Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 30 ການເລືອກແລະການກະກຽມ ຄອບຄົວ

    ຂ່າວປະເສີດເປັນຄູ່ມືຫຼຸດຄວາມຫຍຸ້ງຍາກຂອງບັນຫາໃນຊີວິດໄດ້ຢ່າງໜ້າອັດສະ ຈັນ ຄໍາສອນໃນນັ້ນຖ້ານໍາມາປະຕິບັດຕາມຈະຫຼຸດຄວາມວຸ້ນວາຍສັບສົນແລະຊ່ວຍເຮົາ ໃຫ້ລອດພົ້ນຈາກຄວາມຜິດພາດອື່ນຫຼວງຫຼາຍ ຂ່າວປະເສີດສອນເຮົາໃຫ້ປະເມີນ ສິ່ງຕ່າງໆຕາມຄວາມເປັນຈິງ ແລະ ນໍາພາເຮົາໃຫ້ໄປທຸ້ມເທກໍາລັງກັບສິ່ງທີ່ໃຫ້ຄຸນຄ່າຫຼາຍ ທີ່ສຸດ ນັ້ນຄືສິ່ງທີ່ຈິລັງຍັ້ງຍືນ ບົດຮຽນນີ້ມີຄວາມຈໍາເປັນສໍາຫຼັບຄົນທັງຫຼາຍທີ່ຕ້ອງຮັບ ຜິດຊອບໃນການເລືອກທີ່ຈະມີຄອບຄົວ ພວກເຂົາບໍ່ຄວນປ່ອຍຕົນເອງໃຫ້ຖືກຊັກຈູງ ໄປຈາກຈຸດມຸ້ງໝາຍອັນສູງສຸດນີ້ ຂໍໃຫ້ຄົນເຫຼົ່ານັ້ນຈື່ໄວ້ວ່າຄອບຄົວໃນແຜ່ນດິນໂລກ ເປັນເຄື່ອງໝາຍສໍາລັບການກະກຽມຄອບຄົວສໍາລັບແຜ່ນດິນສະຫວັນ ຊີວິດເປັນໂຮງ ຮຽນຝຶກຝົນອົບຮົມແຫ່ງໜຶ່ງຊຶ່ງບິດາແລະລູກໆຈະຕ້ອງສໍາເລັດການສຶກສາຕໍ່ໃນໂຮງຮຽນ ທີ່ສູງຍິ່ງຂຶ້ນໃນພຣະນິເວດຂອງພຣະເຈົ້າ ກ່ອນທີ່ຄົນໜຸ່ມສາວຈະເລືອກຄູ່ຄອງແລະສ້າງ ຄອບຄົວຂໍໃຫ້ຈຸດມຸ້ງໝາຍນີ້ເປັນເຄື່ອງມືນໍາທາງເລືອກຂອງເຂົາທັງຫຼາຍ ຈົ່ງຢ່າຕັດສິນ ໃຈເພາະເຫັນແກ່ຊັບສົມບັດ ຫຼືການບົງການຕາມຄ່ານິຍົມ ຫຼືທໍານຽມປະຕິບັດຂອງສັງຄົມ ຈົ່ງພິຈາລະນາໃຄ່ຄວນເຖິງສິ່ງທີ່ຈະນໍາຄອບຄົວໃຫ້ມີຄວາມເປັນຢູ່ຢ່າງລຽບງ່າຍ ມີຄວາມ ບໍລິສຸດ ມີຄວາມສຸກສົມບູນແລະມີຄຸນຄ່າທີ່ແທ້ຈິງ {MH 363.1}ມແ 368.1

    ເມືອງຕ່າງໆ ທົ່ວໂລກຕ່າງກາຍເປັນແຫຼ່ງບົ່ມເພາະຂອງບາບຊົ່ວ ມີແຕ່ພາບແລະ ສຽງຂອງຄວາມຊົ່ວຮ້າຍອ້ອມຕົວເຮົາ ທົ່ວທຸກຫົນແຫ່ງມີແຕ່ສິ່ງຄອຍຍົ້ວຍຸກິເຫຼດຕັນ ຫາແລະການກະທໍາທີ່ຜິດສິລະທໍາ ຄວາມຊົ່ວຊ້າເສື່ອມຊາມແລະການເຮັດຄວາມຜິດ ບາບກໍາລັງມີແນວໂນ້ມທີ່ເພີ່ມທະວີຂຶ້ນເລື້ອຍໆ ທຸກໆວັນເຮົາໄດ້ຍິນການລາຍງານເຖິງ ຄວາມຮຸນແຮງຕ່າງໆ ທັງການຈີ້ປຸ້ນ ການຄາດຕະກໍາ ການກະທໍາອັດນິວິບາດກໍາແລະອາ ຊະຍາກໍາອື່ນໆທີ່ບໍ່ຢາກຈະເອີ່ຍເຖິງ {MH 363.2}ມແ 369.1

