Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການຕິດຢາສູບ

    ຢາສູບເປັນສານພິດທີ່ມີອັນຕະລາຍຕໍ່ຮ່າງກາຍຫຼາຍທີ່ສຸດ ແຕ່ຈະອອກລິດໃນ ການທໍາລາຍແບບຄ່ອຍເປັນຄ່ອຍໄປຢ່າງຊ້າໆ ບໍ່ວ່າເຮົາຈະເສບໃນຮູບແບບໃດກໍຕາມ ລ້ວນໃຫ້ໂທດຕໍ່ສຸຂະພາບຮ່າງກາຍ ອັນຕະລາຍຂອງຢາສູບຮ້າຍແຮງຍິ່ງຂຶ້ນເພາະເຫັນ ຜົນໄດ້ຊ້າ ໃນຕອນທໍາອິດບໍ່ສາມາດແນມເຫັນໄດ້ເລີຍ ຢາສູບຈະອອກລິດກະຕຸ້ນປະສາດ ໃຫ້ຕື່ນຕົວກ່ອນ ຫຼັງຈາກນັ້ນເຮັດໃຫ້ເກີດອາການຊາ ເຮັດໃຫ້ສະໝອງຕີບແລະເສື່ອມລົງ ຢາສູບມັກສົ່ງຜົນຕໍ່ລະບົບປະສາດໄດ້ຫຼາຍຍິ່ງກວ່າເຄື່ອງດື່ມມຶນເມົາ ມັກສົ່ງຜົນແບບ ຄ່ອຍເປັນຄ່ອຍໄປແລະຮ່າງກາຍບໍ່ສາມາດຂະຈັດລິດຂອງມັນອອຫໄດ້ໂດຍງ່າຍ ການ ສູບຢາຈະກະຕຸ້ນໃຫ້ຜູ້ສູບຢາກດື່ມເຄື່ອງມຶນເມົາ ແລະເປັນຮາກຖານທີ່ເຮັດໃຫ້ຫຼາຍ ຄົນໄດ້ກ້າວໄປສູ່ການເສບຕິດເຫຼົ້າ (ສຸລາ) {HM 327.1}ມແ 329.2

    ການສູບຢາເຮັດໃຫ້ເກີດຄວາມສິ້ນເປືອງ ເປັນອັນຕະລາຍຕໍ່ສຸຂະພາຍ ບໍ່ສະອາດ ແລະເຮັດໃຫ້ຜູ້ທີ່ເສບເບິ່ງເປັນຄົນທີ່ສົກກະປົກ ການສູບຢາສ້າງຄວາມລົບກວນແລະ ຄວາມລໍາຄານໃຫ້ແກ່ຜູ້ອື່ນແລະເປັນສິ່ງໜ້າລັງກຽດ ເຮົາຈະພົບເຫັນຄົນຕິດຢາສູບໄດ້ ໃນທຸກຫົນທຸກແຫ່ງ ນ້ອຍເທື່ອທີ່ທ່ານຈະຍ່າງຜ່ານເຂົ້າໄປໃນຝູງຊົນໂດຍທີ່ບໍ່ມີໃຜພົ່ນ ຄວນຢາສູບໃສ່ໜ້າຂອງທ່ານ ທ່ານຄົງຮູ້ສຶກບໍ່ສະບາຍແລະຮູ້ສຶກເຖິງອັນຕະລາຍຕໍ່ທ່ານ ແນ່ນອນ ເມື່ອຕ້ອງເຂົ້າໄປຢູ່ໃນຕູ້ລົດໄຟໂດຍສານຫຼືໃນຫ້ອງທີ່ບັນຍາກາດອົບອວນໄປ ດ້ວຍກິ່ນຂອງສຸລາແລະຄວັນຢາສູບ ເຖິງແມ່ນວ່າມະນຸດຈະເປັນຜູ້ທີ່ດື້ດ້ານທີ່ຈະໃຊ້ຢາ ພິດເຫຼົ່ານີ້ເອງກໍຕາມ ແຕ່ພວກເຂົາຖືສິດທິອັນໃດຈຶ່ງໄດ້ພາກັນມາເຮັດໃຫ້ອາກາດທີ່ຜູ້ອື່ນ ຈະຕ້ອງໃຊ້ຫາຍໃຈຕ້ອງສົກກະປົກແລະແປດເປື້ອນໄປດ້ວຍມົນລະພິດ {HM 328.1}ມແ 329.3

