Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 17 ວິທີການບໍາບັດຮັກສາໂຣກ

    ໂລກໄພຈະບໍ່ມີທາງເກີດຂຶ້ນເອງໂດຍປາສະຈາກສາເຫດ ການເພີກເສີຍລະເລີຍບໍ່ປະຕິ ບັດຕາມກົດເກນໃນດ້ານສຸຂະພາບຍ່ອມຈະເປັນການເປີດທາງນໍາໄປສູ່ຄວາມເຈັບປ່ວຍ ຫຼາຍຄົນຕ້ອງທົນທຸກທໍລະມານອັນເປັນຜົນສືບເນື່ອງມາຈາກການທີ່ບິດາມານດາ ຂອງເຂົາໄດ້ລ່ວງລະເມີດຕໍ່ບົດບັນຍັດຂອງພຣະເຈົ້າ ແມ່ນວ່າພວກເຂົາຈະບໍ່ຕ້ອງເປັນຜູ້ ຮັບຜິດຊອບຕໍ່ສິ່ງທີ່ບິດາມານດາໄດ້ເຮັດໄວ້ ແຕ່ເຖິງຢ່າງນັ້ນພວກເຂົາຍັງຄົງມີໜ້າທີ່ຕ້ອງ ຄົ້ນຫາວ່າອັນໃດເປັນສິ່ງທີ່ຈະລ່ວງລະເມີດແລະອັນໃດທີ່ຈະມີຜົນໃນການລ່ວງລະເມີດ ຕໍ່ກົດເກນໃນດ້ານສຸຂະພາບ ພວກເຂົາຄວນຈະຫຼີກລ້ຽງອຸປະນິດໄສທີ່ຜິດໆຂອງບິດາ ມານດາ ແລະໂດຍການດໍາເນີນຊີວິດທີ່ຖືກຕ້ອງ ຮັກສາສຸຂະພາບ ຮ່າງກາຍແລະຈິດໃຈ ຂອງພວກເຂົາໃຫ້ຢູ່ໃນສະພາບທີ່ດີກວ່າ {MH 234.1}ມແ 233.1

    ຢ່າງໃດກໍຕາມ ຄົນສ່ວນໃຫຍ່ຕ້ອງເຈັບປ່ວຍເພາະການດໍາເນີນຊີວິດໃນທາງທີ່ ຜິດຂອງຕົນເອງ ພວກເຂົາເພີກເສີຍລະເລີຍຕໍ່ກົດເກນຂອງສຸຂະພາບດ້ວຍນິດໄສທີ່ຜິດໆ ໃນການກິນ ການດື່ມ ການແຕ່ງກາຍແລະການເຮັດວຽກ ການລ່ວງລະເມີດກົດແຫ່ງທໍາ ມະຊາດຂອງພວກເຂົາເຮັດໃຫ້ເກີດຜົນຢ່າງທີ່ບໍ່ໜ້າສົງໄສຕາມມາແລະເມື່ອຄວາມເຈັບ ປ່ວຍໄດ້ມາຮອດ ຫຼາຍຄົນບໍ່ໄດ້ຄິດເຖິງສາເຫດທີ່ແທ້ຈິງຂອງຄວາມເຈັບປ່ວຍຂອງຕົນ ແຕ່ກັບຈົ່ມຕໍ່ວ່າພຣະເຈົ້າຈາກການທີ່ຕ້ອງເຈັບປ່ວຍ ແຕ່ພຣະເຈົ້າຊົງມີສ່ວນຮັບຜິດຊອບ ຕໍ່ຄວາມເຈັບປ່ວຍອັນເກີດຈາກການລະເລີຍກົດແຫ່ງທໍາມະຊາດນັ້ນ {MH 234.2}ມແ 233.2

    ພຣະເຈົ້າປະທານພະລັງສໍາຄັນຈໍານວນໜຶ່ງໄວ້ໃນຕົວເຮົາ ພຣະອົງຍັງຊົງສ້າງເຮົາ ໃຫ້ມີອະໄວຍະວະຫຼາຍຢ່າງທີ່ເໝາະສົມເພື່ອຄອຍຄວບຄຸມຮັກສາກິດຈະການຕ່າງໆຂອງ ຮ່າງກາຍໃນການດໍາລົງຊີວິດ ແລະພຣະອົງຊົງກໍານົດໃຫ້ອະໄວຍະວະເຫຼົ່ານີ້ທໍາງານຮ່ວມ ກັນຢ່າງສອດຄ່ອງກັນ ຖ້າເຮົາຮູ້ຈັກໃສ່ໃຈຖະໜອມພະລັງຊີວິດນີ້ໄວ້ແລະຄອຍຄວບ ຄຸມຮັກສາກົນໄກການເຮັດວຽກອັນລະອຽດອ່ອນຂອງຮ່າງກາຍໃຫ້ຢູ່ໃນລະບົບລະ ບຽບແລ້ວ ຜົນທີ່ໄດ້ກໍຄືສຸຂະພາບທີ່ດີ ແຕ່ຖ້າພະລັງສໍາຄັນນີ້ຖືກໃຊ້ໝົດຢ່າງໄວວາເກີນ ໄປລະບົບປະສາດຈຶ່ງຕ້ອງດຶງພະລັງງານມາໃຊ້ໃນຂະນະນັ້ນຈາກແຫຼ່ງອື່ນໆ ແລະເມື່ອ ອະໄວຍະວະໃດເສຍຫາຍໄປ ອະໄວຍະວະທຸກສ່ວນກໍຈະໄດ້ຮັບຜົນກະທົບຕາມໄປນໍາ ໂດຍທໍາມະຊາດ ຮ່າງກາຍມີຄວາມທົນທານຕໍ່ການຖືກໃຊ້ໃນທາງທີ່ຜິດຈົນເກີນຂອບ ເຂດໂດຍບໍ່ສະແດງອາການໂຕ້ຕອບຢ່າງເດັ່ນຊັດ ຜົນສຸດທ້າຍ ຮ່າງກາຍກໍຈະຖືກກະຕຸ້ນ ແລະໃຊ້ຄວາມພະຍາຍາມຢ່າງເຕັມທີ່ເພື່ອຂະຈັດຜົນທີ່ເກີດຈາກການກະທໍາທີ່ເກີນຂອບ ເຂດທີ່ຕົນເອງໄດ້ຮັບ ການທີ່ຮ່າງກາຍພະຍາຍາມແກ້ໄຂສະພາວະເຊັ່ນນີ້ ຈຶ່ງມັກປະກົດ ໃຫ້ເຫັນໃນຮູບຂອງການເປັນໄຂ້ ຕົວຮ້ອນແລະຄວາມເຈັບປວດບໍ່ສະບາຍໃນຮູບລັກ ສະນະຕ່າງໆ {MH 234.3}ມແ 234.1