Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການຮັກສາໂຣກຕາມຫຼັກຄໍາສອນໃນພຣະຄໍາພີ

    ສໍາລັບຄົນທັງຫຼາຍທີ່ຕ້ອງການຟື້ນຟູຫຼືຖະໜອມສຸຂະພາບໄວ້ດົນໆ ມີຂໍ້ພຣະຄໍາ ພີຕອນໜຶ່ງທີ່ກ່າວໄວ້ວ່າ ແລະຢ່າເມົາເຫຼົ້າອາງຸ່ນຊຶ່ງຈະເຮັດໃຫ້ເສຍຄົນ ແຕ່ຈົ່ງເຕັມລົ້ນ ດ້ວຍດ້ວຍພຣະວິນຍານຈະດີກວ່າ ເອເຟໂຊ 5:18 ການບໍາບັດຮັກສາທີ່ແທ້ຈິງຫຼືການ ຟື້ນຟູຄວາມສົດຊື່ນໃຫ້ແກ່ຮ່າງກາຍແລະຈິດໃຈນັ້ນ ບໍ່ແມ່ນໄດ້ມາໂດຍຄວາມຮູ້ສຶກຕື່ນ ເຕັ້ນຫຼືຫຼຸດຈາກຄວາມທຸກດ້ວຍການໃຊ້ສານກະຕຸ້ນທີ່ຜິດທໍາມະຊາດຫຼືໃຫ້ໂທດ ບໍ່ແມ່ນ ໄດ້ມາໂດຍການເຮັດຕາມໃຈຕົວເອງດ້ວຍການສະໜອງຄວາມຢາກຫຼືລາຄະຕັນຫາອັນ ຫຍາບຊ້າ ໃນບັນດາຜູ້ເຈັບປ່ວຍຍັງມີຫຼາຍຄົນທີ່ບໍ່ໄດ້ຮູ້ຈັກພຣະເຈົ້າແລະປາສະຈາກຊຶ່ງ ຄວາມຫວັງ ພວກເຂົາຕ້ອງທົນທຸກທໍລະມານຈາກຄວາມຢາກທີ່ບໍ່ຮູ້ຈັກອີ່ມ ກິເຫຼດຕັນ ຫາທີ່ຜິດປົກກະຕິ ແລະຕ້ອງຖືກພິພາກສາລົງໂທດຈາກຄວາມຮູ້ສຶກຜິດຊອບຂອງຕົນເອງ ພວກເຂົາກໍາລັງສູນເສຍສິ່ງທີ່ຄອຍຢຶດໃນຊີວິດແລະບໍ່ມີຄວາມຫວັງຂອງຊີວິດໃນ ພາຍພາກໜ້າ ຜູ້ທີ່ຄອຍດູແລຮັກສາຄົນປ່ວຍຕ້ອງບໍ່ຍອມປານີປານອມໃຫ້ພວກເຂົາເຮັດ ອັນໃດຕາມໃຈຕົວເອງໃນທາງທີ່ຜິດ ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ຊີວິດຂອງພວກເຂົາພິນາດ ຈິດ ວິນຍານທີ່ຫິວກະຫາຍກໍຍັງຄົງຫິວກະຫາຍຕໍ່ໄປ ເມື່ອໃດທີ່ຍັງມີຄວາມປາຖະໜາເພື່ອ ສະໜອງຄວາມຕ້ອງການ ຜູ້ທີ່ດື່ມນໍ້າຈາກນໍ້າພຸແຫ່ງຄວາມສະໜຸກເພີດເພີນທີ່ເຫັນແກ່ ຕົວກໍາລັງຖູກຫຼອກລວງ ພວກເຂົາເຂົ້າໃຈຜິດຄິດວ່າການສະໜຸກສະໜານເຮຮາກໍ່ໃຫ້ ເກີດພາລະກໍາລັງແລະຄວາມເຂັ້ມແຂງ ແລະເມື່ອຄວາມຕື່ນເຕັ້ນໄດ້ສິ້ນສຸດລົງ ແຮງກະ ຕຸ້ນກໍຢຸດລົງໄປນໍາ ແລະເຫຼືອໄວ້ແຕ່ຄວາມບໍ່ເພິ່ງພໍໃຈແລະຄວາມທໍ້ຖອຍສິ້ນຫວັງ {MH 246.2}ມແ 247.1

