Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ຄວາມຮັບຜິດຊອບຂອງຄຣິສຕະຈັກ

    ຜົນປະໂຫຍດຈາກທຸລະກິດເຫຼົ້າເບຍມີອິດທິພົນຄອບງໍາໄປທົ່ວໂລກ ໂດຍອາ ໄສການຮ່ວມກໍາລັງຂອງເງິນ ນິດໄສຄວາມເຄີຍຊິນແລະຄວາມຢາກ ອິດທິພົນຂອງມັນ ແຜ່ຂະຫຍາຍເຂົ້າມາແມ່ນແຕ່ໃນຄຣິສຕະຈັກ ສະມາຊິກຫຼາຍຄົນໃນໂບດລໍ້າລວຍຂຶ້ນ ມາຈາກການຄ້າຂາຍເຫຼົ້າເບຍບໍ່ວ່າຈະເປັນການເຮັດໂດຍກົງຫຼືໂດຍທາງອ້ອມ ຄົນເຫຼົ່ານີ້ “ ມີຕໍາແໜ່ງຖານະດີແລະເປັນສະມາຊິກປົກກະຕິຂອງຄຣີສຕະຈັກ ” ຫຼາຍຄົນຖະຫວາຍ ເງິນຫຼວງຫຼາຍເພື່ອການກຸສົນ ເງິນທີ່ຖະຫວາຍຂອງຄົນເຫຼົ່ານີ້ຖືກນໍາມາໃຊ້ສະໜັບສະ ໜູນກິດຈະການຂອງຄຣິສຕະຈັກແລະໃຊ້ເພື່ອລ້ຽງດູຜູ້ເປັນສາສະໜາຈານທັງຫຼາຍ ຄົນ ເຫຼົ່ານີ້ໄດ້ຮັບຄວາມນັບຖືແລະໄດ້ຮັບຄວາມສໍາຄັນເພາະອໍານາດຂອງເງິນຄວາມຈິງແລ້ວ ຄຣິສຕະຈັກທີ່ຍອມຮັບສະມາຊິກເຫຼົ່ານີ້ໄວ້ ເທົ່າກັບວ່າສະໜັບສະໜູນການຄ້າເຫຼົ້າເບຍນໍາ ຫຼາຍຄັ້ງທີ່ສາສະໜາຈານບໍ່ມີຈິດໃຈກ້າຫານພໍທີ່ຈະຢືນຢັດໃນສິ່ງທີ່ຖືກຕ້ອງເຂົາບໍ່ ປະກາດໃຫ້ເຫຼົ່າພີ່ນ້ອງທີ່ມາປະຊຸມຮູ້ເຖິງພຣະວັດຈະນະຂອງພຣະເຈົ້າທີ່ກ່າວໄວ້ຢ່າງໃດ ກ່ຽວກັບກິດຈະການຂອງຜູ້ຈໍາໜ່າຍເຫຼົ້າເບຍ ກາຍເວົ້າຢ່າງກົງໄປກົງມາຍ່ອມໝາຍເຖິງ ການເຮັດໃຫ້ພວກທີ່ມາຮ່ວມປະຊຸມໃນຄຣິສຕະຈັກເກີດຄວາມຂຸ້ນຂອງໝອງໃຈ ເຂົາ ຢ້ານວ່າຈະທໍາລາຍຄວາມນິຍົມຂອງຕົວເອງ ແລະຕ້ອງສູນເສຍເງິນເດືອນໄປ {HM 340.1}ມແ 342.3

