Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຂະໜົມປັງບາຣ໌ລີນ້ອຍໆ ຫ້າກ້ອນລ້ຽງຝູງຊົນ

    ຕະຫຼອດໝົດມື້ ຂະນະທີ່ພຣະອົງຊົງສັ່ງສອນຢູ່ແຄມທະເລ ປະຊາຊົນບຽດກັນ ອ້ອມຮອບຕິດຕາມພຣະຄຣິດແລະພວກສາວົກຂອງພຣະອົງ ພວກເຂົາໄດ້ຟັງພຣະດຳ ລັດທີ່ປ່ຽມດ້ວຍຄວາມເມດຕາຂອງພຣະອົງ ເປັນຖ້ອຍຄຳທີ່ລຽບງ່າຍແລະຊັດເຈນ ເໝືອນນ້ຳມັນແຫ່ງກິເລອາດສຳລັບຈິດວິນຍານຂອງພວກເຂົາພຣະຫັດແຫ່ງການຮັກສາ ຂອງພຣະອົງແລະເຮັດໃຫ້ຄົນປ່ວຍໄຂ່ກັບມີສຸຂະພາບທີ່ສົມບູນແຂງແຮງແລະປະທານຊີ ວິດແກ່ຜູ້ທີ່ກຳລັງຈະຕາຍ ປຽບເໝືອນວ່າວັນນັ້ນສະຫວັນທັງໝົດໄດ້ເຂົ້າມາຕັ້ງຢູ່ໃນໂລກ ພວກເຂົາຕ່າງລືມໄປວ່າເວລາໄດ້ລ່ວງເລີຍໄປໄດ້ດົນພຽງໃດອີກ ທັງຍັງບໍ່ໄດ້ຮັບ ປະທານອາຫານ {MH 45.1}ມແ 26.3

    ດວງອາທິດກຳລັງຄ້ອຍລົງໄປທາງທິດຕາເວັນຕົກ ເຖິງຢ່າງນັ້ນປະຊາຊົນຍັງບໍ່ ຍອມກັບໄປ ໃນທີ່ສຸດພວກສາວົກໄດ້ເຂົ້າມາບອກພຣະຄຣິດວ່າ ເພື່ອເຫັນແກ່ຝູງຊົນ ຄວນໃຫ້ພວກເຂົາກັບໄປກ່ອນ ຫຼາຍຄົນເດີນທາງມາໄກແລະຕັ້ງແຕ່ເຊົ້າຍັງບໍ່ໄດ້ກິນຫຍັງ ເລີຍ ພວກເຂົາອາດຈະໄປຫາຊື້ອາຫານຕາມເມືອງແລະໝູ່ບ້ານໃນບໍລິເວນນີ້ໄດ້ ແຕ່ພຣະ ເຢຊູບອກວ່າ ທ່ານຈົ່ງລ້ຽງເຂົາເຖີດ ມັດທາຍ 14:16 ພຣະອົງຊົງຫັນໄປຫາຟີ ລິບແລະຖາມວ່າ ເຮັດຢ່າງໃດເຮົາຈຶ່ງຈະຊື້ອາຫານໃຫ້ຄົນເຫຼົ່ານີ້ກິນໄດ້? ໂຢຮັນ 6:5 {MH 45.2}ມແ 27.1

    ຟີລິບຫັນໄປພິຈາລະນາເບິ່ງຝູງຊົນເຫຼົ່ານັ້ນທັງຄິດຢູ່ໃນໃຈວ່າເປັນໄປບໍ່ໄດ້ທີ່ຈະ ຈັດຫາອາຫານມາລ້ຽງຜູ້ຄົນຈຳນວນຫຼວງຫຼາຍເຊັ່ນນີ້ໄດ້ເຂົາຕອບວ່າຖ້າຈະຊື້ອາຫານມາ ລ້ຽງດ້ວຍເງິນຈັກສອງຮ້ອຍຫຼຽນເດນາຣິອັນຄົງຈະບໍ່ພຽງພໍແລະໄດ້ອາຫານພຽງຄົນລະ ເລັກລະນ້ອຍເທົ່ານັ້ນ {MH 45.2}ມແ 27.2

