Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ອາຫານການກິນ

    ໃນເລື່ອງຂອງອາຫານການກິນທັງໝົດນັ້ນ ພຣະເຈົ້າໄດ້ຊົງຊີ້ແຈງໃຫ້ຊົນຊາດອິ ສະລະເອນຮູ້ເຖິງຄວາມແຕກຕ່າງລະຫວ່າງສິ່ງທີ່ສະອາດແລະສິ່ງທີ່ເປັນມົນທິນ {MH 280.2}ມແ 282.1

    ເຮົາຄືພຣະເຢໂຮວາພຣະເຈົ້າຂອງເຈົ້າ ຜູ້ໃດແຍກເຈົ້າອອກຈາກຊົນຊາດທັງຫຼາຍ ເຫດສະນັ້ນເຈົ້າຈົ່ງສັງເກດຄວາມແຕກຕ່າງລະຫວ່າງສັດສະອາດ ແລະສັດມົນທິນ ລະ ຫວ່າງນົກມົນທິນແລະນົກສະອາດ ເຈົ້າຢ່າເຮັດຕົວໃຫ້ເປັນທີ່ໜ້າລັງກຽດ ດ້ວຍສັດຫຼື ນົກຫຼືສິ່ງໃດໆທີ່ເລືອຄານຢູ່ເທິງດິນ ຊຶ່ງເຮົາໄດ້ແຍກໃຫ້ເຈົ້າແລ້ວວ່າເປັນຂອງມົນທິນ” ລະບຽບພວກເລວີ 20:24,25 {MH 280.3}ມແ 282.2

    ອາຫານຫຼາຍຊະນິດທີ່ຊົນຕ່າງຊາດທີ່ບໍ່ໄດ້ນັບຖືພຣະເຈົ້າກິນກັນຕາມຄວາມພໍໃຈ ນັ້ນເປັນອາຫານຕ້ອງຫ້າມຂອງຊົນຊາດອິດສະລະເອນການແຍກໃຫ້ເຫັນເຖິງຄວາມແຕກ ຕ່າງນີ້ບໍ່ແມ່ນປາສະຈາກເຫດຜົນ ອາຫານທີ່ພຣະເຈົ້າຊົງຫ້າມໄວ້ນັ້ນເປັນອາຫານທີ່ເປັນ ອັນຕະລາຍຕໍ່ຮ່າງກາຍແລະຈິດໃຈ ແລະຄວາມຈິງທີ່ພຣະເຈົ້າຊົງປະກາດໄວ້ຢ່າງຊັດເຈນ ກ່ຽວກັບອາຫານທີ່ບໍ່ສະອາດນີ້ ກໍເພື່ອທີ່ຈະສັ່ງສອນໃຫ້ພວກເຂົາຮູ້ວ່າ ການກິນອາຫານ ທີ່ໃຫ້ໂທດແກ່ຮ່າງກາຍເປັນສິ່ງທີ່ເຮັດໃຫ້ເກີດມົນທິນ ໂດຍສິ່ງໃດທີ່ເປັນໄພອັນຕະລາຍ ຕໍ່ຮ່າງກາຍ ສິ່ງນັ້ນຍ່ອມຈະເຮັດໃຫ້ຈິດວິນຍານຕ້ອງເປັນມົນທິນຕາມໄປນໍາ ການກິນ ອາຫານທີ່ບໍ່ສະອາດຈະເຮັດໃຫ້ຜູ້ທີ່ກິນບໍ່ເໝາະສົມທີ່ຈະເຂົ້າສະນິດກັບພຣະເຈົ້າ ແລະ ບໍ່ສົມຄວນເປັນຜູ້ປະຕິບັດຮັບໃຊ້ໃນກິດຈະການອັນບໍລິສຸດແລະສູງສົ່ງຂອງພຣະອົງ {MH 280.4}ມແ 282.3

