Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການສັ່ງສອນຫຼັກການດ້ານສຸຂະພາບ

    ຜູ້ປະກາດພຣະກຽດຕິຄຸນປະເສີດຄວນຈະມີຄວາມສາມາດໃນການໃຫ້ຄໍາແນະນໍາ ເຖິງຫຼັກການໃນການດໍາເນີນຊີວິດທີ່ສົ່ງຜົນດີຕໍ່ສຸຂະພາບ ມີຄວາມເຈັບປ່ວຍຢູ່ທົ່ວທຸກ ຫົນແຫ່ງ ແລະໂດຍສ່ວນຫຼາຍແລ້ວໂລກໄພໄຂ້ເຈັບນີ້ສາມາດທີ່ຈະປ້ອງກັນໄດ້ໂດຍການ ອາໄສໃນກົດສຸຂະພາບ ປະຊາຊົນຈໍາເປັນຈະຕ້ອງຄິດສະເໝີເຖິງຫຼັກການໃນດ້ານສຸຂະ ພາບທີ່ສົ່ງຜົນຕໍ່ຄວາມຜາສຸກທັງໃນຊີວິດນີ້ແລະໃນຊີວິດພາຍພາກໜ້າ ພວກເຂົາຈໍາເປັນ ຈະຕ້ອງໄດ້ຮັບການກະຕຸ້ນເຕືອນເຖິງໜ້າທີ່ຄວນຮັບຜິດຊອບທີ່ມີຕໍ່ຮ່າງກາຍທີ່ພຣະ ເຈົ້າຜູ້ຊົງສ້າງມະນຸດໄດ້ຊົງສ້າງໄວ້ເພື່ອເປັນທີ່ສະຖິດຂອງພຣະອົງ ແລະພຣະອົງຊົງມີ ພຣະປະສົງໃຫ້ພວກເຂົາໄດ້ເປັນຜູ້ອາລັກຂາທີ່ຊື່ສັດ ເຂົາຈໍາເປັນຈະຕ້ອງມີຄວາມເຂົ້າໃຈ ອັນກະຈ່າງແຈ້ງເຖິງຄວາມຈິງຂອງພຣະວັດຈະນະທີ່ໄດ້ຮັບການຖ່າຍທອດໄວ້ໃນພຣະ ຄໍາພີທີ່ກ່າວວ່າ {HM 146.1}ມແ 129.2

    ທ່ານເປັນວິຫານຂອງພຣະຜູ້ເປັນເຈົ້າຜູ້ຊົງດໍາລົງພຣະຊົນ ດັ່ງທີ່ພຣະເຈົ້າບອກໄວ້ ວ່າ ເຮົາຈະຢູ່ໃນເຂົາທັງຫຼາຍ ແລະຈະດໍາເນີນໃນໝູ່ພວກເຂົາ ແລະເຮົາຈະເປັນພຣະ ເຈົ້າຂອງເຂົາ ແລະເຂົາຈະເປັນປະຊາຊົນຂອງເຮົາ” 2 ໂກລິນໂທ 6:16 {HM 146.2}ມແ 129.3

    ຜູ້ຄົນຈໍານວນຫຼາຍຕ່າງຕ້ອງການແລະມີຄວາມຍິນດີທີ່ຈະໄດ້ຮັບຄໍາແນະນໍາສັ່ງ ສອນໃນເລື່ອງທີ່ກ່ຽວກັບການຢຽວຢາຮັກສາຄົນທີ່ເຈັບປ່ວຍດ້ວຍວິທີການແບບພື້ນ ຖານ ອັນເປັນວິທີການທີ່ກໍາລັງເຂົ້າມາແທນທີ່ການໃຊ້ຢາອັນຕະລາຍ ປະຊາຊົນສ່ວນ ຫຼາຍມີຄວາມຕ້ອງການ ທີ່ຈະໄດ້ຮັບການແນະນໍາສັ່ງສອນເຖິງການປະຕິຮູບປ່ຽນແປງ ກ່ຽວກັບອາຫານການກິນ ນິໄສຄວາມຊິນເຄີຍທີ່ຜິດໆຂອງການຮັບປະທານແລະການ ບໍລິໂພກທີ່ບໍ່ຖືກສຸຂະລັກສະນະເປັນສາເຫດສໍາຄັນຂອງການຂາດຄວາມຢັບຢັ້ງຊັ່ງໃຈ ການກະທໍາຜິດສິນທໍາ ແລະຄວາມທຸກຂະເວທະນາທີ່ນໍາຄວາມຫາຍຍະນະມາສູ່ມະນຸດໂລກ {HM 146.3}ມແ 129.4

