Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ການທົດສອບອຸປະນິດໄສ

    ພຣະຄຣິດຕັດວ່າ “ດ້ວຍວ່າຄົນຍາກຈົນມີຢູ່ກັບທ່ານສະເໝີ ແລະທ່ານຈະເຮັດ ການດີແກ່ເຂົາເມື່ອໃດກໍໄດ້ ” ” ທໍາມະທີ່ບໍລິສຸດໄຮ້ມົນທິນຕໍ່ພຣະພັກພຣະເຈົ້າແລະ ພຣະບິດານັ້ນ ຄືການຢ້ຽມຢາມເດັກກໍາພ້າແລະແມ່ຍິງໝ້າຍທີ່ມີຄວາມທຸກຮ້ອນ ແລະ ການຮັກສາຕົວໃຫ້ພົ້ນຈາກລາຄີຂອງໂລກ” ມາລະໂກ 14:7 ຢາກອບ 1:27 {MH205.1}ມແ 199.3

    ການນໍາຜູ້ທີ່ຊ່ວຍເຫຼືອຕົນເອງບໍ່ໄດ້ແລະຄົນຍາກຈົນມາຢູ່ໃນທ່າມກາງພວກເຂົາ ມາເພິ່ງພາການດູແລຂອງພວກເຂົາ ພຣະຄຣິດຊົງກໍາລັງທົດສອບຜູ້ທີ່ສະແດງຕົນວ່າເປັນ ສາວົກຂອງພຣະອົງ ໂດຍຄວາມຮັກແລະການຮັບໃຊ້ຂອງເຮົາທີ່ປະຕິບັດຕໍ່ເຫຼົ່າບຸດຊາຍ ຜູ້ຂັດສົນຂອງພຣະອົງ ເຮົາສາມາດພິສູດຄວາມຈິງແທ້ໃນຄວາມຮັກຂອງເຮົາທີ່ມີຕໍ່ພຣະອົງ ການເພິກເສີຍລະເລີຍຕໍ່ພວກເຂົາກໍເທົ່າກັບເປັນການສະແດງໃຫ້ຜູ້ອື່ນເຫັນວ່າເຮົາ ເປັນພຽງສາວົກທຽມ ເປັນຄົນແປກໜ້າສໍາລັບພຣະຄຣິດແລະຄວາມຮັກຂອງພຣະອົງ {MH 205.2}ມແ 200.1

    ແມ່ນວ່າເຮົາໄດ້ເຮັດທຸກສິ່ງທີ່ສາມາດຈະເຮັດໄດ້ເພື່ອຈັດຫາທີ່ອາໄສພາຍໃນ ຄອບຄົວໃຫ້ແກ່ເຫຼົ່າເດັກກໍາພ້າແລ້ວ ກໍຍັງມີສິ່ງອື່ນໆ ທີ່ຕ້ອງການດູແລອີກຫຼວງຫຼາຍທີ່ ເຮົາຈະຕ້ອງເຮັດ ເດັກກໍາພ້າຫຼາຍຄົນໄດ້ຮັບມໍລະດົກຕົກທອດທາງນິດໄສອັນຊົ່ວຮ້າຍ ພວກເຂົາບໍ່ມີແວວຂອງເດັກດີ ບໍ່ໜ້າສົນໃຈແລະດື້ດ້ານ ແຕ່ພວກເຂົາກໍເປັນເດັກນ້ອຍທີ່ ພຣະຄຣິດໄດ້ຊົງໄຖ່ໄວ້ແລ້ວດ້ວຍພຣະໂລຫິດຂອງພຣະອົງ ແລະໃນສາຍພຣະເນດຂອງ ພຣະອົງ ພວກເຂົາກໍເປັນຜູ້ທີ່ມີຄຸນຄ່າເທົ່າທຽມກັບບຸດນ້ອຍໆຂອງເຮົາເອງ ຖ້າຫາກບໍ່ມີ ຜູ້ໃດຍື່ນແຂນອອກໄປໃຫ້ຄວາມຊ່ວຍເຫຼືອແລ້ວ ພວກເຂົາຈະເຕີບໃຫຍ່ເປັນເດັກທີ່ໂງ່ ງ່າວແລະຫຼົງໄປໃນທາງທີ່ຊົ່ວຮ້າຍແລະອາຊະຍາກໍາ ເດັກເຫຼົ່ານີ້ທີ່ມີຈໍານວນຫຼາຍ ໜ້າຈະ ໄດ້ຮັບການຊ່ວຍເຫຼືອໂດຍຜ່ານທາງການດໍາເນີນງານຂອງສະຖານລ້ຽງເດັກກໍາພ້າ {MH 205.3}ມແ 200.2

