Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຊີວິດທີ່ເປີດກວ້າງສູ່ໂລກພາຍນອກ

    ບໍ່ມີສິ່ງໃດທີ່ຈະກະຕຸ້ນໃຫ້ເກີດຄວາມປາຖະໜາທີ່ຈະຍອມເສຍສະຫຼະຄວາມສຸກ ສ່ວນຕົວແລະຊ່ວຍເສີມອຸປະນິດໄສໃຫ້ມີຄວາມເຂັ້ມແຂງຫຼາຍຍິ່ງໄປກວ່າການທີ່ໄດ້ມີ ສ່ວນຮ່ວມໃນການເຮັດວຽກເພື່ອຜູ້ອື່ນ ຫຼາຍຄົນທີ່ສະແດງຕົນວ່າເປັນຄຣິດສະຕຽນໄດ້ ເຂົ້າມາມີສ່ວນກ່ຽວຂ້ອງສໍາພັນກັບຄຣິສຕະຈັກໂດຍຄິດເຖິງແຕ່ຕົວເອງເທົ່ານັ້ນ ພວກ ເຂົາຫວັງທີ່ຈະໄດ້ຮັບຄວາມສະໜຸກສະໜານກັບການຄົບຄ້າສະມາຄົມກັນໃນໂບດ ແລະ ໄດ້ຮັບການດູແລຈາກສະມາຊິກ ພວກເຂົາເປັນສະມາຊິກຂອງໂບດທີ່ໂອ່ອ່າແລະລໍ້າລວຍ ແລະເກືອບຈະບໍ່ມີຄວາມເຕັມໃຈທີ່ຈະເຮັດປະໂຫຍດເພື່ອຜູ້ອື່ນ ດ້ວຍການກະທໍາເຊັ່ນນີ້ ພວກເຂົາຈຶ່ງໄດ້ສູນເສຍພຣະພອນອັນລໍ້າຄ່າທີ່ສຸດໄປຈາກຕົນເອງ ທັ້ງທີ່ຫຼາຍຄົນໜ້າຈະ ໄດ້ຮັບຜົນປະໂຫຍດໄດ້ຢ່າງຫຼວງຫຼາຍຖ້າພວກເຂົາຈະຍອມເສຍສະຫຼະ ຊຶ່ງຄວາມເພີດ ເພີນແລະຄວາມສຸກສະບາຍຈາກການທີ່ໄດ້ພົບປະສ້າງສັນກັນ ພວກເຂົາຈໍາເປັນຈະຕ້ອງ ຍ້າຍໄປຍັງສະຖານທີ່ໆພວກເຂົາຈະໄດ້ນໍາເອົາກໍາລັງຄວາມສາມາດອອກມາໃຊ້ໃນກິດ ຈະການງານຂອງຄຣິດສະຕຽນແລະສາມາດທີ່ຈະຝຶກຝົນຮຽນຮູ້ທີ່ຈະມີຄວາມຮັບຜິດ ຊອບ {HM 151.3}ມແ 136.2

