Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 31 ມານດາ

    ບິດາມານດາມີລັກສະນະເຊັ່ນໃດ ສ່ວນໃຫຍ່ແລ້ວບຸດທິດາກໍມັກຈະມີລັກສະນະ ເຊັ່ນນັ້ນ ສຸຂະພາບຂອງບິດາມານດາ ນິໃສໃຈຄໍແລະຄວາມຕ້ອງການຂອງຮ່າງກາຍ ສະ ພາບຂອງຈິດໃຈແລະຄວາມຝັກໄຝ່ໃນດ້ານສິລະທໍາຖືກຖ່າຍທອດໄປສູ່ບຸດທິດາໄດ້ບໍ່ ຫຼາຍກໍໜ້ອຍ {MH 371.1}ມແ 375.1

    ບິດາມານດາມີຈຸດມຸ້ງໝາຍໃນຊີວິດທີ່ງົດງາມເທົ່າໃດ ມີສະຕິປັນຍາແລະມີຄວາມ ນຶກຄິດໃນຝ່າຍຈິດວິນຍານທີ່ສູງສົ່ງເທົ່າໃດ ອີກທັງຍັງໄດ້ດູແລສຸຂະພາບກໍາລັງກາຍຂອງ ຕົນໃຫ້ມີຄວາມສົມບູນແຂງແຮງຫຼາຍເທົ່າໃດເຂົາກໍຈະສາມາດມອບສິ່ງຕ່າງໆໃນຊີວິດ ໃຫ້ແກ່ບຸດທິດາຂອງເຂົາໄດ້ຢ່າງພຽບພ້ອມຫຼາຍເທົ່ານັ້ນເມື່ອບິດາມານດາພະຍາຍາມຝຶກ ຝົນຕົນເອງໃຫ້ເປັນຜູ້ທີ່ມີຄຸນສົມບັດຕ່າງໆທີ່ດີທີ່ສຸດທີ່ເພິ່ງຈະມີ ກໍເທົ່າກັບວ່າອິດທິພົນ ຂອງເຂົາມີສ່ວນໃນການພັກດັນຫຼໍ່ຫຼອມສັງຄົມແລະຍົກຊູອໍານາດຂອງບຸດຫຼານໃນຮຸ່ນຕໍ່ ໄປໃນທາງທີ່ສູງສົ່ງຍິ່ງຂຶ້ນ {MH 371.2}ມແ 375.2

    ບິດາມານດາຈໍາເປັນຕ້ອງເຂົ້າເຖິງໜ້າທີ່ຮັບຜິດຊອບຂອງຕົນໂລກນີ້ເຕັມໄປ ດ້ວຍບ່ວງແຮ້ວທີ່ຄອຍລໍ້ລວງຄົນໜຸ່ມສາວໃຫ້ຫຼົງຜິດ ຜູ້ຄົນຫຼວງຫຼາຍຕ່າງຫຼົງໄຫຼແລະ ຖືກຊັກຈູງໃຫ້ດໍາເນີນຊີວິດໄປໃນທາງທີ່ເຫັນແກ່ຕົວແລະສະແຫວງຫາຄວາມສໍາລານ ທາງເພດ ພວກເຂົາເບິ່ງບໍ່ເຫັນໄພອັນຕະລາຍທີ່ແອບແຝງຢູ່ ຫຼືຈຸດຈົບອັນໜ້າຢ້ານກົວ ຂອງເສັ້ນທາງທີ່ເບິ່ງວ່າຈະເປັນຫົນທາງທີ່ນໍາໄປສູ່ຄວາມສຸກໂດຍການຫຼົງມົວເມົາໃນ ຄວາມຢາກແລະກິເຫຼດຕັນຫາກໍາລັງຂອງຄົນເຫຼົ່ານັ້ນຖືກໃຊ້ໄປຢ່າງບໍ່ມີປະໂຫຍດແລະ ຫຼາຍລ້ານຄົນພົບກັບຄວາມພິນາດໃນຊີວິດນີ້ແລະຊີວິດໜ້າ ບິດາມານດາຄວນຈື່ໄວ້ວ່າ ບຸດທິດາຂອງຕົນຈະຕ້ອງປະເຊີນກັບການທົດລອງຕ່າງໆເຫຼົ່ານີ້ແມ່ນວ່າເມື່ອກ່ອນທີ່ເດັກ ຈະເກີດບິດາມານດາກໍຄວນກະກຽມຕົວໃຫ້ພ້ອມເພື່ອເອົາຊະນະການຕໍ່ສູ້ກັບຄວາມຊົ່ວ ຮ້າຍ {MH 371.3}ມແ 375.3

    ໜ້າທີ່ຮັບຜິດຊອບຕົກຢູ່ກັບຜູ້ເປັນມານດາ ໂດຍສະເພາະການບໍາລຸງລ້ຽງ ຊີວິດໃນຄັນ (ທ້ອງ) ດ້ວຍເລືອດຈາກກາຍຂອງຕົນເອງ ຈົນໂຄງຮ່າງຂອງເດັກເກີດໃໝ່ ຄ່ອຍໆຖືກສ້າງຂຶ້ນ ພ້ອມກັບຖ່າຍທອດອິດທິພົນຄວາມຄິດແລະຈິດວິນຍານອັນມີສ່ວນ ໃນການກໍານົດອຸປະນິດໄສແລະຈິດໃຈຂອງບຸດຕົນ ດັ່ງເຊັ່ນນາງໂຢເຄເບດ ມານດາຜູ້ໃຫ້ ກໍາເນີດໂມເສດຜູ້ປົດປ່ອຍຊົນຊາດອິສະລະເອນມີຄວາມເຊື່ອອັນເຂັ້ມແຂງ ແລະ “ບໍ່ໄດ້ ກົວຢ້ານຄໍາສັ່ງຂອງກະສັດ” ຮິບຮູ 11:23 ດັ່ງເຊັ່ນນາງຮັນນາ ຍິງຜູ້ໝັ່ນອະທິຖານຢູ່ສະ ເໝີ ຜູ້ທີ່ເສຍສະຫຼະຕົນເພື່ອຜູ້ອື່ນແລະໄດ້ຮັບການດົນໃຈຈາກສະຫວັນ ຜູ້ໃຫ້ກໍາເນີດບຸດ ນ້ອຍຊາມູເອນ ຜູ້ໄດ້ຮັບການອົບຮົມຈາກສະຫວັນ ຜູ້ວິນິດໃສທີ່ຊື່ສັດແລະຜູ້ກໍ່ຕັ້ງໂຮງ ຮຽນອັນສັກສິດຂອງຊົນຊາດອິສະລະເອນ ດັ່ງເຊັ່ນນາງເອລີຊາເບດຜູ້ເປັນຍາດກັບນາງ ມາເລຍແຫ່ງເມືອງນາຊາເລັດ ຜູ້ເປັນມານດາຂອງໂຢຮັນ ຜູ້ໃຫ້ຮັບບັບຕິດສະມາ ຜູ້ມາ ກ່ອນອົງພຣະຜູ້ຊ່ວຍໃຫ້ລອດເພື່ອຈັດຕຽມມານດາຂອງພຣະອົງ {MH 372.1}ມແ 376.1