    ຊີວິດໃນເມືອງເປັນຊີວິດທີ່ຈອມປອມແລະເຕັມໄປດ້ວຍສິ່ງຫຼອກລວງ ຄວາມ ຫຼົງໄຫຼໃນຊັບສິນເງິນຄໍາ ຄວາມຫຼາກຫຼາຍຂອງສິ່ງເຍົ້າຍວນໃຈແລະການສະແຫວງຫາ ຄວາມສະໜຸກສະໜານເພີດເພີນ ຄວາມຕ້ອງການໂອ້ອວດ ຄວາມຫຼູຫຼາຟຸມເຟືອຍ ລ້ວນ ເປັນອໍານາດອິດທິພົນທີ່ຫັນເຫຈິດໃຈຂອງມະນຸດໂລກຈໍານວນຫຼາຍໄປຈາກຈຸດມຸ້ງ ໝາຍທີ່ແທ້ຈິງຂອງຊີວິດ ເຂົາເຫຼົ່ານັ້ນກໍາລັງເປີດປະຕູໃຫ້ແກ່ຄວາມຊົ່ວຮ້າຍນາໆນັບປະ ການ ໜຸ່ມສາວເຫຼົ່ານີ້ເກືອບຈະບໍ່ມີກໍາລັງອໍານາດຕໍ່ຕ້ານໄດ້ເລີຍ {MH 364.1}ມແ 369.2

    ການທົດລອງທີ່ແນບນຽນແລະອັນຕະລາຍທີ່ສຸດຢ່າງໜຶ່ງ ຊຶ່ງທັບໂທມມາສູ່ເດັກ ນ້ອຍ ແລະ ຄົນໜຸ່ມສາວທີ່ອາໄສຢູ່ໃນເມືອງກໍຄື ການຝັກໄຝ່ໃນຄວາມສະໜຸກສະໜານ ເພີດເພີນ ມີວັນຢຸດພັກຜ່ອນຫຼາຍໆ ເຄື່ອງຫຼິ້ນຕ່າງໆ ລວມທັງກິລາມ້າແຂ່ງດຶງດູດຜູ້ຄົນ ຢ່າງຫຼວງຫຼາຍ ຄວາມຫຼາກຫຼາຍຂອງສິ່ງເຍົ້າຍວນໃຈແລະຄວາມສະໜຸກສະໜາດເພິດເພີນ ຊັກຈູງຜູ້ຄົນເຫຼົ່ານີ້ໄປຈາກໜ້າທີ່ຮັບຜິດຊອບຕາມປົກກະຕິຂອງຊີວິດ ເງິນຄໍາທີ່ໜ້າ ຈະເກັບໄວ້ໃຊ້ໃນສິ່ງທີ່ເກີດປະໂຫຍດຫຼາຍກວ່າຕ້ອງສູນເສຍໄປກັບການສະແຫວງຫາ ຄວາມສະໜຸກສະໜານເພີດເພີນ {MH 364.2}ມແ 369.3

    ເນື່ອງຈາກການຮ່ວມຕົວກັນຂອງສະຫະພັນຫຼືກຸ່ມອົງກອນຕ່າງໆແລະຜົນພວງ ຂອງການປະທ້ວງແລະການນັດຢຸດງານຂອງບັນດາສະພາບແຮງງານ ສະພາບຊີວິດໃນ ເມືອງກໍາລັງກ້າວໄປສູ່ຄວາມຍາກລໍາບາກຍິ່ງຂຶ້ນເລື້ອຍໆ ຄວາມເດືອດຮ້ອນວຸ້ນວາຍນາໆ ນັບປະການຢູ່ເບື້ອງໜ້າເຮົາ ແລະສໍາຫຼັບຫຼາຍຄອບຄົວ ການຍ້າຍອອກໄປຈາກເມືອງ ກາຍເປັນເລື່ອງຈໍາເປັນ {MH 364.3}ມແ 369.4

