Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ສາເຫດທີ່ຕ້ອງຕັດອາຫານຈໍາພວກຊີ້ນສັດຖິ້ມໄປ

    ຄົນທັງຫຼາຍທີ່ກິນຊີ້ນສັດເປັນອາຫານກາຍເປັນຜູ້ທີ່ບໍລິໂພກເມັດເຂົ້າແລະພືດຜັກ ເປັນມືທີສອງຕໍ່ຈາກສັດອີກ ເພາະສັດເຫຼົ່ານັ້ນຈະເລີນເຕີບໃຫຍ່ຈາກອາຫານຈໍາພວກນີ້ ຄຸນຄ່າໃນການບໍາລຸງລ້ຽງຊີວິດທີ່ມີຢູ່ໃນເມັດເຂົ້າ ແລະພືດຜັກຈະຜ່ານເຂົ້າໄປສູ່ສັດທີ່ກິນ ສິ່ງເຫຼົ່ານີ້ເປັນອັນດັບທໍາອິດ ແລະເຮົາຮັບສິ່ງນີ້ອີກຕໍ່ເນື່ອງຈາກການກິນຊີ້ນສັດ ຈະເປັນ ການດີກວ່າພຽງເທົ່າໃດ ຖ້າເຮົາຈະກິນອາຫານເຫຼົ່ານີ້ໂດຍກົງ ດ້ວຍການກິນອາຫານທີ່ ພຣະເຈົ້າໄດ້ຊົງຈັດຕຽມໄວ້ສໍາລັບເຮົາ {MH 313.1}ມແ 316.4

    ຊີ້ນສັດບໍ່ເຄີຍໄດ້ຮັບການຍອມຮັບວ່າເປັນອາຫານທີ່ດີທີ່ສຸດ ຍິ່ງໃນເວລານີ້ການ ໃຊ້ຊີ້ນສັດເປັນອາຫານສົມຄວນຖືກຄັດຄ້ານເປັນສອງເທົ່າ ເນື່ອງຈາກໂລກໄພທີ່ມີຢູ່ໃນ ສັດໄດ້ເພີ່ມຂຶ້ນຢ່າງໄວວາ ຜູ້ທີ່ບໍລິໂພກຊີ້ນສັດຕ່າງບໍ່ເຄີຍຮັບຮູ້ມາກ່ອນວ່າຕົວເອງນັ້ນ ກໍາລັງກິນອັນໃດ ຫຼາຍຄັ້ງ ຖ້າພວກເຂົາໄປເຫັນສັດເຫຼົ່ານັ້ນໃນຂະນະທີ່ພວກມັນຍັງມີ ຊີວິດຢູ່ແລະຮູ້ເຖິງຄຸນນະພາບຂອງຊີ້ນທີ່ພວກເຂົານໍາມາກິນ ພວກເຂົາຄົງຈະປິ່ນໜ້າໜີ ດ້ວຍຄວາມລັງກຽດ ຄົນຈໍານວນຫຼາຍຍັງຄົງບໍລິໂພກຊີ້ນສັດທີ່ເຕັມໄປດ້ວຍເຊື້ອວັນນະ ໂລກແລະມະເຮັງກັນຕໍ່ໄປ ດັ່ງນັ້ນ ວັນນະໂລກ ໂລກມະເຮັງແລະໂລກອື່ນໆ ທີ່ເປັນອັນ ຕະລາຍເຖິງຊີວິດຈຶ່ງຍັງຄົງແຜ່ລະບາດມາສູ່ມະນຸດ {MH 313.2}ມແ 317.1

