Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 25 ການເລືອກກິນອາຫານທີ່ດີທີ່ສຸດ

    ບໍ່ແມ່ນວ່າທຸກຄົນທີ່ສະແດງຕົນວ່າມີຄວາມເຊື່ອໃນເລື່ອງການປະຕິຮູບການບໍລິ ໂພກຈະເປັນຜູ້ປະຕິຮູບໄດ້ຢ່າງແທ້ຈິງ ສໍາລັບຫຼາຍຄົນແລ້ວ ຄໍາວ່າການປະຕິຮູບເປັນ ພຽງການເລີກກິນອາຫານບາງຊະນິດທີ່ບໍ່ໃຫ້ປະໂຫຍດຕໍ່ຮ່າງກາຍເທົ່ານັ້ນ ພວກເຂົາຍັງບໍ່ ມີຄວາມເຂົ້າໃຈຢ່າງຄັກແນ່ເຖິງຫຼັກການກ່ຽວກັບສຸຂະພາບ ແລະເທິງໂຕະອາຫານຂອງ ພວກເຂົາຈຶ່ງເຕັມໄປດ້ວຍອາຫານທີ່ຫຼູຫຼາທີ່ໃຫ້ໂທດຕໍ່ຮ່າງກາຍ ພວກເຂົາຍັງຫ່າງໄກ ຈາກການເປັນແບບຢ່າງທີ່ດີຂອງຄຣິດສະຕຽນທີ່ຮູ້ຈັກບັງຄັບໃຈຕົນເອງແລະປະມານ ຕົນໃນການບໍລິໂພກ {MH 318.1}ມແ 321.1

    ມີບຸກຄົນອີກກຸ່ມໜຶ່ງທີ່ປາຖະໜາຈະວາງແບບຢ່າງທີ່ຖືກຕ້ອງແຕ່ກັບໄປປະຕິບັດ ໃນທິດທາງກົງກັນຂ້າມຢ່າງສຸດຂີດ ບາງຄົນບໍ່ສາມາດຈະຈັດຫາອາຫານຕາມທີ່ຕ້ອງການ ທີ່ສຸດຂອງຕົນໄດ້ ແລະແທນທີ່ຈະຫາສິ່ງອື່ນເພື່ອທົດແທນໃນສ່ວນທີ່ຂາດໄປ ພວກເຂົາ ກັບເລືອກອາຫານທີ່ດ້ອຍຄຸນຄ່າ ອາຫານຂອງພວກເຂົາບໍ່ໄດ້ມີສານອາຫານທີ່ຈໍາເປັນຕໍ່ ການສ້າງເລືອດໃນຮ່າງກາຍ ສຸຂະພາບຂອງເຂົາຈຶ່ງເສື່ອມໂຊມແລະຄວາມສາມາດຂອງ ພວກເຂົາກໍຕໍ່າລົງນໍາ ແລະແບບຢ່າງຂອງເຂົາກາຍເປັນຄໍາຕໍ່ວ່າຫຼາຍກວ່າຄໍາສະໜັບສະ ໜູນເຖິງປະໂຫຍດຂອງການປະຕິຮູບໃນເລື່ອງຂອງອາຫານ {MH 318.2}ມແ 321.2

    ບາງຄົນຄິດວ່າການກິນອາຫານທີ່ທໍາມະດາແລະລຽບງ່າຍເຮັດໃຫ້ສຸຂະພາບດີ ຈຶ່ງບໍ່ໃສ່ໃຈກັບການເລືອກສັນຫຼືການຈັດຕຽມອາຫານໃຫ້ຫຼາຍ ບາງຄົນຈໍາກັດປະລິມານ ຈົນໜ້ອຍເກີນໄປໂດຍບໍ່ມີອາຫານທີ່ຫຼາກຫຼາຍພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ຜົນທີ່ຕາມມາກໍຄື ພວກເຂົາຈຶ່ງເຈັບປ່ວຍຈາກຜົນຂອງການກະທໍາດັ່ງກ່າວ {HM 318.3}ມແ 322.1

