Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 4 ສຳຜັດແຫ່ງຄວາມເຊື່ອ

    ຖ້າເຮົາພຽງແຕ່ບາຍເສື້ອຄຸມຂອງພຣະອົງເທົ່ານັ້ນ ເຮົາກໍ່ຈະຫາຍຈາກໂລກໄພໄຂ້ ເຈັບໄດ້ ມັດທາຍ 9:21 ຜູ້ກ່າວຖ້ອຍຄຳເຫຼົ່ານີ້ຄືຜູ້ຍິງຜູ້ໜ້າສົງສານຄົນໜຶ່ງທີ່ມີຊີວິດທີ່ ຕ້ອງທົນທຸກທໍລະມານດ້ວຍໂລກຮ້າຍມາເປັນເວລາສິບສອງປີແລ້ວ ນາງໄດ້ໃຊ້ເງິນທອງ ທີ່ມີຢູ່ທັງໝົດໄປເປັນຄ່າໝໍແລະໃຊ້ໃນການຢຽວຢາຮັກສາ ແຕ່ກໍພຽງເພື່ອຈະໄດ້ຮັບ ການວິນິດໄສວ່າໂລກຮ້າຍທີ່ນາງເປັນຢູ່ນັ້ນເປັນໂລກທີ່ຮັກສາບໍ່ເຊົາ ແຕ່ເມື່ອນາງໄດ້ຍິນ ເລື່ອງຂອງແພດຜູ້ປະເສີດ ຄວາມຫວັງຈຶ່ງເກີດມີຂຶ້ນມາອີກເທື່ອໜຶ່ງ ນາງຄິດວ່າ ຫາກເຮົາ ພຽງແຕ່ໄດ້ຢູ່ໄກ້ ພໍທີ່ຈະທູນພຣະອົງເຮົາກໍຈະຫາຍຈາກໂລກໄດ້ {MH 59.1}ມແ 38.1

    ພຣະຄຣິດຊົງກໍາລັງສະເດັດໄປຍັງບ້ານຂອງໄຍລັດອາຈານຮັບບີຊາວຢີວຜູ້ໄດ້ທູນ ຂໍໃຫ້ພຣະອົງສະເດັດມາເພື່ອຮັກສາລູກສາວຂອງເຂົາຄໍາທູນອ້ອນວອນດ້ວຍຄວາມໂສກ ເສົ້າທີ່ວ່າ ລູກສາວນ້ອຍຂອງຂ້ານ້ອຍເຈັບໜັກໃກ້ຈະຕາຍແລ້ວຂໍເຊີນພຣະອົງໄປວາງ ພຣະຫັດໃຫ້ເຂົາເພື່ອເຂົາຈະໄດ້ຫາຍດີແລະມີຊີວິດຢູ່ ມາລະໂກ 5:23 ໄດ້ເຮັດໃຫ້ພຣະ ໄທອັນອ່ອນໂຍນຂອງພຣະຄຣິດຮູ້ສຶກເມດຕາສົງສານດັ່ງນັ້ນພຣະອົງຈຶ່ງໄດ້ສະເດັດໄປ ຍັງບ້ານຂອງເຂົາທັນທີ {MH 59.2}ມແ 38.2

