Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການບໍາບັດຮັກສາຢ່າງເຂົ້າໃຈໃນເຫດແລະຜົນ

    ເມື່ອການລ່ວງລະເມີດທາງສຸຂະພາບເກີດຂຶ້ນໄປໄກຈົນກໍ່ໃຫ້ເກີດຄວາມເຈັບ ປ່ວຍຂຶ້ນຫຼາຍຄັ້ງ ຜູ້ປ່ວຍສາມາດຊ່ວຍເຫຼືອຕົນເອງໃນສິ່ງທີ່ຜູ້ອື່ນບໍ່ອາດຊ່ວຍແທນເຂົາໄດ້ ສິ່ງທໍາອິດທີ່ຕ້ອງເຮັດຄື ການຄົ້ນຫາເຖິງລັກສະນະອາການທີ່ແທ້ຈິງຂອງຄວາມເຈັບປ່ວຍ ຈາກນັ້ນຈຶ່ງໄປດໍາເນີນການຢ່າງມີສະຕິປັນຍາໃນການຂະຈັດສາເຫດຂອງໂລກ ຖ້າ ລະບົບການເຮັດວຽຂອງຮ່າງກາຍເກີດເສຍສົມດຸນຂຶ້ນ ຈາກການເຮັດວຽກໜັກເກີນ ໄປຫຼືການກິນອາຫານຫຼາຍຈົນເກີນໄປຫຼືສິ່ງຜິດປົກກະຕິຢ່າງອື່ນໆ ຈົ່ງຢ່າພະຍາຍາມແກ້ ໄຂບັນຫາໂດຍການເພີ່ມພາລະໃຫ້ກັບຮ່າງກາຍດ້ວຍການໃຊ້ຢາອັນຕະລາຍ {MH 235.1}ມແ 234.2

    ຄວາມເຈັບປວດມັກມີສາເຫດມາຈາກການບໍລິໂພກອາຫານຢ່າງບໍ່ຢັບຢັ້ງຊັ່ງໃຈ ແລະສິ່ງທີ່ທໍາມະຊາດຕ້ອງການຫຼາຍທີ່ສຸດກໍຄື ຈະຕ້ອງປົດພາລະທີ່ຫຼາຍເກີນຄວນຕໍ່ ຮ່າງກາຍນັ້ນອອກໄປ ຫຼາຍຄັ້ງເມື່ອເກີດຄວາມເຈັບປ່ວຍ ວິທີການບໍາບັດຮັກສາທີ່ດີທີ່ ສຸດໃຫ້ຄົນໄຂ້ງົດອາຫານຈັກຄາບຫຼືສອງຄາບ ເພື່ອໃຫ້ອະໄວຍະວະທີ່ເຮັດໜ້າທີ່ຍ່ອຍ ອາຫານມີໂອກາດໄດ້ຢຸດພັກ ການກິນໝາກໄມ້ເປັນອາຫານຈັກສອງສາມມື້ຈະຊ່ວຍບັນ ເທົາອາການຂອງຜູ້ທີ່ຕ້ອງເຮັດວຽກໃຊ້ສະໝອງ ຫຼາຍຄັ້ງການອົດອາຫານໃນຊ່ວງເວລາ ສັ້ນໆ ຈາກນັ້ນຈຶ່ງຄ່ອຍກິນອາຫານແບບພື້ນໆໃນຈໍານວນພໍປະມານ ຈະນໍາໄປສູ່ການ ຟື້ນຕົວເຊົາຫາຍປ່ວຍໄດ້ດ້ວຍຕົວເອງຕາມວິທີບໍາບັດແບບທໍາມະຊາດ ການກິນອາຫານ ຢ່າງເໝາະສົມເປັນເວລາຈັກເດືອນໜຶ່ງຫຼືສອງເດືອນຈະເຮັດໃຫ້ຜູ້ປ່ວຍຫຼາຍຄົນຮູ້ສຶກວ່າ ການຄວບຄຸມຕົວເອງຍ່ອມເປັນວິທີຂອງການມີສຸຂະພາບທີ່ດີ {MH 235.2}ມແ 235.1