    ໃນການສັ່ງສອນກ່ຽວກັບຫຼັກການໃນດ້ານຂອງສຸຂະພາບນັ້ນ ຂໍໃຫ້ລະລຶກເຖິງ ວັດຖຸປະສົງອັນຍິ່ງໃຫຍ່ຂອງການປະຕິຮູບນັ້ນກໍຄື ການບັນລຸເຖິງຂັ້ນສູງສຸດຂອງການ ພັດທະນາຮ່າງກາຍ ຈິດໃຈແລະຈິດວິນຍານ ຊຶ່ງສະແດງໃຫ້ເຫັນວ່າກົດແຫ່ງທໍາມະຊາດ ອັນເປັນບົດບັນຍັດຂອງພຣະເຈົ້ານັ້ນໄດ້ຊົງຈັດຕັ້ງໄວ້ເພື່ອປະໂຫຍດຂອງຕົວເຮົາ ຊຶ່ງການ ເຊື່ອຟັງຕາມກົດເຫຼົ່ານັ້ນຍ່ອມຈະສົ່ງເສີມຄວາມສຸກໃນຊີວິດນີ້ ແລະຊ່ວຍໃນການກະ ກຽມສໍາຫຼັບຊີວິດໃນພາຍພາກໜ້າອີກດ້ວຍ {HM 146.4}ມແ 130.1

    ຈົ່ງຊັກນໍາໃຫ້ປະຊາຊົນໄດ້ຮຽນຮູ້ເຖິງຄວາມຮັກແລະພຣະສັນຍາຂອງພຣະເຈົ້າທີ່ ຊົງສໍາແດງໃຫ້ປາກົດຢູ່ໃນທໍາມະຊາດ ຈົ່ງນໍາພາພວກເຂົາໃຫ້ໄດ້ສຶກສາຮໍ່າຮຽນເຖິງຄວາມ ມະຫັດສະຈັນຂອງສິ່ງມີຊີວິດ ລະບົບອະໄວຍະວະຕ່າງໆຂອງຮ່າງກາຍມະນຸດ ແລະກົດ ທີ່ຄອຍຄວບຄຸມດູແລຮ່າງກາຍຜູ້ທີ່ປະສົບເຫັນຮ່ອງຮອຍອັນສະແດງເຖິງຄວາມຮັກ ຂອງພຣະເຈົ້າ ຜູ້ທີ່ຢັ່ງເຖິງສິ່ງໜຶ່ງສິ່ງໃດທີ່ເປັນພຣະປັນຍາແລະເປັນສິ່ງທີ່ລໍ້າເລີດທີ່ມີຢູ່ ໃນພຣະບັນຍັດຂອງພຣະອົງ ຮວມທັງຜົນແຫ່ງການເຊື່ອຟັງແລ້ວຍ່ອມຈະໄດ້ທັດສະນະ ທີ່ຜິດແປກແຕກຕ່າງກັນໂດຍສິ້ນເຊີງ ລະຫວ່າງຄໍາວ່າໜ້າທີ່ຄວາມຮັບຜິດຊອບແລະຂໍ້ ຜູກມັດ ແທນທີ່ຈະຮູ້ສຶກວ່າການປະຕິບັດບັດກົດຂອງສຸຂະພາບນັ້ນເປັນເລື່ອງຂອງການ ທີ່ຕ້ອງສະຫຼະຖິ້ມຄວາມສຸກສ່ວນຕົວຫຼືການບໍາເພັນດ້ວຍການຂົ່ມລະງັບຈິດໃຈຂອງ ຕົນເອງ ເຂົາຈະຮູ້ສຶກວ່າການກະທໍາເຊັ່ນນັ້ນເປັນພຣະພອນອັນປະເມີນຄ່າບໍ່ໄດ້ຢ່າງແທ້ຈິງ {HM 147.1}ມແ 130.2

    ຜູ້ປະກາດພຣະກຽດຕິຄຸນປະເສີດທັງຫຼາຍຄວນໃສ່ໃຈສະເໝີວ່າການອົບຮົມສັ່ງ ສອນເຖິງຫຼັກການໃນການດໍາເນີນຊີວິດສົ່ງຜົນດີຕໍ່ສຸຂະພາບນັ້ນເປັນສ່ວນໜຶ່ງຂອງໜ້າ ທີ່ໆເຂົາໄດ້ຮັບມອບໝາຍ ມະນຸດໃນໂລກມີຄວາມຕ້ອງການອັນໃຫຍ່ຫຼວງໃນກິດຈະ ການນີ້ແລະຍັງຄອຍເປີດປະຕູຕ້ອນຮັບຢູ່ {HM 147.2}ມແ 130.3

    ໃນທົ່ວທຸກຫົນແຫ່ງຈະເຫັນວ່າມີແນວໂນ້ມທີ່ຈະເອົາງານຂອງອົງກອນໄປທົດ ແທນງານຂອງສ່ວນບຸກຄົນ ຄວາມຄິດຂອງມະນຸດມັກຈະອ່ວຍໄປໃນທາງຂອງການ ຮ່ວມຕົວກັນ ການຮວມອໍານາດສູ່ສູນກາງແລະການກໍ່ຕັ້ງຄຣິສຕະຈັກແລະສະຖາບັນ ຂະໜາດໃຫຍ່ ຄົນຈໍານວນຫຼວງຫຼາຍປະຖິ້ມງານການກຸສົນໃຫ້ສະຖາບັນແລະອົງກອນ ຕ່າງໆເປັນຜູ້ດູແລ ພວກເຂົາຫາຂໍ້ແກ້ຕົວເພື່ອຈະບໍ່ຕ້ອງຕິດຕໍ່ກ່ຽວຂ້ອງກັບຜູ້ອື່ນ ດັ່ງນັ້ນ ຈິດໃຈຂອງພວກເຂົາຈຶ່ງເຢັນຊາລົງ ພວກເຂົາໝົກໝົ້ນແຕ່ກິດຈະກໍາຂອງຕົວເອງແລະບໍ່ ຮູ້ຮ້ອນຮູ້ໜາວ ຄວາມຮັກທີ່ມີຕໍ່ພຣະເຈົ້າແລະມະນຸດຈຶ່ງຫາຍໄປຈາກຈິດວິນຍານ {HM 147.3}ມແ 131.1

