Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    “ຈົ່ງເຂົ້າສະໜິດຢູ່ໃນເຮົາ”

    ພຣະຄິດບອກເຊີນຊວນເຮົາວ່າ ຈົ່ງເຂົ້າສະໜິດຢູ່ໃນເຮົາແລະເຮົາຈະເຂົ້າສະ ໜິດຢູ່ໃນທ່ານ ແໜງຈະອອກໝາກຜົນເອງບໍ່ໄດ້ນອກຈາກຈະຕິດຢູ່ກັບເຄືອສັນໃດ ທ່ານທັງຫຼາຍກໍຈະເກີດຜົນບໍ່ໄດ້ນອກຈາກຈະເຂົ້າສະໜິດຢູ່ໃນເຮົາສັນນັ້ນ ຜູ້ທີ່ເຂົ້າສະ ໜິດຢູ່ໃນເຮົາແລະແລະເຮົາເຂົ້າສະໜິດຢູ່ໃນເຂົາ ຜູ້ນັ້ນກໍຈະເກີດຜົນຫຼາຍ ເພາະຖ້າແຍກ ຈາກເຮົາແລ້ວທ່ານຈະເຮັດສິ່ງໃດບໍ່ໄດ້ເລີຍ ຖ້າທ່ານທັງຫຼາຍເຂົ້າສະໜິດຢູ່ໃນເຮົາແລະ ຖ້ອຍຄຳຂອງເຮົາຝັງຢູ່ໃນທ່ານແລ້ວທ່ານຈະຂໍສິ່ງໃດ ຊຶ່ງທ່ານປາຖະໜາກໍຈະໄດ້ສິ່ງນັ້ນ ພຣະບິດາຂອງເຮົາຊົງໄດ້ຮັບກຽດເພາະເຫດນີ້ຄືເມື່ອທ່ານທັງຫຼາຍເກີດຜົນຫຼາຍ ທ່ານກໍເປັນສາວົກຂອງເຮົາ {MH 514.4}ມແ 543.1

    “ພຣະບິດາຊົງຮັກເຮົາສັນໃດ ເຮົາກໍຮັກທ່ານຫຼາຍເຊັ່ນນັ້ນ ຈົ່ງຍຶດໝັ້ນຢູ່ໃນ ຄວາມຮັກຂອງເຮົາ {MH 514.5}ມແ 543.2

    “ທ່ານທັງຫຼາຍບໍ່ໄດ້ເລືອກເຮົາ ແຕ່ເຮົາໄດ້ເລືອກທ່ານທັງຫຼາຍແລະໄດ້ແຕ່ງຕັ້ງ ທ່ານທັງຫຼາຍໄວ້ໃຫ້ທ່ານໄປເກີດຜົນ ແລະເພື່ອໃຫ້ຜົນຂອງທ່ານຄົງຢູ່ ເພື່ອວ່າເມື່ອທ່ານ ທູນຂໍສິ່ງໃດຈາກພຣະບິດາໃນນາມຂອງເຮົາ ພຣະອົງຈະໄດ້ປະທານສິ່ງນັ້ນໃຫ້ແກ່ທ່ານ” ໂຢຮັນ 15:4-16 {MH 514.6}ມແ 543.3

    “ເບິ່ງເຖີດ ນີ້ເດ ເຮົາຢືນເຄາະຢູ່ທີ່ປະຕູ ຖ້າຜູ້ໃດໄດ້ຍິນສຽງຂອງເຮົາແລະເປີດປະຕູ ເຮົາຈະເຂົ້າໄປຫາຜູ້ນັ້ນແຫຼະ” ພຣະນິມິດ 3: 20 {MH 516}ມແ 543.4

    “ໃຜມີຫູກໍໃຫ້ຟັງຂໍ້ຄວາມຊຶ່ງພຣະວິນຍານໄດ້ຕັດໄວ້ແກ່ຄຣິສຕະຈັກທັງຫຼາຍ ເຮົາຈະໃຫ້ມານາທີ່ເຊື່ອງຊ້ອນຢູ່ແກ່ຜູ້ທີ່ມີໄຊຊະນະ ແລະຈະໃຫ້ຫີນຂາວແກ່ເຂົາດ້ວຍ ທີ່ຫີນນັ້ນມີຊື່ໃໝ່ ຈາລຶກໄວ້ຊຶ່ງບໍ່ມີໃຜຮູ້ເລີຍນອກຈາກຜູ້ທີ່ຮັບເທົ່ານັ້ນ” ພຣະນິມິດ 2:17 {MH 516.2}ມແ 543.5

    “ຜູ້ໃດມີໄຊຊະນະ... ເຮົາຈະມອບດາວປະຈຳຮຸ່ງໃຫ້ແກ່ຜູ້ນັ້ນ” ເຮົາຈະຈາລຶກ ພຣະນາມພຣະເຈົ້າຂອງເຮົາ ແລະຊື່ເມືອງຂອງພຣະເຈົ້າຂອເຮົາ...ເຮົາຈະຈາລຶກນາມ ໃໝ່ຂອງເຮົາໄວ້ທີ່ຜູ້ນັ້ນ ພຣະນິມິດ 2:26-28; 3:12 {MH 516.3}ມແ 543.6