Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການຄວບຄຸມຈິດໃຈຂອງຜູ້ອື່ນ

    ຢ່າງໃດກໍຕາມ ຍັງມີການບໍາບັດຮັກສາດ້ານຈິດໃຈຢູ່ຮູບແບບໜຶ່ງຊຶ່ງເປັນໜຶ່ງໃນ ຫຼາຍວິທີທີ່ໃຊ້ໄດ້ຜົນຫຼາຍທີ່ສຸດໃນທາງຊົ່ວຮ້າຍ ໂດຍອາໄສສິ່ງທີ່ເອີ້ນກັນວ່າວິທະຍາສາດ ຈິດດວງໜຶ່ງຈະຕົກຢູ່ໃນການຄວບຄຸມຂອງຈິດອີກດວງໜຶ່ງເພື່ອວ່າບຸກຄະລິກລັກ ສະນະຂອງບຸກຄົນທີ່ຈິດໃຈອ່ອນແອກວ່າຈະຖືກປະສານແລະເຮັດໃຫ້ປ່ຽນແປງໄປຕາມອໍາ ນາດຈິດທີ່ແຂງແຮງກວ່າ ດັ່ງນັ້ນຄົນໆໜຶ່ງກໍຈະສະແດງອອກເຖິງຄວາມຄິດແລະການ ກະທໍາຂອງອີກຄົນໜຶ່ງ ສະນັ້ນມີການອ້າງວ່າຄວາມຄິດຂອງຜູ້ປ່ວຍອາດໄດ້ຮັບການປ່ຽນ ແປງແລະໃຫ້ຮັບເອົາຄວາມຄິດທີ່ກະຕຸ້ນໃຫ້ເກີດກໍາລັງວັງຊາທີ່ຈິດດວງໜຶ່ງຖ່າຍທອດໃຫ້ ແລະອາດຈະເຮັດໃຫ້ຜູ້ປ່ວຍສາມາດຕໍ່ຕ້ານແລະເອົາຊະນະເໜືອໂລກໄພໄດ້ {HM 242.1}ມແ 242.3

    ການຮັກສາດ້ວຍວິທີນີ້ໄດ້ມີຜູ້ທີ່ຮູ້ເທົ່າບໍ່ເຖິງການນໍາມາໃຊ້ ໂດຍທີ່ພວກເຂົາບໍ່ຮູ້ ເຖິງແກ່ນແທ້ແລະລັກສະນະທີ່ແທ້ຈິງຂອງວິທີການນີ້ ແລະພວກເຂົາຕ່າງເຊື່ອວ່າເປັນ ຫົນທາງທີ່ຈະຊ່ວຍຜູ້ປ່ວຍໄດ້ ແຕ່ສິ່ງທີ່ຖືກເອີ້ນກັນວ່າວິທີທາງວິທະຍາສາດນີ້ຕັ້ງຢູ່ເທິງ ຫຼັກການທີ່ບໍ່ຖືກຕ້ອງ ເພາະເປັນວິທີທີ່ຜິດແປກໄປຈາກພຣະລັກສະນະແລະພຣະວິນ ຍານຂອງພຣະຄຣິດ ຊຶ່ງເປັນວິທີທີ່ບໍ່ໄດ້ຊ່ວຍຊັກນໍາຜູ້ປ່ວຍໃຫ້ເຂົ້າຫາພຣະຄຣິດຜູ້ຊົງ ເປັນຄວາມຫວັງແຫ່ງຊີວິດແລະຄວາມລອດ ບຸກຄົນທີ່ເປັນຜູ້ກະຕຸ້ນຈິດໃຈຂອງຜູ້ອື່ນ ໃຫ້ເຂົ້າມາຫາຕົວຂອງເຂົາເອງຈຶ່ງເປັນຜູ້ທີ່ເຮັດໃຫ້ຜູ້ປ່ວຍຕ້ອງຖືກແຍກອອກໄປຈາກ ພຣະເຈົ້າຜູ້ຊົງເປັນບໍ່ເກີດແຫ່ງກໍາລັງທີ່ແທ້ຈິງ {HM 242.2}ມແ 242.4