    ພວກເຂົາພາກັນຍ່າງໄປແບບຊ້າໆເພາະປະຊາຊົນໄດ້ບຽດສຽດກັນຢູ່ໝົດຮອບ ດ້ານໃນຂະນະທີ່ກໍາລັງຍ່າງຝ່າປະຊາຊົນເຂົ້າໄປນັ້ນ ພຣະຜູ້ຊ່ວຍໃຫ້ລອດໄດ້ສະເດັດເຂົ້າ ມາໄກ້ຍິງທີ່ເຈັບປ່ວຍທໍລະມານທີ່ກໍາລັງຢືນຢູ່ ຫຼາຍຄັ້ງຫຼາຍຄາວທີ່ນາງພະຍາຍາມຈະ ເຂົ້າໄປໃຫ້ໄກ້ພຣະອົງ ແຕ່ເບິ່ງຄືວ່າຄວາມພະຍາຍາມຂອງລາວຈະເປັນສິ່ງທີ່ໄຮ້ປະ ໂຫຍດດຽວນີ້ໂອກາດຂອງນາງມາເຖິງແລ້ວນາງເບິ່ງບໍ່ເຫັນຫົນທາງທີ່ຈະໄດ້ທູນຂໍຕໍ່ພຣະ ອົງນາງບໍ່ຕ້ອງການທີ່ຈະເປັນຜູ້ຂວາງທາງໃນລະຫວ່າງທີ່ພຣະອົງກໍາລັງດໍາເນີນພາລະກິດ ແບບຊັກຊ້າແຕ່ນາງເຄີຍໄດ້ຍິນມາວ່າພຽງແຕ່ແຕະຕ້ອງຜ້າຄຸມຂອງພຣະອົງກໍຈະສາ ມາດຢຽວຢາຮັກສາໃຫ້ຫາຍຈາກໂລກໄພໄດ້ແລະການທີ່ນາງຢ້ານວ່າຈະໝົດໂອກາດທີ່ ມີຢູ່ພຽງເທື່ອດຽວນີ້ ເພື່ອທີ່ຈະໄດ້ຮັບການປົດແອກໃຫ້ຫາຍ ນາງຈຶ່ງພະຍາຍາມບຽດ ປະຊາຊົນໄປຂ້າງໜ້າ ນາງໄດ້ເວົ້າກັບຕົນເອງວ່າ ຖ້າເຮົາໄດ້ແຕະຕ້ອງຜ້າສະຫຼອງຂອງ ພຣະອົງເທົ່ານັ້ນເຮົາກໍຈະຫາຍໂລກ {MH 59.3}ມແ 39.1

    ພຣະຄຣິດຊົງຮູ້ຄວາມນຶກຄິດທີ່ມີຢູ່ໃນຈິດໃຈຂອງນາງທຸກປະການ ດັ່ງນັ້ນພຣະອົງ ຈຶ່ງຊົງຍ່າງໄປຫານາງ ພຣະອົງຊົງຄິດເຖິງຄວາມຕ້ອງການອັນໃຫຍ່ຫຼວງຂອງນາງ ແລະ ພຣະອົງໄດ້ຊົງຊ່ວຍໃຫ້ນາງໄດ້ມີໂອກາດໃຊ້ຄວາມເຊື່ອທີ່ນາງມີຢູ່ {MH 60.1}ມແ 39.2

    ໃນຂະນະທີ່ພຣະອົງຊົງກໍາລັງຍ່າງຜ່ານໄປ ນາງພະຍາຍາມຍື່ນມືອອກໄປແລະໄດ້ ແຕະຕ້ອງຊາຍຜ້າຂອງພຣະອົງ ພຽງວິນາທີນັ້ນເອງນາງຄິດວ່ານາງໄດ້ຮັບການຮັກສາໂຣກ ແລ້ວ ນາງໄດ້ຮວບຮວມຄວາມເຊື່ອທີ່ມີຢູ່ໃນຊີວິດເຂົ້າມາຢູ່ໃນການສໍາຜັດນັ້ນ ພຽງເທື່ອ ດຽວ ຄວາມເຈັບປວດທີ່ທໍລະມານແລະຄວາມອ່ອນເພຍເປ້ຍລ່ອຍຂອງນາງກໍໄດ້ຫາຍ ໄປໃນຕອນນັ້ນ ນາງມີຄວາມຮູ້ສຶກຄືກັບວ່າມີກະແສໄຟຟ້າໄດ້ຜ່ານໄປທົ່ວຮ່າງກາຍໂດຍ ໄວ ນາງຮູ້ສຶກໄດ້ເຖິງສຸຂະພາບທີ່ກັບມາສົມບູນແລະແຂງແຮງດີອີກເທື່ອໜຶ່ງ ຜູ້ຍິງນັ້ນ ຮູ້ສຶກໂຕວ່າຫາຍຈາກໂລກແລ້ວ ຂໍ້ 29 {MH 60.2}ມແ 39.3

