Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການລະເວັ້ນຈາກການດື່ມສິ່ງມຶນເມົາແລະການບັງຄັບຕົນ

    ພຣະຄໍາພີໄດ້ສອນໃຫ້ຜູ້ທີ່ຈະເປັນມານດາຄວນຮູ້ຈັກຄວບຄຸມອຸປະນິໄສຂອງ ຕົນຢ່າງລະມັດລະວັງເມື່ອອົງພຣະຜູ້ເປັນເຈົ້າຈະຊົງຍົກຊູແຊມສັນໃຫ້ເປັນຜູ້ປົດປ່ອຍ ຊົນຊາດອິສະລະເອນັ້ນ “ທູດສະຫວັນຂອງພຣະເຢໂຮວາ” ໄດ້ມາປະກົດແກ່ມານດາ ຂອງແຊມສັນພ້ອມກັບໄດ້ໃຫ້ຄໍາແນະນໍາເປັນພິເສດໃນເລື່ອງຂອງອຸປະນິໄສຂອງນາງ ໃນລະຫວ່າງທີ່ຕັ້ງຄັນຕະຫຼອດຈົນການອົບຮົມລ້ຽງດູບຸດທີ່ຈະເກີດທູດສະຫວັນໄດ້ກ່າວ ແກ່ນາງວ່າ “ຢ່າດື່ມເຫຼົ້າອະງຸ່ນ ຢ່າຮັບປະທານຂອງມົນທິນ ” ຜູ້ວິນິດໃສ 13:13,7 {MH 372.2}ມແ 376.2

    ບິດາມານດາຫຼາຍຄົນຄິດວ່າຜົນກະທົບອັນເກີດຂຶ້ນໃນລະຫວ່າງຕັ້ງຄັນ ກ່ອນທີ່ ເດັກຈະຄອດນັ້ນເປັນສິ່ງທີ່ບໍ່ສໍາຄັນແຕ່ພຣະເຈົ້າບໍ່ໄດ້ຊົງຄິດເຊັ່ນນັ້ນ ຖ້ອຍຄໍາແນະນໍາທີ່ ທູດສະຫວັນຂອງພຣະເຈົ້ານໍາມາແຈ້ງເຖິງສອງຄັ້ງດ້ວຍທ່າທີທີ່ຈິງຈັງ ຍ່ອມສະແດງໃຫ້ ເຫັນວ່າເປັນເລື່ອງທີ່ສົມຄວນໄດ້ຮັບການເອົາໃຈໃສ່ໄຕ່ຕອງຫຼາຍທີ່ສຸດ {MH 372.3}ມແ 377.1

    ຄໍາດໍາລັດທີ່ພຣະເຈົ້າບອກແກ່ມານດາຊາວຮິບຣູນັ້ນພຣະອົງບອກແກ່ເຫຼົ່າມານດາ ໃນທຸກຍຸກທຸກສະໄໝ ທູດສະຫວັນກ່າວວ່າ “ໃຫ້ນາງລະວັງໃຫ້ດີ ສິ່ງໃດທີ່ເຮົາບັນຊາ ນາງໄວ້ໃຫ້ນາງປະຕິບັດຕາມທຸກປະການ” ຜູ້ວິນິດໃສ 13:13,14 ອຸປະນິໄສແລະ ການປະຕິບັດຕົວຂອງມານດາຍ່ອມຈະສົ່ງຜົນກະທົບຕໍ່ສຸຂະພາບຂອງບຸດ ມານດາຈະ ຕ້ອງປະຕິບັດຕາມກົດເກນທີ່ພຣະເຈົ້າໄດ້ຊົງວາງໄວ້ກ່ຽວກັບການກິນການດື່ມ ລວມທັງ ໃນເລື່ອງຂອງອາລົມແລະຄວາມຮູ້ສຶກມີບາງສິ່ງທີ່ນາງຈະຕ້ອງຫຼີກລ້ຽງ ມີບາງສິ່ງທີ່ນາງ ຈະຕ້ອງພະຍາຍາມທີ່ຈະຕໍ່ຕ້ານຖ້າຫາກນາງໄດ້ປະຕິບັດຕາມພຣະປະສົງຂອງພຣະເຈົ້າ ທີ່ຊົງໂປດປະທານບຸດນັ້ນໃຫ້ແກ່ນາງຖ້າໃນເວລາກ່ອນທີ່ເດັກນັ້ນຈະເກີດມານາງໄດ້ເຮັດ ອັນໃດຕາມໃຈຕົນເອງ ຖ້ານາງມີຄວາມເຫັນແກ່ຕົວເປັນຄົນໃຈຮ້ອນໂມໂຫສຸນສຽວ ແລະຈູ້ຈີ້ຈຸກຈິກລັກສະນະນິໄສເຫຼົ່ານີ້ກໍຈະປະກົດໃນຕົວເດັກທີ່ເກີດມາ ດ້ວຍປະການນີ້ ເດັກຫຼາຍຄົນຈຶ່ງໄດ້ຮັບມໍລະດົກຂອງນິໄສອັນຊົ່ວຮ້າຍຊຶ່ງເກືອບຈະບໍ່ສາມາດເອົາຊະນະ ໄດ້ມາຈາກມານດາຂອງຕົນ {MH 372.4}ມແ 377.2

