Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ວຽກງານທີ່ຕ້ອງໃຊ້ຄວາມຄິດຂອງເຮົາ

    ເຮົາບໍ່ອາດກະທຳສິ່ງຜິດໃຫ້ເປັນເລື່ອງຖືກຕ້ອງໄດ້ ທັງຍັງບໍ່ສາມາດປ່ຽນແປງ ແກ້ໄຂຄວາມປະພຶດຂອງເຮົາ ໂດຍອາໄສຄວາມພາກພຽນພະຍາຍາມແຕ່ພຽງເລັກນ້ອຍ ໃນຊົ່ວຄູ້ຊົ່ວຍາມການສ້າງອຸປະນິໃສທີ່ດີງາມບໍ່ແມ່ນວຽກທີ່ຈະເຮັດໃຫ້ສະເລັດລຸລ່ວງ ໄດ້ພາຍໃນມື້ດຽວຫຼືປີດຽວ ແຕ່ເປັນວຽກງານທີ່ເຮົາຕ້ອງເຮັດໄປຕະຫຼອດຊີວິດ ການຕໍ່ ສູ້ເພື່ອເອົາຊະນະຕົນເອງ ເພື່ອໃຫ້ໄດ້ມາສູ່ຄວາມບໍລິສຸດແລະສະຫວັນນັ້ນເປັນການຕໍ່ ສູ້ຕະຫຼອດຊົ່ວຊີວິດຫາກຈະປາສະຈາກຄວາມພາກພຽນຢ່າງຕໍ່ເນື່ອງແລະການກະທຳທີ່ຈິງ ຈັງເສຍແລ້ວເຮົາກໍບໍ່ອາດເຕີບໂຕໃນລັດສະນະຊີວິດແບບພຣະເຈົ້າໄດ້ແລະບໍ່ມີທາງທີ່ ຈະບັນລຸດເຖິງມຸງກຸດຂອງຜູ້ຊະນະ {MH 452.1}ມແ 470.2

    ປະຈັກພະຍານທີ່ຊັດເຈນທີ່ສຸດທີ່ສະແດງໃຫ້ເຫັນວ່າມະນຸດໄດ້ຕົກຕຳ່ລົງຈາກ ສະພາບທີ່ສູງສົ່ງກໍຄືຄວາມຈິງທີ່ວ່າຄ່າຊົດໃຊ້ເພື່ອຄືນສູ່ສະຖານະເດີມນັ້ນມີລາຄາ ສູງຍິ່ງຫົນທາງ ການກັບຄືນຈະໄດ້ມາກໍດ້ວຍການທີ່ຈະຕ້ອງຕໍ່ສູ້ຢ່າງໜັກໜ່ວງເທົ່ານັ້ນ ຕ້ອງຕໍ່ສູ້ຝ່າຟັນທີ່ລະຄືບທີ່ລະສອກຕ້ອງໃຊ້ເວລາຄັ້ງແລ້ວຄັ້ງເລົ່າ ຫາກພຽງຫຼົງພາດພັ້ງ ເຮັດໃນສິ່ງໃດໂດຍບໍ່ໄດ້ໄຕ່ຕອງໃຫ້ດີ ແມ່ນພຽງຊົ່ວຂະນະດຽວເຮົາມີອາດຈະຕົກຢູ່ ພາຍໃຕ້ອຳນາດຂອງຄົນຊົ່ວຮ້າຍໄດ້ແຕ່ການທີ່ຈະຮັກໂສ້ຕວນແລະກ້າວໄປສູ່ຊີວິດທີ່ ບໍລິສຸດກວ່າໃຫ້ໄດ້ນັ້ນ ເຮົາຈຳເປັນຕ້ອງໃຊ້ເວລາທີ່ຫຼາຍກວ່າພຽງແຕ່ຊົ່ວຄູ່ຊົ່ວຍາມ ເຮົາ ອາດຈະມີຄວາມຕັ້ງໃຈທີ່ເດັດດ່ຽວ ແລະເລີ່ມລົງມືແລ້ວກໍຕາມແຕ່ການບັນລຸເຖິງ ຄວາມສຳເລັດ ການການທີ່ຕໍ່ສູ້ໜັກ ໜ່ວງ ເວລາ ຄວາມມານະອຸດສາຫະຄວາມອົດ ກັ້ນອົດທົນແລະການເສຍສະຫຼະ {MH 452.2}ມແ 470.3

    ເຮົາປ່ອຍໂຕເຮັດຫຍັງຢ່າງຫຸນຫັນພະລັນແລ່ນບໍ່ໄດ້ ແມ່ນແຕ່ຊົ່ວຂະນະດຽວກໍບໍ່ ຄວນຫຼົງຕົວການທົດລອງເຫຼືອຄະນະນັບຫ້ອມລ້ອມເຮົາຢູ່ ເຮົາຕ້ອງຕໍ່ສູ້ຢ່າງໜຽວແໜ້ນ ໝັ້ນຄົງບໍ່ສະນັ້ນແລ້ວເຮົາກໍຕ້ອງພ່າຍແພ້ຫາກຊີວິດຂອງເຮົາຕ້ອງປິດສາກລົງກ່ອນທີ່ ວຽກງານຈະສຳເລັດເສັດສິ້ນກໍເທົ່າກັບການສູນເສຍຊົ່ວນິດນິລັນ {MH 452.3}ມແ 471.1

