Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມອົດທົນອົດກັ້ນຕໍ່ສິ່ງທີ່ບໍ່ຖືກຕ້ອງ

    ເຮົາຈະຕ້ອງບໍ່ປ່ອຍຈິດໃຈຂອງເຮົາໃຫ້ກງຸດຫງິດ ເມື່ອຖືກກະທຳຜິດທັງໃນສິ່ງທີ່ ເປັນຈິງແລະສິ່ງທີ່ຄາດການຜິດ ແທ້ຈິງຕົວຕົນຂອງເຮົາເອງຕ່າງຫາກເປຫນສັດຕູທີ່ເຮົາຈະ ຕ້ອງຢ້ານຫຼາຍທີ່ສຸດ ບໍ່ມີຄວາໃຊົ່ວໃນຮູບແບບໃດຈະສົ່ງຜົນອັນຮ້າຍແຮງຕໍ່ອຸປະສັກ ໄດ້ຫຼາຍໄປກວ່າກິເຫຼດຕັນຫາຂອງມະນຸດ ທີ່ບໍ່ຢູ່ພາຍໃຕ້ການຄວບຄຸມຂອງພຣະວິນ ຍານບໍລິສຸດ ບໍ່ມີໄຊຊະນະທີ່ເຮົາໄດ້ມາຈະມີຄ່າສູງສົ່ງເໜືອໄປກວ່າໄຊຊະນະທີ່ເຮົາ ໄດ້ຈາກການເອົາຊະນະຕົວຂອງເຮົາເອງ {MH 485.1}ມແ 508.1

    ເຮົາບໍ່ຄວນປ່ອຍໃກ້ຄວາມຮູ້ສຶກຂອງເຮົາ ຖືກກະທົບກະເທືອນໄດ້ຢ່າງງ່າຍໆເຮົາ ຕ້ອງມີຊີວິດຢູ່ບໍ່ແມ່ນເພື່ອຄອຍປົກປ້ອງຄວາມຮູ້ສຶກຫຼືຊື່ສຽງຂອງຕົວເຮົາ ແຕ່ຢູ່ເພື່ອ ຊ່ວຍເຫຼືອຈິດວິນຍານຂອງຜູ້ອື່ນໃຫ້ໄດ້ຮັບຄວາມລອດ ເມື່ອເຮົາເລີ່ມມີຄວາມສົນໃຈ ໃນຄວາມລອດຂອງຈິດວິນຍານຂອງຜູ້ອື່ນ ເຮົາກໍຈະເຊົາໃສ່ໃຈໃນຄວາມຄິດເຫັນບໍ່ລົງ ລອຍເລັກໆນ້ອຍໆ ຊຶ່ງມັກເກີດຂຶ້ນຈາກການຄົບຫາກັບຜູ້ອື່ນບໍ່ວ່າກະເທືອນເຖິງການ ຮ່ວມເປັນອັນໜຶ່ງອັນດຽວກັນຂອງເຮົາກັບພຣະຄຣິດແລະມິດຕະພາບຂອງເຮົາກັບພຣະ ວິນຍານບໍລິສຸດ “ເພາະຈະເປັນຄວາມດີຄວາມຊອບຢ່າງໃດຖ້າພວກທ່ານສູ້ທົນເມື່ອຖືກ ຂ້ຽນຕີເພາະການເຮັດຊົ່ວນັ້ນ ແຕ່ຖ້າພວກທ່ານເຮັດດີແລະຕ້ອງທົນທຸກລຳບາກ ສິ່ງນີ້ກໍ ຈະເປັນທີ່ພໍພຣະໄທຂອງພຣະເຈົ້າ“ 1 ເປໂຕ 2:20 (THSV) {MH 485.2}ມແ 509.1

    ຢ່າຕອບໂຕ້ຜູ້ອື່ນ ເທົ່າທີ່ທ່ານສາມາດຈະເຮັດໄດ້ ຈົ່ງກະຈັດສາເຫດທັງຫຼາຍຂອງ ການເຂົ້າໃຈຜິດຕໍ່ກັນ ຈົ່ງຫຼີກລ້ຽງການສະແດງອອກເຖິງຄວາມອາຄາດຮ້າຍ ຈົ່ງເຮັດທຸກ ສິ່ງຕາມກຳລັງຄວາມສາມາດທີ່ທ່ານມີຢູ່ໃນການຜູກໄມຕີກັບຜູ້ອື່ນໂດຍບໍ່ປະຖີ້ມຕໍ່ຫຼັກ ການທີ່ຖືກຕ້ອງ “ເຫດສະນັ້ນຖ້າທ່ານນຳເຄື່ອງບູຊາມາເຖິງແທ່ນບູຊາແລ້ວ ແລະລະລຶກ ຂຶ້ນໄດ້ວ່າພີ່ນ້ອງມີເຫດຂັດເຄືອງຂໍ້ໃດຂໍ້ໜຶ່ງກັບທ່ານຈົ່ງວາງເຄື່ອບູຊາໄວ້ທີ່ໜ້າແທ່ນບູຊາ ກັບໄປຄືນດີກັບພີ່ນ້ອງຜູ້ນັ້ນເສຍກ່ອນ ແລ້ວຈຶ່ງຄ່ອຍກັບມາຖະຫວາຍເຄື່ອງບູຊາຂອງທ່ານ” ມັດທາຍ 5:23,24 {MH 485.3}ມແ 509.2

    ເມື່ອມີຜູ້ໃດກ່າວຖ້ອຍຄຳຮຸ່ນແຮງຕໍ່ທ່ານ ຈົ່ງຢ່າກ່າວຖ້ອຍຄຳຮຸນແຮງດຽວ ກັນຕອບກັບໄປ ຈົ່ງຈື່ໄວ້ວ່າ “ຄຳຕອບອ່ອນຫວານຊວນລະລາຍຄວາມໃຈຮ້າຍໃຫ້ຫາຍໄປ” ສຸພາສິດ 15:1 ໃນຄວາມງຽບນັ້ນມີລິດອຳນາດແັນໜ້ສອັດສະຈັນຫຼາຍ ຖ້ອຍຄຳ ເຜັດຮ້ອນກ່າວຕອບໂຕ້ຜູ້ທີ່ກຳລັງໃຈຮ້າຍຢູ່ ກໍຊໍ່ຢົ້ວຢວນໃຫ້ເກີດຄວາມຮ້າຍຫຼາຍຂຶ້ນ ໄປກວ່າເກົ່າ ແຕ່ຄວາມໃຈຮ້າຍເມື່ອໄດ້ປະຈັກໜ້າກັບຈິດໃຈທີ່ສະຫງົບງຽບ ດ້ວຍ ຄວາມສຸພາບອ່ອນໂຍນແລະມີຄວາມອົດກັ້ນໂທສະນັ້ນກໍຈະມະລາຍຫາຍໄປໄດ້ {MH 486.1}ມແ 509.3

    ເມື່ອຜູ້ໜຶ່ງຜູ້ໃດໃຊ້ຖ້ອຍຄຳກ່າວຮ້າຍເພື່ອຫາເຫດທ່ານ ຂໍໃຫ້ຈິດໃຈຂອງທ່ານ ໄດ້ມີຄວາມໝັ້ນຄົງຢູ່ໃນພຣະວັດຈະນາຂອງພຣະເຈົ້າ ຂໍໃຫ້ທ່ານໄດ້ເກັບຮັກສາພຣະ ສັນຍາຂອງພຣະເຈົ້າໄວ້ໃນຄວາມຄິດຈິດໃຈຂອງທ່ານ ຖ້າທ່ານໄດ້ຮັບການປະຕິ ບັດຢ່າງບໍ່ເໝາະສົມຫຼືຖືກກ່າວຫາຢ່າງຜິດໆ ແທນທີ່ທ່ານຈະກ່າວຕອບເຂົາຢ່າງໂກດ ເຄືອງໃຫ້ທ່ານໄດ້ຢໍ້າເຖິງພຣະສັນຍາອັນປະເສີດຂອງພຣະເຈົ້າແກ່ຕົວຂອງທ່ານເອງວ່າ {MH 486.2}ມແ 509.4

    “ຢ່າໃຫ້ຄວາມຊົ່ວຊະນະເຮົາໄດ້ ແຕ່ຈົ່ງຊະນະຄວາມຊົ່ວດ້ວຍຄວາມດີ” ໂຣມ 12:21 {MH 486.3}ມແ 510.1

    “ຈົ່ງມອບທາງຂອງທ່ານໄວ້ກັບພຣະຢາເວ ຈົ່ງວາງໃຈໃນພຣະອົງ ແລະພຣະອົງ ຈະຊົງຊ່ວຍທ່ານ ພຣະອົງຈະຊົງໃຫ້ຄວາມຊອບທຳຂອງທ່ານປະກົດຢ່າງຄວາມສະຫວ່າງ ແລະໃຫ້ຄວາມຍຸຕິທຳຂອງທ່ານເໝືອນດັ່ງຕາເວັນໃນຍາມທ່ຽງ” ເພງສັນລະເສີນ 37:5,6 (THSV) {MH 486.4}ມແ 510.2

    “ສິ່ງໃດທີ່ປິດບັງໄວ້ຈະຖືກເປີດເຜີຍ ແລະສິ່ງໃດກໍຕາມທີ່ເປັນຄວາມລັບຈະຖືກ ເປີດເຜີຍອອກໃຫ້ຮູ້” ລູກາ 12:2 {MH 486.5}ມແ 510.3