    ສະພາບແວດລ້ອມໃນເມືອງມັກເປັນອັນຕະລາຍຕໍ່ສຸຂະພາບ ຄວາມສ່ຽງທີ່ຕ້ອງ ສໍາຜັດກັບເຊື້ອໂລກມີຢູ່ຕະຫຼອດເວລາ ອາກາດທີ່ບໍ່ບໍລິສຸດ ນໍ້າແລະອາຫານທີ່ບໍ່ສະອາດ ບ້ານຊ່ອງທີ່ຢູ່ອາໄສແອອັດຍັດຢຽດ ເປັນບາງສ່ວນຂອງໄພອັນຕະລາຍທີ່ມີຢູ່ຫຼວງຫຼາຍທີ່ ຜູ້ຄົນຕ້ອງປະເຊີນ {MH 365.1}ມແ 370.1

    ພຣະເຈົ້າຊົງບໍ່ໄດ້ມີພຣະປະສົງໃຫ້ຜູ້ຄົນໄດ້ອາໄສຢູ່ໃນເມືອງກັນຢ່າງແອອັດ ບຽດ ສຽດກັນຢູ່ຕາມລະບຽງແລະບ້ານເຊົ່າ ເລີ່ມຕົ້ນນັ້ນພຣະອົງຊົງໂປດໃຫ້ບັນພະບຸລຸດຄູ່ທໍາ ອິດຂອງເຮົາອາໄສຢູ່ທ່າມກາງສິ່ງແວດລ້ອມທີ່ສວຍງາມທີ່ພຣະອົງຊົງປາຖະໜາໃຫ້ເຮົາ ຊື່ນຊົມຍິນດີ ໃນທຸກວັນນີ້ເຊັ່ນດຽວກັນ ຍິ່ງເມື່ອເຮົາໄດ້ປະຕິບັດຕາມສິ່ງທີ່ເປັນແຜນ ການດັ່ງເດີມຂອງພຣະເຈົ້າຫຼາບເທົ່າໃດ ເຮົາກໍຈະຢູ່ໃນສະພາບທີ່ເໝາະສົມທີ່ຈະຊ່ວຍ ໃຫ້ເຮົາມີສຸຂະພາບແຂງແຮງ ຈິດໃຈແລະຈິດວິນຍານທີ່ຜ່ອງແຜ້ວຫຼາຍເທົ່ານັ້ນ {MH 365.2}ມແ 370.2

    ບ້ານເຮືອນລາຄາແພງ ເຄື່ອງຕົກແຕ່ງອັນງົດງາມວິຈິດທີ່ມີໄວ້ເພື່ອການໂອ້ອວດ ເພື່ອຄວາມຫຼູຫຼາຟຸມເຟືອຍແລະເພື່ອຄວາມສຸກສະບາຍ ບໍ່ແມ່ນສິ່ງຈໍາເປັນທີ່ຊ່ວຍໃຫ້ຊີ ວິດມີຄວາມສຸກ ແລະເກີດປະໂຫຍດໄດ້ ພຣະເຢຊູສະເດັດມາຍັງໂລກນີ້ເພື່ອບັນລຸພາ ລະກິດທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາທ່າມກາງມະນຸດ ພຣະອົງສະເດັດມາໃນຖານະ ອັກຄະລາຊະທູດຂອງພຣະເຈົ້າ ເພື່ອສະແດງໃຫ້ເຮົາເຫັນເຖິງການດໍາເນີນຊີວິດທີ່ຈະບັງ ເກີດຜົນທີ່ດີທີ່ສຸດ ແລ້ວພຣະບິດາຜູ້ຊົງດໍາລົງເປັນນິດຊົງເລືອກສະພາວະເຊັ່ນໃດໃຫ້ແກ່ ພຣະບຸດຂອງພຣະອົງ ບ້ານທີ່ສັນໂດດແຖບເນີນເຂົາໃນແຄວ້ນກາລິລີ ຄອບຄົວທີ່ທໍາ ມາຫາລ້ຽງຊີບດ້ວຍແຮງງານທີ່ສຸດຈະລິດແລະໜ້ານັບຖືໃນຕົວເອງ ຊີວິດທີ່ລຽບງ່າຍ ການດິ້ນຮົນຕໍ່ສູ້ກັບອຸປະສັກແລະຄວາມຍາກລໍາບາກລາຍວັນ ການຍິນດີປະຕິບັດຮັບໃຊ້ ດ້ວຍຄວາມເສຍສະລະຕົນ ມີຄວາມມັດທະຍັດແລະມີຄວາມອົດທົນເປັນທີ່ຕັ້ງ ການໃຊ້ ເວລາສຶກສາຮໍ່າຮຽນພຣະຄໍາພີຂ້າງໆກາຍພຣະມານດາ ການໃຊ້ເວລາໃນຍາມຮຸ່ງອາລຸນ ແລະຍາມຄໍ່າໃນຮ່ອມພູອັນຂຽວງາມ ການຮຽນຮູ້ການຊົງສ້າງແລະການພິທັກຮັກສາສິ່ງ ທັງປວງ ແລະການນໍາພາຈິດວິນຍານເຂົ້າສະນິດໃນພຣະເຈົ້າ ສິ່ງເຫຼົ່ານີ້ເອງທີ່ເປັນສະ ພາບແວດລ້ອມແລະໂອການໃນຊີວິດຊ່ວງໄວເຍົາຂອງພຣະເຢຊູ {MH 365.3}ມແ 370.3

