Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຄອບຄົວຂອງຜູ້ທີ່ເຮັດວຽກໃນການເຜີຍແຜ່ສາສະໜາ

    ຄອບຄົວຂອງຜູ້ທີ່ເຮັດວຽກໃນການເຜີຍແຜ່ສາສະໜາຈໍາເປັນຕ້ອງອອກໄປຕັ້ງ ບ້ານເຮືອນໃນສະຖານທີ່ໆຍັງບໍ່ມີການໃຊ້ສອຍ ຂໍໃຫ້ພວກຊາວນາຜູ້ທີ່ມີເງິນລົງທຶນ ຊ່າງ ກໍ່ສ້າງແລະຜູ້ທີ່ມີຄວາມຊ່ຽວຊານໃນງານສິລະປະແລະງານຝີມືດ້ານຕ່າງໆ ພາກັນອອກ ໄປຍັງຖິ່ນຖານທີ່ຍັງບໍ່ມີຄົນອອກໄປຈັບຈອງ ເພື່ອພັດທະນາທີ່ດິນເຫຼົ່ານັ້ນ ເພື່ອກໍ່ຕັ້ງ ອຸດສາຫະກໍາ ເພື່ອສ້າງບ້ານແບບງ່າຍໆສໍາລັບຕົວເອງແລະເພື່ອທີ່ຊ່ວຍເຫຼືອເພື່ອນບ້ານ ຂອງພວກເຂົາ {MH 194.3}ມແ 185.4

    ” ເມື່ອວັນນັ້ນມາເຖິງຄົນຫູໜວກຈະໄດ້ຍິນຖ້ອຍຄໍາຂອງຄົນອ່ານ
    ໜັງສືໄດ້ ແລະຕາຂອງຄົນຕາບອດຢູ່ໃນຄວາມມືດກໍຈະເຫັນຮຸ່ງໄດ້
    ຄົນຍາກຈົນແລະຄົນຖ່ອມຕົວຈະຊື່ນບານສົດໄສໃນພຣະເຈົ້າ
    ອົງບໍລິສຸດແຫ່ງຊາດອິດສະລະເອນມອບໃຫ້ ”
    ມແ 186.1

    ເອສະຢາ 29: 18,19 {MH 194.4}

    ເຮົາຈະຊ່ວຍຄົນຍາກຈົນໄດ້ຢ່າງເຫັນຜົນຫຼາຍທີ່ສຸດໂດຍການແນະນໍາໃນເຊີງປະ ຕິບັດ ຕາມປົກກະຕິແລ້ວຜູ້ທີ່ຍັງບໍ່ໄດ້ຮັບການຝຶກອົບຮົມໃຫ້ເຮັດວຽກຍ່ອມຍ່ອມຈະບໍ່ມີນິ ໄສຂະຫຍັນໝັ່ນພຽນ ຄວາມມານະບາກບັ່ນ ຄວາມມັດທະຍັດຫຼືຍອມທີ່ຈະເສຍສະຫຼະ ຄວາມຕ້ອງການຂອງຕົນເອງ ພວກເຂົາຍັງບໍ່ຮູ້ຈັກວິທີການຈັດການອັນໃດເລີຍ ຫຼາຍຄັ້ງ ຈາກການທີ່ຂາດຄວາມເອົາໃຈໃສ່ແລະການຕັດສິນໃຈທີ່ຖືກຕ້ອງ ເຮັດໃຫ້ພວກເຂົາຫຼົ້ມ ເຫຼວໃນການຮັກສາຄວາມຢູ່ດີມີສຸກຂອງຄອບຄົວຫາກພວກເຂົາຮູ້ຈັກຈັບຈ່າຍໃຊ້ສອຍ ຢ່າງປະຫຍັດແລະລະມັດລະວັງ “ໄຮ່ນາຂອງຄົນຍາກຈົນທີ່ໄຖຖິ້ມໄວ້ອາດເກີດຜົນອຸ ດົມສົມບູນ ແຕ່ຄວາມບໍ່ຍຸດຕິທໍາເຮັດໃຫ້ຄວາມອຸດົມສົມບູນຖືກທໍາລາຍ” ສຸພາສິດ 13:23 {MH 194.5}ມແ 186.2