    “ພຣະອົງໄດ້ຊົງໂປດໃຫ້ສັດຕູໄດ້ຢຽບຢຳ່ຢູ່ເທິງຫົວຂອງຂ້າພຣະອົງ ຂ້າພຣະອົງ ທັງຫຼາຍຕ້ອງລຸຍນໍ້າແລະລຸຍໄຟ ແຕ່ພຣະອົງກໍຍັງຊົງນຳຂ້າພຣະອົງມາຍັງບ່ອນທີ່ມີສິ່ງສາ ລະພັດອັນບໍລິບູນ” ເພງສັນລະເສີນ 66:12 (New Century Version) {MH 486.6}ມແ 510.4

    ແທນທີ່ຈະເພິ່ງພາພຣະເຢຊູ ເຮົາມັກຈະຄອຍຫວັງເພິ່ງເພື່ອນມະນຸດດ້ວຍກັນໃຫ້ ເຫັນອົກເຫັນໃຈກັນແລະໃຫ້ກຳລັງໃຈແກ່ເຮົາ ຫຼາຍຄັ້ງໃນພຣະເມດຕາຄຸນແລະໃນຄວາມ ສັດຊື່ຂອງພຣະເຈົ້າ ພຣະອົງຊົງໂປດໃຫ້ຄົນທີ່ເຮົາໄວ້ວາງໃຈເຮັດໃຫ້ເຮົາຜິດຫວັງເພື່ອທີ່ ເຮົາຈະໄດ້ຮຽນຮູ້ວ່າເປັນສິ່ງໂງ່ຈ້າພຽງໃດທີ່ເຮົາວາງໃຈໃນມະນຸດ ແລະຄິດວ່າມະນຸດຈະ ເປັນຜູ້ທີ່ພິທັກຮັກສາໄດ້ ຂໍໃຫ້ເຮົາໄດ້ມີຄວາມໄວ້ວາງໃຈໃນພຣະເຈົ້າຢ່າງໝົດສິ້ນ ດ້ວຍ ຈິດໃຈທີ່ຖ່ອມລົງແລະບໍ່ເຫັນແກ່ຕົວ ພຣະອົງຊົງເຂົ້າພຣະໄທດີເຖິງຄວາມທຸກໂສກທີ່ ມີຢູ່ໃນສ່ວນເລິກຂອງຈິດໃຈຂອງເຮົາ ແຕ່ເຮົາບໍ່ສາມາດຈະສະແດງຄວາມຮູ້ສຶກນັ້ນອອກ ມາໄດ້ ເມື່ອທຸກສິ່ງທຸກຢ່າງເບິ່ງມືດມົນແລະຍາກທີ່ຈະອະທິບາຍ ຈົ່ງລະລຶກເຖິງພຣະດຳ ລັດຂອງພຣະຄຣິດທີ່ຕັດວ່າ “ສິ່ງທີ່ເຮົາເຮັດໃນຂະນະນີ້ທ່ານຍັງບໍ່ຮູ້ເລື່ອງ ແຕ່ພາຍຫຼັງ ທ່ານຈະເຂົ້າໃຈ” ໂຢຮັນ 13:7 {MH 486.7}ມແ 510.5

    ຈົ່ງສຶກສາເຖິງປະຫວັດຂອງໂຢເຊັບແລະຂອງດານຽນ ອົງພຣະຜູ້ເປັນເຈົ້າບໍ່ໄດ້ ຊົງຂັດຂວາງແຜນປອງຮ້າຍຂອງມະນຸດຜູ້ພະຍາຍາມທຳຮ້າຍຄົນທັງສອງ ແຕ່ພຣະອົງຊົງ ເຮັດໃຫ້ກົນອຸບາຍແຜນການເຫຼົ່ານີ້ກັບເປັນປະໂຫຍດແກ່ຜູ້ຮັບໃຊ້ຂອງພຣະອົງ ຜູ້ທີ່ຕົກຢູ່ ທ່າມກາງຄວາມທຸກຍາກລຳບາກ ແລະອັນຕະລາຍຍັງຄົງຍຶດໝັ້ນໃນຄວາມເຊື່ອ ແລະ ຄວາມຊື່ສັດຂອງຕົນເອງ {MH 487.1}ມແ 511.1

    ເມື່ອໃດທີ່ເຮົາຍັງຢູ່ໃນໂລກນີ້ ເຮົາຈະຕ້ອງຜະເຊີນກັບອິດທິພົນທີ່ຂັດຂວາງເຮົາ ຈະຕ້ອງພົບກັບການຢົ້ວໂທສະເພື່ອທົດສອບອາລົມຂອງເຮົາ ແລະໂດຍການຜະເຊີນໜ້າ ກັບສິ່ງເຫຼົ່ານີ້ດ້ວຍຈິດວິນຍານທີ່ຖືກຕ້ອງເໝາະສົມ ເຮົາກໍຈະຈະເລີນຂຶ້ນໃນພຣະຄຸນ ຂອງພຣະຄຣິດ ຖ້ສພຣະຄຣິດສະຖິດຢູ່ກັບເຮົາ ເຮົາຈະມີຄວາມອົດທົນ ມີຄວາມເມດ ຕາກະລຸນາ ມີຄວາມອົດກັ້ນແລະມີຈິດໃຈທີ່ເບິກບານທ່າມກາງຄວາມຢ້ານກົວແລະລະ ຄາຍເຄືອງ ວັນແລ້ວວັນເລົ່າ ປີແລ້ວປີເລົ່າ ເຮົາກໍຈະສາມາດເອົາຊະນະຕົວຂອງເຮົາເອງ ໄດ້ແລະເຕີບໂຕໃນຄວາມຮູ້ສຶກຢ່າງວິລະບູລຸດທີ່ສະຫງ່າງາມ ນີ້ແຫຼະຄືພາລະໜ້າທີ່ໆ ພຣະເຈົ້າຊົງມອບໝາຍໃຫ້ແກ່ເຮົາ ແຕ່ເຮົາບໍ່ອາດບັນລຸເຖິງຄວາມສຳເລັດໄດ້ໂດຍປາສະ ຈາກການຊ່ວຍເຫຼືອຈາກພຣະເຢຊູ ເພື່ອຊ່ວຍໃຫ້ເຮົາເປັນຜູ້ມີນໍ້າໃຈອັນເດັດດ່ຽວ ມີ ຄວາມມຸ້ງໝາຍອັນໜັກແໜ້ນແນ່ນອນ ຄອຍເຝົ້າລະວັງຕະຫຼອດເວລາແລະບໍ່ລົດລະໃນ ການອະທິຖານ ທຸກຄົນຕ່າງກໍມີສົງຄາມສ່ວນຕົວທີ່ຕ້ອງສູ້ ແມ່ນແຕ່ພຣະເຈົ້າກໍຍັງບໍ່ ອາດເຮັດໃຫ້ເຮົາເປັນຜູ້ທີ່ມີອຸປະນິໄສອັນດີງາມ ຫຼືເຮັດໃຫ້ຊີວິດຂອງເຮົາເກີດປະໂຫຍດ ໄດ້ ນອກເສຍຈາກວ່າເຮົາຂະເປັນຜູ້ຮ່ວມງານກັບພຣະອົງຄົນທັງຫຼາຍທີາປະຕິເສດການຕໍ່ ສູ້ນີ້ຍ່ອມສູນເສຍຄວາມເຂັ້ມແຂງແລະຄວາມຊື່ນຊົມຍິນດີຂອງໄຊຊະນະ {MH 487.2}ມແ 511.2

    ເຮົາບໍ່ຈຳເປັນຕ້ອງເກັບສະຖິຕິການທົດລອງ ຄວາມທຸກຍາກລຳບາກ ຄວາມຄັບ ແຄ້ນໃຈແລະຄວາມໂສກເສົ້າຂອງເຮົາໄວ້ ສິ່ງເຫຼົ່ານີ້ຖືກບັນທຶກຢູ່ໃນສະໝຸດທະບຽນປະ ຈຳຊີບແລ້ວ ແລະສະຫວັນຈະເປັນຜູ້ກັບຮັກສາສິ່ງທັງຫຼາຍເຫຼົ່ານີ້ໄວ້ໃນຂະນະທີ່ເຮົາມົວ ແຕ່ນັບສິ່ງທີ່ບໍ່ໜ້າຊື່ນຊົມ ຫຼາຍສິ່ງທີ່ເປັນເລື່ອງໜ້າຍິນດີໃຫ້ລະລຶກເຖິງກໍຈະຜ່ານພົ້ນໄປ ຈາກຄວາມຊົງຈຳຂອງເຮົາຢ່າງເຊັ່ນພຣະເມດຕາຂອງພຣະເຈົ້າທີ່ຢູ່ໂດຍຮອບເຮົາໃນທຸກ ເວລານາທີ ແລະຄວາມຮັກຂອງພຣະເຈົ້າທີ່ແມ່ນແຕ່ທູດສະຫວັນກໍຍັງຮູ້ສຶກພິສະຫວົງ ວ່າພຣະອົງເຖິງກັບປະທານພຣະບຸດຂອງພຣະອົງໃຫ້ມາຊີ້ນພະຊົນເພື່ອເຮົາ ຖ້າທ່ານ ມີຄວາມຮູ້ສຶກວ່າ ໃນຖານະທີ່ທ່ານເປັນຜູ້ຮັບໃຊ້ຂອງພຣະຄຣິດ ທ່ານມີພາລະແລະໄດ້ ຮັບຄວາມຍາກລຳບາກຫຼວງຫຼາຍກວ່າຄົນອື່ນໆ ຈົ່ງຈື່ໄວ້ວ່າສຳລັບຜູ້ທີ່ຫຼີກລ້ຽງບໍ່ຍອມ ຮັບຄວາມທຸກເຫຼົ່ານີ້ເໝືອນຢ່າງທ່ານ ພວກເຂົາຈະບໍ່ມີມື້ເຂົ້າໃຈເຖິງສັນຕິສຸກເຊັ່ນທີ່ ທ່ານໄດ້ຮັບໃນການປະຕິບັດຮັບໃຊ້ພຣະຄິດນັ້ນ ເຮົາຈະໄດ້ຮັບການປະເລົ້າປະໂລມ ຈິດໃຈແລະຄວາມຊື່ນຊົມຍິນດີ ຈົ່ງສະແດງໃຫ້ຊາວໂລກເຫັນວ່າ ການມີຊີວິດຢູ່ຮ່ວມ ກັບພຣະອົງນັ້ນຍ່ອມຈະບໍ່ມີຄຳວ່າລົ້ມເຫຼວ {MH 487.3}ມແ 511.3