    ພຣະເຢຊູຕັດວ່າ ໃນບັນດາຄົນເຫຼົ່ານີ້ມີໃຜທີ່ມີອາຫານແດ່ ອັນດຼູທູນພຣະອົງວ່າ ທີ່ນີ້ມີເດັກຄົນໜຶ່ງມີເຂົາໜົມບາຣ໌ລີຫ້າກ້ອນກັບປາສອງໂຕແຕ່ເທົ່ານັ້ນຈະພໍຫຍັງກັບຄົນ ຫຼວງຫຼາຍເຊັ່ນນັ້ນ ໂຢຮັນ 6:9 ພຣະເຢຊູຊົງສັ່ງໃຫ້ນຳອາຫານເຫຼົ່ານັ້ນມາໃຫ້ພຣະອົງ ແລະສັ່ງໃຫ້ສາວົກຈັດໃຫ້ປະຊາຊົນໃຫ້ນັ່ງລົງພື້ນຫຍ້າ ເມື່ອປະຊາຊົນຕ່າງນັ່ງລົງເປັນທີ່ ຮຽບຮ້ອຍແລ້ວຈຶ່ງຊົງຍິບອາຫານຂຶ້ນມາ ແລ້ວກໍແຫງນພຣະພັກເບິ່ງຟ້າສະຫວັນຖະ ຫວາຍຄຳສາທຸການແລະຫັກສົ່ງໃຫ້ ເຫຼົ່າສາວົກ ເຫຼົ່າສາວົກກໍແຈກໃຫ້ຄົນທັງປວງ ເຂົາໄດ້ ກິນອີ່ມທຸກຄົນ ສ່ວນເສດອາຫານທີ່ຍັງເຫຼືອນັ້ນເຂົາເກັບໄວ້ໄດ້ເຖິງສິບສອງກະບຸງເຕັມ ມັດທາຍ 14:19,20 {MH 45.4}ມແ 27.3

    ພຣະຄຣິດຊົງລ້ຽງຝູງຊົນດ້ວຍການອັດສະຈັນແຫ່ງລິດອຳນາດຂອງພຣະເຈົ້າ ເຖິງປານນັ້ນອາຫານທີ່ໃຊ້ລ້ຽງຝູງຊົນເປັນອາຫານທຳມະດາ ມີພຽງປາແລະຂະໜົມປັງ ເຂົ້າບາຣ໌ລີ ເປັນອາຫານປະຈຳວັນຂອງຊາວປະມົງໃນແຄວ້ນກາລິລີ {MH 47.1}ມແ 27.4

    ທີ່ຈິງພຣະຄຣິດຊົງສາມາດຈັດອາຫານທີ່ລູຫຼາຟູມເຟືອຍມາໃຫ້ແກ່ປະຊາຊົນ ໄດ້ ແຕ່ອາຫານທີ່ຈັດຕຽມມາເພື່ອສະຫນອງຄວາມຢາກ ຫາໄດ້ມີບົດຮຽນເພື່ອປະໂຫຍດ ຂອງພວກເຂົາແຕ່ປະການໃດ ດ້ວຍການອັດສະຈັນໃນຄັ້ງນີ້ ພຣະຄຣິດຊົງປາຖະໜາ ທີ່ຈະສອນບົດຮຽນການເປັນຢູ່ຢ່າງລຽບງ່າຍ ຫາກຄົນໃນສະໄໝນີ້ມີນິໄສລຽບງ່າຍແລະ ດໍາເນີນຊີວິດໃຫ້ສອດຄ່ອງກັບກົດຂອງທຳມະຊາດຄື ອາດາມແລະເອວາໃນສະໄໝຍຸກ ທຳອິດກໍຄົງຈະມີອາຫານເຫຼືອເຟືອ ຕໍ່ຄວາມຕ້ອງການໃນຄອບຄົວຂອງມະນຸດ ແຕ່ເພາະ ຄວາມເຫັນແກ່ຕົວແລະການປ່ອຍຕົວຕາມໃຈໃນຄວາມຢາກ ຈຶ່ງນຳຄວາມຜິດບາບແລະ ຄວາມທຸກຍາກເຂົ້າມາ ຄວາມຟູມເຟືອຍຈຶ່ງນໍາຄວາມສັບສົນເຂົ້າມາໃນທີ່ສຸດ {MH 47.2}ມແ 27.5