    ພຣະຄຣິດຊົງມອບໝາຍໜ້າທີ່ໆຕ້ອງກະທໍາເປັນການສ່ວນຕົວໃຫ້ແກ່ຜູ້ທີ່ຕິດ ຕາມພຣະອົງ ອັນເປັນວຽກທີ່ບໍ່ອາດຈະໃຊ້ໃຫ້ຜູ້ອື່ນກະທໍາແທນໄດ້ ການໃຫ້ຄວາມຊ່ວຍ ເຫຼືອແກ່ຄົນທີ່ເຈັບປ່ວຍແລະຄົນຍາກຈົນ ການປະກາດພຣະກຽດຕິຄຸນປະເສີດໃຫ້ແກ່ ຜູ້ທີ່ຫຼົງຫາຍ ສິ່ງນີ້ບໍ່ແມ່ນເປັນພາລະທີ່ຈະມອບໃຫ້ຄະນະກໍາມະການຫຼືອົງກອນການກຸ ສົນໃດໆປະຕິບັດແທນໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະບຸກຄົນ ຄວາມທຸ້ມເທບາກ ບັ່ນຂອງແຕ່ລະບຸກຄົນ ແລະການເສຍສະຫຼະສ່ວນຕົວຈຶ່ງເປັນຂໍ້ຮຽກຮ້ອງຕ້ອງການປະ ກາດພຣະກຽດຕິຄຸນປະເສີດ {HM 147.4}ມແ 131.2

    ພຣະຄຣິດຊົງມີພຣະດໍາລັດສັ່ງວ່າ “ຈົ່ງອອກໄປຕາມທາງໃຫຍ່ນ້ອຍແລະຊັກຊວນ ໃຫ້ເຂົາເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ ” ພຣະອົງຊົງນໍາຄົນຈໍານວນຫຼາຍໄດ້ ຕິດຕໍ່ສ້າງສໍາພັນກັບຜູ້ທີ່ພວກເຂົາຕ້ອງການຄວາມຊ່ວຍເຫຼືອພຣະອົງຕັດວ່າ ” ຈົ່ງນໍາຄົນ ຍາກຈົນບໍ່ມີທີ່ຢູ່ເຂົ້າມາໃນບ້ານຂອງເຈົ້າ ” ” ເມື່ອເຈົ້າເຫັນຄົນເປືອຍກາຍກໍຫາເຄື່ອງນຸ່ງ ຫົ່ມໃຫ້ເຂົາ ” ” ເຂົາຈະວາງມືເທິງຄົນໄຂ້ ຄົນປ່ວຍແລ້ວຄົນເຫຼົ່ານັ້ນຈະຫາຍໂລກ” ລູກາ 14:23; ເອສະຢາ 58:7; ມາລະໂກ 16:18 ດ້ວຍການພົບປະຢ້ຽມຢາມຕໍ່ກັນໂດຍ ກົງແລະດ້ວຍການໃຫ້ຄວາມຊ່ວຍເຫຼືອເປັນການສ່ວນຕົວ ພຣະພອນທີ່ໄດ້ຮັບຈາກພຣະ ກຽດຕິຄຸນປະເສີດຈຶ່ງໄດ້ແຜ່ຂະຫຍາຍອອກໄປ {HM 147.5}ມແ 131.3

    ການທີ່ພຣະເຈົ້າໄດ້ຊົງປະທານແສງສະຫວ່າງໃຫ້ແກ່ປະຊາກອນຂອງພຣະອົງໃນ ສະໄໝໂບຮານນັ້ນ ພຣະອົງບໍ່ໄດ້ຈໍ່ກັດຊົນຊາດຂອງບຸກຄົນທີ່ພຣະອົງຊົງເລືອກໄວ້ ໂດຍ ສະເພາະດາເນຍເປັນເຈົ້າຊາຍຂອງເຜົ່າຢູດາ ອິດສະຢາກໍສືບເຊື້ອສາຍມາຈາກຕະກຸນຂອງ ລາຊາ ເຊັ່ນກັນ ດາວິດເປັນເດັກຊາຍທີ່ຄອຍດູແລຝູງແກະ ເອໂມດ ເປັນຄົນລ້ຽງສັດ ເສຄາ ຣິຢາ ເປັນຊະເລີຍເສິກຈາກກຸງບາບິໂລຍ ເອລິຊາເປັນຊາວໄຮ່ຊາວນາ ອົງພຣະຜູ້ເປັນເຈົ້າ ໄດ້ຊົງຍົກຊູຜູ້ເຜີຍພຣະວັດຈະນະພວກເຈົ້ານາຍ ເຫຼົ່າຜູ້ທີ່ສູງສັກແລະສາມັນຊົນເປັນຜູ້ ແທນຂອງພຣະອົງ ແລ້ວພຣະອົງຊົງສັ່ງສອນເຖິງຄວາມຈິງເພື່ອທີ່ພວກເຂົາຈະໄດ້ນໍາໄປ ປະກາດແກ່ມວນມະນຸດ {HM 148.1}ມແ 131.4

