Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຢູ່ຮ່ວມກັບພຣະເຈົ້າເທິງພູເຂົາ

    ພຣະເຈົ້າຊົງບັນຊາແກ່ເຮົາວ່າ “ຂຶ້ນມາຫາເຮົາເທິງພູເຂົາ ແລ້ວຖ້າຢູ່ບ່ອນນັ້ນ” ກ່ອນທີ່ໂມເສດຈະໄດ້ເປັນຜູ້ທີ່ພະເຈົ້າຊົງໃຊ້ ເພື່ອຈະໄດ້ປົດປ່ອຍຊົນຊາດອິສະລະ ເອນໃຫ້ໄດ້ຮັບອິດສະລະພາບນັ້ນ ພຣະເຈົ້າຊົງກຳນົດໃຫ້ເຂົາຊົງໃຊ້ເວລາເຖິງສີ່ສິບປີ ເພື່ອຈະໄດ້ມີສຳພັນໃກ້ຊິດກັບພຣະອົງພາຍໃນບໍລິເວນພູເຂົາທີ່ບໍ່ມີຜູ້ຄົນ ກ່ອນທີ່ເຂົາ ຈະນຳພຣະດຳຣັດຂອງພຣະເຈົ້າໄປທູນຕໍ່ກະສັດຟາໂຣ ເຂົາໄດ້ເວົ້າກັບທູດຂອງພຣະເຈົ້າ ໃນພຸ່ມໄມ້ທີ່ລຸກໂຊນ ກ່ອນທີ່ເຂົາຈະເປັນຕົວແທນຂອງປະຊາກອນຂອງພຣະອົງເພື່ອ ຮັບພຣະບັນຍັດຂອງພຣະເຈົ້າ ເຂົາຖືກເອີ້ນໄປຍັງບໍລິເວນພູເຂົາຊີນາຍ ແລະເຫັນພຣະ ສິລິຂອງພຣະອົງ ກ່ອນທີ່ພຣະເຈົ້າຈະລົງໂທດບັນດາພວກອິສະລະເອນທີ່ພາກັນໄປກາບ ໄຫວ້ຮູບເຄົາລົບ ພຣະເຈົ້າຊົງເຊື່ອງໂມເສດໄວ້ໃນຫຼືບຫີນ ແລະອົງພຣະຜູ້ເປັນເຈົ້າຕັດວ່າ “ເຮົາຈະປະກາດຊື່ຂອງເຮົາຄືເຢໂຮວາໃຫ້ປະຈັກຕໍ່ໜ້າເຈົ້າ” “ພຣະເຈົ້າຜູ້ຊົງກະລຸນາ ຊົງປະກອບດ້ວຍພຣະຄຸນ ຊົງບໍ່ໂກດຮ້າຍງ່າຍ ແລະບໍລິບູນດ້ວຍຄວາມຮັກໝັ້ນຄົງ ແລະຄວາມສັດຈິງ ແຕ່ຈະຖືວ່າບໍ່ມີໂທດກໍຫາບໍ່ໄດ້” ອົບພະຍົບ 33:19; 34:6,7 ກ່ອນທີ່ໂມເສດຈະສິ້ນຊີວິດ ແລະວາງພາລະອັນໜັກຂອງຊົນຊາດອິສະລະເອນລົງນັ້ນ ພຣະອົງຊົງເອີ້ນເຂົາໃຫ້ຂຶ້ນໄປເທິງຍອດເຂົາປີສະກາ ແລະຊົງສະແດງໃຫ້ເຂົາເຫັນເຖິງ ສະຫງ່າລາສີຂອງແຜ່ນດິນແຫ່ງພັນທະສັນຍາ {MH 508.2}ມແ 536.1

    ກ່ອນທີ່ເຫຼົ່າສາວົກຈະອອກໄປປະຕິບັດພັນທະກິດຂອງເຂົາທັງຫຼາຍ ພຣະເຢຊູ ຊົງເອີ້ນພວກເຂົາໃຫ້ຂຶ້ນໄປພົບພຣະອົງເທິງພູເຂົາ ກ່ອນທີ່ເຫຼົ່າສາວົກຈະໄດ້ຮັບລິດອຳ ນາດແລະສະຫງ່າລາສີຂອງພຣະວິນຍານບໍລິສຸດໃນວັນເພັນເທຄອດສ໌ ເຂົາທັງຫຼາຍມີ ໂອກາດສື່ສານໃກ້ຊິດກັບພຣະຜູ້ຊ່ວຍໃຫ້ລອດໃນຄຳ່ຄືນນັ້ນ ການປະຊຸມຮ່ວມກັນເທິງ ພູເຂົາໃນແຄວ້ນກາລິລີ ພາບເຫດການຈາກກັນບົນພູເຂົາໝາກກອດເທດຮ່ວມທັງຄຳ ໝັ້ນສັນຍາຂອງທູດສະຫວັນ ແລະວັນເວລາທີ່ພວກເຂົາຮ່ວມກັນອະທິຖານແລະຖືພິທີ ມະຫາສະນິດກັບພຣະອົງໃນຫ້ອງຊັ້ນເທິງ {MH 503.3}ມແ 536.2

    ເມື່ອຕ້ອງກຽມພ້ອມທີ່ຈະປະເຊີນກັບການທົດລອງທີ່ໃຫຍ່ຫຼວງ ຫຼືພັນທະກິດ ທີ່ມີຄວາມສຳຄັນ ພຣະເຢຊູຈະຊົງເລືອກສະເດັດໄປໃນທີ່ສະຫງັດຂອງພູເຂົາ ແລະຊົງ ໃຊ້ເວລາໃນຍາມຄຳ່ຄືນອະທິຖານຕໍ່ພຣະບິດາຂອງພຣະອົງ ກ່ອນການແຕ່ງຕັ້ງເຫຼົ່າສາ ວົກອອກໄປປະກາດສາສະໜາ ກ່ອນການເທດສະໜາເທິງພູເຂົາ ກ່ອນການຈຳແລງ ພຣະກາຍ ກ່ອນການຮັບຄວາມທຸກທໍລະມານທີ່ສານປຣີໂທຣຽມ ແລະທີ່ກາງເຂນ ແລະກ່ອນພຣະສິຣິແຫ່ງການຟື້ນຄືນພຣະຊົນ ພຣະອົງຊົງໃຊ້ເວລາຕະຫຼອດໜຶ່ງຄຳ່ຄືນ ເພື່ອອະທິຖານຕໍ່ພຣະບິດາສະເໝີ {MH 509.1}ມແ 536.3