    ເພື່ອໃຫ້ບັງເກີດຜົນສໍາເລັດຢ່າງດີທີ່ສຸດ ໜ່ວຍງານເຫຼົ່ານີ້ຄວນຈະຈັດຕັ້ງຂຶ້ນຕາມ ແບບຢ່າງຂອງຄອບຄົວຄຣິດສະຕຽນໃຫ້ຫຼາຍທີ່ສຸດ ແທນທີ່ຈະຈັດສ້າງສະຖານທີ່ອັນ ໃຫຍ່ໂຕສໍາລັບໃຫ້ເດັກກໍາພ້າຢູ່ຮ່ວມກັນເປັນຈໍານວນຫຼາຍ ເຮົາຄວນຈະຈັດຕັ້ງເປັນສະ ຖານທີ່ນ້ອຍໆ ກະຈາຍຢູ່ຕາມທີ່ຕ່າງໆຈະເປັນການດີກວ່າ ແທນທີ່ຈະສ້າງຢູ່ໃກ້ຫຼືຢູ່ໃນ ເຂດເມືອງຫຼືຢູ່ໃນເມືອງໃຫຍ່ໆ ສະຖານທິ່ເຫຼົ່ານີ້ຄວນຈະອອກໄປຢູ່ໃນຊົນນະບົດເພື່ອ ຈະສາມາດຊື້ຫາທີ່ດິນ ເພື່ອເຮັດການປູກຝັງແລະເດັກນ້ອຍກໍຈະໄດ້ຢູ່ໃກ້ຊິດກັບທໍາມະ ຊາດ ແລະໄດ້ຮັບການຝຶກຫັດອົບຮົມໃຫ້ຮູ້ຈັກປະກອບອາຊີບໃນສາຂາຕ່າງໆ {MH 205.4}ມແ 200.3

    ຜູ້ທີ່ດູແລຮັບຜິດຊອບສະຖານທີ່ເຊັ່ນນີ້ ຄວນຈະເປັນຊາຍຍິງຜູ້ມີໃຈກວ້າງຂວາງ ມີວັດທະນາທໍາອັນດີແລະຍອມທີ່ຈະເສຍສະຫຼະຄວາມສຸກສ່ວນຕົວ ນອກຈາກນີ້ ຍັງຈະ ຕ້ອງເປັນຊາຍຍິງທີ່ຍອມເຮັດວຽກນີ້ດ້ວຍຄວາມຮັກໃນພຣະຄຣິດທີ່ຊ່ວຍໃນການອົບ ຮົມສັ່ງສອນເດັກນ້ອຍເພື່ອພຣະອົງ ພາຍໃຕ້ການດູແລເອົາໃຈໃສ່ເຊັ່ນນີ້ ເດັກຈໍານວນ ຫຼາຍທີ່ບໍ່ມີທີ່ເພິ່ງພາແລະຖືກປະຖິ້ມກໍຈະໄດ້ຮັບການລ້ຽງດູໃຫ້ເຕີບໃຫຍ່ຂຶ້ນເປັນພົນ ລະເມືອງດີແລະມີປະໂຫຍດຕໍ່ສັງຄົມ ອັນນັບເປັນການຖະຫວາຍພຣະກຽດແກ່ພຣະຄຣິດ ແລະເມື່ອເຖິງເວລາຂອງພວກເຂົາ ຄົນເຫຼົ່ານີ້ກໍຈະສາມາດຊ່ວຍເຫຼືອລຸ້ນອື່ນໆຕໍ່ໄປ ອີກດ້ວຍ {MH 206.1}ມແ 201.1

    ຫຼາຍຄົນກຽດຊັງຄວາມມັດທະຍັດເພາະສັບສົນຄິດວ່າເປັນເລື່ອງຂອງການຂີ້ຖີ່ຂີ້ ໜຽວແລະການມີຈິດໃຈທີ່ຄັບແຄບ ແຕ່ຄວາມມັດທະຍັດມີສ່ວນສໍາພັນກ່ຽວຂ້ອງກັບ ການມີໃຈເອື້ອເຟື້ອເພື່ອແຜ່ຢ່າງຫຼາຍທີ່ສຸດ ເພາະຕາມຄວາມເປັນຈິງແລ້ວ ຖ້າຫາກບໍ່ມີ ຄວາມມັດທະຍັດກໍຈະບໍ່ມີຄວາມເອື້ອເຟື້ອເພື່ອແຜ່ທີ່ແທ້ຈິງໄດ້ ເຮົາຕ້ອງເກັບອອມໄວ້ ເພື່ອທີ່ຈະສາມາດບໍລິຈາກ {MH 206.2}ມແ 201.2

