Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ສິດຖິພິເສດຂອງການອະທິຖານ

    ເຮົາທັງຫຼາຍກໍເຊັ່ນກັນ ຕ້ອງມີເວລາສຳລັບການໄຄ່ຄວ້າແລະອະທິຖານເພື່ອຈິດ ວິນຍານທີາຟື້ນຟູໃໝ່ ເຮົາບໍ່ໄດ້ເຫັນຄຸນຄ່າແລະຄວາມບັງເກີດຜົນຂອງການອະທິຖານເທົ່າ ທີ່ຄວນ ການອະທິຖານແລະຄວາມເຊື່ອຈະກະທຳສິ່ງທີ່ບໍ່ມີອຳນາດອື່ນໃດໃນໂລກສາ ມາດເຮັດໃຫ້ສຳເລັດໄດ້ບໍ່ຄ່ອຍຈະມີປານໃດ ທີ່ເຮົາຈະຕ້ອງຕົກຊໍ້າສອງຢູ່ໃນສະຖານະ ການຢ່າງດຽວກັນ ເຮົາມັກຕ້ອງປະສົບກັບເຫດການຫຼືການທົດລອງໃໝ່ໆຢູ່ສະເໝີ ໂດຍທີ່ປະສົບການທີ່ຜ່ານມາບໍ່ພຽງພໍທີ່ຈະເປັນເຄື່ອງນຳທາງແກ່ເຮົາໄດ້ ເຮົາຈຳເປັນຕ້ອງ ມີແສງສະຫວ່າງທີ່ມາຈາກພຣະເຈົ້າຕະຫຼອດເວລາ {MH 509.2}ມແ 537.1

    ພຣະຄຣິດປະທານຂ່າວສານແກ່ຄົນທັງຫຼາຍ ທີ່ຄອຍຟັງພຣະສຸລະສຽງຂອງພຣະ ອົງຢູ່ສະເໝີ ໃນຄຳ່ຄືນທີ່ແສນທຸກທໍລະມານໃນສວນເກດສະມະນີເຫຼົ່າສາວົກທີ່ຫຼັບຢູ່ບໍ່ ໄດ້ຍິນພຣະສຸລະສຽງຂອງພຣະເຢຊູ ສາວົກເຫຼົ່າສຳຜັດຮູ້ພຽງເລັກນ້ອຍເຖິງການປະ ກົດໂຕຂອງເຫຼົ່າທູດສະຫວັນ ເຂົາທັງຫຼາຍພາດໂອກາດທີ່ຈະໄດ້ຮັບລິດອຳນາດແລະສະ ຫງ່າລາສີຂອງເຫດການນັ້ນ ເພາະເຫດທີ່ສາວົກເຫຼົ່ານັ້ນງ່ວງເຫງົາຫາວນອນແລະເຊືອບ ຫຼັບໄປຈົນພາດຈາກການເປັນສັກຂີພະຍານໃນສິ່ງທີ່ຈະເສີມສ້າງຈິດໃຈທີ່ເຂັ້ມແຂງເພື່ອ ປະເຊີນຕໍ່ເຫດການອັນໜ້າສະຫຍອງທີ່ລໍຢູ່ເບື້ອງໜ້າ ໃນທຸກມື້ນີ້ກໍເຊັ່ນດຽວກັນໂດຍ ສະເພາະຄົນທັງຫຼາຍທີ່ຈຳເປັນຕ້ອງການຄຳແນະນຳສັ່ງສອນຈາກພຣະເຈົ້າຫຼາຍທີ່ສຸດ ຫຼາຍຄັ້ງແຕ່ກັບບໍ່ໄດ້ຮັບ ເພາະຄົນເຫຼົ່ານີ້ບໍ່ໄດ້ມອບຕົນເອງເຂົ້າສະນິດກັບພຣະເຈົ້າ {MH 509.3}ມແ 537.2

