Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ພາກທີ 6 - ຄອບຄົວ

    ບົດທີ 28 ການປະຕິບັດຮັບໃຊ້ ພາຍໃນຄອບຄົວ

    ການຟື້ນຟູແລະຍົກລະດັບຈິດວິນຍານຂອງມະນຸດຊາດເລີ່ມຕົ້ນທີ່ພາຍໃນຄອບຄົວ ພາລະໜ້າທີ່ຂອງບິດາມານດາເປັນຮາກຖານຮອງຮັບກິດຈະການອື່ນໆທັງໝົດ ສັງ ຄົມປະກອບດ້ວຍຄອບຄົວຫຼາຍໆຄອບຄົວຮ່ວມກັນ ແລະຈະເປັນຢ່າງໃດຍ່ອມສຸດແລ້ວ ແຕ່ຫົວໜ້າຄອບຄົວຈະສັນສ້າງໃຫ້ເປັນໄປ “ ເພາະທຸກສິ່ງທີ່ເຈົ້າເຮັດອອກມາຈາກໃຈ” ສຸພາສິດ 4:23 (THSV) ແລະຫົວໃຈສໍາຄັນຂອງຄົນ ຂອງຄຣິສຕະຈັກແລະປະເທດ ຊາດນັ້ນກໍຄື ຄອບຄົວ ຄວາມຜາສຸກຂອງສັງຄົນ ຄວາມສໍາເລັດຂອງຄຣິສຕະຈັກ ຄວາມ ຈະເລີນຮຸ່ງເຮືອງຂອງປະເທດຊາດຕ່າງເພິ່ງພາອິດທິພົນທີ່ມາຈາກຄອບຄົວ {HM 349.1}ມແ 353.1

    ຊີວິດຂອງພຣະເຢຊູຊົງສະແດງຢ່າງຊັດເຈນເຖິງຄວາມສໍາຄັນແລະໂອການຂອງ ຊີວິດພາຍໃນຄອບຄົວ ພຣະອົງຜູ້ສະເດັດຈາກສະຫວັນມາເປັນແບບຢ່າງແລະຄູຂອງເຮົາ ຊົງໃຊ້ຊີວິດໃນຖານະສະມາຊິກຄົນໜຶ່ງໃນຄອບຄົວເປັນເວລາສາມສິບປີທີ່ເມືອງນາຊາເລັດ ພຣະຄໍາພີໄດ້ບັນທຶກເຖິງເຫດການໃນຊ່ວງເວລານີ້ໄວ້ພຽງຫຍໍ້ໆ ຊົງບໍ່ເຄີຍສະແດງ ການອັດສະຈັນຍິ່ງໃຫຍ່ທີ່ເອີ້ນຄວາມສົນໃຈຈາກປະຊາຊົນ ບໍ່ມີຝູງຊົນທີ່ກະຕືລືລົ້ນຄອຍ ຕິດຕາມທຸກບາດກ້າວຍ່າງຫຼືສະດັບຟັງພຣະວັດຈະນະຂອງພຣະອົງ ແຕ່ເຖິງຢ່າງນັ້ນຕະ ຫຼອດຊ່ວງເວລານີ້ ພຣະອົງຊົງກໍາລັງກະກຽມເພື່ອຄວາມສໍາເລັດຂອງພັນທະກິດແຫ່ງ ພຣະເຈົ້າຂອງພຣະອົງ ພຣະອົງຊົງດໍາລົງພຣະຊົນຊີບຄືດັ່ງເຊັ່ນມະນຸດຄົນໜຶ່ງ ຊົງໃຊ້ຊີ ວິດຮ່ວມກັນພາຍໃນຄອບຄົວ ຊົງປະຕິບັດຕາມກົດລະບຽບ ຊົງປະຕິບັດຕາມໜ້າທີ່ ຮັບຜິດຊອບແລະຊົງແບ່ງເບົວພາລະພາຍໃນເຮືອນ ພາຍໃຕ້ການຄຸ້ມຄອງແລະເອົາໃຈໃສ່ ຂອງຄອບຄົວທີ່ຕໍ່າຕ້ອຍ ຊົງມີສ່ວນຮ່ວມໃນປະສົບການຕ່າງໆ ຂອງຊາວບ້ານທົ່ວໄປ ພຣະອົງຊົງ “ຈະເລີນຂຶ້ນໃນດ້ານສະຕິປັນຍາ ໃນດ້ານຮ່າງກາຍ ແລະ ເປັນທີ່ພໍພຣະໄທ ຂອງພຣະເຈົ້າ ແລະຕໍ່ໜ້າຄົນທັງປວງດ້ວຍ” ລູກາ 2:25 {HM 349.2}ມແ 353.2