    ຜູ້ຊອບທໍາແລະຜູ້ທີ່ມີຈິດວິນຍານອັນສູງສົ່ງຕະຫຼອດທຸກຍຸກສະໄໝ ສ່ວນ ໃຫ່ຍແລ້ວກໍມີສະພາບຄວາມເປັນຢູ່ໃນລັກສະນະເຊັ່ນນີ້ ລອງອ່ານປະຫວັດຂອງອັບລາ ຮາມ ຢາໂຄບ ແລະໂຢເຊບ ປະຫວັດຂອງໂມເສດ ດາວິດແລະເອລີຊາ ຈົ່ງສຶກສາເຖິງ ຊີວິດຂອງບຸກຄົນທີ່ໜ້າຍົກຍ້ອງໃນຍຸກສະໄໝຕໍ່ມາທີ່ໄດ້ຮັບຄວາມເຊື່ອຖືໃຫ້ປະຕິບັດ ໜ້າທີ່ໃນຕໍາແໜ່ງຄວາມຮັບຜິດຊອບຕ່າງໆ ບຸກຄົນທີ່ມີອິດທິພົນຂອງເຂົາທັງຫຼາຍມີຜົນ ໃນການຍົກຊູຈິດວິນຍານຂອງຊາວໂລກ {MH 366.1}ມແ 371.1

    ມີບຸກຄົນເຫຼົ່າເທົ່າໃດຄົນທີ່ເຕີບໃຫຍ່ໃນຊົນນະບົດ ເຂົາທັງຫຼາຍເກືອບຈະບໍ່ຮູ້ ຈັກຄວາມຫຼູຫຼາຟຸມເຟືອຍ ບໍ່ເຄີຍໃຊ້ຊີວິດໃນໄວໜຸ່ມສາວທ່ຽວຫຼິ້ນຫາຄວາມເພີດເພີນ ຫຼາຍຄົນຕ້ອງດິ້ນຮົນຕໍ່ສູ້ກັບຄວາມລໍາບາກຍາກແຄ້ນ ຕ້ອງຮຽນຮູ້ການເຮັດວຽກຕັ້ງແຕ່ ຍັງນ້ອຍແລະໃຊ້ຊີວິດກາງແຈ້ງຢ່າງດຸໝັ່ນຊຶ່ງເຮັດໃຫ້ຮ່າງກາຍທຸກສ່ວນມີຄວາມກະຊັບ ແຂງແຮງ ຖືກຈໍາກັບໃຫ້ເພິ່ງພາລໍາແຂ່ງຂອງຕົນເອງເຂົາທັງຫຼາຍຕ່າງຮຽນຮູ້ເຖິງການຕໍ່ສູ້ ກັບຄວາມຍາກລໍາບາກແລະການເອົາຊະນະຕໍ່ອຸປະສັກ ເຮັດໃຫ້ມີຄວາມກ້າຫານແລະມີ ຄວາມມານະອົດທົນ ເຂົາທັງຫຼາຍຮຽນຮູ້ໃນການເພິ່ງພາຕົນເອງແລະການຄວບຄຸມຕົນເອງ ໄດ້ຮັບການຄຸ້ມຄອງໃນລະດັບໜຶ່ງຈາກການຄົບຫາສະມາຄົມກັບສັງຄົມຊົ່ວຮ້າຍ ເຂົາທັງຫຼາຍຕ່າງພໍໃຈກັບຄວາມເພິດເພີນຂອງທໍາມະຊາດແລະມິດສະຫາຍທີ່ຈິງໃຈ ຕ່າງ ມີລົດສະນິຍົມທີ່ລຽບງ່າຍແລະຄວາມຕ້ອງການທີ່ພໍເໝາະ ເຂົາທັງຫຼາຍຕ່າງເຄົາລົບໃນ ກົດເກນຈຶ່ງເຕີບໃຫຍ່ເປັນຜູ້ທີ່ມີຄວາມສະອາດບໍລິສຸດເຂັ້ມແຂງແລະຈິງໃຈ ເມື່ອເຖິງເວ ລາທີ່ຕ້ອງປະກອບໜ້າທີ່ຂອງຊີວິດ ຄົນເຫຼົ່ານີ້ຈຶ່ງທຸ່ມເທດ້ວຍກໍາລັງກາຍແລະກໍາລັງສະຕິ ປັນຍາ ດ້ວຍຄວາມເຕັມໃຈແລະຄວາມສາມາດໃນການວາງແຜນແລະຈັດການຮ່ວມທັງ ຄວາມຕັ້ງໝັ້ນໃນການຕໍ່ສູ້ກັບຄວາມຊົ່ວ ເຂົາທັງຫຼາຍຈຶ່ງເປັນພະລັງສ້າງສັນສິ່ງດີງາມໃຫ້ ຊາວໂລກ {MH 366.2}ມແ 371.2