    ຍິງນັ້ນຮູ້ສຶກຊາບຊຶ້ງໃນພຣະມະຫາກະລຸນາຂອງພຣະອົງຈຶ່ງປາຖະໜາທີ່ຈະຂອບ ພຣະຄຸນຕໍ່ແພດຜູ້ຊົງລິດອໍານາດ ຜູ້ຊົງກະທໍາຄຸນແກ່ນາງສໍາຜັດພຽງຄັ້ງດຽວຍິ່ງກວ່າພວກ ໝໍທີ່ໄດ້ຮັກສາມາເປັນເວລາອັນຍາວນານເຖິງສິບສອງປີແຕ່ນາງກໍບໍ່ກ້າ ນາງຈຶ່ງຫາທາງ ຍ່າງອອກໄປຈາກປະຊາຊົນດ້ວຍຈິດໃຈທີ່ຊາບຊຶ້ງໃນພຣະມະຫາກະລຸນາທັນໃດນັ້ນເອງ ພຣະເຢຊູຊົງຢຸດພະລາຊະກິດແລະແນມເບິ່ງໄປອ້ອມໆຮອບແລະຊົງຖາມວ່າ ໃຜແຕະ ຕ້ອງເສື້ອຂອງເຮົາ {MH 60.3}ມແ 39.4

    ເປໂຕແນມເບິ່ງພຣະອົງດ້ວຍຄວາມປະຫຼາດໃຈແລ້ວໄດ້ທູນຕອບວ່າ ອາຈານເອີຍ ກໍເປັນເພາະປະຊາຊົນບຽດພຣະອົງ ແລະພຣະອົງຍັງຊົງຖາມອີກບໍ່ວ່າ ໃຜໄດ້ແຕະຕ້ອງເຮົາ ລູກາ 8:45 {MH 60.4}ມແ 40.1

    ພຣະເຢຊູເວົ້າວ່າ ມີຜູ້ໜຶ່ງໄດ້ແຕະຕ້ອງເຮົາ ເພາະເຮົາຮູ້ສຶກວ່າລິດອໍານາດຂອງ ເຮົາໄດ້ໄຫຼອອກຈາກເຮົາແລ້ວ ລູກາ 8:46 ພຣະອົງຊົງແຍກຄວາມແຕກຕ່າງລະຫວ່າງ ສໍາຜັດແຫ່ງຄວາມເຊື່ອ ແລະການແຕະຕ້ອງພຣະອົງໂດຍບໍ່ໄດ້ຕັ້ງໃຈຂອງປະຊາຊົນ ອອກຈາກກັນໄດ້ ໃຜບາງຄົນໄດ້ສໍາຜັດພຣະອົງດ້ວຍຄວາມມຸ່ງໝາຍອັນເລິກເຊິ່ງແລະ ຜູ້ນັ້ນກໍໄດ້ຮັບການຕອບສະໜອງ {MH 60.5}ມແ 40.2

