Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຊຸມຊົນແອອັດໃນເມືອງ

    ໃນເມືອງໃຫຍ່ໆມີຜູ້ຄົນຫຼວງຫຼາຍທີ່ໄດ້ຮັບການດູແລແລະການເອົາໃຈໃສ່ໜ້ອຍ ຍິ່ງກວ່າທີ່ໃຫ້ກັບສັດເດຍລະສານ ລອງນຶກພາບເຖິງຫຼາຍຄອບຄົວທີ່ບຽດສຽດຢູ່ຮ່ວມ ກັນໃນຫ້ອງເຊົ່າທີ່ແສນທຸກເຂັນ ຊຶ່ງຫຼາຍຫ້ອງມີໃຕ້ດິນທີ່ມືດໆ ແລະປຽກຊື້ນໄປດ້ວຍ ສິ່ງສົກກະປົກ ໃນສະຖານທີ່ໆເບິ່ງບໍ່ໄດ້ເຫຼົ່ານີ້ ເດັກນ້ອຍເກີດແລະເຕີບໃຫຍ່ຂຶ້ນແລະ ຕາຍໄປ ເດັກນ້ອຍເຫຼົ່ານີ້ບໍ່ເຄີຍໄດ້ເຫັນເຖິງຄວາມສວຍງາມຂອງສິ່ງທີ່ເກີດຂຶ້ນຕາມທໍາ ມະຊາດທີ່ພຣະເຈົ້າໄດ້ຊົງສ້າງໄວ້ເພື່ອໃຫ້ຄວາມເບີກບານໃຈແລະຊ່ວຍຍົກຊູຈິດວິນຍານ ເດັກນ້ອຍເຫຼົ່ານີ້ໃສ່ເສື້ອຜ້າທີ່ຂາດແລະຢູ່ຢ່າງອົດໆຢາກໆ ອາໃສຢູ່ທ່າມກາງສິ່ງ ແວດລ້ອມທີ່ຊົ່ວຮ້າຍແລະເສື່ອມຊາມ ຫຼໍ່ຫຼອມອຸປະນິດໄສຈາກຄວາມທຸກຍາກແລະ ຄວາມຜິດບາບທີ່ຢູ່ອ້ອມຮອບພວກເຂົາ ເດັກນ້ອຍໄດ້ຍິນພຣະນາມຂອງພຣະເຈົ້າຈາກ ຖ້ອຍຄໍາທີ່ຫຍາບຄາຍ ຄໍາເວົ້າທີ່ຫຍາບຄາຍ ຄໍາສາບແຊ່ງ ແລະຄໍາປ້ອຍດ່າຢູ່ເຕັມຫູຂອງ ພວກເຂົາ ກິ່ນຄວັນຢາສູບແລະເຫຼົ້າຢາ ກິ່ນເໝັນທີ່ໜ້າລັງກຽດ ແລະຄວາມເສື່ອມຊາມ ທາງສິນທໍາຈະລິຍະທໍາໄດ້ທໍາລາຍຄວາມຮູ້ສຶກນຶກຄິດຂອງພວກເຂົາ ດ້ວຍເຫດນີ້ແຫຼະ ຜູ້ຄົນຈໍານວນຫຼວງຫຼາຍຈຶ່ງໄດ້ຮັບການອົບຮົມສັ່ງສອນໃຫ້ເປັນອາດຊະຍາກອນແລະ ເປັນສັດຕູຂອງສັງຄົມທີ່ໄດ້ປະຖິ້ມພວກເຂົາໃຫ້ຢູ່ກັບຄວາມທຸກຍາກແລະຄວາມເສື່ອມ ຊາມ {MH 189.4}ມແ 181.2