    ເຮົາອາດຈະໃຫ້ທານແກ່ຄົນຍາກຈົນ ແຕ່ກັບທໍາຮ້າຍພວກເຂົາໂດຍສອນໃຫ້ ພວກເຂົາເປັນຄົນທີ່ຄອຍເພິ່ງພາຜູ້ອື່ນ ການໃຫ້ທານເຊັ່ນນີ້ຍ່ອມເປັນການສະໜັບສະ ໜູນຄວາມເຫັນແກ່ຕົວແລະສະພາບທີ່ບໍ່ຍອມຊ່ວຍເຫຼືອຕົວເອງຫຼາຍຄັ້ງສິ່ງເຫຼົ່ານີ້ມັກນໍາ ໄປສູ່ຄວາມຂີ້ຄ້ານ ໃຊ້ຈ່າຍເງິນທອງຢ່າງບໍ່ຈໍາເປັນ ແລະຂາດການຢັບຢັ້ງຕົນເອງ ບໍ່ມີໃຜ ທີ່ສາມາດຫາລ້ຽງຊີບຕົນເອງໄດ້ ມີແຕ່ຈະຄອຍເພິ່ງພາອາໄສຜູ້ອື່ນ ສຸພາສິດທີ່ເວົ້າກັນ ຕະຫຼອດວ່າ ” ໂລກມີໜ້າທີ່ລ້ຽງດູຂ້ອຍ ” ເປັນຄະຕິທີ່ແຝງດ້ວຍທາດແທ້ຂອງການບິດ ເບືອນຄວາມຈິງ ຫຼອກລວງແລະການສວຍໂອກາດ ເພາະໂລກບໍ່ໄດ້ມີໜ້າທີ່ລ້ຽງດູຜູ້ໃດ ທີ່ສາມາດເຮັດວຽກຫາລ້ຽງຕົນເອງໄດ້ {MH 195.1}ມແ 186.3

    ການກຸສົນທີ່ແທ້ຈິງຄືການຊ່ວຍຜູ້ຄົນໃຫ້ຮູ້ຈັກຊ່ວຍເຫຼືອຕົນເອງ ຫາກມີໃຜຄົນ ໜຶ່ງມາທີ່ປະຕູບ້ານຂອງເຮົາແລະຂໍອາຫານ ເຮົາບໍ່ຄວນປະຕິເສດແລະປ່ອຍໃຫ້ເຂົາຫິວ ໂຫຍ ຄວາມຍາກຈົນຂອງເຂົາອາດເປັນຜົນມາຈາກການທີ່ເຂົາຕ້ອງປະສົບກັບເຫດການ ຮ້າຍກໍເປັນໄດ້ ຄວາມເມດຕາກະລຸນາທີ່ແທ້ຈິງບໍ່ໄດ້ໝາຍເຖິງການທີ່ບໍລິຈາກໃຫ້ໄປຢ່າງ ດຽວເທົ່ານັ້ນ ແຕ່ໝາຍເຖິງການເອົາໃຈໃສ່ໃນທຸກສຸກຂອງຜູ້ອື່ນຢ່າງແທ້ຈິງ ເຮົາຄວນພະ ຍາຍາມທໍາຄວາມເຂົ້າໃຈເຖິງຄວາມຕ້ອງການຂອງຄົນຍາກຈົນແລະຄົນທຸກຍາກທີ່ພວກ ເຂົາຕ້ອງປະສົບ ແລະໃຫ້ຄວາມຊ່ວຍເຫຼືອມທີ່ເປັນປະໂຫຍດແກ່ພວກເຂົາຫຼາຍທີ່ສຸດ ການໃຫ້ຄວາມຊ່ວຍເຫຼືອໂດຍການຍອມເສຍສະຫຼະຄວາມຄິດເວລາແລະໃຊ້ຄວາມ ພາກພຽນພະຍາຍາມຂອງເຮົາເປັນການສ່ວນຕົວ ຍ່ອມມີຄຸນຄ່າຫຼາຍກວ່າການໃຫ້ເງິນ ທອງແຕ່ພຽງຢ່າງດຽວ ເພາະນັ້ນເປັນການກຸສົນທີ່ແທ້ຈິງທີ່ສຸດ {MH 195.2}ມແ 186.4

    ຄົນທັງຫຼາຍທີ່ໄດ້ຮັບການສັ່ງສອນໃຫ້ຮູ້ຈັກເຮັດວຽກເພື່ອຫາລ້ຽງຕົນເອງຍ່ອມຮູ້ ຈັກໃຊ້ເງິນທອງທີ່ຫາມາໄດ້ນັ້ນໃຫ້ເກີດປະໂຫຍດຫຼາຍທີ່ສຸດ ແລະໃນການຮຽນຮູ້ເຖິງ ການເພິ່ງຕົນເອງນັ້ນ ພວກເຂົາບໍ່ໄດ້ສະສົມຄວາມຮູ້ເຖິງການລ້ຽງດູຕົນເອງເທົ່ານັ້ນ ແຕ່ຍັງ ເຮັດໃຫ້ພວກເຂົາສາມາດຊ່ວຍເຫຼືອຜູ້ອື່ນໄດ້ອີກດ້ວຍ ຈົ່ງສອນໃຫ້ຜູ້ທີ່ປ່ອຍໂອກາດໃຫ້ ຜ່ານໄປໂດຍບໍ່ມີປະໂຫຍດໃຫ້ເຫັນເຖິງຄວາມສໍາຄັນຂອງໜ້າທີ່ຄວາມຮັບຜິດຊອບ ຂອງຊີວິດ ຈົ່ງສະແດງໃຫ້ພວກເຂົາເຫັນວ່າຕາມຫຼັກຄວາມເຊື່ອໃນພຣະຄໍາພີນັ້ນບໍ່ເຄີຍ ສອນໃຫ້ມະນຸດເປັນຄົນຂີ້ຄ້ານ ພຣະຄຣິດຊົງສະໜັບສະໜູນໃຫ້ເຮົາມີຄວາມຂະຫຍັນ ໝັ່ນພຽນຢູ່ສະເໝີ “ພວກທ່ານຢືນຢູ່ທີ່ນີ້ລ້າໆເຮັດຫຍັງ”ພຣະອົງບອກກັບຜູ້ທີ່ຂີ້ຄ້ານວ່າ “ເຮົາຕ້ອງເຮັດພຣະລາຊະກິດຂອງພຣະອົງຜູ້ຊົງໃຫ້ເຮົາມາເມື່ອຍັງຕອນເວັນຢູ່ ເມື່ອ ເຖິງກາງຄືນບໍ່ມີຜູ້ໃດເຮັດວຽກໄດ້” ມັດທາຍ 20:6; ໂຢຮັນ 9:4 {MH 195.3}ມແ 187.1

