Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການປຸງອາຫານ

    ເປັນການບໍ່ຖືກຕ້ອງທີ່ກິນອາຫານພຽງເພື່ອໃຫ້ອີ່ມທ້ອງເທົ່ານັ້ນໂດຍບໍ່ໃສ່ໃຈ ວ່າອາຫານທີ່ຮັບປະທານຈະມີຄຸນນະພາບດີແລະຖືປຸງຢ່າງໃດ ຖ້າວ່າອາຫານທີ່ກິນນັ້ນ ບໍ່ມີລົດຊາດເລີຍ ຮ່າງກາຍກໍຈະບໍ່ໄດ້ຮັບສານບໍາລຸງຫຼາຍປານໃດ ຄວນໃສ່ໃຈໃນການ ເລືອກສັນສິ່ງຕ່າງໆ ມາປະກອບເປັນອາຫານແລະຄວນມີທັກສະແລະຄວາມສະຫຼຽວ ສະຫຼາດໃນການປຸງຢ່າງຖືກຕ້ອງ {MH 300.2}ມແ 304.6

    ແປ້ງສາລີຂາວນັ້ນບໍ່ແມ່ນແປ້ງທີ່ມີຄວາມເໝາະສົມທີ່ສຸດໃນການນໍາມາເຮັດເຂົ້າ ໜົມປັງ ການໃຊ້ແປ້ງຊະນິດນີ້ເຮັດໃຫ້ຕ້ອງສິ້ນເປືອງທັງຍັງບໍ່ມີປະໂຫຍດຕໍ່ຮ່າງກາຍ ຂະ ໜົມທີ່ເຮັດຈາກແປ້ງຂາວຂາດສານອາຫານຊະນິດທີ່ເຫັນໃນເຂົ້າໜົມປັງທີ່ເຮັດຈາກແປ້ງ ສາລີທີ່ບໍ່ຂາວ ແລະມັກຈະເປັນສາເຫດຂອງອາການທ້ອງເສຍແລະອາການບໍ່ເພິ່ງປະສົງ ອື່ນໆ ທີ່ບັນທອນສຸຂະພາບ {MH 300.3}ມແ 305.1

    ການໃຊ້ເບກກິ້ງໂຊດາຫຼືຜົງຟູໃນການເຮັດເຂົ້າໜົມປັງເປັນສິ່ງທີ່ມີອັນຕະລາຍ ແລະບໍ່ມີຄວາມຈໍາເປັນ ຜົງເບກກິ້ງໂຊດາ (ໂຊດຽມໄບຄາບໍເນດ) ຈະເຮັດໃຫ້ກະເພາະ ເກີດການອັກເສບແລະເປັນພິດຕໍ່ອະໄວຍະວະຕ່າງໆຂອງຮ່າງກາຍ ແມ່ບ້ານຫຼາຍຄົນຄິດ ວ່າຕົນບໍ່ສາມາດເຮັດເຂົ້າໜົມປັງໃຫ້ດີໄດ້ໂດຍບໍ່ໃຊ້ເບກກິ້ໂຊດາ ແຕ່ນີ້ເປັນຄວາມເຂົ້າ ໃຈທີ່ຜິດ ຖ້າພວກເຂົາຈະຍອມທົນລໍາບາກສັກໜ້ອຍໜຶ່ງຮຽນຮູ້ວິທີດີກວ່າ ເຂົ້າໜົມປັງ ຂອງພວກເຂົາກໍຈະມີຄຸນປະໂຫຍດ ມີລົດຊາດທີ່ເປັນທໍາມະຊາດແລະໜ້າກິນຫຼາຍຍິ່ງຂຶ້ນ {MH 300.4}ມແ 305.2