    ຕົ້ນໄມ້ທີ່ຂຶ້ນບຽດສຽດກັນແນ່ນອນບໍ່ອາດທີ່ຈະເຕີບໂຕໄດ້ຢ່າງໝັ້ນຄົງແລະແຂງ ແຮງ ຄົນເຮັດສວນຈຶ່ງຕ້ອງຍ້າຍຕົ້ນໄມ້ເຫຼົ່ານັ້ນອອກໄປປູກຢູ່ບ່ອນອື່ນ ເພື່ອໃຫ້ຕົ້ນໄມ້ ມີ ທີ່ຫວ່າງເຫຼືອພໍທີ່ຈະຈະເລີນງອກງາມໄດ້ ການດໍາເນີນງານໃນລັກສະນະດຽວກັນຍ່ອມ ຈະສົ່ງຜົນດີຕໍ່ບັນດາສະມາຊິກຈໍານວນຫຼາຍຂອງໂບດໃຫຍ່ໆ ພວກເຂົາຈໍາເປັນຈະຕ້ອງ ຍ້າຍໄປບ່ອນສະຖານທີ່ໆຊຶ່ງພວກເຂົາຈະໄດ້ນໍາເອົາກໍາລັງຄວາມສາມາດຂອງຕົນອອກ ມາໃຊ້ໃນກິດຈະການງານຂອງຄຣິດສະຕຽນ ພວກເຂົາຕ່າງກໍາລັງສູນເສຍຊີວິດຝ່າຍຈິດ ວິນຍານຕ້ອງກາຍເປັນຄົນທີ່ບອບບາງແລະໄຮ້ປະສິດທິພາບ ເພາະໄດ້ຂາດເສຍຊຶ່ງການ ເສຍສະຫຼະຕົນເອງເພື່ອເຮັດວຽກຮັບໃຊ້ຜູ້ອື່ນ ຖ້າມີການໂຍກຍ້າຍພວກເຂົາໄປຍັງໜ້າງານ ຂອງການປະກາດເຜີຍແຜ່ສາສະໜາຈັກບ່ອນແລ້ວພວກເຂົາກໍຈະໄດ້ເຕີບໃຫຍ່ເຂັ້ມ ແຂງແລະເກັ່ງຂຶ້ນໄດ້ ແຕ່ບໍ່ຄວນມີໃຜຈໍາເປັນຕ້ອງລໍໃຫ້ຖືກເອີ້ນໄປໜ້າວຽກທີ່ຢູ່ຫ່າງ ໄກກ່ອນຈະເລີ່ມໃຫ້ການຊ່ວຍ ເຫຼືອແກ່ຜູ້ອື່ນ ປະຕູແຫ່ງການປະຕິບັດຮັບໃຊ້ເປີດລໍໄວ້ ຢູ່ແລ້ວໃນທົ່ວທຸກຫົນແຫ່ງ ຮອບໆຕົວເຮົາຕ່າງມີຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຈາກເຮົາ ຍິງໝ້າຍ ເດັກກໍາພ້າ ຄົນປ່ວຍເຈັບແລະຄົນທີ່ກໍາລັງຈະຕາຍຄົນທີ່ມີຄວາມທຸກໂສກ ຄົນທີ່ທໍ້ຖອຍສິ້ນຫວັງ ຄົນທີ່ຂາດຄວາມຮູ້ແລະຄົນທີ່ຖືກສັງຄົມລັງກຽດທີ່ມີຢູ່ໃນທົ່ວ ທຸກຫົນແຫ່ງ {HM 152.2}ມແ 137.1

    ເຮົາຄວນຈະຮູ້ສຶກວ່າເປັນໜ້າທີ່ພິເສດທີ່ເຮົາຈະເຮັດວຽກເພື່ອຜູ້ອື່ນທີ່ອາໄສຢູ່ໃນ ແຖບດຽວກັນກັບເຮົາ ຂໍໃຫ້ເຮົາສຶກສາວ່າເຮົາຈະໃຫ້ການຊ່ວຍເຫຼືອທີ່ດີທີ່ສຸດຕໍ່ບັນດາ ຜູ້ທີ່ບໍ່ໄດ້ໃສ່ໃຈໃນເລື່ອງຂອງສາສະໜາໄດ້ຢ່າງໃດ ເມື່ອທ່ານໄປຢ້ຽມຢາມມິດສະຫາຍ ແລະເພື່ອນບ້ານຂອງທ່ານ ຈົ່ງສະແດງຄວາມສົນໃຈທັງໃນເລື່ອງຝ່າຍຈິດວິນຍານລວມ ທັງຄວາມເປັນຢູ່ໃນຊີວິດ ຈົ່ງເວົ້າກັບເຂົາເຖິງເລື່ອງຂອງພຣະຄຣິດໃຫ້ພວກເຂົາຮູ້ວ່າພຣະ ອົງຊົງເປັນພຣະຜູ້ຊ່ວຍໃຫ້ລອດ ຜູ້ຊົງຍົກຄວາມຜິດບາບໃຫ້ແກ່ມະນຸດທັງປວງ ຈົ່ງເຊີນ ເພື່ອນບ້ານມາທີ່ບ້ານຂອງທ່ານ ແລະອ່ານຂໍ້ຄວາມຈາກພຣະຄໍາພີອັນລໍ້າຄ່າແລະຈາກໜັງ ສືອື່ນໆທີ່ອະທິຖານເຖິງຄວາມຈິງໃຫ້ເຂົາຟັງ ເຊີນພວກເຂົາໃຫ້ມາຮ່ວມຮ້ອງເພງແລະ ຮ່ວມອະທິຖານກັບທ່ານ ໃນການສາມັກຄີທໍາກຸ່ມນ້ອຍໆເຊັ່ນນີ້ ອົງພຣະຄຣິດຈະຊົງ ສະຖິດຢູ່ນໍາ ຕາມທີ່ພຣະອົງຊົງສັນຍາໄວ້ແລະຈິດໃຈຍ່ອມຈະໄດ້ຮັບການສໍາຜັດດ້ວຍ ພຣະຄຸນຂອງພຣະອົງ {HM 152.3}ມແ 137.2

