍເຫດນີ້ທຸກໆຄອບຄົວຈະໄດ້ມີຊັບສົມບັດອັນເປັນຫຼັກຖານອັນໝັ້ນຄົງ ແລະ ຈະເປັນສິ່ງທີ່ຊ່ວຍປ້ອງກັນບໍ່ໃຫ້ມີຄວາມຮັ່ງມີລໍ້າລວຍຫຼາຍຈົນເກີນຂອບເຂດ ຫຼືເກີດມີ ຄົນທີ່ລໍາບາກຍາກຈົນຫຼາຍເກີນໄປ {MH 185.2}ມແ 177.2