    ໃນຊ່ວງເວລາທີ່ສັນໂດດນີ້ ຊີວິດຂອງພຣະອົງເພີ່ມພູນດ້ວຍທານນໍ້າແຫ່ງຄວາມ ເຫັນອົກເຫັນໃຈແລະຄວາມໂອບອ້ອມອາລີ ຄວາມອົດທົນອົດກັ້ນແລະປາສະຈາກ ຄວາມເຫັນແກ່ຕົງຂອງພຣະອົງ ຄວາມກ້າຫານແລະສັດຊື່ຂອງພຣະອົງ ການຂັດຂືນ ກັບການທົດລອງຂອງພຣະອົງ ຄວາມສັນຕິສຸກແລະຄວາມຊື່ນຊົມຍິນດີຢ່າງລຽບງ່າຍ ຂອງພຣະອົງລ້ວນເປັນແຮງໜູນຈິດໃຈຂອງຄົນທັງປວງຢູ່ຕະຫຼອດເວລາ ພຣະອົງຊົງ ນໍາບັນຍາກາດທີ່ບໍລິສຸດອົບອຸ່ນມາສູ່ຄອບຄົວ ແລະຊີວິດຂອງພຣະອົງຊົງເປັນຄືດັ່ງເຊື້ອ ເຂົ້າໜົມປັງທີ່ດໍາເນີນງານຢູ່ທ່າມກາງບຸກຄົນຕ່າງໆໃນສັງຄົມ ບໍ່ມີໃຜກ່າວວ່າພຣະອົງຊົງ ເຄີຍກະທໍາການອັດສະຈັນ ແຕ່ເຖິງຢ່າງນັ້ນ ພຣະຄຸນຄວາມດີຂອງພຣະອົງ ການຢຽວ ຢາຮັກສາໂຣກໄພ ຄວາມຮັກທີ່ເສີມກໍາລັງຊີວິດ ຖ່າຍທອດຢ່າງບໍ່ໂອ້ອວດຈາກພຣະອົງ ໄປຍັງຄົນທັງຫຼາຍທີ່ຖືກທົດລອງ ທີ່ເຈັບປ່ວຍແລະທີ່ທໍ້ແທ້ສິ້ນຫວັງ ຕັ້ງແຕ່ພຣະອົງຍັງ ຊົງພຣະເຍົາ ພຣະອົງຊົງປະຕິບັດຊ່ວຍເຫຼືອຄົນອື່ນ ແລະດ້ວຍເຫດນີ້ ເມື່ອພຣະອົງຊົງ ເລີ່ມພັນທະກິດຂອງພຣະອົງຕໍ່ປະຊາຊົນຢ່າງເປີດເຜີຍ ຫຼາຍຄົນຈຶ່ງເປີດໃຈຮັບຟັງພຣະ ອົງດ້ວຍຄວາມຍິນດີ {HM 350.1}ມແ 354.1

