Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການຫາຍໃຈ

    ເພື່ອຈະມີເລືອດທີ່ດີ ເຮົາຕ້ອງຫາຍໃຈຢ່າງຖືກຕ້ອງແລະເໝາະສົມ ການຫາຍໃຈ ຍາວໆ ເລິກໆ ຮັບອາກາດບໍລິສຸດຈົນເຮັດໃຫ້ອອກຊີເຈນເຕັມປອດ ຈະຊ່ວຍຟອກ ເລືອດໃຫ້ບໍລິສຸດ ເຮັດໃຫ້ເລືອດມີສີແດງສົດແລະສົ່ງເປັນກະແສເລືອດທີ່ບໍາລຸງຊີວິດຫຼໍ່ ລ້ຽງໄປຍັວອະໄວຍະວະທຸກສ່ວນຂອງຮ່າງກາຍ ການຫາຍໃຈທີ່ດີຊ່ວຍຜ່ອນຄາຍຄວາມ ຕຶງຄຽດຂອງປະສາດ ຊ່ວຍກະຕຸ້ນໃຫ້ຈະເລີນອາຫານແລະເຮັດໃຫ້ລະບົບການຍ່ອຍອາ ຫານເຮັດວຽກໄດ້ຢ່າງສົມບູນຍິ່ງຂຶ້ນ ແລະເຮັດໃຫ້ນອນຫຼັບສະນິດດ້ວຍຄວາມສົດຊື່ນ {MH 272.1}ມແ 274.2

    ເຮົາຄວນຈະປ່ອຍໃຫ້ປອດຂອງເຮົາເຮັດໜ້າທີ່ໂດຍບໍ່ຕິດຂັດຢ່າງເຕັມທີ່ເທົ່າທີ່ ຈະເຮັດໄດ້ ຄວາມສາມາດຂອງມາດຈະເພີ່ມຂຶ້ນບໍ່ມີສິ່ງໃດຄອຍກີດຂວາງການເຮັດວຽກ ແຕ່ຈະລົດລົງຖ້າຖືກບີບຮັດຫຼືຖືກກົດໄວ້ ດ້ວຍເຫດນີ້ຜົນເສຍຂອງກິດຈະວັດປະຈໍາວັນ ໂດຍສະເພາະຢ່າງຍິ່ງໜ້າທີ່ການງານທີ່ມີທ່ານັ່ງຕ້ອງໂຄ້ງຫຼັງຫຍໍ້ຕົວ ທ່ານັ່ງໃນລັກສະນະນີ້ ເຮັດໃຫ້ບໍ່ສາມາດຫາຍໃຈເລິກໆໄດ້ ໃນບໍ່ຊ້າການຫາຍໃຈຕື້ນໆ ກໍຈະກາຍເປັນນິໄສ ຄວາມເຄີຍຊິນ ແລະປອດກໍຈະສູນເສຍຄວາມສາມາດໃນການຂະຫຍາຍຕົວ ຜົນກະທົບທີ່ ຄ້າຍຄຽງກັນນີ້ຈະເກີດກັບຜູ້ທີ່ສວມເສື້ອຜ້າທີ່ຮັດຮູບເພາະສ່ວນລຸ່ມຂອງເອິກບໍ່ມີຊ່ອງ ວ່າງພຽງພໍໃຫ້ເອິກຂະຫຍາຍ ກ້າມໜ້າທ້ອງທີ່ມີສ່ວນຊ່ວຍໃນການຫາຍໃຈກໍບໍ່ສາມາດ ຈະປະຕິບັດໜ້າທີ່ໄດ້ຢ່າງເຕັມທີ່ ປອດຈຶ່ງເຮັດໜ້າທີ່ໄດ້ຢ່າງຈໍາກັດ {MH 272.2}ມແ 274.3

