Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ກິດຈະການຂອງຜູ້ທີ່ຈໍາໜ່າຍສຸລາ

    ພຣະຄໍາພີໄດ້ບັນລະຍາຍພາບກິດຈະກໍາຂອງຜູ້ຜະລິດແລະຈໍາໜ່າຍເຄື່ອງດື່ມ ມືນເມົາການຄ້າຂອງຄົນເຫຼົ່ານີ້ໝາຍເຖິງການປົ້ນສະດົມເງິນທອງທີ່ຄົນເຫຼົ່ານີ້ຮັບມາບໍ່ໄດ້ ຈ່າຍຄ່າຕອບແທນທີ່ສົມນໍ້າສົມເນື້ອກັບຄືນສູ່ຜູ້ຊື້ເລີຍ ເງິນທຸກກີບທຸກສະຕາງທີ່ໄດ້ມາ ລ້ວນແຕ່ນໍາຄວາມຫາຍະນະໄປສູ່ຜູ້ທີ່ຈ່າຍເງິນຊື້ທັງສິ້ນ {HM 337.2}ມແ 339.2

    ໂດຍພຣະຫັດຂອງພຣະເຈົ້າ ພຣະອົງປະທານພຣະພອນມາກມາຍແກ່ມະນຸດທັງ ຫຼາຍຢ່າງ ເຫຼືອລົ້ນ ຖ້າມະນຸດຮູ້ຈັກໃຊ້ຂອງປະທານຂອງພຣະເຈົ້າດ້ວຍສະຕິປັນຍາ ຊາວ ໂລກກໍຄົງຮູ້ຈັກຄວາມຍາກຈົນຫຼືຄວາມທຸກຍາກນ້ອຍລົງ ແຕ່ເພາະຄວາມຊົ່ວຮ້າຍຂອງ ມະນຸດນັ້ນເອງທີ່ປ່ຽນພຣະພອນຂອງພຣະອົງໃຫ້ກາຍເປັນຄໍາສາບແຊ່ງ ຄວາມໂລບໃນ ການສະປແຫວງຫາຊັບສິນເງິນທອງແລະຄວາມໂລບໃນການກິນການດື່ມ ເຮັດໃຫ້ທັນຍາ ຫານແລະໝາກໄມ້ທີ່ພຣະເຈົ້າປະທານເພື່ອການບໍາລຸງລ້ຽງຊີວິດຂອງມະນຸດກາຍເປັນ ຢາພິດທີ່ສ້າງຄວາມທຸກຍາກແລະຄວາມພິນາດຈິບຫາຍ {HM 337.3}ມແ 340.1

    ໃນແຕ່ລະປີມີການບໍລິໂພກສຸລາໃນປະລິມານນັບລ້ານໆແກນລອນ ເງິນຈໍານວນ ລ້ານໆໂດລາຖືກໃຊ້ໄປຊື້ຄວາມເສົ້າໝອງ ຄວາມຍາກຈົນ ໂລກໄພໄຂ້ເຈັບ ຄວາມເສື່ອມ ຊາມ ກິເຫຼດຕັນຫາ ອາຊະຍາກໍາແລະຄວາມຕາຍ ເພື່ອເຫັນແກ່ຜົນກໍາໄລຂອງຕົນເອງ ຜູ້ ຈໍາໜ່າຍຍັດຢ້ຽດຄວາມຫາຍະນະມາສູ່ຮ່າງກາຍແລະຈິດໃຈຂອງເຫຍື່ອ ເຂົາທັງຫຼາຍ ນໍາຄວາມຍາກຈົນແລະຄວາມເສົ້າໝອງມາສູ່ຄອບຄົວຂອງຜູ້ຕິດເຫຼົ້າຕິດສຸລາ {HM 338.1}ມແ 340.2