    ໃນການເຮັດເຂົ້າໜົມປັງໂດຍໃຊ້ເຊື້ອຢີ້ດ ບໍ່ຄວນໃຊ້ນົມງົວແທນນໍ້າ ການໃຊ້ນົມ ງົວເຮັດໃຫ້ສິ້ນເປືອງເງິນທອງເພີ່ມຂຶ້ນ ແລະເຮັດໃຫ້ເຂົ້າໜົມປັງນັ້ນມີປະໂຫຍດຕໍ່ຮ່າງ ກາຍໜ້ອຍລົງ ເຂົ້າໜົມປັງທີ່ຜະສົມນົມງົວຈະຮັກສາລົດຊາດໄດ້ບໍ່ດົນພາຍຫຼັງການອົບ ຄືດັ່ງເຂົ້າໜົມປັງທີ່ຜະສົມດ້ວຍນໍ້າແລະມັກຈະເຮັດໃຫ້ເກີດການບູດໃນກະເພາະອາຫານ ໄດ້ງ່າຍ {MH 301.1}ມແ 305.3

    ເຂົ້າໜົມປັງຄວນຈະມີນໍ້າໜັກເບົາແລະມີລົດຫວານ ໂດຍບໍ່ມີລົດສົ້ມປົນຢູ່ນໍາ ແມ່ນແຕ່ໜ້ອຍດຽວ ຄວນປັ້ນກ້ອນເຂົ້າໜົມປັງໃຫ້ເປັນກ້ອນນ້ອຍໆແລະອົບໃຫ້ສຸກ ຢ່າງທົ່ວເຖິງເພື່ອຂ້າເຊື້ອຢີ້ດໃນຜົງຟູ ບໍ່ວ່າຈະເປັນເຂົ້າໜົມປັງຊະນິດໃດໆກໍຕາມທີ່ມີ ສ່ວນຜະສົມຂອງເຊື້ອຢີ້ດ ເມື່ອອົບແລ້ວໆໃໝ່ໆ ແລະຍັງຮ້ອນຢູ່ຈະເປັນອາຫານທີ່ຍ່ອຍ ຍາກແລະຍັງບໍ່ຄວນນໍາມາເສີບເທິງໂຕະອາຫານໃນທັນທີ ຍົກເວັ້ນເຂົ້າໜົມປັງບໍ່ມີເຊື້ອທີ່ ບໍ່ໃສ່ຜົງຟູຫຼືເຊື້ອຢີ້ດແລະອົບຈາກເຕົາອົບດ້ວຍຄວາມຮ້ອນທີ່ເໝາະສົມ ຈະເປັນເຂົ້າໜົມ ປັງທີ່ໜ້າກິນແລະມີປະໂຫຍດຕໍ່ຮ່າງກາຍ {MH 301.2}ມແ 305.4

    ເຂົ້າທີ່ໃຊ້ເຮັດເຂົ້າຕົ້ມຫຼື “ເຂົ້າບົດ” ຕ້ອງໃຊ້ເວລາໃນການຕົ້ມຫຼາຍຊົ່ວໂມງ ແຕ່ ອາຫານອ່ອນແລະອາຫານເຫຼວໃຫ້ປະໂຫຍດຕໍ່ຮ່າງກາຍໜ້ອຍກວ່າອາຫານແຫ້ງ ຊຶ່ງ ຕ້ອງຫຍໍ້າໃຫ້ລະອຽດເສຍກ່ອນ ຂະໜົມປັງອົບກອບເປັນເຂົ້າໜົມປັງທີ່ອົບສອງຄັ້ງ ອາ ຫານປະເພດນີ້ເປັນອາຫານຊະນິດໜຶ່ງທີ່ຍ່ອຍໄດ້ງ່າຍທີ່ສຸດແລະມີລົດຊາດທີ່ແຊບຫຼາຍ ທີ່ສຸດ ໂດຍການນໍາເອົາເຂົ້າໜົມປັງທໍາມະດາທີ່ຜະສົມຜົງຟູຢີ້ດຝານເປັນແຜ່ນບາງໆ ແລ້ວ ນໍາໄປອົບໃຫ້ແຫ້ງໃນເຕົາອົບຄວາມຮ້ອນຕໍ່າ ໂດຍໃຫ້ຄວາມຊື້ນລະເຫີຍໄປຈົນໝົດ ແລ້ວປ່ອຍໃຫ້ເຫຼືອງກອບດີ ເມື່ອເກັບໄວ້ໃນທີ່ແຫ້ງເຂົ້າໜົມປັງຊະນິດນີ້ຈະສາມາດເກັບ ໄວ້ໄດ້ດົນກວ່າເຂົ້າໜົມປັງທໍາມະດາ ແລະເມື່ອນໍາໄປເຮັດໃຫ້ຮ້ອນອີກເທື່ອໜຶ່ງກ່ອນກິນ ຈະມີຄວາມສົດໃໝ່ຄືກັບເຂົ້າໜົມປັງທີ່ຫາກໍອົບແລ້ວໃໝ່ໆ {MH 301.3}ມແ 306.1