    ພຣະເຢຊູບໍ່ເຄີຍຫາທາງຈູງໃຈປະຊາຊົນໃຫ້ເຂົ້າໄປຫາພຣະອົງດ້ວຍການສະ ໜອງຄວາມຢາກໃນສິ່ງທີ່ຫຼູຫຼາຟຸ່ມເຟືອຍ ສໍາລັບຝູງຊົນຈຳນວນຫຼວງຫຼາຍທີ່ອິດເມື່ອຍ ຫິວໂຫຍ ແລະຫິວກະຫາຍ ພາຍຫຼັງວິຕົກກັງວົນຂອງວັນອັນຍາວນານອາຫານທຳມະດາ ຍ່ອມຈະຊ່ວຍໃຫ້ຄົນເຫຼົ່ານັ້ນໄດ້ມີຄວາມໝັ້ນໃຈເຖິງລິດອຳນາດຂອງພຣະອົງ ແລະ ການທີ່ພະອົງຊົງເອົາໃຈໃສ່ດູແລຄວາມຕ້ອງການພື້ນຖານໃນຊີວິດຂອງພວກເຂົາດ້ວຍ ຄວາມຮັກພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ຊົງສັນຍາວ່າ ຈະປະທານຄວາມຫຼູຫຼາຟຸມເຟືອຍທາງ ໂລກໃຫ້ແກ່ຜູ້ຕິດຕາມພຣະອົງ ຊາຕາກຳຂອງພວກເຂົາອາດຖືກອ້ອມກອບດ້ວຍຄວາມ ຍາກຈົນ ແຕ່ພຣະວັດຈະນະຂອງພຣະອົງໄດ້ໃຫ້ຄຳໝັ້ນສັນຍາວ່າ ພຣະອົງຈະຊົງປະທານ ທຸກສິ່ງທີ່ພວກເຂົາຕ້ອງການແລະຊົງສັນຍາອີກວ່າຈະປະທານສິ່ງດີຍິ່ງກວ່າຊັບສົມບັດ ໃນໂລກໃຫ້ແກ່ພວກເຂົາ ນັ້ນຄືພຣະອົງຈະຊົງສະທິດຢູ່ໃກ້ແລະຈະຊົງສ້າງຄວາມອຸ່ນ ໃຈໃຫ້ແກ່ພວກເຂົາ {MH 47.3}ມແ 28.1

    ຫຼັງຈາກຊົງລ້ຽງຝູງຊົນແລ້ວຍັງມີອາຫານເຫຼືອຢູ່ອີກຫຼາຍພຣະເຢຊູຮັບສັ່ງໃຫ້ ເຫຼົ່າສາວົກຂອງພຣະອົງວ່າ ຈົ່ງເກັບເສດອາຫານທີ່ເຫຼືອໄວ້ ຢ່າໃຫ້ມີສິ່ງໃດຕົກລົ່ນ ໂຢຮັນ 6:12 ພຣະດຳລັດສັ່ງນີ້ມີຄວາມໝາຍເລິກເຊິ່ງຍິ່ງກວ່າການນຳອາຫານໄປໃສ່ໃນກະຕ່າ ມີບົດຮຽນຢູ່ສອງປະການຄື ເຮົາບໍ່ຄວນປ່ອຍສິ່ງໃດເສຍລ້າໆ ເຮົາຈະບໍ່ປ່ອຍໃຫ້ສິ່ງ ທີ່ເປັນປະໂຫຍດໃນໂລກຜ່ານໄປໂດຍບໍ່ສົນໃຈເຮົາບໍ່ຄວນທີ່ຈະຖິ້ມສິ່ງທີ່ອາດຈະເປັນປະ ໂຫຍດຕໍ່ມວນມະນຸດໃຫ້ເກັບລວບລວມທຸກສິ່ງທີ່ຈະຊ່ວຍບັນເທົາຄວາມຍາກຈົນຂັດ ສົນຂອງຜູ້ທີ່ຫິວໂຫຍໃນໂລກແລະເຮົາຈະຕ້ອງ ເກັບຮັກສາອາຫານຝ່າຍຈິດວິນຍານທີ່ ໄດ້ຮັບພຣະລາຊະທານຈາກສະຫວັນ ໂດຍຄວາມໃສ່ໃຈຢ່າງດຽວກັນ ເຮົາຈະຕ້ອງດໍາ ເນີນຊີວິດຕາມພຣະວັດຈະນະທຸກຄຳຂອງພຣະເຈົ້າບໍ່ປ່ອຍໃຫ້ພຣະດໍາລັດໃດທີ່ພຣະ ເຈົ້າບອກໄວ້ແລ້ວເສຍໄປລ້າໆ ບໍ່ປ່ອຍໃຫ້ຖ້ອຍຄໍາຄວາມລອດແກ່ຊີວິດນິລັນດອນ ຂອງເຮົາແມ່ນແຕ່ຄຳດຽວຖືກປະຖິ້ມແລະຕົກລົງພື້ນດິນຢ່າງໄຮ້ຄຸນຄ່າ {MH 48.1}ມແ 28.2

