Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພຣະອົງທ່ານນັ້ນຄືພຣະຄຣິດ

    ..“ຜູ້ຊົງສະພາບຂອງພຣະເຈົ້າ ແຕ່ບໍ່ໄດ້ຊົງຖືວ່າການເທົ່າທຽມກັບພຣະເຈົ້ານັ້ນເປັນ ສິ່ງທີ່ຕ້ອງຍຶດຖື ແຕ່ໄດ້ກັບຊົງສະລະແລະຊົງຮັບສະພາບທາດຊົງຖືກຳເນີດເປັນມະນຸດ ແລະເມື່ອຊົງປະກົດພຣະອົງໃນສະພາບມະນຸດແລ້ວ ພຣະອົງກໍຊົງຖ່ອມພຣະອົງລົງ ຍອມເຊື່ອຟັງຈົນເຖິງຄວາມມໍລະນາກະທັ້ງຄວາມມໍລະນາທີ່ກາງແຂນ” ຟີລິບປີ 2:6-8 {MH 424.2}ມແ 434.4

    “ໃຜຈະເປັນຜູ້ປັບໂທດອີກ ພຣະເຢຊູຄຣິດຊັ້ນບໍ ຜູ້ຊົງຊົນສິ້ນພຣະຊົນແລ້ວ ແລະຍິ່ງກວ່ານັ້ນອີກໄດ້ຊົງຖືກຊຸບໃຫ້ເປັນຂຶ້ນມາຈາກຄວາມຕາຍ ພຣະອົງສະຖິດນະ ເບື້ອງຂວາພຣະຫັດຂອງພຣະເຈົ້າ” “ດ້ວຍເຫດນີ້ພຣະອົງຈຶ່ງຊົງສາມາດເປັນນິດທີ່ຈະ ຊ່ວຍຄົນທັງປວງທີ່ໄດ້ເຂົ້າມາເຖິງພຣະເຈົ້າ ໂດຍທາງພຣະອົງນັ້ນໃຫ້ໄດ້ຮັບຄວາມລອດ ເພາະວ່າພຣະອົງຊົງພຣະຊົນຢູ່ເປັນນິດ” ໂຣມ 8: 34; ຮີບຣູ 7: 25 {MH 424.3}ມແ 435.1

    “ເພາະວ່າເຮົາບໍ່ໄດ້ມີມະຫາປຸໂລຫິດທີ່ບໍ່ສາມາດຈະເຫັນໃຈໃນຄວາມອ່ອນແອ” ຂອງເຮົາແຕ່ໄດ້ຊົງຖືກທົດລອງໃຈຄືກັບເຮົາທຸກປະການ ເຖິງປານນັ້ນພຣະອົງກໍຍັງປາ ສະຈາກບາບ ຮີບຣູ 4:15 {MH 424.4}ມແ 435.2

    ໂດຍອາໃສຂອງປະທານຂອງພຣະຄຣິດ ເຮົາຈຶ່ງໄດ້ຮັບພຣະພອນທຸກປະການ ໂດຍອາໃສຂອງພຣະອົງເຮົາຈຶ່ງໄດ້ຮັບພຣະຄຸນຄວາມດີຈາກພຣະຢາເວ ທີ່ຫຼັ່ງໄຫຼມາສູ່ ເຮົາຢ່າງບໍ່ຂາດສາຍໃນມື້ແລ້ວມື້ເລົ່າ ໂດຍຂອງປະທານນີ້ພຣະອົງປະທານດອກໄມ້ທຸກໆ ດອກທີ່ໄດ້ແຕ່ງແຕ້ມສີສັນຢ່າງປານີດບັນຈົງແລະມີກິ່ນຫອມອັນຊັກຈູງໃຫ້ເຮົາໄດ້ຊື່ນ ຊົມຢ່າງມີຄວາມສຸກ ພຣະອົງຊົງເປັນຜູ້ສ້າງດວງອາທິດແລະດວງຈັນບໍ່ມີດວງດາວໃດທີ່ ເຮັດໃຫ້ທ້ອງຟ້າສວຍງາມນັ້ນພຣະອົງບໍ່ໄດ້ເປັນຜູ້ສ້າງຂຶ້ນຢາດຝົນທຸກໆຢົດທີ່ໂປຍປາຍ ລົງມາລໍາແສງທຸກໆລໍາທີ່ສາດສ່ອງມາຍັງໂລກ ທີ່ບໍ່ໄດ້ສໍານຶກໃນພຣະຄຸນຈອງພຣະອົງສິ່ງ ເຫຼົ່ານີ້ ເປັນພະຍານທີ່ພິສູດໃຫ້ເຫັນເຖິງຄວາມຮັກຂອງພຣະເຈົ້າທີ່ຊົງສໍາແດງຜ່ານທາງ ພຣະຄຣິດຜູ້ຊົງເປັນຂອງປະທານທີ່ຍິ່ງໃຫຍ່ສຸດຈະພັນລະນາ ຜູ້ຊົງເປັນພຣະບຸດອົງດຽວ ຂອງພຣະເຈົ້າພຣະອົງຊົງຖືກຕຶງເທິງກາງແຂນເພື່ອຂອງປະທານເຫຼົ່ານີ້ຈັກໄດ້ຫຼັ່ງໄຫຼໄປສູ່ ຜົນງານແຫ່ງການຊົງສ້າງຂອງພຣະເຈົ້າ {MH 424.5}ມແ 435.3

    “ຈົ່ງເບິ່ງເຖິດ ພຣະບິດາຊົງໂປດປະທານຄວາມຮັກຮັກແກ່ເຮົາທັງຫຼາຍ
    ພຽງໃດທີ່ເຮົາຈະໄດ້ຊື່ວ່າເປັນບຸດຂອງພຣະເຈົ້າ”
    ມແ 435.4

    1 ໂຢຮັນ 3:1

    “ຕັ້ງແຕ່ເກົ່າກ່ອນບໍ່ມີຜູ້ໃດໄດ້ຍິນຫຼືຮູ້ດ້ວຍຫູຫຼືຕາໄດ້ເຫັນພຣະເຈົ້າຈັກອົງນອກ
    ເໜືອພຣະອົງຜູ້ຊົງເຮັດເພື່ອບັນດາຜູ້ທີ່ລໍຄອຍພຣະອົງ”
    ມແ 435.5

    ອິຊາຢາ 64: 4 {MH 425.1}