    ບໍ່ແມ່ນຄົນຍາກຄົນຈົນທັງໝົດທີ່ຢູ່ໃນຊຸມຊົນແອອັດຂອງເມືອງໃຫຍ່ຈະເປັນຄົນ ປະເພດນີ້ ຊາຍຍິງທີ່ຢໍາເກງພຣະເຈົ້າຢ່າງຫຼວງຫຼາຍກາຍເປັນຄົນຍາກຈົນເນື່ອງຈາກ ຄວາມເຈັບປວດຫຼືເຫດຮ້າຍຫຼາຍເທື່ອໂດຍການຖືກຫຼອກລວງດ້ວຍອຸບາຍເລ້ຫຼ່ຽມຂອງ ພວກມິດສາຊີບຫຼາຍຄົນທີ່ເປັນຄົນຊື່ສັດສຸຈະຫຼິດແລະຄວາມຕັ້ງໃຈດີກັບກາຍເປັນຄົນ ຍາກຈົນເພາະຂາດການອົບຮົມສັ່ງສອນໃຫ້ຮູ້ຈັກການປະກອບອາຊີບການງານ ດ້ວຍ ຄວາມຮູ້ເທົ່າບໍ່ເຖິງການພວກເຂົາບໍ່ພ້ອມທີ່ຈະຜະເຊີນກັບອຸປະສັກຂອງຊີວິດ ເມື່ອຕ້ອງ ເລ່ລ້ອນເຂົ້າໄປໃນເມືອງໃຫຍ່ພວກເຂົາມັກຈະຫາວຽກເຮັດບໍ່ໄດ້ ພາບແສງສີມາຍາຂອງ ຄວາມຊົ່ວຮ້າຍທີ່ປາກົດຢູ່ອ້ອມຮອບໄດ້ເຮັດໃຫ້ພວກເຂົາຕ້ອງຕົກຢູ່ພາຍໃຕ້ອໍານາດ ຄອບງໍາຂອງການທົດລອງທີ່ໂຫດຮ້າຍ ການທີ່ຕ້ອງຢູ່ຮ່ວມກັບຄົນທີ່ຊົ່ວຮ້າຍແລະຄົນທີ່ ມີສິນທໍາເສື່ອມຊາມແລະຫຼາຍຄັ້ງໃຫ້ຖືກຈັດຮວມໃຫ້ເປັນພວກດຽວກັນ ມີພຽງພະລັງ ທີ່ເໜືອມະນຸດເທົ່ານັ້ນທີ່ພວກເຂົາຈະເອົາຕົວລອດຈາກການຖະຫຼານເລິກລົງສູ່ຄວາມຊົ່ວ ຮ້າຍ ຫຼາຍຄົນໄດ້ຢຶດໝັ້ນຢູ່ໃນຈະລິຍະທໍາຂອງຕົນເອງ ຍອມທົນທຸກດີກວ່າຈະເຮັດຜິດ ບາບ ຄົນກຸ່ມນີ້ແຫຼະເປັນພວກທີ່ຕ້ອງການຄວາມຊ່ວຍເຫຼືອ ຄວາມເຫັນອົກເຫັນໃຈແລະ ໃຫ້ກໍາລັງໃຈເປັນພິເສດ {MH 190.1}ມແ 182.1

    ຖ້າຄົນຍາກຈົນທີ່ແອອັດຍັດບຽດກັນຢູ່ໃນເມືອງເວລານີ້ຈະໄປຫາບ້ານທີ່ຢູ່ໃນ ຊົນນະບົດໄດ້ ພວກເຂົາບໍ່ພຽງແຕ່ຈະໄດ້ທໍາມາຫາລ້ຽງຊີບເທົ່ານັ້ນ ແຕ່ຍັງຈະມີສຸຂະ ພາບທີ່ສົມບູນແຂງແຮງແລະມີຄວາມສຸກຢ່າງທີ່ພວກເຂົາບໍ່ເຄີຍຮູ້ມາກ່ອນ ວຽກໜັກ ລາຍໄດ້ຕໍ່າ ບໍ່ຟຸ່ມເຟືອຍ ລໍາບາກໜ້ອຍແລະຂ້ອນຂ້າງສັນໂດດຈະເປັນຊີວິດປະຈໍາວັນ ຂອງພວກເຂົາ ແຕ່ເຂົາຈະໄດ້ຮັບພຣະພອນທີ່ຫຼາຍພຽງໃດຈາກການທີ່ໄດ້ຍ້າຍອອກຈາກ ເມືອງທີ່ມີແຕ່ສິ່ງເຍົ້າຍວນຂອງບາບ ຄວາມສັບສົນວຸ້ນວາຍ ອາຊະຍາກໍາ ຄວາມທຸກຍາກ ແລະຄວາມສົກກະປົກໂສມົມ ເພື່ອມາອາໄສຢູ່ໃນຊົນນະບົດທີ່ງຽບສະຫງົບແລະຍັງຄົງ ໄວ້ຊຶ່ງຄວາມບໍລິສຸດ {MH 190.2}ມແ 182.2