    ແຕ່ຖ້າມານດາລະຫວ່າງຖືພາຢຶດໝັ້ນຢູ່ໃນຫຼັກການທີ່ຖືກຕ້ອງ ຫາກນາງ ຮູ້ຈັກ ປະມານຕົນລະເວັ້ນຈາກສິ່ງມຶນເມົາແລະຮູ້ຈັກຄວບຄຸມຕົນເອງ ຫາກນາງເປັນຜູ້ທີ່ມີ ຄວາມເມດຕາກະລຸນາ ມີຄວາມສຸພາບອ່ອນໂຍນແລະບໍ່ເຫັນແກ່ຕົວ ນາງກໍຈະສາມາດ ຖ່າຍທອດລັກສະນະນິໄສອັນມີຄ່າຢ່າງດຽວກັນນີ້ໃຫ້ແກ່ບຸດໄດ້ ພຣະບັນຊາຫ້າມມານ ດາດື່ມເຫຼົ້າອະງຸ່ນນັ້ນມີຄວາມຊັດເຈນ ເຄື່ອງດື່ມມືນເມົາທຸກຢົດທີ່ນາງດື່ມເພື່ອສະໝອງ ຄວາມຢາກຂອງຕົນເປັນອັນຕະລາຍຕໍ່ສຸຂະພາບຂອງຮ່າງກາຍ ສະຕິປັນຍາ ແລະ ສິລະ ທໍາຂອງເດັກ ແລະເປັນການກະທໍາຜິດໂດຍກົງຕໍ່ພຣະຜູ້ສ້າງ {MH 373.1}ມແ 377.3

    ມີຜູ້ໃຫ້ຄໍາປຶກສາຫຼາຍຄົນໃຫ້ຄໍາແນະນໍາວ່າ ຖ້າມານດາລະຫວ່າງຕັ້ງຄັນຢາກກິນ ອັນໃດກໍຄວນຕາມໃຈໃຫ້ນາງກິນໄດ້ ແມ່ນວ່າອາຫານນັ້ນຈະເປັນອັນຕະລາຍຕໍ່ຮ່າງ ກາຍເທົ່າໃດ ຄໍາແນະນໍາເຊັ່ນນີ້ຜິດແລະສົ່ງຜົນຮ້າຍຕໍ່ຄວາມຕ້ອງການໃນດ້ານຮ່າງກາຍ ຂອງມານດາລະຫວ່າງຕັ້ງຄັນໃນທຸກດ້ານ ບໍ່ຄວນປ່ອຍປະລະເລີຍ ມີຊີວິດເຖິງສອງຊີ ວິດທີ່ເພິ່ງພາຕົວນາງ ຄວາມຕ້ອງການຂອງນາງຈຶ່ງສົມຄວນໄດ້ຮັບການພິຈາລະນາຢ່າງ ບັນຈົງແລະ ຈັດຫາມາໃຫ້ຢ່າງເຕັມທີ່ ແຕ່ວ່າໃນເວລາເຊັ່ນນີ້ ເໜືອສິ່ງອື່ນໃດ ນາງຄວນ ຫຼີກລ້ຽງທັງໃນເລື່ອງອາຫານການກິນແລະເລື່ອງອື່ນທຸກເລື່ອງຫຼືອັນໃດກໍຕາມທີ່ບັ່ນ ທອນສຸຂະພາບທາງຮ່າງກາຍແລະທາງຈິດໃຈ ໂດຍພຣະບັນຊາຂອງພຣະເຈົ້ານາງຢູ່ໃນ ຖານະທີ່ມີພັນທະອັນເຄັ່ງຄັດໃນການບັງຄັບໃນຕົນເອງ {MH 373.2}ມແ 378.1

    Larger font
    Smaller font
    Copy
    Print
    Contents