    ຖ້າທ່ານຮູ້ວຶກບໍ່ເບິກບານໃຈແລະບໍ່ມີຄວາມຊື່ນຊົມຍິນດີ ຈົ່ງຢ່າເວົ້າເຖິງຄວາມຮູ້ ສຶກຂອງທ່ານ ຈົ່ງຢ່າໃຫ້ເງົາມືດແຫ່ງຄວາມທຸກລົງເທິງຊີວິດຂອງຜູ້ອື່ນ ສາສະໜາທີ່ເສົ້າ ໝອງແລະເປັນທຸກບໍ່ອາດຈະຊັກນຳຈິດວິນຍານໃຫ້ມາຫາພຣະຄຣິດໄດ້ ມີແຕ່ຈະຊຸກ ສົ່ງໃຫ້ຄົນເຫຼົ່ານັ້ນໃຫ້ເຫີນຫ່າງຈາກພະອົງໄປສູ່ບ່ວງແຮ້ວທີ່ຊາຕານໄດ້ວາງໄວ້ສຳລັບ ດັກຄົນທັງຫຼາຍທີາພັດຫຼົງໄປຈາກພຣະຄຣິດ ແທນທີ່ຈະຄິດເຖິງຄວາມທໍ້ແທ້ຜິດຫວັງ ຂອງທ່ານ ໃຫ້ທ່ານຄິດເຖິງລິດເດດທີ່ທ່ານສາມາດທູນຂໍພຣະລາຊະທານໃນພຣະນາມ ຂອງພຣະຄຣິດໄດ້ ຈົ່ງຈິນຕະນາການຂອງທ່ານຄິດຄຳນຶງເຖິງສິ່ງທີ່ເບິ່ງບໍ່ເຫັນ ຈົ່ງມຸ້ງ ຄວາມຄິດຂອງທ່ານໄປຍັງສິ່ງທີ່ເປັນພະຍານແຫ່ງຄວາມຮັກອັນຍິ່ງໃຫຍ່ຂອງພຣະເຈົ້າ ທີ່ຊົງມີຕໍ່ທ່ານ ຄວາມເຊື່ອອົດທົນຕໍ່ຄວາມທຸກຍາກລຳບາກ ຕໍ່ຕ້ານການທົດລອງແລະ ແບກຮັບພາລະແມ່ນໃນຍາມຜິດຫວັງ ພຣະເຢຊູຊົງດຳລົງພຣະຊົນໃນຖານະທະນາຍ ຂອງເຮົາ ທຸກວາທະທີ່ຊົງຖະແຫຼງແກ້ຕ່າງແທນເຮົາຂອງພຣະອົງເປັນຜົນງານຂອງເຮົາ {MH 488.1}ມແ 512.1

    ທ່ານຄິດຫຼືບໍ່ວ່າພຣະຄຣິດຈະປະທານກຽດແກ່ຄົນທັງຫຼາຍທີ່ໃຊ້ຊີວິດທັງໝົດຢູ່ ເພື່ອພຣະອົງ ທ່ານຄິດຫຼືບໍ່ວ່າພຣະອົງຈະສະເດັດໄປຢ້ຽມຢາມຄົນທັງຫຼາຍທີ່ຕົກຢູ່ໃນ ຄວາມທຸກຍາກແລະຕົກຢູ່ໃນສະຖານະການລຳບາກເພື່ອພຣະອົງຢ່າງເຊັ່ນສາວົກໂຢຮັນ ຜູ້ຖືກເນລະເທດທີ່ພຣະອົງຊົງໂປດປານ ພຣະເຈົ້າຈະບໍ່ຊົງຍອມໃຫ້ຜູ້ຮັບໃຊ້ຜູ້ສັດຊື່ ຂອງພຣະອົງແມ່ນແຕ່ຄົນດຽວຕ້ອງຖືກປະຖີ້ມໄວ້ຢ່າງດຽວດາຍ ໃຫ້ຕ້ອງຕໍ່ສູ້ດິ້ນຮົນກັບ ຄວາມຍາກລຳບາກຈົນຕ້ອງພ່າຍແພ້ໄປ ພຣະອົງຊົງພິທັກຮັກສາມະນຸດທຸກຜູ້ທຸກນາມທີ່ ມີຊີວິດເຊື່ອງໄວ້ກັບພຣະຄຣິດໃນພຣະເຈົ້າດຸດດັ່ງອັນຍະມະນີອັນມີຄ່າ ພຣະອົງຕັດເຖິງ ຄົນເຫຼົ່ານີ້ທຸກຄົນວ່າ “ເຮົາຈະກະທຳເຈົ້າໃຫ້ເປັນດັ່ງແຫວນກາ ເພາະເຮົາໄດ້ເລືອກສັນມແ 512.2

    ເຈົ້າແລ້ວ” ຮັກກາຍ 2:23 {MH 488.2}ມແ 513.1

    ດັ່ງນັ້ນ ຈົ່ງເວົ້າເຖິງພຣະສັນຍາ ຈົ່ງເວົ້າເຖິງການຊົງອຳນວນພຣະພອນຢ່າງເຕັມ ພຣະໄທຂອງພຣະເຢຊູ ພຣະອົງຊົງບໍ່ໄດ້ຫຼົງລືມເຮົາແມ່ນແຕ່ພຽງຊົ່ວຄາວດຽວ ເມື່ອ ຕົກຢູ່ໃນສະຖານະການທີ່ຍາກລຳບາກໃດໆ ຈົ່ງໃຫ້ເຮົາວາງໃຈດ້ວຍຄວາມເຊື່ອໝັ້ນ ໃນຄວາມຮັກຂອງພຣະອົງແລະເກັບຕົວເຮົາເອງໃຫ້ເຂົ້າສະໜິດຢູ່ໃນພຣະອົງ ຄວາມຮູ້ ສຶກແຫ່ງການຮ່ວມສະຖິດຂອງພຣະອົງຈະດົນບັນດານຄວາມຍິນດີທີ່ສະຫງົບແລະເລິກ ເຊິ່ງຢູ່ໃນຕົວເຮົາ ພຣະຄຣິດກ່າວເຖິງພຣະອົງເອງວ່າ “ເຮົາບໍ່ໄດ້ເຮັດສິ່ງໃດຕາມໃຈມັກ ແຕ່ພຣະບິດາໄດ້ຊົງສອນເຮົາຢ່າງໃດເຮົາຈຶ່ງກ່າວຢ່າງນັ້ນ ແລະພຣະອົງຜູ້ຊົງໃຊ້ເຮົາມາກໍ ສະຖິດຢູ່ກັບເຮົາ ພຣະອົງບໍ່ໄດ້ຊົງຖີ້ມເຮົາໄວ້ຕາມລຳພັງ ເພາະວ່າເຮົາເຮັດຕາມພຣະໄທ ພຣະອົງສະເໝີ” ໂຢຮັນ 8:28,29 {MH 488.3}ມແ 513.2

    ພຣະບິດາສະຖິດຢູ່ຄຽງຂ້າງຂອງພຣະຄຣິດແລະບໍ່ມີສິ່ງໃດຈະເກີດຂຶ້ນກັບພຣະອົງໄດ້ ນອກຈາກສິ່ງທີ່ເປັນຄວາມຮັກອັນເປັນນິດຂອງພຣະເຈົ້າຈະຍິນຍອມໃຫ້ບັງເກີດເພື່ອເປັນ ພຣະພອນຂອງຊາວໂລກ ສິ່ງນີ້ນັ້ນເອງທີ່ເປັນສິ່ງປະໂລມໃຈຂອງພຣະອົງແລະເປັນຂອງ ເຮົາເຊັ່ນກັນ ຜູ້ທີ່ປ່ຽມດ້ວຍພຣະວິນຍານຂອງພຣະຄຣິດກໍເຂົ້າສະໜິດຢູ່ໃນພຣະຄຣິດ ສິ່ງໃດກໍຕາມທີ່ເກີດຂຶ້ນກັບເຂົາມາຈາກພຣະຜູ້ຊ່ວຍໃຫ້ລອດຜູ້ສະຖິດຢູ່ຄຽງຂ້າງເຂົາ ບໍ່ ມີສິ່ງໃດທີ່ຈະແຕະຕ້ອງເຂົາໄດ້ເວັ້ນໄວ້ແຕ່ພຣະຜູ້ເປັນເຈົ້າຈະຊົງຍິນຍອມ ໃນຄວາມທຸກ ຍາກແລະຄວາມໂສກເສົ້າທັງຫຼາຍຂອງເຮົາ ໃນການທົດລອງແລະການທົດສອບທັງຫຼາຍ ທີ່ເຮົາຕ້ອງປະເຊີນໃນຄວາມເສຍໃຈແລະຄວາມທຸກຮ້ອນທັງຫຼາຍຂອງເຮົາໃນການກົດ ຂີ່ຂົ່ມເຫັງແລະຄວາມຄັບແຄ້ນທັງຫຼາຍ ກ່າວໂດຍສະຫຼຸບສິ່ງສາລະພັດເຫຼົ່ານີ້ຕ່າງດຳເນີນ ໄປເພື່ອປະໂຫຍດອັນດີຂອງເຮົາເອງ ປະສົບການແລະສະຖານະການເຫຼົ່ານີ້ລ້ວນເປັນພາ ຊະນະຂອງພຣະເຈົ້າເພື່ອນຳຜົນດີມາສູ່ເຮົາ {MH 488.4}ມແ 513.3

