Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 14 ພາລະກິດຕໍ່ຜູ້ທີ່ຮັ່ງມີ

    ໂຄຣເນລິອັດ ນາຍຮ້ອຍຊາວໂຣມັນເປັນນາຍທະຫານທີ່ມີຊັບສົມບັດອັນມະຫາ ສານແລະຖືກໍາເນີດໃນຕະກຸນທີ່ສູງສົ່ງ ຖານະຂອງເຂົາຈັດຢູ່ໃນໝູ່ຜູ້ມີກຽດແລະເປັນທີ່ ເຊື່ອຖືຂອງຄົນທົ່ວໄປເປັນຄົນຕ່າງຊາດແຕ່ກໍາເນີດຮ່ວມທັງການອົບຮົມແລະການສຶກສາ ແຕ່ຈາກການຕິດຕໍ່ກ່ຽວຂ້ອງກັບຊາວຢີວ ເຮັດໃຫ້ເຂົາໄດ້ຮັບຄວາມຮູ້ຂອງພຣະເຈົ້າຜູ້ ທ່ຽງແທ້ແລະນະມັດສະການພຣະອົງແລະໄດ້ສະແດງອອກເຖິງຄວາມເຊື່ອທີ່ຈິງໃຈຂອງ ເຂົາໂດຍການໃຫ້ຄວາມເມດຕາກະລຸນາແກ່ຄົນຍາກຈົນ ເຂົາ “ໃຫ້ທານຢ່າງຫຼວງຫຼາຍ ແກ່ປະຊາຊົນແລະອະທິຖານຕໍ່ພຣະເຈົ້າສະເໝີ” ກິດຈະການ 10:2 {MH 209.1}ມແ 205.1

    ໂຄຣເນລິອັດບໍ່ຮູ້ເຖິງຂ່າວປະເສີດຕາມທີ່ປະກົດຢູ່ໃນຊີວິດແລະການສິ້ນພຣະຊົນ ຂອງພຣະຄຣິດ ດັ່ງນັ້ນພຣະເຈົ້າຈຶ່ງປະທານຂ່າວສານຈາກສະຫວັນມາໃຫ້ແກ່ເຂົາໂດຍກົງ ແລະຂ່າວສານອີກທາງໜຶ່ງດົນໃຈໃຫ້ອັກຄະສາວົກເປໂຕໄປຢ້ຽມຢາມແລະໃຫ້ຄໍາ ແນະນໍາສັ່ງສອນແກ່ເຂົາ ໂຄຣເນລິອັດບໍ່ໄດ້ເຂົ້າຮ່ວມກັບຄຣິສຕະຈັກໃດຂອງຊາວຢີວ ແລະພວກອາຈານຮັບບີຕ່າງເຫັນວ່າເຂົາເປັນຄົນນອກສາສະໜາແລະມີມົນທິນ ແຕ່ພຣະ ເຈົ້າຊົງທອດພຣະເນດເຖິງຄວາມຊື່ສັດຂອງຈິດໃຈຂອງເຂົາ ຈຶ່ງຊົງໂປດສົ່ງຜູ້ນໍາຂ່າວຈາກ ພຣະທີ່ນັ່ງຂອງພຣະອົງໃຫ້ມາຮ່ວມກັບຜູ້ຮັບໃຊ້ຂອງພຣະອົງທີ່ຢູ່ໃນແຜ່ນດິນໂລກ ເພື່ອ ຈະສອນຂ່າວປະເສີດໃຫ້ນາຍທະຫານຊາວໂຣມັນຜູ້ນີ້ {MH 209.2}ມແ 205.2

    ທຸກມື້ນີ້ ພຣະເຈົ້າກໍຊົງສະແຫວງຫາຈິດວິນຍານທີ່ຢູ່ໃນເຫຼົ່າຄົນຊັ້ນສູງ ຮ່ວມທັງ ໃນບັນດາຄົນຊັ້ນລຸ່ມດ້ວຍກັນ ມີຫຼາຍຄົນທີ່ມີລັກສະນະຄືກັບໂຄຣເນລິອັດຊຶ່ງພຣະເຈົ້າ ຊົງປາຖະໜາທີ່ຈະໃຫ້ເຂົາໄດ້ມາເຂົ້າຮ່ວມຢູ່ໃນຄຣິສຕະຈັກຂອງພຣະອົງ ຄົນເຫຼົ່ານີ້ມີ ຄວາມເຫັນອົກເຫັນໃຈໃນປະຊາກອນຂອງອົງພຣະຜູ້ເປັນເຈົ້າ ແຕ່ພັນທະທາງໂລກໄດ້ ດຶງພວກເຂົາໄວ້ຢ່າງແໜ້ນໜຽວ ຄົນເຫຼົ່ານີ້ຕ່າງຕ້ອງການກໍາລັງດ້ານສິນທໍາໃນການກະຕຸ້ນ ໃຫ້ດໍາເນີນຕາມຄວາມຕັ້ງໃຈຂອງເຂົາທັງຫຼາຍໃນການຊ່ວຍເຫຼືອຄົນຍາກຈົນ ຈິດວິນ ຍານຂອງຄົນເຫຼົ່ານີ້ຄວນໄດ້ຮັບການສະໜັບສະໜູນການປົກປ້ອງຢ່າງພິເສດຈາກໄພອັນ ຕະລາຍທີ່ເກາະຕິດມາກັບໜ້າທີ່ຮັບຜິດຊອບແລະແວດວົງສັງຄົມໃນທາງໂລກຂອງເຂົາ {MH 209.3}ມແ 206.1

