Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພາກທີ 7 - ຄວາມຮູ້ທີ່ຈໍາເປັນ

    ບົດທີ 35 ຄວາມຮູ້ທີ່ແທ້ຈິງກ່ຽວກັບ ພຣະເຈົ້າ

    ເຮົາມີຊີວິດຢູ່ໃນໂລກນີ້ເພື່ອປະຕິບັດຮັບໃຊ້ພຣະເຈົ້າເໝືອນດັ່ງເຊັ່ນພຣະຜູ້ຊ່ວຍ ໃຫ້ລອດ ຂອງເຮົາເຮົາມາຢູ່ໃນໂລກນີ້ກໍເພື່ອມີອຸປະນິໃສຄ້າຍກັບພຣະອົງແລະການມີ ຊີວິດປະຕິບັດຮັບໃຊ້ກໍເພື່ອສໍາແດງພຣະອົງໃຫ້ປະກົດແກ່ຊາວໂລກການທີ່ເຮົາຈະຄ້າຍ ກັບພຣະອົງເພື່ອສໍາແດງພຣະລັກສະນະຂອງພຣະອົງໃຫ້ປະກົດໄດ້ນັ້ນເຮົາຈັກຕ້ອງຮູ້ ຈັກພຣະອົງຢ່າງແທ້ຈິງແລະເຮົາຈັກຕ້ອງຮູ້ຈັກພຣະອົງຕາມທີ່ພຣະອົງຊົງສໍາແດງໃຫ້ປະກົດ {MH 409.1}ມແ 417.1

    ຄວາມຮູ້ທີ່ກ່ຽວກັບພຣະເຈົ້າເປັນຮາກຖານຂອງການສຶກສາແລະການປະຕິບັດ ຮັບໃຊ້ພຣະເຈົ້າທີ່ແທ້ຈິງເປັນສິ່ງດຽວທີ່ປົກປ້ອງເຮົາໃຫ້ພົ້ນຈາກການທົດລອງໄດ້ຢ່າງ ແທ້ຈິງສິ່ງເຫຼົ່ານັ້ນທີ່ຈະສາມາດເຮັດໃຫ້ເຮົາມີອຸປະນິດໃສຄ້າຍກັບພຣະລັກສະນະຂອງ ພຣະອົງໄດ້ {MH 409.2}ມແ 417.2

    ນີ້ຄືຄວາມຮູ້ທີ່ຈໍາເປັນສໍາຫຼັບທຸກຄົນທີ່ກໍາລັງເຮັດວຽກເພື່ອໜຸນຊູຄວາມເປັນຢູ່ ຂອງເພື່ອນມະນຸດການປ່ຽນແປງອຸປະນິໃສການດໍາເນີນຊີວິດໃນທາງບໍລິສຸດປະສິດທິ ພາບຂອງການຮັບໃຊ້ແລະການຢຶດໝັ້ນໃນຫຼັກ ການລ້ວນແລ້ວແຕ່ຕ້ອງອາໃສຄວາມຮູ້ ທີ່ຖືກຕ້ອງກ່ຽວກັບພຣະເຈົ້າ ຄວາມຮູ້ນີ້ເປັນການກະກຽມທີ່ສໍາຄັນທັງສໍາຫຼັບຊີວິດໃນ ໂລກນີ້ ແລະຊີວິດໃນພາຍພາກໜ້າ {MH 409.3}ມແ 417.3

    “ການຮຽນຮູ້ເຖິງອົງບໍລິສຸດນັ້ນຄືສະຕິປັນຍາ” ສຸພາສິດ 9:10 {MH 409.4}ມແ 418.1

    ໂດຍອາໃສການຮຽນຮູ້ເຖິງພຣະເຈົ້າພຣະອົງຈະຊົງໂປດປະທານ “ສິ່ງສາລະພັດ ແກ່ເຮົາທີ່ຈະໃຫ້ມີຊີວິດແລະມີທໍາ” 2 ເປໂຕ 1: 3 {MH 409.5}ມແ 418.2