    ໃນແຜ່ນດິນແຫ່ງພັນທະສັນຍາ ລະບຽບວິໄນທີ່ເລີ່ມຕົ້ນເມື່ອຕອນຢູ່ໃນຖິ່ນທຸລະ ກັນດານຍັງຄົງໄດ້ຮັບການປະຕິບັດຮັບໃຊ້ຕາມຢ່າງຕໍ່ເນື່ອງ ພາຍໃຕ້ສະພາບແວດລ້ອມ ທີ່ເອື້ອອໍານວຍໃຫ້ທຸກຄົນສາມາດສ້າງອຸປະນິດໄສທີ່ຖືກຕ້ອງໄດ້ ຊົນຊາດອິດສະລະເອນ ບໍ່ໄດ້ອາໄສຢູ່ພາຍໃນເມືອງຢ່າງແອອັດ ແຕ່ທຸກຄອບຄົວຕ່າງໄດ້ຮັບຊັບສົມບັດເປັນທີ່ດິນ ຂອງຕົນເອງ ເປັນການຮັບປະກັນເຖິງພຣະພອນຂອງສຸຂະພາບທີ່ແຂງແຮງແລະຊີວິດ ຕາມທໍາມະຊາດທີ່ບໍ່ຂັດສົນ {MH 280.5}ມແ 282.4

    ໃນເລື່ອງທີ່ກ່ຽວກັບການກະທໍາທີ່ໂຫດຮ້າຍແລະປາສະຈາກສິນທໍາຂອງຊາວຄະ ນາອັນທີ່ຊົນຊາດອິສະລະເອນໄດ້ຂັບໄລ່ອອກໄປຈາກແຜ່ນດິນນັ້ນ ອົງພຣະຜູ້ເປັນເຈົ້າ ໄດ້ຕັດວ່າ {MH 280.6}ມແ 283.1

    ຈົ່ງຢ່າປະພຶດຕາມທໍານຽມຂອງປະຊາຊາດທີ່ເຮົາໄລ່ໄປໃຫ້ພົ້ນໜ້າເຈົ້າ ດ້ວຍວ່າ ເຂົາທັງຫຼາຍໄດ້ປະພຶດຜິດໃນສິ່ງເຫຼົ່ານີ້ ເຮົາຈຶ່ງກຽດຊັງເຂົາ ” ລະບຽບພວກເລວີ 20:23 “ພວກທ່ານຢ່ານໍາສິ່ງທີ່ໜ້າລັງກຽດເຂົ້າໄປໃນເຮືອນຂອງທ່ານ ຢ້ານວ່າທ່ານຈະເປັນຄື ຂອງນັ້ນ ພວກທ່ານຈົ່ງລັງກຽດແລະຊັງມັນຢ່າງທີ່ສຸດໂດຍວ່າເປັນຂອງທີ່ຕ້ອງຫ້າມ” ພຣະບັນຍັດສອງ 7:26 {MH 280.7}ມແ 283.2

    ໃນກິດຈະການທຸກຢ່າງທີ່ກ່ຽວກັບຊີວິດປະຈໍາວັນ ຊົນຊາດອິດສະລະເອນໄດ້ຮັບ ການສັ່ງສອນຕາມທີ່ພຣະວິນຍານບໍລິສຸດໄດ້ຊົງຊີ້ແຈງໄວ້ວ່າ {MH 281.1}ມແ 283.3

    ທ່ານທັງຫຼາຍບໍ່ຮູ້ບໍ່ວ່າທ່ານເປັນພຣະວິຫານຂອງພຣະເຈົ້າ ແລະພຣະວິນຍານ ຂອງພຣະເຈົ້າສະຖິດຢູ່ໃນທ່ານ ທ່ານຜູ້ໃດທໍາລາຍພຣະວິຫານຂອງພຣະເຈົ້າ ພຣະເຈົ້າຈະ ຊົງທໍາລາຍຜູ້ນັ້ນ ພຣະວິຫານຂອງພຣະເຈົ້າເປັນທີ່ບໍລິສຸດສັກສິດແລະທ່ານທັງຫຼາຍເປັນ ວິຫານນັ້ນ” 1 ໂກລິນໂທ 3:16, 17 {MH 281.2}ມແ 283.4

    Larger font
    Smaller font
    Copy
    Print
    Contents