    ໄດ້ມີການໂອ້ລົມກັນເປັນຢ່າງຫຼາຍໄປແລ້ວເຖິງໜ້າທີ່ທີ່ມີຕໍ່ຄົນຍາກຈົນທີ່ບໍ່ມີໃຜ ຫຼຽວແລ ແລ້ວເຮົາບໍ່ຄວນຈະເອົາໃຈໃສ່ຕໍ່ຄົນຮັ່ງມີທີ່ຖືກປ່ອຍປະລະເລີຍແດ່ບໍ່ ຫຼາຍຄົນ ເບິ່ງວ່າຄົນກຸ່ມນີ້ເປັນຄົນສິ້ນຫວັງແລ້ວ ດັ່ງນັ້ນພວກເຂົາຈິ່ງບໍ່ພະຍາຍາມທີ່ຈະເປີດຕາໃຈ ຂອງຄົນຮັ່ງມີເຫຼົ່ານີ້ທີ່ມືດບອດແລະມົວໄປກັບຄວາມຮຸ່ງເຮືອງໃນທາງໂລກຈົນໄດ້ເບິ່ງ ຂ້າມຊີວິດນິລັນໄປຈາກການຄາດຫວັງຂອງພວກເຂົາ ຄົນຮັ່ງມີຢ່າງຫຼວງຫຼາຍຈຶ່ງຕາຍໄປ ໂດຍທີ່ບໍ່ໄດ້ຮັບຄໍາເຕືອນ ແມ່ນວ່າອາດຈະເບິ່ງຄືພວກເຂົາຈະບໍ່ສົນໃຈໃຍດີກໍຕາມ ແຕ່ກໍ ມີຫຼາຍຄົນທີ່ແບກຄວາມທຸກຢູ່ພາຍໃນຈິດວິນຍານ ຖ້າເຈົ້າຮັກເງິນ ເຈົ້າກໍບໍ່ຮູ້ຈັກຍາມ ພໍຈັກເທື່ອຖ້າເຈົ້າຢາກຮັ່ງມີເຈົ້າກໍຈະບໍ່ໄດ້ທຸກສິ່ງທີ່ຕ້ອງການຈັກເທື່ອ… “ຄົນທີ່ເວົ້າກັບ ເງິນກັບຄໍາເວົ້າວ່າ ທ່ານເປັນທີ່ວາງໃຈແລະໃຫ້ຄວາມຫວັງຂອງຂ້າ” “ຄົງຕ້ອງສຸດຈະ ລິດຕໍ່ພຣະເຈົ້າເທິງຟ້າ” “ແມ່ນແລ້ວ ບໍ່ມີພີ່ນ້ອງຄົນໃດໄຖ່ພີ່ນ້ອງຂອງຕົນໄດ້ ຫຼືຖະ ຫວາຍຄ່າຊີວິດຂອງເຂົາແດ່ພຣະເຈົ້າ ເພາະຄ່າໄຖ່ຊີວິດຂອງເຂົານັ້ນແພງແລະບໍ່ເຄີຍພໍເລີຍ” ປັນຍາຈານ 5:10; ໂຢບ 31:24, 28; ເພງສັນລະເສີນ 49:7,8 {MH 210.1}ມແ 206.2

    ຄວາມຮັ່ງມີແລະກຽດຕິຍົດທາງໂລກບໍ່ສາມາດຕອບສະໜອງຄວາມຕ້ອງການ ຂອງຈິດວິນຍານ ມີຄົນຮັ່ງມີຢ່າງຫຼວງຫຼາຍປາຖະໜາໄດ້ຮັບຄວາມຫວັງໃນຝ່າຍຈິດວິນ ຍານແລະຄໍາໝັ້ນສັນຍາໃນບາງປະການຈາກພຣະເຈົ້າ ຫຼາຍຄົນຕ້ອງການບາງສິ່ງທີ່ຈະຍຸຕິ ຄວາມຈໍາເຈໃນຊີວິດທີ່ໄຮ້ຈຸດໝາຍຂອງພວກເຂົາ ຫຼາຍຄົນໃນຊີວິດໜ້າທີ່ການງານຕ່າງ ຮູ້ສຶກວ່າມີບາງສິ່ງບາງຢ່າງທີ່ພວກເຂົາຕ້ອງການແຕ່ຍັງຮູ້ສຶກວ່າໄດ້ຮັບປະໂຫຍດແຕ່ພຽງ ເລັກນ້ອຍ ຄໍາສອນທີ່ພວກເຂົາໄດ້ຍິນບໍ່ໄດ້ແຕະຕ້ອງຈິດໃຈຂອງພວກເຂົາເລີຍ ເຮົາຈະບໍ່ ດົນໃຈພວກເຂົາເປັນການສ່ວນຕົວເລີຍບໍ່ {MH 210.2}ມແ 206.3

    ເຮົາຈະພົບຜູ້ຄົນຈໍານວນບໍ່ໜ້ອຍທີ່ຄັ້ງໜຶ່ງເຄີຍລໍ້າລວຍມາກ່ອນ ໃນບັນດາຜູ້ທີ່ ຕົກເປັນທາດຂອງຄວາມປາຖະໜາແລະຄວາມຜິດບາບ ພວກເຂົາມາຈາກຫຼາກຫຼາຍສາ ຂາອາຊີບແລະມີພື້ນຖານຊີວິດທີ່ຕ່າງກັນ ແຕ່ກໍຕ້ອງພ່າຍແພ້ຕໍ່ຄວາມຊົ່ວຮ້າຍດ້ວຍສານ ມົນທິນຂອງໂລກ ບໍ່ວ່າຈະດ້ວຍການດື່ມສຸລາຫຼືຂອງມຶນເມົາ ໂດຍລຸ້ມຫຼົງໃນຕັນຫາລາ ຄະແລະຕົກໄປສູ່ການທົດລອງ ໃນຂະນະທີ່ຜູ້ຫຼົງຜິດເຫຼົ່ານີ້ຕ່າງຕ້ອງການຄວາມສົງສານ ແລະຄວາມຊ່ວຍເຫຼືອ ເຮົາຈະບໍ່ໃສ່ໃຈທີ່ຈະໃຫ້ຄວາມຊ່ວຍເຫຼືອແກ່ຜູ້ທີ່ຍັງບໍ່ໄດ້ຕົກຢູ່ ໃນຫ້ວງເຫວເລິກລະດັບນີ້ ແຕ່ກໍາລັງຈະຍ່າງໄປສູ່ເສັ້ນທາງດຽວກັນນີ້ແນ່ບໍ່ {MH 210.3}ມແ 207.1

