Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ພຣະລາຊະກິດການສັ່ງສອນສະເພາະຕົວ

    ພຣະຄຣິດບໍ່ເຄີຍລະເລີຍໂອກາດການປະກາດຂ່າວປະເສີດແຫ່ງຄວາມລອດ ຂໍ ເຊີນຟັງພຣະດໍາລັດອັນປະເສີດຂອງພຣະອົງທີ່ໄດ້ສອນແກ່ຊາວສະມາເຣຍຄົນໜຶ່ງ ຂະນະທີ່ປະທັບຢູ່ແຄມນໍ້າສ້າງຂອງຢາໂຄບນັ້ນ ມີຍິງຄົນໜຶ່ງມາຕັກນໍ້າທີ່ນໍ້າສ້າງ ນາງຮູ້ ສຶກແປກໃຈເມື່ອພຣະອົງບອກວ່າ ເຮົາຂໍດື່ມນໍ້ານໍາເຈົ້າແນ່ ພຣະອົງຊົງປະສົງທີ່ຈະດື່ມ ນໍ້າເຢັນແລະປາຖະໜາຈະເປີດທາງເພື່ອມອບນໍ້າດໍາລົງຊີວິດໃຫ້ແກ່ນາງດ້ວຍ ຜູ້ຍິງຄົນນັ້ນ ຈຶ່ງທູນວ່າ ເປັນຫຍັງທ່ານຊຶ່ງເປັນຄົນຢີວຈຶ່ງມາຂໍນໍ້າດື່ມຈາກຂ້ອຍຊຶ່ງເປັນຊາວສະມາເຣຍ ພຣະເຢຊູຕອບວ່າ ຖ້ານາງຮູ້ຈັກຂອງທີ່ພຣະເຈົ້າປະທານໃຫ້ ແລະຮູ້ຈັກຜູ້ທີ່ເວົ້າກັບນາງວ່າ ຂໍດື່ມນໍ້ານໍາເຈົ້າແນ່ ກໍຄົງຈະຂໍຈາກທ່ານຜູ້ນັ້ນ ແລະຜູ້ນັ້ນກໍຄົງຈະໃຫ້ນໍ້າດໍາ ລົງຊີວິດແກ່ນາງ..... ທຸກຄົນທີ່ດື່ມນໍ້ານີ້ຈະກະຫາຍອີກ ແຕ່ຄົນທີ່ດື່ມນໍ້າທີ່ເຮົາຈະໃຫ້ ກັບເຂົານັ້ນ ຈະບໍ່ມີວັນກະຫາຍອີກເລີຍ ນໍ້າທີ່ເຮົາຈະໃຫ້ເຂົານັ້ນຈະກາຍເປັນບໍ່ນໍ້າພຸໃນ ຕົວເຂົາພຸ່ງຂຶ້ນເຖິງຊີວິດນິລັນດອນ ໂຢຣັນ 4:7-14 {MH 27.1}ມແ 11.2

    ພຣະຄຣິດຊົງສະແດງຄວາມສົນພຣະໄທໃນຜູ້ຍິງຄົນດຽວຢ່າງຫຼວງຫຼາຍຊໍ່າໃດ ພຣະດໍາລັດຂອງພຣະອົງເຕັມດ້ວຍຄວາມຈິງໃຈແລະໂນ້ມນ້າວໃຈຢ່າງຍິ່ງ ເມື່ອຍິງຄົນ ນີ້ໄດ້ຟັງຖ້ອຍຄໍາເຫຼົ່ານັ້ນ ນາງປະຖັງນໍ້າໄວ້ແລະຟ້າວເຂົ້າໄປໃນເມືອງບອກໝູ່ເພື່ອນວ່າ ມານີ້ ມາເບິ່ງທ່ານຜູ້ໜຶ່ງທີ່ເລົ່າເລື່ອງສາລະພັດທີ່ຂ້ອຍເຄີຍເຮັດ ທ່ານຜູ້ນີ້ຈະເປັນພຣະຄຣິດໄດ້ບໍ່? ເມື່ອອ່ານຕໍ່ໄປເຮົາຈະເຫັນວ່າ ຊາວສະມາເຣຍຢ່າງຫຼວງຫຼາຍທີ່ມາຈາກ ເມືອງນັ້ນກໍວາງໃຈໃນພຣະອົງ ໂຢຣັນ 4:29,39 (THSV) ຜູ້ໃດຈະປະເມີນເຖິງອໍາ ນາດຈູງໃຈຈາກຄໍາເວົ້າເຫຼົ່ານັ້ນທີ່ຊັກນໍາຄົນອື່ນໆ ໃຫ້ຮັບຄວາມລອດນັບຕັ້ງແຕ່ນັ້ນເປັນ ຕົ້ນມາ {MH 28.1}ມແ 11.3

    ບໍ່ວ່າທີ່ໃດກໍຕາມທີ່ຈິດໃຈເປີດອອກຮັບຄວາມຈິງ ພຣະຄຣິດຊົງພ້ອມສັ່ງສອນເຂົາ ພຣະອົງຊົງເຜີຍໃຫ້ເຂົາເຫັນພຣະບິດາ ແລະການຮັບໃຊ້ພຣະອົງຜູ້ສາມາດອ່ານເຖິງຈິດໃຈ ອັນເປັນການຮັບໃຊ້ທີ່ພຣະອົງພໍພຣະໄທສໍາລັບຄົນຢ່າງນີ້ ພຣະອົງບໍ່ບອກເປັນຄໍາອຸປະມາ ແຕ່ບອກກັບເຂົາຄືກັບທີ່ບອກກັບຜູ້ຍິງທີ່ແຄມນໍ້າສ້າງວ່າ: ເຮົາຜູ້ທີ່ເວົ້າກັບເຈົ້າຄືຜູ້ນັ້ນ {MH 28.2}.ມແ 12.1

    Larger font
    Smaller font
    Copy
    Print
    Contents