    ແຕ່ບັນລັງພິພາກສາຂອງພຣະເຈົ້າຍ່ອມຢູ່ເໜືອກວ່າການຕັດສິນຄວາມຂອງຄຣິສ ຕະຈັກ ພຣະອົງຜູ້ຊົງປະກາດແກ່ຄາດຕະກອນຄົນທໍາອິດຂອງໂລກວ່າ “ ເລືອດຂອງນ້ອງ ເຈົ້າສົ່ງສຽງຮ້ອງຟ້ອງຂຶ້ນມາຈາກດິນ” (ປະຖົມມະການ 4:10) ພຣະອົງຈະບໍ່ຊົງຍອມ ຮັບການຖະຫວາຍຈາກພໍ່ຄ້າເຫຼົ້າເບຍໄວ້ເທິງແທ່ນບູຊາຂອງພຣະອົງ ພຣະອົງຊົງພຣະ ພິໂລດຕໍ່ຄົນທັງຫຼາຍທີ່ພະຍາຍາມທີ່ຈະສະແດງເປືອກນອກວ່າເປັນຜູ້ທີ່ມີຈິດໃຈໂອບ ອ້ອມອາລີເພື່ອຈະໄດ້ປົກປິດຄວາມຜິດຂອງຕົນ ແຕ່ເງິນທອງຂອງພວກເຂົາໄດ້ແປດ ເປື້ອນດ້ວຍເລືອດ ແລະມີຄໍາສາບຢູ່ເທິງເງິນທອງເຫຼົ່ານັ້ນມແ 343.1

    ພຣະເຈົ້າຕັດວ່າ ເຄື່ອງບູຊາອັນຫຼວງຫຼາຍຂອງເຈົ້ານັ້ນຈະເປັນປະໂຫຍດອັນໃດ ແກ່ເຮົາ… 12 ຜູ້ໃດບອກໃຫ້ເຈົ້ານໍາຂອງເຫຼົ່ານີ້ມາ ເມື່ອພວກເຈົ້າເຂົ້າມາໃນບໍລິເວນ ພຣະນິເວດຂອງເຮົາ ຢ່ານໍາເຄື່ອງຖະຫວາຍທີ່ບໍ່ມີປະໂຫຍດນີ້ເຂົ້າມາອີກເລີຍ.... ເມື່ອ ເຈົ້າຍົກມືຂຶ້ນອ້ອນວອນອະທິຖານຫາເຮົາ ເຮົາກໍຈະບໍ່ຫຼຽວເບິ່ງໜ້າພວກເຈົ້າ ແມ່ນວ່າ ເຈົ້າອະທິຖານຢ່າງໃດກໍຕາມ ເຮົາກໍຈະບໍ່ຟັງເພາະມືຂອງເຈົ້າເປິເປື້ອນໄປດ້ວຍເລືອດ ” ເອສະຢາ 1:11-15 {HM 340.2}ມແ 343.2

    ຜູ້ຕິດເຫຼົ້າເບຍມີຄວາມສາມາດທີ່ຫຼາຍກວ່ານີ້ອີກຫຼາຍຢ່າງ ພຣະເຈົ້າປະທານຕະລັນ (ເງິນ) ແກ່ເຂົາສໍາລັບຖະຫວາຍພຣະກຽດແດ່ພຣະເຈົ້າແລະເພື່ອປະໂຫຍດແກ່ຊາວໂລກ ແຕ່ເພື່ອນຮ່ວມໂລກຂອງເຂົາກັບຫ້າງບ່ວງແຮ້ວດັກຈັບຈິດວິນຍານຂອງເຂົາ ແລະ ສ້າງຖານະຄົນເຫຼົ່ານັ້ນເອງເທິງຄວາມເສື່ອມຊາມລົງຂອງເຂົາ ຄົນເຫຼົ່ານັ້ນດໍາເນີນຊີວິດ ຢ່າງຫຼູຫຼາຟຸມເຟືອຍໃນຂະນະທີ່ຜູ້ຕົກເປັນເຫຍື່ອຕ້ອງມີຊີວິດຢູ່ກັບຄວາມລໍາບາກຍາກ ແຄ້ນ ແຕ່ພຣະເຈົ້າຈະຊົງເອີ້ນສິ່ງເຫຼົ່ານີ້ຄືນຈາກມືຂອງຜູ້ທີ່ມີສ່ວນໃນການນໍາຜູ້ຕິດເຫຼົ້າ ເບຍໄປສູ່ຄວາມພິນາດ ພຣະເຈົ້າຜູ້ຊົງຄອບຄອງສວງສະຫວັນບໍ່ໄດ້ຊົງລະສາຍພຣະເນດ ໄປຈາກສາເຫດທໍາອິດແລະຜົນຮ້າຍຂອງຄວາມມືນເມົາ ພຣະອົງຜູ້ຊົງລ້ຽງດູນົກກະຈອກ ນ້ອຍແລະຕົບແຕ່ງທົ່ງຫຍ້າໃນທົ່ງນາ ຈະບໍ່ຊົງປະຖິ້ມຄົນເຫຼົ່ານັ້ນທີ່ພຣະອົງຊົງສ້າງຂຶ້ນ ຕາມພຣະສາຍາຂອງພຣະອົງແລະທີ່ພຣະອົງຊົງໄຖ່ໄວ້ດ້ວຍເລືອດຂອງພຣະອົງ ໂດຍບໍ່ ຊົງສະດັບຮັບຟັງຄໍາຮ້ອງທຸກຕໍ່ພຣະອົງຂອງຄົນເຫຼົ່ານັ້ນ ພຣະເຈົ້າຊົງເຮັດເຄື່ອງໝາຍຂອງ ຄວາມຊົ່ວຮ້າຍທັງໝົດນີ້ທີ່ເປັນບໍ່ເກີດຂອງອາຊະຍາກໍາແລະຄວາມທຸກລະທົມໄວ້ຮຽບ ຮ້ອຍແລ້ວ {HM 341.1}ມແ 343.3