    ການທົດລອງທີ່ເຮົາຕ້ອງປະເຊີນຢູ່ທຸກມື້ ເຮັດໃຫ້ເຮົາມີຄວາມຈຳເປັນຢ່າງຍິ່ງທີ່ ຕ້ອງອະທິຖານ ໄພອັນຕະລາຍມີຢູ່ທົ່ວທຸກເສັ້ນທາງ ຄົນທັງຫຼາຍທີ່ພະຍາຍາມຊ່ວຍຜູ້ ອື່ນໃຫ້ພົ້ນຈາກຄວາມຊົ່ວຮ້າຍແລະຄວາມພິນາດ ມີຄວາມສ່ຽງຕໍ່ການຖືກທົດລອງເປັນ ພິເສດ ຈາກການຕ້ອງສຳຜັດກັບຄວາມຊົ່ວຮ້າຍຢູ່ສະເໝີ ຄົນເຫຼົ່ານີ້ຈຳເປັນຕ້ອງຢຶດໝັ້ນ ໃນພຣະເຈົ້າຢ່າງແໜ້ນໜຽວ ຢ້ານວ່າຕົນເອງຈະກັບກາຍເປັນຄົນຊົ່ວຮ້າຍໄປນຳ ບາດ ກ້າວທີ່ເຖິງແມ່ນວ່າຈະສັ້ນ ແຕ່ຕັດສິນຊີ້ຂາດໄດ້ເຮັດໃຫ້ມະນຸດຕົກຕຳ່ຈາກແຜ່ນດິນ ທີ່ສູງສົ່ງແລະບໍລິສຸດລົງສູ່ຄວາມຕົກຕຳ່ໄດ້ ການຕັດສິນໃຈພຽງຊົ່ວວູບອາດເປັນສິ່ງທີ່ ກຳນົດຊາຕາກຳຂອງຄົນໆໜຶ່ງໄປຕະຫຼອດການ ຄວາມເລີ່ນເລີ້ເຜີຕົວລະຖີ້ມການລະ ມັດລະວັງຕົວໄປຄັ້ງໜຶ່ງກໍເທົ່າກັບປ່ອຍໃຫ້ຈິດວິນຍານບໍ່ມີສິ່ງໃດປົກປ້ອງ ນິໄສຊົ່ວ ຮ້າຍພຽງແບບດຽວ ຖ້າບໍ່ໄດ້ຮັບການຕໍ່ສູ້ຂັດຂວາງຢ່າງໜຽວແໜ້ນຈະແຂງແກ່ນຂຶ້ນຈົນ ກາຍເປັນໂສ້ຕວນທີ່ພັນທະນາການຄົນນັ້ນໝົດທັງຮ່າງ {MH 509.4}ມແ 537.3

    ສາເຫດທີ່ຄົນຫຼາຍຄົນປ່ອຍປະຕົນເອງເຂົ້າໄປສູ່ການທົດລອງ ເພາະວ່າເຂົາເຫຼົ່າ ນີ້ບໍ່ໄດ້ຢຶດພຣະເຈົ້າໄວ້ໃນຈິດໃຈກ່ອນສິ່ງອື່ນໃດ ເມື່ອເຮົາວ່າງເວັ້ນການເຂົ້າສະໜິດໃນ ພຣະເຈົ້າ ຄວາມຄຸ້ມຄອງທີ່ເຮົາໄດ້ຮັບກໍຫາຍໄປ ຄວາມມຸ່ງໝາຍແລະຄວາມຕັ້ງໃຈ ດີຂອງທ່ານບໍ່ສາມາດຊ່ວຍທ່ານຕໍ່ສູ້ກັບຄວາມຊົ່ວຮ້າຍໄດ້ ທ່ານຕ້ອງໝັ່ນອະທິຖານຢູ່ ສະເໝີ ຄຳອະທິຖານຂອງທ່ານຕ້ອງບໍ່ກຳກວມເປັນຄັ້ງເປັນຄາວແລະສະເພາະກິດ ແຕ່ ຕ້ອງມີຄວາມຕັ້ງໃຈຈິງ ຄວາມອົດທົນແລະສະໝຳ່ສະເໝີ ທ່ານບໍ່ຈຳເປັນຈ້ອງຄຸກເຂົ່າ ອະທິຖານສະເໝີໄປ ຂໍໃຫ້ທ່ານຝືກຝົນໃຫ້ເປັນນິໃສ ການສົນທະນາກັບພຣະຜູ້ຊ່ວຍ ໃຫ້ລອດ ເມື່ອທ່ານຢູ່ຕາມລຳພັງ ເມື່ອທ່ານກຳລັງຍ່າງຫຼືໃນລະຫວ່າງທີ່ທ່ານກຳລັງຫຍຸ້ງ ຢູ່ກັບວຽກງານປະຈຳ ຈົ່ງໝຸນຊູຈິດໃຈຂອງທ່ານດ້ວຍການອະທິຖານໃນໃຈຂໍຄວາມ ຊ່ວຍເຫຼືອ ທຸນຂໍການຊົງນຳກຳລັງແລະຄວາມຮູ້ຈາກພຣະອົງ ຈົ່ງອະທິຖານທຸກລົມ ຫາຍໃຈ {MH 510.1}ມແ 538.1