    ຫຼາຍຄົນມີຄວາມເຂົ້າໃຈພຽງບາງສ່ວນກ່ຽວກັບຫຼັກການຂອງການປະຕິຮູບ ຈຶ່ງ ມັກຈະເປັນຄົນທີ່ເຄັ່ງຄັດບໍ່ຍ່ອມຍືດຢຸ່ນ ບໍ່ພຽງແຕ່ເຮັດຕາມຄວາມຄິດເຫັນຂອງຕົນເທົ່າ ນັ້ນ ແຕ່ຍັງບັງຄັບສະມາຊິກໃນຄອບຄົວແລະເພື່ອນບ້ານຂອງພວກເຂົາໃຫ້ເຮັດຕາມນໍາ ອີກດ້ວຍ ຜົນຂອງການປະຕິຮູບທີ່ເກີດຈາກການເຂົ້າໃຈຜິດ ຊຶ່ງເຫັນໄດ້ຈາກສຸຂະພາບທີ່ ອ່ອນແອຂອງພວກເຂົາ ແລະຄວາມພະຍາຍາມທີ່ຈະຍັດຢຽດຄວາມຄິດເຫັນທີ່ບໍ່ຖືກ ຕ້ອງຂອງການປະຕິຮູບການບໍລິໂພກແກ່ຜູ້ອື່ນ ຈຶ່ງເຮັດໃຫ້ຄົນເຫຼົ່ານັ້ນປະຕິເສດຫຼັກການ ຂອງການປະຕິຮູບໄປໂດຍສິ້ນເຊີງ {MH 318.4}ມແ 322.2

    ຜູ້ທີ່ມີຄວາມເຂົ້າໃຈເຖິງກົດເກນໃນດ້ານສຸຂະພາບແລະໄດ້ດໍາເນີນຕາມຫຼັກ ການນັ້ນ ຍ່ອມຮູ້ຈັກຫຼີກລ້ຽງການກະທໍາທີ່ຕ່າງກັນເກີນໄປ ທັງການຕາມໃຈແລະການຈໍາ ກັດຕົນເອງ ພວກເຂົາບໍ່ໄດ້ເລືອກອາຫານະພຽງເພື່ອໃຫ້ຖືກປາກຕົວເອງເທົ່ານັ້ນ ແຕ່ເພື່ອ ເສີມສ້າງຮ່າງກາຍໃຫ້ມີຄວາມແຂງແຮງ ພວກເຂົາພະຍາຍາມຮັກສາກໍາລັງທຸກສ່ວນໃຫ້ ຢູ່ໃນສະພາບທີ່ດີທີ່ສຸດ ເພື່ອການປະຕິບັດຮັບໃຊ້ພຣະເຈົ້າແລະເພື່ອນມະນຸດຢ່າງເຕັມທີ່ ຄວາມຕ້ອງການໃນການບໍລິໂພກນັ້ນຢູ່ພາຍໃຕ້ການຄວບຄຸມຂອງເຫດຜົນແລະຈິດສໍານຶກ ຮ່າງກາຍແລະສະໝອງຂອງເຂົາຈຶ່ງຢູ່ໃນສະພາບທີ່ດີ ໃນຂະນະທີ່ພວກເຂົາບໍ່ເລັ່ງ ຍັດຢຽດຄວາມເຫັນແກ່ຜູ້ອື່ນ ແບບຢ່າງຂອງຄົນເຫຼົ່ານັ້ນ ຄືພະຍາຍາມສະໜັບສະໜູນ ຫຼັກການທີ່ຖືກຕ້ອງໄດ້ເປັນຢ່າງດີ ຄົນເຫຼົ່ານີ້ຈຶ່ງເປັນຜູ້ທີ່ມີອິດທິພົນໃນທາງທີ່ດີງາມ {MH 319.1}ມແ 322.3

