Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ” ເຈົ້າປາຖະໜາຈະຫາຍຈາກໂລກບໍ່? ”

    ” ໃນກຸງເຢລູສະເລັມທີ່ປະຕູແກະ ມີສະໜ່ວຍໜຶ່ງ ພາສາເຮັບເລີເອີ້ນສະນັ້ນວ່າ ເບດຊະທາ ຊຶ່ງມີສາລາຫ້າຫຼັງ ໃນສາລາເຫຼົ່ານັ້ນມີຄົນປ່ວຍເປັນຈຳນວນຫຼວງຫຼາຍ ຄົນຕາບອດ ຄົນງ່ອຍ ແລະຄົນເປັນອຳມະພາດນອນຢູ່ ໂຢຮັນ ” 5:2,3 {MH 81.1}ມແ 59.1

    ໃນບາງເວລານໍ້າໃນສະນີ້ກໍຈະເປັນຄື້ນແລະເຊື່ອກັນໂດຍທົ່ວໄປວ່າສິ່ງນີ້ເປັນຜົນ ອັນເກີດຈາກອໍານາດເໜືອທຳມະຊາດ ແລະຖ້າຜູ້ໃດໄດ້ກ້າວລົງສະເປັນຄົນທຳອິດພາຍ ຫຼັງທີ່ນໍ້າ ເປັນຄື້ນຟອງຂຶ້ນກໍຈະຫາຍຈາກໂລກຕ່າງໆທີ່ເປັນຢູ່ ຄົນປ່ວຍເຈັບຫຼາຍຮ້ອຍ ຄົນໄດ້ພາກັນມາຍັງສະຖານທີ່ແຫ່ງນີ້ ແຕ່ມີຝູງຊົນໄດ້ມາອັ່ງອໍຢູ່ເຕັມໄປໝົດ ເມື່ອນໍ້າ ເກີດເປັນຄື້ນຟອງຂຶ້ນ ພວກເຂົາກໍຈະບຽດສຽດກັນເຂົ້າໄປຢຽບຢໍ່າກັນທັງຊາຍທັງຍິງ ແມ່ນແຕ່ເດັກນ້ອຍທີ່ອ່ອນແອກົ່ວ ຫຼາຍຄົນເຂົ້າໄປໃກ້ສະບໍ່ໄດ້ ແລະຫຼາຍຄົນໄດ້ລົ້ມເຖິງ ແກ່ຄວາມຕາຍເມື່ອໄປເຖິງແຄມຂອບສະມີການສ້າງສາລາລຽງລາຍກັນຢູ່ໂດຍອ້ອມບໍ ລະເວນສະ ເພື່ອໃຫ້ຄົນປ່ວຍໄດ້ຫຼົບອາບແດດຂອງເວລາກາງເວັນແລະຄວາມໜາວເຢັນ ໃນເວລາກາງຄືນ ມີຄົນປ່ວຍບາງຄົນທີ່ໄດ້ມາຄ້າງຄືນຢູ່ໃນສາລາເຫຼົ່ານີ້ ພວກເຂົາຄ່ອຍໆ ຄານໄປຍັງຂອບສະວັນແລ້ວວັນເລົ່າ ດ້ວຍຄວາມຫວັງທີ່ຈະໄດ້ຮັບການປົດປ່ອຍ ແຕ່ກໍ ບໍ່ໄດ້ຜົນ {MH 81.2}ມແ 59.2