    ການອັດສະຈັນເລື່ອງຂະໜົມປັງຫ້າກ້ອນແລະປາສອງໂຕຍັງສອນໃຫ້ເຮົາຮູ້ຈັກ ເພິ່ງພຣະເຈົ້າ ເມື່ອພຣະຄຣິດຊົງລຽ້ງຄົນຫ້າພັນຄົນນັ້ນ ພຣະອົງບໍ່ມີອາຫານພ້ອມຢູ່ ເລີຍເຫັນໄດ້ຊັດເຈນວ່າ ພຣະອົງຊົງບໍ່ໄດ້ມີວິທີການທີ່ຈະຫາອາຫານມາໄດ້ຕາມທີ່ຊົງຮັບ ສັ່ງໄປ ພຣະອົງຊົງປະທັບຢູ່ໃນທີ່ກັນດານກັບຜູ້ຊາຍຈຳນວນຫ້າພັນຄົນຊຶ່ງຍັງບໍ່ນັບພວກ ຜູ້ຍິງແລະເດັກ ພຣະອົງບໍ່ໄດ້ຊັກຊວນຝູງຊົນໃຫ້ຕິດຕາມໄປທີ່ນັ້ນ ພວກເຂົາມີ ຄວາມກະຫາຍທີ່ຈະຢູ່ໄກ້ຊິດກັບພຣະອົງຕ່າງຫາກ ຈຶ່ງໄດ້ຕາມພຣະອົງມາໂດຍບໍ່ໄດ້ຮັບ ຄຳເຊື້ອເຊີນຫຼືພຣະດຳລັດສັ່ງ ແຕ່ຊົງຮູ້ດີວ່າເມື່ອພວກເຂົາໄດ້ຟັງຄຳສັ່ງສອນຂອງພຣະອົງ ມາໝົດມື້ແລ້ວ ຄົນເຫຼົ່ານັ້ນຕ່າງຫິວກະຫາຍແລະອ່ອນແຮງ ພວກເຂົາຢູ່ຫ່າງໄກຈາກບ້ານ ແລະເປັນເວລາທີ່ໄກ້ຈະຄ່ຳແລ້ວ ຫຼາຍຄົນບໍ່ມີເງິນທອງທີ່ຈະຫາຊື້ອາຫານ ພຣະອົງຜູ້ຊົງ ອົດອາຫານເປັນເວລາເຖິງສິບສີ່ວັນໃນປ່າກັນດານເພື່ອເຫັນແກ່ພວກເຂົາ ຈຶ່ງຍອມປ່ອຍ ໃຫ້ພວກເຂົາຕ້ອງທົນລຳບາກກັບບ້ານໄປໂດຍບໍ່ມີອາຫານຕົກເຖິງທ້ອງໄດ້ຈັ່ງໃດ {MH 48.2}ມແ 29.1

    ພຣະເຈົ້າຊົງຈັດຕຽມທຸກສິ່ງໃນສະຖານທີ່ໆພຣະເຢຊູຊົງປະທັບຢູ່ ພຣະອົງຊົງ ເພິ່ງພາພຣະບິດາເທິງສະຫວັນເພື່ອຈະໄດ້ຈັດຫາສິ່ງຈຳເປັນໃນການບັນເທົາຄວາມຕ້ອງ ການຂອງປະຊາຊົນ ເມື່ອເຮົາຕົກຢູ່ໃນເວລາທີ່ຄັບຂັນຈຳເປັນຕ້ອງເພິ່ງພາພຣະເຈົ້າ ເມື່ອ ເກີດເຫດການສຸກເສີນໃນທຸກຄັ້ງ ຕ້ອງສະແຫວງຫາຄວາມຊ່ວຍເຫຼືອຈາກພຣະອົງຜູ້ຊົງ ມີຫົນທາງນັບບໍ່ຖ້ວນທີ່ຈະບັນດານໃຫ້ທຸກສິ່ງເປັນໄປຕາມພຣະບັນຊາຂອງພຣະອົງ {MH48.3}ມແ 29.2