    ການປະຕິຮູບການບໍລິໂພກນັ້ນເປັນເລື່ອງຂອງສາມັກສໍານຶກຢ່າງແທ້ຈິງ ຫົວຂໍ້ນີ້ ຄວນຮັກສາຢ່າງກວ້າງຂວາງແລະເລິກເຊິ່ງ ບໍ່ສົມຄວນທີ່ຜູ້ໃດຈະຕໍາໜິຕິຕຽນຜູ້ອື່ນເພາະ ສິ່ງທີ່ພວກເຂົາປະຕິບັດທັງໝົດນັ້ນບໍ່ໄດ້ສອດຄ່ອງກັບຂອງຕົນເອງ ມັນເປັນໄປບໍ່ໄດ້ທີ່ ຈະຕັ້ງກົດເກນຕາຍຕົວໄວ້ເພື່ອຄວມຄຸມນິດໄສຂອງທຸກຄົນ ແລະບໍ່ຄວນມີຜູ້ໃດຄິດວ່າ ຕົນເອງນັ້ນເປັນບັນທັດຖານສໍາລັບທຸກຄົນເພາະບໍ່ແມ່ນວ່າທຸກຄົນຈະສາມາດກິນອາ ຫານຊະນິດດຽວກັນໝົດ ອາຫານທີ່ຖືກປາກແລະມີປະໂຫຍດສໍາລັບບຸກຄົນໜຶ່ງ ອາດ ເປັນອາຫານທີ່ບໍ່ຖືກລົດສະນິຍົມສໍາລັບອີກຄົນໜຶ່ງ ແລະແມ່ນກະທັງເປັນອັນຕະລາຍໄດ້ ບາງຄົນບໍ່ສາມາດດື່ມນົມງົວ ໃນຂະນະທີ່ອີກຫຼາຍຄົນຈະເລີນເຕີບໂຕເພາະນົມງົວ ກະ ເພາະອາຫານຂອງບາງຄົນບໍ່ສາມາດຍ່ອຍອາຫານຈໍາພວກຖົ່ວບາງຊະນິດໄດ້ ແຕ່ສໍາລັບ ບາງຄົນນັ້ນກັບເປັນອາຫານທີ່ມີປະໂຫຍດ ສໍາລັບບາງຄົນຜະລິດຕະພັນທີ່ເຮັດຈາກທັນ ຍາພືດທີ່ບໍ່ໄດ້ຜ່ານການຂັດສີເປັນອາຫານທີ່ໃຫ້ປະໂຫຍດ ໃນຂະນະທີ່ອີກຫຼາຍຄົນກິນ ບໍ່ໄດ້ {HM 319.2}ມແ 322.4