    ຊີວິດຂອງອັກຄະສາວົກລະເປົາໂລເປັນຊີວິດທີ່ຕ້ອງຕໍ່ສູ້ກັບຕົນເອງຢູ່ສະເໝີເຂົາ ກ່າວວ່າ “ຂ້າພຣະເຈົ້າຕາຍທຸກມື້” 1 ໂກລິນໂທ 15:31 ຄວາມຕ້ອງການແລະຄວາມ ປາຖະໜາຂອງເຂົາທີ່ມີຢູ່ໃນທຸກໆວັນນັ້ນ ຂັດແຍ້ງກັບສິ່ງທີ່ເປັນໜ້າທີ່ຮັບຜິດຊອບແລະ ສິ່ງທີ່ເປັນນໍ້າພຣະໄທຂອງພຣະເຈົ້າ ແຕ່ແທນທີ່ເຂົາຈະເຮັດຕາມຄວາມໂນ້ມອ່ຽງທີ່ນຳ ໄປສູ່ຄວາມຜິດບາບເຂົາກັບເລຶອກປະຕິບັດຕາມນໍ້າພຣະໄທຂອງພຣະເຈົ້າ ແມ່ນວ່າເຂົາ ຈະນຳສະພາບ ຝ່າຍເນື້ອໜັງຂອງຕົນເອງໄປຕຶງໄວ້ເທິງກາງແຂນກໍຕາມ {MH 452.4}ມແ 471.2

    ເມື່ອຊີວິດແຫ່ງການຕໍ່ສູ້ຂອງເປົາໂລໃກ້ຈະປິດສາກລົງ ເມື່ອຫວນລະນຶກເຖິງ ການຕໍ່ສູ້ດິ້ນຮົນແລະໄຊຊະນະເຂົາຍ່ອມກ່າວໄດ້ວ່າ: “ຂ້າພຣະເຈົ້າໄດ້ຕໍ່ສູ້ຢ່າງເຕັມກຳລັງ ຂ້າພຣະເຈົ້າໄດ້ແຂ່ງຂັນຈົນເຖິງທີ່ສຸດ ຂ້າພຣະເຈົ້າໄດ້ຮັດສາຄວາມເຊື່ອໄວ້ແລະຕໍ່ແຕ່ນີ້ໄປ ມຸງກົດແຫ່ງຄວາມຊອບທຳກໍຈະເປັນຂອງຂ້າພຣະເຈົ້າ ຊຶ່ງອົງພຣະຜູ້ເປັນເຈົ້າຜູ້ພິພາກສາ ອັນຊອບທຳຈະຊົງປະທານເປັນລາງວັນແກ່ຂ້າພຣະເຈົ້າໃນວັນນັ້ນ” 2 ທີໂມທີ 4:7,8 {MH 453.1}ມແ 471.3

    ຊີວິດຄຣິດສະຕຽນເປັນຊີວິດແຫ່ງການຕໍ່ສູ້ແລະການຍ່າງເຂົ້າສູ່ສະໜາມຮົບ ໃນ ການເສິກສົງຄາມນີ້ຍ່ອມບໍ່ມີຊ່ວງເວລາທີາເຮົາຈະໄດ້ຜ່ອນຄາຍ ເຮົາຕ້ອງມີຄວາມພາກ ພຽນທີ່ຕໍ່ເນື່ອງແລະໜຽວແໜ້ນຄົງທົນຢູ່ສະເໝີ ຄວາມມານະບາກບັ່ນຢ່າງບໍ່ຢຸດຢັ້ງເຮັດ ໃຫ້ເຮົາມີໄຊຊະນະເໜືອການທົດລອງຕ່າງໆຂອງຊາຕານ ເຮົາຕ້ອງສະແຫວງຫາຈັນຍາ ບັນຂອງຄຣິດສະຕຽນດ້ວຍພະລະກຳລັງທີ່ໄຮ້ແຮງຢຸດຢັ້ງແລະຢຶດໝັ້ນຕໍ່ຈຸດມຸ້ງໝາຍທີ່ ໝັ້ນຄົງຖາວອນ {MH 453.2}ມແ 471.4

    ບໍ່ມີຜູ້ໃດສາມາດກ່າວຂຶ້ນສູ່ມາຕະຖານອັນສູງສົ່ງໄດ້ ໂດຍປາສະຈາກພູມຫຼັງແຫ່ງ ຄວາມພາກພຽນທີ່ໄດ້ຕໍ່ສູ້ເພື່ອຕົວຕົນຂອງເຂົາເອງມາຄົນອື່ນບໍ່ມີທາງຕໍ່ສູ້ແທນເຂົາໄດ້ແຕ່ ລະຄົນ ຕ້ອງຮັບຜິດຊອບຕໍ່ການຕໍ່ສູ້ນັ້ນແມ່ນແຕ່ໂນອາໂຢບແລະດານຽນ ໃນສະໄໝທີ່ຍັງ ມີຊີວິດຢູ່ພວກເຂົາກໍບໍ່ອາດຊ່ວຍບຸດຊາຍຍິງຄົນໃດຂອງຕົນໃຫ້ລອດໄດ້ດ້ວຍຄວາມຊອບທຳຂອງຕົນເອງ {MH 453.3}ມແ 472.1