    ທຸກຄົນມີສິດທີ່ຈະເປັນພະຍານໃຫ້ແກ່ຄົນທັງຫຼາຍໃນໂລກໄດ້ເຫັນເຖິງພຣະ ກຽດຕິຄຸນປະເສີດວ່າສາມາດເຮັດອັນໃດໃຫ້ແກ່ຄົນທັງປວງທີ່ເຊື່ອໄດ້ແນ່ ຈາກການດໍາ ເນີນຊີວິດພາຍໃນຄອບຄົວຂອງພວກເຂົາແລະຈາກການປະຕິບັດຕາມຂະນົບທໍານຽມ ແລະໃນລະບຽບແບບແຜນຂອງພວກເຂົາ ພຣະຄຣິດສະເດັດມາຍັງໂລກຂອງເຮົາເພື່ອ ປະທານແບບຢ່າງໃຫ້ເຮົາດໍາເນີນຊີວິດຕາມ ພຣະອົງຊົງມີພຣະປະສົງທີ່ຈະໃຫ້ບັນດາຜູ້ ທີ່ຕິດຕາມພຣະອົງທັງຫຼາຍໄດ້ເປັນແບບຢ່າງແຫ່ງຄວາມຊອບທໍາໃນທຸກໆວິທີທີ່ກ່ຽວ ຂ້ອງກັບຊີວິດ ພຣະອົງຊົງປາຖະໜາທີ່ຈະໃຫ້ສໍາຜັດແຫ່ງຄວາມເປັນພຣະເຈົ້າສໍາແດງຢູ່ ໃນທຸກສິ່ງທີ່ປາກົດແກ່ສາຍຕາຂອງມະນຸດ {MH 196.1}ມແ 187.2

    ບ້ານຂອງເຮົາເອງຮ່ວມທັງສະພາບແວດລ້ອມພາຍນອກນັ້ນ ຄວນຈະເປັນຕົວຢ່າງ ເພື່ອສອນໃຫ້ຄົນອື່ນໄດ້ປັບປຸງຕົນເອງ ເພື່ອວ່າຄວາມຂະຫຍັນໝັ່ນພຽນ ຄວາມສະອາດ ຄວາມມີລົດນິຍົມແລະຄວາມເປັນລະບຽບຮຽບຮ້ອຍຈະມາແທນທີ່ຄວາມຂີ້ຄ້ານ ຄວາມສົກກະປົກ ຄວາມຫຍາບຄາຍແລະຄວາມບໍ່ມີລະບຽບຈາກແບບຢ່າງຊີວິດຂອງເຮົາ ເຮົາສາມາດຊ່ວຍຜູ້ອື່ນໄດ້ເຫັນເຖິງສິ່ງທີ່ໜ້າລັງກຽດໃນອຸປະນິດໄສຫຼືສະພາບແວດ ລ້ອມຂອງພວກເຮົາ ແລະດ້ວຍຄວາມສຸພາບອ່ອນໂຍນໃນແບບຂອງຄຣິດສະຕຽນ ເຮົາ ສາມາດໜູນໃຈໃຫ້ມີການພັດທະນາ ເມື່ອເຮົາສະແດງໃຫ້ເຫັນວ່າເຮົາມີຄວາມໃສ່ໃຈໃນ ພວກເຂົາ ເຮົາກໍພົບໂອກາດທີ່ຈະສອນພວກເຂົາໃຫ້ຮູ້ຈັກໃຊ້ກໍາລັງແລະຄວາມສາມາດ ໄປໃນທາງທີ່ດີທີ່ສຸດ {MH 196.2}ມແ 188.1

    Larger font
    Smaller font
    Copy
    Print
    Contents