    ພຣະຄຣິດບໍ່ໄດ້ຖາມເພື່ອໃຫ້ພຣະອົງໄດ້ຮັບຄໍາຕອບ ພຣະອົງຊົງມີບົດຮຽນໄວ້ ໃຫ້ກັບປະຊາຊົນ ສາວົກແລະຍິງຄົນນັ້ນ ພຣະອົງປາຖະໜາທີ່ຈະດົນບັນດານໃຈຂອງຜູ້ ທີ່ກໍາລັງເຈັບປ່ວຍທຸກທໍລະມານຢູ່ໃຫ້ໄດ້ມີຄວາມຫວັງ ພຣະອົງຊົງປາຖະໜາທີ່ຈະສະ ແດງໃຫ້ເຫັນວ່າຄວາມເຊື່ອເປັນສິ່ງທີ່ກໍ່ໃຫ້ເກີດລິດອໍານາດໃນການຮັກສາຢຽວຢາ ພຣະ ອົງຊົງບໍ່ປ່ອຍໃຫ້ຄວາມໄວ້ວາງໃຈຂອງຍິງຄົນນັ້ນຜ່ານພົ້ນໄປໂດຍບໍ່ໄດ້ກ່າວເຖິງຄໍາສາລະ ພາບໂດຍການສໍານຶກໃນພຣະກະລຸນາຕໍ່ພຣະອົງຂອງຍິງຄົນນັ້ນຈະຕ້ອງເປັນສິ່ງທີ່ຖະຫວາຍ ສະຫງ່າລາສີແດ່ພຣະເຈົ້າ ພຣະຄຣິດຊົງປາຖະໜາທີ່ຈະໃຫ້ນາງໄດ້ເຂົ້າໃຈວ່າພຣະອົງຊົງ ເຫັນຊອບໃນການກະທໍາອັນສະແດງເຖິງຄວາມເຊື່ອຂອງນາງ ພຣະອົງຈະບໍ່ຊົງຍອມໃຫ້ ນາງຕ້ອງຈາກໄປໂດຍທີ່ໄດ້ຮັບພຣະພອນແຕ່ພຽງສ່ວນດຽວ ນາງຈະຕ້ອງບໍ່ຕົກຢູ່ໃນສະ ພາບທີ່ບໍ່ຮູ້ວ່າແທ້ຈິງພຣະອົງໄດ້ຊົງຮູ້ເຖິງຄວາມເຈັບປ່ວຍທໍລະມານຂອງນາງຫຼືບໍ່ຮູ້ວ່າ ພຣະອົງຊົງມີຄວາມຮັກໂດຍພຣະໄທຄວາມເມດຕາສົງສານ ແລະພຣະອົງຊົງເຫັນຊອບ ໃນການກະທໍາອັນສະແດງເຖິງຄວາມເຊື່ອຂອງນາງໃນລິດອໍານາດຂອງພຣະອົງທີ່ຊົງສາ ມາດຊ່ວຍຄົນທັງປວງທີ່ໄດ້ເຂົ້າມາເຖິງພຣະອົງ ຮີບຣູ 7:25 {MH 60.6}ມແ 40.3

    ພຣະຄຣິດຊົງຫຼຽວໄປທາງຍິງຄົນນັ້ນແລະຊົງຢືນຢັນທີ່ຈະຮູ້ວ່າໃຜໃດໄດ້ແຕະຕ້ອງ ພຣະອົງ ເມື່ອນາງເຫັນວ່າບໍ່ອາດຈະປິດບັງໄດ້ອີກຕໍ່ໄປ ນາງຈຶ່ງໄດ້ກ້າວອອກມາດ້ວຍອາ ການຕົວສັ່ນແລະໝອບລົງທີ່ພຣະບາດຂອງພຣະອົງ ນາງໄດ້ທູນພຣະອົງຕໍ່ໜ້າປະຊາຊົນ ດ້ວຍນໍ້າຕາທີ່ຊາບຊຶ້ງໃນພຣະກະລຸນາວ່າ ເຫດໃດນາງຈຶ່ງໄດ້ແຕະຕ້ອງສໍາຜັດຜ້າຂອງ ພຣະອົງ ແລະນາງໄດ້ຫາຍຈາກໂລກໃນທັນທີ ນາງຢ້ານວ່າການທີ່ນາງໄດ້ແຕະຕ້ອງຜ້າ ຂອງພຣະອົງນັ້ນຈະເປັນການບັງອາດ ແຕ່ບໍ່ມີຄໍາຕໍານິໃດອອກມາຈາກພຣະໂອດຂອງ ພຣະຄຣິດ ພຣະອົງບອກແຕ່ພຽງຖ້ອຍຄໍາສະແດງເຖິງຄວາມຍິນດີເປັນຖ້ອຍຄໍາອອກມາ ຈາກພຣະໄທທີ່ເຕັມດ້ວຍຄວາມຮັກ ຄວາມເຫັນອົກເຫັນໃຈໃນຄວາມທຸກຍາກຂອງມະ ນຸດ ພຣະອົງຕັດຢ່າງອ່ອນໂຍນວ່າ ລູກຍິງເອີຍ ທີ່ລູກຫາຍຈາກໂລກນັ້ນກໍເພາະເຈົ້າເຊື່ອ ຈົ່ງໄປເປັນສຸກເຖີດ ລູກາ 8:48 ພຣະດໍາລັດເຫຼົ່ານີ້ໄດ້ສ້າງຄວາມຍິນດີໃຫ້ແກ່ນາງຫຼາຍ ບັດນີ້ຈຶ່ງບໍ່ມີຄວາມຢ້ານທີ່ເກີດຈາກການກະທໍາຜິດ ອັນຈະເຮັດໃຫ້ຄວາມປິຕິຍິນດີຂອງ ນາງຕ້ອງກາຍເປັນຄວາມໂສກເສົ້າເສຍໃຈອີກຕໍ່ໄປ {MH 61.1}ມແ 40.4