    ບໍ່ມີຜູ້ໃດຈະສະແດງຄວາມເມດຕາກະລຸນາທີ່ແທ້ຈິງຕໍ່ຜູ້ອື່ນໄດ້ໂດຍທີ່ບໍ່ຍອມ ປະຕິເສດຄວາມຕ້ອງການຂອງຕົນເອງດ້ວຍຊີວິດທີ່ລຽບງ່າຍ ການປະຕິເສດຄວາມຕ້ອງ ການຂອງຕົນເອງແລະໃຊ້ຈ່າຍຢ່າງມັດທະຍັດເທົ່ານັ້ນທີ່ເຮົາຈະປະສົບຄວາມສໍາເລັດໃນ ວຽກທີ່ຊົງມອບໝາຍໃຫ້ເຮົາໃນຖານະຜູ້ແທນຂອງພຣະຄຣິດ ເຮົາຕ້ອງກໍາຈັດຄວາມ ອວດອົ່ງແລະຄວາມທະເຍີທະຍານອອກໄປຈາກຈິດໃຈຂອງເຮົາ ໃນກິດຈະການທຸກຢ່າງ ທີ່ເຮົາເຮັດ ເຮົາຈະຕ້ອງນໍາຫຼັກການແຫ່ງຄວາມບໍ່ເຫັນແກ່ຕົວທີ່ສະແດງໃນຊີວິດຂອງ ພຣະຄຣິດມາປະຕິບັດ ເທິງຝາເຮືອນຂອງເຮົາ ຮູບພາບແລະເຄື່ອງຕົບແຕ່ງພາຍໃນເຮືອນ ຕ້ອງສື່ຄວາມໝາຍເຖິງຂໍ້ຄວາມທີ່ອ່ານໄດ້ວ່າ “ຈົ່ງນໍາຄວາມຍາກຈົນທີ່ຖືກປະຖິ້ມມາຍັງ ບ້ານເຮືອນຂອງເຈົ້າ” ໃນຕູ້ເສື້ອຜ້າຂອງເຮົາຈະຕ້ອງສື່ຄວາມໝາຍທີ່ຂຽນວ່າ “ເອົາເສື້ອ ຜ້າໃຫ້ຄົນເປືອຍກາຍໄດ້ໃສ່” ໃນຫ້ອງກິນເຂົ້າເທິງໂຕະທີ່ມີອາຫານຫຼວງຫຼາຍຈັດໄວ້ນັ້ນ ເຮົາຕ້ອງສື່ຄວາມໝາຍໃຫ້ເຫັນຮ່ອງຮອຍຂອງ “ ບໍ່ແມ່ນເຈົ້າແຕ່ງອາຫານເພື່ອຈະແບ່ງ ປັນໃຫ້ກັບຜູ້ອຶດຫິວຊັ້ນບໍ?” ເອຊະຢາ 58:7 {MH 206.3}ມແ 201.3

    ເຮົາມີໂອກາດຢ່າງຫຼວງຫຼາຍເປີດກວ້າງຢູ່ຕໍ່ໜ້າເຮົາທີ່ຈະເຮັດປະໂຫຍດເພື່ອຜູ້ອື່ນໄດ້ ແຕ່ ເຮົາມັກຈະຈົ່ມວ່າຢູ່ເປັນປະຈໍາເຖິງຄວາມຝືດເຄືອງຂອງຊັບພະຍາກອນທີ່ມີ ແຕ່ຖ້າຄຣິດ ສະຕຽນທັງຫຼາຍມີຄວາມກະຕືລືນຢ່າງຈິງຈັງ ເຂົາຈະສາມາດເພີ່ມຄ່າຊັບພະຍາກອນ ທີ່ມີນັ້ນໄດ້ອີກພັນເທົ່າທະວີຄູນ ແຕ່ຄວາມເຫັນແກ່ຕົວແລະການປ່ອຍຕົວຕາມໃຈຕົນ ເອງເປັນສິ່ງກີດຂວາງເສັ້ນທາງສູ່ການເປັນປະໂຫຍດຂອງ ພວກເຮົາ {MH 206.4}ມແ 202.1

