Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການປ້ອງກັນໂລກ

    ບໍ່ພຽງແຕ່ໃນພິທີກໍາທາງສາສະໜາເທົ່ານັ້ນ ທຸກກິດຈະກໍາຂອງຊີວິດປະຈໍາວັນ ໄດ້ຖືກແບ່ງແຍກໃຫ້ເຫັນເຖິງຄວາມແຕກຕ່າງລະຫວ່າງສິ່ງທີ່ສະອາດແລະສິ່ງທີ່ເປັນມົນ ທິນ ຜູ້ໃດທີ່ໄປສໍາຜັດກັບໂລກຕິດຕໍ່ຫຼືໂລກຕິດເຊື້ອຈະຕ້ອງຖືກກັກຕົວໄວ້ນອກຄ້າຍພັກ ແລະຈະບໍ່ໄດ້ຮັບອານຸຍາດໃຫ້ກັບເຂົ້າມາຢູ່ໃນຄ້າຍຈົນກວ່າຈະໄດ້ອາບນໍ້າຊໍາລະຮ່າງກາຍ ແລະໄດ້ຊັກເສື້ອຜ້າຂອງຕົນຢ່າງສະອາດໝົດຈົນ ໃນກໍລະນີຂອງຜູ້ທີ່ປ່ວຍເປັນໂລກຕິດ ຕໍ່ໄດ້ມີຄໍາແນະນໍາໄວ້ດັ່ງນີ້ {MH 277.2}ມແ 279.2

    ຕຽງນອນຊຶ່ງຜູ້ໃດທີ່ມີສິ່ງໄຫຼອອກຂຶ້ນໄປນອນ ຕຽງນັ້ນກໍເປັນມົນທິນທຸກສິ່ງທີ່ ເຂົາຮອງນັ່ງກໍເປັນມົນທິນ ຜູ້ໃດທີ່ແຕະຕ້ອງຕຽງຂອງເຂົາຕ້ອງຊັກເສື້ອຜ້າຂອງຕົນແລະ ອາບນໍ້າ ແລະຈະເປັນມົນທິນໄປຈົນເຖິງເວລາຄໍ່າ ຜູ້ໃດໄປນັ່ງເທິງສິ່ງທີ່ຜູ້ມີສິ່ງໄຫຼອອກ ໄດ້ນັ່ງກ່ອນ ຜູ້ນັ້ນຕ້ອງຊັກເສື້ອຜ້າຂອງຕົນແລະອາບນໍ້າ ແລະຈະເປັນມົນທິນໄປຈົນເຖິງ ເວລາຄໍ່າ ຜູ້ໃດໄປແຕະຕ້ອງຮ່າງກາຍຂອງຜູ້ທີ່ມີສິ່ງໄຫຼອອກຜູ້ນັ້ນຕ້ອງຊັກເສື້ອຜ້າຂອງຕົນ ແລະອາບນໍ້າ ແລະເປັນມົນທິນໄປຈົນເຖິງເວລາຄໍ່າ…ຜູ້ໜຶ່ງຜູ້ໃດທີ່ແຕະຕ້ອງສິ່ງທີ່ ຮອງເຂົາຢູ່ນັ້ນ ຜູ້ນັ້ນຈະເປັນມົນທິນໄປຈົນເຖິງເວລາຄໍ່າ ແລະຜູ້ໃດທີ່ຢິບຖືສິ່ງນັ້ນຕ້ອງ ຊັກເສື້ອຜ້າຂອງຕົວເອງແລະອາບນໍ້າ ແລະເປັນມົນທິນໄປຈົນເຖິງເວລາຄໍ່າ ຜູ້ທີ່ມີສິ່ງໄຫຼ ອອກແຕະຕ້ອງຜູ້ໃດດ້ວຍມືທີ່ບໍ່ໄດ້ລ້າງ ຜູ້ຖືກແຕະຕ້ອງນັ້ນຕ້ອງຊັກເສື້ອຜ້າຂອງຕົນ ເອງແລະອາບນໍ້າ ແລະເປັນມົນທິນໄປຈົນເຖິງຄໍ່າ ພາຊະນະດິນຊຶ່ງຜູ້ທີ່ມີສິ່ງໄຫຼອອກແຕະ ຕ້ອງໃຫ້ທຸບເສຍ ແລະພາຊະນະໄມ້ທຸກຢ່າງກໍໃຫ້ຊໍາລະເສຍດ້ວຍນໍ້າ” ເລວີ 15:4-12 {MH 277.3}ມແ 280.1