    ໂດຍປົກກະຕິເຮົາມັກຈະຕື່ມນໍ້າຕານລົງໃນອາຫານຫຼາຍເກີນໄປເຂົ້າໜົມເຄັກພຸດ ດິ້ງ ພາຍ ເຢັ່ນລີ້ ແລະແຍມ ເປັນອາຫານທີ່ເຮັດໃຫ້ເກີດອາການອາຫານບໍ່ຍ່ອຍ ໂດຍສະ ເພາະຢ່າງຍິ່ງຄັດສ໌ຕາດແລະພຸດດິ້ງຊຶ່ງມີສ່ວນຜະສົມຫຼັກຄື ນົມງົວ ໄຂ່ ແລະນໍ້າຕານ ເຮົາ ຄວນຫຼີກລ້ຽງການໃຊ້ນົມງົວແລະນໍ້າຕານຜະສົມກັນຫຼາຍເກີນໄປ {MH 301.4}ມແ 306.2

    ຖ້າຕ້ອງໃຊ້ນົມງົວກໍຄວນເຮັດການຂ້າເຊື້ອໃຫ້ທົ່ວເຖິງ ເພື່ອເປັນການລົດອັນຕະ ລາຍຈາກການຕິດເຊື້ອຈາກການໃຊ້ນົມ ສ່ວນເນີຍເມື່ອນໍາມາກິນຮ່ວມກັບເຂົ້ານົມປັງທີ່ ເຢັນມີອັນຕະລາຍຕໍ່ຮ່າງກາຍໜ້ອຍກວ່າການໃຊ້ເນີຍໃນການປຸງອາຫານ ແຕ່ຕາມປົກ ກະຕິແລ້ວ ຈະເປັນການດີກວ່າທີ່ຈະບໍ່ໃຊ້ເນີຍເລີຍ ເນີຍແຂງ (ຊີດ) ຍິ່ງບໍ່ມີຄວາມເໝາະ ສົມທີ່ຈະນໍາມາໃຊ້ກິນເປັນອາຫານ {MH 302.1}ມແ 306.3

    ອາຫານທີ່ປຸງຢ່າງບໍ່ຖືກສຸຂະລົກສະນະເຮັດໃຫ້ເລືອດບໍ່ສົມບູນ ເພາະໄປເຮັດໃຫ້ ອະໄວຍະວະທີ່ໃຊ້ໃນການສ້າງເລືອດອ່ອນແອ ຈຶ່ງສົ່ງຜົນໃຫ້ລະບົບຂອງຮ່າງກາຍເສຍ ສົມດຸນແລະເຮັດໃຫ້ເກີດໂລກ ສິ່ງທີ່ຕາມມາກໍຄື ອາການຫງຸດຫງິດແລະອາລົມເສຍ ຄົນ ນັບພັນນັບໝື່ນຕ້ອງຕົກເປັນເຫຍື່ອຂອງການຫຸງຕົ້ມອາຫານທີ່ບໍ່ຖືກສຸຂະລັກສະນະ ໜ້າ ຂຸມຝັງສົບຫຼາຍຂຸມຄວນຈະມີຄໍາຈາລຶກໄວ້ວ່າ “ ຕາຍເພາະອາຫານທີ່ຫຸງຕົ້ມຢ່າງບໍ່ຖືກ ສຸຂະລັກສະນະ ” ” ຕາຍເພາະກະເພາະອາຫານຖືກໃຊ້ງານຢ່າງໜັກ ” {MH 302.2}ມແ 306.4