    ການອັດສະຈັນໃນຄັ້ງນີ້ ພຣະຄຣິດຊົງໄດ້ຮັບອາຫານຈາກພຣະບິດາ ຈາກນັ້ນ ໄດ້ປະທານໃຫ້ແກ່ບັນດາສາວົກ ຈາກນັ້ນສາວົກຈື່ງແຈກຢາຍໃຫ້ແກ່ປະຊາຊົນ ຈາກນັ້ນ ຈຶ່ງແບ່ງໃຫ້ກັນແລະກັນໃນໝູ່ປະຊາຊົນອີກການເຮັດໃຫ້ລັກສະນະດຽວກັນນີ້ເກີດຂຶ້ນ ກັບບັນດາຜູ້ທີ່ເຂົາສະນິດຢູ່ໃນພຣະຄຣິດຈະໄດ້ຮັບອາຫານຊີວິດມາຈາກພຣະອົງແລະ ໄດ້ແຈກຈ່າຍອອກໄປເຊັ່ນກັນ ສາວົກຂອງພຣະອົງໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ຕິດຕໍ່ລະ ຫວ່າງພຣະຄຣິດກັບຄົນທັງຫຼາຍ {MH49.1}ມແ 29.3

    ເມື່ອເຫຼົ່າສາວົກໄດ້ຍິນພຣະດຳລັດສັ່ງຂອງພຣະຜູ້ຊ່ວຍໃຫ້ລອດທີ່ວ່າ ພວກ ທ່ານຈົ່ງລ້ຽງເຂົາເຖີດ ຕ່າງກໍຮູ້ສຶກຍຸ້ງຍາກໃຈຈຶ່ງທູນຖາມພຣະອົງວ່າ: ເຮົາຈະເຂົ້າໄປໃນ ໝູ່ບ້ານເພື່ອຊື້ອາຫານມາລ້ຽງຄົນເຫຼົ່ານີ້ບໍ່? ແຕ່ພຣະຄຣິດຊົງບອກຢ່າງໃດ ພວກທ່ານ ຈົ່ງລ້ຽງເຂົາເຖີດ ພວກສາວົກໄດ້ນຳອາຫານທັງໝົດມາຖະຫວາຍພຣະເຢຊູ ແຕ່ພຣະ ອົງບໍ່ໄດ້ບອກໃຫ້ພວກເຂົາກິນ ກັບມີພຣະດໍາລັດສັ່ງໃຫ້ພວກເຂົານໍາເອົາອາຫານໄປລ້ຽງ ຝູງຊົນ ອາຫານທີ່ມີຢູ່ໃນພຣະຫັດຂອງພຣະອົງເພີ່ມຂຶ້ນແລະໃນມືຂອງພວກສາວົກທີ່ ເອື້ອມໄປຫາພຣະອົງກໍມີອາຫານທີ່ເຕັມບໍລິບູນຢູ່ສະເໝີ ອາຫານທີ່ມີຢູ່ພຽງເລັກນ້ອຍນີ້ ກັບມີພຽງພໍສຳລັບທຸກຄົນເມື່ອຝູງຊົນໄດ້ຮັບປະທານອາຫານຢ່າງຮຽບຮ້ອຍແລ້ວ ບັນດາ ສາວົກຈຶ່ງໄດ້ຮ່ວມຮັບປະທານອາຫານອັນມີຄ່າທີ່ສະຫວັນປະທານມາໃຫ້ພ້ອມກັບພຣະເຢຊູ {MH 49.2}ມແ 30.1

    ຫຼາຍຄັ້ງທີ່ເຮົາຮູ້ສຶກຫົດຫູ່ໃຈ ເມື່ອເຫັນເຖິງສະພາບທີ່ທຸກແຄ້ນຂອງຄົນຍາກຄົນ ຈົນ ຄົນທີ່ຂາດຄວາມຮູ້ແລະຄົນທີ່ຕົກລະກຳລຳບາກ ເຮົາອາດຈະຖາມວ່າ: ກຳລັງອັນ ອ່ອນແອແລະເງີນທອງທີ່ມີອັນເລັກນ້ອຍຂອງເຮົາຈະມີສ່ວນຊ່ວຍເຫຼືອໃນຄວາມທຸກ ຍາກລຳບາກອັນເລວຮ້າຍນີ້ໄດ້ຢ່າງໃດ ຄວນຖ້າໃຫ້ໃຜບາງຄົນທີ່ມີຄວາມສາມາດຫຼາຍ ກວ່າເຮົາເຂົ້າມາດຳເນີນການບໍ່ດີກວ່າບໍ່ ຫຼືໃຫ້ບາງອົງກອນເຂົ້າມາຮັບພາລະໄປ ພຣະ ຄຣິດບອກວ່າ ພວກທ່ານຈົ່ງລ້ຽງເຂົາເຖີດ ຈົ່ງໃຊ້ເງິນທອງ ເວລາ ແລະຄວາມສາມາດ ທີ່ທ່ານມີຢູ່ ນຳເຂົ້າໜົມປັງບາຣ໌ລີຂອງທ່ານມາຖະຫວາຍແດ່ພຣະເຢຊູ {MH 49.3}ມແ 30.2