    ຖ້າເຮົາຈັກຳດ້ເຂົ້າໃຈເຖິງຄວາມອົດທົນນານຂອງພຣະດຈົ້າທີ່ຊົງມີຕໍ່ເຮົາ ເຮົາກໍຈະ ບໍ່ຕັດສິນຫຼືກ່າວໂທດຜູ້ອື່ນເມື່ອພຣະຄຣິດຊົງດຳລົງຢູ່ໃນໂລກນີ້ ຜູ້ທີ່ຮູ້ຈັກພຣະ ອົງຄົງຈະແປກປະຫຼາດໃຈຫຼາຍ ແຕ່ຫຼັງຈາກທີ່ຄຸ້ນເຄີຍກັບພຣະອົງແລ້ວ ຄົນເຫຼົ່ານັ້ນໄດ້ຍິນ ພຣະອົງຊົງກ່າວຕັດຖ້ອຍຄຳກ່າວຮ້າຍຫຼືຖ້ອຍຄຳໂມໂຫສຸນສຽວ ຂໍໃຫ້ເຮົາຢ່າລືມ ວ່າຄົນທັງຫຼາຍທີ່ຮັກພຣະອົງຈະຕ້ອງເປັນແບບຢ່າງທີ່ສຳແດງພຣະລັກສະນະນິໃສຂອງ ພຣະອົງໃຫ້ປະກົດແກ່ຜູ້ອື່ນ {MH 489.1}ມແ 513.4

    “ຈົ່ງຮັກກັນແບບພີ່ນ້ອງ ສ່ວນການທີ່ໃຫ້ກຽດແກ່ກັນແລະກັນນັ້ນຈົ່ງຖືວ່າຜູ້ອື່ນ ດີກວ່າຕົນ” ຢ່າທຳການຮ້າຍຕອບແທນການຮ້າຍຢ່າດ່າຕອບການດ່າ ແຕ່ກົງກັນຂ້າມ ຈົ່ງອວຍພອນແກ່ເຂົາດ້ວຍວ່າພຣະອົງໄດ້ຊົງເອີ້ນໃຫ້ທ່ານເຮັດເຊັ່ນນັ້ນ ເພື່ອທ່ານຈະໄດ້ ຮັບພຣະພອນ” ໂຣມ 12:10; 1ເປໂຕ 3:9 {MH 489.2}ມແ 514.1

    ອົງພຣະເຢຊູຊົງປາຖະໜາໃຫ້ເຮົາເຄົາລົບໃນສິດທິຂອງມະນຸດທຸກຄົນ ເຮົາຈະ ຕ້ອງໃຫ້ຄວາມສຳຄັນໃນສິດທິຂອງການຢູ່ຮ່ວມກັນຂອງມະນຸດໃນສັງຄົມ ແລະສິດທິ ໃນຖານະຂອງຄຣິດສະຕຽນ ເຮົາຈະຕ້ອງປະຕິບັດຕໍ່ທຸກໆຄົນດ້ວຍຄວາມສຸພາບອ່ອນ ໂຍນໃນຖານະທີ່ເຂົາເປັນລູກຊາຍຍິງຂອງພຣະເຈົ້າ {MH 489.3}ມແ 514.2

    ຄຣິສຕະສາສະໜາຈະເຮັດໃຫ້ຜູ້ຊາຍເປັນສຸພາບບູລຸດພຣະເຢຊູຊົງມີຄວາມສຸ ພາບອ່ອນໂຍນແມ່ນແຕ່ຕໍ່ກັບຜູ້ທີ່ກົດຂີ່ຂົ່ມເຫັງພຣະອົງ ແລະຜູ້ທີ່ຕິດຕາມພຣະອົງຢ່າງ ແທ້ຈິງຈະສະແດງອອກເຖິງນໍ້າໃຈຢ່າງດຽວກັນ ຈົ່ງພິຈາລະນາເບິ່ງເປົາໂລ ເມື່ອເຂົາຖືກ ນຳຕົວມາຕໍ່ໜ້າຜູ້ປົກຄອງບ້ານເມືອງຖ້ອຍຄຳຂອງເຂົາ ທີ່ກ່າວຕໍ່ອາກຣິບປາເປັນແບບ ຢ່າງຂອງຄົນສຸພາບອ່ອນໂຍນທີ່ແທ້ຈິງ ແລະເປັນສຳນວນໂວຫານທີ່ຫວ່ານລ້ອມຈິດໃຈ ຂ່າວປະເສີດບໍ່ສະໜັບສະໜູນເຮົາໃຫ້ສະແດງຄວາມສຸພາບອ່ອນໂຍນຕາມສະໄໝ ນິຍົມຂອງຊາວໂລກ ແຕ່ເປັນຄວາມສຸພາບອ່ອນໂຍນທີ່ສະແດງຈາກຈິດໃຈທີ່ມີຄວາມ ເມດຕາກະລຸນາໂດຍແທ້ຈິງ {MH 489.4}ມແ 514.3

    ການປູກຝັງຢ່າງເອົາໃຈໃສ່ທີ່ສຸດ ໃນເລື່ອງຂອງມາລະຍາດພາຍນອກທີ່ສະແດງ ອອກໃນຊີວິດກໍຍັງບໍ່ພຽງພໍທີ່ຈະໄປກຳຈັດອຸປະນິໃສທີ່ວິຕົກກັງວົນ ການຕັດສິນທີ່ຮຸນ ແຮງແລະຄຳເວົ້າທີ່ບໍ່ເໝາະສົມອອກໄປໄດ້ທັງໝົດ ຕາບໃດທີ່ເຮົາຍັງຄິດວ່າຕົວຕົນຂອງ ເຮົາເອງມີຄວາມສຳຄັນເໜືອສິ່ງອື່ນໃດ ເຮົາກໍຍັງບໍ່ອາດສະແດງມາລະຍາດທີ່ສຸພາບຮຽບ ຮ້ອຍອອກມາໄດ້ຢ່າງແທ້ຈິງ ເຮົາຕ້ອງມີຄວາມຮັກຢູ່ພາຍໃນຈິດໃຈຄຣິດສະຕຽນທີ່ມີອຸ ປະນິໃສງົດງາມເກີດແຮງດົນໃຈໃນຈຸດມຸ້ງໝາຍຂອງການກະທຳຂອງເຂົາ ຈາກຄວາມ ຮັກອັນເລິກເຊິ່ງໃນໃຈຂອງເຂົາທີ່ມີຕໍ່ຈອມເຈົ້ານາຍຂອງເຂົາ ຄວາມເອົາໃຈໃສ່ໃນພີ່ ນ້ອງຢ່າງບໍ່ເຫັນແກ່ຕົວຈະບັງເກີດຂຶ້ນໄດ້ຈາກຄວາມຮັກຂອງເຂົາໃນພຣະຄຣິດ ຄວາມ ຮັກຈະຖ່າຍເທແກ່ຜູ້ເປັນເຈົ້າຂອງທີ່ມີມາລະຍາດທີ່ສະຫງ່າງາມ ມີຄວາມປະພຶດທີ່ຖືກ ທຳນອງຄອງທຳແລະມີບຸກຄະລິກລັກສະນະທີ່ງົດງາມຈາກສ່ອງປະກາຍສາຍແວວອອກ ມາທາງໃບໜ້າແລະກັ່ນກອງສຳນຽງວາຈາຈະຊຳລະໃຫ້ບໍລິສຸດແລະຍົກຊູຕົວຕົນທັງ ຮ່າງຂອງຜູ້ເປັນເຈົ້າຂອງ {MH 490.1}ມແ 514.4

    ຊີວິດບໍ່ແມ່ນການປະກອບຂຶ້ນຈາກການເສຍສະຫຼະອັນຍິ່ງໃຫຍ່ ແລະຄວາມສຳເລັດ ອັນໜ້າອັດສະຈັນແຕ່ຈາກສິ່ງເລັກໆນ້ອຍໆເປັນສ່ວນໃຫຍ່ຫຼາຍຄັ້ງທີ່ສຸດ ໂດຍອາໃສສິ່ງ ເລັກນ້ອຍທີ່ບໍ່ຄູ່ຄວນແກ່ຄວາມສົນໃຈເຫຼົ່ານີ້ທີ່ຄວາມດີ ແລະຄວາມຊົ່ວທີ່ສຳຄັນໆແວະ ເຂົ້າມາກ່ຽວຂ້ອງໃນຊີວິດຂອງເຮົາໂດອາໄສຄວາມລົ້ມເຫຼວຂອງເຮົາ ໃນການອົດທົນ ຕໍ່ການທົດລອງເລັກໆນ້ອຍໆ ທີ່ເຮັດໃຫ້ນິໃສຖືດຫຼໍ່ຫຼອມອຸປະນິໃສ ຖືກປູກຝັງໄປໃນ ທາງທີ່ຜິດແລະເມື່ອຕ້ອງປະເຊີນຕໍ່ການທົດລອງທີ່ໃຫຍ່ໂຕກວ່າເຮົາກໍບໍ່ພ້ອມທີ່ຈະຮັບມືໄດ້ ໂດຍການຍຶດໝັ້ນຂອງຫຼັກການຂອງການທົດສອບໃນຊີວິດປະຈຳວັນເທົ່ານັ້ນເຮົາຈຶ່ງ ຈະມີກຳລັງທີ່ຈະຢືນຢັດແລະສັດຊື່ຢູ່ໃນສະຖານະການອັນຕະລາຍແລະຍາກລຳບາກທີ່ ສຸດໄດ້ {MH 490.2}ມແ 515.1