    ໂລກແລະຄຣິສຕະຈັກອາດມັກທີ່ຄົນໆໜຶ່ງລໍ້າລວຍຂຶ້ນໂດຍການເຮັດໃຫ້ຈິດວິນ ຍານຂອງມະນຸດຕ້ອງເສື່ອມຊາມລົງ ເຂົາທັງຫຼາຍຊື່ນຊົມກັບຄວາມຮັ່ງມີຂອງຜູ້ທີ່ນໍາ ຄວາມເສື່ອມໂຊມທີ່ລະກ້າວມາສູ່ເຫຍື່ອ ແຕ່ພຣະເຈົ້າຊົງທອດພຣະເນດເຖິງສິ່ງເຫຼົ່ານີ້ ທັງໝົດແລະຈະຊົງພິພາກສາຢ່າງຍຸດຕິທໍາ ຊາວໂລກອາດເອີ້ນຜູ້ຈໍາໜ່າຍເຫຼົ້າເບຍວ່າເປັນ ນັກທຸລະກິດທີ່ປະສົບຄວາມສໍາເລັດ ແຕ່ອົງພຣະຜູ້ເປັນເຈົ້າບອກວ່າ ” ວິບັດແກ່ຄົນຜູ້ນັ້ນ ” ເຂົາຈະຖືກດໍາເນີນຄະດີໃນຂໍ້ຫານໍາຄວາມສິ້ນຫວັງ ຄວາມລະທົມທຸກແລະຄວາມ ທຸກຍາກລໍາບາກມາສູ່ໂລກດ້ວຍການຄ້າເຫຼົ້າເບຍ ເຂົາຈະຕ້ອງໄປແກ້ຂໍ້ກ່າວຫາທີ່ເຂົາໄດ້ ນໍາຄວາມລໍາບາກຍາກຈົນແລະຄວາມທຸກຍາກມາສູ່ມານດາແລະເດັກນ້ອຍ ທີ່ຕ້ອງຍາກ ລໍາບາກຈາກການຂາດອາຫານ ເຄື່ອງນຸ່ງຫົ່ມແລະທີ່ພັກກາຍຈົນຕ້ອງຝັງຄວາມຫວັງແລະ ຄວາມສຸກທີ່ມີຢູ່ທັງມວນໄປ ເຂົາຈະຕ້ອງໄປແກ້ຂໍ້ກ່າວຫາທີ່ຍັດຢຽດຈິດວິນຍານທີ່ບໍ່ໄດ້ ກຽມຕົວເຫຼົ່ານັ້ນໄປສູ່ບຶງໄຟນະຣົກຊົ່ວກາລະນານ ແລະສໍາລັບຜູ້ທີ່ມີສ່ວນໃນການສະ ໜັບສະໜູນຜູ້ຂາຍເຫຼົ້າເບຍກໍຕົກເປັນຜູ້ສົມຮູ້ຮ່ວມຄິດໃນການເຮັດຄວາມຜິດ ພຣະ ເຈົ້າບອກວ່າ “ ມືຂອງເຈົ້າເປື້ອນໄປດ້ວຍເລືອດ ” ເອສະຢາ 1:15 {HM 341.2}ມແ 344.1