    ມີຄົນຫຼວງຫຼາຍທີ່ດໍາລົງຕໍາແໜ່ງໃນໜ້າທີ່ໆມີກຽດແລະເປັນທີ່ເຊື່ອຖືຂອງຄົນ ທົ່ວໄປກໍາລັງປ່ອຍຕົວປ່ອຍໃຈໄປກັບນິດໄສທີ່ຄອຍແຕ່ຈະທໍາລາຍທັງຈິດວິນຍານຂອງ ຮ່າງກາຍ ຜູ້ປະກາດຂ່າວປະເສີດ ເຫຼົ່າຜູ້ນໍາຂອງປະເທດ ນັກປະພັນ ຜູ້ທີ່ຮັ່ງມີແລະມີພອນ ສະຫວັນ ຍັກໃຫຍ່ໃນວົງການທຸກລະກິດ ເຈົ້າຂອງທຸກລະກິດ ຕ່າງຕົກຢູ່ໃນອັນຕະລາຍທີ່ ຮ້າຍແຮງ ເພາະເຂົາຕ່າງເບິ່ງບໍ່ເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງຄອຍຄວບຄຸມຕົວເອງໃນ ທຸກໆສິ່ງ ເຂົາຈໍາຕ້ອງໃຫ້ຄວາມສົນໃຈໃນຫຼັກການທີ່ກ່ຽວກັບການປະມານຕົນ ບໍ່ແມ່ນ ພຽງໃນເຊິງແຄບຫຼືໃນເຊິງຕາມໃຈຕົນເອງ ແຕ່ຕ້ອງເປັນໄປຕາມພຣະປະສົງອັນຍິ່ງໃຫຍ່ ຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ ຖ້າຫາກໄດ້ນໍາຫຼັກການການປະມານຕົນທີ່ແທ້ຈິງເຫຼົ່າ ນີ້ມາສະເໜີໃຫ້ແກ່ພວກເຂົາແລ້ວ ກໍຍ່ອມຈະມີຊົນຊັ້ນສູງຢ່າງຫຼວງຫຼາຍທີ່ເບິ່ງເຫັນເຖິງ ຄຸນຄ່າຂອງຫຼັກການເຫຼົ່ານີ້ແລະຍອມທີ່ຈະເປີດໃຈຮັບເອົາຄວາມຈິງດ້ວຍຄວາມເຕັມໃຈ {MH 211.1}ມແ 207.2

    ເຮົາຄວນສະແດງໃຫ້ຄົນເຫຼົ່ານີ້ເຫັນເຖິງຜົນຮ້າຍຂອງການປ່ອຍຕາມໃຈຕົນເອງທີ່ ບັ່ນທອນກໍາລັງກາຍ ກໍາລັງສະໝອງແລະສິລະທໍາຈາລິຍະທໍາ ຈົ່ງຊ່ວຍພວກເຂົາໄດ້ຄິດ ເຖິງຄວາມຮັບຜິດຊອບຂອງຕົນເອງໃນຖານະຜູ້ທີ່ຕ້ອງຮັກສາຂອງປະທານທີ່ພຣະເຈົ້າ ຊົງມອບໃຫ້ ຈົ່ງສະແດງໃຫ້ພວກເຂົາເຫັນເຖິງປະໂຫຍດທີ່ພວກເຂົາສາມາດເຮັດໃຫ້ເກີດ ຂຶ້ນໄດ້ຢ່າງໃດຈາກການໃຊ້ເງິນທອງທີ່ໃນທຸກມື້ນີ້ພວກເຂົາໄດ້ໃຊ້ຊື້ຫາແຕ່ສິ່ງທີ່ເປັນອັນ ຕະລາຍຕໍ່ຕົວຂອງພວກເຂົາເອງ ຈົ່ງແນະນໍາໃຫ້ພວກເຂົາໃຫ້ໝັ້ນສັນຍາທີ່ຈະລົດລະ ເລິກໃນອະບາຍຍະມຸກຢ່າງເດັດຂາດ ຈົ່ງເຊື້ອເຊີນໃຫ້ພວກເຂົານໍາເງິນທອງທີ່ໃຊ້ໄປຊື້ຫາ ສຸລາ ສິ່ງມຶນເມົາ ຢາສູບຫຼືການຕາມໃຈຕົວເອງໃນສິ່ງທີ່ໄຮ້ປະໂຫຍດໄປອຸທິດເພື່ອຊ່ວຍ ເຫຼືອບັນເທົາທຸກໃຫ້ແກ່ຄົນຍາກຈົນທີ່ເຈັບປ່ວຍຫຼືໃຊ້ໃນການອົບຮົມຝຶກສອນເດັກນ້ອຍ ແລະຄົນໜຸ່ມສາວເພື່ອໃຫ້ເປັນປະໂຫຍດແກ່ໂລກນີ້ ຄໍາເຊື້ອເຊີນເຊັ່ນນີ້ຍ່ອມມີໜ້ອຍ ຄົນທີ່ຈະປະຕິເສດບໍ່ຮັບຟັງ {MH 211.2}ມແ 207.3