    ພຣະເຢຊູຊົງຢູ່ທີ່ກຸງເຢລູຊາເລັມ ຊົງດຳເນີນໄປຕາມລຳພັງ ຊົງສັງລວມຈິດໃຈ ແລະອະທິຖານ ພຣະອົງສະເດັດມາເຖິງສາລາ ເບດຊະທາ ຊົງທອດພຣະເນດເຫັນຄົນ ເຈັບປ່ວຍທີ່ໜ້າເວດທະນາກຳລັງຄ່ອຍເຝົ້າເບິ່ງສິ່ງທີ່ເຂົາຄິດວ່າເປັນພຽງຫົນທາງດຽວ ຂອງເຂົາ ທີ່ຈະໄດ້ຮັບການຮັກສາໃຫ້ຫາຍ ພຣະອົງຊົງປະສົງທີ່ສໍາແດງເຖິງລິດອຳ ນາດໃນການຮັກສາຂອງພຣະອົງ ແລະເຮັດໃຫ້ຄົນເຈັບປ່ວຍທີ່ທົນທຸກທໍລະມານຢູ່ນັ້ນ ໃຫ້ຫາຍຈາກໂລກ ແຕ່ວັນນັ້ນເປັນວັນສະບາໂຕ ຄົນເປັນຈຳນວນຫຼວງຫຼາຍກຳລັງໄປນະ ມັດສະການພຣະເຈົ້າທີ່ວິຫານແລະພຣະອົງຊົງຮູ້ດີວ່າການຮັກສາຄົນປ່ວຍໃນວັນສະບາ ໂຕຍ່ອມຈະປຸກໃຫ້ເກີດອະຄະຕິຂຶ້ນໃນບັນດາຊາວຢີວ ຈົນເຖິງກັບເຮັດໃຫ້ພຣະລາຊະ ກິດຂອງ ພຣະອົງຈະຕ້ອງຢຸດຕິລົງໃນທັນໃດໄດ້ {MH 81.3}ມແ 60.1

    ແຕ່ພຣະຜູ້ຊ່ວຍໃຫ້ລອດຊົງທອດພຣະເນດເຫັນຄົນປ່ວຍທີ່ສຸດແສນໜ້າເວທະ ນາຢູ່ຄົນໜຶ່ງ ເປັນຊາຍໄຮ້ທີ່ເພິ່ງທີ່ປ່ວຍເປັນງ່ອຍມາດົນເຖິງ 38 ປີ ຄວາມເຈັບປ່ວຍ ຂອງເຂົາສ່ວນໃຫຍ່ແລ້ວເປັນຜົນອັນສືບເນື່ອງມາຈາກອຸປະນິດໄສອັນຊົ່ວຮ້າຍຂອງເຂົາເອງ ແລະໃຜໆກໍຄິດວ່າເປັນການພິພາກສາລົງໂທດຈາກພຣະເຈົ້າ ຄົນປ່ວຍຕ້ອງທົນທຸກ ທໍລະມານມາເປັນເວລາຫຼາຍປີເຂົາຕ້ອງໂດດດຽວ ໄຮ້ຍາດຂາດມິດ ແລະຮູ້ສຶກວ່າເຂົາໄດ້ ຖືກກີດກັ້ນໃຫ້ພົ້ນຈາກພຣະເມດຕາກະລຸນາຂອງພຣະເຈົ້າ ເມື່ອເຖິງຄາວທີ່ທຸກຄົນຄາດ ວ່ານ້ຳສະຈະມີຄື້ນຟອງ ພວກທີ່ສົງສານຄົນຊ່ວຍເຫຼືອຕົນເອງບໍ່ໄດ້ນີ້ກໍຈະຊ່ວຍກັນຫາມ ເຂົາໄປໃນສາລາ ແຕ່ເມື່ອເຖິງເວລາທີ່ນໍ້າມີຄື້ນຟອງແທ້ໆ ກໍບໍ່ມີໃຜທີ່ຈະຊ່ວຍອຸ້ມເຂົາລົງ ໄປໃນສະ ເຂົາເຄີຍເຫັນນໍ້າໃນສະມີຄື້ນຟອງເປັນໄລຍະ ແຕ່ເຂົາກໍບໍ່ອາດຂະຫຍັບໄປໄກ ເກີນຂອບສະໄດ້ ຄົນອື່ນໆທີ່ແຂງແຮງກວ່າກໍໂຜ່ໄປເຖິງສະໄດ້ກ່ອນ ຄົນປ່ວຍທີ່ໝົດສິ້ນ ຫົນທາງແລະທຸກຈົນຜູ້ນີ້ບໍ່ສາມາດສູ້ຕໍ່ແຂ່ງຂັນກັບຝູງຊົນທີ່ຍາດແຍ່ງແລະເຫັນແກ່ຕົວໄດ້ ຄົນທີ່ຕ້ອງຕະກຽດຕະກາຍເພື່ອໃຫ້ໄດ້ສິ່ງທີ່ມຸ້ງຫວັງຢູ່ຢ່າງນັ້ນ ຄວາມກະວົນກະວາຍ ໃຈແລະຄວາມທໍ້ຖອຍທີ່ໄດ້ຮັບຢູ່ສະເໝີ ຈຶ່ງໄດ້ຄ່ອຍໆບັນທອນກຳລັງເຫື່ອແຮງທີ່ຍັງ ເຫຼືອຢູ່ໃຫ້ໝົດສີ້ນໄປຢ່າງໄວວາ {MH 81.4}ມແ 60.2