    ຊີວິດເຍົາໄວຂອງພຣະຜູ້ຊ່ວຍໃຫ້ລອດເປັນຫຼາຍຍິ່ງກວ່າແບບຢ່າງໃຫ້ແກ່ຄົນໜຸ່ມ ສາວ ເປັນບົດຮຽນແລະຄວນເປັນແຮງໜຸນໃຈໃຫ້ແກ່ບິດາມານດາທຸກຄົນ ຄົນທັງຫຼາຍ ທີ່ຕ້ອງການໜຸນຊູຈິດວິນຍານຂອງເພື່ອມະນຸດຄວນເນັ້ນຄວາມພະຍາຍາມໄປຍັງຄອບ ຄົວແລະບໍລິເວນບ້ານເປັນເປົ້າໝາຍທໍາອິດ ບໍ່ມີຄວາມມຸມານະໃດທີ່ສໍາຄັນກວ່າຄວາມ ມຸມານະທີ່ມອບໝາຍໃຫ້ແກ່ຜູ້ທີ່ສ້າງແລະປົກປ້ອງຄຸ້ມຄອງຄອບຄົວ ບໍ່ມີວຽກໃດທີ່ຊົງ ໂປດໃຫ້ມະນຸດຮັບຜິດຊອບຈະມີຜົນລັບທີ່ຍິ່ງໃຫຍ່ແລະກວ້າງໄກຫຼາຍເທົ່າກັບໜ້າທີ່ ຮັບຜິດຊອບຂອງເຫຼົ່າຜູ້ທີ່ເປັນບິດາມານດາ {HM 350.2}ມແ 354.2

    ອານາຄົດຂອງສັງຄົມຖືກກໍານົດໂດຍເດັກນ້ອຍ ແລະຄົນໜຸ່ມສາວຂອງວັນນີ້ ແຕ່ ພວກເດັກນ້ອຍແລະຄົນໜຸ່ມສາວເຫຼົ່ານີ້ຈະເປັນຢ່າງໃດນັ້ນຍ່ອມຂຶ້ນຢູ່ກັບຄອບຄົວຂອງ ເຂົາທັງຫຼາຍ ການທີ່ເດັກນ້ອຍ ບໍ່ໄດ້ຮັບການອົບຮົມຢ່າງຖືກຕ້ອງຈາກຄອບຄົວ ເປັນສາ ເຫດສໍາຄັນທີ່ກໍ່ໃຫ້ເກີດໂລກໄພ ຄວາມທຸກຍາກ ແລະ ອາຊະຍາກໍາທີ່ຫຼອກຫຼອນມະ ນຸດຊາດ ຖ້າຄອບຄົວມີຊີວິດທີ່ບໍລິສຸດແລະຊອບທໍາ ຖ້າບັນດາເດັກນ້ອຍທີ່ກ້າວຍ່າງ ອອກໄປຈາກຄວາມຮັບຜິດຊອບຂອງຄອບຄົວເຫຼົ່ານີ້ໄດ້ຮັບການຕຽມພ້ອມທີ່ຈະຜະ ເຊີນໜ້າກັບໜ້າທີ່ໃນຊີວິດແລະໄພອັນຕະລາຍ ເຮົາຈະເຫັນໂລກທີ່ປ່ຽນແປງຫຼາຍເທົ່າໃດ {HM 351.1}ມແ 355.1

    ມະນຸດພະຍາຍາມລົງທຶນລົງແຮງແລະເວລາຈໍານວນມະຫາສານເພື່ອຈັດຕັ້ງສະ ຖາບັນແລະໜ່ວຍງານສໍາລັບບໍາບັດຟື້ນຟູເຫຍື່ອຂອງສິ່ງເສບຕິດມືນເມົາ ແຕ່ເຖິງຢ່າງນັ້ນ ຄວາມພະຍາຍາມເຫຼົ່ານີ້ກໍຍັງບໍ່ພຽງພໍທີ່ຈະຕອບສະໜອງຄວາມຕ້ອງການ ຜົນທີ່ໄດ້ຮັບ ກໍຊ່າງນ້ອຍ ມີບໍ່ເທົ່າໃດຄົນທີ່ສາມາດຟື້ນຟູໄດ້ຢ່າງຖາວອນ {HM 351.2}ມແ 355.2