    ມີໄພອັນຕະລາຍອີກຢ່າງໜຶ່ງທີ່ໂດຍສະເພາະຄົນຮັ່ງມີມັກຕົກເປັນເປົ້າແລະນີ້ເປັນ ອີກພື້ນຖານຂອງຜູ້ທີ່ເຮັດວຽກໃນການເຜີຍແຜ່ສາສະໜາໃນດ້ານການແພດດ້ວຍເຊັ່ນກັນ ບຸກຄົນຢ່າງຫຼວງຫຼາຍທີ່ລໍ້າລວຍຮັ່ງມີໃນໂລກນີ້ທີ່ບໍ່ຍອມເຮັດຄວາມຜິດບາບໃນຮູບ ແບບທົ່ວໄປ ແຕ່ມັກຈະພາດແລະຍ່າງໄປສູ່ຄວາມພິນາດເພາະຄວາມຮັກໃນຊັບສິນ ເງິນທອງຫຼືໂລບນັ້ນເອງ ຈອກນໍ້າທີ່ຖືໄດ້ຍາກທີ່ສຸດຍ່ອມບໍ່ແມ່ນເປັນຈອກເປົ່າ ແຕ່ເປັນ ຈອກທີ່ເຕັມລົ້ນເຖິງປາກຂອບ ຈອກນໍ້າລັກສະນະນີ້ແຫຼະທີ່ຜູ້ຖືຕ້ອງຊົງຕົວດ້ວຍຄວາມ ລະມັດລະວັງຢ່າງທີ່ສຸດຄວາມທຸກໂສກແລະຄວາມຍາກລໍາບາກນໍາມາຊຶ່ງຄວາມຜິດຫວັງ ແລະຄວາມເສົ້າໂສກ ແຕ່ຄວາມລໍ້າລວຍຮັ່ງມີນັ້ນແຫຼະທີ່ເປັນອັນຕະລາຍຫຼາຍທີ່ສຸດ ຕໍ່ຈິດວິນຍານ {MH 211.3}ມແ 208.1

    ຄົນທັງຫຼາຍທີ່ຕ້ອງທົນທຸກລໍາບາກແບບນີ້ນັ້ນ ກໍປຽບເໝືອນພຸ່ມໄມ້ທີ່ໂມເຊດ ເຫັນໃນຖິ່ນທຸລະກັນດານ ຊຶ່ງເຖິງຈະມີໄຟລຸກສະຫວ່າງ ແຕ່ກໍບໍ່ໄດ້ຖືກໄໝ້ໄປ ເພາະທູດ ຂອງອົງພຣະຜູ້ເປັນເຈົ້າສະຖິດຢູ່ໃນກາງພຸ່ມໄມ້ນັ້ນ ດັ່ງນັ້ນໃນຄວາມຕົກຕໍ່າແລະຄວາມ ທຸກຍາກກໍເປັນເຊັ່ນດຽວກັນ ລາສີການສະຖິດຂອງພຣະເຈົ້າຈະຢູ່ກັບເຮົາເພື່ອຊ່ວຍປອບ ປະໂລມແລະຄໍ້າຈຸນຈິດໃຈຂອງເຮົາໄວ້ ຫຼາຍຄັ້ງເຮົາຈະໄດ້ຮັບການເຊື້ອເຊີນໃຫ້ອະທິ ຖານເພື່ອຜູ້ທີ່ກໍາລັງໄດ້ຮັບຄວາມທຸກທໍລະມານຈາກຄວາມເຈັບປ່ວຍຫຼືຄວາມຍາກລໍາບາກ ແຕ່ຜູ້ທີ່ຕ້ອງການຄໍາອະທິຖານຈາກເຮົາຫຼາຍທີ່ສຸດກັບເປັນຜູ້ທີ່ມີຄວາມຈະເລີນຮຸ່ງ ເຮືອງແລະມີອິດທິພົນນັ້ນເອງ {MH 212.1}ມແ 208.2

    ເມື່ອພາຍໃນຈິດໃຈຂອງມະນຸດມີຄວາມຮູ້ສຶກເຖິງຄວາມອ່ອນນ້ອມຖ່ອມຕົນຮູ້ ສຶກເຖິງຄວາມຕ້ອງການແລະຫວັງເພິ່ງພາໃນພຣະເຈົ້າໃຫ້ເປັນຜູ້ນໍາທາງໃນຊີວິດກໍຈະມີ ຄວາມປອດໄພຫຼາຍກວ່າ ແຕ່ຜູ້ມີຕໍາແໜ່ງອັນສູງສົ່ງແລະຄິດວ່າຕົນເອງນັ້ນມີສະຕິປັນຍາ ທີ່ລໍ້າເລີດ ຄົນເຊັ່ນນີ້ກັບຕົກຢູ່ໃນອັນຕະລາຍທີ່ສຸດ ຄົນເຊັ່ນນີ້ຍ່ອມຈະຕ້ອງປະສົບ ກັບຄວາມພິນາດໂດຍບໍ່ຕ້ອງສົງໃສ ນອກຈາກວ່າເຂົາຈະຍອມຮັບໃນພຣະເຈົ້າໃຫ້ພຣະ ອົງເປັນທີ່ເພິ່ງພາໃນຊີວິດຂອງເຂົາ {MH 212.2}ມແ 209.1