    ສໍາລັບທຸກຄົນທີ່ໄດ້ຮັບສ່ວນຮ່ວມໃນພຣະຄຸນຂອງພຣະອົງ ອົງພຣະຜູ້ເປັນເຈົ້າ ຊົງມອບໝາຍວຽກງານໃຫ້ເຂົາໄດ້ເຮັດເພື່ອຄົນອື່ນໆ ເຮົາແຕ່ລະຄົນຈະຕ້ອງຕັ້ງໝັ້ນແລະ ເຂົ້າປະຈໍາຢູ່ໃນທີ່ຂອງເຮົາພ້ອມທັງກ່າວວ່າ “ຂ້າພະອົງຢູ່ທີ່ນີ້ພຣະເຈົ້າເອີຍ ຂໍຊົງໃຊ້ຂ້າ ພະອົງໄປເຖີດ” ເອສະຢາ 6:8 ດ້ວຍເຫດນີ້ຜູ້ສອນສາສະໜາທີ່ໄດ້ສັ່ງສອນເຖິງພຣະ ວັດຈະນະຂອງພຣະເຈົ້າຜູ້ເຜີຍແຜ່ສາສະໜາທີ່ເປັນພະຍາບານ ແພດທີ່ເປັນຄຣິດສະ ຕຽນແຕ່ລະຄົນ ບໍ່ວ່າເຂົາຈະເປັນພໍ່ຄ້າຫຼືຊາວນາ ຜູ້ຊ່ຽວ ຊານ ຫຼື ນາຍຊ່າງພາລະຄວາມ ຮັບຜິດຊອບຍ່ອມຕົກເປັນຂອງທຸກຄົນ ເຮົາມີໜ້າທີ່ໆຈະຕ້ອງປະກາດ ພຣະກຽດຕິຄຸນ ປະເສີດແຫ່ງຄວາມລອດໃຫ້ແກ່ມະນຸດ ກິດຈະການທຸກດ້ານທີ່ເຮົາໄດ້ມີສ່ວນຮ່ວມຈະ ຕ້ອງກາຍເປັນເຄື່ອງມືໃນການບັນລຸເຖິງຈຸດມຸ້ງໝາຍ {HM 148.2}ມແ 132.1

    ຄົນທັງຫຼາຍທີ່ໄດ້ທໍາກິດຈະການຕາມທີ່ພຣະເຈົ້າໄດ້ຊົງມອບໝາຍ ບໍ່ແມ່ນພຽງ ແຕ່ຈະເປັນພຣະພອນແກ່ຜູ້ອື່ນເທົ່ານັ້ນ ແຕ່ຕົວເຂົາເອງກໍຈະໄດ້ມີສ່ວນຮ່ວມຮັບໃນພຣະ ພອນນັ້ນໄວ້ດ້ວຍ ຄວາມຮູ້ສຶກເຖິງການທີ່ໄດ້ປະຕິບັດໜ້າທີ່ເປັນຢ່າງດີຍ່ອມຈະສົ່ງຜົນ ສະທ້ອນກັບມາສູ່ຈິດວິນຍານຂອງເຂົາເອງ ຜູ້ທີ່ທໍ້ແທ້ສິ້ນຫວັງກໍຈະລືມຄວາມທໍ້ຖອຍ ຂອງເຂົາ ຜູ້ທີ່ອ່ອນກໍາລັງກໍຈະກັບກາຍເປັນຄົນທີ່ເຂັ້ມແຂງ ຜູ້ທີ່ຂາດສະຕິປັນຍາກໍຈະໄດ້ ຮັບຄວາມສະຫຼຽວສະຫຼາດຂຶ້ນ ແລະຜູ້ຄົນທັງຫຼາຍກໍຈະໄດ້ປະສົບພົບພໍ້ກັບພຣະຜຸ້ຊ່ວຍ ທີ່ຊົງບໍ່ເຄີຍພາດພັ້ງໃນໃຫ້ຄວາມຊ່ວຍເຫຼືອຕໍ່ຜູ້ທີ່ໄດ້ຊົງເອີ້ນຫາພຣະອົງ {HM 148.3}ມແ 132.2