    ການສູບຢານໍາໄພອັນຕະລາຍຮ້າຍແຮງມາສູ່ບັນດາເດັກນ້ອຍ ແລະຄົນໜຸ່ມສາວ ຢ່າງບໍ່ອາດຈະບັນລະຍາຍໄດ້ ການທີ່ຄົນໃນຮຸ່ນກ່ອນທີ່ບໍ່ໄດ້ປະຕິບັດຕາມຫຼັກການ ຂອງສຸຂະພາບນັ້ນ ສົ່ງຜົນກະທົບສືບເນື່ອງມາຈົນເຖິງເດັກແລະຄົນໜຸ່ມສາວໃນທຸກມື້ນີ້ ສະໝອງທີ່ເສື່ອມລົງ ສະຕິປັນຍາທີ່ທົດຖອຍ ຮ່າງກາຍທີ່ອ່ອນແອ ລະບົບປະສາດທີ່ ຜິດປົກກະຕິ ແລະຄວາມປາຖະໜາທີ່ຜິດທໍາມະຊາດ ສິ່ງເຫຼົ່ານີ້ລ້ວນເປັນມໍລະດົກທີ່ບິ ດາມານດາໄດ້ຖ່າຍທອດມາສູ່ລູກໆ ຫຼານໆຊຶ່ງພາກັນປະພືດຕາມກັນມາ ຈຶ່ງເຮັດໃຫ້ຜົນ ຮ້າຍນັ້ນເພີ່ມທະວີຂຶ້ນແລະດໍາເນີນຕໍ່ໄປ ການສູບຢາເປັນສາເຫດສໍາຄັນບໍ່ນ້ອຍທີ່ເຮັດ ໃຫ້ຮ່າງກາຍ ຈິດໃຈແລະສິນທໍາເສື່ອມຖອຍລົງຊຶ່ງເປັນສັນຍາລັກຂອງໄພອັນຕະລາຍທີ່ ກໍາລັງເກີດຂຶ້ນ {HM 328.2}ມແ 330.1

    ເດັກຜູ້ຊາຍເລີ່ມສູບຢາຕັ້ງແຕ່ອາຍຸຍັງນ້ອຍ ນິດໄສຄວາມເຄີຍຊິນທີ່ຖືກຫຼໍ່ຫຼອມ ຂຶ້ນມາໃນຕອນທີ່ທັງຮ່າງກາຍແລະຈິດໃຈຍັງມີສະພາບທີ່ອ່ອນແອແລະຖືກກະທົບກະ ເທືອນໄດ້ງ່າຍຈາກໂທດຂອງມັນ ເດັກນ້ອຍເຫຼົ່ານີ້ຈຶ່ງມີຮ່າງກາຍທີ່ອ່ອນແອແລະບໍ່ສາ ມາດຈະເລີນເຕີບໂຕໄດ້ຢ່າງເຕັມທີ່ ເຮັດໃຫ້ສະຕິປັນຍາຂາດຄວາມສະຫຼຽວສະຫຼາດ ແລະມີສິນທໍາທີ່ເສື່ອມ {HM 329.1}ມແ 330.2

    ແຕ່ເຮົາຈະເຮັດຢ່າງໃດເພື່ອທີ່ຈະສອນເດັກນ້ອຍແລະຄົນໜຸ່ມສາວໃຫ້ຮູ້ເຖິງຜົນ ຮ້າຍຈາກການສູບຢາ ຊຶ່ງແມ່ນແຕ່ບິດາມານດາ ຄູອາຈານແລະຜູ້ສອນສາສະໜາຕ່າງກໍ ຍັງປະຕິບັດຕົວເປັນແບບຢ່າງທີ່ບໍ່ດີໃຫ້ເຂົາທັງຫຼາຍໄດ້ເຫັນ ເຮົາອາດເຫັນເດັກນ້ອຍຜູ້ ຊາຍຕົວນ້ອຍໆສູບຢາກັນແລ້ວ ຖ້າມີໃຜຈັກຄົນເວົ້າກັບເຂົາທັງຫຼາຍເຖິງເລື່ອງນີ້ ເຂົາທັງ ຫຼາຍກໍຈະເວົ້າຂຶ້ນວ່າ ພໍ່ຂອງເຮົາກໍສູບຢາຄືກັນ ພວກເຂົາຈະຊີ້ໃຫ້ທ່ານເບິ່ງຜູ້ສອນສາ ສະໜາຫຼືຜູ້ດູແລໂຮງຮຽນສອນສາສະໜາວັນອາທິດແລະເວົ້າຂຶ້ນວ່າ ໃນເມື່ອຄູແລະຜູ້ ສອນສາສະໜາເຫຼົ່ານີ້ສູບຢາ ຖ້າຂ້ອຍຈະລອງສູບຄືກັບເຂົາກໍບໍ່ເຫັນຈະມີອັນຕະລາຍໃດໆ ມີຜູ້ທີ່ປະຕິບັດງານໃນດ້ານຂອງການປຸກລະດົມຂົນຂວາຍໃຫ້ມີການລະເວັ້ນຈາກ ສິ່ງມຶນເມົາແລະຢາເສບຕິດຕ່າງໆ ມີຢູ່ຫຼາຍຄົນທີ່ຕິດຢາສູບ ແລ້ວພວກເຫຼົ່ານີ້ຈະເຫຼືອກໍາ ລັງອັນໃດໄປຢຸດຢັ້ງກະແສຂອງການຂາດຄວາມຢັບຢັ້ງຊັ່ງໃຈໄດ້ {HM 329.2}ມແ 330.3