    ປະຊາຊົນທີ່ຢາກຮູ້ຢາກເຫັນພາກັນບຽດໂດຍອ້ອມພຣະອົງນັ້ນກັບບໍ່ໄດ້ຮັບເຊິ່ງ ລິດອໍານາດທີ່ປະທານຊີວິດ ແຕ່ຍິງຜູ້ຕ້ອງທົນທຸກທໍລະມານຊຶ່ງໄດ້ແຕະຕ້ອງພຣະອົງ ດ້ວຍຄວາມເຊື່ອກັບໄດ້ຮັບ ການຮັກສາໃຫ້ຫາຍ ສະນັ້ນ ໃນຝ່າຍທີ່ກ່ຽວກັບຈິດວິນຍານ ການແຕະຕ້ອງແບບທໍາມະດາບໍ່ໄດ້ມີຄວາມຕັ້ງໃຈຈະແຕກຕ່າງຈາກການແຕະຕ້ອງດ້ວຍ ຄວາມເຊື່ອ ພຽງແຕ່ເຊື່ອວ່າພຣະຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກຍ່ອມບໍ່ອາດ ທີ່ຈະນໍາການຮັກສາມາໃຫ້ແກ່ຈິດວິນຍານໄດ້ ຄວາມເຊື່ອທີ່ຈະນໍາໄປສູ່ຄວາມລອດໄດ້ນັ້ນ ບໍ່ແມ່ນພຽງແຕ່ການຍອມຮັບຄວາມຈິງຂອງພຣະກຽດຕິຄຸນປະເສີດເທົ່ານັ້ນ ຄວາມ ເຊື່ອທີ່ແທ້ຈິງໄດ້ມາຈາກການຍອມຮັບພຣະຄຣິດເປັນພຣະຜູ້ຊ່ວຍໃຫ້ລອດເປັນການ ສ່ວນຕົວ ພຣະເຈົ້າຊົງປະທານພຣະບຸດອົງດຽວຂອງພຣະອົງເພື່ອວ່າໂດຍຄວາມເຊື່ອໃນ ພຣະອົງຂ້າພະເຈົ້າ ຈະບໍ່ພິນາດແຕ່ຈະມີຊີວິດນິລັນ ໂຢຮັນ 3:16 ເມື່ອຂ້າພະເຈົ້າມາຫາ ພຣະຄຣິດຕາມຄໍາເຊີນຂອງພຣະອົງ ຂ້າພະເຈົ້າຈະຕ້ອງເຊື່ອວ່າຂ້າພະເຈົ້າຈະໄດ້ຮັບພຣະ ຄຸນແຫ່ງຄວາມລອດຂອງພຣະອົງ ຊີວິດຂອງຂ້າພະເຈົ້າທີ່ດໍາເນີນຢູ່ໃນຮ່າງກາຍຂະນະນີ້ ຂ້າພະເຈົ້າຈະຕ້ອງ ດໍາເນີນຢູ່ໂດຍຄວາມເຊື່ອໃນພຣະບຸດຂອງພຣະເຈົ້າ ຜູ້ໃດຊົງຮັກຂ້າ ພະເຈົ້າ ແລະໄດ້ຊົງສະລະພຣະອົງເອງເພື່ອຂ້າພະເຈົ້າ ຄາລາເຕຍ 2:20 {MH62.1}ມແ 41.1