    ສັນຕິສຸກທີ່ຍັ້ງຍືນ ຈິດວິນຍານທີ່ພັກສະຫງົບຢ່າງແທ້ຈິງມີແຫຼ່ງທີ່ມາພຽງແຫ່ວ ດຽວເທົ່ານັ້ນ ພຣະຄຣິດບອກເຖິງເລື່ອງທີ່ວ່າ “ບັນດາຜູ້ທີ່ເຮັດວຽກຢ່າງອິດເມື່ອຍແລະ ແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ທ່ານທັງຫຼາຍຫາຍເມື່ອຍເປັນສຸກ ” ມັດທາຍ 11:28 “ ເຮົາມອບສັນຕິສຸກໄວ້ໃຫ້ແກ່ທ່ານທັງຫຼາຍ ສັນຕິສຸກທີ່ເຮົາມອບໃຫ້ ແກ່ທ່ານນັ້ນ ເຮົາໃຫ້ທ່ານບໍ່ຄືໂລກໃຫ້” ໂຢຮັນ 14:27 ສັນຕິສຸກນີ້ບໍ່ແມ່ນພາຍນອກ ທີ່ພຣະອົງປະທານໃຫ້ເຮົາ ແຕ່ເປັນສັນຕິສຸກທີ່ຢູ່ໃນພຣະຄຣິດແລະເຮົາຈະຮັບສັນຕິສຸກ ນໍ່ໄດ້ໂດຍການທີ່ເຮົາຍອມຮັບໃຫ້ພຣະອົງເທົ່ານັ້ນ {MH 247.1}ມແ 248.1

    ພຣະຄຣິດຊົງເປັນບໍ່ນໍ້າພຸແຫ່ງຊີວິດ ສິ່ງທີ່ຫຼາຍຄົນຕ້ອງການກໍຄື ການມີຄວາມເຂົ້າ ໃຈແລະຄວາມຮູ້ແຈ້ງໃນພຣະອົງຫຼາຍຍິ່ງຂຶ້ນ ພວກເຂົາຈຶ່ງຕ້ອງໄດ້ຮັບການສອນດ້ວຍ ຄວາມອົດທົນແລະກະລຸນາ ຢ່າງກະຕືລືລົ້ນເພື່ອໃຫ້ທັງຊີວິດແລະຈິດໃຈຂອງພວກເຂົາ ເປີດກວ້າງຕ້ອນຮັບການຢຽວຢາຂອງສະຫວັນ ເມື່ອແສງສະຫວ່າງແຫ່ງຄວາມຮັກຂອງ ພຣະເຈົ້າໄດ້ສ່ອງສາຍເຂົ້າໄປຍັງຈິດວິນຍານທີ່ມືດມົນ ຄວາມເບື່ອໜ່າຍແລະຄວາມຂັດ ຂ້ອງໝອງໃຈກໍຈະສິ້ນໄປ ແລະຄວາມເບີກບານເພິ່ງພໍໃຈກໍຈະກໍ່ເກີດພະລັງແກ່ຈິດໃຈ ແລະຄວາມເຂັ້ມແຂງແລະກໍາລັງແກ່ຮ່າງກາຍ {MH 247.2}ມແ 248.2