    ຄົນຢ່າງຫຼວງຫຼາຍຕ່າງປາຖະໜາທີ່ຈະມີຊີວິດທີ່ດີຂຶ້ນ ແຕ່ເຂົາທັງຫຼາຍຂາດຈິດໃຈ ທີ່ເຂັ້ມແຂງແລະຂາດຄວາມຕັ້ງໃຈອັນເດັດຂາດທີ່ຈະຕັດຂາດຈາກອໍານາດຂອງອຸປະນິດໄສ ເຂົາທັງຫຼາຍທໍ້ຖອຍຈາກຄວາມພະຍາຍາມ ການດິ້ນຮົນແລະການຍອມເສຍສະລະ ທີ່ຈໍາເປັນຕ້ອງມີ ຊີວິດຂອງເຂົາຈຶ່ງຕົກສູ່ຄວາມຫາຍະນະແລະຄວາມພິນາດ ດ້ວຍເຫດນີ້ ແມ່ນກະທັ້ງເຫຼົ່າຄົນທີ່ມີສະຕິປັນຍາສະຫຼຽວສະຫຼາດທີ່ສຸດ ຄົນທີ່ມີແຮງດົນໃຈອັນສູງ ສົ່ງແລະມີຄວາມຕັ້ງໃຈອັນດີງາມ ຫຼືບໍ່ຢ່າງນັ້ນກໍມີປຸປະນິດໄສແລະການສຶກສາເໝາະສົມ ທີ່ຈະປະຕິບັດໜ້າທີ່ຕໍາແໜ່ງຄວາມຮັບຜິດຊອບສູງ ແຕ່ປາກົດວ່າເຂົາທັງຫຼາຍກັບເສື່ອມ ໃນສິລະທໍາຈົນຕ້ອງສູນເສຍທັງຊີວິດໃນປັດຈະບັຍແລະອານາຄົດ {HM 351.3}ມແ 355.3

    ສໍາລັບຜູ້ທີ່ປະຕິຮູບໄດ້ສໍາເລັດ ການດີ້ນຮົນຕໍ່ສູ້ເພື່ອໄດ້ຄວາມເປັນມະນຸດກັບມາ ຊ່າງໜ້າຂົມຂື່ນພຽງໃດ ແລະຕະຫຼອດຊີວິດໃນສະພາບຮ່າງກາຍທີ່ຊຸດໂຊມ ຈິດໃຈບໍ່ ເປັນປົກກະຕິ ສະຕິປັນຍາທີ່ຖືກກະທົບກະເທືອນແລະຈິດວິນຍານທີ່ອ່ອນແອ ຫຼາຍຄົນ ຕ້ອງເກັບກ່ຽວຜົນແຫ່ງຄວາມຊົ່ວຮ້າຍທີ່ເຂົາທັງຫຼາຍໄດ້ຫວ່ານໄວ້ ຖ້າເຂົາທັງຫຼາຍຈັດ ການກັບຄວາມເລວຮ້າຍນີ້ເສຍຕັ້ງແຕ່ຕົ້ໜ ຈະປະສົບຄວາມສໍາເລັດຫຼາຍກວ່ານີ້ພຽງໃດ {HM 351.4}ມແ 355.4