    ພຣະຄໍາພີບໍ່ໄດ້ຕໍານິຄົນທີ່ຮັ່ງມີ ຖ້າເຂົາໄດ້ຊັບນັ້ນມາດ້ວຍຄວາມສຸດຈະລິດ ແຕ່ ການຫຼຸ້ມຫຼົງໃນເງິນທອງເປັນຮາກເຫງົ້າແຫ່ງຄວາມຊົ່ວຮ້າຍ ພຣະເຈົ້າຊົງເປັນຜູ້ປະທານ ກໍາລັງເພື່ອໃຫ້ມະນຸດສາມາດຫາຊັບສິນເງິນທອງມາໄດ້ ແລະຖ້າຜູ້ຮັບໃຊ້ຂອງພຣະເຈົ້າ ຈະໃຊ້ຊັບສິນທີ່ພຣະອົງປະທານໃຫ້ແກ່ເຂົາຢ່າງບໍ່ເຫັນແກ່ຕົວແລ້ວ ຊັບສິນເຫຼົ່ານັ້ນກໍຈະ ກາຍເປັນພຣະພອນໃຫ້ເກີດຄວາມສຸກທັງແກ່ເຈົ້າຂອງແລະຄົນທັງຫຼາຍໃນໂລກ ແຕ່ ຫຼາຍຄົນໄດ້ໝົກໝຸ້ນຢູ່ແຕ່ກັບຊັບສົມບັດໃນທາງໂລກ ພວກເຂົາຈຶ່ງເມີນເສີຍຕໍ່ຂໍ້ກໍານົດ ໃນບົດບັນຍັດຂອງພຣະເຈົ້າແລະບໍ່ສົນໃຈຕໍ່ຄວາມຕ້ອງການຂອງມະນຸດ ພວກເຂົາຖືວ່າ ຊັບສົມບັດຂອງພວກເຂົາເປັນເຄື່ອງປະດັບກຽດຂອງຕົນເອງ ພວກເຂົາເປັນເຈົ້າຂອງ ເຮືອນຊານຫຼາຍຫຼັງ ຄອບຄອງທີ່ດິນຫຼາຍແຫ່ງແລະຈັດຫາສິ່ງຂອງຟຸມເຟືອຍມາປະດັບ ບ້ານຂອງຕົນ ໃນຂະນະທີ່ອ້ອມຮອບຕົວເຂົານັ້ນ ຕ່າງມີເພື່ອນມະນຸດທີ່ໄດ້ຮັບຄວາມ ທຸກຍາກແລະກໍ່ອາສະຍາກໍາ ຄົນເຈັບປ່ວຍລົ້ມຕາຍຢ່າງຫຼວງຫຼາຍ ຜູ້ທີ່ອຸທິດເພື່ອປະຕິ ບັດຮັບໃຊ້ຕົວເອງບໍ່ແມ່ນຜູ້ທີ່ມີຄຸນສົມບັດຂອງພຣະເຈົ້າ ແຕ່ມີຄຸນສົມບັດຂອງຄົນທີ່ຊົ່ວ {MH 212.3}ມແ 209.2

    ຄົນເຫຼົ່ານີ້ຈໍາເປັນທີ່ຈະຕ້ອງຮຽນຮູ້ເຖິງຂ່າວປະເສີດ ພວກເຂົາຈຶ່ງຕ້ອງຫັນເຫ ຄວາມສົນໃຈຈາກສິ່ງທີ່ບໍ່ທ່ຽງທາງໂລກທີ່ເປັນອະນິຈັງ ແລ້ວຫັນໄປເບິ່ງເຖິງຄວາມລໍ້າ ຄ່າຂອງຊັບສົມບັດອັນຖາວອນຍັ້ງຍືນ ພວກເຂົາຕ້ອງຮຽນຮູ້ເຖິງຄວາມສຸກຂອງການ ເປັນຜູ້ໃຫ້ແລະການໄດ້ຮັບພຣະພອນທີ່ໄດ້ເປັນຜູ້ຮ່ວມງານກັບພຣະເຈົ້າ {MH 213.1}ມແ 209.3

    ອົງພຣະຜູ້ເປັນເຈົ້າຊົງມີພຣະດໍາລັດສັ່ງເຮົາທັງຫຼາຍວ່າ “ສໍາລັບຄົນເຫຼົ່ານັ້ນທີ່ຮັ່ງມີ ຝ່າຍໂລກ ຈົ່ງກໍາຊັບເຂົາຢ່າໃຫ້ມີມານະທິຖິ ຫຼືໃຫ້ເຂົາມຸ້ງຫວັງໃນຊັບທີ່ບໍ່ທ່ຽງ ແຕ່ຈົ່ງ ຫວັງໃນພຣະເຈົ້າຜູ້ປະທານທຸກສິ່ງເພື່ອຄວາມສະດວກສະບາຍແກ່ເຮົາ ຈົ່ງຢໍ້າໃຫ້ພວກ ເຂົາເຮັດດີ ໃຫ້ເຮັດດີຫຼາຍໆ ໃຫ້ເອື້ອເຟື້ອເພື່ອແຜ່ແລະບໍ່ເຫັນແກ່ຕົວ ແບບນີ້ຈຶ່ງຈະເປັນ ການວາງຮາກຖານອັນດີໄວ້ສໍາລັບຕົນເອງໃນພາຍໜ້າ ເພື່ອວ່າເຂົາຈະໄດ້ຮັບເອົາຊີວິດ ອັນແທ້ຈິງ” 1 ທິໂມທີ 6:17-19 {MH 213.2}ມແ 209.4

    ການຊັກນໍາຜູ້ທີ່ລໍ້າລວຍແລະຝັກໄຝ່ບູຊາໃນທາງໂລກໃຫ້ເຂົ້າມາຫາພຣະຄຣິດນັ້ນ ບໍ່ແມ່ນຈະເກີດຂຶ້ນໄດ້ໂດຍບັງເອີນຫຼືບໍ່ຈໍາເປັນຕ້ອງອາໃສຄວາມຕັ້ງໃຈໃດໆ ບຸກຄົນ ເຫຼົ່ານີ້ມັກຈະເປັນຜູ້ທີ່ເຂົ້າເຖິງໄດ້ຍາກທີ່ສຸດ ຊາຍຍິງທີ່ມີຈິດໃຈທີ່ເຫຼື້ອມໃສສັດທາໃນ ການປະກາດພຣະສາສະໜາ ຜູ້ທີ່ຈະບໍ່ຍອມທໍ້ຖອຍຫຼືລົ້ມເລີກ ຈະຕ້ອງໃຊ້ຄວາມພຽນ ພະຍາຍາມເປັນການສ່ວນຕົວຈຶ່ງຈະສາມາດຊັກຈູງຄົນເຫຼົ່ານີ້ໃຫ້ເຂົ້າມາຫາພຣະຄຣິດໄດ້ {MH 213.3}ມແ 210.1