    ເຮົາບໍ່ໄດ້ຢູ່ຢ່າງໂດດດ່ຽວແຕ່ຢ່າງໃດບໍ່ວ່າເຮົາຈະເລືອກພຣະອົງຫຼືບໍ່ ເຮົາຍັງມີສະ ຫາຍຢູ່ທ່ານໜຶ່ງຈົ່ງຈື່ໄວ້ວ່າ ບໍ່ວ່າທ່ານຈະຢູ່ບ່ອນໃດ ບໍ່ວ່າທ່ານຈະເຮັດສິ່ງໃດ ພຣະເຈົ້າ ຈະສະຖິດຢູ່ທີ່ນັ້ນນຳ ບໍ່ມີສິ່ງໃດທີ່ທ່ານເວົ້າ ທີ່ທ່ານເຮັດ ທີ່ທ່ານຄິດ ຈະລອດພົ້ນ ຄວາມສົນໃຈຂອງພຣະອົງໄດ້ ຕໍ່ທຸກຄຳເວົ້າຫຼືການກະທຳຂອງທ່ານ ທ່ານມີພະຍານ ຮູ້ເຫັນຢູ່ ຜູ້ນັ້ນຄືພຣະເຈົ້າອົງບໍລິສຸດ ຜູ້ຊົງຊິງຊັງໃນຄວາມຜິດບາບ ດັ່ງນັ້ນ ກ່ອນທີ່ທ່ານ ຈະເວົ້າແລະກະທຳການໃດໆຂໍໃຫ້ທ່ານໄດ້ຄິດເຖິງສິ່ງນີ້ສະເໝີໃນຖານະທີ່ເປັນຄຣິດສະ ຕຽນ ທ່ານເປັນສະມາຊິກຄົນໜຶ່ງໃນຄອບຄົວຂອງພຣະເຈົ້າ ເປັນບຸກຄົນໜຶ່ງຂອງອົງມະ ຫາກະສັດແຫ່ງສະຫວັນ ຈົ່ງຢ່າກ່າວຖ້ອຍຄຳຫຼືເຮັດສິ່ງໃດທີ່ຈະນຳການລົບຫຼູ່ດູໝິ່ນພຣະ ກຽດຕໍ່ “ພຣະນາມອັນປະເສີດທີ່ໃຊ້ຮຽກທ່ານ” ຢາໂຄບ 2:7 {MH 490.3}ມແ 515.2

    ຈົ່ງໝັ່ນສຶກສາຢ່າງຕັ້ງໃຈເຖິງພຣະລັກສະນະຄວາມເປັນມະນຸດຂອງພຣະອົງ ແລະຖາມຕົນເອງຢູ່ສະເໝີວ່າ “ພຣະເຢຊູຈະຊົງກະທຳເຊັ່ນໃດ ຖ້າພຣະອົງຊົງຢູ່ໃນຖາ ນະດຽວກັນກັບຂ້າພຣະອົງ” ສິ່ງນີ້ຄວນໃຊ້ກວດສອບໜ້າທີ່ຄວາມຮັບຜິດຊອບຂອງເຮົາ ຈົ່ງຢ່ານຳຕົວເອງໄປເພິ່ງພາໂດຍບໍ່ຈຳເປັນກັບຄົນທັງຫຼາຍທີ່ເຕັມໄປດ້ວຍສິລະປະ ໃນການບັ່ນທອນຄວາມຕັ້ງໃຈເຮັດໃນສິ່ງທີ່ດີຂອງທ່ານຫຼືນຳມົນທິນມາສູ່ຈິດສຳນຶກຂອງ ທ່ານ ຈົ່ງຢ່າເຮັດສິ່ງໃດທີ່ສໍ່ໄປໃນທາງເລວຊົ່ວແມ່ນແຕ່ພຽງເລັກນ້ອຍທ່າມກາງຄົນແປກ ໜ້າຕາມຖະໜົນຫົນທາງ ໃນລົດຫຼືໃນບ້ານໃຫ້ປະກົດໃນທຸກໆມື້ ຈົ່ງເຮັດບາງສິ່ງບາງ ຢ່າງເພື່ອປັບປຸງເສີມແຕ່ງໃຫ້ງົດງາມເສີມສ້າງໃຫ້ສະຫງ່າງາມຍິ່ງຂຶ້ນແກ່ຊີວິດທີ່ພຣະ ຄຣິດຊົງຊຳລະດ້ວຍເລືອດຂອງພຣະອົງ {MH 491.1}ມແ 515.3

    ຈົ່ງປະຕິບັດຕົນຕາມຫຼັກການສະເໝີ ບໍ່ແມ່ນຕາມອາລົມຊົ່ວວູບ ຄວາມສຸພາບ ອ່ອນໂຍນຈະຊ່ວຍໃຫ້ນິໄສຕາມປົກກະຕິທີ່ຫຸນຫັນພັນແລ່ນຂອງທ່ານເຍືອກເຢັນລົງ ຢ່າຫຼົງລະງົມຢູ່ກັບເລື່ອງໄຮ້ສາລະຫຼືເລື່ອງຫຍຸມຫຍິມ ຢ່າໃຫ້ຄຳເວົ້າຕະຫຼົກຄະນອງຫຼຸດ ອອກຈາກປາກຂອງທ່ານແມ່ນແຕ່ຄວາມຄິດກໍບໍ່ຄວານປ່ອຍໃຫ້ຟຸ້ງຊ່ານ ຄວາມຄິດເຫຼົ່ານີ້ ຕັ້ງໝັ້ນຢູ່ໃນສິ່ງທີ່ບໍລິສຸດແລ້ວໂດຍອາໄສພຣະຄຸນຂອງພຣະຄຣິດ ຄວາມຄິດເຫຼົ່ານີ້ຈະ ບໍລິສຸດແລະຊອບທຳ {MH 491.2}ມແ 516.1

    ເຮົາຈຳເປັນຕ້ອງຕະໜັກຢູ່ຕະຫຼອດເວລາເຖິງພະລະກຳລັງທີ່ເສີມສ້າງຄວາມສະ ຫງ່າງາມໃຫ້ແກ່ຄວາມຄິດທີ່ບໍລິສຸດ ທາງລອດທາງດຽວສຳລັບຈິດວິນຍານຂອງເຮົາຄື ການຄິດຄຳນຶງໃນທາງທີ່ຖືກຕ້ອງຊອບທຳ “ເຂົາຄິດໃນໃຈຢ່າງໃດເຂົາກໍເປັນຢ່າງນັ້ນ” ສຸພາສິດ 23:7 (TKJV) ການຝຶກຝົນຈະຊ່ວຍໃກ້ເຮົາຄວບຄຸມໂຕເອງໄດ້ດີຂຶ້ນ ສິ່ງທີ່ ເບິ່ງຄືວ່າເຮັດໄດ້ຍາກໃນຊ່ວງແລກໆກໍຈະງ່າຍຂື້ນ ເມື່ອເຮັດຊໍ້າໆກັນຢູ່ສະເໝີຈົນກະທັ້ງ ຄວາມເຄີຍຊິນໃນການຄິດແລະໃນການເຮັດເປັນນິໃສຖ້າເຮົາຕັ້ງໃຈຈິງ ເຮົາຈະສາ ມາດຫັນໄປຈາກສິ່ງທີ່ໄຮ້ຄ່າແລະດ້ອຍໃນຄຸນຄ່າ ແລະກ້າວຂຶ້ນສູ່ມາດຕະຖານທີ່ສູງສົ່ງ ເຮົາຈະໄດ້ຮັບການເຄົາລົບນັບຖືຈາກມະນຸດແລະເປັນທີ່ຮັກໄຄ່ຂອງພຣະເຈົ້າ {MH 491.3}ມແ 516.2

    ຈົ່ງບົ່ມເພາະນິໃສທີ່ເວົ້າເຖິງຜູ້ອື່ນໃນດ້ານດີ ຈົ່ງຈື່ຈໍາແຕ່ຄຸນສົມບັດທີ່ດີຂອງຜູ້ທີ່ ທ່ານຄົບຫາສະມາຄົມນໍາແລະພະຍາຍາມເບິ່ງເຖິງຂໍ້ບົກຜ່ອງ ແລະຄວາມຜິດພາດຂອງ ເຂົາໃຫ້ນ້ອຍທີ່ສຸດເມື່ອເຮົາຖືກທົດລອງໃຫ້ຈົ່ມຫາເຖິງສິ່ງທີ່ບາງຄົນໄດ້ເວົ້າຫຼືເຮັດ ຂໍໃຫ້ ເຮົາເບິ່ງຂໍ້ດີບາງສິ່ງໃນຊີວິດຫຼືອຸປະນິໃສຂອງເຂົາດ້ວຍຈົ່ງປູກຝັງຄວາມມີໃຈກະຕັນຍູຮູ້ຄຸນ ຈົ່ງສັນລະເສີນພຣະເຈົ້າສໍາລັບຄວາມຮັກອັນໜ້າອັດສະຈັນຂອງພຣະອົງທີ່ປະທານ ພຣະຄຣິດມາສິ້ນພຣະຊົນເພື່ອເຮົາ ການເຝົ້າຕອມໃຈຢູ່ໃນຄວາມລໍາບາກຂອງເຮົາເອງ ບໍ່ເຄີຍໃຫ້ຜົນຕອບແທນທີ່ຄຸ້ມຄ່າກັບຄືນມາ ພຣະເຈົ້າຊົງເອີ້ນເຮົາໃຫ້ຄິດຕຶກຕອງເຖິງ ພຣະເມດຕາຄຸນຂອງພຣະອົງແລະຄວາມຮັກທີ່ປຽບບໍ່ໄດ້ຂອງພຣະອົງເພື່ອດົນໃຈຂອງ ເຮົາໃຫ້ເຕັມໄປດ້ວຍການສັນລະເສີນ {MH 492.1}ມແ 516.3