    ຜູ້ທີ່ຍ້າຍໄປອາໄສຢູ່ປະເທດອື່ນຫຼືໃນທ້ອງຖິ່ນທີ່ມີຄວາມຂາດແຄນແລະຂັດສົນ ທີ່ຊຶ່ງອາຫານຈໍາພວກຖົ່ວແລະໝາກໄມ້ເປັນສິ່ງທີ່ຫາຍາກ ກໍບໍ່ຄວນໃຫ້ເລັ່ງຕັດອອກ ຈາກລາຍການອາຫານຂອງພວກເຂົາ ເປັນຄວາມຈິງທີ່ວ່າ ຜູ້ທີ່ຢູ່ໃນໄວເຕີບໃຫຍ່ເຕັມທີ່ ແລະມີອາລົມທີ່ຮຸນແຮງໃນລັກສະນະຢ່າງດຽວກັບສັດ ຈໍາເປັນຕ້ອງຫຼີກລ້ຽງການກິນ ອາຫານທີ່ມີລິດກະຕຸ້ນໂດຍສະເພາະໃນຄອບຄົວທີ່ມີເດັກນ້ອຍ ໃນໄວທີ່ກໍາລັງມີຄວາມ ສົນໃຈໃນເລື່ອງແພດແລະກາມະລົມກໍບໍ່ຄວນໃຊ້ໄຂ່ເປັນອາຫານ ແຕ່ໃນກໍລະນີທີ່ອະ ໄວຍະວະໃນການສ້າງເລືອດມີຄວາມອ່ອນແອໂດຍສະເພາະຢ່າງຍິ່ງບໍ່ສາມາດຈະຈັດຫາ ອາຫານຢ່າງອື່ນທີ່ມີສານອາຫານທີ່ຈໍາເປັນໄດ້ ເຮົາກໍບໍ່ຄວນທີ່ຈະງົດການໃຊ້ນົມແລະໄຂ່ ໄປເລີຍບາດດຽວຢ່າງໃດກໍຕາມ ເຮົາຄວນລະມັດລະວັງເປັນພິເສດ ໂດຍໄດ້ນົມຈາກແມ່ ງົວທີ່ສຸຂະພາບແຂງແຮງແລະໄຂ່ຈາກແມ່ໄກ່ທີ່ສຸຂະພາບແຂງແຮງທີ່ໄດ້ກິນອາຫານແລະ ໄດ້ຮັບການລ້ຽງດູເປັນຢ່າງດີ ສ່ວນໄຂ່ກໍຕ້ອງນໍາໄປປຸງແບບທີ່ຍ່ອຍງ່າຍ {HM 320.1}ມແ 323.1

    ການປະຕິຮູບການບໍລິໂພກຄວນຈະດໍາເນີນການໄປທີ່ລະຂັ້ນຕອນ ໃນຂະນະທີ່ ໂລກໃນສັດເພີ່ມທະວີຫຼາຍຂຶ້ນ ການໃຊ້ນົມແລະໄຂ່ກໍບໍ່ມີຄວາມປອດໄພຫຼາຍຍິ່ງຂຶ້ນ ເຮົາຈຶ່ງຄວນພະຍາຍາມຈັດຫາອາຫານຊະນິດອື່ນທີ່ມີລາຄາບໍ່ແພງແລະມີປະໂຫຍດຕໍ່ ຮ່າງກາຍມາໃຊ້ທົດແທນ ປະຊາຊົນທົ່ວທຸກຫົນແຫ່ງຄວນໄດ້ຮັບການອົບຮົມໃຫ້ຮູ້ເຖິງ ວິທີການປຸງແຕ່ງອາຫານໂດຍທີ່ບໍ່ຈໍາເປັນຕ້ອງໃຊ້ນົມແລະໄຂ່ເທົ່າທີ່ຈະເຮັດໄດ້ ແຕ່ທັງນີ້ ກໍຍັງຄົງຄຸນຄ່າແລະຄວາມໜ້າກິນຂອງອາຫານ {HM 320.2}ມແ 323.2

    ໂດຍທົ່ວໄປແລ້ວ ການກິນອາຫານແຕ່ພຽງມື້ລະສອງຄາບ ນັບວ່າເປັນປະໂຫຍດ ຕໍ່ສຸຂະພາບ ແຕ່ເຖິງຢ່າງນັ້ນ ໃນບາງກໍລະນີ ບາງຄົນອາດຈໍາເປັນຕ້ອງການອາຫານຄາບ ທີ່ສາມ ຢ່າງໃດກໍຕາມ ຫາກຈໍາເປັນຕ້ອງກິນອາຫານແທ້ໆ ຄາບນີ້ຄວນເປັນອາຫານທີ່ ເບົາແລະຍ່ອຍງ່າຍ ເຂົ້າໜົມປັງກອບ ແລະໝາກໄມ້ຫຼືເຄື່ອງດື່ມຜະສົມທັນຍາພືດເປັນ ອາຫານທີ່ເໝາະສົມທີ່ສຸດທີ່ຈະກິນໃນຄາບແລງ {HM 321.1}ມແ 324.1