    ຄຣິສຕະຈັກຂອງພຣະຄຣິດໄດ້ຮັບການສ້າງຕັ້ງຂຶ້ນເພື່ອປະຕິບັດຮັບໃຊ້ ຫຼັກການ ສໍາຄັນຂອງຄຣິສຕະຈັກກໍຄືພັນທະກິດແຫ່ງການຮັບໃຊ້ສາມາຊິກໃນຄຣີສຕະຈັກເປັນ ກອງກໍາລັງທະຫານທີ່ໄດ້ຮັບການຝຶກຝົນ ເພື່ອການຕໍ່ສູ້ພາຍໃຕ້ການບັງຄັບບັນຊາຂອງ ແມ່ທັບຜູ້ຊົງຊ່ວຍໃຫ້ລອດ ຜູ້ສອນສາສະໜາ ແພດ ແລະຄູອາຈານທີ່ເປັນຄຣິດສະຕຽນ ມີງານສໍາຄັນທີ່ຈະຕ້ອງກະທໍາຫຼາຍຍິ່ງກວ່າທີ່ຫຼາຍຄົນຈະຄາດຄິດ ເຂົາບໍ່ແມ່ນແຕ່ພຽງປະ ຕິບັດຮັບໃຊ້ປະຊາຊົນເທົ່ານັ້ນ ແຕ່ຍັງຈະຕ້ອງສັ່ງສອນພວກເຂົາໃຫ້ໄດ້ປະຕິບັດຮັບໃຊ້ຜູ້ ອື່ນຕໍ່ໄປອີກດ້ວຍ ເຂົາບໍ່ຄວນແຕ່ອົບຮົມສັ່ງສອນໃນຫຼັກການທີ່ຖືກຕ້ອງເທົ່ານັ້ນ ແຕ່ຍັງ ຈະຕ້ອງຝຶກຝົນໃຫ້ຜູ້ຟັງໃຫ້ໄດ້ຮູ້ຈັກທີ່ຈະແບ່ງປັນໃນຫຼັກການເຫຼົ່ານີ້ແກ່ຜູ້ອື່ນຕໍ່ໄປ ຄວາມຈິງທີ່ບໍ່ໄດ້ນໍາມາປະຕິບັດໃນຊີວິດ ຄວາມຈິງທີ່ບໍ່ໄດ້ຮັບການແບ່ງປັນໃຫ້ແກ່ຜູ້ອື່ນ ຍ່ອມຈະສູນເສຍຊຶ່ງລິດອໍານາດທີ່ຈະຊ່ວຍໃນການປະສານຊີວິດແລະລິດອໍານາດທີ່ຊ່ວຍ ໃນການຢຽວຢາຮັກສາ ພຣະພອນແຫ່ງລິດອໍານາດຈະຍັງຢູ່ໄດ້ກໍຕໍ່ເມື່ອໄດ້ແບ່ງປັນພຣະ ພອນນີ້ອອກໄປ {HM 148.4}ມແ 132.3

    ເຮົາຈະຕ້ອງປະຖິ້ມຊຶ່ງຄວາມຮູ້ສຶກອັນເບື່ອໜ່າຍໃນການປະຕິບັດຮັບໃຊ້ພຣະເຈົ້າ ສະມາຊິກຂອງຄຣິສຕະຈັກທຸກໆຄົນຄວນຈະໄດ້ມີສ່ວນຮ່ວມໃນງານການຮັບໃຊ້ ຂອງພຣະອາຈານ ໃນດ້ານໃດດ້ານໜຶ່ງ ແມ່ນວ່າບາງຄົນອາດຈະບໍ່ສາມາດກະທໍາໄດ້ຫຼາຍ ເທົ່າທຽມກັບຄົນອື່ນໆກໍຕາມ ແຕ່ທຸກໆຄົນຄວນຈະໄດ້ພະຍາຍາມໂດຍສຸດກໍາລັງຂອງ ຕົນໃນການຕໍ່ສູ້ຕ້ານທານຕໍ່ກະແສຄື້ນແຫ່ງໂລກໄພ ແລະຄວາມທຸກທີ່ກໍາລັງພັດກະ ໜໍ່າທໍາລາຍໂລກຂອງເຮົາຢູ່ ຫຼາຍຄົນຄົງຈະມີຈິດໃຈທີ່ພ້ອມຈະປະຕິ ບັດງານຫາກເຂົາ ໄດ້ຮັບການອົບຮົມສັ່ງສອນວ່າຈະເລີ່ມງານໄດ້ຢ່າງໃດ ພວກເຂົາຈໍາເປັນຈະຕ້ອງໄດ້ຮັບ ການຊີ້ນໍາແລະການສະໜັບສະໜູນ {HM 149.1}ມແ 133.1