    ເຮົາທັງຫຼາຍກໍາລັງຢູ່ໃນໂລກແຫ່ງຄວາມທຸກທໍລະມານ ຄວາມຍາກລໍາບາກ ຄວາມ ເສົ້າໂສກແລະການທົດລອງກໍາລັງລໍຖ້າເຮົາຢູ່ຕະຫຼອດເສັ້ນທາງທີ່ຈະດໍາເນີນໄປສູ່ບ້ານໃນ ແຜ່ນດິນສະຫວັນ ແຕ່ມີຫຼາຍຄົນຍັງເພີ່ມພາລະອີກສອງເທົ່າໃຫ້ກັບຊີວິດດ້ວຍການຕີ ຕົນໄປກ່ອນໄຂ້ຢ່າງຕໍ່ເນື່ອງ ຖ້າພວກເຂົາປະສົບກັບຄວາມຍາກລໍາບາກຫຼືຄວາມຜິດຫວັງ ພວກເຂົາມັກຈະຄິດວ່າທຸກສິ່ງທຸກຢ່າງຈະຕ້ອງພັງພິນາດ ຄິດວ່າຊີວິດຂອງພວກເຂົາເປັນ ຊີວິດທີ່ຍາກລໍາບາກຫຼາຍທີ່ສຸດ ພວກເຂົາຈະຕ້ອງຕົກລົງສູ່ຄວາມຂັດສົນ ເຫດສະນັ້ນ ພວກເຂົາຈື່ງກາຍເປັນຜູ້ນໍາຄວາມທຸກຍາກມາສູ່ຕົວເອງແລະສືບທອດຄວາມທຸກໄປສູ່ ຄົນອື່ນທີ່ຢູ່ຮອບຕົວ ຊີວິດກັບກາຍເປັນພາລະຍຸ້ງຍາກສໍາລັບບຸກຄົນປະເພດນີ້ ແຕ່ມັນ ບໍ່ຈໍາເປັນຕ້ອງເປັນເຊັ່ນນັ້ນ ການຈະປ່ຽນແປງຄວາມຄິດຂອງພວກເຂົາຈໍາເປັນຕ້ອງໃຊ້ ຄວາມພະຍາຍາມຢ່າງຕັ້ງໃຈແທ້ ແຕ່ສາມາດເຮັດໄດ້ ຄວາມສຸກຂອງພວກເຂົາທັງຊີວິດ ນີ້ແລະຊີວິດໃນພາຍພາກໜ້າຂຶ້ນຢູ່ກັບການມຸ້ງເປົ້າຄວາມຄິດຂອງພວກເຂົາໄປສູ່ສິ່ງທີ່ ເຮັດໃຫ້ຈິດໃຈເບີກບານ ຈົ່ງໃຫ້ເຂົາປິ່ນໜ້າຈາກພາບຈິນຕະນາການອັນມືດມົນທີ່ແຕ້ມ ມັນຂຶ້ນມາເອງ ແລະຫັນໄປເບິ່ງເຖິງສິ່ງທີ່ມີຄຸນຄ່າທີ່ພຣະເຈົ້າປະທານໃຫ້ເທິງເສັ້ນທາງ ເດີນຂອງພວກເຂົາ ແລະເໜືອໄປກວ່ານັ້ນ ເສັ້ນທາງທີ່ນໍາໄປສູ່ໂລກທີ່ຍັງເບິ່ງບໍ່ເຫັນແລະ ນິລັນ {MH 247.3}ມແ 248.3

    ພຣະເຈົ້າໄດ້ຊົງຈັດຕຽມຄວາມຊ່ວຍເຫຼືອໃຫ້ແກ່ເຮົາໃນທຸກການທົດລອງເມື່ອ ຊົນຊາດອິດສະລະເອນໄດ້ເດີນທາງໄປໃນຖິ່ນກັນດານຈົນມາເຖິງແຫຼ່ງນໍ້າລົດຂົມແຫ່ງ ຖິ່ນມາຣາ ໂມເສດໄດ້ຮ້ອງທູນຂໍຕໍ່ອົງພຣະຜູ້ເປັນເຈົ້າ ແຕ່ພຣະອົງບໍ່ໄດ້ປະທານຫົນທາງ ແກ້ໄຂທີ່ແປກໃໝ່ແຕ່ຢ່າງໃດ ພຣະອົງຊົງໃຫ້ເຂົາພິຈາລະນາເຖິງສິ່ງທີ່ຢູ່ໃກ້ຕົວ ພຣະອົງ ຊົງໃຫ້ໂມເສດໂຍນພຸ່ມໄມ້ທີ່ພຣະອົງຊົງສ້າງຂຶ້ນມາລົງໄປໃນນໍ້າເພື່ອໃຫ້ນໍ້າບໍລິສຸດແລະ ມີລົດຫວານ ເມື່ອໄດ້ເຮັດເຊັ່ນນີ້ແລ້ວປະຊາຊົນກໍໄດ້ດື່ມນໍ້າແລະໄດ້ຮັບຄວາມສົດຊື່ນ ໃນການທົດລອງທຸກຄັ້ງຖ້າເຮົາຈະສະແຫວງຫາພຣະອົງ ເພື່ອເຫັນເຖິງພຣະສັນຍາແຫ່ງ ການບໍາບັດຮັກສາຕາມທີ່ຂຽນໄວ້ໃນພຣະວັດຈະນະຂອງພຣະອົງ ພຣະວິນຍານບໍລິສຸດ ຈະຊົງສອນເຮົາໃຫ້ໄດ້ຮູ້ຈັກວິທີແບ່ງປັນພຣະພອນເພື່ອບັນເທົາຄວາມທຸກຍາກໄດ້ຢ່າງໃດ ໃນທຸກຄວາມຂົມທີ່ຮີມສົບຂອງເຮົາໄດ້ສໍາຜັດ ເຮົາຈະພົບກິ່ງໄມ້ແຫ່ງການຢຽວຢາ ຮັກສາ {MH 248.1}ມແ 249.1