    ຊີ້ນຂອງໝູເຕັມໄປດ້ວຍພະຍາດ ພຣະເຈົ້າກ່າວເຖິງໝູໄວ້ວ່າ “ ມັນເປັນສັດມົນ ທິນແກ່ທ່ານ ທ່ານຢ່າກິນເນື້ອຂອງມັນແລະຊາກຂອງມັນທ່ານກໍຢ່າແຕະຕ້ອງ” ພຣະບັນ ຍັດສອງ 14:8 ພຣະອົງຊົງມີພຣະດໍາລັດສັ່ງດັ່ງນີ້ແກ່ເຮົາເພາະວ່າຊີ້ນໝູນັ້ນບໍ່ເໝາະສົມ ທີ່ຈະນໍາມາປະກອບເປັນອາຫານ ໝູຈັດເປັນສັດທີ່ມີໜ້າທີ່ກໍາຈັດຂີ້ເຫຍື້ອແລະຂອງເສຍ ແລະນີ້ຄືໜ້າທີ່ດຽວທີ່ພຣະເຈົ້າຊົງກໍານົດໄວ້ໃຫ້ພວກມັນ ບໍ່ວ່າຈະຢູ່ໃນສະຖານະການ ໃດມະນຸດບໍ່ເຄີຍໄດ້ຮັບອານຸຍາດໃຫ້ກິນຊີ້ນຂອງມັນ ເປັນໄປບໍ່ໄດ້ທີ່ຊີ້ນສັດຊະນິດໃດ ກໍຕາມທີ່ກິນທຸກຢ່າງທີ່ໜ້າຂີ້ດຽດເປັນອາຫານແລະຄວາມເປິເປື້ອນເປັນພື້ນຖານຄວາມ ເປັນຢູ່ຂອງມັນຈະມີຄຸນຄ່າຕໍ່ຮ່າງກາຍ {MH 313.3}ມແ 317.2

    ຫຼາຍຄັ້ງສັດຕ່າງໆທີ່ຖືກນໍາໄປຍັງຕະຫຼາດເພື່ອຂາຍເປັນອາຫານຢູ່ໃນສະພາບທີ່ ປ່ວຍເປັນໂລກຮ້າຍແຮງຈົນເຈົ້າຂອງບໍ່ກ້າລ້ຽງຕໍ່ໄປ ແລະບາງວິທີທີ່ໃຊ້ໃນການເຮັດໃຫ້ ສັດເຫຼົ່ານີ້ຕຸ້ຍພີເພື່ອສົ່ງຕະຫຼາດເປັນຕົ້ນເຫດທີ່ກໍ່ໃຫ້ເກີດໂລກໄພຈາກການຖືກກັກຂັງ ໄວ້ໃນຄອກທີ່ບໍ່ໄດ້ຮັບແສງສະຫວ່າງແລະອາກາດທີ່ບໍລິສຸດ ຫາຍໃຈເອົາອາກາດທີ່ເປິ ເປື້ອນ ຫຼືບາງທີຍັງຖືກຂຸນໃຫ້ຕຸ້ຍດ້ວຍອາຫານທີ່ບູດເນົ່າ ຊຶ່ງໃນເວລາສັ້ນໆຮ່າງກາຍຂອງ ສັດເຫຼົ່ານີ້ຈຶ່ງເປິເປື້ອນໄປດ້ວຍສິ່ງສົກກະປົກ {MH 314.1}ມແ 317.3

    ສັດຕ່າງໆມັກຖືກຂົນຍ້າຍເປັນໄລຍະທາງໄກໆ ແລະຕ້ອງທົນເຈັບປວດທໍລະ ມານກ່ອນຈະໄປເຖິງຕະຫຼາດ ສັດເຫຼົ່ານີ້ຖືກຕ້ອນຈາກທົ່ງຫຍ້າອັນຂຽວກະຈີແລະຕ້ອງ ເດີນທາງໄປຕາມຫົນທາງທີ່ຮ້ອນແລະເຕັມໄປດ້ວຍຝຸ່ນລະອອງເປັນໄລຍະທາງໄກໆ ຫຼື ຕ້ອງແອອັດກັນຢູ່ໃນລົດບັນທຸກທີ່ເປິເປື້ອນ ພວກມັນຕ້ອງຮ້ອນອົບເອົ້າແລະອິດເມື່ອຍ ບໍ່ໄດ້ກິນນໍ້າແລະອາຫານເປັນເວລາຫຼາຍຊົ່ວໂມງ ສັດທີ່ໜ້າສົງສານເຫຼົ່ານີ້ຈຶ່ງພາກັນລົ້ມ ຕາຍກ່ອນຈະໄປເຖິງທີ່ໝາຍ ຈາກນັ້ນມະນຸດກໍໄດ້ນໍາຊາກສົບຂອງສັດເຫຼົ່ານີ້ມາລ້ຽງສະ ຫຼອງກັນ {MH 314.2}ມແ 317.4