    ໂບດທຸກໆໂບດຄວນເປັນໂຮງຮຽນເພື່ອການຝຶກອົບຮົມຜູ້ປະຕິບັດງານທີ່ເປັນ ຄຣິດສະຕຽນ ສະມາຊິກຂອງຄຣິສຕະຈັກຄວນຈະໄດ້ຮັບການອົບຮົມເຖິງວິທີການອ່ານ ພຣະຄໍາພີ ການດໍາເນີນລາຍການແລະການສອນໃນໂຮງຮຽນວັນສະບາໂຕ ການຊ່ວຍ ເຫຼືອຄົນຍາກຈົນແລະການພະຍາບານຄົນເຈັບປ່ວຍຢ່າງດີທີ່ສຸດ ແລະການຊ່ວຍໃຫ້ຄົນ ຍັງບໍ່ເຊື່ອໄດ້ກັບໃຈເສຍໃໝ່ ຄວນຈະມີຊັ້ນສອນໃນເລື່ອງຂອງສຸຂະພາບ ຊັ້ນສອນການ ປະກອບອາຫານແລະການຮຽນການສອນໃນຊັ້ນວິຊາຂະແໜງຕ່າງໆ ທີ່ກ່ຽວຂ້ອງກັບ ກິດຈະການຂອງຄຣິດສະຕຽນໃນດ້ານຂອງການໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນ ຊຶ່ງບໍ່ ຄວນຈະເປັນແຕ່ພຽງການຮຽນການສອນຢ່າງດຽວເທົ່ານັ້ນ ແຕ່ຈະຕ້ອງມີການຝຶກປະຕິ ບັດງານພາຍໃຕ້ການດູແລຂອງຄູຜູ້ສອນທີ່ມີປະສົບການ ຈົ່ງໃຫ້ຄູຜູ້ສອນເປັນຜູ້ນໍາໃນ ການປະຕິບັດງານທ່າມກາງເຫຼົ່າປະຊາຊົນເພື່ອຜູ້ອື່ນທີ່ໄດ້ຮ່ວມງານຈະໄດ້ຮຽນຮູ້ຈາກ ແບບຢ່າງຂອງເຂົາ ແບບຢ່າງ ພຽງແບບດຽວຍ່ອມມີຄຸນຄ່າຍິ່ງກວ່າຄໍາສັ່ງສອນນັບຮ້ອຍ ນັບພັນ {HM 149.2}ມແ 133.2

    ຂໍໃຫ້ທຸກໆຄົນໄດ້ບົ່ມເພາະກໍາລັງກາຍແລະກໍາລັງສະຕິປັນຍາຂອງຕົນຢ່າງສຸດ ຄວາມສາມາດ ເພື່ອເຂົາຈະເຮັດງານຮັບໃຊ້ພຣະເຈົ້າເມື່ອເຖິງເວລາທີ່ພຣະຄຸນຂອງພຣະ ອົງຈະຊົງເອີ້ນ ພຣະຄຸນແບບດຽວກັນກັບພຣະຄຣິດທີ່ຊົງປະທານໃຫ້ແກ່ເປົາໂລແລອະ ປອນໂລຊຶ່ງສະແດງເຖິງຄວາມໂດດເດັ່ນດີເລີດໃນຈິດວິນຍານຂອງພວກເຂົາ ພຣະຄຸນ ດຽວກັນນີ້ຈະຊົງໂປດປະທານແກ່ເຫຼົ່າຄຣິດສະຕຽນຜູ້ເຜີຍແຜ່ສາສະໜາຜູ້ໄດ້ອຸທິດຕົນ ໃນວັນນີ້ດ້ວຍເຊັ່ນນີ້ ພຣະເຈົ້າຊົງປະສົງໃຫ້ເຫຼົ່າບຸດທັງຫຼາຍຂອງພຣະອົງມີສະຕິປັນຍາ ແລະມີຄວາມຮອບຮູ້ພ້ອມຄວາມບໍລິສຸດທີ່ບໍ່ມີຂໍ້ກັງວົນຮ່ວນທັງລິດອໍານາດເພື່ອສະຫງ່າ ລາສີຂອງພຣະອົງຈະໄດ້ສະແດງໃຫ້ປາກົດໃນໂລກຂອງເຮົາ {HM 149.3}ມແ 134.1

    ຜູ້ປະຕິບັດງານທີ່ໄດ້ຮັບການສຶກສາແລະໄດ້ມອບຖະຫວາຍຈິດໃຈແດ່ພຣະເຈົ້າ ຍ່ອມສາມາດທີ່ຈະປະຕິບັດຮັບໃຊ້ໃນກິດຈະການຕ່າງໆໄດ້ຫຼາຍກວ່າ ແລະຍັງສາມາດ ທີ່ຈະບັນລຸຜົນເຖິງກິດຈະການໃນວົງກວ້າງກວ່າຜູ້ທີ່ໄດ້ຮັບການສຶກສາມາແຕ່ພຽງເລັກ ນ້ອຍ ຈິດໃຈທີ່ມີວິໄນຂອງພວກເຂົາຍ່ອມວາງພວກເຂົາຢູ່ໃນຖານະທີ່ໄດ້ປຽບກວ່າຜູ້ອື່ນ ແຕ່ຄົນທັງຫຼາຍຊຶ່ງບໍ່ໄດ້ມີສະຕິປັນຍາອັນລໍ້າເລີດຫຼືໄດ້ຮັບການສຶກສາໃນລະດັບສູງກໍ ອາດຈະໄດ້ຮັບການຍອມຮັບໃນການປະຕິບັດຮັບໃຊ້ຊ່ວຍເຫຼືອຜູ້ອື່ນໄດ້ເຊັ່ນກັນ ພຣະ ເຈົ້າຈະຊົງເລືອກໃຊ້ຜູ້ທີ່ມີຄວາມເຕັມໃຈຍອມໃຫ້ພຣະອົງຊົງເລືອກໃຊ້ ຊຶ່ງບໍ່ແມ່ນຄົນ ທີ່ສະຫຼາດຫຼັກແຫຼມທີ່ສຸດຫຼືມີຄວາມສາມາດຫຼາຍທີ່ສຸດ ຜູ້ທີ່ສາມາດສ້າງສັນຜົນງານທີ່ ຍິ່ງໃຫຍ່ທີ່ສຸດແລະຢັ້ງຢືນຍາວທີ່ສຸດສະເໝີໄປ ເຫຼົ່າຊາຍຍິງທີ່ໄດ້ຮັບຟັງເຖິງການຊົງເອີ້ນ ຈາກສະຫວັນນັ້ນແຫຼະຍ່ອມເປັນທີ່ຕ້ອງການ ຜູ້ທີ່ປະຕິບັດງານໄດ້ຜົນດີທີ່ສຸດກໍຄື ຜູ້ທີ່ ຕອບຮັບຄໍາເຊີນທີ່ວ່າ ” ຈົ່ງເອົາແອກຂອງເຮົາແບກໄວ້ ແລ້ວຮຽນຈາກເຮົາ ” ມັດທາຍ 11:29 {HM 150.1}ມແ 134.2