    ເມື່ອເຫຍື່ອຕາຍຈາກໄປ ຜູ້ຈໍາໜ່າຍກໍບໍ່ໄດ້ຢຸດການຮີດໄຖ ເຂົາຍັງຕາມໄປຂູ່ເຂັນ ຍິງໝ້າຍແລະບີບຄັ້ນລູກໆຕ້ອງຕົກຢູ່ໃນສະພາບຂອງເດັກຂໍທານ ເຂົາບໍ່ລໍຖ້າທີ່ຈະຫຍິບ ເອົາປັດໃຈຈໍາເປັນໃນການດໍາລົງຊີວິດຂອງຄອບຄົວສິ້ນຫວັງນີ້ເພື່ອໄປຊໍາລະໜີ້ຄ່າເຫຼົ້າ ຂອງຜູ້ເປັນຜົວແລະຜູ້ເປັນບິດາ ສຽງຮ້ອງຂອງເດັກນ້ອຍທີ່ທົນທຸກທໍລະມານ ນໍ້າຕາ ຂອງມານດາທີ່ເຈັບປວດຫົວໃຈ ມີແຕ່ຈະເຮັດໃຫ້ເຂົາເກີດໃຈຮ້າຍຂຶ້ນ ເຂົາຈະຮູ້ສຶກຢ່າງ ໃດຖ້າຄົນທຸກຮ້ອນເຫຼົ່ານີ້ຕ້ອງອົດຕາຍ ເຂົາຈະຮູ້ສຶກຢ່າງໃດຖ້າຄົນເຫຼົ່ານີ້ຕ້ອງຖືກໄລ່ໄປ ສູ່ຄວາມເສື່ອມຊາມແລະຫາຍະນະ ເຂົາລໍ້າລວຍຂຶ້ນຈາກເສດເງິນຂອງຄົນເຫຼົ່ານີ້ແລະ ເຂົາເອງເປັນຜູ້ທີ່ເຮັດໃຫ້ຄົນເຫຼົ່ານີ້ຕ້ອງພິນາດ {HM 338.2}ມແ 340.3

    ໂຮງໂສເພນີ ຊ່ອງໂຈນ ກູ່ມອາດຊະຍາກໍາ ຄຸກຄຸມຂັງ ສະຖານທີ່ສົງເຄາະ ໂຮງ ໝໍໂລກຈິດແລະໂຮງໝໍອື່ນໆ ຕ່າງກໍເກີດຂຶ້ນຢ່າງຫຼວງຫຼາຍຍ້ອນກິດຈະການຂອງຜູ້ຜະ ຫຼິດແລະຈໍາໜ່າຍເຫຼົ້າ ເຊັ່ນດຽວກັບສິ່ງທີ່ພຣະຄໍາພີໄດ້ກ່າວເຖິງນະຄອນບາບີໂລນອັນ ເລິກລັບໄວ້ໃນພຣະທັມພຣະນິມິດ ຜູ້ຈໍາໜ່າຍເຫຼົ້າໄດ້ຂາຍ ທາດແລະຊີວິດມະນຸດ ເບື້ອງຫຼັງທີ່ເຊື່ອງໄວ້ພາຍໃຕ້ໜ້າກາກຂອງຜູ້ຈໍາໜ່າຍເຫຼົ້າຄື ຜູ້ທີ່ມີອິດທິພົນທີ່ເຂັ່ນຂ້າຈິດ ວິນຍານຂອງມະນຸດ ຜູ້ໃຊ້ເລ້ຫຼ່ຽມແລະສິລະປະທຸກຢ່າງທີ່ໂລກຫຼືນະຮົົກຈະຄິດຄົ້ນຂຶ້ນ ມາໄດ້ ເພື່ອຊັກຈູງມະນຸດທັງຫຼາຍໃຫ້ຕົກຢູ່ພາຍໃຕ້ອໍານາດຂອງເຂົາ ໃນເມືອງແລະໃນ ຊົນນະບົດ ເທິງລົດໄຟ ເທິງເຮືອ ໃນສະຖານທຸລະກິດຕ່າງໆ ໃນສະຖານບັນເທີງ ໃນຮ້ານ ຂາຍຢາຫຼືແມ່ນແຕ່ກະທັ້ງໃນຄຣິດຈັກ ເທິງໂຕະທີ່ໃຊ້ປະກອບພິທີມະຫາສະນິດອັນສັກສິດ ຜູ້ຈໍາໜ່າຍເຫຼົ້າໄດ້ວາງກັບດັກຂອງເຂົາໄວ້ໝົດແລ້ວ ບໍ່ມີບ່ອຍໃດທີ່ຫຼີກເວັ້ນຈາກສື່ ທີ່ກະຕຸ້ນຄວາມຕ້ອງການຂອງມືນເມົາ ເກືອບທຸກບ່ອນທຸກທີ່ຈະມີຮ້ານຈໍາໜ່າຍເຫຼົ້າທີ່ ມີແສງໄຟປະດັບປະດາຕັ້ງຢູ່ ມີບັນຍາກາດທີ່ສະໜຸກສະໜານລ່າເລີງເພື່ອຕ້ອນຮັບເຊື້ອ ເຊີນຄົນທີ່ເຮັດວຽກ ຄົນຮັ່ງມີທີ່ຢູ່ລ້າໆ ແລະໜຸ່ມສາວທັງຫຼາຍທີ່ຮູ້ເທົ່າບໍ່ເຖິງການໃຫ້ ຍ່າງເຂົ້າໄປ {HM 338.3}ມແ 340.4

