Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການຫ້າມຜະຫຼິດແລະຈໍາໜ່າຍເຫຼົ້າເບຍ

    ບຸກຄົນທີ່ຕິດເຫຼົ້າເບຍເປັນນິດໄສຍ່ອມຕົກຢູ່ໃນສະພາບທີ່ໜ້າສິ້ນຫວັງສະໝອງ ຂອງເຂົາພິກົນພິການໄປກໍາລັງໃຈຂອງເຂົາກໍອ່ອນກໍາລັງລົງເຂົາບໍ່ມີກໍາລັງໃນຕົວເອງເຫຼືອ ພໍທີ່ຈະຫ້າມຄວາມຢາກດື່ມໄດ້ ເຂົາກັບກາຍເປັນຄົນທີ່ບໍ່ຟັງເຫດຜົນແລະເຮົາບໍ່ສາມາດ ໂນ້ມນ້າວຈິດໃຈຂອງເຂົາໃຫ້ປະຕິເສດຕົນເອງໄດ້ ເມື່ອຖືກຊັກນໍາໃຫ້ເຂົ້າໄປໃນຮ້ານ ເຫຼົ້າເບຍຜູ້ທີ່ຕັດສິນໃຈແນ່ນອນແລ້ວວ່າຈະເລີກດື່ມກໍກັບມາຈັບຈອກເຫຼົ້າເບຍອີກແລະ ເມື່ອໄດ້ລອງລົດຊາດຂອງເຫຼົ້າເບຍແລ້ວ ຄວາມຕັ້ງໃຈອັນດີຂອງເຂົາກໍຫາຍໄປ ຮ່ອງ ຮອຍຂອງຄວາມຕັ້ງໃຈມຸ່ງໝັ້ນຖືກທໍາລາຍຈົນໝົດ ການໄດ້ລອງລົດຊາດແມ່ນແຕ່ພຽງ ກືນດຽວເຮັດໃຫ້ຈິດໃຈຕ້ອງປ່ຽນໄປແລະຄວາມຄໍານຶງເຖິງຜົນຮ້າຍທີ່ຈະຕາມມາອັນຕະ ທານຫາຍໄປໝົດ ເຂົາລືມເມຍທີ່ກໍາລັງປວດໃຈ ພໍ່ຜູ້ມົວເມົາໃນເຫຼົ້າເບຍບໍ່ເຫຼືອຄວາມ ຫ່ວງໃຍໃນການກິນຢູ່ແລະເຄື່ອງນຸ່ງຫົ່ມຂອງລູກໆເລີຍ ການທີ່ລັດຖະບານອອກກົດ ໝາຍອານຸຍາດການຄ້າເຫຼົ້າເບຍກໍເທົ່າກັບການຮັບຮອງຄວາມລົ້ມລະລາຍຂອງຈິດວິນ ຍານແລະປະຕິເສດທີ່ຈະຢຸດຕິທຸລະກິດທີ່ເຮັດໃຫ້ໂລກເຕັມໄປດ້ວຍຄວາມຊົ່ວຮ້າຍ {HM 344.2}ມແ 347.1

    ສິ່ງນີ້ຈໍາເປັນຕ້ອງດໍາເນີນຕໍ່ໄປອີກບໍ່ ຈິດວິນຍານຕ້ອງດິ້ນຮົນຕໍ່ສູ້ເພື່ອໄຊຊະ ນະໂດຍທີ່ປະຕູແຫ່ງການທົດລອງຍັງຄົງເປີດເຊື້ອເຊີນຢູ່ຕໍ່ໜ້າຢ່າງນັ້ນບໍ່ ຄໍາສາບແຊ່ງຂອງ ຜົນການເສບສິ່ງມືນເມົານີ້ຍັງສົມຄວນຖືກປະປ່ອຍໃຫ້ຖິ້ມຄວາມຫາຍະນະຢູ່ເທິງໂລກ ສີວິໄລນີ້ຢູ່ຕະຫຼອດໄປບໍ່ ຈະຕ້ອງປ່ອຍໃຫ້ມັນທໍາລາຍຢູ່ດົນປານໃດ ຄືດັ່ງໄຟທີ່ຄອຍເຜົາ ຜານຄອບຄົວທີ່ຜາສຸກຈໍານວນໝື່ນໃຫ້ໝົດສິ້ນໄປຢ່າງນັ້ນບໍ່ ເມື່ອມີເຮືອລໍາໜຶ່ງຫຼົ້ມລົງ ໃນທີ່ໆພໍຈະເບິ່ງເຫັນໄດ້ຈາກແຄມຝັ່ງ ຄົນເທິງຝັ່ງຄົງຈະບໍ່ຍອມຢືນເບິ່ງແບບເສີຍໆ ແຕ່ ຈະຍອມສ່ຽງຊີວິດໃນການພະຍາຍາມທີ່ຈະຊ່ວຍຄົນທີ່ຢູ່ໃນເຮືອນບໍ່ໃຫ້ຕ້ອງຈົມນໍ້າຕາຍ ໄປຕໍ່ໜ້າ ແລ້ວຄວາມພາກພຽນພະຍາຍາມຫຼາຍກວ່ານີ້ອີກຈັກເທົ່າ ທີ່ສົມຄວນຮຽກຮ້ອງ ເພື່ອຊ່ວຍເຫຼືອເຫຍື່ອເຫຼົ່ານີ້ໃຫ້ລອດພົ້ນຈາກຈຸດຈົບຂອງຄົນຂີ້ເຫຼົ້າ {HM 344.3}ມແ 347.2