    ຜູ້ປະກາດສາສະໜາດ້ວຍຫົວໃຈຄືສິ່ງທີ່ຕ້ອງການຫົວໃຈຂອງຜູ້ໃດທີ່ພຣະເຈົ້າຊົງ ສໍາຜັດຍ່ອມຈະປ່ຽມລົ້ນດ້ວຍຄວາມປາຖະໜາອັນໃຫຍ່ຫຼວງທີ່ຈະສະແຫວງຫາຜູ້ທີ່ຍັງ ບໍ່ເຄີຍໄດ້ຮູ້ເຖິງຄວາມຮັກຂອງພຣະອົງ ສະພາບຂອງພວກເຂົາປະທັບໃນໃຈຂອງເຂົາ ດ້ວຍຄວາມຮູ້ສຶກຂອງຄວາມເສົ້າສ່ວນຕົວເຂົາກໍາຊີວິດຂອງເຂົາໄວ້ໃນມືແລ້ວກ້າວອອກ ໄປຢ່າງທູດຜູ້ນໍາຂ່າວທີ່ສະຫວັນສົ່ງມາ ທີ່ສະຫວັນດົນໃຈ ເພື່ອເຮັດພັນທະກິດທີ່ທູດສະ ຫວັນພ້ອມຈະຮ່ວມມື {MH 150.2}ມແ 134.3

    ຫາກຜູ້ທີ່ພຣະເຈົ້າໄດ້ຊົງໂປດໃຫ້ມີຕະລັນອັນສະຫຼຽວສະຫຼາດແຕ່ກັບນໍາຂອງ ປະທານເຫຼົ່ານີ້ໄປໃຊ້ຢ່າງເຫັນແກ່ຕົວ ພາຍຫຼັງທີ່ໄດ້ຮັບການທົດສອບໃນໄລຍະໜຶ່ງແລ້ວ ພວກເຂົາກໍຈະຖືກປ່ອຍໃຫ້ດໍາເນີນໄປຕາມທາງຂອງພວກເຂົາເອງ ພຣະເຈົ້າຈະຊົງ ເລືອກຜູ້ທີ່ເບິ່ງຄືວ່າບໍ່ໄດ້ຮັບພຣະລາຊະທານຂອງປະທານຢ່າງເຫຼືອລົ້ນຜູ້ທີ່ບໍ່ໄດ້ເຊື່ອໝັ້ນ ໃນຄວາມສາມາດຂອງຕົນເອງຫຼາຍ ດັ່ງນັ້ນ ພຣະອົງຈຶ່ງຊົງເຮັດໃຫ້ຄົນອື່ນອ່ອນແອກັບ ເຂັ້ມແຂງເພາະວ່າພວກເຂົາໄວ້ວາງໃຈໃນພຣະອົງວ່າພຣະອົງຊົງກະທໍາການໃນສິ່ງທີ່ເໜືອ ຄວາມສາມາດຂອງພວກເຂົາ ພຣະເຈົ້າຈະຊົງຍອມຮັບການປະຕິບັດຮັບໃຊ້ທີ່ເຮັດດ້ວຍ ຄວາມເຕັມໃຈແລະພຣະອົງຈະຊົງເພີ້ມເຕີມສິ່ງທັງປວງທີ່ຍັງບົກຜ່ອງຢູ່ນັ້ນໃຫ້ຄົບຖ້ວນ ບໍລິບູນດ້ວຍພຣະອົງເອງ {MH 150.3}ມແ 135.1