    ຫຼາຍຄົນຕ່າງຖືວ່າຄວາມເຊື່ອເປັນພຽງແຕ່ຄວາມຄິດເຫັນ ແຕ່ຄວາມເຊື່ອທີ່ນໍາ ໄປສູ່ຄວາມລອດນັ້ນເປັນຄວາມສໍາພັນລະຫວ່າງບຸກຄົນທັງຫຼາຍທີ່ໄດ້ຮັບພຣະຄຣິດຈະ ໄດ້ມີສ່ວນຮ່ວມໃນສາຍສໍາພັນຂອງພັນທະສັນຍາກັບບພະເຈົ້າ ຄວາມເຊື່ອທີ່ມີຊີວິດ ໝາຍເຖິງການມີກໍາລັງອໍານາດຝ່າຍຈິດວິນຍານທີ່ເຂັ້ມແຂງຍິ່ງຂຶ້ນ ມີຄວາມໄວ້ວາງໃຈ ດ້ວຍຄວາມເຊື່ອໝັ້ນ ແລະໂດຍພຣະຄຸນຂອງພຣະເຈົ້າ ຈິດວິນຍານຈຶ່ງມີກໍາລັງອໍານາດ ທີ່ຈະມີໄຊຊະນະເໜືອໂລກ {MH 62.2}ມແ 41.2

    ຄວາມເຊື່ອເປັນໄຊຊະນະທີ່ຍິ່ງໃຫຍ່ກວ່າຄວາມຕາຍ ຖ້າເຮົາສາມາດຈະຊັກຈູງຜູ້ ທີ່ເຈັບປ່ວຍໃຫ້ເລັ່ງເບິ່ງໄປຍັງແພດຜູ້ຊົງລິດອໍານາດດ້ວຍຄວາມເຊື່ອໄດ້ແລ້ວ ເຮົາກໍຈະ ໄດ້ເຫັນຜົນອັນໜ້າອັດສະຈັນຢ່າງຫຼວງຫຼາຍຊຶ່ງຈະນໍາຊີວິດມາສູ່ຮ່າງກາຍແລະຈິດໃຈ {MH 62.3}ມແ 42.1

    ໃນການທໍາງານເພື່ອຊ່ວຍເຫຼືອຜູ້ທີ່ຕ້ອງເຈັບປ່ວຍທຸກທໍລະມານອັນເນື່ອງມາຈາກ ນິໃສທີ່ຊົ່ວຮ້າຍນັ້ນໃຫ້ເຮົາໄດ້ເຫັນສາຍຕາຂອງເຂົາໄປຍັງພຣະເຢຊູ ແທນທີ່ຈະຊີ້ໃຫ້ເຂົາ ເຫັນແຕ່ພຽງຄວາມສິ້ນຫວັງແລະຄວາມພິນາດທີ່ຕົວເຂົາກໍາລັງກ້າວເຂົ້າໄປ ໃຫ້ພວກເຂົາ ເນັ້ນໄປຍັງສະຫງ່າລາສີແຫ່ງສະຫວັນ ສິ່ງນີ້ຈະຊ່ວຍທັງກາຍແລະຈິດວິນຍານໃຫ້ລອດ ໄດ້ຫຼາຍກວ່າເລື່ອງໜ້າຢ້ານຂອງຄວາມຕາຍທີ່ນໍາມາສະແດງໃຫ້ຄົນທີ່ຊ່ວຍເຫຼືອຕົວເອງ ບໍ່ໄດ້ແລະເຫັນວ່າເປັນຜູ້ໄຮ້ຊຶ່ງຄວາມຫວັງໃດໆໄດ້ເຫັນ {MH 62.4}ມແ 42.2