    ສະມາຊິກຂອງຄຣິສຕະຈັກຄວນຈະຝຶກຝົນຕົນເອງໃຫ້ສາມາດປະຕິບັດງານນີ້ໄດ້ ເລື່ອງນີ້ມີຄວາມສໍາຄັນຫຼາຍເທົ່າໆກັບການຊ່ວຍເຫຼືອຈິດວິນຍານທີ່ຕົກຢູ່ໃນຄວາມມືດ ໃນຕ່າງແດນໃຫ້ໄດ້ຮັບຄວາມລອດ ຂະນະທີ່ບາງຄົນຮູ້ສຶກເຖິງພາລະທີ່ມີຕໍ່ຈິດວິນຍານ ທີ່ຢູ່ໃນດິນແດນໄກຂໍໃຫ້ອີກຫຼາຍໆຄົນທີ່ຢູ່ໃນປະເທດຂອງຕົນຮູ້ສຶກເຖິງພາລະທີ່ມີຕໍ່ຈິດ ວິນຍານອັນມີຄ່າທີ່ຢູ່ອ້ອມຮອບຕົວພວກເຂົາ ແລະປະຕິບັດງານດ້ວຍຄວາມຂະຫຍັນ ເຊັ່ນດຽວກັນເພື່ອຄວາມລອດຂອງເຂົາເຫຼົ່ານັ້ນ {HM 152.4}ມແ 138.1

    ຫຼາຍຄົນເສຍໃຈທີ່ພວກເຂົາມີຊີວິດຢູ່ໃນວົງສັງຄົມທີ່ແຄບໆ ທີ່ຈິງແລ້ວພວກ ເຂົາສາມາດທີ່ຈະເຮັດໃຫ້ຊີວິດຂອງພວກເຂົາເອງເປີດກວ້າງອອກສູ່ໂລກພາຍນອກແລະ ມີອິດທິພົນທີ່ຈະຊັກຈູງຈິດໃຈຂອງຜູ້ອື່ນໄດ້ ຫາກພຽງແຕ່ເຂົາຕ້ອງການຈະເຮັດ ຜູ້ທີ່ ຮັກພຣະເຢຊູດ້ວຍສິ້ນສຸດໃຈ ສິ້ນສຸດຄວາມຄິດແລະຈິດວິນຍານແລະຮັກເພື່ອນບ້ານ ເໝືອນຮັກຕົນເອງຍ່ອມຈະມີພື້ນທີ່ງານອັນກວ້າງໃຫຍ່ໃຫ້ໄດ້ໃຊ້ຄວາມສາມາດແລະອິດ ທິພົນຂອງພວກເຂົາສະເໝີ {HM 153.1}ມແ 138.2

    Larger font
    Smaller font
    Copy
    Print
    Contents