    ຄົນບາງຄົນມີຄຸນສົມບັດທີ່ເໝາະສົມເປັນພິເສດທີ່ຈະເຮັດວຽກກັບຄົນຊັ້ນສູງໄດ້ ຄົນເຫຼົ່ານີ້ຄວນຈະສະແຫວງຫາສະຕິປັນຍາຈາກພຣະເຈົ້າເພື່ອທີ່ຈະຮຽນຮູ້ເຖິງວິທີການ ທີ່ຈະສາມາດເຂົ້າເຖິງກຸ່ມບຸກຄົນເຫຼົ່ານີ້ ຊຶ່ງບໍ່ແມ່ນເປັນການເຂົ້າໄປເຮັດຄວາມຮູ້ຈັກກັບ ພວກເຂົາແຕ່ພຽງຜິວເຜີນເທົ່ານັ້ນ ແຕ່ເປັນການໃຊ້ຄວາມພຽນພະຍາຍາມສ່ວນຕົວແລະ ອາໄສຄວາມເຊື່ອອັນມີຊີວິດຈິດໃຈເພື່ອຄອຍກະຕຸ້ນເຕືອນພວກເຂົາໄດ້ຄິດເຖິງຄວາມ ຕ້ອງການຝ່າຍຈິດວິນຍານແລະນໍາພາພວກເຂົາໃຫ້ຮຽນຮູ້ເຖິງຄວາມຈິງຕາມທີ່ມີຢູ່ໃນ ພຣະເຢຊູ {MH 213.4}ມແ 210.2

    ຫຼາຍຄົນຄິດວ່າໃນການທີ່ຈະເຂົ້າເຖິງຄົນຊັ້ນສູງໄດ້ນັ້ນ ພວກເຂົາຕ້ອງນໍາເອົາວິຖີ ຊີວິດແລະວິທີການເຮັດວຽກທີ່ເຂົ້າກັນໄດ້ກັບລົດສະນິຍົມທີ່ພິຖີພິຖັນຂອງຄົນຊັ້ນສູງ ເຫຼົ່ານັ້ນ ພວກເຂົາຄິດວ່າສິ່ງທີ່ສໍາຄັນທີ່ສຸດກໍຄື ການເຮັດຕົວເປັນຄົນລໍ້າລວຍ ມີບ້ານຊ່ອງ ທີ່ຫຼູຫຼາ ໃສ່ເສື້ອຜ້າ ມີເຄື່ອງໃຊ້ສອຍແລະສິ່ງຮອບກາຍທີ່ລ້ວນແລ້ວແຕ່ມີລາຄາແພງພະ ຍາຍາມເຮັດຕົວໃຫ້ເຂົ້າກັບຈາລີດຂອງຝ່າຍໂລກ ເຂົ້າກັບສັງຄົມນິຍົມແບບຈອມປອມ ເຂົ້າກັບຄ່ານິຍົມແລະຄວາມເຊື່ອດັ່ງເດີມແບບເກົ່າໆ ຮ່ວມທັງການໃຊ້ຖ້ອຍຄໍາສໍານວນ ແບບຜູ້ດີ ແຕ່ສິ່ງເຫຼົ່ານີ້ລ້ວນເປັນຄວາມຄິດທີ່ຜິດໆ ການດໍາເນີນການຕາມແບບແຜນ ການຂອງຜູ້ທີ່ມີຢູ່ທາງໂລກນັ້ນບໍ່ແມ່ນວິທີການທີ່ພຣະເຈົ້າຊົງໃຊ້ເພື່ອທີ່ຈະເຂົ້າເຖິງຄົນ ຊັ້ນສູງ ການທີ່ຈະເຂົ້າເຖິງພວກເຂົາໄດ້ຢ່າງສໍາເລັດຜົນນັ້ນກໍຄື ການນໍາສະເໜີຂ່າວປະເສີດ ຂອງພຣະຄຣິດສຢ່າງໝັ້ນຄົງແລະຢ່າງບໍ່ເຫັນແກ່ຕົວ {MH 213.5}ມແ 210.3

    ປະສົບການຂອງອັກຄະສາວົກເປົາໂລໃນການພົບປະກັນ ນັກປະຣັຊະຍາຕ່າງໆ ຂອງເມືອງເອເທນເປັນບົດຮຽນທີ່ດີສໍາລັບເຮົາໃນການປະກາດຂ່າວປະເສີດໜ້າສະພາ ອາເຣໂອປາກັດ ເປົາໂລໂຕ້ແຍ້ງຫຼັກຈິດຕະວິທະຍາກັບຈິດຕະວິທະຍາ ຫຼັກວິທະຍາສາດ ກັບວິທະຍາສາດ ຫຼັກປະຣັຊະຍາກັບປະຣັຊະຍາ ຜູ້ຟັງທີ່ສະຫຼາດທີ່ສຸດພາກັນປະຫຼາດ ໃຈແລະງຽບ ບໍ່ມີຜູ້ໃດຄັດຄ້ານຖ້ອຍຄໍາຂອງເຂົາໄດ້ ແຕ່ຄວາມພະຍາຍາມຂອງເຂົານັ້ນ ໄດ້ຜົນພຽງເລັກນ້ອຍ ມີພຽງບໍ່ພໍເທົ່າໃດຄົນທີ່ຍອມຮັບໃນຂ່າວປະເສີດ ນັບຕັ້ງແຕ່ນັ້ນມາ ເປົາໂລໄດ້ນໍາວິທີການທີ່ແຕກຕ່າງມາໃຊ້ ເຂົາຫຼີກລ້ຽງການໂຕ້ແຍ້ງຫຼາຍຄວາມແລະການ ຖົກຖຽງດ້ວຍວິທີຕ່າງໆ ດ້ວຍຄໍາອະທິບາຍທີ່ງ່າຍໆ ເຂົາຊີ້ໃຫ້ຊາຍຍິງເຫັນວ່າພຣະຄຣິດ ຊົງເປັນພຣະຜູ້ຊ່ວຍໃຫ້ລອດຂອງຄົນບາບ ເປົາໂລໄດ້ຂຽນຈົດໝາຍເລົ່າເຖິງກິດຈະການ ທີ່ເຂົາໄດ້ເຮັດໃຫ້ແກ່ຄຣິສຕະຈັກທີ່ເມືອງໂຄຣິນວ່າ {MH 214.1}ມແ 211.1