    ຊາຍປ່ວຍຜູ້ນັ້ນກຳລັງນອນຢູ່ເທິງບ່ອນນອນຂອງເຂົາແລະບາງຄັ້ງກໍສະໂງກເງີຍ ຫົວຂຶ້ນເພື່ອແນມເບິ່ງນໍ້າໃນສະ ຄັນເມື່ອມີໃບໜ້າໜຶ່ງທີ່ປ່ຽມລົ້ນດ້ວຍຄວາມອ່ອນໂຍນ ແລະຄວາມເມດຕາ ສົງສານກົ້ມລົງມາຢູ່ເໜືອເຂົາແລະກ່າວວ່າ “ເຈົ້າປາຖະໜາຈະຫາຍ ຈາກໂລກຫຼືບໍ່” ໄດ້ເຮັດໃຫ້ເຂົາຕ້ອງຫຼຽວກັບມາເບິ່ງ ຈາກນັ້ນຄວາມຫວັງກໍໄດ້ເກີດຂຶ້ນ ພາຍໃນຈິດໃຈ ເຂົາຮູ້ສຶກວ່າເຂົາຈະຕ້ອງໄດ້ຮັບການຊ່ວຍເຫຼືອບໍ່ທາງໃດກໍທາງໜຶ່ງ ແຕ່ ບໍ່ດົນຄວາມຫວັງທີ່ຫາກໍມີຂຶ້ນມານັ້ນກັບລົບເລືອນຈາງຫາຍໄປ ເຂົານຶກຂຶ້ນໄດ້ວ່າຫຼາຍ ຄັ້ງພຽງໃດທີ່ເຂົາໄດ້ພະຍາຍາມຕະກຽດຕະກາຍທີ່ຈະໄປເຖິງສະນໍ້ານັ້ນແລະບັດນີ້ຄວາມ ຫວັງທີ່ຈະມີຊີວິດຢູ່ຈົນເຖິງເວລາທີ່ນໍ້າມີຄື້ນຟອງຂຶ້ນອີກເທື່ອໜຶ່ງ ຄືວ່າເຫຼືອນ້ອຍລົງໄປ ເລື້ອຍໆ ເຂົາກຫັນກັບໄປທັງຕອບດ້ວຍຄວາມເມື່ອຍອ່ອນວ່າ “ທ່ານເຈົ້າເອີຍ ເມື່ອນໍ້າກຳ ລັງມີຄື້ນຟອງບໍ່ມີຜູ້ໃດຈະເອົາຕົວຂ້ານ້ອຍລົງໄປໃນສະແລະເມື່ອຂ້ານ້ອຍກຳລັງໄປຄົນ ອື່ນກໍລົງໄປກ່ອນແລ້ວ” {MH 83.1}ມແ 61.1

    ພຣະເຢຊູຊົງຮັບສັ່ງກັບເຂົາວ່າ “ຈົ່ງລຸກຂຶ້ນຍົກເອົາເປຂອງເຈົ້າຍ່າງໄປເຖີດ” ໂຢຮັນ 5:6-8 ຄົນປ່ວຍຜູ້ນັ້ນໄດ້ຫຼຽວເບິ່ງພຣະເຢຊູດ້ວຍຄວາມຫວັງໃໝ່ ສີໜ້າຂອງພຣະອົງ ນໍ້າສຽງຂອງພຣະອົງຊ່າງບໍ່ຄືກັບຜູ້ໃດເບິ່ງຄືວ່າຄວາມຮັກແລະລິດອຳນາດໄດ້ລະບາຍ ອອກມາຈະພຣະພັກຂອງພຣະອົງ ຄວາມເຊື່ອຂອງຄົນງ່ອຍຢຶດເອົາຖ້ອຍຄຳຂອງພຣະ ຄຣິດໄວ້ໝັ້ນ ເຂົາຍອມເຊື່ອຟັງໂດຍບໍ່ໄດ້ຖາມເຖິງສິ່ງໃດ ແລະເມື່ອເຂົາເຮັດເຊັ່ນນັ້ນຮ່າງ ກາຍທັງໝົດຂອງເຂົາກໍຂານຮັບກັບພຣະດຳລັດສັ່ງ {MH 84.1}ມແ 61.2