    ຜູ້ທີ່ປຸງອາຫານມີໜ້າທີ່ອັນສູງສົ່ງທີ່ຕ້ອງຮຽນຮູ້ເຖິງວິທີການໃນການຈັດຕຽມອາ ຫານທີ່ຖືກສຸຂະລັກສະນະ ຫຼາຍຄົນຕ້ອງເສຍຊີວິດເພາະຜົນຈາກການຫຸງຕົ້ມອາຫານທີ່ ບໍ່ເໝາະສົມ ການເຮັດເຂົ້າໜົມປັງທີ່ດີໄດ້ນັ້ນຈະຕ້ອງໃຊ້ທັງຄວາມຄິດແລະການເອົາໃຈໃສ່ ສິ່ງໜຶ່ງຕ້ອງມີຫຼັກທໍາຄໍາສອນຢູ່ໃນເຂົ້າໜົມປັງທີ່ດີໜຶ່ງກ້ອນຫຼາຍກວ່າທີ່ຫຼາຍຄົນຄິດ ພໍ່ຄົວແມ່ຄົວທີ່ດີແທ້ໆນັ້ນມີໜ້ອຍຫຼາຍ ພວກຜູ້ຍິງສາວໆຄິດວ່າການຊອກຫາອາຫານ ແລະການເຮັດວຽກບ້ານອື່ນໆນັ້ນເປັນວຽກທີ່ຕໍ່າຕ້ອຍແລະດ້ວຍເຫດນີ້ ຍິງສາວຫຼາຍຄົນ ທີ່ແຕ່ງງານແລ້ວແລະຕ້ອງຮັບຜິດຊອບດູແລກິດຈະການໃນບ້ານເຮືອນຈຶ່ງບໍ່ຄ່ອຍມີ ຄວາມຮູ້ກ່ຽວກັບໜ້າທີ່ຂອງເມຍແລະມານດາເທົ່າໃດ {MH 302.3}ມແ 306.5

    ການປຸງອາຫານບໍ່ພຽງແຕ່ຈະເປັນສິລະປະເທົ່ານັ້ນ ແຕ່ເປັນສິ່ງທີ່ສໍາຄັນທີ່ສຸດໃນ ການດໍາເນີນຊີວິດ ເປັນວິຊາທີ່ຜູ້ຍິງທຸກຄົນຄວນຈະໄດ້ຮຽນຮູ້ ແລະຄວນຈະສອນຄົນ ຍາກຈົນກວ່າໃຫ້ໄດ້ຮັບປະໂຫຍດ ການທີ່ຈະປຸງອາຫານຢ່າງງ່າຍໆ ໃຫ້ແຊບໜ້າກິນ ແລະໃຫ້ມີຄຸນຄ່າທາງອາຫານນັ້ນຕ້ອງອາໄສທັກສະ ແຕ່ສິ່ງນີ້ສາມາດທີ່ຈະເຮັດໄດ້ ຜູ້ທີ່ ເຮັດອາຫານຄວນຮຽນຮູ້ເຖິງວິທີການຈັດຕຽມອາຫານທີ່ລຽບງ່າຍ ມີລົດຊາດແລະໃຫ້ ປະໂຫຍດຕໍ່ຮ່າງກາຍ ໂດຍວິທີການທີ່ບໍ່ຫຍຸ້ງຍາກແລະຖືກຫຼັກສຸຂະພາບ {MH 302.4}ມແ 307.1