    “ເບິ່ງກ່ອນພີ່ນ້ອງທັງຫຼາຍ ເມື່ອຂ້າພະເຈົ້າມາຫາທ່ານ ຂ້າພະເຈົ້າບໍ່ໄດ້ມາເພື່ອປະ ກາດສັກຂີພະຍານຂອງພະເຈົ້າແກ່ທ່ານທັງຫຼາຍ ດ້ວຍຖ້ອຍຄໍາອັນມ່ວນຫຼືດ້ວຍສະຕິ ປັນຍາ ເພາະຂ້າພະເຈົ້າຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ສຶກເລື່ອງໃດໆ ໃນໝູ່ພວກທ່ານເລີຍ ເວັ້ນແຕ່ເລື່ອງຂອງພຣະເຢຊູຄຣິດແລະການທີ່ພຣະອົງຊົງຖືກຕຣຶງທີ່ໄມ້ກາງ ແຂນ…ຄໍາເວົ້າແລະຄໍາເທສະໜາຂອງຂ້າພະເຈົ້າບໍ່ແມ່ນຄໍາທີ່ກ່ອມດ້ວຍສະຕິປັນຍາ ແຕ່ ເປັນຄໍາຊຶ່ງໄດ້ສະແດງພຣະວິນຍານແລະພຣະເດຊານຸພາບ ເພື່ອຄວາມເຊື່ອຂອງທ່ານຈະ ບໍ່ໄດ້ອາໄສສະຕິປັນຍາຂອງມະນຸດແຕ່ອາໄສລິດເດດຂອງພຣະເຈົ້າ” 1 ໂກຣິນໂທ 2:1-5 {MH 214.2}ມແ 211.2

    ອີກເທື່ອໜຶ່ງ ໃນຈົດໝາຍທີ່ທ່ານຂຽນເຖິງຄຣິສຕະຈັກທີ່ເມືອງໂຣມ ທ່ານໄດ້ ກ່າວວ່າ {MH 215.1}ມແ 211.3

    “ຂ້າພະເຈົ້າບໍ່ມີຄວາມລະອາຍໃນເລື່ອງຂ່າວປະເສີດ ເພາະວ່າຂ່າວປະເສີດນັ້ນ ເປັນລິດເດດຂອງພຣະເຈົ້າ ເພື່ອໃຫ້ທຸກຄົນທີ່ເຊື່ອໄດ້ຮັບຄວາມລອດ ພວກຢີວກ່ອນ ແລ້ວພວກຕ່າງຊາດນໍາ” ໂຣມ 1:16 {MH 215.2}ມແ 211.4

    ຂໍໃຫ້ຜູ້ທີ່ເຮັດວຽກກັບຄົນຊັ້ນສູງວາງຕົວໃຫ້ເປັນທີ່ເຄົາລົບນັບຖືແລະຈື່ໄວ້ວ່າ ທູດສະຫວັນຈະເປັນເພື່ອນຮ່ວມງານຂອງເຂົາ ຂໍໃຫ້ເຂົາໄດ້ຈື່ບົດບັນທຶກທີ່ວ່າ “ພຣະຄໍາ ພີມີຄໍາຂຽນໄວ້ວ່າ” ລົງໃນຄັງສະໝອງແລະຈິດໃຈ ແລະເກັບພຣະດໍາລັດອັນປະເສີດ ຂອງພຣະຄຣິດນີ້ໄວ້ໃນຄວາມຊົງຈໍາ ເຂົາຈະຕ້ອງຖືວ່າພຣະດໍາລັດຂອງພຣະອົງນັ້ນມີຄ່າ ຍິ່ງກວ່າຄໍາແລະເງິນ {MH 215.3}ມແ 211.5

    ພຣະຄຣິດກ່າວວ່າການທີ່ໂຕອູດຈະລອດຮູເຂັມນັ້ນກໍງ່າຍຍິ່ງກວ່າການທີ່ຄົນຮັ່ງມີ ຈະໄດ້ເຂົ້າໃນແຜ່ນດິນຂອງພຣະເຈົ້າ ຜູ້ທີ່ເຮັດວຽກປະກາດສາສະໜາແກ່ກຸ່ມຂອງຄົນຮັ່ງ ມີຍ່ອມຈະໄດ້ຮັບຄວາມຜິດຫວັງແລະຄວາມເສຍໃຈຢູ່ຫຼາຍ ແຕ່ທຸກສິ່ງຍ່ອມເປັນໄປ ໄດ້ສໍາລັບພຣະເຈົ້າ ພຣະອົງຊົງສາມາດແລະຈະຊົງປະກອບກິດໂດຍອາໄສມະນຸດຊຶ່ງ ເປັນພາຊະນະຂອງພຣະອົງເພື່ອຊັກຈູງພວກທີ່ມີໃຈຮັກເງິນຮັກຄໍາໃຫ້ມາຫາພຣະອົງ {MH 215.4}ມແ 212.1

    ມີການອັດສະຈັນທີ່ພຣະອົງຈະຊົງເຮັດໃຫ້ບັງເກີດຂຶ້ນໃນການກັບໃຈໃໝ່ຢ່າງ ແທ້ຈິງອັນເປັນການອັດສະຈັນທີ່ເຮົາຍັງເບິ່ງບໍ່ເຫັນໃນເວລານີ້ພຣະເຈົ້າຊົງມີລິດອໍານາດທີ່ ຈະເຮັດການອັດສະຈັນໃນການຊັກຈູງແມ່ນກະທັ້ງຜູ້ທີ່ມີອໍານາດຍິ່ງໃຫຍ່ທີ່ສຸດໃນໂລກ ໃຫ້ມາຫາພຣະອົງໄດ້ ຫາກຜູ້ທີ່ເຮັດວຽກຮ່ວມກັບພຣະອົງຈະພະຍາຍາມເຮັດໜ້າທີ່ຂອງ ເຂົາດ້ວຍຄວາມຊື່ສັດແລະກ້າຫານ ພຣະເຈົ້າຈະຊົງໂປດໃຫ້ຜູ້ທີ່ມີສະຕິປັນຍາແລະຜູ້ທີ່ ຊົງອິດທິພົນ ຮ່ວມທັງຜູ້ທີ່ມີຄວາມຮັບຜິດຊອບໃນຕໍາແໜ່ງໜ້າທີ່ໆສໍາຄັນໃຫ້ໄດ້ກັບໃຈ ເສຍໃໝ່ ໂດຍອາໄສລິດເດດຂອງພຣະວິນຍານບໍລິສຸດ ຫຼາຍຄົນໄດ້ຮັບການຊັກຈູງໃຫ້ ຍອມຮັບຫຼັກການຂອງ ພຣະເຈົ້າ {MH 216.1}ມແ 212.2