    ສໍາລັບຫຼາຍຄົນທີ່ອາໄສຢູ່ໃນເມືຶອງ ທີ່ບໍ່ມີແມ່ນແຕ່ຍ່ອມຫຍ້າຂຽວສົດພໍທີ່ຈະໃຫ້ ຕີນໄດ້ຢຽບຍ່າງ ປີແລ້ວປີເລົ່າທີ່ເຂົາແນມເຫັນແຕ່ຖະໜົນຫົນທາງທີ່ສົກກະປົກ ຮ່ອມ ຊອຍທີ່ຄັບແຄບ ທາງຍ່າງແລະກໍາແພງດິນຈີ່ແລະທ້ອງຟ້າທີ່ເຕັມໄປດ້ວຍຝຸ່ນລະອອງ ແລະໝອກຄວັນ ຖ້າພວກເຂົາໄດ້ໂຍກຍ້າຍໄປຢູ່ໃນທ້ອງຖິ່ນທີ່ມີໄຮ່ນາ ສິ່ງແວດລ້ອມ ທີ່ເຕັມໄປດ້ວຍທົ່ງນາທີ່ຂຽວຂະຈີ ປ່າໄມ້ລໍາເນົາໄພ ໂນນພູແລະສາຍນໍ້າລໍາທານ ທ້ອງ ຟ້າທີ່ສົດໄສ ອາກາດທີ່ບໍລິສຸດຂອງຊົນນະບົດແລ້ວ ເຂົາກໍຈະຮູ້ສຶກຄືກັບວ່າໄດ້ເຂົ້າໄປຢູ່ ໃນແຜ່ນດິນສະຫວັນ {MH 191.1}ມແ 182.3

    ເມື່ອເຂົາບໍ່ໄດ້ຕິດຕໍ່ກ່ຽວຂ້ອງແລະເພິ່ງພາອາໄສໃນມະນຸດທັງຫຼາຍແລະໄດ້ແຍກຕົວ ອອກຈາກກົດເກນອັນເສື່ອມຊາມຂອງທາງໂລກ ຈາກທໍານຽມນິຍົມແລະຄວາມຕື່ນເຕັ້ນ ວຸ້ນວາຍ ພວກເຂົາກໍຈະໄດ້ຢູ່ໃກ້ຊິດພາຍໃຕ້ອ້ອມກອດຂອງທໍາມະຊາດຫຼາຍຂຶ້ນ ເຂົາຈະ ຮູ້ສຶກໄດ້ຢ່າງແທ້ຈິງວ່າພຣະເຈົ້າໄດ້ຊົງສະຖິດຢູ່ໄກ້ໆ ຫຼາຍຄົນຈະມີໂອກາດຮຽນຮູ້ການ ເພິ່ງພາໃນພຣະເຈົ້າໂດຍອາໄສທໍາມະຊາດ ພວກເຂົາກໍຈະໄດ້ຍິນພຣະສຸລະສຽງຂອງ ພຣະອົງທີ່ຕັດແກ່ຈິດໃຈຂອງພວກເຂົາ ເຖິງສັນຕິສຸກແລະຄວາມຮັກຂອງພຣະອົງ ຮ່າງ ກາຍຈິດໃຈແລະຈິດວິນຍານກໍຈະຕອບສະໜອງຕໍ່ລິດອໍານາດແຫ່ງການບໍາບັດຮັກສາ ແລະຟື້ນຟູຊີວິດ {MH 192.1}ມແ 183.1