    ເຮົາບໍ່ຄວນປ່ອຍໃຫ້ອານາຄົດທີ່ມີບັນຫາຍຸ້ງຍາກແລະແນວໂນ້ມທີ່ບໍ່ໜ້າເພິ່ງພໍ ໃຈມາເຮັດໃຫ້ຈິດໃຈຂອງເຮົາອ່ອນເພຍ ຫົວເຂົ່າຂອງເຮົາສັ່ນຄອນ ແຂນຂອງເຮົາຕົກ ພຣະເຈົ້າຜູ້ຊົງລິດເດດຕັດວ່າ “ ຕ້ອງໃຫ້ເຂົາເກາະຢູ່ກັບກໍາລັງຂອງເຮົາ ເພື່ອໃຫ້ເຂົາສ້າງ ສັນຕິພາບກັບເຮົາ ຖືກແລ້ວເຂົາຈະສ້າງສັນຕິພາບກັບເຮົາ ” ເອສະຢາ 27:5 ຄົນທັງຫຼາຍ ທີ່ຍອມຈໍານົນຊີວິດຂອງພວກເຂົາໄວ້ໃນການຊົງນໍາຂອງພຣະອົງແລະເພື່ອການປະຕິບັດ ຮັບໃຊ້ພຣະອົງຈະບໍ່ຕົກຢູ່ໃນສະຖານະການທີ່ພຣະເຈົ້າບໍ່ໄດ້ຊົງຈັດຕຽມໄວ້ ບໍ່ວ່າເຮົາຈະ ຕົກຢູ່ໃນສະພາບເຊັ່ນໃດ ຖ້າເຮົາເປັນຜູ້ທີ່ປະຕິບັດຕາມພຣະວັດຈະນະຂອງພຣະອົງ ເຮົາ ກໍຈະມີຜູ້ທີ່ນໍາທາງໃນຊີວິດຂອງເຮົາ ບໍ່ວ່າເຮົາຈະມີເລື່ອງຫຍຸ້ງຍາກໃຈເຊັ່ນໃດ ເຮົາກໍຈະ ມີທີ່ປຶກສາທີ່ແທ້ຈິງ ຄວາມທຸກໂສກຂອງເຮົາຈະເປັນເຊັ່ນໃດ ການສູນເສຍຄົນຮັກຫຼືຮູ້ ສຶກເຫງົາຫຼາຍພຽງໃດເຮົາກໍຈະມີພຣະສະຫາຍທີ່ເຫັນອົກເຫັນໃຈ {MH 248.2}ມແ 249.2