    ບາງຄົນເກີດຄວາມວິຕົກກັງວົນຢູ່ຕະຫຼອດເວລາ ໂດຍຢ້ານວ່າອາຫານທໍາມະດາ ແລະລຽບງ່າຍທີ່ວ່າມີປະໂຫຍດກໍອາດມີຜົນເສຍໄດ້ເຊັ່ນກັນ ສໍາລັບເລື່ອງນີ້ຢາກໃຫ້ຂ້າ ພະເຈົ້າບອກກັບຄົນເຫຼົ່ານີ້ວ່າ ຢ່າຄິດວ່າອາຫານຂອງທ່ານຈະເຮັດອັນຕະລາຍຕໍ່ຕົວທ່ານ ຢ່າຄິດເຖິງເລື່ອງນີ້ເລີຍ ຈົ່ງກິນອາຫານຕາມທີ່ທ່ານເຫັນວ່າດີທີ່ສຸດ ແລະເມື່ອທ່ານທູນ ອະທິຖານຂໍໃຫ້ອົງພຣະຜູ້ເປັນເຈົ້າຊົງອວຍພຣະພອນອາຫານເພື່ອບໍາລຸງຮ່າງກາຍຂອງ ທ່ານແລ້ວ ໃຫ້ທ່ານເຊື່ອວ່າພຣະເຈົ້າຈະສະດັບຟັງຄໍາອະທິຖານຂອງທ່ານ ແລະຂໍໃຫ້ ທ່ານໄດ້ໄວ້ວາງໃຈໃນພຣະອົງ {HM 321.2}ມແ 324.2

    ເພາະວ່າຫຼັກການຮຽກຮ້ອງເຮົາໃຫ້ລະເວັ້ນອາຫານທີ່ລະຄາຍເຄືອງກະເພາະແລະ ບັ່ນທອນສຸຂະພາບ ເຮົາຈຶ່ງຄວນຈື່ໄວ້ວ່າ ອາຫານທີ່ຂາດຄຸນຄ່າຍ່ອມສ້າງເລືອດໄດ້ບໍ່ສົມ ບູນ ສາເຫດຂອງໂລກໄພໄຂ້ເຈັບຫຼາຍໂລກທີ່ຍາກຈະຮັກສາໃຫ້ຫາຍໄດ້ ເປັນຜົນຈາກ ສາເຫດນີ້ ເມື່ອຮ່າງກາຍຂາດສານອາຫານ ອາການອາຫານບໍ່ຍ່ອຍ ແລະຮ່າງກາຍອ່ອນ ເພຍບໍ່ມີແຮງກໍຈະຕາມມາ ຄົນທັງຫຼາຍທີ່ກິນອາຫານຂາດຄຸນຄ່າບໍ່ແມ່ນມີສາເຫດມາ ຈາກຄວາມຍາກຈົນບີບບັງຄັບສະເໝີໄປ ແຕ່ພວກເຂົາເລືອກມັນເອງ ຊຶ່ງອາດເປັນ ເພາະຂາດຄວາມຮູ້ຫຼືບໍ່ກໍເພາະຄວາມບໍ່ເອົາໃຈໃສ່ຫຼືເຮັດໄປຕາມຄວາມຄິດເຫັນທີ່ຜິດໆ ໃນການປະຕິຮູບການບໍລິໂພກ {HM 321.3}ມແ 324.3