    ຜູ້ຍິງທຸກຄົນທີ່ເປັນຫົວໜ້າຄອບຄົວ ແຕ່ຍັງບໍ່ເຂົ້າໃຈເຖິງວິທີການປະກອບອາ ຫານທີ່ຖືກສຸຂະລັກສະນະ ຄວນຕັດສິນໃຈຢ່າງແນ່ນອນທີ່ຈະຮຽນຮູ້ສິ່ງທີ່ມີຄວາມສໍາ ຄັນຢ່າງຍິ່ງຕໍ່ຄວາມຜາສຸກຂອງສະມາຊິກໃນຄອບຄົວ ໃນທີ່ຫຼາຍແຫ່ງໂຮງຮຽນສອນ ເຮັດອາຫານສຸຂະພາບເປີດໂອກາດໃຫ້ມີການຮຽນການສອນເຖິງວິທີການໃນການປະ ກອບອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແຕ່ຖ້າໃນພື້ນທີ່ບໍ່ມີທີ່ໃຫ້ຮຽນຮູ້ແລະສຶກສາດັ່ງ ກ່າວ ຜູ້ຍິງທີ່ສົນໃຈກໍສາມາດຮຽນຝຶກຫັດການປຸງອາຫານກັບພໍ່ຄົວແມ່ຄົວທີ່ມີຄວາມ ສາມາດ ແລະພາກພຽນປັບປຸງວິທີປຸງອາຫານໃຫ້ດີຂຶ້ນຕາມລໍາດັບ ຈົນໃນທີ່ສຸດຍ່ອມ ຈະກາຍເປັນຜູ້ຊ່ຽວຊານໃນສິລະປະຂອງການປະກອບອາຫານໄດ້ {MH 303.1}ມແ 307.2

    ການກິນອາຫານໃຫ້ເປັນເວລາເປັນສິ່ງທີ່ມີຄວາມສໍາຄັນເປັນຢ່າງຍິ່ງ ເຮົາຄວນຈະ ກໍານົດເວລາທີ່ແນ່ນອນໃນການກິນອາຫານໃນແຕ່ລະຄາບ ເມື່ອເຖິງເວລາໃຫ້ທຸກຄົນ ກິນອາຫານຕາມທີ່ຮ່າງກາຍຕ້ອງການແລະຈະຕ້ອງບໍ່ກິນອາຫານສິ່ງໃດອີກຈົນກວ່າຈະ ເຖິງເວລາຂອງອາຫານຄາບຕໍ່ໄປ ຫຼາຍຄົນກິນອາຫານໃນເວລາທີ່ຮ່າງກາຍບໍ່ມີຄວາມຕ້ອງ ການອາຫານ ຄືໃນຊ່ວງເວລາທີ່ບໍ່ເໝາະສົມລະຫວ່າງຄາບອາຫານ ເພາະເຂົາບໍ່ມີຄວາມ ໜັກແໜ້ນພໍທີ່ຈະຂັດຂືນການຕາມໃຈປາກຂອງຕົວເອງ ໃນຂະນະເດີນທາງ ບາງຄົນມັກ ຈະກິນຈຸບກິນຈິບຢູ່ຕະຫຼອດເວລາເມື່ອມີອັນໃດທີ່ກິນໄດ້ຢູ່ໃກ້ມື ການເຮັດຢ່າງນີ້ແມ່ນ ໃຫ້ໂທດຢ່າງຫຼວງຫຼາຍ ຖ້າຜູ້ເດີນທາງຈະກິນອາຫານຢ່າງລຽບງ່າຍແລະມີປະໂຫຍດຕໍ່ ຮ່າງກາຍໃຫ້ເປັນເວລາ ພວກເຂົາກໍຈະບໍ່ຮູ້ສຶກອ່ອນເພຍເຖິງຂະໜາດນີ້ຫຼືບໍ່ຕ້ອງທົນທໍ ລະມານດ້ວຍການປ່ວຍໜັກເຊັ່ນທີ່ເປັນຢູ່ {MH 303.2}ມແ 307.3