    ຫຼາຍຄັ້ງທີ່ພຣະອົງຜູ້ເປັນເຈົ້າຊົງເລືອກຜູ້ຮ່ວມງານຂອງພຣະອົງມາຈາກຄົນທີ່ມີໂອ ກາດໄດ້ຮັບການສຶກສາຮໍ່າຮຽນໃນໂຮງຮຽນຢ່າງຈໍາກັດ ຄົນເຫຼົ່ານີ້ໄດ້ນໍາຄວາມສາມາດ ຂອງຕົນເອງມາໃຊ້ໃຫ້ເກີດປະໂຫຍດດ້ວຍຄວາມຂະຫຍັນໝັ່ນພຽນຢ່າງທີ່ສຸດ ແລະອົງ ພຣະຜູ້ເປັນເຈົ້າໄດ້ຊົງປະທານບໍາເໜັດລາງວັນໃນຄວາມສັດຊື່ຂອງພວກເຂົາທີ່ມີຕໍ່ພຣະ ລາຊະກິດຂອງພຣະອົງໃນຄວາມອົດທົນແລະການກະຫາຍຫາຄວາມຮູ້ ພຣະອົງຊົງທອດ ພຣະເນດເຫັນຫຍາດນໍ້າຕາຂອງພວກເຂົາແລະຊົງສະດັບຮັບຟັງຄໍາອະທິຖານທູນຂໍຂອງ ພວກເຂົາ ດັ່ງເຊັ່ນພຣະພອນຂອງພຣະອົງທີ່ຊົງໂປດປະທານແກ່ບັນດາຊະເລີຍໃນລາຊ ສໍານັກຂອງກຸງບາບິໂລນໃນແຕ່ປາງກ່ອນ ພຣະອົງຍ່ອມຈະຊົງປະທານສະຕິປັນຍາແລະ ຄວາມຮູ້ໃຫ້ແກ່ບັນດາຜູ້ຮັບໃຊ້ຂອງພຣະອົງໃນຍຸກສະໄໝນີ້ດ້ວຍເຊັ່ນກັນ {HM 150.4}ມແ 135.2

    ດ້ວຍພຣະຄຸນຂອງພຣະຄຣິດໃນບາງຄັ້ງ ບຸກຄົນທີ່ບໍ່ໄດ້ຮັບການສຶກສາຈາກໃນ ໂຮງຮຽນຫຼືມີສະຖານະທາງສັງຄົມທີ່ຕໍ່າຕ້ອຍ ກັບເປັນຜູ້ທີ່ໄດ້ຮັບຜົນສໍາເລັດຢ່າງໜ້າອັດ ສະຈັນໃນການນໍາຈິດວິນຍານມາຫາພຣະອົງ ເຄັດລັບແຫ່ງຄວາມສໍາເລັດຂອງພວກເຂົາ ກໍຄື ຄວາມໄວ້ວາງໃຈໃນພຣະເຈົ້າ ພວກເຂົາໄດ້ຮຽນຮູ້ໃນທຸກວັນຈາກພຣະອົງຜູ້ຊົງເປັນ ທີ່ປຶກສາມະຫັດສະຈັນແລະພຣະອົງຜູ້ຊົງມີອິດທິລິດ {HM 151.1}ມແ 135.3

    ຜູ້ຮັບໃຊ້ເຫຼົ່ານີ້ແຫຼະຄວນຈະໄດ້ຮັບການສະໜັບສະໜູນອົງພຣະຜູ້ເປັນເຈົ້າຊົງນໍາ ພວກເຂົາມາກ່ຽວຂ້ອງກັບຜູ້ທີ່ມີຄວາມສາມາດເໜືອກວ່າເພື່ອທີ່ຈະໄດ້ເຕີມເຕັມໃນຊ່ອງ ວ່າງທີ່ຜູ້ອື່ນບໍ່ໄດ້ໃຫ້ຄວາມສົນໃຈ ຄວາມວ່ອງໄວໃນການເລັງເຫັນເຖິງສິ່ງທີ່ຈະຕ້ອງລົງ ມືເຮັດ ຄວາມເຕັມໃຈທີ່ພ້ອມຈະຊ່ວຍເຫຼືອເກື້ອກູນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຂອງ ພວກເຂົາ ຄໍາເວົ້າແລະການກະທໍາທີ່ປະກອບດ້ວຍຄວາມເມດຕາກະລຸນາຂອງພວກເຂົາ ສິ່ງເຫຼົ່ານີ້ຊ່ວຍໃຫ້ປະຕູທີ່ປິດຢູ່ໄດ້ຖືກເປີດອອກ ພວກເຂົາເຂົ້າມາໃກ້ຊິດກັບຜູ້ທີ່ກໍາລັງ ສິ່ງເຫຼົ່ານີ້ຊ່ວຍໃຫ້ປະຕູທີ່ປິດຢູ່ໄດ້ຖືກເປີດອອກ ພວກເຂົາເຂົ້າມາໃກ້ຊິດກັບຜູ້ທີ່ກໍາລັງ ເດືອດຮ້ອນ ແລະດ້ວຍຖ້ອຍຄໍາຂອງພວກເຂົາທີ່ມີອິດທິພົນໃນການໂນ້ມນ້າວຈິດໃຈ ມີ ອໍານາດທີ່ສາມາດຊັກນໍາຈິດວິນຍານທັງຫຼາຍທີ່ກໍາລັງເປັນທຸກຢູ່ນັ້ນໃຫ້ເຂົ້່າມາຫາພຣະ ເຈົ້າໄດ້ ຜົນງານຂອງພວກເຂົາໄດ້ພິສູດໃຫ້ຄົນອື່ນໆໄດ້ເຫັນເຖິງສິ່ງທີ່ພວກເຂົາສາມາດ ເຮັດໄດ້ເຊັ່ນດຽວກັນ ຫາກພຽງແຕ່ພວກເຂົາຈະ ຍອມລົງມືເຮັດ {HM 151.2}ມແ 136.1