    ໃນຖານະທີ່ເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເຮົາຕ້ອງເຂົ້າເຖິງຈິດໃຈຂອງຄົນທັງຫຼາຍ ຕາມສະພາບທີ່ຄົນເຫຼົ່ານັ້ນເປັນຢູ່ ຊຶ່ງລ້ອມຢູ່ໃນຄວາມມືດ ຈົມຢູ່ກັບຄວາມຊົ່ວຮ້າຍ ແລະແປດເປື້ອນຢູ່ໃນການທຸດຈະລິດ ແຕ່ເມື່ອຈິດໃຈຂອງເຮົາໄດ້ເພິ່ງພາອາໄສໃນພຣະອົງ ຜູ້ຊົງເປັນແສງສະຫວ່າງແລະ ເປັນໂລ່ປ້ອງກັນຂອງເຮົາ ຄວາມຊົ່ວຮ້າຍທີ່ອ້ອມຮອບຕົວ ເຮົາຈະບໍ່ເຮັດໃຫ້ເສື້ອຜ້າຂອງເຮົາເປິເປື້ອນ ໃນຂະນະທີ່ເຮົາເຮັດວຽກເພື່ອຊ່ວຍຈິດວິນ ຍານທີ່ພ້ອມຈະພິນາດ ເຮົາຈະບໍ່ຢ້ານເຖິງການຖາກຖາງເຍາະເຍີ້ຍຫາກເຮົາເຊື່ອວາງໃຈໃນ ພຣະເຈົ້າຢຶດໝັ້ນພຣະຄຣິດໃນຈິດໃຈແລະໃນຊີວິດ ສິ່ງເຫຼົ່ານີ້ຄືຄວາມປອດໄພຂອງເຮົາ ບັນຍາກາດແຫ່ງການສະຖິດຢູ່ນຳຂອງພຣະອົງຈະເຕີມເຕັມຈິດວິນຍານດ້ວຍຄວາມ ກຽດຊັງຕໍ່ຄວາມຊົ່ວຮ້າຍທັງປວງ ຈິດໃຈຂອງເຮົາກໍຈະເປັນດັ່ງເຊັ່ນພຣະໄທຂອງພຣະອົງ ເພາະມີຄວາມຄິດແລະຈຸດມຸ່ງໝາຍທີ່ເປັນເອກະພາບກັບພຣະອົງ {MH 511.1}ມແ 538.2

    ໂດຍຄວາມເຊື່ອແລພການອະທິຖານ ເຮັດໃຫ້ຢາໂຄບຈາກການເປັນຄົນອ່ອນແອ ແລະຜິດບາບກັບກາຍເປັນດັ່ງເຈົ້າຊາຍໃນສາຍພຣະເນດຂອງພຣະເຈົ້າ ໂດຍວິທີດຽວ ກັນ ທ່ານກໍຈະກາຍເປັນຊາຍຍິງທີ່ມີຄວາມບໍລິສຸດແລະສູງສົ່ງມີຊີວິດໃນທາງອັນຊອບ ທຳ ເປັນຊາຍຍິງທີ່ບໍ່ມີຈິດໃຈໂອນເອນໄປຈາກຄວາມຈິງຄວາມຖືກຕ້ອງແລະຄວາມຍຸດ ຕິທຳ ໂດຍບໍ່ເຫັນແກ່ສິ່ງອື່ນໃດ ທຸກທ່ານຕ່າງມີເລື່ອງເລັ່ງດ່ວນແລະມີພາລະໜ້າທີ່ໆຕ້ອງ ຮັບຜິດຊອບ ແຕ່ຍິ່ງໜ້າທີ່ຕຳແໜ່ງຂອງທ່ານຫຍຸ້ງຍາກພຽງໃດແລະພາລະຂອງທ່ານໜັກ ຍິ່ງຂຶ້ນຊຳ່ໃດ ທ່ານຍິ່ງຕ້ອງເພິ່ງພິ່ງໃນພຣະເຢຊູຫຼາຍຂຶ້ນເທົ້ານັ້ນ {MH 511.2}ມແ 539.1

    ການລະເລີຍບໍ່ຍອມເຂົ້າຮ່ວມນະມັດສະການພຣະເຈົ້າ ຖືວ່າເປັນຄວາມຜິດທີ່ ຮຸນແຮງ ເຮົາບໍ່ຄວນຄິດວ່າໜ້າທີ່ຕໍ່ພິທີຂອງພຣະເຈົ້າເປັນເລື່ອງທີ່ບໍ່ມີຄວາມສຳຄັນອັນ ໃດ ຜູ້ທີ່ຕ້ອງຄອຍດູແລຮັກສາຄົນເຈັບຄົນປ່ວຍມັກຈະບໍ່ສາມາດເຂົ້າຮ່ວມໜ້າທີ່ໄດ້ ແຕ່ເຂົາທັງຫຼາຍຄວນລະມັດລະວັງຢ່າໃຫ້ຂາດການປະຊຸມ ໃນສະຖານນະມັດສະການ ໂດຍບໍ່ຈຳເປັນ {MH 511.3}ມແ 539.2