    ເຮົາບໍ່ໄດ້ຖະຫວາຍກຽດແດ່ພຣະເຈົ້າເມື່ອເຮົາລະເລີຍບໍ່ເອົາໃຈໃສ່ດູແລຮ່າງກາຍ ແລະໃຊ້ຮ່າງກາຍຢ່າງຫັກໂຫມຈົນບໍ່ເໝາະສົມທີ່ຈະປະຕິບັດຮັບໃຊ້ໃນກິດຈະການຂອງ ພຣະອົງ ໜ້າທີ່ສໍາຄັນອັນດັບທໍາອິດຂອງແມ່ບ້ານຜູ້ດູແລຄອບຄົວກໍຄືການຈັດຫາອາ ຫານທີ່ໜ້າກິນແລະຊ່ວຍບໍາລຸງຮ່າງກາຍແກ່ສະມາຊິກໃນຄອບຄົວ ການໃຊ້ເສື້ອຜ້າແລະ ເຄື່ອງປະດັບບ້ານເຮືອນທີ່ລາຄາບໍ່ແພງຍັງດີກວ່າການຈໍາກັດການໃຊ້ຈ່າຍໃນເລື່ອງຂອງ ອາການ {HM 322.1}ມແ 324.4

    ແມ່ບ້ານບາງຄົນຍອມຜ່ອນຄ່າໃຊ້ຈ່າຍໃນສ່ວນຂອງອາຫານການກິນລົງ ເພື່ອມີ ເງິນພໍຈັດງານລ້ຽງລາຄາແພງໄວ້ຄອຍຕ້ອນຮັບແຂກທີ່ມາຢ້ຽມຢາມ ການເຮັດເຊັ່ນນີ້ເປັນ ສິ່ງທີ່ໂງ່ ຄວາມບັນເທີງສໍາລັບແຂກນັ້ນຄວນຈັດຢ່າງລຽບງ່າຍທີ່ສຸດ ແມ່ບ້ານຄວນເອົາ ໃຈໃສ່ຕໍ່ຄວາມຈໍາເປັນຂອງຄອບຄົວເປັນອັນດັບທໍາອິດ {HM 322.2}ມແ 325.1

    ການກະເໝດກະເໝ່ຢ່າງບໍ່ສົມເຫດສົມຜົນ ແລະທໍານຽມປະຕິບັດຈອມປອມ ເປັນເຄື່ອງກີດຂວາງການຕ້ອນຮັບຂັບສູ່ທີ່ສະແດງອອກເຖິງນໍ້າໃສໃຈຈິງຕໍ່ກັນແລະຍັງ ເປັນພຣະພອນອີກດ້ວຍ ອາຫານທີ່ລຽບງ່າຍຕາມປົກກະຕິຈະຕ້ອງມີພຽງພໍໃນການ ຕ້ອນຮັບແຂກທີ່ບໍ່ໄດ້ນັດ ໂດຍບໍ່ຈໍາເປັນຕ້ອງໂຍນພາລະໃຫ້ແກ່ແມ່ບ້ານໃນການກະ ກຽມອາຫານຢ່າງພິເສດ {HM 322.3}ມແ 325.2

    ທຸກຄົນຄວນຮຽນຮູ້ວ່າຈະກິນອັນໃດແລະວິທີປະກອບອາຫານນັ້ນໆນໍາ ຜູ້ຊາຍກໍ ຈໍາເປັນຕ້ອງຮູ້ຈັກວິທີການປຸງອາຫານທີ່ມີຄຸນຄ່າຕໍ່ສຸຂະພາບຢ່າງງ່າຍໆ ເຊັ່ນດຽວກັບຜູ້ຍິງ ຫຼາຍຄັ້ງພວກເຂົາຕ້ອງມີກິດທຸລະໄປໃນທີ່ບໍ່ອາດຫາອາຫານທີ່ມີປະໂຫຍດຕໍ່ຮ່າງກາຍໄດ້ ຖ້າເຂົາບໍ່ມີຄວາມຮູ້ໃນການປະກອບອາຫານ ກໍສາມາດຈະນໍາຄວາມຮູ້ນັ້ນມາ ໃຊ້ໃຫ້ເປັນປະໂຫຍດໄດ້ {HM 323.1}ມແ 325.3