    ພຣະເຈົ້າບໍ່ຊົງມີພຣະປະສົງໃຫ້ມະນຸດຜູ້ໃດຍິນຍອມມອບຈິດໃຈແລະຄວາມ ຕ້ອງການຂອງຕົວເອງໄວ້ພາຍໃຕ້ອໍານາດບັງຄັບແລະຕົກເປັນເຄື່ອງມືຂອງຄົນອື່ນ ບຸຫ ຄະລິກລັກສະນະຂອງຄົນໆໜຶ່ງຈະຕ້ອງບໍ່ຖືກນໍາໄປປະສານແລະເຮັດໃຫ້ປ່ຽນແປງໄປ ພາຍໃຕ້ອໍານາດຂອງອີກຄົນໜຶ່ງ ເຂົາບໍ່ຈໍາເປັນຕ້ອງເພິ່ງພາໃນມະນຸດຜູ້ໜຶ່ງຜູ້ໃດເພື່ອໃຫ້ ການຮັກສາແກ່ເຂົາ ການເພິ່ງພາໃດໆຂອງເຂົານັ້ນຕ້ອງມອບໄວ້ກັບພຣະເຈົ້າ ດ້ວຍກຽດ ແລະສັກສີແຫ່ງຄວາມເປັນມະນຸດທີ່ພຣະອົງປະທານໃຫ້ ເຂົາຈຶ່ງຄວນຈະຢູ່ໃນການ ຄວບຄຸມໂດຍພຣະເຈົ້າພຽງພຣະອົງດຽວໄດ້ ບໍ່ແມ່ນໂດຍຄວາມສະຫຼາດຂອງມະນຸດ {HM 242.3}ມແ 243.1

    ທິດສະດີຂອງຈິດຄວບຄຸມຈິດເກີດມາຈາກຊາຕານ ເພື່ອຈະສະແດງຕົນເອງວ່າ ເປັນຜູ້ນໍາທີ່ມີອໍານາດສູງສຸດ ໂດຍຈະນໍາຄວາມຄິດຂອງມະນຸດໃຫ້ເຂົ້າມາແທນທີ່ສັດຈະ ແລະຄວາມເປັນຈິງຂອງພຣະເຈົ້າ ໃນບັນດາຄວາມຜິດທັງຫຼາຍອັນເປັນທີ່ຍອມຮັບຂອງ ຜູ້ທີ່ສະແດງຕົນວ່າເປັນຄຣິດສະຕຽນນັ້ນ ບໍ່ມີຄວາມຜິດໃດທີ່ເປັນການຫຼອກລວງທີ່ມີ ໄພອັນຕະລາຍແລະເຮັດໃຫ້ມະນຸດຕ້ອງເຫີນຫ່າງໄປຈາກພຣະເຈົ້າໄດ້ຫຼາຍຍິ່ງໄປກວ່າ ໃນເລື່ອງນີ້ ແມ່ນເບິ່ງວ່າບໍ່ໜ້າຈະມີໄພອັນຕະລາຍໃດໆກໍຕາມ ແຕ່ຖ້າມີການນໍາວິທີ ຮັກສານີ້ມາໃຊ້ກັບຜູ້ປ່ວຍກໍຈະເປັນສິ່ງທີ່ໜ້າຊ່ວຍໃຫ້ຜູ້ປ່ວຍຫາຍໂລກໄດ້ ແຕ່ກັບຈະ ນໍາໄປສູ່ການທໍາລາຍ ວິທີນີ້ເປັນການເປີດປະຕູໃຫ້ຊາຕາເຂົ້າຄອບຄອງຈິດໃຈຂອງຜູ້ທີ່ ຍອມຕົກຢູ່ໃຕ້ອໍານາດຄວບຄຸມຂອງຜູ້ອື່ນຮ່ວມທັງຂອງຜູ້ທີ່ຄວບຄຸມດ້ວຍ {HM 243.1}ມແ 243.2

    ອໍານາດທີ່ຊາຕານໄດ້ມອບໃຫ້ກັບຊາຍຍິງທີ່ມີຈິດໃຈຊົ່ວຮ້າຍນັ້ນເປັນພະລັງອໍາ ນາດທີ່ມີຄວາມໜ້າຢ້ານ ແລະຍັງໃຫ້ໂອກາດແກ່ຄົນເຫຼົ່ານີ້ໄດ້ບີບບັງຄັບແລະເອົາປຽບ ຄົນທີ່ອ່ອນແອແລະມີຄວາມສະຫຼາດໜ້ອຍກວ່າ ມີຜູ້ຄົນຫຼາຍເທົ່ານໃດທີ່ໄດ້ບໍາລຸງບໍາເລີ ຕັນຫາລາຄະຫຼືຄວາມໂລບມາກຢາກໄດ້ດ້ວຍການເຂົ້າໄປຄວບຄຸມຈິດໃຈຂອງຄົນທີ່ ອ່ອນແອແລະເຈັບປ່ວຍ {HM 243.2}ມແ 243.3