    ໃນສະຖານທີ່ຫຼາຍແຫ່ງ ປາເຕັມໄປດ້ວຍສານປົນເປື້ອນຈາກອາຫານເປິເປື້ອນທັງ ຫຼາຍທີ່ພວກມັນກິນຈົນເປັນສາເຫດຂອງໂລກໄພ ໂດຍສະເພາະຢ່າງຍິ່ງປາທີ່ເຂົ້າມາຢູ່ ໃນນ່ານນໍ້າບໍລິເວນທໍ່ນໍ້າເສຍຂອງເມືອງໃຫຍ່ໆ ປາທີ່ກິນອາຫານຈາກທໍ່ລະບາຍນໍ້າເປິ ເປື້ອນອາດຜ່ານອອກໄປສູ່ແຫຼ່ງນໍ້າອື່ນແລະຖືກຈັບໃນບໍລິເວນນໍ້າທີ່ໃສສະອາດແລະບໍລິສຸດ ດ້ວຍເຫດນີ້ ເມື່ອເຮົານໍາປາເຫຼົ່ານີ້ມາປະກອບເປັນອາຫານ ພວກມັນຈຶ່ງນໍາໂລກໄພ ແລະຄວາມຕາຍມາສູ່ຜູ້ທີ່ບໍ່ໄດ້ສົງໄສເຖິງໄພອັນຕະລາຍໃນລັກສະນະນີ້ {MH 314.3}ມແ 318.1

    ເຮົາອາດຈະບໍ່ຮູ້ສຶກເຖິງຜົນຮ້າຍຂອງການບໍລິໂພກຊີ້ນສັດໃນທັນທີທັນໃດ ແຕ່ນີ້ ບໍ່ໄດ້ໝາຍຄວາມວ່າການບໍລິໂພກຊີ້ນສັດບໍ່ມີອັນຕະລາຍ ມີໜ້ອຍຄົນທີ່ເຊື່ອວ່າຊີ້ນສັດ ທີ່ພວກເຂົາກິນນັ້ນເຮັດໃຫ້ເລືອດຂອງພວກເຂົາເປັນພິດ ແລະເປັນຕົ້ນເຫດທີ່ເຮັດໃຫ້ ພວກເຂົາຕ້ອງເຈັບປ່ວຍ ຫຼາຍຄົນຕາຍໄປເນື່ອງຈາກໂລກໄພສືບເນື່ອງມາຈາກການກິນ ຊີ້ນສັດ ແຕ່ຕົວຜູ້ປ່ວຍແລະຄົນອື່ນໆ ບໍ່ໄດ້ຮູ້ເຖິງສາເຫດທີ່ແທ້ຈິງ {MH 315.1}ມແ 318.2

    ອັນຕະລາຍທີ່ມີຕໍ່ຈິດໃຈຂອງການບໍລິໂພກຊີ້ນສັດບໍ່ໄດ້ໜ້ອຍໄປກວ່າໂລກທີ່ເກີດ ກັບຮ່າງກາຍແມ່ນແຕ່ນ້ອຍ ອາຫານຈໍາພວກຊີ້ນສັດໃຫ້ໂທດຕໍ່ສຸຂະພາບຮ່າງກາຍ ແລະ ສິ່ງທີ່ສົ່ງຜົນຕໍ່ຮ່າງກາຍກໍຍ່ອມສົ່ງຜົນໃນລັກສະນະດຽວກັນຕໍ່ຈິດໃຈແລະຈິດວິນຍານ ຂໍ ໃຫ້ເຮົາຄິດເບິ່ງວ່າການບໍລິໂພກເນື້ອສັດເຮັດໃຫ້ເຮົາຕ້ອງສະແດງຄວາມໂຫດຮ້າຍທາລຸນ ຕໍ່ສັດຫຼາຍພຽງໃດ ລອງນຶກເຖິງຄວາມຮູ້ສຶກຂອງຜູ້ທີ່ຈະຕ້ອງຂ້າມັນແລະຜູ້ທີ່ເບິ່ງການ ຂ້ານັ້ນກ່ອນທີ່ຈະນໍາມັນມາປະກອບເປັນອາຫານ ການເຮັດເຊັ່ນນີ້ໄດ້ທໍາລາຍຈິດໃຈອັນ ອ່ອນໂຍນທີ່ເຮົາຄວນສະແດງຕໍ່ສັບພະສິ່ງທີ່ພຣະເຈົ້າໄດ້ຊົງສ້າງໄວ້ຫຼາຍພຽງໃດ {MH 315.2}ມແ 318.3