    ເສັ້ນປະສາດທຸກໆເສັ້ນແລະກ້າມເນື້ອທຸກໆມັດໄດ້ປຸກຕື່ນຂຶ້ນສູ່ຊີວິດໃໝ່ແລະ ແຂ່ງຂາອັນພິການຂອງເຂົາກໍກັບມາເຄື່ອນໄຫວໄດ້ຢ່າງແຂງແຮງ ເຂົາກະໂດດລຸກຂຶ້ນຢືນ ແລ້ວກະໂດດໄປໄດ້ຢ່າງໝັ້ນຄົງ ຄ່ອງຕົວໄດ້ຢ່າງເຕັມກຳລັງ ພ້ອມສັນລະເສີນພຣະເຈົ້າແລະ ຊື່ນຊົມຍິນດີໃນພາລະກຳລັງໃໝ່ທີ່ເຂົາໄດ້ຮັບ {MH 84.2}ມແ 61.3

    ພຣະເຢຊູຊົງບໍ່ໄດ້ປະທານຄວາມໝັ້ນໃຈໃຫ້ກັບຄົນງ່ອຍວ່າ ເຂົາຈະໄດ້ຮັບຄວາມ ຊ່ວຍເຫຼືອຈາກພຣະເຈົ້າຊາຍຄົນນັ້ນອາດຈະເວົ້າວ່າ: “ພຣະອົງເຈົ້າເອີຍຫາກພຣະອົງຊົງ ໂປດໃຫ້ຂ້າພະອົງຫາຍຈາກໂລກ ຂ້າພະອົງຈະເຊື່ອຟັງພຣະດຳລັດຂອງພຣະອົງ” ເຂົາ ອາດຢຸດຄິດສົງໃສແລະດ້ວຍປະການນີ້ຈຶ່ງສູນເສຍໂອກາດທີ່ມີພຽງຄັນດຽວທີ່ຈະໄດ້ ຫາຍຈາກໂລກ ແຕ່ເຂົາບໍ່ໄດ້ເຮັດເຊັ່ນນັ້ນເຂົາເຊື່ອໃນພຣະດຳລັດຂອງພຣະຄຣິດ ເຊື່ອວ່າ ເຂົາຈະໄດ້ຮັບການຮັກສາໃຫ້ຫາຍຈາກໂລກໄດ້ ໃນທັນໃດນັ້ນ ເມື່ອເຂົາພະຍາຍາມລຸກ ຂຶ້ນຢືນ ພຣະເຈົ້າຈຶ່ງຊົງປະທານກຳລັງໃຫ້ແກ່ເຂົາ ເຂົາຕັ້ງໃຈຍ່າງ ແລະເຂົາກໍຍ່າງໄດ້ແທ້ ດ້ວຍການປະຕິບັດຕາມພຣະດໍາລັດຂອງພຣະຄຣິດ ເຂົາຈຶ່ງໄດ້ຮັບການຮັກສາໃຫ້ຫາຍ {MH 84.3}ມແ 61.4