    ໜ້າທີ່ສ່ວນໃຫຍ່ຕົກຢູ່ກັບບິດາມານດາ ຄວາມພະຍາຍາມທີ່ໃຊ້ໄປເພື່ອຢຸດຢັ້ງ ການເສບສິ່ງມືນເມົາຫຼືຄວາມຊົ່ວຮ້າຍອື່ນໆ ທີ່ກໍາລັງແຫ້ນກິນສັງຄົມຄືດັ່ງມະເຮງຮ້າຍທີ່ ກໍາລັງກິນເລິກເຂົ້າໄປໃນຮ່າງກາຍນັ້ນ ຖ້າເຮົາໃຫ້ຄວາມສົນໃຈຫຼາຍກວ່ານີ້ໃນການອົບ ຮົມບິດາມານດາໃຫ້ຮູ້ຈັກປູກຝັງນິດໄສແລະຫຼັກຄວາມປະພຶດຂອງລູກໆ ກໍຈະບັງເກີດ ຜົນຫຼາຍກວ່ານີ້ຫຼາຍຮ້ອຍເທົ່າ ນິດໄສຊຶ່ງເປັນພະລັງແຫ່ງຄວາມຊົ່ວຮ້າຍທີ່ໂຫດຮ້າຍ ກໍບໍ່ ເໜືອຄວາມສາມາດຂອງບິດາມານດາທີ່ຈະປູກຝັງມັນໃຫ້ກາຍເປັນພະລັງແຫ່ງຄວາມດີ ງາມໄດ້ ບິດາມານດາຕ້ອງຈັດການທີ່ຕົ້ນຕໍຂອງບັນຫາ ແລະຂຶ້ນຢູ່ກັບເຂົາທັງສອງທີ່ຕ້ອງ ດໍາເນີນການຢ່າງຖືກຕ້ອງ {HM 352.1}ມແ 356.1

    ບິດາມານດາອາດວາງຮາກຖານໃຫ້ບຸດທິດາມີຊີວິດທີ່ເຕັມໄປດ້ວຍຄວາມສຸກ ແລະມີສຸຂະພາບທີ່ສົມບູນ ເຂົາທັງສອງອາດສົ່ງບຸດທິດາອອກຈາກຄອບຄົວພ້ອມກັບ ຄວາມອົດກັ້ນທີ່ສາມາດຕໍ່ສູ້ກັບການທົດລອງແລະພ້ອມກັບຈິດໃຈທີ່ເຂັ້ມແຂງແລະມີ ພະລັງທີ່ຈະຕໍ່ສູ້ກັບອຸປະສັກຕ່າງໆໃນຊີວິດໄດ້ ເຂົາທັງສອງອາດໜຸນໃຈບຸດທິດາໃຫ້ມີ ຈຸດມຸ້ງໝາຍແລະພັດທະນາແຮງດົນໃຈທີ່ຈະດໍາເນີນຊີວິດເພື່ອເປັນການຖະຫວາຍພຣະ ກຽດແດ່ພຣະເຈົ້າແລະເປັນພຣະພອນແກ່ຊາວໂລກ ເຂົາທັງສອງອາດຕຽມເສັ້ນທາງທີ່ ຖືກຕ້ອງເພື່ອນໍາບຸດທິດາຍ່າງຜ່າຄວາມທຸກຍາກຫຼືຄວາມສະຫງົບສຸກ ຈົນກວ່າຈະເຖິງ ແຜ່ນດິນເບື້ອງເທິງທີ່ເຕັມໄປດ້ວຍສະຫງ່າລາສີ {HM 352.2}ມແ 356.2