    ຈົ່ງພິຈາລະນາຢ່າງລະມັດລະວັງໃນເລື່ອງອາຫານຂອງທ່ານ ສຶກສາເຖິງເຫດແລະ ຜົນ ປູກຝັງການບັງຄັບໃຈຕົນເອວ ຄວບຄຸມຄວາມຕ້ອງການອາຫານຂອງທ່ານໃຫ້ຢູ່ ພາຍໃຕ້ເຫດຜົນ ຢ່າເຮັດໃຫ້ກະເພາະອາຫານຕ້ອງເຮັດວຽກຢ່າງຫັກໂຫມດ້ວຍການກິນ ເກີນພໍດີ ແຕ່ຢ່າເຮັດໃຫ້ຕົວທ່ານເອງຕ້ອງຂາດອາຫານທີ່ບໍາລຸງຮ່າງກາຍ ທີ່ໜ້າກິນແລະ ທີ່ສຸຂະພາບຕ້ອງການ {HM 323.2}ມແ 325.4

    ຄວາມຄິດຄັບແຄບຂອງຜູ້ທີ່ຕ້ອງການເປັນຜູ້ທີ່ປະຕິຮູບສຸຂະພາບ ສ້າງຄວາມເສຍ ຫາຍຢ່າງໃຫຍ່ຫຼວງຕໍ່ແນວທາງຂອງສຸຂະອານາໄມ ນັກສຸຂະອານາໄມຄວນຈື່ໄວ້ວ່າ ການ ປະຕິຮູບການບໍລິໂພກຈະຖືກຕັດສິນໂດຍສ່ວນໃຫຍ່ຈາກອາຫານທີ່ຈັດວາງຢູ່ເທິງໂຕະ ອາຫານຂອງພວກເຂົາ ແລະແທນທີ່ພວກເຂົາຈະໃຊ້ແນວທາງໃນການລົດຄວາມໜ້າເຊື່ອ ຖືຂອງການປະຕິຮູບການບໍລິໂພກ ພວກເຂົາຄວນຍົກຕົວຢ່າງຫຼັກການຂອງພວກເຂົາ ແລະແນະນໍາຫຼັກການເຫຼົ່ານັ້ນຢ່າງບໍ່ລໍາອຽງ ມີຄົນຄ່ອນຂ້າງຫຼາຍຢູ່ຈໍາພວກໜຶ່ງທີ່ຄອຍຕໍ່ ຕ້ານຂະບວນການປະຕິຮູບທຸກຊະນິດ ບໍ່ວ່າຈະມີເຫດຜົນພຽງໃດກໍຕາມ ຖ້າເປັນເລື່ອງ ທີ່ກ່ຽວກັບການຈໍາກັດຄວາມຢາກອາຫານ ພວກເຂົາຕ້ອງການສະມາຊິກຫຼາຍກວ່າເຫດ ຜົນຫຼືຫຼັກສຸຂະພາບ ໂດຍການເຮັດຂອງຄົນກຸ່ມນີ້ ພວກເຂົາຈະຖືວ່າຄົນທັງຫຼາຍທີ່ໄດ້ ກ້າວເດີນອອກໄປຈາກວິຖີທາງຂອງຂະນົບທໍານຽມທີ່ຄຸ້ນເຄີຍແລະໃຫ້ການສະໜັບສະ ໜູນຕໍ່ການປະຕິຮູບເປັນພວກຫົວຮຸນແຮງໂດຍບໍ່ຄໍານຶງວ່າພວກເຂົາປະຕິບັດຕົນຢ່າງສະ ເໝີຕົ້ນສະເໝີປາຍຫຼາຍພຽງໃດ ເພື່ອບໍ່ໃຫ້ມີເຫດໃຫ້ກຸ່ມບຸກຄົນເຫຼົ່ານີ້ຕໍານິຕິຕຽນ ນັກ ສຸຂະອານາໄມຈຶ່ງບໍ່ຄວນພະຍາຍາມເຮັດຕົວໃຫ້ແຕກຕ່າງຈາກຄົນອື່ນ ແຕ່ຄວນປະພຶດ ຕົນໃຫ້ໃຫ້ຄຽງກັບພວກເຂົາໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ໂດຍບໍ່ປະຖິ້ມຫຼັກການໄປ {HM 323.3}ມແ 325.5

