Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການສຳແດງຂອງພຣະເຈົ້າທີ່ຊັດເຈນຍິ່ງຂຶ້ນ

    ເຮົາທັງຫຼາຍມີສິດທິພິເສດທີ່ຈະເຂົ້າໃຈເຖິງພຣະລັກສະນະຂອງພຣະເຈົ້າ ທີ່ສຳ ແດງແກ່ເຮົາໃນລະດັບທີ່ຊັດເຈນຍິ່ງໆຂຶ້ນ ເມື່ອໂມເສດອະທິຖານວ່າ “ຂໍຊົງໂປດສຳແດງ ສະຫງ່າລາສີຂອງພຣະອົງແກ່ຂ້າພຣະອົງເຖີດ” ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງຕຳນິໂມເສດ ແຕ່ພຣະອົງຊົງໂປດໃຫ້ເປັນໄປຕາມຄຳທູນຂໍ ພຣະເຈົ້າຕັດແກ່ຜູ້ຮັບໃຊ້ຂອງພຣະອົງວ່າ “ເຮົາໃຫ້ຄຸນຄວາມດີຂອງເຮົາປະຈັກແຈ້ງຕໍ່ໜ້າ ເຈົ້າແລະເຮົາຈະປະກາດຊື່ຂອງເຮົາແມ່ນ ເຢໂຮວາໃຫ້ປະຈັກຕໍ່ໜ້າເຈົ້າ” ອົບພະຍົບ 33: 18, 19 {MH 464.1}ມແ 486.1

    ຄວມມຜິດບາບເຮັດໃຫ້ຈິດໃຈຂອງເຮົາມືດມົວແລະລົດຄວມມເຂົ້າໃຈຂອງເຮົາ ເມື່ອຄວາມຜິດບາບຖືກຊຳລະລ້າງອອກໄປຈາກຈິດໃຈຂອງເຮົາ ແສງສະຫວ່າງແຫ່ງ ຄວາມຮູ້ໃນສະຫງ່າລາສີຂອງພຣະເຈົ້າທີ່ປະກົດເທິງພຣະພັກຂອງພຣະເຢຊູຄຣິດ ກໍຈະ ເຮັດໃຫ້ພະວັດຈະນະຂອງພຣະອົງແຈ່ມກະຈ່າງແລະສ່ອງສະທ້ອນອອກມາຈາກທຳມະຊາດ ຈົນເຮົາເກີດຄວາມເຂົ້າໃຈຢ່າງເລິກເຊິ່ງແລະປະກາດໄດ້ວ່າ “ພຣະເຈົ້າຜູ້ຊົງພະ ກະລຸນາຊົງປະກອບດ້ວຍພະຄຸນຊົງກິ້ວຊ້າແລະບໍລິບູນດ້ວຍຄວາມຮັກໝັ້ນຄົງແລະຄວາມ ຊັດຈິງ” ອົບພະຍົບ {MH 464.2}ມແ 486.2

    ໃນແສງສະຫວ່າງຂອງພຣະອົງ ເຮົາຈຶ່ງເບິ່ງເຫັນຄວາມສະຫວ່າງຈົນກະທັງສະຕິ ປັນຍາຈິດໃຈ ແລະຈິດວິນຍານໄດ້ຮັບການປ່ຽນແປງໃໝ່ໃຫ້ເຂົ້າເຖິງຄວາມໄພບູນຕາມ ແບບພຣະສາຍອັນບໍລິສຸດຂອງພຣະອົງ {MH 461.1}ມແ 486.3

    ສຳຫຼັບຄົນທັງຫຼາຍທີ່ເຂົ້າໃຈເຖິງຄວາມທ່ຽງແທ້ຂອງພຣະເຈົ້າທີ່ມີຢູ່ໃນພຣະວັດ ຈະນາຂອງພຣະອົງ ສິ່ງເຫຼືອເຊື່ອຕ່າງໆກໍລ້ວນເປັນໄປດ້ວຍຈິງແທ້ຂອງຄວາມຮູ້ ຫຼາກຫຼາຍບໍ່ເກີດແຫ່ງກຳລັງຕ່າງໆປະກົດຢູ່ຕໍ່ໜ້າເຂົາທັງຫຼາຍ ຄຸນງາມຄວາມດີຈະປະ ຈັກແຈ້ງສິດທິພິເສດແລະໜ້າທີ່ຄວາມຮັບຜິດຊອບທີ່ຄົນເຫຼົ່ານັ້ນບໍ່ເຄີຍຄາດຄິດມາກ່ອນ ວ່າ ຈະມີຢູ່ໃນພຣະຄຳພີກໍຈະຖືກເປີດເຜີຍໃຫ້ໄດ້ເຂົ້າໃຈທຸກຄົນທີ່ດຳເນີນຢູ່ເທິງເສັ້ນ ທາງແຫ່ງຄວາມເຊື່ອຟັງທີ່ຖ່ອມໃຈປະຕິບັດຕາມ ເພື່ອບັນລຸຈຸດປະສົງຂອງພຣະອົງ ຍ່ອມເກີດຄວາມເຂົ້າໃຈໃນພຣະວັດຈະນະຂອງພຣະເຈົ້າຫຼາຍຍິ່ງຂຶ້ນ {MH 465.2}ມແ 486.4