    ເຮົາໄດ້ໃຊ້ປັດໃຈໄປຢ່າງຫຼວງຫຼາຍພຽງໃດກັບສິ່ງຂອງທີ່ເປັນພຽງຮູບເຄົາລົບ ສິ່ງ ທີ່ຄອບງໍາຄວາມຄິດ ເວລາ ແລະກໍາລັງຊຶ່ງເຮົາຄວນຈະນໍາມາໃຊ້ໃນສິ່ງທີ່ສູງສົ່ງກວ່າ ເຮົາ ໄດ້ສິ້ນເປືອງເງິນທອງໄປຢ່າງຫຼວງຫຼາຍພຽງໃດກັບບ້ານຊ່ອງອັນຫຼູຫຼາແລະເຄື່ອງເຮືອນ ລາຄາແພງ ກັບຄວາມເພິດເພີນທີ່ເຫັນແກ່ຕົວ ກັບອາຫານທີ່ຟູມເຟືອຍທີ່ບໍ່ມີປະໂຫຍດ ກັບການລຸ້ມຫຼົງໃນສິ່ງທີ່ໃຫ້ໂທດ ໃຊ້ຈ່າຍເງິນທອງຢ່າງສະຊຸສະຊາຍເພື່ອຊື້ຫາຂອງຂວັນ ທີ່ບໍ່ມີປະໂຫຍດຕໍ່ໃຜເລີຍຫຼາຍພຽງໃດທຸກມື້ນີ້ຜູ້ທີ່ສະແດງຕົນວ່າເປັນຄຣິດສະຕຽນຕ່າງ ກໍາລັງໃຊ້ຈ່າຍເງິນທອງເພື່ອຊື້ຫາສິ່ງທີ່ບໍ່ມີຄວາມຈໍາເປັນແລະມັກຈະໃຫ້ໂທດຫຼາຍຍິ່ງ ກວ່າທີ່ເຂົາໄດ້ໃຊ້ໄປໃນການຊ່ວຍກູ້ຈິດວິນຍານໃຫ້ລອດພົ້ນຈາກການທົດສອບຫຼາຍເທົ່າ {MH 207.1}ມແ 202.2

    ຜູ້ທີ່ສະແດງຕົນວ່າເປັນຄຣິດສະຕຽນຫຼາຍຄົນໃຊ້ຈ່າຍຢ່າງຫຼວງຫຼາຍເພື່ອຊື້ຫາ ເສື້ອຜ້າຈົນບໍ່ມີເງິນເຫຼືອພໍທີ່ຈະໃຫ້ການຊ່ວຍເຫຼືອແກ່ຄົນທີ່ຍາກຈົນຂັດສົນ ພວກເຂົາ ເຫັນວ່າເຄື່ອງປະດັບຫຼູຫຼາແລະເສື້ອຜ້າລາຄາແພງເປັນສິ່ງຈໍາເປັນທີ່ພວກເຂົາຕ້ອງມີ ໂດຍ ບໍ່ຄໍານຶງເຖິງຄວາມຈໍາເປັນຂອງຜູ້ທີ່ມີບໍ່ເງິນແມ່ນແຕ່ຈະຫາຊື້ເສື້ອຜ້າແບບທໍາມະດາທີ່ ສຸດມາໃສ່ {MH 207.2}ມແ 202.3

    ເອື້ອຍນ້ອງທັງຫຼາຍຂອງຂ້າພະເຈົ້າ ຫາກທ່ານຈະແຕ່ງກາຍໃຫ້ເປັນໄປຕາມຫຼັກ ເກນທີ່ມີຢູ່ໃນພຣະຄໍາພີແລ້ວ ພວກທ່ານກໍຈະມີເງິນເຫຼືອຢ່າງຫຼວງຫຼາຍທີ່ຈະຊ່ວຍເອື້ອຍ ນ້ອງທີ່ຍາກຈົນກວ່າທ່ານໄດ້ ທ່ານບໍ່ແມ່ນຈະມີພຽງແຕ່ເງິນທອງເທົ່ານັ້ນແຕ່ຍັງມີເວລາອີກ ດ້ວຍ ຊຶ່ງເວລານີ້ແຫຼະທີ່ມັກຈະເປັນສິ່ງທີ່ຄົນເຮົາຕ້ອງການຫຼາຍທີ່ສຸດ ມີຫຼາຍຄົນທີ່ທ່ານ ສາມາດໃຫ້ການຊ່ວຍເຫຼືອໄດ້ດ້ວຍການໃຫ້ຄໍາແນະນໍາປຶກສາດ້ວຍປະສົບການແລະ ຄວາມສາມາດຂອງທ່ານ ຈົ່ງສອນເຂົາໃຫ້ໄດ້ຮູ້ຈັກການແຕ່ງກາຍແບບລຽບງ່າຍແຕ່ມີລົດ ສະນິຍົມ ຜູ້ຍິງຫຼາຍຄົນບໍ່ໄດ້ໄປຮ່ວມນະມັດສະການໃນພຣະວິຫານຂອງພຣະເຈົ້າເພາະ ຮູ້ສຶກວ່າເສື້ອຜ້າຂອງຕົນນັ້ນເກົ່າ ບໍ່ເຂົ້າກັບຮູບຮ່າງຂອງຕົນແລະແຕກຕ່າງຢ່າງເຫັນໄດ້ຊັດ ຈາກເຄື່ອງແຕ່ງກາຍຂອງຜູ້ອື່ນ ຈິດວິນຍານບໍ່ໜ້ອຍທີ່ອ່ອນໄຫວງ່າຍຈຶ່ງປູກຝັງຄວາມ ຮູ້ສຶກຂື່ນຂົມໃນຄວາມຕໍ່າຕ້ອຍໜ້າອັບອາຍແລະບໍ່ຍຸດຕິທໍາເພາະຄວາມແຕກຕ່າງນີ້ ແລະ ເພາະເຫດນີ້ຫຼາຍຄົນຈຶ່ງໄດ້ຖືກຊັກຈູງໃຫ້ເກີດຄວາມສົງໃສໃນສະພາບທີ່ແທ້ຈິງຂອງສາ ສະໜາ ແລະເຮັດໃຫ້ມີຈິດໃຈທີ່ແຂງກະດ້າງບໍ່ຍອມຮັບໃນຂ່າວປະເສີດ {MH 207.3}ມແ 202.4