    ໃນຫ້ອງອາຫານສ່ວນຕົວແລະສະຖານທີ່ພັກຜ່ອນທັນສະໄໝ ສຸພາບສະຕຣີທັງ ຫຼາຍຈະໄດ້ຮັບເຄື່ອງດື່ມຍອດນິຍົມທີ່ມີຊື່ມ່ວນຕ່າງໆນາໆຊຶ່ງທີ່ແທ້ຈິງເປັນເຄື່ອງດື່ມມືນ ເມົານັ້ນເອງ ສໍາລັບຄົນທີ່ເຈັບປ່ວຍແລະຄົນທີ່ອ່ອນເພຍເປ້ຍລ່ອຍ ຍັງມີຢາດອງທີ່ໂຄສະ ນາກັນຢ່າງແຜ່ຫຼາຍ ຊຶ່ງລ້ວນມີເອລກໍຮໍ(ທາດເຫຼົ້າ)ເປັນສ່ວນຜະສົມຫຼັກ {HM 338.4}ມແ 341.1

    ເພື່ອຊັກຈູງເດັກນ້ອຍໃຫ້ຢາກດື່ມເຫຼົ້າເບຍເອລກໍຮໍຖືກເຈືອປົນລົງໃນລູກອົມເຂົ້າ ໜົມຫວານທັງຫຼາຍ ຊຶ່ງມີຈໍາໜ່າຍຕາມຮ້ານຄ້າທົ່ວໄປ ຜູ້ຈໍາໜ່າຍເຫຼົ້າເບຍນໍາເຂົ້າໜົມ ຫວານເຫຼົ່ານີ້ມາແຈກໃຫ້ກັບເດັກນ້ອຍ ໂດຍວິທີນີ້ຄົນເຫຼົ່ານີ້ຈຶ່ງສາມາດລໍ້ລວງເດັກນ້ອຍ ໃຫ້ເຂົ້າມາຍັງແຫຼ່ງມົ້ວສຸມຂອງຕົນເອງໄດ້ {HM 339.1}ມແ 341.2

    ຫຼາຍມື້ຫຼາຍວັນ ຫຼາຍເດືອນຫຼາຍປີ ກິດຈະການນີ້ດໍາເນີນຕໍ່ໄປ ຜູ້ທີ່ເປັນບິດາ ຜົວແລະອ້າຍ ຜູ້ທີ່ສົມຄວນຈະເປັນທີ່ເພິ່ງ ເປັນຄວາມຫວັງແລະເປັນຄວາມພາກພູມໃຈ ຂອງປະເທດຊາດ ພາກັນເຂົ້າໄປຍັງຮ້ານຂາຍເຫຼົ້າເບຍ ແລະກັບອອກມາໃນສະພາບເສຍ ຄົນແລະພິນາດ {HM 339.2}ມແ 341.3