    ຈົ່ງໃຫ້ນັກຮຽນນັກສຶກສາ ເພິ່ງພຣະຄຳພີເປັນຜູ້ນຳທາງແລະຢຶດໝັ້ນໄວ້ເປັນຫຼັກ ການຂອງເຂົາແລ້ວເຂົາຈະສາມາດໄຄ່ວຄ້ວາເພື່ອບັນລຸເຖິງຜົນສຳເລັດທີ່ສູງສົ່ງເທົ່າທີ່ໃຈ ປາຖະໜາ ເມື່ອເຮົາບໍ່ຍອມຮັບວ່າພຣະເຈົ້າຊົງຢູ່ເໜືອສະຫວັນສັບພະສິ່ງທັງປວງຫຼັກ ປະລັດຂະຍາທັງຫຼາຍຂອງມະນຸດກໍມີແຕ່ຈະກໍ່ຄວາມວຸ້ນວາຍສັບສົນແລະຄວາມໜ້າ ລະອາຍໃຈ ແຕ່ຄວາມເຊື່ອອັນມີຄ່າທີ່ພຣະເຈົ້າຊົງດົນໃຈຈະເຮັດໃຫ້ອຸປະນິໃສເຂັ້ມ ແຂງແລະດີງາມເມື່ອຍຶດໝັ້ນໃນພຣະຄຸນຄວາມດີພຣະເມດຕາປານີແລະຄວາມຮັກຂອງ ພຣະອົງ ເຮົາຈະເກີດຄວາມເຂົ້າໃຈ ຄວາມຈິງຢ່າງຊັດເຈນຍິ່ງຂຶ້ນ ເກີດຄວາມປາຖະ ໜາທີ່ຈະມີຈິດໃຈທີ່ບໍລີສຸດແລະມີຄວາມຄິດທີ່ໃສສະອາດໄຮ້ມົນທິນຫຼາຍຍິ່ງຂຶ້ນ ຈິດ ວິນຍານທີ່ຢູ່ໃນບັນຍາກາດຂອງຄວາມຄິດທີ່ບໍລິສຸດນີ້ຈະຮັບການປ່ຽນແປງໃໝ່ໂດຍ ການສື່ສານກັບພຣະເຈົ້າຜ່ານການສື່ສານກັບພຣະວັດຈະນະຂອງພຣະອົງ ຊຶ່ງເປັນຄວາມ ຈິງແທ້ທີ່ຍິ່ງໃຫຍ່ກວ້າງໄກບໍ່ມີຂອບເຂດ ແລະລໍ້າເລິກຈົນເບິ່ງຂ້າມຕົວຕົນຂອງຕົນເອງ ຈິດໃຈເກີດຄວາມອ່ອນໂຍນແລະຫຼຸດຜ່ອນອັດຕະລົງສູ່ຄວາມຖ່ອມຕົນຄວາມເມດຕາ ກະລຸນາແລະຄວາມຮັກ {MH 465.3}ມແ 487.1

    ພະກຳລັງຕາມທຳມະຊາດ ຈະເພີ່ມທະວີຂຶ້ນເພາະຄວາມເຊື່ອສັດທາອັນບໍລິສຸດ ຈາກການສຶກສາພຣະວັດຈະນະເພື່ອຊີວິດຜູ້ຮຽນທັງຫຼາຍຈະມີສະຕິປັນຍາຫຼາຍຂຶ້ນ ສູງ ສົ່ງຂຶ້ນແລະມີຈິດໃຈທີ່ງົດງາມຖ້າເຂົາທັງຫຼາຍເປັນຄືດັ່ງດານຽນຜູ້ເຊື່ອຟັງແລະປະຕິບັດ ຕາມພຣະວັດຈະນະຂອງພຣະເຈົ້າ ເຂົາທັງຫຼາຍຍ່ອມຈະກ້າວໜ້າເຊັ່ນດຽວກັບດານຽນ ໃນການຮຽນຮູ້ທຸກສາຂາວິຊາ ເມື່ອມີຈິດໃຈບໍລິສຸດ ສະຕິປັນຍາຂອງຜູ້ຮຽນເຫຼົ່ານັ້ນ ກໍຈະເຂັ້ມແຂງຂຶ້ນເຂົາທັງຫຼາຍຈະຮຽນຮູ້ວິຊາແລະອົບຮົມວິໃນຂອງຕົນເອງ ເພື່ອທຸກ ຄົນທີ່ຢູ່ໃນແວດວົງຂອງເຂົາຈະໄດ້ເຫັນວ່າມະນຸດສາມາດເປັນອັນໄດ້ແນ່ ແລະເຮັດ ຫຍັງໄດ້ແນ່ເມື່ອໄດ້ເຂົ້າສະໜິດກັບພຣະເຈົ້າຜູ້ຊົງສັບພັນຍູແລະລິດອຳນາດ {MH 466.1}ມແ 487.2