    ກົດບັນຍັດທີ່ວ່າດ້ວຍເລື່ອງຂອງໂລກເຮື້ອນນັ້ນ ເປັນແບບຢ່າງທີ່ສະແດງໃຫ້ເຫັນ ເຖິງຄວາມລະອຽດລະອໍຂອງກົດຂໍ້ບັງຄັບທີ່ພວກອິສະລະເອນຈະຕ້ອງຖືປະປະຕິບັດຕາມ {MH 278.1}ມແ 280.2

    ເຂົາຈະເປັນມົນທິນຢູ່ຕະຫຼອດເວລາທີ່ເຂົາເປັນໂລກ ເຂົາເປັນມົນທິນ ເຂົາຈະ ຕ້ອງຢູ່ແຕ່ລໍາພັງພາຍນອກຄ້າຍ ເມື່ອໃນເຄື່ອງແຕ່ງກາຍມີເຮື້ອນ ບໍ່ວ່າຈະເປັນເຄື່ອງແຕ່ງ ກາຍຂົນສັດຫຼືຜ້າມ່ານ ຢູ່ທີ່ດ້າຍເສັ້ນຕົງຫຼືເສັ້ນນອນ ຢູ່ທີ່ຜ້າປ່ານຫຼືຂົນສັດຫຼືຢູ່ໃນໜັງ ຫຼືສິ່ງໃດໆທີ່ເຮັດດ້ວຍໜັງ....ໃຫ້ປູໂລຫິດກວດໂລກນັ້ນ…ຖ້າໂລກນັ້ນລາມໄປໃນເສື້ອ ຜ້າເຄື່ອງແຕ່ງກາຍ ບໍ່ວ່າຈະຢູ່ທີ່ດ້າຍເສັ້ນຕົງຫຼືເສັ້ນນອນ ເປັນທີ່ໜັງສັດ ຫຼືສິ່ງໃດທີ່ເຮັດ ດ້ວຍໜັງສັດ ໂລກນັ້ນເປັນໂລກເຮື້ອນຢ່າງຮ້າຍ ນັບວ່າເປັນມົນທິນ ໃຫ້ປຸໂລຫິດເຜົາ ເຄື່ອງແຕ່ງກາຍນັ້ນເສຍ ບໍ່ວ່າເປັນໂລກທີ່ດ້າຍຕັ້ງຫຼືນອນ ເປັນທີ່ຜ້າຂົນສັດຫຼືຜ້າປ່ານຫຼືສິ່ງ ໃດໆ ທີ່ເຮັດດ້ວຍໜັງສັດ ເພາະເປັນໂລກເຮື້ອນທີ່ຮ້າຍ ຈົ່ງໃຫ້ເຜົາເສຍໃນໄຟ” ເລວີ 13:46-52 {MH 278.2}ມແ 280.3

    ໃນທໍານອງດຽວກັນຖ້າໃນເຮືອນຫຼັງໃດມີລັກສະນະທີ່ສະແດງໃຫ້ເຫັນວ່າມີຄວາມ ບໍ່ປອດໄພທີ່ຈະໃຊ້ຢູ່ອາໄສໄດ້ ເຮືອນຫຼັງນັ້ນຈະຕ້ອງຖືກທໍາລາຍເສຍ ປຸໂລຫິດຈະຕ້ອງ “ມ້າງເຮືອນນັ້ນລົງ ຫິນ ໄມ້ແລະປູນທີ່ເຮັດເຮືອນນັ້ນໃຫ້ຂົນໄປຖິ້ມເສຍໃນບ່ອນທີ່ມົນ ທິນພາຍນອກເມືອງຍິ່ງກວ່ານັ້ນອີກ ເມື່ອເຮືອນອັດຢູ່ມີຜູ້ໃດເຂົ້າໄປ ຜູ້ນັ້ນຈະເປັນມົນ ທິນຈົນເຖິງເວລາຄໍ່າ ຜູ້ໃດທີ່ນອນລົງໃນເຮືອນນັ້ນ ຕ້ອງຊັກເສື້ອຜ້າຂອງເຂົາ ແລະຜູ້ທີ່ ຮັບປະທານອາຫານໃນເຮືອນນັ້ນ ຕ້ອງຊັກເສື້ອຜ້າຂອງເຂົາດ້ວຍ ” ເລວີ 14:45-47 {MH 278.3}ມແ 281.1