    ໜ້າທີ່ໆຕ້ອງປະຕິບັດໃນຄອບຄົວບໍ່ໄດ້ມີໄວ້ສະເພາະສະມາຊິກໃນຄອບຄົວເທົ່າ ນັ້ນຄອບຄົວຂອງຄຣິດສະຕຽນເປັນບົດຮຽນທີ່ເປີດເຜີຍໃຫ້ຜູ້ອື່ນເຫັນເຖິງຫຼັກຂອງການ ດໍາເນີນຊີວິດທີ່ດີງາມ ແບບຢ່າງເຊັ່ນນີ້ຈະເປັນພະລັງແຫ່ງຄວາມດີງາມໃນໂລກ ອິດທິພົນ ຂອງຄອບຄົວທີ່ມີຄວາມຊອບທໍາມີພະລັງເໜືອຈິດໃຈແລະຊີວິດຂອງມະນຸດຫຼາຍຍິ່ງ ກວ່າຄໍາເທສະໜາໃດໆ ເມື່ອຄົນໜຸ່ມສາວກ້າວອອກຈາກຄອບຄົວທີ່ມີລັກສະນະເຊັ່ນນີ້ ບົດຮຽນທີ່ເຂົາທັງຫຼາຍໄດ້ຮຽນຮູ້ມາຈະຖືກຖ່າຍທອດອອກໄປ ຫຼັກການດໍາເນີນຊີ ວິດທີ່ດີງາມຈະຖືກແນະນໍາໄປສູ່ຄອບຄົວອື່ນໆ ຈົນເກີດເປັນອິດທິພົນໜຸນຊູຈິດໃຈຕໍ່ ຊຸມຊົນນັ້ນ {HM 352.3}ມແ 356.3

    ເຮົາເຮັດໃຫ້ຄອບຄົວຂອງເຮົາເປັນພຣະພອນແກ່ຄົນອື່ນອີກຫຼວງຫຼາຍ ງານລື້ນ ເລິງຂອງເຮົາບໍ່ຄວນຈັດຕາມຈາຮີດຂອງທາງໂລກ ແຕ່ຄວນຢູ່ພາຍໃຕ້ພຣະວິນຍານຂອງ ພຣະຄຣິດແລະຄໍາສັ່ງສອນຕາມພຣະວັດຈະນະຂອງພຣະອົງໃນເທສະການສະຫຼອງທັງຫຼາຍ ຊາວອິສະລະເອນເຊີນທັງຄົນຍາກຈົນ ຄົນແປກໜ້າແລະຄົນເຜົ່າເລວິຊຶ່ງເປັນທັງຜູ້ ຊ່ວຍປຸໂລຫິດໃນສະຖານບໍລິສຸດ ເປັນຄູສອນສາສະໜາແລະເປັນຜູ້ເຜີຍແຜ່ສາສະໜາ ມາຮ່ວມນໍາ ຄົນເຫຼົ່ານີ້ຖືວ່າເປັນແຂກຂອງປະຊາຊົນມາຮ່ວມແບ່ງປັນໄມຕີຈິດໃນງານ ສະຫຼອງລື້ນເລິງຕ່າງໆ ແລະງານທີ່ກ່ຽວຂ້ອງກັບພິທີກໍາທາງສາສະໜາ ຮ່ວມທັງຮັບການ ດູແລເອົາໃຈໃສ່ດ້ວຍຄວາມອ່ອນໂຍນໃນຍາມເຈັບປ່ວຍຫຼືຂັດສົນ ຄົນເຫຼົ່ານີ້ແຫຼະເປັນຜູ້ ທີ່ເຮົາຄວນຈະເຊື້ອເຊີນມາຍັງບ້າຂອງເຮົາ ການຕ້ອນຮັບໃນລັກສະນະເຊັ່ນນີ້ຍ່ອມຈະ ຊ່ວຍປຸກປອບແລະໜຸນໃຈຫຼາຍຍິ່ງຂຶ້ນແກ່ເຫຼົ່າພະຍາບານແລະຄູອາຈານທີ່ເຮັດວຽກໃນ ການເຜີຍແຜ່ສາສະໜາແກ່ມານດາຜູ້ຕ້ອງແບກຮັບພາລະອັນໜັກທີ່ເຮັດໃຫ້ຕ້ອງທຸກໃຈ ຫຼືແກ່ຄົນເຖົ້າທີ່ອ່ອນກໍາລັງ ຊຶ່ງມັກຈະບໍ່ມີແມ່ນແຕ່ເຮືອນໃຫ້ຢູ່ອາໄສແລະຕ້ອງຕໍ່ສູ້ດິ້ນ ຮົນກັບຄວາມຍາກຈົນແລະຄວາມທໍ້ຖອຍສິ້ນຫວັງໃນຫຼາຍໆສິ່ງ {HM 352.4}ມແ 357.1