    ຄວາມສະຫຼຽວສະຫຼາດໃກ້ຄຽງກັບມະນຸດທີ່ສັດເດຍລະສານຫຼາຍຊະນິດສະ ແດງອອກເປັນເລື່ອງໜ້າປະຫຼາດເລິກລັບ ສັດຕ່າງໆສາມາດເບິ່ງເຫັນ ຍິນສຽງ ຮັກ ຢ້ານ ແລະຮູ້ສຶກເຈັບປວດ ພວກມັນໃຊ້ອະໄວຍະວະຂອງພວກມັນໄດ້ຢ່າງຊື່ສັດຫຼາຍກວ່າ ມະນຸດຫຼາຍຄົນໃຊ້ອະໄວຍະວະຂອງຕົນ ພວກມັນສະແດງອອກເຖິງຄວາມເຫັນອົກ ເຫັນໃຈແລະຄວາມສຸພາບອ່ອນໂຍນຕໍ່ພວກຂອງມັນໃນຍາມທຸກທໍລະມານ ສັດຫຼາຍ ປະເພດສະແດງຄວາມຮັກຕໍ່ຜູ້ທີ່ລ້ຽງດູພວກມັນເໜືອກວ່າທີ່ມະນຸດບາງຄົນສະແດງຕໍ່ ກັນອີກ ພວກມັນສ້າງຄວາມຜູກພັນທີ່ມີຕໍ່ມະນຸດຢ່າງໝັ້ນຄົງ ໜຽວແໜ້ນຈົນບໍ່ອາດຕັດ ຂາດໄດ້ ຖ້າປາສະຈາກຄວາມເຈັບປວດທີ່ສຸດຈະທົນ {MH 315.3}ມແ 318.4

    ຜູ້ໃດທີ່ມີຫົວໃຈແບບມະນຸດທີ່ເຄີຍລ້ຽງດູສັດລ້ຽງ ມີໃຜແນ່ທີ່ເບິ່ງເຂົ້າໄປຍັງ ໜ່ວຍຕາຂອງພວກມັນທີ່ເຕັມໄປດ້ວຍຄວາມໄວ້ວາງໃຈແລະຄວາມຮັກ ແລ້ວຍັງເຕັມ ອົກເຕັມໃຈສົ່ງມັນໄປຫາຄົມມີດຂອງນັກຂ້າໃຫ້ຊໍາແຫຼະແລ້ວກໍນໍາເອົາຊີ້ນຂອງມັນມາ ກິນລົງຄໍຢ່າງແຊບນົວໄດ້ຊັ້ນຫວາ? {MH 316.1}ມແ 319.1