    ສິ່ງທີ່ລໍ້າຄ່າກວ່າຊັບສິນມໍລະດົກທີ່ທ່ານສາມາດມອບໃຫ້ກັບລູກໆຂອງທ່ານໄດ້ກໍຄື ຮ່າງກາຍທີ່ສົມບູນແຂງແຮງ ສະຕິປັນຍາທີ່ບໍ່ບົກຜ່ອງແລະອຸປະນິດໄສທີ່ດີງາມ ຜູ້ທີ່ ເຂົ້າໃຈຕັ້ງແຕ່ທໍາອິດຄວາມສໍາເລັດທີ່ແທ້ຈິງຂອງຊີວິດວ່າປະກອບດ້ວຍອັນໃດນັ້ນຈຶ່ງຈະ ເປັນຜູ້ທີ່ສະຫຼາດ ເຂົາທັງຫຼາຍຈຶ່ງມີເປົ້າໝາຍນີ້ຢູ່ໃນຄວາມຄິດສະເໝີໃນເວລາວາງແຜນ ສ້າງຄອບຄົວ {MH 366.3}ມແ 371.3

    ແທນທີ່ຈະອາໄສຢູ່ໃນທີ່ໆເຕັມໄປດ້ວຍຜົນງານຂອງມະນຸດ ເຕັມໄປດ້ວຍແສງ ສີສຽງທີ່ຊໍ່ໄປໃນເລື່ອງຊົ່ວຮ້າຍ ເຕັມໄປດ້ວຍຄວາມສັບສົນວຸ້ນວາຍແລະຄວາມທໍ້ແທ້ ແລະກັງວົນ ຈົ່ງອອກໄປອາໄສຢູ່ໃນບ່ອນທີ່ທ່ານສາມາດຈະເຫັນເຖິງພຣະຫັດຖະກິດ ຂອງພຣະເຈົ້າ ຈົ່ງສະແຫວງຫາຄວາມສະຫງົບສຸກຂອງຈິດໃຈໃນຄວາມງົດງາມ ຄວາມ ສະຫງົບງຽບແລະສັນຕິສຸກຂອງທໍາມະຊາດ ຈົ່ງໃຫ້ສາຍຕາຢຸດເບິ່ງທົ່ງນາທີ່ຂຽວກະຈີ ແລະເນີນພູ ຈົ່ງເງີຍໜ້າຂຶ້ນເບິ່ງທ້ອງຟ້າທີ່ບໍ່ມີຝຸ່ນລະອອງ ແລະໝອກຄວັນໃນເມືອງບົດບັງ ແລະຫາຍໃຈເອົາອາກາດບໍລິສຸດສົດຊື່ນແຫ່ງສະຫວັນ ຈົ່ງໄປຍັງສະຖານທີ່ໆໄກ ຈາກຊີວິດໃນເມືອງທີ່ວຸ້ນວາຍສັບສົນແລະມີແຕ່ການກະທໍາທີ່ຜິດສິລະທໍາ ເພື່ອຈະໄດ້ ໃກ້ຊິດກັບລູກໆໃນທີ່ໆຈະສາມາດສອນເຂົາທັງຫຼາຍໃຫ້ຮຽນຮູ້ເຖິງພຣະເຈົ້າຈາກພຣະ ຫັດຖະກິດຂອງພຣະອົງແລະອົບຮົມສັ່ງສອນໃຫ້ເຂົາທັງຫຼາຍໃຫ້ດໍາເນີນຊີວິດດ້ວຍ ຄວາມຊື່ສັດແລະຄວາມເປັນປະໂຫຍດ {MH 367.1}ມແ 372.1