    ເຮົາຍ່າງພາດໄດ້ຖ້າເຮົາຮູ້ເທົ່າບໍ່ເຖິງການ ແຕ່ພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ຊົງປະຖິ້ມ ເຮົາ ເຮົາບໍ່ຕ້ອງຢ້ານວ່າເຮົາຕ້ອງຢູ່ຢ່າງໂດດດ່ຽວດຽວດາຍ ທູດສະຫວັນຈະຄອຍເປັນ ເພື່ອນທີ່ຢູ່ໃກ້ຊິດ ຜູ້ເລົ້າໂລມໃຈທີ່ພຣະຄຣິດຊົງສັນຍາວ່າຈະປະທານມາໃນນາມຂອງ ພຣະອົງ ຈະສະຖິດຢູ່ກັບເຮົາ ເທິງຫົນທາງທີ່ດໍາເນີນໄປສູ່ລາຊະທານີອັນເປັນທີ່ປະທັບ ຂອງພຣະເຈົ້າຈະບໍ່ມີຄວາມຍາກລໍາບາກໃດ ຊຶ່ງຜູ້ທີ່ໄວ້ວາງໃຈໃນພຣະອົງຈະບໍ່ສາມາດ ຜ່ານຜ່າໄປໄດ້ ຈະບໍ່ມີໄພອັນຕະລາຍໃດທີ່ພວກເຂົາບໍ່ອາດຫຼົບລີ້ໜີບໍ່ພົ້ນ ຈະບໍ່ມີຄວາມ ໂສກາ ຈະບໍ່ມີການຄໍ່າຄວນແລະຈະບໍ່ມີຄວາມອ່ອນແອໃດຂອງມະນຸດທີ່ພຣະອົງບໍ່ໄດ້ ຊົງຈັດຕຽມທາງແກ້ເອົາໄວ້ {MH 249.1}ມແ 250.1

    ບໍ່ມີຄົນໃດຕ້ອງປ່ວຍຕົວເອງໃຫ້ຈົມຢູ່ກັບຄວາມທໍ້ແທ້ສິ້ນຫວັງ ຊາຕານອາດຈະ ເຂົ້າມາຫາທ່ານດ້ວຍຄໍາແນະນໍາອັນໂຫດຮ້າຍວ່າ “ຊີວິດຂອງທ່ານເປັນຊີວິດທີ່ໝົດຫວັງ ແລະບໍ່ມາດຈະແກ້ໄຂອັນໃດໄດ້ອີກ ” ແຕ່ຍັງມີຄວາມຫວັງສໍາລັບທ່ານໃນອົງພຣະເຢຊູ ຄຣິດ ພຣະເຈົ້າບໍ່ໄດ້ຊົງບັນຊາໃຫ້ເຮົາເອົາຊະນະຄວາມຍາກລໍາບາກດ້ວຍກໍາລັງຂອງເຮົາ ເອງ ພຣະອົງຊົງຂໍໃຫ້ເຮົາໄດ້ເຂົ້າມາໃກ້ພຣະອົງ ພຣະອົງຊົງລໍຄອຍທີ່ຈະຊ່ວຍປົດປ່ອຍ ໃຫ້ເຮົາໄດ້ເປັນອິດສະຫຼະຈາກຄວາມທຸກຍາກລໍາບາກທີ່ຖົມທັບຢູ່ເໜືອຈິດວິນຍານ ແລະຮ່າງກາຍຂອງເຮົາ {MH 249.2}ມແ 250.2

    ພຣະຄຣິດຜູ້ຊົງຖ່ອນພຣະອົງລົງມາຮັບສະພາບຂອງມະນຸດ ຍ່ອມຮູ້ຊຶ້ງເຖິງ ຄວາມເຫັນອົກເຫັນໃຈຕໍ່ຄວາມທຸກຍາກຂອງມະນຸດຊາດ ພຣະຄຣິດບໍ່ພຽງແຕ່ຊົງຮູ້ຈັກ ເຖິງຈິດວິນຍານຂອງທຸກໆຄົນແລະຄວາມຕ້ອງການທີ່ຈໍາເພາະແລະຄວາມທຸກຍາກລໍາ ບາກຂອງຈິດວິນຍານ ແຕ່ພຣະອົງຍັງຊົງຮູ້ເຖິງເຫດການທຸກຢ່າງທີ່ເຮັດໃຫ້ຈິດວິນ ຍານຕ້ອງເດືອດຮ້ອນວຸ້ນວາຍ ພຣະອົງຊົງຍື່ນພຣະຫັດອອກດ້ວຍຄວາມຮັກສົງສານແກ່ ບຸດທີ່ທົນທຸກທໍມານທຸກຄົນ ຄົນທັງຫຼາຍທີ່ທຸກທົນທໍລະມານທີ່ສຸດຍ່ອມຈະໄດ້ຮັບ ຄວາມເມດຕາສົງສານແລະຄວາມເຫັນອົກເຫັນໃຈຈາກພຣະອົງຫຼາຍທີ່ສຸດ ພຣະອົງຊົງ ຮູ້ສຶກຢ່າງເລິກເຊິ່ງເຖິງຄວາມອ່ອນແອຂອງເຮົາ ແລະພຣະອົງຊົງປາຖະໜາໃຫ້ເຮົາມອບ ຄວາມວິຕົກທຸກຮ້ອນແລະຄວາມທຸກຍາກລໍາບາກຂອງເຮົາໄວ້ແທບພຣະບາດຂອງພຣະອົງ {MH 249.3}ມແ 250.3