    ເມື່ອຄົນເຫຼົ່ານັ້ນໄດ້ເຂົ້າໃຈຢ່າງແຈ່ມແຈ້ງວ່າອົງພຣະຜູ້ເປັນເຈົ້າຊົງມຸ້ງຫວັງໃຫ້ ພວກເຂົາໄດ້ເປັນຜູ້ແທນຂອງພຣະອົງ ໃນການທີ່ຈະຊ່ວຍປົດປ່ອຍຄວາມທຸກຍາກຂອງ ມະນຸດທັງຫຼາຍ ຫຼາຍຄົນຈະຂານຮັບແລະຖະຫວາຍປັດໃຈຂອງພວກເຂົາຮ່ວມທັງ ຄວາມເຫັນອົກເຫັນໃຈເພື່ອຊ່ວຍເຫຼືອຄົນຍາກຈົນ ເມື່ອຈິດໃຈຂອງພວກເຂົາບໍ່ໄດ້ຄິດ ເຖິງແຕ່ຜົນປະໂຫຍດທີ່ເຫັນແກ່ຕົວຂອງຕົນເອງຫຼາຍຄົນກໍຈະຍອມມອບຖະຫວາຍຕົວ ເອງເພື່ອພຣະຄຣິດ ດ້ວຍອິດທິພົນຄວາມສາມາດແລະປັດໃຈ ພວກເຂົາຈະຈັບມືດ້ວຍ ຄວາມຍິນດີກັບຜູ້ປະກາດສາສະໜາຜູ້ຖ່ອມຕົນທີ່ເປັນຜູ້ນໍາພວກເຂົາມາກັບໃຈນັ້ນຮ່ວມ ເຮັດວຽກເກື້ອກຸນແກ່ສັງຄົມ ໂດຍການໃຊ້ຊັບສົມບັດທາງໂລກຂອງເຂົາຢ່າງຖືກຕ້ອງ ພວກເຂົາຈະສະສົມຊົບສົມບັດໄວ້ສໍາລັບຕົນເອງ “ໃນສະຫວັນຊຶ່ງບໍ່ຮູ້ໝົດສິ້ນ ທີ່ຂີ້ລັກ ບໍ່ໄດ້ເຂົ້າມາໃກ້ ແລະທີ່ແມງໄມ້ບໍ່ໄດ້ທໍາລາຍ” ລູກາ 12:33 {MH 216.2}ມແ 212.3

    ເມື່ອໄດ້ກັບໃຈໃໝ່ມາເຊື່ອໃນພຣະຄຣິດແລ້ວ ຫຼາຍຄົນຈະໄດ້ເປັນຜູ້ແທນທີ່ຢູ່ ພາຍໃຕ້ພຣະຫັດຂອງພຣະເຈົ້າໃນການຊັກຈູງຄົນອື່ນໆ ທີ່ເປັນຄົນໃນຊົນຊັ້ນດຽວກັນ ກັບເຂົາໃຫ້ມາຫາພຣະອົງ ພວກເຂົາຈະໄດ້ຮູ້ສຶກວ່າໄດ້ຮັບມອບໜ້າທີ່ການປະກາດຂ່າວ ປະເສີດໃຫ້ແກ່ຜູ້ທີ່ຍັງຫຼົງຕິດຢູ່ໃນທາງໂລກໄວ້ແລ້ວ ພວກເຂົາຈະມອບຖະຫວາຍເວລາ ແລະເງິນທອງຂອງພວກເຂົາແດ່ພຣະເຈົ້າ ແລະຈະອຸທິດຕະລັນຄວາມສາມາດແລະອໍາ ນາດອິດທິພົນໃຫ້ກັບກິດຈະການງານເພື່ອຊັກນໍາຈິດວິນຍານໃຫ້ມາຫາພຣະຄຣິດ {MH 216.3}ມແ 213.1

    ຊ່ວງເວລານິລັນດອນເທົ່ານັ້ນທີ່ຈະເຜີຍໃຫ້ເຫັນເຖິງຜົນສໍາເລັດຂອງວຽກງານ ແຫ່ງການປະຕິບັດຮັບໃຊ້ນີ້ ທຸກຄົນຈະເຫັນວ່າຈິດວິນຍານຢ່າງຫຼວງຫຼາຍທີ່ຄັ້ງໜຶ່ງເຄີຍ ເຈັບປ່ວຍດ້ວຍຄວາມສົງໃສ ເຄີຍເບື່ອໜ່າຍແລະບໍ່ພົບກັບຄວາມສະຫງົບສຸກກັບຊີວິດ ໃນທາງໂລກ ໄດ້ຮັບການຊັກນໍາໃຫ້ເຂົ້າມາຫາພຣະເຈົ້າຜູ້ຍິ່ງໃຫຍ່ຜູ້ຊົງຟື້ນຟູສິ່ງສາລະພັດ ພຣະອົງຜູ້ຊົງປາຖະໜາຈະຊ່ວຍຄົນທັງປວງທີ່ມາຫາພຣະອົງໃຫ້ໄດ້ຮັບຄວາມລອດ ພຣະຄຣິດສຊົງເປັນພຣະຜູ້ຊ່ວຍໃຫ້ລອດຜູ້ຊົງຟື້ນພຣະຊົນແລະຊົງມີລິດອໍານາດໃນ ການຢຽວຢາດ້ວຍປີກຂອງພຣະອົງ {MH 216.4}ມແ 213.2

    *****