    ຄວາມສຳພັນໃນຊີວິດທີ່ເຮົາມີຕໍ່ພຣະເຈົ້າຈະຕ້ອງສິ້ນສຸດລົງ ຈິດວິນຍານຂອງເຮົາກໍ ລ່ອຍເປ້ຍໄປ ໂດຍລຳພັງຕົວເຮົາເອງແລ້ວ ເຮົາດໍາເນີນຊີວິດໃນທາງທີ່ບໍລິສຸດຊອບທຳບໍ່ ໄດ້ຫຼາຍໄປກວ່າຊາຍງ່ອຍທີ່ບໍ່ສາມາດຈະຍ່າງໄດ້ດ້ວຍຕົວເອງ ຫຼາຍຄົນມັກຄິດຊ່ວຍເຫຼືອ ຕົວເອງບໍ່ໄດ້ ເຂົາປາຖະໜາທີ່ຈະໄດ້ຊີວິດຝ່າຍຈິດວິນຍານຊຶ່ງຈະນໍາເຂົາໃຫ້ເຂົາສະນິດ ກັບພຣະເຈົ້າ ພວກເຂົາດິ້ນລົນສະແຫວງຫາ ແຕ່ກໍ່ບໍ່ເປັນຜົນ ໃນຄວາມສີ້ນຫວັງເຂົາຈຶ່ງ ຮ້ອງຂຶ້ນວ່າ “ໂອຍ ຂ້າພະເຈົ້າເປັນຄົນໜ້າສົມເພດອັນໃດເຊັ່ນນີ້ ໃຜຈະຊ່ວຍຂ້າພະເຈົ້າ ໃຫ້ພົ້ນຈາກຮ່າງກາຍນີ້ຊຶ່ງເປັນຂອງຄວາມຕາຍໄດ້” ໂລມ 7:24 ຂໍໃຫ້ຜູ້ທີ່ທໍ້ແທ້ສິ້ນຫວັງ ແລະພະຍາຍາມຕໍ່ສູ້ດິ້ນລົນ ໄດ້ເງີຍໜ້າຫຼຽວເບິ່ງ ພຣະຜູ້ຊ່ວຍໃຫ້ລອດຊົງກຳລັງໂນ້ມ ພຣະກາຍລົງມາເໜືອຄົນທັງຫຼາຍທີ່ພຣະອົງໄດ້ຊົງໄຖ່ໄວ້ດ້ວຍພຣະໂລຫິດຂອງພຣະອົງ ແລະບອກຢ່າງອ່ອນໂຍນດ້ວຍພຣະໄທທີ່ເມດຕາສົງສານຢ່າງບໍ່ສາມາດຈະບັນຍາຍໄດ້ວ່າ ເຈົ້າປາຖະໜາຈະຫາຍຈາກໂລກຫຼືບໍ່? ພຣະອົງຊົງມີພຣະດຳລັດສັ່ງໃຫ້ທ່ານລຸກຂຶ້ນ ດ້ວຍສຸຂະພາບຮ່າງກາຍທີ່ສົມບູນແລະມີສັນຕິສຸກໃນຈິດໃຈ ຈົ່ງຢ່າລໍຄອຍຈົນກະທັ້ງຮູ້ ສຶກວ່າທ່ານໄດ້ຮັບການຮັກສາໃຫ້ຫາຍແລ້ວ ຈົ່ງເຊື່ອໃນຖ້ອຍຄຳຂອງພຣະຜູ້ຊ່ອຍໃຫ້ລອດ ຈົ່ງຕັ້ງປະຕິທານທີ່ຈະຢືນຄຽງຂ້າງກັບພຣະຄຣິດປົນນິບັດຮັບໃຊ້ພຣະອົງແລະເມື່ອ ໄດ້ປະຕິບັດຕາມພຣະດຳລັດຂອງພຣະອົງແລ້ວ ທ່ານກໍຈະໄດ້ຮັບກຳລັງ ພຣະຄຣິດຊົງ ພຣະປີຊາສາມາດ ແລະຊົງປາຖະໜາທີ່ຈະຊ່ວຍໃຫ້ທ່ານໄດ້ລຸດພົ້ນຈາກການກະທຳທີ່ ຊົ່ວຮ້າຍຫຼືຈາກການໝົກໝົ້ນຢູ່ໃນກິເຫຼດຕັນຫາທີ່ຄອຍຜູກມັດຈິດວິນຍານ ແລະຮ່າງ ກາຍຂອງເຮົາໄວ້ມາເປັນເວລາຊ້ານານ ພຣະອົງຈະຊົງປະທານຊີວິດແກ່ຈິດວິນຍານທີ່ “ຕາຍແລ້ວໂດຍການລະເມີດ” ເອເຟໂຊ 2:1 ພຣະອົງຈະຊົງປົດປ່ອຍຜູ້ທີ່ຕົກເປັນທາດ ຂອງຄວາມອ່ອນແອ ຄວາມທຸກເຂັນໃຈແລະຢູ່ໃນສາຍໂສ້ຕຣວນຂອງຄວາມຜິດບາບ ໃຫ້ເປັນອິດສະຫຼະ {MH 84.1}ມແ 62.1