    ຖ້າຫາກຄົນເຫຼົ່ານີ້ເລີ່ມກາຍເປັນຄົນທີ່ຂະຫຍັນຂັນແຂງແລະລ້ຽງດູຕົນເອງໄດ້ ຫຼາຍຄົນຈໍາເປັນຕ້ອງໄດ້ຮັບການຊ່ວຍເຫຼືອໃຫ້ກໍາລັງໃຈແລະຄໍາແນະນໍາ ວຽກໃນການ ປະກາດເຜີຍແຜ່ສາສະໜາໃຫ້ແກ່ຄອບຄົວທີ່ຍາກຈົນຫຼວງຫຼາຍເຫຼົ່ານີ້ ຍ່ອມບໍ່ມີວິທີການ ໃດທີ່ຈະດີໄປກວ່າການຊ່ວຍເຫຼືອພວກເຂົາໃຫ້ສາມາດຕັ້ງຖິ່ນຖານເທິງທີ່ດິນໃນຊົນນະບົດ ແລະສອນໃຫ້ພວກເຂົາທໍາມາຫາລ້ຽງຊີບໃນທີ່ດິນຜະລິດດອກອອກຜົນ {MH 192.2}ມແ 183.2

    ຄວາມຕ້ອງການຄວາມຊ່ວຍເຫຼືອແລະຄໍາແນະນໍາເຫຼົ່ານີ້ບໍ່ໄດ້ຈໍາກັດຢູ່ສະເພາະ ແຕ່ເມືອງໃຫຍ່ໆເທົ່ານັ້ນ ແມ່ນແຕ່ໃນຊົນນະບົດຄົນຍາກຈົນຈໍານວນຫຼວງຫຼາຍຕ່າງຕ້ອງ ການມີຊີວິດທີ່ດີກວ່າ ຊຸມຊົນຈໍານວນຫຼວງຫຼາຍຂາດພື້ນຖານຄວາມຮູ້ກ່ຽວກັບການປະ ກອບອາຊີບແລະການດູແລໃນດ້ານສຸຂະອານະໄມ ຫຼາຍຄອບຄົວອາໄສຢູ່ໃນຕູບທີ່ສົກ ກະປົກ ມີເຄື່ອງເຮືອນແລະເຄື່ອງນຸ່ງຫົ່ມພຽງເລັກນ້ອຍ ບໍ່ມີເຄື່ອງມື ບໍ່ມີໜັງປຶ້ມອ່ານ ຂາດສິ່ງອໍານວຍຄວາມສະດວກສະບາຍ ແລະແມ່ນແຕ່ເຄື່ອງມືເຮັດການປູກຝັງ ຮ່າງ ກາຍທີ່ອ່ອນແອແລະຜິດປົກກະຕິ ຈິດວິນຍານທີ່ເສື່ອມຊາມບົ່ງບອກເຖິງຜົນສືບເນື່ອງ ມາຈາກກໍາມະພັນທີ່ບໍ່ດີແລະນິດໄສຄວາມເຄີຍຊິນທີ່ຜິດໆ ພວກເຂົາຈໍາຕ້ອງໄດ້ຮັບການ ສຶກສາແຕ່ແຕ່ເບື້ອງຕົນ ພວກເຂົາໄດ້ດໍາເນີນຊີວິດຢູ່ຢ່າງບໍ່ຍອມປ່ຽນແປງ ຂີ້ຄ້ານ ເສື່ອມ ຊາມທາງສິນທໍາ ດັ່ງນັ້ນພວກເຂົາຈຶ່ງຈໍາເປັນຕ້ອງໄດ້ຮັບການອົບຮົມສັ່ງສອນເພື່ອແກ້ໄຂ ອຸປະນິດໄສ {MH 192.3}ມແ 183.3

