Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມເຫັນອົກເຫັນໃຈຂອງຜູ້ທີ່ຕ້ອງແບກພາລະອັນໜັກ

    ຄົນຈຳນວນຫຼາຍແບກພາລະນ້ອຍນິດ ຈິດໃຈຂອງຄົນເຫຼົ່ານີ້ເກືອບຈະບໍ່ຮູ້ອັນໃດ ກ່ຽວກັບຄວາມທຸກຍາກທີ່ແທ້ຈິງເກືອບບໍ່ຮູ້ສຶກເຖິງຄວາມວຸ່ນວາຍແລະທໍ້ຖອຍໃຈຂອງ ຄົນອື່ນຈົນຄົນເຫຼົ່ານີ້ບໍ່ເຂົ້າໃຈເຖິງວຽກງານຂອງຜູ້ແບກຮັບພາລະຕົວຈິງ ພວກເຂົາບໍ່ ຊາບຊຶ້ງເຖິງພາລະຂອງເຂົາຄືກັບເດັກນ້ອຍທີ່ບໍ່ເຂົ້າໃຈພາລະຂອງຜູ້ເປັນບິດາຂອງເຂົາ ເດັກຄົນນັ້ນອາດສົງໄສໃນຄວາມວິຕົກກັງວົນ ແລະຄວາມທຸກຮ້ອນຂອງບິດາ ແລະ ເບິ່ງວ່າບໍ່ມີຄວາມຈຳເປັນ ແຕ່ເມື່ອຄວາມຊັດເຈນຕໍ່ຊີວິດເພີ່ມຫຼາຍຂຶ້ນ ເມື່ອຕົວເຂົາເອງ ມີພາລະຕ້ອງຮັບຜິດຊອບ ເຂົາກໍຈະຫວນນຶກເຖິງຊີວິດຂອງບິດາຂອງເຂົາ ແລະຈະ ຮູ້ຊຶ້ງໃນສິ່ງທີ່ຄັ້ງໜຶ່ງເຂົາບໍ່ອາດເຂົ້າໃຈຳດ້ປະສົບການທີ່ຂົມຂື່ນໄດ້ຈຸດປະກາຍປັນຫາ ແກ່ເຂົາ {MH 483.3}ມແ 507.1

    ຍັງມີຜົນງານຂອງຜູ້ທີ່ແບກພາລະຈຳນວນຫຼວງຫຼາຍທີ່ບໍ່ເປັນທີ່ເຂົ້າໃຈແລະບໍ່ໄດ້ ຮັບການຊື່ນຊົມເຖິງຄຸນຄ່າ ຈົນຄວາມຕາຍຍຸດຕິໜ້າທີ່ຂອງເຂົາ ເມື່ອຄົນອື່ນເຂົ້າມາແບກ ຮັບພາລະທີ່ເຂົາເຮັດຄ້າງໄວ້ ແລະຕ້ອງປະສົບກັບຄວາມຍາກລຳບາກເຊັ່ນດຽວກັບທີ່ເຂົາ ໄດ້ຜະເຊີນ ເຂົາທັງຫຼາຍຈຶ່ງຄ່ອຍເຂົ້າໃຈວ່າເຂົານັ້ນຕ້ອງຖືກທົດລອງຄວາມເຊື່ອແລະກຳ ລັງໃຈຢ່າງໃດແດ່ ຫຼາຍຄັ້ງຄວາມຜິດພາດຂອງເຂົາທີ່ເຂົາທັງຫຼາຍໃຈຮ້ອນ ຕຳໜິຕິຕຽນ ເໝືອນດັ່ງແຕ່ກ່ອນບໍ່ປະກົດໃຫ້ເຫັນປະສົບການສອນເຂົາ ທັງຫຼາຍໃຫ້ມີຄວາມເຫັນອົກ ເຫັນໃຈຕໍ່ຜູ້ອື່ນ ພຣະເຈົ້າຊົງໂປດປະທານໜ້າທີ່ຮັບຜິດຊອບຕ່າງໆໃຫ້ແກ່ມະນຸດທັງຫຼາຍ ເມື່ອເຂົາທັງຫຼາຍກະທຳຜິດ ພຣະອົງຊົງມີສິດອຳນາດທີ່ຈະແກ້ໄຂຫຼືຍ້າຍເຂົາອອກ ໄປ ເຮົາຈຶ່ງຄວນລະມັດລະວັງບໍ່ນຳອຳນາດການພິພາກສາຕັດສິນ ເຊິ່ງເປັນພະລາຊະກິດ ຂອງພຣະ ເຈົ້າມາດຳເນີນການເອົາເອງ {MH 484.1}ມແ 507.2

