Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ໂອກາດໃນຊີວິດ

    ເວລາຂອງເຮົາໃນໂລກນີ້ຊ່າງແສນສັ້ນ ເຮົາຍ່າງຜ່ານໂລກນີ້ໄປໄດ້ພຽງຄັ້ງດຽວ ຂະ ນະທີ່ເຮົາຍ່າງຜ່ານໄປ ຂໍໃຫ້ເຮົາໃຊ້ຊີວິດໃຫ້ເກີດປະໂຫຍດຫຼາຍທີ່ສຸດ ວຽກງານທີ່ເຮົາ ໄດ້ຮັບການຊົງເອີ້ນຫາ ບໍ່ຕ້ອງການຊັບສິນເງິນທອງຫຼືຕໍາແໜ່ງທາງສັງຄົມຫຼືຄວາມສາ ມາດທີ່ຍິ່ງໃຫຍ່ອັນໃດ ແຕ່ຕ້ອງການວິນຍານແຫ່ງການເສຍສະລະສ່ວນຕົວດ້ວຍຈິດໃຈ ທີ່ເມດຕາແລະມີເປົ້າໝາຍທີ່ມຸ່ງໝັ້ນ ຕະກຽງດວງໜຶ່ງບໍ່ວ່າຈະນ້ອຍພຽງໃດ ຖ້າຈຸດໄວ້ ຕະຫຼອດເວລາກໍອາດເປັນເຄື່ອງມືຈຸດຕະກຽງດວງອື່ນໆອີກຫຼາຍດວງ ແວດວົງອິດທິພົນ ຂອງເຮົາອາດເບິ່ງຄືວ່າຈະແຄບ ຄວາມສາມາດຂອງເຮົາອາດມີພຽງເລັກນ້ອຍ ໂອກາດ ຂອງເຮົາອາດບໍ່ມີຫຼາຍ ສິ່ງທີ່ເຮົາຮຽນຮູ້ອາດມີຈໍາກັດ ແຕ່ເຖິງຢ່າງນັ້ໜ ຄວາມເປັນໄປໄດ້ ທີ່ເຫຼືອເຊື່ອຍັງເປັນຂອງເຮົາໂດຍການໃຊ້ໂອກາດຢ່າງສັດຊື່ຂອງເຮືອນເຮົາເອງ ຖ້າເຮົາ ເປີດໃຈແລະຄອບຄົວຂອງເຮົາແກ່ຫຼັກການຊີວິດຕາມວິຖີທາງຂອງພຣະເຈົ້າ ເຮົາກໍຈະ ເປັນຄືດັ່ງເສັ້ນທາງລໍາລຽງທານນໍ້າຫຼໍ່ລ້ຽງຊີວິດ ທາລາທິບແຫ່ງການບໍາບັດຮັກສາ ທີ່ຫຼໍ່ ລ້ຽງຊີວິດ ຄວາມງົດງາມແລະການບັງເກີດຜົນຈະໄຫຼພຸ່ງອອກຈາກຄອບຄົວຂອງເຮົາໄປ ສູ່ບ່ອນທີ່ໃນເວລານີ້ເຕັມໄປດ້ວຍຄວາມແຫ້ງແລ້ງແລະຂັດສົນຂາດແຄນ {HM 355.1}ມແ 358.4

    *****