Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄອບຄົວທີ່ມີຄວາມເຊື່ອ

    ເຫດສະນັ້ນເມື່ອເຮົາມີໂອກາດ ໃຫ້ເຮົາເຮັດດີຕໍ່ຄົນທັງປວງ ແລະສະເພາະຢ່າງ ຍິ່ງຕໍ່ຄອບຄົວທີ່ມີຄວາມເຊື່ອ” ຄາລາເຕຍ 6:10 {MH 201.2}ມແ 195.2

    ຖ້າຈະເວົ້າອີກໃນແງ່ໜຶ່ງ ພຣະຄຣິດໄດ້ມອບໝາຍໃຫ້ຄຣິສຕະຈັກຂອງພຣະອົງ ໃຫ້ຜູ້ທີ່ຄອຍເອົາໃຈໃສ່ດູແລແລະໃຫ້ການຊ່ວຍເຫຼືອແກ່ສະມາຊິກທີ່ຍາກຈົນໃນ ຄຣິສຕະຈັກ ພຣະອົງຊົງໂປດໃຫ້ມີຄົນຍາກຈົນຢູ່ໃນຄຣິສຕະຈັກທຸກໆແຫ່ງ ຄົນຍາກ ຈົນຈຶ່ງມີຢູ່ໃນທ່າມກາງຂອງພວກເຮົາສະເໝີ ແລະພຣະອົງຊົງມອບໝາຍໜ້າທີ່ຮັບຜິດ ຊອບເປັນການສ່ວນຕົວແກ່ສະມາຊິກຂອງຄຣິສຕະຈັກໃນການດູແລເອົາໃຈໃສ່ແລະໃຫ້ ການຊ່ວຍເຫຼືອແກ່ພວກເຂົາ {MH 201.3}ມແ 195.3

    ເຊັ່ນດຽວກັບສະມາຊິກໃນຄອບຄົວດຽວກັນຕາມສາຍເລືອດທີ່ເອົາໃຈໃສ່ດູ ແລຊຶ່ງກັນແລະກັນ ຄອຍປະຕິບັດຊ່ວຍເຫຼືອໃນຍາມທີ່ເຈັບປ່ວຍ ຊ່ວຍອຸປະຖໍາຄໍ້າຊູ ຜູ້ທີ່ອ່ອນແອ ສັ່ງສອນຜູ້ທີ່ຂາດຄວາມຮູ້ແລະຝຶກຝົນອົບຮົມໃຫ້ແກ່ຜູ້ທີ່ຍັງບໍ່ມີປະສົບ ການຢ່າງໃດ ຄົນໃນຄອບຄົວທີ່ມີຄວາມເຊື່ອ ກໍມີໜ້າທີ່ໆຈະຕ້ອງໃຫ້ຄວາມຊ່ວຍເຫຼືອ ດູແລແກ່ຄົນຍາກຈົນແລະຄົນທີ່ຊ່ວຍເຫຼືອຕົວເອງບໍ່ໄດ້ດ້ວຍກັນ ສະນັ້ນ ບໍ່ມີເຫດຜົນ ໃດທີ່ຄົນເຫຼົ່ານີ້ຕ້ອງຖືກເບິ່ງຂ້າມໄປ {MH 201.4}ມແ 196.1