    ການກະທຳຂອງດາວິດທີ່ປະຕິບັດຕໍ່ກະສັດຊາອຸນເປັນບົດຮຽນທີ່ດີ ດ້ວຍພຣະ ບັນຊາຂອງພຣະເຈົ້າ ຊາອຸນ ໄດ້ຮຫບການຊົງເຈີມໃຫ້ດຳລົງເປັນກະສັດຂອງຊົນຊາດອິສະ ລາເອນ ເພາະເຫດທີ່ກະສັດຊາອຸນບໍ່ໄດ້ເຊື່ອຟັງພຣະບັນຊາຂອງພຣະເຈົ້າ ອົງພຣະຜູ້ ເປັນເຈົ້າຈຶ່ງປະກາດຍຶດຄືນອານາຈັກຂອງ ຊາອຸນ ເຖິງຢ່າງນັ້ນ ດາວິດກໍຍັງປະຕິບັດຕໍ່ ກະສັດ ຊາອຸນ ດ້ວຍຄວາມສຸພາບອ່ອນໂຍນແລະດ້ວຍຄວາມອົດກັ້ນຫຼາຍພຽງ ໃດເພື່ອຕາມລ່າເອົາຊີວິດຂອງດາວິດ ຊາອຸນເດີນທາງມາເຖິງຖິ່ນທຸລະກັນດານແລະຫຼົງ ເຂົ້າໄປໃນຖໍ້າທີ່ດາວິດລີ້ຢູ່ກັບພວກທະຫານໂດຍບໍ່ມີຜູ້ທີ່ຕິດຕາມໄປດ້ວຍ “ຄົນຂອງດາ ວິດກໍເອີ້ນທ່ານວ່າ ວັນນີ້ເປັນວັນທີ່ພຣະເຈົ້າຕັດກັບທ່ານວ່າ......ເຮົາຈະໄດ້ມອບສັດຕູ ຂອງເຈົ້າໄວ້ໃນມືຂອງເຈົ້າແລະເຈົ້າຈະເຮັດກັບເຂົາຕາມທີ່ເຈົ້າເຫັນຄວນ......ທ່ານ ວ່າແກ່ຄົນຂອງທ່ານວ່າ ຂໍພຣະເຈົ້າຊົງຫ້າມບໍ່ໃຫ້ຂ້າພະເຈົ້າກະທຳສິ່ງນີ້ຕໍ່ເຈົ້ານາຍຂອງ ຂ້າພະເຈົ້າ ຊຶ່ງເປັນຜູ້ທີ່ພຣະເຈົ້າຊົງເຈີມຕັ້ງໄວ້ ຄືທີ່ຈະຢຽດມືອອກຕໍ່ສູ້ກັບທ່ານ ດ້ວຍ ວ່າທ່ານເປັນຜູ້ທີ່ພຣະເຈົ້າຊົງເຈີມໄວ້” ພຣະຜູ້ຊ່ວຍໃຫ້ລອດຊົງຮັບສັ່ງແກ່ເຮົາວ່າ “ຢ່າ ກ່າວໂທດເຂົາ ເພື່ອພຣະເຈົ້າຈະບໍ່ຊົງກ່າວໂທດທ່ານ ເພາະວ່າທ່ານທັງຫຼາຍຈະກ່າວ ໂທດເຂົາຢ່າງໃດ ພຣະເຈົ້າຈະຊົງກ່າວໂທດທ່ານຢ່າງນັ້ນແລະທ່ານຈະຕວງໃຫ້ເຂົາຢ່າງໃດ ພຣະເຈົ້າຈະຊົງຕວງໃຫ້ທ່ານທະນາມອັນນັ້ນ” ຈົ່ງລະລຶກໄວ້ວ່າ ອີກບໍ່ດົນ ສະໝຸດທະບຽນປະຈຳຊີບຂອງທ່ານກໍຈະຖືກສົ່ງໄປໃຫ້ພຣະເຈົ້າຊົງກວດສອບແລະ ຈົ່ງຈື່ຈຳໄວ້ດ້ວຍວ່າ ພຣະອົງຕັດວ່າ “ເຫດສະນັ້ນ ມະນຸດເອີຍ ບໍ່ວ່າທ່ານຈະເປັນໃຜ ເມື່ອທ່ານກ່າວໂທດຜູ້ອື່ນນັ້ນ....ທ່ານກໍໄດ້ກ່າວໂທດຕົວເອງດ້ວຍເພາະວ່າທ່ານທ່ານທີ່ກ່າວ ໂທດເຂົາ ກໍຍັງຄຶດຢ່າງດຽວກັບເຂົາ” 1 ຊາມູເອນ 24:4-6; ມັດທາຍ 7:1,2; ໂຣມ 2:1 {MH 484.2}ມແ 507.3