    ເປັນຄວາມເຂົ້າໃຈຜິດທີ່ຄິດວ່າ ກໍາລັງວັງຊາຂອງກ້າມເນື້ອຂຶ້ນກັບການບໍລິໂພກ ຊີ້ນສັດ ສິ່ງຕ່າງໆທີ່ຮ່າງກາຍຕ້ອງການຈະຮັບການບໍາລຸງຫຼໍ່ລ້ຽງໄດ້ດີກວ່າ ແລະມີກໍາລັງ ວັງຊາທີ່ແຂງແຮງກວ່າໂດຍທີ່ບໍ່ຈໍາເປັນຕ້ອງກິນຊີ້ນສັດເລີຍທັນຍາພືດຮ່ວມກັບໝາກໄມ້ ຖົ່ວແລະຜັກຊະນິດຕ່າງໆ ລ້ວນປະກອບດ້ວຍສານອາຫານຕ່າງໆ ທີ່ມີຄວາມຈໍາເປັນຕໍ່ ຮ່າງກາຍໃນການສ້າງເລືອດທີ່ດີ ຊຶ່ງຊີ້ນສັດບໍ່ໄດ້ມີສານອາຫານເຫຼົ່ານີ້ໃນສັດສ່ວນທີ່ ຫຼາຍພໍແລະຄົບຖ້ວນເທົ່າ ຖ້າຊີ້ນສັດເປັນອາຫານທີ່ມີຄວາມສໍາຄັນຕໍ່ສຸຂະພາບແລະ ຄວາມແຂງແຮງ ພຣະເຈົ້າກໍຄົງຊົງລວມຊີ້ນສັດເປັນອາຫານແລ້ວຕັ້ງແຕ່ເລີ່ມຕົ້ນທີ່ຊົງ ສ້າງໂລກ {MH 316.2}ມແ 319.2

    ເມື່ອເລີກບໍລິໂພກຊີ້ນສັດ ເຮົາມັກຈະຮູ້ສຶກອ່ອນເພຍ ບໍ່ມີກໍາລັງ ເພາະເຫດນີ້ ຫຼາຍຄົນຈຶ່ງໃຊ້ເປັນຂໍ້ອ້າງວ່າອາຫານຈໍາພວກຊີ້ນສັດມີຄວາມຈໍາເປັນ ແຕ່ແທ້ຈິງເປັນ ເພາະອາຫານປະເພດນີ້ມີລິດໃນການກະຕຸ້ນຮ່າງກາຍ ເຮັດໃຫ້ເລືອດມີອຸນຫະພູມສູງ ຂຶ້ນກວ່າປົກກະຕິແລະກະຕຸ້ນລະບົບປະສາດຊຶ່ງເປັນສິ່ງທີ່ພວກເຂົາຮູ້ສຶກວ່າຂາດຫາຍໄປ ບາງຄົນເຫັນວ່າເປັນການຍາກທີ່ເຂົາຈະເລີກບໍລິໂພກຊີ້ນສັດ ເຊັ່ນດຽວກັບຄົນທີ່ ຕິດເຫຼົ້າບໍ່ສາມາດຈະເລີກດື່ມໄດ້ ແຕ່ຖ້າພວກເຂົາຍອມປ່ຽນແປງ ສຸຂະພາບຂອງເຂົາກໍ ຈະດີຂຶ້ນ {MH 316.3}ມແ 319.3

    ເມື່ອເລີກບໍລິໂພກຊີ້ນສັດ ເຮົາຄວນກິນທັນຍາພືດ ຖົ່ວເປືອກແຂງ ຜັກແລະ ໝາກໄມ້ຊະນິດຕ່າງໆແທນ ຊຶ່ງອາຫານເຫຼົ່ານີ້ເປັນອາຫານທີ່ໜ້າກິນແລະມີຄຸນຄ່າທາງ ໂພຊະນາການ ໂດຍສະເພາະຜູ້ທີ່ມີຮ່າງກາຍອ່ອນແອແລະຜູ້ທີ່ຕ້ອງລໍາບາກໃຊ້ແຮງງານ ໜັກຢູ່ເປັນປະຈໍາ ໃນບາງປະເທດທີ່ຍາກຈົນຊີ້ນສັດຈັດວ່າເປັນອາຫານທີ່ມີລາຄາຖືກທີ່ສຸດ ໃນສະພາບເຊັ່ນນີ້ການທີ່ຈະປ່ຽນອາຫານທີ່ກິນຍ່ອມຈະເຮັດໄດ້ຍາກ ແຕ່ກໍສາມາດ ທີ່ຈະເຮັດໄດ້ ຢ່າງໃດກໍຕາມ ເຮົາຄວນຈະພິຈາລະນາເຖິງສະພາບຄວາມເປັນຢູ່ຂອງພົນ ລະເມືອງແລະອິດທິພົນຂອງນິດໄສຄວາມເຄີຍຊິນທີ່ມີມາຕະຫຼອດຊີວິດຂອງພວກເຂົາ ແລະຄວນຈະລະມັດລະວັງທີ່ຈະບໍ່ໄປພັກດັນຫຼືໃຫ້ພວກເຂົາເຮັດຕາມຄວາມເຫັນ ທີ່ຖືກຕ້ອງຈົນຫຼາຍເກີນຄວນ ເຮົາບໍ່ຄວນທີ່ຈະໄປຮຽກຮ້ອງໃຫ້ໃຜໆ ປ່ຽນອາຫານທີ່ ກິນແບບປະຈຸບັນທັນດ່ວນ ເຮົາຄວນຫາອາຫານທີ່ມີປະໂຫຍດຕໍ່ຮ່າງກາຍແລະມີລາຄາ ທີ່ບໍ່ແພງມາທົດແທນການບໍລິໂພກຊີ້ນສັດ ໃນເລື່ອງນີ້ຕ້ອງອາໄສຄົນຄົວດ້ວຍທັກສະ ແລະຄວາມເອົາໃຈໃສ່ ຄົນຄົວຈັດຕຽມອາຫານໃຫ້ໜ້າກິນແລະມີປະໂຫຍດຕໍ່ຮ່າງກາຍໄດ້ ແລະໃນທີ່ສຸດພວກເຂົາກໍຈະສາມາດທົດແທນອາຫານຈໍາພວກຊີ້ນສັດໄດ້ {MH 316.4}ມແ 320.1