    ພຣະຄຣິດບອກວ່າ ເມື່ອທ່ານຈັດງານກິນລ້ຽງຂຶ້ນບໍ່ວ່າໃຫຍ່ຫຼືນ້ອຍກໍຕາມຢ່າ ເຊີນສະເພາະແຕ່ບັນດາມິດສະຫາຍ ຫຼືອ້າຍເອື້ອຍນ້ອງຫຼືຍາດຕິພີ່ນ້ອງ ຫຼືເພື່ອນຜູ້ຮັ່ງມີ ເພາະເຂົາຈະເຊີນເຈົ້າຄືນເປັນການຕອບແທນ ແຕ່ເມື່ອເຈົ້າຈັດງານກິນລ້ຽງຂຶ້ນ ຈົ່ງເຊີນ ຄົນຍາກຈົນ ຄົນພິການ ຄົນຂາເປະແລະຄົນຕາບອດ ແລ້ວເຈົ້າກໍຈະເປັນສຸກ ເພາະພວກ ເຂົາບໍ່ມີຫຍັງຈະຕອບແທນເຈົ້າ ດ້ວຍວ່າທ່ານຈະໄດ້ຮັບຕອບແທນ ເມື່ອຄົນຊອບທໍາ ເປັນຄືນມາຈາກຄວາມຕາຍ ລູກາ 14:12-14 {HM 353.1}ມແ 357.2

    ຄົນເຫຼົ່ານີ້ເປັນແຂກຊຶ່ງທ່ານຈະຮັບຮອງໄດ້ໂດຍບໍ່ເປັນພາລະຫຼາຍ ທ່ານບໍ່ຈໍາເປັນ ຕ້ອງເສຍເງິນເສຍທອງຊື້ອາຫານລາຄາແພງໆ ໃນການຕ້ອນຮັບຈັດລ້ຽງເຂົາທັງຫຼາຍ ບໍ່ ຈໍາເປັນຕ້ອງຈັດຕຽມໃຫ້ງົດງາມຫຼູຫຼາເພື່ອໂອ້ອວດ ການຕ້ອນຮັບທີ່ອົບອຸ່ນແລະມີໄມ ຕີຈິດເຊັ່ນ ທີ່ນັ່ງຂ້າງເຕົາຝິງທີ່ໂຕະອາຫານຂອງທ່ານ ຮ່ວມທັງມີໂອກາດພິເສດໃນການ ແບ່ງປັນພຣະພອນໃນລະຫວ່າງການອະທິຖານ ຍ່ອມເຮັດໃຫ້ຫຼາຍຄົນຮູ້ສຶກກັບວ່າໄດ້ ເປັນແຜ່ນດິນສະຫວັນ {HM 354.1}ມແ 357.3

    ຄວາມເຫັນອົກເຫັນໃຈຂອງເຮົາຕ້ອງຫຼັ່ງໄຫຼຂ້າມເສັ້ນແບ່ງກັ້ນຜົນປະໂຫຍດ ສ່ວນຕົວແລະກໍາແພງທີ່ອ້ອມຄອບຄົວ ມີໂອກາດລໍ້າຄ່າຢ່າງຫຼວງຫຼາຍທີ່ຈະເຮັດໃຫ້ບ້ານ ຂອງເຮົາເປັນພຣະພອນແກ່ຄົນອື່ນ ອິດທິພົນຂອງສັງຄົມເປັນພະລັງທີ່ໜ້າມະຫັດສະຈັນ ເຮົານໍາມັນມາໃຊ້ໄດ້ຖ້າເຮົາຕ້ອງການເພື່ອເປັນເຄື່ອງມືໃນການຊ່ວຍເຫຼືອຄົນອື່ນໆທີ່ຢູ່ ຮອບຕົວເຮົາ {HM 354.2}ມແ 358.1

