Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ສິ່ງທີ່ດີທີ່ສຸດຂອງຊີວິດ

    ມະນຸດຊາຍຍິງຍັງບໍ່ທັນເລີ່ມຈະມີຄວາມເຂົ້າໃຈໃນຈຸດມຸ້ງໝາຍອັນແທ້ຈິງຂອງ ຊີວິດ ພວກເຂົາກໍມີຄວາມຫຼົງໄຫຼໃນແສງສີສຽງໄປເສຍແລ້ວ ພວກເຂົາທະເຍີທະຍານ ທີ່ຈະມີກຽດຕໍາແໜ່ງທາງໂລກ ເພື່ອສິ່ງເຫຼົ່ານີ້ພວກເຂົາຍອມເສຍສະຫຼະເປົ້າໝາຍທີ່ແທ້ ຈິງຂອງຊີວິດ ສິ່ງທີ່ດີທີ່ສຸດໃນຊີວິດ ບໍ່ວ່າເປັນຄວາມເປັນຢູ່ທີ່ລ້ຽງງ່າຍ ຄວາມຊື່ສັດ ຄວາມຮັກໃນຄວາມຈິງ ຄວາມບໍລິສຸດແລະຄວາມມີສິນທໍາຈາລິຍະທໍາ ບໍ່ສາມາດຈະ ຊື້ຂາຍກັນໄດ້ ສິ່ງເຫຼົ່ານີ້ມີໄວ້ໃຫ້ໂດຍບໍ່ຕ້ອງຈ່າຍລາຄາແກ່ຜູ້ບໍ່ມີຄວາມຮູ້ເທົ່າທຽມກັບ ຜູ້ທີ່ມີການສຶກສາສູງ ແກ່ກໍາມະກອນຜູ້ມີຖານະຕໍ່າຕ້ອຍເທົ່າທຽມກັບຜູ້ນໍາປະເທດຜູ້ຊົງ ກຽດ ສໍາລັບທຸກຄົນພຣະເຈົ້າຊົງຈັດຫາຄວາມສຸກສໍາລານເພື່ອໃຫ້ຄວາມເພີດເພີນແກ່ຄົນ ຮັ່ງມີແລະຄົນຍາກຈົນເໝືອນກັນ ນັ້ນຄືຄວາມສຸກທີ່ເກີດຈາກການປູກຝັງຄວາມຄິດທີ່ ບໍລິສຸດແລະການກະທໍາທີ່ບໍ່ເຫັນແກ່ຕົວ ຄວາມສຸກທີ່ເກີດຈາກການກ່າວຖ້ອຍຄໍາທີ່ສະ ແດງຄວາມເຫັນອົກເຫັນໃຈແລະການກະທໍາທີ່ປະກອບດ້ວຍຄວາມເມດຕາກະລຸນາ ຄົນ ທັງຫຼາຍທີ່ໄດ້ປະຕິບັດຮັບໃຊ້ໃນສິ່ງເຫຼົ່ານີ້ ແສງສະຫວ່າງຂອງພຣະຄຣິດກໍຈະສ່ອງສາຍ ໄປຍັງຊີວິດຂອງຫຼາຍຄົນທີ່ມືດມົນພາຍໃຕ້ເງົາມືດ {MH 198.2}ມແ 191.1

    ໃນຂະນະທີ່ຊ່ວຍເຫຼືອຄົນຍາກຈົນໃນດ້ານທາງຝ່າຍຮ່າງກາຍ ຂໍໃຫ້ເຮົາໄດ້ຄໍານຶງ ເຖິງຄວາມຕ້ອງການທາງຝ່າຍຈິດວິນຍານຂອງເຂົາຢູ່ສະເໝີ ຈົ່ງໃຫ້ຊີວິດຂອງທ່ານເອງ ເປັນພະຍານເຖິງລິດອໍານາດຂອງການຄຸ້ມຄອງຮັກສາຂອງພຣະຜູ້ຊ່ວຍໃຫ້ລອດ ຈົ່ງໃຫ້ ອຸປະນິດໄສຂອງທ່ານສະແດງໃຫ້ເຫັນເຖິງມາດຕາຖານອັນສູງສົ່ງທີ່ທຸກຄົນສາມາດກ້າວ ໄປເຖິງໄດ້ ຈົ່ງສອນເລື່ອງລາວຂອງພຣະກຽດຕິຄຸນອັນປະເສີດດ້ວຍບົດຮຽນຢ່າງງ່າຍໆແກ່ ເຂົາ ໃຫ້ທຸກສິ່ງທີ່ທ່ານເຮັດເປັນບົດຮຽນໃນການພັດທະນາເສີມສ້າງອຸປະນິດໄສ {MH 198.3}ມແ 191.2