    ພຣະເຢຊູຕັດວ່າ “ນີ້ແຫຼະຄືຊີວິດນິລັນດອນຄືທີ່ເຂົາຮູ້ຈັກພຣະອົງຜູ້ຊົງເປັນພຣະ ເຈົ້າທ່ຽງແທ້ອົງດຽວແລະຮູ້ຈັກພຣະເຢຊູຄຣິດທີ່ພຣະອົງຊົງໃຊ້ມາ” ໂຢຮັນ 17:3ມແ 418.3

    “ພຣະເຈົ້າຕັດດັ່ງນີ້ວ່າຢ່າໃຫ້ຜູ້ມີປັນຍາອວດໃນສະຕິປັນຍາຂອງຕົນ
    ຢ່າໃຫ້ຊາຍຊົກອອກໃນຄວາມເຂັ້ມແຂງຂອງຕົນ
    ຢ່າໃຫ້ຄົນມັ່ງມີອວດໃນຄວາມມັ່ງຄັ້ງຂອງຕົນ
    ແຕ່ໃຫ້ຜູ້ອວດ ອວດໃນສິ່ງນີ້ຄື
    ໃນການທີ່ເຂົາເຂົ້າໃນແລະຮູ້ຈັກເຮົາວ່າ ເຮົາຄືພຣະເຈົ້າ
    ຊົງສໍາແດງຄວາມຮັກໝັ້ນຄົງ
    ຄວາມຍຸດຕິທໍາແລະຄວາມຊອບທໍາໃນໂລກ
    ເພາະວ່າເຮົາພໍໃຈໃນສິ່ງເຫຼົ່ານີ້ ພຣະເຈົ້າຕັດດັ່ງນີ້ແຫຼະ”
    ມແ 418.4

    ເຢເລມີຢາ 9: 23,24 {MH 410.1}

    ເຮົາຈໍາເປັນຕ້ອງຮຽນຮູ້ເລື່ອງທີ່ພຣະເຈົ້າຊົງສໍາແດງພຣະອົງໃຫ້ປະກົດແກ່ເຮົາມແ 418.5

    “ຈົ່ງປອງດອງກັບພຣະເຈົ້າ
    ແລະຢູ່ຢ່າງສັນຕິ
    ດັ່ງນັ້ນສິ່ງທີ່ດີຈະມາເຖິງທ່ານ
    ຂໍຈົ່ງຮັບຄໍາສັ່ງສອນຈາກພຣະໂອດຂອງພຣະອົງ
    ແລະເກັບພຣະວັດຈະນະຂອງພຣະອົງໄວ້ໃນໃຈຂອງທ່ານ
    ອົງຜູ້ຊົງ ມະຫິດທິຣິດເປັນສົມບັດຂອງທ່ານ
    “ແລ້ວທ່ານຈະປິຕິຍິນດີໃນອົງຜູ້ຊົງມະຫິດທິຣິດ ແລະເງີຍໜ້າຂອງທ່ານຫາພຣະເຈົ້າ
    ທ່ານຈະອະທິຖານຕໍ່ພຣະອົງ
    ແລະພຣະອົງຈະຊົງຟັງທ່ານ
    ແລະພຣະອົງຈະຊົງໃສ່ພຣະໄທໃນຄໍາອະທິຖານຂອງທ່ານ
    ທ່ານຈະຕັດສິນໃຈໃນເລື່ອງໃດ
    ແລະເລື່ອງນັ້ນຈະສໍາເລັດສົມປະສົງ
    ແລະຈະມີແສງສະຫວ່າງສ່ອງທາງໃຫ້ທ່ານ
    ເພາະພຣະເຈົ້າຊົງລົດຜູ້ທີ່ອວດອົ່ງລົງມາ
    ພຣະອົງຊົງຊ່ວຍຄົນຖ່ອມໃຈໃຫ້ລອດ”
    ມແ 418.6

    ໂຢບ 22:21-29 {MH 410.2}