    ເຮົາຈະກະຕຸ້ນເຕືອນພວກເຂົາໃຫ້ຄິດເຖິງຄວາມຈໍາເປັນໃນການພັດທະນາປັບປຸງ ໄດ້ຢ່າງໃດ ເຮົາຈະຊັກນໍາເຂົາສູ່ມາດຖານຂອງຊີວິດທີ່ສູງຂຶ້ນໄດ້ຢ່າງໃດ ເຮົາຈະຊ່ວຍເຂົາ ຂະຫຍັບຖານະໃຫ້ສູງຂຶ້ນໄດ້ຢ່າງໃດ ໃນທີ່ໆເຕັມໄປດ້ວຍຄວາມຍາກຈົນ ເຮົາຈະຕ້ອງ ເຮັດຢ່າງໃດໃນທຸກບາດຍ່າງຈຶ່ງຈະເອົາຊະນະຄວາມຍາກຈົນໄດ້ ແນ່ນອນເລີຍວ່າວຽກທີ່ ຈະເຮັດນັ້ນເປັນວຽກທີ່ຍາກ ການປະຕິຮູບປ່ຽນແປງທີ່ຈະເປັນນີ້ຈະບໍ່ມີທາງເກີດຂຶ້ນໄດ້ ນອກຈາກຊາຍຍິງເຫຼົ່ານັ້ນຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກລິດອໍານາດທີ່ຢູ່ພາຍນອກ ຕົວຂອງພວກເຂົາ ມັນເປັນພຣະປະສົງຂອງພຣະເຈົ້າທີ່ຈະໃຫ້ຄົນຮັ່ງມີແລະຄົນຍາກຈົນ ມີຄວາມຜູກພັນໃກ້ຊິດກັນ ດ້ວຍຄວາມເຫັນອົກເຫັນໃຈແລະຄວາມຊ່ວຍເຫຼືອ ຜູ້ທີ່ມີ ເງິນທອງມີສະຕິປັນຍາແລະຄວາມສາມາດ ຈະຕ້ອງນໍາຂອງປະທານເຫຼົ່ານີ້ມາໃຊ້ໃຫ້ເປັນ ພຣະພອນແກ່ເພື່ອນມະນຸດ {MH 193.1}ມແ 184.1

    ຄຣິດສະຕຽນທີ່ເປັນຊາວໄຮ່ຊາວນາສາມາດເຮັດການປະກາດເຜີຍແຜ່ສາສະໜາ ໄດ້ຢ່າງແທ້ຈິງໂດຍການຊ່ວຍເຫຼືອຄົນຍາກຄົນຈົນໃຫ້ສາມາດຕັ້ງບ້ານເຮືອນຢູ່ໃນທີ່ດິນ ໃນຊົນນະບົດແລະສອນໃຫ້ພວກເຂົາຮູ້ຈັກການປູກຝັງໃຫ້ບັງເກີດຜົນສອນໃຫ້ພວກເຂົາ ໃຫ້ຮູ້ຈັກໃຊ້ເຄື່ອງໄມ້ເຄື່ອງມືທາງການກະເສດ ໃຫ້ຮູ້ຈັກປູກຝັງພືດຜົນຕ່າງໆ ແລະໃຫ້ຮູ້ ຈັກການປູກແລະບໍາລຸງຮັກສາສວນ {MH 193.2}ມແ 184.2

    ຫຼາຍຄົນທີ່ໄດ້ຮັບການປູກຝັງບໍ່ໄດ້ຮັບຜົນຜະລິດທີ່ພຽງພໍເພາະເຂົາເມີນເສີຍລະ ເລີຍຂາດຄວາມເອົາໃຈໃສ່ສວນຂອງພວກເຂົາບໍ່ໄດ້ຮັບການດູແລຮັກສາຢ່າງຖືກຕ້ອງ ພວກເຂົາບໍ່ໄດ້ລົງມືຫວ່ານໃນເວລາທີ່ເໝາະສົມ ແລະພວກເຂົາຕຽມໜ້າດິນຢ່າງແປະໆ ບາງໆ ພວກເຂົາໂທດວ່າທີ່ດິນຂາດຄວາມອຸດົມສົມບູນຈຶ່ງເຮັດໃຫ້ການປູກຝັງບໍ່ເກີດ ດອກອອກຜົນ ພວກເຂົາມັກຈະເຮັດຕົວເປັນພະຍານເທັດໂດຍຄອຍທີ່ຈະກ່າວໂທດ ໃນເລື່ອງຂອງທີ່ດິນຊຶ່ງຖ້າພວກເຂົາໄດ້ພະຍາຍາມເຮັດວຽກຢ່າງເຕັມທີ່ແລ້ວ ຍ່ອມຈະບັງ ເກີດຜົນຢ່າງຫຼວງຫຼາຍ ການວາງແຜນຢ່າງຫຍາບໆ ການທຸ້ມເທຮ່າງກາຍແຕ່ພຽງເລັກ ນ້ອຍ ຮ່ວມທັງການຂາດການສຶກສາເຖິງວິທີການທີ່ຈະໃຫ້ຜົນດີທີ່ສຸດລ້ວນແຕ່ຟ້ອງວ່າ ຄົນເຫຼົ່ານີ້ຈໍາເປັນຕ້ອງໄດ້ປະຕິຮູບ {MH 193.3}ມແ 184.3