    ໃນການເຮັດກິດຈະການອັນເມື່ອຍຍາກດ້ວຍຈິດໃຈທີ່ຖ່ອມນັ້ນ ແມ່ນວ່າຄົນທີ່ ອ່ອນແອທີ່ສຸດຫຼືຄົນທີ່ເບິ່ງວ່າຈະບໍ່ມີຄວາມສໍາຄັນຫຼາຍທີ່ສຸດ ກໍສາມາດທີ່ຈະເປັນຜູ້ ຮ່ວມງານກັບພຣະເຈົ້າໄດ້ ແລະອາດສໍາຜັດໄດ້ເຖິງການຊົງສະຖິດທີ່ປະໂລມໃຈແລະ ພຣະຄຸນທີ່ຢັ້ງຢືນຂອງພຣະອົງ ພວກເຂົາບໍ່ຄວນເຮັດຕົວໃຫ້ອິດເມື່ອຍດ້ວຍການກະວົນ ກະວາຍຫຼືການວິຕົກກັງວົນຈົນເກີນຄວາມຈໍາເປັນ ໃຫ້ພວກເຂົາເຮັດວຽກໄປເລື້ອຍໆ ທຸກມື້ ປະກອບພາລະກິດທີ່ພຣະເຈົ້າຊົງມອບໝາຍໃຫ້ສໍາເລັດຢ່າງສັດຊື່ຕາມພຣະບັນຊາ ຂອງພຣະເຈົ້າ ແລະພຣະອົງຈະຊົງດູແລພວກເຂົາ ພຣະອົງບອກວ່າ {MH 199.1}ມແ 191.3

    ຢ່າທຸກຮ້ອນໃນສິ່ງໃດໆເລີຍແຕ່ຈົ່ງທູນເລື່ອງຄວາມປາຖະໜາຂອງທ່ານທຸກຢ່າງ ຕໍ່ພຣະເຈົ້າ ດ້ວຍການອະທິຖານ ການວິ້ງວອນ ກັບການຂອບພຣະຄຸນ ” ” ແລ້ວສັນຕິ ສຸກແຫ່ງພຣະເຈົ້າເກີນຄວາມເຂົ້າໃຈ ຈະຄຸ້ມຄອງຈິດໃຈແລະຄວາມຄິດຂອງທ່ານໄວ້ໃນ ພຣະເຢຊູຄຣິດສ” ຟີລິບປີ 4:6, 7 {MH 199.2}ມແ 192.1

    ອົງພຣະຜູ້ເປັນເຈົ້າຊົງຄຸ້ມຄອງຮັກສາບັນດາສັບພະສິ່ງຊຶ່ງພຣະອົງຊົງສ້າງ ພຣະອົງ ຊົງຮັກມະນຸດທຸກຜູ້ທຸກຄົນໂດຍບໍ່ໄດ້ເລືອກຊົນຊັ້ນວັນນະ ແຕ່ຜູ້ທີ່ພຣະອົງຊົງເມດຕາສົງ ສານຫຼາຍທີ່ສຸດກໍຄື ຄົນທັງຫຼາຍທີ່ຕ້ອງທົນຮັບພາລະອັນໜັກໜ່ວງທີ່ສຸດໃນຊີວິດ ເຫຼົ່າ ບຸດທັງຫຼາຍຂອງພຣະເຈົ້າຈະຕ້ອງພົບກັບການທົດລອງແລະຄວາມທຸກຍາກລໍາບາກ ແຕ່ ພວກເຂົາຄວນຍອມຮັບໃນສິ່ງເຫຼົ່ານັ້ນດ້ວຍຈິດໃຈທີ່ເບີກບານ ແລະຈົ່ງຈື່ໄວ້ວ່າສໍາລັບ ທຸກໆຄົນທີ່ໂລກເບິ່ງຂ້າມທີ່ຈະຈັດຫາໃຫ້ ພຣະເຈົ້າຈະຊົງໂປດປະທານສິ່ງຊົດເຊີຍໃຫ້ ແກ່ເຂົາໂດຍຄົບຖ້ວນບໍລິບູນ {MH 199.3}ມແ 192.2