    ບ້ານຂອງເຮົາຄວນເປັນທີ່ພັກພິງຂອງຄົນໜຸ່ມສາວທີ່ຖືກທົດລອງ ມີຫຼາຍຄົນທີ່ ກໍາລັງຢືນຢູ່ທາງແຍກ ອິດທິພົນແລະຄວາມປະທັບໃຈທຸກຮູບແບບເປັນຕົວກໍານົດທາງ ເລືອກຊຶ່ງມີຜົນຕໍ່ຊະຕາຊີວິດທັງໃນໂລກນີ້ແລະໃນໂລກໜ້າຂອງເຂົາເຫຼົ່ານັ້ນ ຄວາມຊົ່ວ ຮ້າຍເຊື້ອເຊີນເຂົາທັງຫຼາຍ ແຫຼ່ງມົ້ວສຸມຂອງມັນເຕັມໄປດ້ວຍແສງສີແລະໜ້າເຍົ້າຍວນໃຈ ມີຄໍາເຊີນຊວນຢູ່ທົ່ວທຸກມຸມຖະໜົນ ຮອບໆຕົວເຮົາມີຄົນໜຸ່ມສາວທີ່ໄຮ້ທີ່ພັກ ແລະຍັງມີອີກຫຼາຍຄົນທີ່ຄອບຄົວບໍ່ສາມາດໃຫ້ຄວາມຊ່ວຍເຫຼືອແລະໜຸນຊູໃຈຂອງເຂົາ ທັງຫຼາຍ ຄົນໜຸ່ມສາວເຫຼົ່ານີ້ຈົມລົງສູ່ຄວາມພິນາດຂອງເງົາປະຕູບ້ານຂອງເຮົາເອງ {HM 354.3}ມແ 358.2

    ຄົນໜຸ່ມສາວເຫຼົ່ານີ້ຕ້ອງການມືທີ່ຍື່ນອອກໄປດ້ວຍຄວາມເຫັນອົກເຫັນໃຈຖ້ອຍ ຄໍາປານີທີ່ກ່າວຢ່າງຮຽບງ່າຍ ຄວາມເອົາໃຈໃສ່ເລັກໆນ້ອຍໆ ທີ່ຫຍິບຍື່ນໃຫ້ຢ່າງປົກກະ ຕິທໍາມະດາ ຈະຊ່ວຍຂັບໄລ່ເງົາມືດແຫ່ງການທົດລອງທີ່ອ້ອມຮອບຈິດວິນຍານໃຫ້ອອກ ໄປ ການສະແດງຄວາມເຫັນອົນເຫັນໃຈຢ່າງຈິງໃຈ ມີພະລັງເປີດປະຕູຫົວໃຈທີ່ຕ້ອງ ການຖ້ອຍຄໍາອັນມ່ວນຊື່ນອ່ອນຫວານຄືດັ່ງພຣະຄຣິດແລະສໍາຜັດອັນບໍລິສຸດອ່ອນໂຍນ ຈາກພຣະວິນຍານແຫ່ງຄວາມຮັກຂອງພຣະຄຣິດ ຖ້າເຮົາສະແດງຄວາມເອົາໃຈໃສ່ຕໍ່ ເຂົາທັງຫຼາຍ ຈົ່ງເຊີນເຂົາເຫຼົ່ານັ້ນມາຍັງເຮືອນຂອງເຮົາແລະອ້ອມລ້ອມເຂົາດ້ວຍບັນຍາ ກາດຂອງຄວາມເອື້ອອາທອນແລະຄວາມຊື່ນຊົມຍິນດີ ມີຄົນຫຼວງຫຼາຍທີ່ຍິນດີປ່ຽນທິດ ທາງຂອງຕົນໄປສູ່ເສັ້ນທາງທີ່ສູງຂຶ້ນ {HM 354.4}ມແ 358.3

    Larger font
    Smaller font
    Copy
    Print
    Contents