    ບໍ່ແມ່ນແຕ່ພຽງຄົນຂີ້ເຫຼົ້າແລະຄອບຄົວຂອງເຂົາເທົ່ານັ້ນທີ່ຕົກຢູ່ໃນອັນຕະລາຍ ຈາກກິດຈະການຂອງຄົນຈໍາໜ່າຍເຫຼົ້າເບຍ ແລະກໍບໍ່ແມ່ນພາລະທີ່ຕ້ອງຈ່າຍພາສີເຊັ່ນ ກັນທີ່ສັງຄົມຕ້ອງມີສ່ວນຮ່ວມໃນຄວາມທຸກຍາກຈາກທຸລະກິດທີ່ເລວຮ້າຍນີ້ ພວກເຮົາ ທຸກຄົນລ້ວນແຕ່ເປັນສາຍໃຍມະນຸດທີ່ຢູ່ຮ່ວມກັນ ຖ້າມີເຫດຮ້າຍເກີດຂຶ້ນກັບສ່ວນໃດ ສ່ວນໜຶາງຂອງມວນມະນຸດກໍນໍາອັນຕະລາຍໄປສູ່ທຸກຄົນໄດ້ {HM 345.1}ມແ 348.1

    ຫຼາຍຄົນຫວັງປະໂຫຍດຫຼືຄວາມສະບາຍບໍ່ຍອມຫຍຸ້ງກ່ຽວກັບການຄວບຄຸມ ການຈໍາໜ່າຍເຫຼົ້າເບຍມັກຄົ້ນພົບເມື່ອສາຍເກີນໄປແລ້ວວ່າການຄ້າຂາຍເຫຼົ້າເບຍກັບ ມາກ່ຽວຂ້ອງກັບຕົວເອງເຂົາເຫັນລູກຫຼານຕົນເອງຕິດເຫຼົ້າເບຍແລະເສຍຜູ້ເສຍຄົນ ຄວາມໄຮ້ກົດລະບຽບແຜ່ກະຈາຍ ຊັບສິນຕົກຢູ່ໃນອັນຕະລາຍ ຊີວິດບໍ່ມີຄວາມປອດໄພ ອຸບັດຕິເຫດທາງທະເລແລະເທິງຖະໜົນຫົນທາງເພີ່ມຂຶ້ນທະວີຄູນ ໂລກຮ້າຍທີ່ຈະເລີນ ເຕີບໂຕໃນແຫຼ່ງມົ້ວສຸມທີ່ສົກກະປົກແລະໃນທີ່ເສື່ອມໂຊມແຜ່ເຂົ້າໄປສູ່ບ້ານເຮືອນທີ່ ໃຫຍ່ໂຕແລະຫຼູຫຼາຂອງຄົນຮັ່ງມີ ຄວາມຊົ່ວຮ້າຍທີ່ຮັບມາໂດຍລູກໆຂອງຜູ້ຕິດເຫຼົ້າເບຍ ແລະອາດຊະຍາກໍາກໍຮຸກຮານໄປສູ່ບຸດຊາຍຍິງທີ່ມາຈາກຄອບຄົວທີ່ມີການອົບຮົມສັ່ງ ສອນດີແລະມີວັດທະນະທໍາ {HM 345.2}ມແ 348.2

    ບໍ່ມີຜົນປະໂຫຍດຂອງຜູ້ໃດບໍ່ຕົກຢູ່ໃນການຮຸກຮານຂອງການຄ້າເຫຼົ້າເບຍ ທຸກ ຄົນຄວນເຂົ້າຮ່ວມໃນການທໍາລາຍການຄ້າເຫຼົ້າເບຍເພື່ອປົກປ້ອງສະຫວັດດີພາບຂອງ ຕົນເອງ {HM 345.3}ມແ 348.3