    ພຣະຄຣິດຊົງຮັບສັ່ງໃຫ້ເຮົາ “ເກັບເສດອາຫານທີ່ເຫຼືອໄວ້ຢ່າໃຫ້ມີສິ່ງໃດຕົກເຮ່ຍ” ໂຢຮັນ 6:12 ໃນຂະນະທີ່ມະນຸດຈໍານວນຫຼາຍຕ້ອງພິນາດໄປໃນທຸກມື້ເພາະ ຄວາມອົດຢາກ ເນື່ອງຈາກການຂາດອາຫານ ເຫດການນອງເລືອດ ໄຟໄໝ້ແລະໂລກ ລະບາດຢູ່ ດັ່ງນັ້ນຜູ້ທີ່ຮູ້ຊຶ້ງໃນພຣະເມດຕາຂອງພຣະອົງຈະຕ້ອງຄອຍລະມັດລະວັງບໍ່ໃຫ້ ສິ່ງໜຶ່ງສິ່ງໃດຕ້ອງສູນເສຍໄປ ແລະບໍ່ໃຊ້ຈ່າຍໃນສິ່ງທີ່ບໍ່ຈໍາເປັນ ເພື່ອເຂົາຈະສາມາດໃຊ້ ໃຫ້ເປັນປະໂຫຍດແກ່ເພື່ອນມະນຸດໄດ້ {MH 207.4}ມແ 203.1

    ການປ່ອຍເວລາຂອງເຮົາ (ແລະ) ຖິ້ມຄວາມຄິດຂອງເຮົາໃຫ້ເສຍໄປນັ້ນເປັນ ຄວາມຜິດ ເຮົາຕ້ອງສູນເສຍທຸກຊົ່ວເວລານາທີທີ່ເຮົາໃຊ້ໄປເພື່ອສະແຫວງຫາຄວາມສຸກ ໃສ່ຕົວເອງ ຖ້າທຸກໆຊົ່ວຂະນະຖືກຕີເປັນລາຄາແລະຖືກໃຊ້ຢ່າງຖືກຕ້ອງ ເຮົາໜ້າຈະມີ ເວລາເຮັດທຸກຢ່າງທີ່ເຮົາຕ້ອງການຈະເຮັດສໍາລັບຕົວຂອງເຮົາເອງ ຫຼືເພື່ອຜູ້ອື່ນໃນໂລກໄດ້ ໃນການໃຊ້ຈ່າຍເງິນທອງ ໃນການໃຊ້ເວລາ ກໍາລັງແລະໂອກາດຕ່າງນັ້ນ ຂໍໃຫ້ຄຣິດ ສະຕຽນທຸກຄົນເພິ່ງໃນການຊົງນໍາຂອງພຣະເຈົ້າ “ຖ້າຜູ້ໃດໃນພວກທ່ານຂາດສະຕິປັນ ຍາກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ ຜູ້ຊົງໂປດປານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸ ນາແລະບໍ່ໄດ້ຊົງຕໍານິ ແລ້ວຜູ້ນັ້ນກໍຈະໄດ້ຮັບສິ່ງທີ່ທູນຂໍ” ຢາກອບ 1:5 {MH 208.1}ມແ 203.2

    Larger font
    Smaller font
    Copy
    Print
    Contents