Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ບົດທີ 18 ການບໍາບັດຮັກສາດ້ານຈິດໃຈ

    ຈິດໃຈແລະຮ່າງກາຍມີຄວາມສໍາພັນໃກ້ຊິດກັນຢ່າງໜຽວແໜ້ນ ເມື່ອຝ່າຍໜຶ່ງ ເກີດການເຈັບປ່ວຍ ອີກຝ່າຍໜຶ່ງຈະເກີດຄວາມເຫັກອົກເຫັນໃຈ ສະພາວະຂອງຈິດໃຈ ມີຜົນກະທົບຕໍ່ສຸຂະພາບໃນລະດັບທີ່ຫຼາຍກວ່າທີ່ຫຼາຍຄົນຈະເຂົ້າໃຈ ໂລກຫຼາຍຊະນິດ ທີ່ເຮັດໃຫ້ມະນຸດຕ້ອງທົນທຸກທໍລະມານຢູ່ນັ້ນມີສາເຫດມາຈາກສະພາບຈິດໃຈທີ່ຫົດ ຫູ່ແລະຊຶມເສົ້າ ຄວາມໂສກເສົ້າເສຍໃຈ ຄວາມວິຕົກກັງວົນ ຄວາມບໍ່ເພິ່ງພໍໃຈ ຄວາມ ຮູ້ສຶກຜິດ ຄວາມບາບແລະຄວາມສົງໃສຫວາດລະແວງ ລ້ວນແລ້ວແຕ່ຫວັງທໍາລາຍພະ ລັງຂອງຊີວິດແລະເຊື້ອເຊີຍ(ນໍາເອົາ)ຄວາມຊຸດໂຊມແລະຄວາມຕາຍມາໃຫ້ {HM 241.1}ມແ 241.1

    ໂລກໄພໃນບາງຄັ້ງຖືກສ້າງຂຶ້ນແລະບາງຄັ້ງກໍາເລີບຢ່າງຮຸນແຮງໂດຍການຈິນຕະ ນາການໄປເອງ ຫຼາຍຄົນຕ້ອງເຈັບປວດຕະຫຼອດທັງຊີວິດ ທັງທີ່ພວກເຂົາໜ້າຈະຫາຍ ຈາກໂລກໄດ້ຫາກພຽງແຕ່ພວກເຂົາຄິດເຊັ່ນນັ້ນ ຫຼາຍຄົນຄິດໄປເອງວ່າການສໍາຜັດຖືກ ສິ່ງທີ່ບໍ່ສະອາດແມ່ນແຕ່ພຽງເລັກນ້ອຍກໍຈະເຮັດໃຫ້ເຈັບປ່ວຍໄດ້ແລະຜົນຮ້າຍກໍເກີດ ຂຶ້ນແທ້ໆ ເພາະພວກເຂົາໄດ້ຄາດການເອົາໄວ້ລ່ວງໜ້າແລ້ວນັ້ນເອງ ຫຼາຍຄົນເສຍຊີວິດ ໄປດ້ວຍໂລກໄພທີ່ມີສາເຫດມາຈາກການຈິນຕະນາການທັງສິ້ນ {HM 241.2}ມແ 241.2

    ຄວາມກ້າຫານ ຄວາມຫວັງ ຄວາມເຊື່ອ ຄວາມເຫັນອົກເຫັນໃຈ ຄວາມຮັກສົ່ງ ເສີມສຸຂະພາບທີ່ສົມບູນແຂງແຮງແລະຍືດຊີວິດໃຫ້ຍືນຍາວ ຈິດໃຈທີ່ມີຄວາມເພິ່ງພໍໃຈ ໃຈທີ່ລ່າເລີງແລະມີຄວາມຊື່ນຊົມຍິນດີຄືຄວາມແຂງແຮງຂອງຮ່າງກາຍແລະຄວາມເຂັ້ມ ແຂງຂອງຈິດໃຈ “ໃຈລ່າເລີງເປັນຢາຢ່າງດີ ” ສຸພາສິດ 17:22 {HM 241.3}ມແ 242.1

    ໃນການບໍາບັດຮັກສາຜູ້ປ່ວຍນັ້ນ ເຮົາບໍ່ຄວນເບິ່ງຂ້າມຜົນອັນເກີດຈາກອິດທິພົນ ຂອງຈິດໃຈ ຫາກໃຊ້ຢ່າງຖືກຕ້ອງ ອິດທິພົນນີ້ຈະກາຍເປັນການບໍາບັດຮັກສາອີກວິທີໜຶ່ງ ທີ່ໄດ້ຜົນຫຼາຍທີ່ສຸດໃນການຕໍ່ສູ້ກັບໂລກໄພໄຂ້ເຈັບ {HM 241.4}ມແ 242.2

    Larger font
    Smaller font
    Copy
    Print
    Contents