    ດ້ວຍເຫດນີ້ ຮ່າງກາຍຈຶ່ງບໍ່ໄດ້ຮັບອອກຊີເຈນຢ່າງພຽງພໍ ເລືອດກໍຈະໄຫຼຊ້າລົງ ຂອງເສຍທີ່ເປັນພິດຕໍ່ຮ່າງກາຍ ຊຶ່ງຄວນຈະຖືກຂະຈັດໄປຈາກປອດໂດຍການຫາຍໃຈ ອອກກໍກັບຍັງຄັ່ງຄ້າງຢູ່ ເຮັດໃຫ້ເລືອດບໍ່ບໍລິສຸດ ບໍ່ແມ່ນແຕ່ພຽງປອດເທົ່ານັ້ນ ກະເພາະ ອາຫານ ຕັບແລະສະໝອງກໍພອຍໄດ້ຮັບຜົນກະທົບເຊັ່ນດຽວກັນ ຜິວພັນກໍຈະຊູບຊີດ ການຍ່ອຍອາຫານຊັກຊ້າລົງ ການເຮັດວຽກຂອງຫົວໃຈຕົກຕໍ່າ ສະໝອງຂຸ່ນມົວ ຄວາມ ຄິດສັບສົນ ຈິດໃຈຫົດຫູ່ເສົ້າໝອງ ອະໄວຍະວະທຸກສ່ວນໃນຮ່າງກາຍກໍມີການເຄື່ອນ ໄຫວຊັກຊ້າລົງແລະຂາດພະລັງ ແລະໃນທີ່ສຸດໂລກຮ້າຍກໍຈະບຽດບຽນ {MH 273.1}ມແ 275.1

    ປອດເຮັດໜ້າທີ່ໃນການຂະຈັດສິ່ງທີ່ບໍ່ບໍລິສຸດອອກຈາກຮ່າງກາຍຢູ່ຢ່າງສະໝໍ່າ ສະເໝີ ແລະຈໍາເປັນຕ້ອງໄດ້ຮັບອາກາດທີ່ບໍລິສຸດຢູ່ຕະຫຼອດເວລາ ອາກາດທີ່ບໍ່ບໍລິສຸດ ຈະມີປະລິມານອອກຊີເຈນບໍ່ພຽງພໍທີ່ເລືອດຈະໃຊ້ໃນການບໍາລຸງຫຼໍ່ລ້ຽງສະໝອງແລະ ອະໄວຍະວະອື່ນໆຂອງຮ່າງກາຍ ສະນັ້ນ ອາກາດທີ່ຖ່າຍເທຢ່າງສະດວກຈຶ່ງເປັນສິ່ງທີ່ຈໍາ ເປັນ ການຢູ່ໃນຫ້ອງທີ່ອັບແລະມີອາກາດບໍ່ເຄື່ອນໄຫວເຮັດໃຫ້ອາກາດເສຍແລະຈະສົ່ງ ຜົນໃຫ້ລະບົບການເຮັດວຽກຂອງອະໄວຍະວະທົ່ວຮ່າງກາຍອ່ອນແອລົງ ເຮັດໃຫ້ເກີດ ມີການຕິດຫວັດໄວແລະການສໍາຜັດເຊື້ອໂລກແຕ່ພຽງເລັກນ້ອຍກໍອາດຈະເຮັດໃຫ້ເຈັບ ປ່ວຍໄດ້ງ່າຍ ການຢູ່ພາຍໃນບ້ານທີ່ປິດງຽບ ອາກາດຖ່າຍເທບໍ່ສະດວກເຮັດໃຫ້ຜູ້ຍິງ ຫຼາຍຄົນມີຜິວພັນທີ່ລ່າຊີດແລະອ່ອນເພຍເປັນລ່ອຍ ພວກເຂົາຫາຍໃຈເອົາອາກາດທີ່ມີ ຢູ່ໃນຫ້ອງນັ້ນຊໍ້າແລ້ວຊໍ້າອີກ ຈົນອາກາດນັ້ນກັບກາຍເປັນພິດ ຈາກສານພິດທີ່ຂັບອອກ ຈາກປອດແລະຮູຂຸມຂົນ ແລະສິ່ງສົກກະປົກເຫຼົ່ານັ້ນກໍຈະຖືກສົ່ງຢ້ອນກັບສູ່ເລືອດອີກ {MH 274.1}ມແ 275.2

    Larger font
    Smaller font
    Copy
    Print
    Contents