    ເມື່ອຜູ້ທີ່ເຫັນນໍາກັບການປະຕິຮູບດ້ານສຸຂະອານາໄມແລະໃຫ້ການສະໜັບສະໜູນ ຈົນເຖິງທີ່ສຸດ ຈຶ່ງບໍ່ແມ່ນເລື່ອງໜ້າແປກໃຈທີ່ມີຄົນຫຼວງຫຼາຍທີ່ຊື່ນຊົມຄົນເຫຼົ່ານັ້ນວ່າ ເປັນຕົວແທນຂອງຫຼັກການແຫ່ງສຸຂະພາບ ບໍ່ຍອມຮັບໃນເລື່ອງຂອງການປະຕິຮູບໄປ ຢ່າງສິ້ນເຊີງ ຫຼາຍຄັ້ງຜູ້ສະໜັບສະໜູນທີ່ສຸດຂີດເຫຼົ່ານີ້ທໍາລາຍການປະຕິຮູບໃນເວລາພຽງ ແຕ່ສັ້ນໆ ໄດ້ຫຼາຍກວ່າການຕາມແກ້ທີ່ຕ້ອງການໃຊ້ເວລາຕະຫຼອດຊີວິດໃນການປະພຶດ ຕົວຢ່າງຄົງເສັ້ນຄົງວາ (ໝັ້ນຄົງ) {HM 324.1}ມແ 326.1

    ການປະຕິຮູບສຸຂະອານາໄມນັ້ນ ມີຮາກຖານຕັ້ງຢູ່ເທິງຫຼັກການທີ່ຄວບຄຸມແລະ ກວ້າງໄກ ແລະເຮົາບໍ່ຄວນໄປລົດຜ່ອນຄວາມສໍາຄັນໃນເລື່ອງນີ້ດ້ວຍຄວາມຄິດເຫັນແລະ ການເຮັດທີ່ຄັບແຄບ ຈະຕ້ອງບໍ່ມີຜູ້ໃດທີ່ຍອມໃຫ້ຄວາມຂັດແຍ່ງຫຼືການດູຖູກຢຽດຢາມ ຫຼືຄວາມປາຖະໜາທີ່ຈະເອົາໃຈຫຼືໃຊ້ອິດທິພົນຫຼືຜູ້ອື່ນມາເຮັດໃຫ້ຕົວເຂົາຕ້ອງຫັນເຫ ໄປຈາກຫຼັກການທີ່ຖືກຕ້ອງ ຫຼືເຮັດໃຫ້ເຂົາລົດຄວາມສໍາຄັນຂອງຫຼັກການ ຄົນທັງຫຼາຍທີ່ ດໍາເນີນຕາມຫຼັກການຈະມີຄວາມໝັ້ນຄົງແລະຄວາມແນ່ນອນທີ່ຈະຢືນຢັດໃນສິ່ງທີ່ຖືກ ຕ້ອງ ແຕ່ເຖິງຢ່າງນັ້ນກໍຕາມ ເຂົາກໍຍັງສະແດງອອກໃຫ້ເຫັນເຖິງຈິດວິນຍານທີ່ມີຄວາມ ເມດຕາກະລຸນາຢ່າງດຽວກັບພຣະຄຣິດແລະມີຄວາມປາຖະໜາຕົນຢ່າງແທ້ຈິງກັບບຸກ ຄົນທີ່ເຂົາໄດ້ຄົບຫາສະມາຄົມນໍາ {HM 324.2}ມແ 326.2

    *****