    ຄວາມຮູ້ສຶກເຖິງຄວາມຜິດບາບໄດ້ທໍາລາຍຄວາມສຸກໃຈທີ່ມີໃນຊີວິດ ແຕ່ພຣະ ຄຣິດຕັດວ່າ “ເຮົາຈະຮັບບາບຂອງເຈົ້າ ເຮົາຈະປະທານສັນຕິສຸກໃຫ້ແກ່ເຈົ້າ ເຮົາໄຖ່ເຈົ້າ ໂດຍໂລຫິດຂອງເຮົາແລ້ວ ເຈົ້າເປັນຂອງເຮົາ ພຣະຄຸນຂອງເຮົາຈະເພີ່ມກໍາລັງແກ່ຄວາມ ຕັ້ງໃຈທີ່ອ່ອນແອຂອງເຈົ້າໄດ້ ຄວາມເສຍໃຈຂອງເຈົ້າຕໍ່ຄວາມບາບເຮົາຈະນໍາອອກໄປ” ເມື່ອການທົດລອງຖົມເຂົ້າມາຍັງທ່ານ ເມື່ອຄວາມກັງວົນໃຈແລະຄວາມມືນງົງສັບສົນ ອ້ອມຮອບທ່ານ ເມື່ອທ່ານທຸກໂສກແລະທໍ້ຖອຍຈົນທ່ານຮູ້ສຶກໝົດອາໄລໃນຊີວິດ ຈົ່ງ ເພິ່ງພາໃນພຣະເຢຊູແລ້ວແສງສະຫວ່າງອັນເຈີດຈ້າຈາກພຣະພັກຂອງພຣະອົງຈະຂັບ ໄລ່ຄວາມມືດມິດທີ່ອ້ອມຮອບທ່ານຢູ່ ເມື່ອຄວາມບາບໄດ້ຕໍ່ສູ້ເພື່ອທີ່ຈະເອົາຊະນະຈິດ ວິນຍານຂອງທ່ານແລະຄວາມຮູ້ສຶກຜິດຊອບຊົ່ວດີຂອງທ່ານກໍກັບກາຍເປັນພາລະໜັກ ຂົ່ງເພິ່ງພາໃນພຣະຜູ້ຊ່ວຍໃຫ້ລອດ ພຣະຄຸນຂອງພຣະອົງມີພຽງພໍທີ່ຈະເອົາຊະນະຕໍ່ ຄວາມຜິດບາບໄດ້ ຈົ່ງໃຫ້ຈິດໃຈທີ່ເປັນທຸກເຖິງຄວາມບໍ່ແນ່ນອນໃນຊີວິດ ຫັນໄປຫາ ພຣະອົງດ້ວຍຈິດໃຈທີ່ຊາບຊຶ້ງໃນພຣະມະຫາກະລຸນາທິຄຸນ ຈົ່ງຢຶດໝັ້ນໃນຄວາມຫວັງ ທີ່ພຣະອົງຊົງວາງໄວ້ເບື້ອງໜ້າທ່ານ ພຣະຄຣິດຊົງລໍຮັບທ່ານເຂົ້າໄວ້ໃນຄອບຄົວຂອງ ພຣະອົງ ກໍາລັງຂອງພຣະອົງຈະຊ່ວຍທ່ານໃຫ້ພົ້ນຈາກຄວາມອ່ອນແອ ພຣະອົງຈະຊົງນໍາ ທ່ານໄປທີລະກ້າວໆ ຈົ່ງວາງມືຂອງທ່ານໄວ້ໃນພຣະຫັດຂອງພຣະອົງແລະຍອມໃຫ້ພຣະ ອົງຊົງນໍາທ່ານໄປ {MH 85.1}ມແ 63.1

    ຈົ່ງຢ່າຮູ້ສືກວ່າພຣະຄຣິດຊົງຢູ່ຫ່າງໄກຈາກທ່ານ ພຣະອົງຊົງສະຖິດຢູ່ໃກ້ສະເໝີ ຄວາມຮັກຂອງພຣະອົງອ້ອມຮອບທ່ານໄວ້ ຈົ່ງສະແຫວງຫາພຣະອົງເພາະພຣະອົງຊົງປາ ຖະໜາທີ່ຈະໃຫ້ທ່ານພົບກັບພຣະອົງ ພຣະອົງບໍ່ຊົງປາຖະໜາພຽງເພື່ອຈະໃຫ້ທ່ານໄດ້ ແຕະຕ້ອງຊາຍຜ້າທີ່ພຣະອົງຫົ່ມເທົ່ານັ້ນ ແຕ່ໃຫ້ທ່ານໄດ້ຍ່າງໄປກັບພຣະອົງແລະຕິດສະ ນິດກັບພຣະອົງຕະຫຼອດໄປ {MH 85.2}ມແ 63.2