    ສູງກວ່າສະຖານທີ່ຕ່າງໆ ທີ່ກ່ຽວຂ້ອງກັບກິດຈະກໍາຝ່າຍໂລກພຽງຢ່າງດຽວເຊັ່ນ ອາຄານຂອງສະພານິຕິບັນຍັດແລະສາສະຖິດຍຸຕິທໍາຄວນປອດຈາກຜົນທີ່ສືບເນື່ອງມາ ຈາກສິ່ງມືນເມົາ ຜູ້ທີ່ມີຕໍາແໜ່ງຝ່າຍປົກຄອງຂອງປະເທດ ວຸດທິສະມາຊິກ ຜູ້ແທນລາສະ ດອນ ຜູ້ພິພາກສາ ຜູ້ທີ່ມີສ່ວນຮ່ວມໃນການຮ່າງແລະບັງຄັບໃຊ້ກົດໝາຍຂອງປະເທດ ຜູ້ທີ່ກໍາຊີວິດ ຊື່ສຽງກຽດຕິຍົດທີ່ຊອບທໍາແລະຊັບສົມບັດຂອງເພື່ອນຮ່ວມຊາດໄວ້ໃນມື ຂອງເຂົາທັງຫຼາຍ ຄວນຈະເປັນຜູ້ທີ່ງົດເວັ້ນຈາກການດື່ມເຫຼົ້າເບຍໂດຍເດັດຂາດ ໂດຍສິ່ງ ນີ້ເທົ່ານັ້ນທີ່ຈະເຮັດໃຫ້ເຂົາທັງຫຼາຍມີຄວາມຄິດທີ່ແຈ່ມໃສເພື່ອແຍກວ່າສິ່ງໃດຖືກຫຼືສິ່ງ ໃດຜິດ ໂດຍສິ່ງນີ້ເທົ່ານັ້ນທີ່ຈະເຮັດໃຫ້ເຂົາທັງຫຼາຍມີຫຼັກການທີ່ໝັ້ນຄົງແລະມີສະຕິປັນ ຍາໃນການບັງຄັບໃຊ້ກົດໝາຍດ້ວຍຄວາມຍຸດຕິທໍາແລະສະແດງເຖິງຄວາມເມດຕາປານີ ແຕ່ຫຼັກຖານທີ່ບົ່ງບອກນັ້ນເປັນຢ່າງໃດ ມີຄົນເປັນຈໍານວນເທົ່າໃດທີ່ປ່ອຍໃຫ້ສະໝອງ ມືດທຶບ ຄວາມຮູ້ສຶກຜິດສັບສົນ ໂດຍລິດຂອງເຫຼົ້າເບຍ ມີກົດ ໝາຍທີ່ບໍ່ເປັນທໍາຈັກ ສະບັບຖືກຕີກາເປັນພຣະຣາຊະບັນຍັດ ມີຜູ້ບໍລິສຸດຈັກຄົນຖືກຕັດສິນລົງໂທດປະຫານຊີວິດ ຈາກຄວາມບໍ່ຍຸດຕິທໍາຈາກສະມາຊິກໃນສານ ພະຍານ ຄະນະລູກຂຸນ ທະນາຍ ຄວາມແລະແມ່ນແຕ່ຜູ້ພິພາກສາທີ່ດື່ມເຫຼົ້າເບຍ ຄົນເຫຼົ່ານີ້ “ ເປັນວິລະຊົນໃນການດື່ມ ເຫຼົ້າເບຍແລະເປັນຄົນເກ່ງກ້າໃນການປະສົມເມໄລ ” ” ທີ່ເອີ້ນຄວາມຊົ່ວຮ້າຍວ່າຄວາມ ດີແລະຄວາມດີວ່າຄວາມຊົ່ວຮ້າຍ ” ” ຜູ້ປ່ອຍຕົວຄົນເຮັດຜິດເພາະຮັບສິນບົນ ແລະເອົາ ຄວາມຍຸດຕິທໍາໄປຈາກຜູ້ບໍລິສຸດ” ພຣະເຈົ້າໄດ້ບອກເຖິງຄົນເຫຼົ່ານີ້ໄວ້ວ່າມແ 348.4