    ຮ້າຍໄປກວ່ານັ້ນ ຄໍາສາບແຊ່ງນີ້ຕ້ອງຕົກມາສູ່ຄອບຄົວອີກດ້ວຍ ຜູ້ຍິງທີ່ຕິດເຫຼົ້າ ເບຍມີຈໍານວນເພີ່ມຂຶ້ນຫຼາຍ ໃນຫຼາຍຄອບຄົວແມ່ນແຕ່ກະທັ້ງເດັກນ້ອຍໆ ທີ່ໄຮ້ດຽງສາ ແລະຍັງຊ່ວຍເຫຼືອຕົນເອງບໍ່ໄດ້ ກໍຕ້ອງຕົກຢູ່ໃນອັນຕະລາຍນີ້ໄປວັນແລ້ວວັນເລົ່າໂດຍ ການຖືກປະຖິ້ມຖືກກະທໍາທາລຸນນະກໍາ ແລະຖືກທໍາຮ້າຍຈາກມານດາຂີ້ເມົາທັງຫຼາຍ ບຸດຊາຍຍິງຕ້ອງເຕີຍໃຫຍ່ຂຶ້ນມາພາຍໃຕ້ເງົາມືດຂອງຄວາມຊົ່ວຮ້າຍນີ້ ອະນາຄົດທີ່ວາດ ຫວັງໄວ້ໃນພາຍພາກໜ້າຂອງຜູ້ເຍົາເຫຼົ່ານີ້ຈະເຫຼືອອັນໃດແດ່ ນອກຈາກຈະດິ່ງບົງໄປຍິ່ງ ກວ່າບິດາມານດາເສຍອີກ {HM 339.3}ມແ 341.4

    ຈາກດິນແດນທີ່ເອີ້ນຂານຕົນເອງວ່າເປັນຄຣິດສະຕຽນ ຄໍາສາບແຊ່ງນີ້ຖືກນໍາໄປ ສູ່ດິນແດນທີ່ປະຊາຊົນພົນລະເມືອງກາບໄຫວ້ຮູບເຄົາລົບ ຊາວພື້ນເມືອງທີ່ໜ້າສົງສານ ແລະຂາດຄວາມຮູ້ເຫຼົ່ານີ້ຖືກສອນໃຫ້ດື່ມເຫຼົ້າເບຍ ແມ່ນແຕ່ໃນໆໝູ່ຄົນນອກສາສະໜາຜູ້ ທີ່ມີຄວາມຮູ້ຍັງຍອມຮັບແລະຕໍ່ຕ້ານວ່າເຫຼົ້າເບຍເປັນຢາພິດທີ່ຮ້າຍແຮງ ຄົນເຫຼົ່ານີ້ພະຍາ ຍາມປ້ອງກັນບ້ານເມືອງໃຫ້ພົ້ນຈາກສິ່ງທີ່ຄອຍລ້າງຜານນີ້ແຕ່ກໍໄຮ້ຜົນ ປະຊາຊົນທີ່ເອີ້ນ ຕົນເອງວ່າມີອາລິຍະທໍາໄດ້ບີບບັງຄັບໃຫ້ຊົນຊາດທີ່ຍັງບໍ່ຮູ້ຈັກພຣະເຈົ້າເສບເຫຼົ້າເບຍ ຢາສູບແລະຝິ່ນ ກິເຫຼດຕັນຫາທີ່ປາສະຈາກການຄວບຄຸມຂອງຄົນພື້ນເມືອງເຫຼົ່ານີ້ ເມື່ອ ຖືກກະຕຸ້ນຈາກການດື່ມເຫຼົ້າເບຍກໍຍິ່ງດຶງໃຫ້ເຂົາທັງຫຼາຍຕົກຕໍ່າລົງໄປກວ່າເກົ່າຢ່າງທີ່ບໍ່ ເຄີຍຮູ້ຈັກມາກ່ອນ ແລະການເປັນພາລະກິດທີ່ເກືອບສິ້ນຫວັງໃນການສົ່ງຜູ້ສອນສາສະ ໜາອອກໄປປະກາດສາສະໜາໃນດິນແດນເຫຼົ່ານີ້ {HM 339.4}ມແ 342.1

    ຈາກການຕິດຕໍ່ກັບຜູ້ຄົນທີ່ໜ້າຈະຖ່າຍທອດຄວາມຮູ້ກ່ຽວກັບພຣະເຈົ້າໃຫ້ປະ ຊາຊົນນອກສາສະໜາເຫຼົ່ານີ້ກັບຖືກຊັກຈູງໃຫ້ເຮັດຄວາມຊົ່ວຊຶ່ງນໍາຄວາມພິນາດມາສູ່ ເຜົ່າພັນແລະຄົນທັງຊາດ ໃນສະຖານທີ່ມືດມົນຕ່າງໆເຫຼົ່ານີ້ໃນໂລກ ປວງຊົນຈາກປະ ເທດອາລິຍະທໍາທັງຫຼາຍຈຶ່ງກາຍເປັນທີ່ກຽດຊັງດ້ວຍເຫດດັ່ງກ່າວ {HM 339.5}ມແ 342.2