    ເຖິງແມ່ນທ່ານມີເງິນຄຳສິ່ງຂອງບໍ່ພໍຈະມາລ້ຽງຫຼາຍພັນຄົນໄດ້ ແຕ່ຊັບສິນນີ້ອາດພໍ ລ້ຽງໜຶ່ງຄົນໄດ້ ໃນພຣະຫັດຂອງພຣະຄຣິດຊັບສິນເຫຼົ່ານີ້ຈະລ້ຽງຄົນໄດ້ຢ່າງຫຼວງຫຼາຍ ຄືສາວົກຂອງພຣະອົງ ຈົ່ງຖະຫວາຍໃນສິ່ງທີ່ທ່ານມີແລ້ວ ພຣະຄຣິດຈະຊົງປະທານໃຫ້ ສິ່ງຂອງນັ້ນທະວີຂຶ້ນ ພຣະອົງຈະຊົງປະທານບຳເໜັດແກ່ຜູ້ທີ່ໄວ້ວາງໃຈພຣະອົງດ້ວຍ ຄວາມສັດຊື່ແລະຖ່ອມຕົນ ສິ່ງທີ່ເບິ່ງຄືມີພຽງເລັກນ້ອຍແຕ່ກັບກາຍເປັນການລ້ຽງທີ່ມີອາ ຫານອັນອຸດົມສົມບູນ{MH49.4}ມແ 30.3

    “ຄົນທີ່ຫວ່ານພຽງເລັກນ້ອຍກໍຈະໄດ້ເກັບກ່ຽວພຽງເລັກນ້ອຍ ຄົນທີ່ຫວ່ານຫຼາຍ ກໍຈະໄດ້ເກັບກ່ຽວຫຼາຍ ພຣະເຈົ້າຊົງລິດອາດປະທານຂອງດີທຸກສິ່ງຢ່າງອຸດົມໃຫ້ແກ່ທ່ານ ທັງຫຼາຍ ເພື່ອໃຫ້ທ່ານມີທຸກສິ່ງທຸກຢ່າງພຽງພໍສຳລັບຕົນສະເໝີ ທັງຈະມີສິ່ງຂອງບໍລິບູນ ສຳລັບງານທີ່ດີທຸກຢ່າງດ້ວຍ ຕາມທີ່ພຣະຄຳພີໄດ້ຂຽນໄວ້ວ່າ:ມແ 30.4

    “ເຂົາແຈກຈ່າຍ ເຂົາໃຫ້ແກ່ຄົນຍາກຈົນ
    ຄວາມຊອບທຳຂອງເຂົາດຳລົງຢູ່ເປັນນິດ” {MH 50.1}”
    ມແ 31.1

    “ຝ່າຍພຣະອົງຜູ້ທີ່ປະທານພືດແກ່ຄົນທີ່ຫວ່ານແລະປະທານອາຫານແກ່ຄົນທີ່ກິນ ຈະຊົງປະທານໃຫ້ພືດຂອງທ່ານທີຫວ່ານແລ້ວນັ້ນທະວີຂຶ້ນຢ່າງຫຼວງຫຼາຍ ແລະຈະ ຊົງໃຫ້ຜົນແກ່ຄວາມຊອບທຳຂອງທ່ານຈະເລີນຍິ່ງຂຶ້ນ ໂດຍຊົງໃຫ້ທ່ານທັງຫຼາຍມີສິ່ງສາ ລະພັດຮັ່ງມີບໍລິບູນຂຶ້ນ” (2 ໂກລິນໂທ 9:6-11) {MH 52.2}.ມແ 31.2

    *****