    “ວິບັດແກ່ຄົນເຫຼົ່ານັ້ນ…
    ແປວໄຟເຜົາໃໝ້ຕໍເຂົ້າຢ່າງໃດ
    ແລະຫຍ້າແຫ້ງຍຸບລົງໃນໄຟຢ່າງໃດ
    ຮາກຂອງເຂົາກໍຈະເປັນເໝືອນຄວາມເນົ່າເປື່ອຍ
    ແລະດອກບານຂອງເຂົາຈະພຸ້ງໄປ ເໝືອນຜົງທຸລີສັນນັ້ນ
    ເພາະເຂົາທັງຫຼາຍປະຕິເສດບໍ່ຮັບພຣະທໍາຂອງພຣະເຈົ້າຈອມໂຍທາ
    ແລະໄດ້ດູໝິ່ນພຣະວັດຈະນະຂອງອົງບໍລິສຸດແຫ່ງອິສະລະເອນ”
    ມແ 349.1

    ເອຊະຢາ 5:22-24 {HM 345.4}

    ກຽດຕິຍົດຂອງພຣະເຈົ້າ ຄວາມຮັ່ງມີຂອງແທດຊາດ ຄວາມຜາສຸກຂອງປະຊາຊົນ ຂອງຄອບຄົວແລະຂອງແຕ່ລະບຸກຄົນນັ້ນ ຮຽກຮ້ອງຄວາມພາກພຽນພະຍາຍາມທຸກ ທາງທີ່ເປັນໄປໄດ້ໃນການກະຕຸ້ນເຕືອນປະຊາຊົນໃຫ້ຄິດເຖິງຄວາມຊົ່ວຮ້າຍຂອງການ ດື່ມເຫຼົ້າເບຍ ໃນບໍ່ດົນເຮົາຈະເຫັນຜົນຂອງຄວາມຊົ່ວຮ້າຍຊຶ່ງອາດຍັງເບິ່ງບໍ່ເຫັນຢ່າງຊັດ ເຈນໃນເວລານີ້ ໃຜຈະເປັນຜູ້ທີ່ເລີ່ມຄວາມພະຍາຍາມທີ່ມຸ້ງໝັ້ນໃນການຢຸດຄວາມພິ ນາດນີ້ ຈົນເຖິງດຽງນີ້ ການຕໍ່ສູ້ຍັງເກືອບຈະບໍ່ໄດ້ເລີ່ມຕົ້ນ ຂໍໃຫ້ເຮົາໄດ້ຈັດຕັ້ງກຸ່ມກໍາລັງ ໜຶ່ງຂຶ້ນມາເພື່ອຢຸດຢັ້ງການຈໍາໜ່າຍເຄື່ອງດື່ມມືນເມົາທີ່ເຮັດໃຫ້ມະນຸດຂາດສະຕິ ຈົ່ງເປີດ ເຜີຍອັນຕະລາຍຂອງການຈໍາໜ່າຍເຫຼົ້າເບຍຕໍ່ສາທາລະນະຊົນແລະປຸກລະດົມໃຫ້ຮຽກ ຮ້ອງຫ້າມຈໍາໜ່າຍຢ່າງເດັດຂາດ ຂໍໃຫ້ໂອກາດແກ່ຜູ້ຕິດເຫຼົ້າເບຍທີ່ເສຍສະຕິໄດ້ໜີພົ້ນ ຈາກການຕົກເປັນທາດ ຈົ່ງໃຫ້ສຽງຂອງຄົນໃນປະເທດຮຽກຮ້ອງໃຫ້ສະມາຊິກສະພານິ ຕິບັດຍັດອອກກົດໝາຍເພື່ອຢຸດຢັ້ງການຄ້າທີ່ໜ້າລັງກຽດນີ້ມແ 349.2

    “ຢ່າລັ່ງເລໃຈທີ່ຈະຊ່ວຍຄົນກໍາລັງຈະຖືກປະຫານ
    ຊີວິດຢ່າງບໍ່ຍຸຕິທໍາ
    ເຈົ້າອາດເວົ້າວ່າບໍ່ແມ່ນທຸລະຂອງເຈົ້າ
    ແຕ່ພຣະເຈົ້າຮູ້ແລະຕັດສິນຄວາມຕັ້ງໃຈຂອງເຈົ້າ
    ພຣະອົງເຝົ້າເບິ່ງເຈົ້າຢູ່ ພຣະອົງຮູ້ຈັກທຸກຢ່າງດີ
    ພຣະອົງຈະຕອບແທນຕາມທີ່ເຈົ້າເຮັດນັ້ນ”
    “ເຈົ້າຈະເວົ້າຢ່າງໃດເມື່ອຄົນທີ່ເຈົ້າຄິດເປັນມິດ
    ກັບລົບຊະນະແລະລົງໂທດເຈົ້າ”
    ມແ 350.1

    ສຸພາສິດ 24:11,12
    ເຢເລມີຢາ 13:21 (TKJV) {HM 346.1}

    *****