    ເມື່ອຍາມທີ່ເຮົາຕ້ອງປະສົບກັບຄວາມທຸກຍາກ ພຣະອົງກໍຈະຊົງສໍາແດງລິດອໍາ ນາດແລະພຣະປັນຍາຂອງພຣະອົງໃນການຕອບຄໍາອາທິຖານແກ່ຜູ້ທີ່ມີໃຈຖ່ອມ ຈົ່ງວາງ ໃຈໃນອົງພຣະຜູ້ເປັນເຈົ້າຜູ້ຊົງສະດັບຮັບຟັງແລະຊົງຕອບຄໍາອາທິຖານ ພຣະອົງຈະຊົງ ສະແດງພຣະອົງໃຫ້ທ່ານເຫັນວ່າຊົງເປັນຜູ້ທີ່ຄອຍຊ່ວຍເຫຼືອທ່ານໃນທຸກໆວິກິດ ພຣະ ເຈົ້າຜູ້ຊົງສ້າງມະນຸດ ຜູ້ຊົງປະທານກໍາລັງກາຍ ກໍາລັງສະຕິປັນຍາຕະຫຼອດຈົນອໍານາດ ຝ່າຍຈິດວິນຍານທີ່ແສນວິເສດໃຫ້ແກ່ເຂົານັ້ນ ຍ່ອມຈະບໍ່ຊົງສະຫງວນສິ່ງໃດທີ່ຈໍາເປັນ ໃນການຮັກສາຊີວິດທີ່ພຣະອົງໄດ້ຊົງປະທານໃຫ້ແກ່ເຮົາ ພຣະອົງຜູ້ຊົງປະທານພຣະວັດ ຈະນະຂອງພຣະອົງຊຶ່ງເປັນດັ່ງໃບຂອງຕົ້ນໄມ້ແຫ່ງຊີວິດ ຈະຊົງບໍ່ສະຫງວນວິຊາຄວາມ ຮູ້ໃນວິທີການຈັດຫາອາຫານສໍາລັບບຸດຜູ້ຂັດສົນຍາກໄຮ້ຂອງພຣະອົງ {MH 199.4}ມແ 192.3

    ຜູ້ທີ່ຈັບຄົນໄຖແລະໄລ່ຕ້ອນຄວາຍໃຫ້ໄຖຈະໄດ້ມາຊຶ່ງສະຕິປັນຍາໄດ້ຢ່າງໃດ ກໍໂດຍການສະແຫວງຫາສະຕິປັນຍາດັ່ງຫາເງິນ ແລະຊອກຫາປັນຍາດັ່ງການຫາຂຸມຊັບ ທີ່ເຊື່ອງໄວ້ “ເພາະພຣະອົງຊົງສັ່ງສອນເຂົາຖືກຕ້ອງ ພຣະເຈົ້າຂອງເຂົາໄດ້ສັ່ງສອນເຂົາ ເອສະຢາ 28:26 “ເລື່ອງນີ້ມາຈາກພຣະເຈົ້າຈອມໂຍທາ ພຣະອົງອັດສະຈັນຫຼາຍໃນ ການປຶກສາ ແລະວິເສດໃນເລື່ອງສະຕິປັນຍາ” ເອສະຢາ 28:29 {MH 199.5}ມແ 192.4

    ພຣະອົງຜູ້ຊົງສອນອາດາມແລະເອວາໃຫ້ຮູ້ຈັກບໍາລຸງຮັກສາສວນເອເດນ ຊົງມີ ພຣະປະສົງທີ່ຈະສອນມະນຸດເຮົາໃນທຸກມື້ນີ້ ຍັງຄົງມີສະຕິປັນຍາສໍາລັບຜູ້ທີ່ຫວ່ານເມັດ ພືດແລະຄາດໄຖ ພຣະເຈົ້າຈະຊົງເປີດຫົນທາງໃຫ້ແກ່ຄົນທັງຫຼາຍທີ່ໄວ້ວາງໃຈແລະເຊື່ອ ຟັງພຣະອົງໃຫ້ມີຄວາມຈະເລີນກ້າວໜ້າໃຫ້ເຂົາໄດ້ກ້າວຕໍ່ໄປດ້ວຍກໍາລັງໃຈທີ່ເຂັ້ມແຂງ ແລະໄວ້ວາງໃຈວ່າພຣະອົງຈະຊົງຈັດຫາສິ່ງຈໍາເປັນຂອງພວກເຂົາຕາມພຣະກະລຸນາທິ ຄຸນອັນອຸດົມຂອງພຣະອົງ {MH 200.1}ມແ 193.1