    ຂ້າພະເຈົ້າຂໍອ້ອນວອນຕໍ່ຄົນທັງຫຼາຍທີ່ສະແດງຕົນວ່າເປັນຜູ້ທີ່ມີຄວາມເຊື່ອແລະ ປະພຶດຕາມພຣະວັດຈະນະຂອງພຣະເຈົ້າ ໃນຖານະທີ່ທ່ານເປັນຄຣິດສະຕຽນ ທ່ານຈະ ຍັງຄົງປ່ອຍໃຫ້ນິດໄສທີ່ທໍາລາຍສະໝອງແລະເອົາຄວາມສາມາດຂອງທ່ານໃນການປະ ເມີນສິ່ງທີ່ຈິງແທ້ຂອງນິລັນການໄປໄດ້ຢ່າງໃດ ທ່ານຈະຍັງຄົງຍິນຍອມໃຫ້ງານທີ່ຕ້ອງ ປະຕິບັດຕໍ່ພຣະເຈົ້າແລະງານທີ່ຕ້ອງຮັບໃຊ້ຕໍ່ເພື່ອນມະນຸດ ຮ່ວມທັງການເປັນແບບຢ່າງ ທີ່ດີຂອງທ່ານຕ້ອງໝົດຄວາມໝາຍໄປວັນຕໍ່ວັນດ້ວຍການສູບຢາຢ່າງນັ້ນບໍ່ {HM 329.3}ມແ 331.1

    ທ່ານໄດ້ພິຈາລະນາເຖິງໜ້າທີ່ຮັບຜິດຊອບຂອງທ່ານຫຼືບໍ່ໃນຖານະທີ່ທ່ານເປັນຜູ້ ຮັບຂອງປະທານທີ່ພຣະເຈົ້າໄດ້ຊົງມອບໝາຍໄວ້ໃນມືຂອງທ່ານ ທ່ານໄດ້ໃຊ້ເງິນຂອງອົງ ພຣະຜູ້ເປັນເຈົ້າໄປຫຼາຍເທົ່າໃດເພື່ອຊື້ຫາຢາມາສູບ ຈົ່ງລອງຄິດຄໍານວນເບິ່ງວ່າຕະຫຼອດ ຊີວິດຂອງທ່ານໄດ້ໃຊ້ເງິນໄປກັບຄວາມຕ້ອງການອັນເສື່ອມໂຊມນີ້ຫຼາຍເທົ່າໃດເມື່ອ ທຽບກັບເງິນທີ່ທ່ານໄດ້ໃຊ້ໄປເພື່ອຊ່ວຍເຫຼືອຄົນຍາກຈົນແລະການປະກາດຂ່າວປະເສີດ {HM 329.4}ມແ 331.2

    ບໍ່ມີມະນຸດຄົນໃດຈໍາເປັນຕ້ອງສູບຢາ ແຕ່ກໍມີຜູ້ຄົນຫຼວງຫຼາຍກໍາລັງພິນາດດ້ວຍ ຄວາມຍາກຈົນເພາະການສູບຢາຊຶ່ງໃຫ້ໂທດຍິ່ງກວ່າການໃຊ້ເງິນໄປຢ່າງສິ້ນເປືອງ ທ່ານບໍ່ ໄດ້ບຽດບັງຊັບພະຍາກອນຂອງອົງພຣະຜູ້ເປັນເຈົ້າໄປໃນທາງທີ່ຜິດຢ່າງນັ້ນບໍ່ ທ່ານບໍ່ໄດ້ ສໍ້ໂກງພຣະເຈົ້າແລະເພື່ອນມະນຸດດ້ວຍກັນບໍ່ “ ທ່ານບໍ່ຮູ້ຫຼືວ່າ....ທ່ານບໍ່ແມ່ນເຈົ້າຂອງ ຕົວທ່ານເອງ ພຣະເຈົ້າໄດ້ຊົງຊື້ທ່ານໄວ້ແລ້ວ ດ້ວຍລາຄາສູງ ເຫດສະນັ້ນ ທ່ານຈົ່ງຖະ ຫວາຍພຣະກຽດແດ່ພຣະເຈົ້າດ້ວຍຮ່າງກາຍຂອງທ່ານເຖີດ ” 1 ໂກລິນໂທ 6:19,20 {HM 330.1}ມແ 331.3

    Larger font
    Smaller font
    Copy
    Print
    Contents