    ຜູ້ທີ່ເຮັດວຽກດ້ວຍໃຈຮ້ອນຮົນຍ່ອມບໍ່ມີເວລານຶກເຖິງຂໍ້ບົກພ່ອງຂອງຜູ້ອື່ນ ເຮົາ ບໍ່ສາມາດມີຊີວິດໄດ້ໂດຍການເພິ່ງພາຂໍ້ບົກຜ່ອງຫຼືຄວາມຜິດພາດຂອງຜູ້ອື່ນ ການກ່າວຄຳ ຊົ່ວຮ້າຍເປັນຄຳສາບແຊ່ງສອງທົບ ສົ່ງຜົນຮ້າຍທີ່ຮຸນແຮງໃຫ້ແກ່ຜູ້ເວົ້າຫຼາຍກວ່າຜູ້ຟັງ ຜູ້ທີ່ ຫວ່ານເມັດພັນແຫ່ງຄວາມແຕກແຍກ ແລະຄວາມຂັດແຍ່ງຍ່ອມເປັນຜູ້ທີ່ຕ້ອງດີ້ນຮົນ ເກັບກ່ຽວຜົນແຫ່ງຄວາມຕາຍໃນຈິດວິນຍານຂອງຕົນເອງ ໂດຍສະເພາະພຶດຕິກຳທີ່ຄອຍ ຫຼຽວຫາແຕ່ຄວາມຊົ່ວຮ້າຍຂອງຜູ້ອື່ນ ຍ່ອມສົ່ງເສີມໃຫ້ຄວາມຊົ່ວນັ້ນເຕີບໂຕຂຶ້ນໃນໂຕ ຂອງຜູ້ເຝົ້າມອງເອງ ໂດຍການຄິດເຖິງແຕ່ຂໍ້ບົກພ່ອງຂອງຜູ້ອື່ນເຮົາເອງຈະຖືກປ່ຽນໄປ ມີລັກສະນະແບບດຽວກັບຄົນນັ້ນແຕ່ໂດຍການເບິ່ງໄປຍັງພຣະເຢຊູ ໂດຍການເວົ້າເຖິງ ຄວາມຮັກແລະຄວາມບໍລິບູນດີເລີດໃນພຣະລັກສະນະຂອງພຣະອົງເຮົາເອງກໍຈະປ່ຽນ ໄປຄືກັບພຣະສາຍາຂອງພຣະອົງດ້ວຍການໄຄ່ຄວນເຖິງແບບຢ່າງອັນສູງສົ່ງທີ່ພຣະອົງຊົງ ສຳແດງໄວ້ຕໍ່ໜ້າເຮົາເຮົາຈະໄດ້ຮັບການຍົກຊູຂຶ້ນສູ່ບັນຍາກາດທີ່ບໍລິສຸດຊອບທຳລະດັບ ດຽວກັນຕໍ່ເບື້ອງພຣະພັກຂອງພຣະເຈົ້າເມື່ອເຮົາຢູ່ນະສະຖານທີ່ເຊັ່ນນີ້ກໍຈະມີພະລັງ ແຜ່ກະຈາຍຈາກໂຕເຮົາໄປສູ່ຄົນທັງຫຼາຍທີ່ກ່ຽວຂ້ອງກັບເຮົາ {MH 492.2}ມແ 517.1

    ແທນທີ່ຈະວິພາກວິຈານແລະຕຳໜິຜູ້ອື່ນ ຄວນເວົ້າວ່າ “ຂ້າພະເຈົ້າຕ້ອງວາງແຜນ ເພື່ອຄວາມລອດຂອງໂຕຂ້າພະເຈົ້າເອງ ຖ້າຂ້າພະເຈົ້າຮ່ວມມືກັບພຣະອົງຜູ້ຊົງປາດຖະ ໜາທີ່ຈະກູ້ຈິດວິນຍານຂອງຂ້າພະເຈົ້າໃຫ້ໄດ້ຮັບຄວາມລອດ ຂ້າພະເຈົ້າຕ້ອງໝັ່ນກວດ ສອບຕົວຂອງຂ້າພະເຈົ້າເອງຢ່າງຈິງຈັງຂ້າພະເຈົ້າຕ້ອງກຳຈັດຄວາມຊົ່ວຮ້າຍທຸກຢ່າງໃນຊີ ວິດອອກໄປ ຂ້າພະເຈົ້າຕ້ອງເອົາຊະນະຂໍ້ບົກຜ່ອງທຸກປະການ ຂ້າພະເຈົ້າຕ້ອງກາຍເປັນ ຄົນທີ່ຖືກສ້າງຂຶ້ນໃໝ່ໃນພຣະຄຣິດ ດັ່ງນັ້ນແທນທີ່ຈະບັ່ນທອນເຫື່ອແຮງຂອງຜູ້ທີ່ກຳລັງ ຕໍ່ສູ້ກັບຄວາມຊົ່ວຮ້າຍ ຂ້າພະເຈົ້າຈະສະໜັບສະໜູນຄົນເຫຼົ່ານັ້ນດ້ວຍຄຳເວົ້າທີ່ສົ່ງເສີມ ກຳລັງໃຈ” ມະນຸດເຮັດໂຕບໍ່ຄ່ອຍສົນໃຈໃຍດີຕໍ່ກັນແລະກັນປານໃດ ຫຼາຍຄັ້ງເຮົາລືມ ໄປວ່າເພື່ອນຮ່ວມງານຂອງເຮົາກໍ່ຕ້ອງການກຳລັງແລະການໜູນໃຈໃຫ້ສົດຊື່ນ ຈົ່ງໃສ່ໃຈ ໃນການໃຫ້ຄວາມໝັ້ນໃຈແກ່ຄົນເຫຼົ່ານັ້ນເຖິງຄວາມຫ່ວງໃຍແລະເຫັນໃຈຂອງທ່ານ ຈົ່ງ ຊ່ວຍເຫຼືອເຂົາທັງຫຼາຍດ້ວຍຄຳອະທິຖານຂອງທ່ານແລະໃຫ້ເຂົາທັງຫຼາຍຮູ້ວ່າທ່ານເຮັດແທ້ {MH 492.3}ມແ 517.2

    ບໍ່ແມ່ນທຸກຄົນທີ່ສະແດງຕົນວ່າເປັນຜູ້ຮ່ວມງານຂອງພຣະຄຣິດ ຈະເປັນສາວົກ ທີ່ແທ້ຈິງໃນບັນດາຄົນທັງຫຼາຍທີ່ຍອມຮັບໃນພຣະນາມຂອງພຣະອົງແລະແມ່ນແຕ່ຜູ້ ທີ່ຖືກນັບວ່າເປັນຜູ້ຮ່ວມງານຂອງພຣະອົງຍັງມີບາງຄົນທີ່ບໍ່ໄດ້ເປັນແບບຢ່າງ ຊຶ່ງສະ ແດງເຖິງພຣະລັກສະນະນິໃສຂອງພຣະອົງ ຄົນເຫຼົ່ານີ້ບໍ່ໄດ້ດຳເນີນຕາມຫຼັກຄຳສອນຂອງ ພຣະອົງແລະມັກເປັນຜູ້ທີ່ເຮັດໃຫ້ຜູ້ຮ່ວມງານທີ່ເປັນຜູ້ເຊື່ອໃໝ່ເກີດຄວາມສັບສົນແລະ ໝົດກຳລັງໃຈ ຊຶ່ງຜູ້ເຊື່ອໃໝ່ເຫຼົ່ານີ້ບໍ່ໜ້າຈະມາຖືກຊັກຊວນໃຫ້ເຂວ ພຣະຄິດໄດ້ປະ ທານຕົວຢ່າງທີ່ສົມບູນແບບໃຫ້ແກ່ເຮົາພຣະອົງຊົງມີບັນຊາໃຫ້ເຮົາເດີນຕາມພຣະອົງ {MH 493.1}ມແ 518.1

    ຕາບຈົນເຖິງຍຸກສິ້ນສຸດເວລາ ຍ່ອມຈະມີເຂົ້າຂີ້ນົກປະປົນຢູ່ທ່າມກາງເຂົ້າສາລີ ເມື່ອຜູ້ຮັບໃຊ້ຂອງເຈົ້າບ້ານ ດ້ວຍຄວາມຕ້ອງການໄດ້ຮັບຄຳຍ້ອງຍໍຂໍອະນຸຍາດຖອນເຂົ້າ ຂີ້ນົກອອກໄປເສຍແຕ່ນາຍໄດ້ຕອບວ່າ “ຢ່າເລີຍຢ້ານວ່າຂະນະທີ່ຖອນເຂົ້າຂີ້ນົກ ພວກ ເຈົ້າອາດຫຼົກເຂົ້າດີອອກນຳກໍເປັນໄດ້ປະໃຫ້ທັງສອງໃຫຍ່ຂຶ້ນດ້ວຍກັນຈົນເຖິງລະດູ ກ່ຽວ...” ມັດທາຍ 13:29; 30 {MH 493.2}ມແ 518.2