    ຄວາມສຳເລັດໃນການພະຍາບານຜູ້ທີ່ເຈັບປ່ວຍນັ້ນ ຂຶ້ນກັບຈິດວິນຍານທີ່ອຸທິດ ຕົນ ແລະເສຍສະຫຼະຂອງຜູ້ຮັກສາພະຍາບານຫຼາຍກວ່າຄົນເຮັດວຽກໃນທຸລະກິດ ຝ່າຍໂລກອື່ນໃດ ຜູ້ທີ່ນັບຜິດຊອບໃນໜ້າທີ່ນີ້ຈຳເປັນຕ້ອງວາງໂຕເອງໃຫ້ໄປຢູ່ໃນທີ່ໆ ພຣະວິນຍານຂອງພຣະເຈົ້າດົນໃຈໄດ້ຢ່າງເລິກເຊິ່ງ ທ່ານຄວນມີຄວາມກະຕືລືລົ້ນຫຼາຍ ກວ່າຄົນອື່ນຕໍ່ຄວາມຊ່ວຍເຫຼືອຂອງພຣະວິນຍານບໍລິສຸດແລະຕໍ່ສະຕິປັນຍາຂອງພຣະເຈົ້າ ເນື່ອງຈາກຕຳແໜ່ງຄວາມເຊື່ອວາງໃຈຂອງທ່ານຕ້ອງຮັບຜິດຊອບຫຼາຍກວ່າຄົນອື່ນ {MH 511.4}ມແ 539.3

    ໃນງານຂອງເຮົານັ້ນບໍ່ມີສິ່ງໃດທີ່ຈຳເປັນຫຼາຍໄປກວ່າຜົນທີ່ແທ້ຈິງອັນເກີດຈາກ ການເຂົ້າສະໜິດກັບພຣະເຈົ້າ ເຮົາຄວນສະແດງອອກໂດຍຜ່ານຊີວິດປະຈຳວັນຂອງ ເຮົາໃຫ້ຜູ້ອື່ນເຫັນວ່າ ເຮົາມີສັນຕິສຸກແລະພັດສະຫງົບໃນພຣະຜູ້ຊ່ວຍໃຫ້ລອດ ສັນຕິ ສຸກຂອງພຣະອົງ ໃນຈິດໃຈຂອງເຮົາຈະເປັ່ງປະກາຍສ່ອງຢູ່ເທິງໃບໜ້າ ຈະເຮັດໃຫ້ ຄຳເວົ້າມີພະລັງໃນການໂນ້ມນ້າວຈິດໃຈ ການເຂົ້າສະໜິດໃນພຣະເຈົ້າຂະເຮັດໃຫ້ມີອຸ ປະນິໄສທີ່ດີງາມແລະມີຊີວິດໃນທາງທີ່ຊອບທຳ ຄົນທົ່ວໄປຈະຮູ້ວ່າເຮົາໄດ້ຢູ່ກັບພຣະ ເຢຊູເໝືອນດັ່ງສາວົກກຸ່ມທຳອິດຂອງພຣະອົງ ສິ່ງເຫຼົ່ານີ້ຈະຖ່າຍທອດສູ່ຜູ້ຮັບໃຊ້ຂອງ ພຣະອົງ ພະລັງທີ່ບໍ່ມີສິ່ງອື່ນໃດຈະໃຫ້ໄດ້ແລະເຂົາຈະຕ້ອງບໍ່ປ່ອຍໃຫ້ຕົນເອງບໍ່ໄດ້ຮັບ ພະລະກຳລັງນີ້ຈາກພຣະອົງ {MH 512.1}ມແ 539.4

    ເຮົາຕ້ອງດຳເນີນຊີວິດໃນສອງທາງຄື ຊີວິດແຫ່ງຄວາມຄິດແລະການກະທຳ ກັບ ຊີວິດແຫ່ງການອະທິຖານໃນໃຈແລະການເຮັດວຽກຢ່າງກະຕືລືລົ້ນ ພະລັງທີ່ໄດ້ຮັບຈາກ ການເຂົ້າສະໜິດກັບພຣະເຈົ້າ ຮ່ວມກັບຄວາມພະຍາຍາມຢ່າງຈິງຈັງໃນການອົບຮົມຈິດ ໃຈສູ່ການເຫັນໃຈແລະການດູແລຊ່ວຍເຫຼືອຜູ້ອື່ນ ຍ່ອມຈະເປັນການກຽມຕົນເອງໃຫ້ ພ້ອມສຳລັບໜ້າທີ່ປະຈຳວັນ ແລະຊ່ວຍໃຫ້ມີສັນຕິສຸກໃນຈິດໃຈບໍ່ວ່າຈະຢູ່ໃນສະຖານະ ການທີ່ຍາກລຳບາກພຽງໃດກໍຕາມ {MH 512.2}ມແ 540.1