    ນິດໄສອີກປະການໜຶ່ງທີ່ເປັນອັນຕະລາຍຕໍ່ຮ່າງກາຍຢ່າງຮ້າຍແຮງຄື ການກິນອາ ຫານກ່ອນເຂົ້ານອນ ແມ່ນວ່າເຂົາຈະກິນອາຫານຕາມເວລາແລ້ວກໍຕາມ ແຕ່ເພາະວ່າ ຍັງມີຄວາມຮູ້ສຶກອ່ອນເພຍຢູ່ ເຂົາຈຶ່ງກິນອາຫານເພີ່ມເຂົ້າໄປອີກ ໂດຍການຕາມໃຈຕົວ ເອງເຊັ່ນນີ້ ການກະທໍາທີ່ຜິດໆຈຶ່ງເລີ່ມຕິດເປັນນິດໄສ ຈົນເຂົາຄິດວ່າບໍ່ອາດຈະນອນ ຫຼັບໄດ້ ຖ້າບໍ່ໄດ້ກິນອາຫານກ່ອນນອນ ຜົນທີ່ເກີດຂຶ້ນຈາກການກິນອາຫານຄາບເດິກ ເຊັ່ນນີ້ເຮັດໃຫ້ລະບົບຍັງຄົງຕ້ອງຍ່ອຍອາຫານຕໍ່ໄປອີກໃນຂະນະທີ່ນອນຫຼັບຢູ່ ແລະເຖິງ ແມ່ນວ່າກະເພາະອາຫານຍັງຄົງເຮັດວຽກຕໍ່ໄປກໍຕາມ ແຕ່ກໍເຮັດວຽກໄດ້ບໍ່ເຕັມທີ່ ເມື່ອ ເຂົ້ານອນກໍຈະເຮັດໃຫ້ຫຼັບບໍ່ສະນິດແລະເຮັດໃຫ້ຝັນຮ້າຍເມື່ອຕື່ນຂຶ້ນໃນເວລາຕອນເຊົ້າ ກໍຮູ້ສຶກບໍ່ສົດຊື່ນແລະບໍ່ຢາກກິນອາຫານເຊົ້າ ເມື່ອເຮົາລົ້ມຕົວລົງນອນຫຼັດພັກຜ່ອນ ກະ ເພາະອາຫານຄວນຢຸດການເຮັດວຽກຂອງມັນ ເພື່ອກະເພາະອາຫານຈະໄດ້ຢຸດພັກຜ່ອນ ເຊັ່ນດຽວກັບອະໄວຍະວະອື່ນໆ ໂດຍສະເພາະຢ່າງຍິ່ງ ຄົນທີ່ມີນິດໄສທີ່ມັກນັ່ງນອນຢູ່ ກັບທີ່ ການກິນອາຫານຄາບເດິກກໍໃຫ້ເກີດອັນຕະລາຍຕໍ່ຮ່າງກາຍເມື່ອການນອນຫຼັບຖືກ ລົບກວນຈາກນິດໄສເຊັ່ນນີ້ຈຶ່ງເປັນຈຸດເລີ່ມຕົ້ນຂອງໂລກໄພທີ່ມີອັນຕະລາຍເຖິງຊີວິດ {MH 303.3}ມແ 308.1

    ໃນຫຼາຍກໍລະນີ ຄວາມຮູ້ສຶກອ່ອນເພຍທີ່ເຮັດໃຫ້ເກີດຄວາມຢາກອາຫານເກີດ ຂຶ້ນເນື່ອງຈາກອະໄວຍະວະທີ່ໃຊ້ຍ່ອຍອາຫານຕ້ອງເຮັດວຽກໜັກເກີນໄປຕະຫຼອດທັງວັນ ເມື່ອແລ້ວໜ້າທີ່ໜຶ່ງຄາບໄປແລ້ວ ອະໄວຍະວະທີ່ໃຊ້ຍ່ອຍອາຫານກໍຕ້ອງການພັກຜ່ອນ ຢ່າງໜ້ອຍທີ່ສຸດຄວນຈະມີເວລາພັກລະຫວ່າງຄາບອາຫານຫ້າຫຼືຫົກຊົ່ວໂມງແລະ ຄົນສ່ວນໃຫຍ່ທີ່ໄດ້ທົດລອງເບິ່ງ ຈະຮູ້ສຶກວ່າການກິນອາຫານວັນລະສອງຄາບດີກວ່າ ສາມຄາບ {MH 304.1}ມແ 308.2

    Larger font
    Smaller font
    Copy
    Print
    Contents