    ດ້ວຍພຣະເມດຕາຄຸນແລະຊົງອົດທົນນານຂອງພຣະເຈົ້າ ພຣະອົງຊົງອົດກັ້ນຕໍ່ຜູ້ ທີ່ກະບົດແລະແມ່ນແຕ່ຜູ້ທີ່ໃຈຄົດໃນບັນດາອັກຄະສາວົກທີ່ພຣະອົງຊົງເລືອກສັນນັ້ນ ກໍຍັງມີຢໍດາຜູ້ທໍລະຍົດລວມຢູ່ນຳເຮົາຄວນຮູ້ສຶກປະຫຼາດໃຈຫຼືທໍ້ຖອຍຈັ່ງຊັ້ນບໍ ຖ້າຈະມີ ຜູ້ທີ່ໃຈຄົດປະປົນຢູ່ກັບຜູ້ຮ່ວມງານຂອງພຣະອົງໃນທຸກວັນນີ້ຖ້າ ພຣະອົງຜູ້ຊົງອ່ານຈິດ ໃຈຂອງມະນຸດໄດ້ຍັງອົດທົນຕໍ່ຜູ້ທີ່ພຣະອົງຊົງຮູ້ດີວ່າຈະເປັນຜູ້ທໍລະຍົດຕໍ່ພຣະອົງແລ້ວ ເຮົາກໍຄວນຈະມີຄວາມອົດທົນຕໍ່ຄວາມບົກຜ່ອງເຫຼົ່ານັ້ນເຊັ່ນດຽວກັນ {MH 493.3}ມແ 518.3

    ແລະບໍ່ແມ່ນທຸກຄົນແມ່ນແຕ່ຄົນທີ່ເບິ່ງເໝືອນວ່າຈະບົກພ່ອງຫຼາຍທີ່ສຸດຢ່າງເຊັ່ນ ຢູດາເປໂຕເປັນຄົນໃຈຮ້ອນຫຸນຫັນພະລັນແລ່ນແລະເຊື່ອໝັ້ນໃຈຕົນເອງ ຫຼາຍຄັ້ງເບິ່ງ ຄືວ່າຈະມີຈຸດອ່ອນຫຼາຍກວ່າຢູດາສະອີກ ພຣະຜູ້ຊ່ວຍໃຫ້ລອດຊົງຕັກເຕືອນເຂົາຫຼາຍ ກວ່າຄົນອື່ນແຕ່ຊີວິດຮັບໃຊ້ແລະເສຍສະລະເພື່ອຜູ້ອື່ນຂອງເຂົາເປັນເຊັ່ນໃດ ຄຳພະຍານ ຂອງເຂົາສະແດງເຖິງລິດເດດໃນພຣະຄຸນຂອງພຣະເຈົ້າພຽງໃດເທົ່າທີ່ພໍຈະສາມາດເຮັດ ໄດ້ເຮົາຈະຕ້ອງປະຕິບັດຕໍ່ຜູ້ອື່ນຄືຢ່າງທີ່ພຣະເຢຊູປະຕິບັດຕໍ່ເຫຼົ່າສາວົກຂອງພຣະອົງ ໃນສະໃໝທີ່ພຣະອົງຊົງດຳເນີນແລະສົນທະນາຮ່ວມກັບເຂົາທັງຫຼາຍໃນໂລກນີ້ {MH 493.4}ມແ 518.4

    ກ່ອນອື່ນໃນບັນດາເພື່ອນຮ່ວມງານຂອງທ່ານໄດ້ຖືວ່າໂຕທ່ານເອງເປັນຜູ້ເຜີຍແຜ່ ສາສະໜາຫຼາຍຄັ້ງ ການຊັກນຳຈິດວິນຍານດວງໜຶ່ງມາຫາພຣະຄຣິດໄດ້ນັ້ນຕ້ອງໃຊ້ເວ ລາແລະແຮງງານຢ່າງຫຼວງຫຼາຍ ແລະເມື່ອຈິດວິນຍານດວງໜຶ່ງຫັນຈາກຄວາມຜິດບາບ ມາສູ່ຄວາມຊອບທຳຈະມີຄວາມຊື່ນຊົມຍິນດີທ່າມກາງເຫຼົ່າທູດສະຫວັນ ທ່ານຄິດວ່າ ທູດສະຫວັນທີ່ຖືກສົ່ງລົງມາເບິ່ງແຍງຈິດວິນຍານເຫຼົ່ານັ້ນຮູ້ສຶກຊື່ນຊົມຍິນດີເມື່ອເຫັນ ບາງຄົນທີ່ສະແດງຕົນວ່າເປັນຄຣິດສະຕຽນປະຕິບັດຕໍ່ຄົນເຫຼົ່ານັ້ນຢ່າງບໍ່ມີຄວາມສຳຄັນ ຢ່າງນັ້ນບໍ່ ຫາກພຣະເຢຊູຊົງປະຕິບດຕໍ່ເຮົາເໝືອນດັ່ງທີ່ເຮົາມັກຈະປະຕິບັດຕໍ່ຄົນອື່ນໆ ແລ້ວ ຈະມີຈັກເທົ່າໃດຄົນໃນໝູ່ພວກເຮົາທີ່ຈະໄດ່ຮັບຄວາມລອດ {MH 493.5}ມແ 519.1

    ຈົ່ງຈຳໄວ້ທ່ານອ່ານຈິດໃຈຂອງຄົນອື່ນບໍ່ໄດ້ ທ່ານບໍ່ຮູ້ແຮງຈູງໃຈເຊິ່ງກະຕຸ້ນການ ກະທຳຊຶ່ງທ່ານເບິ່ງວ່າຜິດ ມີຫຼາຍຄົນທີ່ບໍ່ໄດ້ຮັບການສຶກສາທີ່ຖືກຕ້ອງ ອຸປະນິໃສຂອງ ຄົນເຫຼົ່ານັ້ນຈຶ່ງຄົດງໍ ຄົນເຫຼົ່າຍັ້ນມີຈິດໃຈທີ່ແຂງກະດ້າງແລະກ້າວລ້າວແລະເບິ່ງຄືວ່າຈະ ເປັນຄົນຄົດໂກງໃນທຸກດ້ານ ແຕ່ພຣະຄຸນຂອງພຣະຄຣິດຊົງປ່ຽນແປງຄົນເຫຼົ່ານັ້ນໄດ້ ຈົ່ງຢ່າປະຖີ້ມເຂົາທັງຫຼາຍໄປ ຢ່າຂັບໄລ່ໃຫ້ເຂົາທັງຫຼາຍຕ້ອງຮູ້ສຶກໝົດຫວັງດ້ວຍການ ບອກວ່າ ທ່ານເຮັດໃຫ້ເຮົາຕ້ອງຜິດຫວັງແລະເຮົາຈະບໍ່ອົດທົນທີ່ຈະຊ່ວຍທ່ານອີກຕໍ່ໄປ ຄຳເວົ້າຕໍ່ວ່າບໍ່ພໍເທົ່າໃດຄຳທີ່ອອກຈາກປາກຢ່າງກະທັນຫັນ ຕາມທີ່ເຮົາເຄີຍຄິດວ່າເໝາະສົມ ສຳລັບຄົນເຫຼົ່ານັ້ນ ອາດຕິດພັນທະຜູກພັນຈິດໃຈຂອງເຂົາທັງຫຼາຍກັບຈິດໃຈຂອງເຮົາ ໃຫ້ຂາດສະບັ້ນລົງ {MH 494.1}ມແ 519.2

    ຊີວິດທີ່ມີຄວາມສະເໝີຕົ້ນສະເໝີປາຍມີຄວາມອົດທົນອົດກັ້ນມີຈິດໃຈທີ່ສະ ຫງົບເຢືອກເຢັນແມ່ນຈະຖືກຍົວເຍົ້າະຕໍ່ວ່າ ຍ່ອມຈະເປັນຂໍ້ພິສູດທີ່ຊັດແຈ້ງທີ່ສຸດແລະ ເປັນຄຳເຊີນຊວນທີ່ຈິງໃຈທີ່ສຸດຖ້າທ່ານຍັງບໍ່ມີໂອກາດໃຊ້ຄຸນສົມບັດເຫຼົ່ານີ້ແກ່ຜູ້ໃດຈົ່ງ ພິຈາລະນາໃຄ່ຄວນດູເບິ່ງ ປລະຂໍໃຫ້ທ່ານເປັນຄູທີ່ປະກອບດ້ວຍສະຕິປັນຍາຄວາມສຸ ພາບອ່ອນໂຍນແລະຄວາມສຸຂຸມຮອບຄອບ {MH 494.2}ມແ 519.3