    ຈົ່ງສອນວິທີການປູກຝັງທີ່ຖືກຕ້ອງໃຫ້ແກ່ທຸກໆຄົນທີ່ມີຄວາມຕັ້ງໃຈທີ່ຈະຮຽນຮູ້ ຖ້າມີຜູ້ໃດຜູ້ໜຶ່ງບໍ່ຕ້ອງການໃຫ້ທ່ານເວົ້າກັບເຂົາເຖິງຄວາມຮູ້ທີ່ກ້າວໜ້າ ກໍຈົ່ງສອນ ເຂົາໂດຍທີ່ບໍ່ຕ້ອງເວົ້າອັນໃດຫຼາຍ ດູແລການປູກຝັງເທິງທີ່ດິນຂອງທ່ານຢ່າງດີ ສົນທະນາ ກັບເພື່ອນບ້ານຂອງທ່ານເມື່ອມີໂອກາດ ແລະປ່ອຍໃຫ້ຜົນການເກັບກ່ຽວຂອງທ່ານເປັນ ສື່ໂນ້ມນ້າວໃຫ້ເຫັນເຖິງວິທີການທີ່ຖືກຕ້ອງ ສາທິດໃຫ້ເຫັນວ່າຄວນຈະເຮັດຢ່າງໃດກັບ ດິນດ້ວຍວິທີການທີ່ຖືກຕ້ອງ {MH 193.4}ມແ 185.1

    ເຮົາຄວນໃຫ້ຄວາມໃສ່ໃຈໃນການຈັດຕັ້ງທຸລະກິດດ້ານອຸດສາຫະກໍາຕ່າງໆຂຶ້ນມາ ເພື່ອໃຫ້ຄອບຄົວທີ່ຍາກຈົນມີວຽກເຮັດ ວຽກຊ່າງໄມ້ ວຽກຊ່າງເຫຼັກ ແລະແນ່ນອນ ທີ່ທຸກຄົນທີ່ມີຄວາມຮູ້ ຄວາມຊໍານານໃນວຽກອາຊີບດ້ານໃດດ້ານໜຶ່ງທີ່ເປັນປະໂຫຍດ ຄວາມຮູ້ສຶກວ່າຕົນມີໜ້າທີ່ຕ້ອງຝຶກສອນແລະໃຫ້ຄວາມຊ່ວຍເຫຼືອແກ່ຜູ້ທີ່ຂາດຄວາມຮູ້ ແລະຫວ່າງວຽກ {MH 194.1}ມແ 185.2

    ໃນວຽກຊ່ວຍເຫຼືອຄົນຍາກຈົນນັ້ນ ມີພັນທະກິດຫຼວງຫຼາຍທີ່ຜູ້ຍິງສາມາດປະຕິ ບັດໄດ້ເຊັ່ນດຽວກັບຜູ້ຊາຍ ແມ່ຄົວທີ່ມີຄວາມສາມາດ ແມ່ບ້ານ ຊ່າງຕັດຫຍິບແລະນາງ ພະຍາບານ ຄວາມຊ່ວຍເຫຼືອຈາກຄົນເຫຼົ່ານີ້ລ້ວນແຕ່ເປັນທີ່ຕ້ອງການ ຈົ່ງຊ່ວຍສອນຄົນທີ່ ຢູ່ໃນຄອບຄົວທີ່ຍາກຈົນໃຫ້ໄດ້ຮູ້ຈັກວິທີການປະກອບອາຫານ ວິທີການຕັບຫຍິບແລະ ສ້ອມແຊມເສື້ອຜ້າຂອງຕົນເອງ ວິທີການພະຍາບານຜູ້ເຈັບປ່ວຍ ແລະວິທີການຮັກສາ ບ້ານເຮືອນໃຫ້ສະອາດຮຽບຮ້ອຍ ຈົ່ງຊ່ວຍສອນເດັກຊາຍຍິງທຸກຄົນໄດ້ຮູ້ຈັກງານຊ່າງຝີມື ຫຼືວຽກວິຊາອາຊີບທີ່ມີປະໂຫຍດ {MH 194.2}ມແ 185.3