    ຍັງທີບາງສິ່ງທີ່ເຮົາສາມາດເຮັດໄດ້ດີກວ່າການເພິ່ງພາການຄວບຄຸມມະນຸດໂດຍ ມະນຸດດ້ວຍກັນເອງ ແພດຄວນຊັກນໍາຜູ້ປ່ວຍໃຫ້ເບິ່ງຂ້າມມະນຸດໄປຫາພຣະເຈົ້າ ແທນ ທີ່ຈະສອນຜູ້ປ່ວຍໃຫ້ເພິ່ງພາການຮັກສາໂຣກທາງຈິດແລະກາຍຈາກມະນຸດເຂົາຄວນ ນໍາຜູ້ປ່ວຍມາຫາພຣະອົງຜູ້ຊົງສາມາດຊ່ວຍຜູ້ທີ່ເຂົ້າມາສະແຫວງຫາພຣະອົງຈົນເຖິງທີ່ສຸດ ພຣະອົງຜູ້ຊົງສັນສ້າງຈິດໃຈມະນຸດຊົງຮູ້ດີວ່າຈິດໃຈຂອງມະນຸດນັ້ນຕ້ອງການສິ່ງໃດ ພຣະເຈົ້າເປັນຜູ້ດຽວເທົ່ານັ້ນທີ່ສາມາດໃຫ້ການຮັກສາໄດ້ ຜູ້ປ່ວຍທາງກາຍແລະທາງຈິດ ທັງຫຼາຍຄວນຕ້ອງເບິ່ງໄປຍັງພຣະຄຣິດ ແພດສາມາດຮັກສາໂຣກໄພ ພຣະອົງບອກວ່າ “ເພາະດໍາລົງຄົງຢູ່ ທ່ານທັງຫຼາຍກໍຈະດໍາລົງຢູ່ນໍາ” ໂຢຮັນ 14:19 ນີ້ຄືຊີວິດທີ່ເຮົາຕ້ອງ ຊີ້ໃຫ້ຜູ້ປ່ວຍເຫັນ ໂດຍເຮົາຈະຕ້ອງບອກກັບເຂົາວ່າ ຖ້າເຮົາມີຄວາມເຊື່ອໃນພຣະຄຣິດ ຜູ້ຊົງເປັນແພດທີ່ສາມາດຮັກສາຢຽວຢາໂລກໄພ ຖ້າພວກເຂົາຮ່ວມມືກັບພຣະອົງໃນ ການປະຕິບັດຕາມບົດບັນຍັດໃນດ້ານສຸຂະພາບ ແລະມຸ້ງທີ່ຈະກ້າວໄປສູ່ຄວາມບໍລິສຸດ ຢ່າງແທ້ຈິງດ້ວຍຄວາມຢໍາເກງໃນພຣະອົງ ພຣະອົງຈະປະທານຊີວິດຂອງພຣະອົງໃຫ້ ແກ່ເຂົາ ເມື່ອເຮົານໍາສະເໜີພຣະຄຣິດໃຫ້ພວກເຂົາຮູ້ຈັກດ້ວຍວິທີນີ້ ກໍເທົ່າກັບວ່າເຮົາ ກໍາລັງປ່ຽນຖ່າຍພະລັງອໍານາດ ຄວາມເຂັ້ມແຂງອັນລໍ້າຄ່າທີ່ມາຈາກເບື້ອງເທິງໃຫ້ແກ່ ຄົນເຫຼົ່ານັ້ນ ນີ້ແຫຼະຄືສາດທີ່ແທ້ຈິງໃນການບໍາບັດຮັກສາຮ່າງກາຍແລະຈິດວິນຍານ {HM 243.3}ມແ 244.1

    Larger font
    Smaller font
    Copy
    Print
    Contents