    ເພື່ອຈະໃຫ້ຂີ້ເຜີ້ງມີຮອຍປະທັບຂອງກາທີາປະກົດຢູ່ຢ່າງຊັດເຈນ ທ່ານຕ້ອງບໍ່ຮີບ ຮ້ອນໃຊ້ແຮງກົດລົງໄປຢ່າງໄວວາ ທ່ານຕ້ອງຄ່ອຍໆວາງກາຢ່າງລະມັດລະວັງລົງເທິງຂີ້ ເຜີ້ງຫຼອມແລ້ວກົດລົງໄປເບົາໆຢ່າງໝັ້ນຄົງຈົນຂີ້ເຜີ້ງແຂງໂຕຢູ່ໃນແມ່ພິມຂໍໃຫ້ເຮົາ ປະຕິບັດຕໍ່ຈິດວິນຍານຂອງມະນຸດໃນລັກສະນະດຽວກັນແຮງຊັກຈູງຢ່າງຕໍ່ເນື່ອງທີ່ມີ ຢູ່ໃນຊີວິດຂອງຄຣິດສະຕຽນເປັນເຄັດລັບຂອງພະລັງ ແລະທັງໝົດນີ້ຍ່ອມຂຶ້ນຢູ່ກັບ ຄວາມໝັ້ນຄົງບໍ່ປ່ຽນແປງທີ່ທ່ານສະແດງພຣະລັກສະນະຂອງພຣະຄຣິດໃຫ້ປະກົດ ຈົ່ງ ຊ່ວຍຄົນທັງຫຼາຍທີ່ໄດ້ກະທຳຜິດໂດຍການບອກເລົ່າແກ່ຄົນເຫຼົ່ານັ້ນເຖິງປະສົບການຂອງ ທ່ານ ຈົ່ງສະແດງໃຫ້ເຫັນວ່າເມື່ອທ່ານກະທຳຄວາມຜິດຢ່າງຮ້າຍແຮງນັ້ນຄວາມອົດທົນ ຄວາມເມດຕາກະລຸນາແລະຄວາມຊ່ວຍເຫຼືອຂອງເພື່ອນຮ່ວມງານຂອງທ່ານສ້າງກຳລັງ ໃຈແລະຄວາມຫວັງຂຶ້ນມາໃໝ່ແກ່ທ່ານໄດ້ຢ່າງໃດ {MH 494.3}ມແ 519.4

    ຈົນກວ່າຈະດຖິງວັນພິພາກສາທ່ານບໍ່ມີທາງຈະຮູ້ເຖິງຜົນແຫ່ງຄວາມເມດຕາກະ ລຸນາແລະເຫັນອົກເຫັນໃຈຕໍ່ຄົນອື່ນເອົາແນ່ເອົານອນບໍ່ໄດ້ຄົນບໍ່ມີເຫດຜົນແລະຄົນທີ່ບໍ່ມີ ຄຸນຄ່າເມື່ອເຮົາປະສົບກັບຜູ້ທີ່ອະກະຕັນຍູ ແລະຫັກຫຼັງຕໍ່ການເຊື່ອວາງໄວ້ໃຈໃນພຣະເຈົ້າ ເຮົາມັກສະແດງອາການດູຖູກຢຽບຫຍາມຫຼືໂກດເຄືອງ ຊຶ່ງເລື່ອງນີ້ຄົນທີ່ເຮັດຜິດຍ່ອມ ຄາດການແລະຕຽມຮັບຢູ່ແລ້ວແຕ່ຄວາມອົດທົນອົດກັ້ນດ້ວຍຈິດໃຈທີ່ເມດຕາຈະເຮັດ ໃຫ້ຄົນເຫຼົ່ານັ້ນປະຫຼາດໃຈແລະຫຼາຍຄັ້ງຈະປຸກແຮງຈູງໃຈໃນສິ່ງທີ່ດີກວ່າແລະກະຕຸ້ນ ຄວາມຕ້ອງການໃຊ້ຊີວິດໃຫ້ສູງສົ່ງຍິ່ງຂຶ້ນຂອງຄົນເຫຼົ່ານັ້ນ {MH 495.1}ມແ 520.1

    “ພີ່ນ້ອງທັງຫຼາຍ ຖ້າຜູ້ໃດຖືກຄອບງຳຢູ່ໃນຄວາມຜິດບາບທ່ານຊຶ່ງຢູ່ຝ່າຍພະວິນ ຍານຈົ່ງຊ່ວຍຜູ້ນັ້ນດ້ວຍໃຈອ່ອນສຸພາບໃຫ້ເຂົາກັບຕັ້ງຕົວໃໝ່ໂດຍຄຶດເຖິງຕົວເອງຢ້ານ ວ່າທ່ານຈະຖືກຊັກຈູງໃຫ້ລົງໄປດ້ວຍ ຈົ່ງຊ່ວຍຮັບພາລະຂອງກັນແລະກັນ ທ່ານຈຶ່ງຈະ ໄດ້ປະຕິບັດຕາມພຣະບັນຍັດຂອງພຣະຄຣິດ” ກາລະເທຍ 6:1, 2 (TKJV) {MH 495.2}ມແ 520.2

    ຄົນທັງຫຼາຍທີ່ສະແດງຕົນວ່າເປັນບຸດຂອງພຣະເຈົ້າຄວນຈົດຈຳໄວ້ໃນໃຈວ່າ ໃນ ຖານະທີ່ເປັນຜູ້ເຜີຍແຜ່ສາສະໜາ ພວກເຂົາຈະຕ້ອງຕິດຕໍ່ກ່ຽວຂ້ອງກັບຄົນທີ່ມີຄວາມ ຄິດເຫັນໃນທຸກລະດັບ ມີທັງຄົນທີ່ສຸພາບຮຽບຮ້ອຍແລະຄົນທີ່ຫຍາບກະດ້າງ ຄົນທີາຖ່ອມ ຕົນແລະຄົນທີ່ອວດໃຫຍ່ ຄົນທີ່ເຄັ່ງສາສະໜາແລະຄົນທີ່ບໍ່ເຊື່ອ ຄົນທີ່ມີການສຶກສາ ແລະຄົນທີ່ຮູ້ເທົ່າບໍ່ເຖິງການ ຄົນຮັ່ງມີແລະຄົນຍາກຈົນ ສະຕິປັນຍາທີ່ແຕກຕ່າງກັນຢ່າງ ນີ້ ຍ່ອມອາດບໍ່ໄດ້ຮັບການປະຕິບັດທີ່ເໜືອນກັນແຕ່ປານນັ້ນ ທຸຫລະດັບຕ່າງກໍຕ້ອງການ ຄວາມເມດຕາກະລຸນາແລະຄວາມເຫັນອົກເຫັນໃຈຢ່າງດຽວກັນ ດ້ວຍການຕິດຕໍ່ຊຶ່ງກັນ ແລະກັນ ຈິດໃຈຂອງເຮົາຄວນຈະໄດ້ຮັບການຜັດສີແລະການກັ່ນກອງເຮົາທັງຫຼາຍຕ່າງ ຕ້ອງເພີ່ງພາອາໄສຊຶ່ງກັນແລະກັນແລະມີຄວາມຜູກພັນໃກ້ຊິດກັນດ້ວຍສາຍໃຍແຫ່ງ ຄວາມເປັນພີ່ນ້ອງມະນຸດຮ່ວມກັນມແ 520.3

    “ພຣະເຈົ້າຊົງສ້າງເຮົາທັງຫຼາຍໃຫ້ໄດ້ເພິ່ງພາກັນ
    ນາຍຫຼືບ່າວຫຼືມິດສະຫາຍ
    ຕ່າງກໍຕ້ອງອາໄສຄວາມຊ່ວຍເຫຼືອ
    ກະທັ້ງຄວາມອ່ອນແອຂອງຄົນໆໜຶ່ງ
    ຈະໄດ້ຈະເລີນຂຶ້ນຈົນກາຍເປັນກຳລັງຂອງທຸກໆຄົນ”
    ມແ 521.1

    {MH 495.3}ມແ 521.2

    ຄຣິສຕະສາສະໜາເຜີຍແຜ່ສູ່ຊາວໂລກໄດ້ກໍໂດຍອາໄສຄວາມສຳພັນທາງສັງຄົມ ຊາຍຍິງທຸກຄົນ ທີ່ໄດ້ຮັບແສງສະຫວ່າງຈາກພຣະເຈົ້າ ຈະຕ້ອງສາຍແສງນັ້ນໄປໃນຫົນ ທາງທີ່ມືດມິດຂອງຜູ້ທີ່ຍັງບໍ່ຄຸ້ນເຄີຍກັບຫົນທາງແຫ່ງຄວາມລອດແຮງຂັບເຄື່ອນທີ່ມີຢູ່ ໃນສັງຄົມຫາກຊຳລະລ້າງໃຫ້ບໍລິສຸດໂດຍພຣະວິນຍານຂອງພຣະຄຣິດຕ້ອງຖືກພັດທະນາ ໃຫ້ສາມາດນຳຈິດວິນຍານທັງຫຼາຍມາຫາພຣະຜູ້ຊ່ວຍໃຫ້ລອດ ເຮົາຕ້ອງບໍ່ເກັບເຊື່ອງ ພຣະຄຣິດໄວ້ໃນຈິດໃຈຂອງເຮົາ ຄືກັບວ່າເປັນຊັບສົມບັດທີ່ເຊື່ອງໄວ້ຢ່າງເຫັນແກ່ຕົວ ເປັນສິ່ງສັກສິດອັນມີຄ່າເພື່ອໃຫ້ຜູ້ເປັນເຈົ້າຂອງຊື່ນຊົມພຽງຜູ້ດຽວເຮົາຈະຕ້ອງມີພຣະ ຄຣິດສະຖິດຢູ່ໃນຈິດໃຈຂອງເຮົາ ເໝືອນດັ່ງບໍ່ນໍ້າພຸທີ່ພຸ່ງຂຶ້ນສູ່ຊີວິດນິລັນ ສ້າງຄວາມ ຊຸ່ມຊື່ນແກ່ຄົນທັງຫຼາຍທີ່ຕິດຕໍ່ກ່ຽວຂ້ອງກັບເຮົາ {MH 496.1}ມແ 521.3

    *****