    ໃນທຸກກໍລະນີຂໍໃຫ້ເຮົາຝຶກທີ່ຈະມີສະຕິສໍາປະສັນຍະ ໃຫ້ຮວບຮວມຄວາມຕັ້ງ ໃຈຈັດຫາອາຫານທີ່ດີແລະມີປະໂຫຍດຕໍ່ຮ່າງກາຍ ແລະການປ່ຽນແປງຈະເກີດຂຶ້ນໄດ້ ຢ່າງງ່າຍດາຍ ແລະຄວາມຕ້ອງການບໍລິໂພກຊີ້ນສັດກໍຈະຢຸດໄປໃນທີ່ສຸດ {MH 317.1}ມແ 320.2

    ຍັງບໍ່ເຖິງເວລາອີກຊັ້ນບໍ່ ທີ່ທຸກຄົນຄວນມີຄວາມຕັ້ງໃຈທີ່ຈະເລີກບໍລິໂພກຊີ້ນສັດ ຄົນທັງຫຼາຍທີ່ປາຖະໜາຈະເປັນຜູ້ທີ່ບໍລິສຸດຊອບທໍາ ເພື່ອຈະໄດ້ມີຄວາມສໍາພັນກັບ ທູດສະຫວັນຢ່າງໃກ້ຊິດ ຈະຍັງຄົງໃຊ້ສິ່ງທີ່ເປັນອັນຕະລາຍຕໍ່ຮ່າງກາຍແລະຈິດວິນຍານ ຂອງຕົນເອງເປັນອາຫານໄດ້ອີກບໍ ເຂົາຈະຜານຊີວິດອັນເປັນສິ່ງທີ່ຊົງສ້າງຈາກພຣະເຈົ້າ ເພື່ອນໍາເອົາຊີ້ນມາສະໜອງຄວາມສຸກຂອງຕົວເອງໄດ້ຢ່າງໃດ ເຂົາຄວນຈະກັບໄປກິນອາ ຫານທີ່ມີປະໂຫຍດແລະໜ້າກິນທີ່ພຣະເຈົ້າປະທານໃຫ້ແກ່ມະນຸດເມື່ອເລີ່ມຕົ້ນສ້າງໂລກ ແລະຝຶກຕົນເອງຮ່ວມທັງສອນບັນດາລູກຫຼານໃຫ້ມີຈິດໃຈທີ່ເມດຕາກະລຸນາຕໍ່ສັດ ທີ່ພຣະເຈົ້າຊົງສ້າງແລະມອບໃຫ້ຢູ່ໃນຄວາມປົກຄອງຂອງມະນຸດ {MH 317.2}ມແ 320.3

    *****