    ການທີ່ເຮົາຄອຍໃສ່ໃຈແຕ່ເລື່ອງຂອງຕົນເອງແລະຄອຍຄິດເຖິງອາລົມຂອງຕົນ ບໍ່ ແມ່ນການກະທໍາທີ່ສະຫຼາດ ຖ້າເຮົາເຮັດເຊັ່ນນີ້ ສັດຕູກໍຈະຖືໂອກາດລໍ້ລວງໃຫ້ເຮົາຕົກ ຢູ່ໃນການທົດລອງແລະຄວາມຍາກລໍາບາກ ບັ່ນທອນຄວາມເຊື່ອໃຫ້ອ່ອນແອແລະທໍາ ລາຍກໍາລັງໃຈ ການເຝົ້າຄິດເຖິງແຕ່ອາລົມແລະຄວາມຮູ້ສຶກຂອງຕົນເອງແລະການປ່ອຍ ຕົວໃຫ້ອ່ອນໄຫວໄປຕາມຄວາມຮູ້ສຶກຂອງເຮົາເປັນການປຸກຄວາມສົງໃສແລະພົວພັນ ເຮົາໃນຄວາມວຸ້ນວາຍສັບສົນ ເຮົາຈໍາຕ້ອງຫັນເຫຄວາມສົນໃຈຈາກຕົນເອງໄປສູ່ພຣະເຢຊູ {MH 249.4}ມແ 251.1

    ເມື່ອການທົດລອງເລັ່ງລັດທ່ານ ເມື່ອຄວາມວິຕົກກັງວົນ ຄວາມທຸກຮ້ອນແລະ ຄວາມມືດມົນເບິ່ງຄືວ່າຈະເຂົ້າລ້ອມຈິດວິນຍານຂອງທ່ານ ຈົ່ງເບິ່ງໄປຍັງສະຖານທີ່ໆທ່ານ ເຫັນແສງສະຫວ່າງຂອງພຣະເຈົ້າໃນຄັ້ງສຸດທ້າຍ ຈົ່ງວາງໃຈໃນຄວາມຮັກຂອງພຣະຄຣິດ ແລະການພິທັກຮັກສາຂອງພຣະອົງ ເມື່ອຄວາມຜິດບາບຕໍ່ສູ້ເພື່ອເອົາຊະນະຈິດໃຈຂອງ ທ່ານ ເມຶື່ອຄວາມຊົ່ວບີບຄັ້ນຈິດວິນຍານແລະສ້າງພາລະຕໍ່ຈິດສໍານຶກ ເມື່ອຄວາມສົງໃສ ບົດບັງຈິດໃຈໃຫ້ມົດໝອງ ຈົ່ງຈື່ໄວ້ວ່າພຣະຄຸນຂອງພຣະຄຣິດມີພຽງພໍທີ່ຈະຊໍາລະລ້າງ ບາບຜິດແລະຂະຈັດຄວາມມືດມົນໃຫ້ໝົດສິ້ນໄປໄດ້ ເມື່ອເຮົາໄດ້ເຂົ້າສະນິດກັບພຣະຜູ້ ຊ່ວຍໃຫ້ລອດ ເຮົາກໍໄດ້ໄປຢູ່ໃນດິນແດນແຫ່ງຄວາມສັນຕິສຸກມແ 251.2

    Larger font
    Smaller font
    Copy
    Print
    Contents