    ພຣະອົງຜູ້ຊົງລ້ຽງຝູງຊົນດ້ວຍຂະໜົມປັງຫ້າກ້ອນແລະປານ້ອຍສອງຕົວ ຊົງສາມາດ ໃຫ້ການງານທີ່ເຮົາໄດ້ເຮັດນັ້ນບັງເກີດຜົນ ພຣະອົງຜູ້ບອກກັບຊາວປະມົງແຫ່ງແຄວ້ນ ກາລິລີວ່າ “ຈົ່ງຢ່ອນອວນລົງຈັບປາ” ແລະເມື່ອພວກເຂົາໄດ້ເຮັດຕາມພຣະດໍາລັດສັ່ງແລ້ວ ພຣະອົງຊົງໃຫ້ປາເຂົ້າມາເຕັມຈົນອວນນັ້ນ ຂາດ ພຣະອົງຊົງປາຖະໜາທີ່ຈະໃຫ້ປະ ຊາກອນຂອງພຣະອົງເຫັນຈາກເຫດການນີ້ວ່າ ພຣະອົງຊົງເຮັດສິ່ງໃດໃຫ້ແກ່ພວກເຂົາໄດ້ ແນ່ທຸກມື້ນີ້ພຣະເຈົ້າຜູ້ຊົງປະທານມານາຈາກສະຫວັນເພື່ອລ້ຽງດູພວກອິດສະລາເອນໃນ ດິນແດນກັນດານນັ້ນຍັງຊົງດໍາລົງພຣະຊົນແລະປົກຄອງພວກເຂົາຢູ່ ພຣະອົງຈະຊົງນໍາປະ ຊາກອນຂອງພຣະອົງແລະໂປດໃຫ້ພວກເຂົາມີຄວາມສາມາດແລະຄວາມເຂົ້າໃຈໃນກິດ ຈະການທີ່ພຣະອົງໄດ້ຊົງຮຽກເຂົາໃຫ້ເຮັດ ພຣະອົງຈະຊົງປະທານສະຕິປັນຍາໃຫ້ແກ່ຄົນ ທັງຫຼາຍທີ່ມີຄວາມພະຍາຍາມໃນການປະຕິບັດໜ້າທີ່ຂອງເຂົາຢ່າງມີສະຕິແລະສະຫຼາດ ພຣະອົງຜູ້ຊົງເປັນເຈົ້າຂອງພິພົບໂລກ ຊົງຮັ່ງມີໃນຊັບພະຍາກອນ ແລະຈະຊົງອໍານວຍ ພອນໃຫ້ແກ່ທຸກຄົນທີ່ພະຍາຍາມສະແຫວງພຣະພອນໃຫ້ແກ່ຜູ້ອື່ນ {MH 200.2}ມແ 193.2

    ເຮົາຄວນທີ່ຈະເງີຍໜ້າເບິ່ງສະຫວັນດ້ວຍຄວາມເຊື່ອ ເຮົາບໍ່ຄວນທີ່ຈະມີຄວາມ ທໍ້ຖອຍເພາະຄວາມຫຼົ້ມເຫຼວທີ່ປາກົດ ຫຼືໝົດກໍາລັງໃຈເພາະຄວາມລ່າຊ້າ ເຮົາຄວນເຮັດ ດ້ວຍຈິດໃຈທີ່ລ່າເລີງດ້ວຍຄວາມຫວັງແລະດ້ວຍຄວາມຊາບຊຶ້ງໃນພຣະຄຸນໂດຍເຊື່ອ ວ່າໂລກນີ້ຍັງຄົງສະສົມສົມບັດອັນອຸດົມສົມບູນໄວ້ເປັນລາງວັນສໍາລັບຜູ້ທີ່ເຮັດວຽກ ດ້ວຍຄວາມຊື່ສັດ ຄັງສົມບັດທີ່ມີຄ່າຍິ່ງກວ່າເງິນແລະທອງ ແມ່ນວ່າພູເຂົາແລະເນີນພູຈະ ປ່ຽນແປງໄປ ແມ່ນວ່າແຜ່ນດິນໂລກຈະເກົ່າລົງເໝືອນກັບອາພອນ ແຕ່ພຣະພອນຂອງ ພຣະເຈົ້າທີ່ຊົງປະທານໃຫ້ກັບປະຊາກອນຂອງພຣະອົງໃນຖິ່ງທຸລະກັນດານຢ່າງທົ່ວເຖິງ ນັ້ນຈະຍັງບໍ່ໝົດສິ້ນ {MH 200.3}ມແ 193.3

    *****

    Larger font
    Smaller font
    Copy
    Print
    Contents